ພຣະ​ຄຳ​ພີ
ແອວມາ 37


ບົດ​ທີ 37

ແຜ່ນ​ຈາລຶກ​ທອງ​ເຫລືອງ ແລະ ພຣະ​ຄຳ​ພີ​ອື່ນໆ​ໄດ້​ຖືກ​ປົກ​ປັກ​ຮັກ​ສາ​ໄວ້​ເພື່ອ​ນຳ​ເອົາ​ຈິດ​ວິນ​ຍານ​ທັງ​ຫລາຍ​ມາ​ຫາ​ຄວາມ​ລອດ—ຊາວ​ຢາເຣັດ​ຖືກ​ທຳ​ລາຍ​ຍ້ອນ​ຄວາມ​ຊົ່ວ​ຮ້າຍ​ຂອງ​ພວກ​ເຂົາ—ຄຳ​ສາບານ​ລັບ ແລະ ຄຳ​ສັນ​ຍາ​ຂອງ​ພວກ​ເຂົາ​ຈະ​ຕ້ອງ​ຖືກ​ຮັກ​ສາ​ໄວ້​ບໍ່​ໃຫ້​ໃຜ​ຮູ້—ຈົ່ງ​ປຶກ​ສາ​ກັບ​ພຣະ​ຜູ້​ເປັນ​ເຈົ້າ​ໃນ​ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ທ່ານ​ເຮັດ—ດັ່ງ​ທີ່​ເລຍ​ໂຮນາ​ໄດ້​ນຳ​ພາ​ຊາວ​ນີໄຟ​ໄປ​ແນວ​ໃດ, ພຣະ​ຄຳ​ຂອງ​ພຣະ​ຄຣິດ​ກໍ​ຈະ​ນຳ​ພາ​ຜູ້​ຄົນ​ໄປ​ຫາ​ຊີ​ວິດ​ນິ​ລັນ​ດອນ​ແນວ​ນັ້ນ. ປະ​ມານ 74 ປີ ກ່ອນ ຄ.ສ.

1 ແລະ ບັດ​ນີ້, ຮີ​ລາ​ມັນ​ລູກ​ຂອງ​ພໍ່, ພໍ່​ສັ່ງ​ລູກ​ອີກ​ວ່າ ລູກ​ຈົ່ງ​ຮັບ​ເອົາ ບັນ​ທຶກ ຊຶ່ງ​ໄດ້​ຖືກ ມອບ​ໃຫ້​ພໍ່;

2 ແລະ ພໍ່​ສັ່ງ​ລູກ​ອີກ​ວ່າ ໃຫ້​ລູກ​ບັນ​ທຶກ​ກ່ຽວ​ກັບ​ຜູ້​ຄົນ​ພວກ​ນີ້​ໄວ້​ໃນ​ແຜ່ນ​ຈາລຶກ​ຂອງ​ນີໄຟ​ຄື​ກັນ​ກັບ​ທີ່​ພໍ່​ໄດ້​ກະ​ທຳ​ມາ, ແລະ ຮັກ​ສາ​ສິ່ງ​ເຫລົ່າ​ນີ້​ທັງ​ໝົດ​ທີ່​ພໍ່​ໄດ້​ຮັກ​ສາ​ມາ​ໃຫ້​ສັກ​ສິດ​ຄື​ກັນ​ກັບ​ທີ່​ພໍ່​ໄດ້​ຮັກ​ສາ​ມັນ​ໄວ້; ເພາະ​ວ່າ​ມັນ​ເປັນ​ໄປ​ເພື່ອ​ຈຸດ​ປະສົງ​ອັນ ສະຫລາດ​ທີ່​ຕ້ອງ​ຮັກ​ສາ​ມັນ​ໄວ້.

3 ແລະ ແຜ່ນ​ຈາລຶກ​ທອງ​ເຫລືອງ​ເຫລົ່າ​ນີ້ ຊຶ່ງ​ມີ​ຕົວ​ອັກ​ສອນ​ສະ​ຫລັກ​ໄວ້​ໃນ​ນັ້ນ, ຊຶ່ງ​ມີ​ບັນ​ທຶກ ແລະ ພຣະ​ຄຳ​ພີ​ອັນ​ສັກ​ສິດ​ຢູ່​ໃນ​ນັ້ນ, ຊຶ່ງ​ມີ​ລຳ​ດັບ​ການ​ສືບ​ເຊື້ອ​ສາຍ​ຂອງ​ບັນ​ພະ​ບຸ​ລຸດ​ຂອງ​ພວກ​ເຮົາ​ຕັ້ງ​ແຕ່​ຕົ້ນ—

4 ຈົ່ງ​ເບິ່ງ, ບັນ​ພະ​ບຸ​ລຸດ​ຂອງ​ພວກ​ເຮົາ​ໄດ້​ທຳ​ນາຍ​ໄວ້, ວ່າ​ມັນ​ຄວນ​ຖືກ​ຮັກ​ສາ​ໄວ້ ແລະ ມອບ​ຕໍ່ໆ​ກັນ​ໄປ​ຈາກ​ຄົນ​ລຸ້ນ​ໜຶ່ງ​ຫາ​ຄົນ​ອີກ​ລຸ້ນ​ໜຶ່ງ, ແລະ ຖືກ​ເກັບ​ກຳ ແລະ ປົກ​ປັກ​ຮັກ​ສາ​ໄວ້​ໂດຍ​ພຣະ​ຫັດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ຈົນ​ກວ່າ​ມັນ​ຈະ​ເຖິງ​ວັນ​ເວລາ​ທີ່​ມັນ​ຈະ​ອອກ​ໄປ​ຫາ​ທຸກ​ປະ​ຊາ​ຊາດ, ທຸກ​ຕະ​ກຸນ, ທຸກ​ພາ​ສາ, ແລະ ທຸກ​ຜູ້​ຄົນ​ທັງ​ປວງ, ເພື່ອ​ພວກ​ເຂົາ​ຈະ​ໄດ້​ຮູ້​ຈັກ​ເຖິງ ຄວາມ​ລຶກ​ລັບ​ທີ່​ມີ​ຢູ່​ໃນ​ນັ້ນ.

5 ແລະ ບັດ​ນີ້​ຈົ່ງ​ເບິ່ງ, ຖ້າ​ຫາກ​ພຣະ​ອົງ​ໄດ້​ຮັກ​ສາ​ມັນ​ໄວ້ ມັນ​ຈະ​ສົດ​ໃສ​ຢູ່​ຄື​ເກົ່າ; ແທ້​ຈິງ​ແລ້ວ, ມັນ​ຈະ​ຍັງ​ສົດ​ໃສ​ຢູ່​ຄື​ເກົ່າ; ແທ້​ຈິງ​ແລ້ວ, ແລະ ແຜ່ນ​ຈາລຶກ​ທັງ​ໝົດ ຊຶ່ງ​ມີ​ຂໍ້​ຄວາມ​ອັນ​ເປັນ​ພຣະ​ຄຳ​ພີ​ສັກ​ສິດ​ຈະ​ຍັງ​ສົດ​ໃສ​ຢູ່​ຄື​ກັນ.

6 ບັດ​ນີ້​ລູກ​ອາດ​ຈະ​ຄິດ​ວ່າ ມັນ​ເປັນ ຄວາມ​ໂງ່​ຈ້າ​ຂອງ​ພໍ່; ແຕ່​ຈົ່ງ​ເບິ່ງ ພໍ່​ເວົ້າ​ກັບ​ລູກ​ວ່າ ເລື່ອງ ເລັກ​ນ້ອຍ ແລະ ງ່າຍໆ​ຈະ​ນຳ​ເລື່ອງ​ໃຫຍ່​ມາ; ແລະ ໃນ​ຫລາຍ​ຢ່າງ​ວິ​ທີ​ເລັກໆ​ນ້ອຍໆ​ຈະ​ເຮັດ​ໃຫ້​ຄົນ​ສະຫລາດ​ຍອມ​ຈຳ​ນົນ.

7 ແລະ ອົງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເຮັດ​ວຽກ​ງານ​ໂດຍ ວິ​ທີ​ທີ່​ຈະ​ນຳ​ຈຸດ​ປະສົງ​ອັນ​ເປັນ​ນິ​ລັນ​ດອນ​ຂອງ​ພຣະ​ອົງ​ມາ; ແລະ ໂດຍ​ວິ​ທີ ເລັກໆ​ນ້ອຍໆ​ທີ່​ສຸດ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເຮັດ​ໃຫ້​ຄົນ​ສະຫລາດ​ຕ້ອງ​ຈຳ​ນົນ ແລະ ເຮັດ​ໃຫ້​ຄວາມ​ລອດ​ເກີດ​ກັບ​ຈິດ​ວິນ​ຍານ​ເປັນ​ຈຳນວນ​ຫລວງ​ຫລາຍ.

8 ແລະ ບັດ​ນີ້, ຈົນ​ເຖິງ​ທຸກ​ມື້​ນີ້, ນີ້​ຄື​ຄວາມ​ສະຫລຽວ​ສະຫລາດ​ຂອງ​ພຣະ​ເຈົ້າ ທີ່​ຈະ​ໃຫ້​ສິ່ງ​ເຫລົ່າ​ນີ້​ໄດ້​ຮັບ​ການ​ປົກ​ປັກ​ຮັກ​ສາ​ໄວ້; ເພາະ​ຈົ່ງ​ເບິ່ງ, ມັນ​ຈະ​ໃຫ້​ຄວາມ​ຊົງ​ຈຳ​ຂອງ​ຜູ້​ຄົນ​ພວກ​ນີ້ ດີ​ຂຶ້ນ, ແທ້​ຈິງ​ແລ້ວ, ມັນ​ຈະ​ເຮັດ​ໃຫ້​ຫລາຍ​ຄົນ​ສຳ​ນຶກ​ເຖິງ​ຄວາມ​ຜິດ​ຂອງ​ຕົນ, ແລະ ນຳ​ພວກ​ເຂົາ​ມາ​ຫາ​ຄວາມ​ຮູ້​ເຖິງ​ພຣະ​ເຈົ້າ​ຂອງ​ພວກ​ເຂົາ ເພື່ອ​ພວກ​ເຂົາ​ຈະ​ໄດ້​ໄປ​ຫາ​ຄວາມ​ລອດ​ຂອງ​ຈິດ​ວິນ​ຍານ​ຂອງ​ພວກ​ເຂົາ.

9 ແທ້​ຈິງ​ແລ້ວ, ພໍ່​ເວົ້າ​ກັບ​ລູກ​ວ່າ, ຖ້າ​ຫາກ​ບໍ່ ແມ່ນ​ຍ້ອນ​ສິ່ງ​ດັ່ງ​ກ່າວ​ນີ້ ທີ່​ມີ​ບັນ​ທຶກ​ໄວ້​ຢູ່​ໃນ​ແຜ່ນ​ຈາລຶກ​ເຫລົ່າ​ນີ້​ແລ້ວ, ອຳໂມນ​ກັບ​ອ້າຍ​ນ້ອງ​ຂອງ​ລາວ​ຈະ​ເຮັດ​ໃຫ້​ຊາວ​ເລມັນ​ຫລາຍ​ພັນ​ຄົນ ແນ່​ໃຈ​ບໍ່​ໄດ້​ໃນ​ຮີດ​ຄອງ​ປະ​ເພ​ນີ​ອັນ​ບໍ່​ຖືກ​ຕ້ອງ​ຂອງ​ບັນ​ພະ​ບຸ​ລຸດ​ຂອງ​ພວກ​ເຂົາ; ແທ້​ຈິງ​ແລ້ວ, ບັນ​ທຶກ​ເຫລົ່າ​ນີ້ ແລະ ຂໍ້​ຄວາມ​ທີ່​ມີ​ຢູ່​ໃນ​ນັ້ນ​ໄດ້​ຊັກ​ນຳ​ພວກ​ເຂົາ​ມາ​ສູ່​ການ​ກັບ​ໃຈ; ແລະ ສິ່ງ​ເຫລົ່າ​ນີ້​ໄດ້​ຊັກ​ນຳ​ພວກ​ເຂົາ​ມາ​ສູ່​ຄວາມ​ຮູ້​ເລື່ອງ​ພຣະ​ຜູ້​ເປັນ​ເຈົ້າ​ອົງ​ເປັນ​ພຣະ​ເຈົ້າ​ຂອງ​ພວກ​ເຂົາ, ແລະ ເພື່ອ​ຈະ​ໄດ້​ປິ​ຕິ​ຍິນ​ດີ​ໃນ​ພຣະ​ເຢຊູ​ຄຣິດ​ພຣະ​ຜູ້​ໄຖ່​ຂອງ​ພວກ​ເຂົາ.

10 ແລະ ຜູ້​ໃດ​ຈະ​ຮູ້​ໄດ້​ວ່າ ບັນ​ທຶກ​ເຫລົ່າ​ນີ້​ຈະ​ເປັນ​ເສັ້ນ​ທາງ​ນຳ​ພາ​ພວກ​ເຂົາ​ຫລາຍ​ພັນ​ຄົນ​ມາ​ໃຫ້​ຮູ້​ຈັກ, ແທ້​ຈິງ​ແລ້ວ, ແລະ ຊາວ​ນີໄຟ​ພີ່​ນ້ອງ​ຂອງ​ພວກ​ເຮົາ​ຫລາຍ​ພັນ​ຄົນ​ທີ່​ແຂງ​ຄໍ, ຜູ້​ຊຶ່ງ​ຕອນ​ນີ້​ເຮັດ​ໃຈ​ແຂງ​ກະ​ດ້າງ​ຢູ່​ໃນ​ບາບ ແລະ ຄວາມ​ຊົ່ວ​ຮ້າຍ, ເພື່ອ​ມາ​ຫາ​ຄວາມ​ຮູ້​ເລື່ອງ​ພຣະ​ຜູ້​ໄຖ່​ຂອງ​ພວກ​ເຂົາ?

11 ບັດ​ນີ້​ຄວາມ​ລຶກ​ລັບ​ເຫລົ່າ​ນີ້​ຍັງ​ບໍ່​ທັນ​ເປັນ​ທີ່​ຮູ້​ໂດຍ​ສົມ​ບູນ​ແກ່​ພໍ່; ສະນັ້ນ ພໍ່​ຈຶ່ງ​ຢຸດ​ໄວ້​ກ່ອນ.

12 ແລະ ເປັນ​ການ​ພຽງ​ພໍ ຖ້າ​ຫາກ​ພໍ່​ພຽງ​ແຕ່​ກ່າວ​ວ່າ ບັນ​ທຶກ​ເຫລົ່າ​ນີ້​ໄດ້​ຮັບ​ການ​ປົກ​ປັກ​ຮັກ​ສາ​ໄວ້ ເພື່ອ​ຈຸດ​ປະສົງ​ອັນ​ສະຫລາດ, ຊຶ່ງ​ຈຸດ​ປະສົງ​ນີ້ ພຣະ​ເຈົ້າ​ຮູ້​ຈັກ; ເພາະ​ວ່າ​ພຣະ​ອົງ​ໄດ້ ແນະນຳ​ດ້ວຍ​ຄວາມ​ສະຫລຽວ​ສະຫລາດ​ໃນ​ວຽກ​ງານ​ທັງ​ໝົດ​ຂອງ​ພຣະ​ອົງ, ແລະ ທາງ​ຂອງ​ພຣະ​ອົງ​ຊື່​ຕົງ, ແລະ ທາງ​ເດີນ​ຂອງ​ພຣະ​ອົງ​ເປັນ​ຮອບ​ທີ່​ເປັນ​ນິ​ລັນ​ດອນ ໜຶ່ງ.

13 ໂອ້ ຈົ່ງ​ຈື່​ຈຳ​ໄວ້, ຈື່​ຈຳ​ໄວ້, ຮີ​ລາ​ມັນ​ລູກ​ຂອງ​ພໍ່, ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ​ນັ້ນ ເຄັ່ງ​ຄັດ​ພຽງ​ໃດ. ແລະ ພຣະ​ອົງ​ໄດ້​ກ່າວ​ວ່າ: ຖ້າ​ຫາກ​ເຈົ້າ​ຈະ​ຮັກ​ສາ​ບັນ​ຍັດ​ຂອງ​ເຮົາ, ເຈົ້າ​ຈະ ຮຸ່ງ​ເຮືອງ​ຢູ່​ໃນ​ແຜ່ນ​ດິນ—ແຕ່​ຖ້າ​ຫາກ​ລູກ​ບໍ່​ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ​ແລ້ວ ລູກ​ຈະ​ຖືກ​ຕັດ​ອອກ​ຈາກ​ທີ່​ປະ​ທັບ​ຂອງ​ພຣະ​ອົງ.

14 ແລະ ບັດ​ນີ້​ຈົ່ງ​ຈື່​ຈຳ​ໄວ້, ລູກ​ຂອງ​ພໍ່, ວ່າ​ພຣະ​ເຈົ້າ ມອບ​ສິ່ງ​ເຫລົ່າ​ນີ້​ໄວ້​ກັບ​ລູກ ຊຶ່ງ​ເປັນ​ສິ່ງ ສັກ​ສິດ, ຊຶ່ງ​ພຣະ​ອົງ​ຈະ​ເກັບ​ກຳ​ໄວ້​ໃຫ້​ສັກ​ສິດ, ແລະ ຊຶ່ງ​ພຣະ​ອົງ​ຈະ​ເກັບ​ກຳ ແລະ ປົກ​ປັກ​ຮັກ​ສາ​ໄວ້​ເພື່ອ​ຈຸດ​ປະສົງ​ອັນ ສະຫລາດ​ຂອງ​ພຣະ​ອົງ, ເພື່ອ​ພຣະ​ອົງ​ຈະ​ໄດ້​ສະແດງ​ອຳນາດ​ຂອງ​ພຣະ​ອົງ​ອອກ​ມາ​ໃຫ້​ຄົນ​ລຸ້ນ​ຫລັງ​ເຫັນ.

15 ແລະ ບັດ​ນີ້​ຈົ່ງ​ເບິ່ງ, ພໍ່​ບອກ​ລູກ​ໂດຍ​ວິນ​ຍານ​ແຫ່ງ​ການ​ທຳ​ນາຍ​ວ່າ, ຖ້າ​ຫາກ​ລູກ​ລະເມີດ​ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ, ຈົ່ງ​ເບິ່ງ, ອຳນາດ​ຂອງ​ພຣະ​ເຈົ້າ​ຈະ​ເອົາ​ບັນ​ທຶກ​ເຫລົ່າ​ນີ້​ໄປ​ຈາກ​ລູກ, ແລະ ລູກ​ຈະ​ຖືກ​ສົ່ງ​ໄປ​ຫາ​ຊາຕານ, ເພື່ອ​ມັນ​ຈະ​ໄດ້​ຝັດ​ລູກ​ຄື​ກັນ​ກັບ​ຂີ້​ແກບ​ຢູ່​ຕໍ່​ໜ້າ​ລົມ.

16 ແຕ່​ຖ້າ​ຫາກ​ລູກ​ຈະ​ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ, ແລະ ຈະ​ປະ​ຕິ​ບັດ​ຕໍ່​ສິ່ງ​ສັກ​ສິດ​ເຫລົ່າ​ນີ້​ຕາມ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ບັນ​ຊາ​ລູກ, (ລູກ​ຈະ​ຕ້ອງ​ວິງ​ວອນ​ຫາ​ພຣະ​ຜູ້​ເປັນ​ເຈົ້າ​ສຳ​ລັບ​ທຸກ​ສິ່ງ​ທຸກ​ຢ່າງ ບໍ່​ວ່າ​ແນວ​ໃດ​ກໍ​ຕາມ ເພື່ອ​ລູກ​ຈະ​ປະ​ຕິ​ບັດ​ຕໍ່​ສິ່ງ​ເຫລົ່າ​ນີ້) ຈົ່ງ​ເບິ່ງ, ບໍ່​ມີ​ອຳນາດ​ຂອງ​ແຜ່ນ​ດິນ​ໂລກ ຫລື ນະລົກ​ຈະ​ສາ​ມາດ ເອົາ​ມັນ​ໄປ​ຈາກ​ລູກ​ໄດ້, ເພາະ​ພຣະ​ເຈົ້າ​ມີ​ອຳນາດ​ທີ່​ຈະ​ເຮັດ​ໃຫ້​ພຣະ​ຄຳ​ຂອງ​ພຣະ​ອົງ​ສຳ​ເລັດ​ທັງ​ໝົດ.

17 ເພາະ​ວ່າ​ພຣະ​ອົງ​ຈະ​ເຮັດ​ໃຫ້​ຄຳ​ສັນ​ຍາ​ຂອງ​ພຣະ​ອົງ ຊຶ່ງ​ພຣະ​ອົງ​ໄດ້​ເຮັດ​ໄວ້​ກັບ​ລູກ​ສຳ​ເລັດ​ທັງ​ໝົດ, ເພາະ​ພຣະ​ອົງ​ໄດ້​ເຮັດ​ໃຫ້​ຄຳ​ສັນ​ຍາ​ຂອງ​ພຣະ​ອົງ ຊຶ່ງ​ເຮັດ​ໄວ້​ກັບ​ບັນ​ພະ​ບຸ​ລຸດ​ຂອງ​ພວກ​ເຮົາ​ສຳ​ເລັດ​ແລ້ວ.

18 ເພາະ​ພຣະ​ອົງ​ໄດ້​ສັນ​ຍາ​ກັບ​ຄົນ​ເຫລົ່າ​ນັ້ນ​ວ່າ ພຣະ​ອົງ​ຈະ ປົກ​ປັກ​ຮັກ​ສາ​ສິ່ງ​ເຫລົ່າ​ນີ້​ໄວ້​ເພື່ອ​ຈຸດ​ປະສົງ​ອັນ​ສະຫລາດ​ຂອງ​ພຣະ​ອົງ, ເພື່ອ​ພຣະ​ອົງ​ຈະ​ໄດ້​ສະແດງ​ອຳນາດ​ຂອງ​ພຣະ​ອົງ​ອອກ​ມາ​ໃຫ້​ຄົນ​ລຸ້ນ​ຫລັງ​ເຫັນ.

19 ແລະ ບັດ​ນີ້​ຈົ່ງ​ເບິ່ງ, ພຣະ​ອົງ​ໄດ້​ເຮັດ​ໃຫ້​ຈຸດ​ປະສົງ​ຢ່າງ​ໜຶ່ງ​ຂອງ​ພຣະ​ອົງ​ສຳ​ເລັດ​ແລ້ວ, ຈົນ​ວ່າ​ເຮັດ​ໃຫ້​ຊາວ​ເລມັນ ຫລາຍ​ພັນ​ຄົນ​ກັບ​ຄືນ​ມາ​ຫາ​ຄວາມ​ຮູ້​ເລື່ອງ​ຄວາມ​ຈິງ; ແລະ ພຣະ​ອົງ​ໄດ້​ສະແດງ​ອຳນາດ​ຂອງ​ພຣະ​ອົງ​ອອກ​ມາ​ຈາກ​ສິ່ງ​ເຫລົ່າ​ນີ້, ແລະ ພຣະ​ອົງ​ຈະ​ສະແດງ​ອຳນາດ​ຂອງ​ພຣະ​ອົງ​ອອກ​ມາ​ຈາກ​ສິ່ງ​ເຫລົ່າ​ນີ້​ອີກ​ໃຫ້​ແກ່​ຄົນ​ລຸ້ນ ຕໍ່​ໄປ; ສະນັ້ນ ສິ່ງ​ເຫລົ່າ​ນີ້​ຈະ​ຕ້ອງ​ໄດ້​ຮັບ​ການ​ປົກ​ປັກ​ຮັກ​ສາ​ໄວ້.

20 ສະນັ້ນ ພໍ່​ຈຶ່ງ​ສັ່ງ​ເຈົ້າ, ຮີ​ລາ​ມັນ​ລູກ​ຂອງ​ພໍ່, ໃຫ້​ລູກ​ພາກ​ພຽນ​ພະ​ຍາ​ຍາມ​ໃນ​ການ​ເຮັດ​ໃຫ້​ຄຳ​ເວົ້າ​ຂອງ​ພໍ່​ສຳ​ເລັດ​ທັງ​ໝົດ, ແລະ ໃຫ້​ລູກ​ພາກ​ພຽນ​ພະ​ຍາ​ຍາມ​ໃນ​ການ​ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ​ຄື​ກັນ​ກັບ​ທີ່​ມີ​ຂຽນ​ໄວ້.

21 ແລະ ບັດ​ນີ້, ພໍ່​ຈະ​ເວົ້າ​ກັບ​ລູກ​ກ່ຽວ​ກັບ​ແຜ່ນ​ຈາລຶກ ຊາວ​ສີ່​ແຜ່ນ​ນີ້, ໃຫ້​ລູກ​ເກັບ​ກຳ​ມັນ​ໄວ້, ເພື່ອ​ວ່າ​ຄວາມ​ລຶກ​ລັບ ແລະ ວຽກ​ງານ​ແຫ່ງ​ຄວາມ​ມືດ, ແລະ ວຽກ​ງານ ລັບ​ທັງ​ໝົດ, ຫລື ວຽກ​ງານ​ລັບ​ຂອງ​ຜູ້​ຄົນ​ຜູ້​ຖືກ​ທຳ​ລາຍ​ໄປ​ແລ້ວ, ຈະ​ສະແດງ​ໃຫ້​ປະຈັກ​ແກ່​ຜູ້​ຄົນ​ພວກ​ນີ້; ແທ້​ຈິງ​ແລ້ວ, ການ​ຄາດ​ຕະ​ກຳ​ທັງ​ໝົດ​ຂອງ​ພວກ​ເຂົາ, ແລະ ການ​ຂີ້​ລັກ​ມັກ​ສົກ, ແລະ ການ​ປຸ້ນ​ຈີ້, ແລະ ຄວາມ​ຊົ່ວ​ຮ້າຍ, ແລະ ຄວາມ​ໜ້າ​ກຽດ​ຊັງ​ທັງ​ໝົດ​ຂອງ​ພວກ​ເຂົາ, ຈະ​ສະແດງ​ໃຫ້​ປະຈັກ​ແກ່​ຜູ້​ຄົນ​ພວກ​ນີ້; ແທ້​ຈິງ​ແລ້ວ, ແລະ ວ່າ​ໃຫ້​ລູກ​ປົກ​ປັກ​ຮັກ​ສາ ສິ່ງ​ແປ​ຄວາມ​ໝາຍ​ເຫລົ່າ​ນີ້​ໄວ້.

22 ເພາະ​ຈົ່ງ​ເບິ່ງ, ພຣະ​ຜູ້​ເປັນ​ເຈົ້າ​ເຫັນ​ວ່າ​ຜູ້​ຄົນ​ຂອງ​ພຣະ​ອົງ​ເລີ່ມ​ເຮັດ​ວຽກ​ງານ​ໃນ​ຄວາມ​ມືດ, ແທ້​ຈິງ​ແລ້ວ, ເຮັດ​ການ​ຄາດ​ຕະ​ກຳ ແລະ ສິ່ງ​ທີ່​ໜ້າ​ກຽດ​ຊັງ​ທີ່​ເປັນ​ຄວາມ​ລັບ; ສະນັ້ນ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ວ່າ, ຖ້າ​ຫາກ​ພວກ​ເຂົາ​ເຫລົ່າ​ນັ້ນ​ບໍ່​ກັບ​ໃຈ, ແລ້ວ​ພວກ​ເຂົາ​ຈະ​ຖືກ​ທຳ​ລາຍ​ອອກ​ຈາກ​ຜືນ​ແຜ່ນ​ດິນ​ໂລກ.

23 ແລະ ພຣະ​ເຈົ້າ​ໄດ້​ກ່າວ​ວ່າ: ເຮົາ​ຈະ​ຕຽມ ຫີນ​ກ້ອນ​ໜຶ່ງ​ໄວ້​ໃຫ້​ກາ​ເຊ​ເລັມ ຊຶ່ງ​ເປັນ​ຜູ້​ຮັບ​ໃຊ້​ຂອງ​ເຮົາ, ຊຶ່ງ​ມັນ​ຈະ​ສ່ອງ​ແສງ​ສະ​ຫວ່າງ​ອອກ​ມາ​ສູ່​ຄວາມ​ມືດ, ເພື່ອ​ເຮົາ​ຈະ​ເຮັດ​ໃຫ້​ຜູ້​ຄົນ​ຊຶ່ງ​ຮັບ​ໃຊ້​ເຮົາ​ຮູ້​ຈັກ​ເພື່ອ​ເຮົາ​ຈະ​ເຮັດ​ໃຫ້​ພວກ​ເຂົາ​ຮູ້​ຈັກ​ວຽກ​ງານ​ຂອງ​ພີ່​ນ້ອງ​ຂອງ​ພວກ​ເຂົາ, ແທ້​ຈິງ​ແລ້ວ, ວຽກ​ງານ​ລັບ ແລະ ວຽກ​ງານ​ແຫ່ງ​ຄວາມ​ມືດ, ແລະ ຄວາມ​ຊົ່ວ​ຮ້າຍ ແລະ ຄວາມ​ໜ້າ​ກຽດ​ຊັງ​ຂອງ​ພວກ​ເຂົາ.

24 ແລະ ບັດ​ນີ້, ລູກ​ຂອງ​ພໍ່, ສິ່ງ​ແປ​ຄວາມ​ໝາຍ​ເຫລົ່າ​ນີ້​ມີ​ຕຽມ​ໄວ້​ເພື່ອ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ​ຈະ​ໄດ້​ສຳ​ເລັດ, ຊຶ່ງ​ພຣະ​ອົງ​ໄດ້​ກ່າວ, ມີ​ຄວາມ​ວ່າ:

25 ເຮົາ​ຈະ ນຳ​ເອົາ​ວຽກ​ງານ​ລັບ​ຂອງ​ພວກ​ເຂົາ​ອອກ​ຈາກ​ຄວາມ​ມືດ​ໄປ​ຫາ​ແສງ​ສະ​ຫວ່າງ; ແລະ ຖ້າ​ຫາກ​ພວກ​ເຂົາ​ບໍ່​ກັບ​ໃຈ ເຮົາ​ຈະ ທຳ​ລາຍ​ພວກ​ເຂົາ​ອອກ​ຈາກ​ຜືນ​ແຜ່ນ​ດິນ​ໂລກ; ແລະ ເຮົາ​ຈະ​ນຳ​ເອົາ​ຄວາມ​ລັບ ແລະ ຄວາມ​ໜ້າ​ກຽດ​ຊັງ​ທັງ​ໝົດ​ຂອງ​ພວກ​ເຂົາ​ໄປ​ຫາ​ຄວາມ​ສະ​ຫວ່າງ​ໃຫ້​ແກ່​ທຸກ​ປະ​ຊາ​ຊາດ​ທີ່​ຈະ​ມາ​ເປັນ​ເຈົ້າ​ຂອງ​ແຜ່ນ​ດິນ​ຕໍ່​ຈາກ​ນີ້​ໄປ.

26 ແລະ ບັດ​ນີ້, ລູກ​ຂອງ​ພໍ່, ພວກ​ເຮົາ​ເຫັນ​ວ່າ ພວກ​ເຂົາ​ບໍ່​ໄດ້​ກັບ​ໃຈ; ສະນັ້ນ ພວກ​ເຂົາ​ຈຶ່ງ​ຖືກ​ທຳ​ລາຍ ແລະ ພຣະ​ຄຳ​ຂອງ​ພຣະ​ເຈົ້າ​ທີ່​ເວົ້າ​ໄວ້​ຈຶ່ງ​ສຳ​ເລັດ​ດັ່ງ​ນີ້; ແທ້​ຈິງ​ແລ້ວ, ຄວາມ​ໜ້າ​ກຽດ​ຊັງ​ອັນ​ລັບໆ​ຂອງ ພວກ​ເຂົາ​ຖືກ​ນຳ​ອອກ​ຈາກ​ຄວາມ​ມືດ ແລະ ເຮັດ​ໃຫ້​ເປັນ​ທີ່​ຮູ້​ຈັກ​ແກ່​ພວກ​ເຮົາ.

27 ແລະ ບັດ​ນີ້, ລູກ​ຂອງ​ພໍ່, ພໍ່​ສັ່ງ​ໃຫ້​ລູກ​ຮັກ​ສາ​ຄຳ​ສາບານ​ຂອງ​ພວກ​ເຂົາ, ແລະ ຄຳ​ໝັ້ນ​ສັນ​ຍາ​ຂອງ​ພວກ​ເຂົາ, ແລະ ຂໍ້​ຕົກ​ລົງ​ໃນ​ຄວາມ​ໜ້າ​ກຽດ​ຊັງ​ອັນ​ລັບໆ​ຂອງ​ພວກ​ເຂົາ​ໄວ້​ໃຫ້​ໝົດ; ແທ້​ຈິງ​ແລ້ວ, ແລະ ລູກ​ຈະ​ເກັບ​ກຳ ເຄື່ອງ​ໝາຍ ແລະ ການ​ແປກ​ປະ​ຫລາດ​ທັງ​ໝົດ​ຂອງ​ພວກ​ເຂົາ​ຈາກ​ຜູ້​ຄົນ​ພວກ​ນີ້, ເພື່ອ​ພວກ​ເຂົາ​ຈະ​ບໍ່​ຮູ້​ຈັກ​ມັນ, ຖ້າ​ບໍ່​ດັ່ງ​ນັ້ນ ພວກ​ເຂົາ​ອາດ​ຈະ​ຕົກ​ໄປ​ໃນ​ຄວາມ​ມືດ ແລະ ຖືກ​ທຳ​ລາຍ​ໄປ.

28 ເພາະ​ຈົ່ງ​ເບິ່ງ, ມີ ການ​ສາບ​ແຊ່ງ​ຢູ່​ທົ່ວ​ແຜ່ນ​ດິນ, ຄື​ຄວາມ​ຈິບ​ຫາຍ​ຈະ​ເກີດ​ກັບ​ຄົນ​ທັງ​ໝົດ​ທີ່​ເປັນ​ຄົນ​ງານ​ແຫ່ງ​ຄວາມ​ມືດ​ຕາມ​ອຳນາດ​ຂອງ​ພຣະ​ເຈົ້າ, ເມື່ອ​ພວກ​ເຂົາ​ສຸກ​ເຕັມ​ທີ່; ສະນັ້ນ ພໍ່​ຈຶ່ງ​ບໍ່​ຢາກ​ໃຫ້​ຜູ້​ຄົນ​ພວກ​ນີ້​ຖືກ​ທຳ​ລາຍ.

29 ສະນັ້ນ ລູກ​ຈົ່ງ​ເກັບ​ກຳ​ແຜນ​ການ​ລັບ​ເຫລົ່າ​ນີ້​ໄວ້ ຊຶ່ງ​ເປັນ ຄຳ​ສາບານ​ຂອງ​ພວກ​ເຂົາ​ໃຫ້​ລອດ​ຈາກ​ຜູ້​ຄົນ​ພວກ​ນີ້, ແລະ ລູກ​ຈົ່ງ​ໃຫ້​ພວກ​ເຂົາ​ຮູ້​ພຽງ​ແຕ່​ຄວາມ​ຊົ່ວ​ຮ້າຍ ແລະ ຄວາມ​ໜ້າ​ກຽດ​ຊັງ​ຂອງ​ພວກ​ເຂົາ​ເທົ່າ​ນັ້ນ; ແລະ ລູກ​ຈົ່ງ​ສິດ​ສອນ​ພວກ​ເຂົາ​ໃຫ້ ກຽດ​ຊັງ​ຄວາມ​ຊົ່ວ​ຮ້າຍ ແລະ ຄວາມ​ໜ້າ​ກຽດ​ຊັງ ແລະ ການ​ຄາດ​ຕະ​ກຳ​ທັງ​ໝົດ; ແລະ ລູກ​ຈົ່ງ​ສິດ​ສອນ​ພວກ​ເຂົາ​ອີກ​ວ່າ ຄົນ​ເຫລົ່າ​ນັ້ນ​ຖືກ​ທຳ​ລາຍ​ໄປ​ເນື່ອງ​ຈາກ​ວ່າ​ຄວາມ​ຊົ່ວ​ຮ້າຍ ແລະ ຄວາມ​ໜ້າ​ກຽດ​ຊັງ ແລະ ການ​ຄາດ​ຕະ​ກຳ​ຂອງ​ພວກ​ເຂົາ​ເອງ.

30 ເພາະ​ຈົ່ງ​ເບິ່ງ, ພວກ​ເຂົາ​ໄດ້​ຂ້າ​ສາດ​ສະ​ດາ​ທັງ​ໝົດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ຜູ້​ມາ​ຫາ​ພວກ​ເຂົາ​ເພື່ອ​ປະ​ກາດ​ແກ່​ພວກ​ເຂົາ​ກ່ຽວ​ກັບ​ຄວາມ​ຊົ່ວ​ຮ້າຍ​ຂອງ​ພວກ​ເຂົາ; ແລະ ເລືອດ​ຂອງ​ພວກ​ເພິ່ນ​ເຫລົ່າ​ນັ້ນ​ໄດ້​ຮ້ອງ​ທູນ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ​ອົງ​ເປັນ​ພຣະ​ເຈົ້າ​ຂອງ​ພວກ​ເພິ່ນ ເພື່ອ​ການ​ແກ້​ແຄ້ນ​ຜູ້​ທີ່​ຂ້າ​ພວກ​ເພິ່ນ ແລະ ການ​ພິ​ພາກ​ສາ​ຂອງ​ພຣະ​ເຈົ້າ​ໄດ້​ເກີດ​ຂຶ້ນ​ດັ່ງ​ນີ້​ກັບ​ຄົນ​ງານ​ແຫ່ງ​ຄວາມ​ມືດ ແລະ ກັບ​ຜູ້​ທີ່​ເຮັດ​ການ​ມົ້ວ​ສຸມ​ລັບ​ເຫລົ່າ​ນັ້ນ.

31 ແທ້​ຈິງ​ແລ້ວ, ແລະ ແຜ່ນ​ດິນ​ຖືກ​ສາບ​ແຊ່ງ​ຕະຫລອດ​ໄປ ແລະ ຕະຫລອດ​ການ​ສຳ​ລັບ​ຄົນ​ງານ​ແຫ່ງ​ຄວາມ​ມືດ ແລະ ກັບ​ຜູ້​ທີ່​ເຮັດ​ການ​ມົ້ວ​ສຸມ​ລັບ​ເຫລົ່າ​ນັ້ນ, ຈົນ​ເຖິງ​ຄວາມ​ພິນາດ, ຖ້າ​ຫາກ​ພວກ​ເຂົາ​ບໍ່​ກັບ​ໃຈ ກ່ອນ​ພວກ​ເຂົາ​ຈະ​ສຸກ​ເຕັມ​ທີ່.

32 ແລະ ບັດ​ນີ້, ລູກ​ຂອງ​ພໍ່, ຈົ່ງ​ຈື່​ຈຳ​ຄຳ​ເວົ້າ​ທີ່​ພໍ່​ໄດ້​ເວົ້າ​ກັບ​ລູກ; ຢ່າ​ໄດ້​ມອບ​ແຜນ​ການ​ລັບ​ເຫລົ່າ​ນີ້​ໃຫ້​ແກ່​ຜູ້​ຄົນ​ພວກ​ນີ້, ແຕ່​ຈົ່ງ​ສິດ​ສອນ​ພວກ​ເຂົາ​ໃຫ້ ກຽດ​ຊັງ​ບາບ ແລະ ຄວາມ​ຊົ່ວ​ຮ້າຍ​ອັນ​ເປັນ​ນິດ.

33 ຈົ່ງ ສັ່ງ​ສອນ​ເຖິງ​ການ​ກັບ​ໃຈ ແລະ ສັດທາ​ໃນ​ອົງ​ພຣະ​ເຢຊູ​ຄຣິດ​ເຈົ້າ​ແກ່​ພວກ​ເຂົາ; ຈົ່ງ​ສິດ​ສອນ​ພວກ​ເຂົາ​ໃຫ້​ຖ່ອມ​ຕົວ ແລະ ອ່ອນ​ໂຍນ ແລະ ຕ່ຳ​ຕ້ອຍ​ໃນ​ໃຈ; ຈົ່ງ​ສິດ​ສອນ​ພວກ​ເຂົາ​ໃຫ້​ຕ້ານ​ທານ​ກັບ ການ​ລໍ້​ລວງ​ທຸກ​ຢ່າງ​ຂອງ​ມານ, ດ້ວຍ​ສັດທາ​ຂອງ​ພວກ​ເຂົາ​ຊຶ່ງ​ມີ​ໃນ​ອົງ​ພຣະ​ເຢຊູ​ຄຣິດ​ເຈົ້າ.

34 ຈົ່ງ​ສິດ​ສອນ​ພວກ​ເຂົາ​ບໍ່​ໃຫ້​ເບື່ອ​ໜ່າຍ​ວຽກ​ງານ​ດີ, ແຕ່​ໃຫ້​ອ່ອນ​ໂຍນ ແລະ ຕ່ຳ​ຕ້ອຍ​ໃນ​ໃຈ; ເພາະ​ວ່າ​ຄົນ​ເຊັ່ນ​ນັ້ນ ຈະ​ພົບ​ທີ່ ພັກ​ຜ່ອນ​ໃຫ້​ແກ່​ຈິດ​ວິນ​ຍານ​ຂອງ​ຕົນ.

35 ໂອ້, ຈົ່ງ​ຈື່​ຈຳ​ໄວ້, ລູກ​ຂອງ​ພໍ່, ແລະ ຈົ່ງ​ຮຽນ​ຮູ້ ປັນ​ຍາ​ໃນ​ໄວ​ໜຸ່ມ​ຂອງ​ລູກ; ແທ້​ຈິງ​ແລ້ວ, ຈົ່ງ​ຮຽນ​ຮູ້​ໃນ​ໄວ​ໜຸ່ມ​ຂອງ​ລູກ ເພື່ອ​ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ.

36 ແທ້​ຈິງ​ແລ້ວ, ແລະ ຈົ່ງ ເອີ້ນ​ຫາ​ພຣະ​ເຈົ້າ ເພື່ອ​ລູກ​ຈະ​ໄດ້​ຮັບ​ຄວາມ​ຊ່ວຍ​ເຫລືອ​ທັງ​ໝົດ; ແທ້​ຈິງ​ແລ້ວ, ຂໍ​ໃຫ້​ການ​ກະ​ທຳ​ທັງ​ໝົດ​ຂອງ​ລູກ​ຢູ່​ກັບ​ພຣະ​ຜູ້​ເປັນ​ເຈົ້າ, ແລະ ບໍ່​ວ່າ​ລູກ​ຈະ​ໄປ​ບ່ອນ​ໃດ​ກໍ​ຕາມ ກໍ​ໃຫ້​ວຽກ​ງານ​ຂອງ​ລູກ​ນັ້ນ​ຢູ່​ກັບ​ພຣະ​ຜູ້​ເປັນ​ເຈົ້າ; ແທ້​ຈິງ​ແລ້ວ, ຂໍ​ໃຫ້​ຄວາມ​ຄິດ​ຂອງ​ລູກ​ລະ​ນຶກ​ຫາ​ພຣະ​ຜູ້​ເປັນ​ເຈົ້າ; ແທ້​ຈິງ​ແລ້ວ, ຂໍ​ໃຫ້​ຄວາມ​ຮັກ​ໃນ​ໃຈ​ຂອງ​ລູກ​ວາງ​ໄວ້​ຢູ່​ກັບ​ພຣະ​ຜູ້​ເປັນ​ເຈົ້າ​ຕະຫລອດ​ໄປ.

37 ຈົ່ງ ປຶກ​ສາ​ນຳ​ພຣະ​ຜູ້​ເປັນ​ເຈົ້າ​ໃນ​ການ​ກະ​ທຳ​ທັງ​ໝົດ​ຂອງ​ລູກ, ແລະ ພຣະ​ອົງ​ຈະ​ຊີ້​ທາງ​ໃຫ້​ລູກ​ເພື່ອ​ຄວາມ​ດີ; ແທ້​ຈິງ​ແລ້ວ, ເວລາ​ລູກ​ນອນ​ລົງ​ຕອນ​ກາງ​ຄືນ​ກໍ​ຈົ່ງ​ນອນ​ຢູ່​ກັບ​ພຣະ​ຜູ້​ເປັນ​ເຈົ້າ, ເພື່ອ​ພຣະ​ອົງ​ຈະ​ໄດ້​ດູ​ແລ​ລູກ​ເວລາ​ລູກ​ນອນ; ແລະ ເວລາ​ລູກ​ຕື່ນ​ຂຶ້ນ​ຕອນ​ເຊົ້າ ກໍ​ຂໍ​ໃຫ້​ໃຈ​ຂອງ​ລູກ​ເຕັມ​ໄປ​ດ້ວຍ​ຄວາມ ຂອບ​ພຣະ​ໄທ​ພຣະ​ເຈົ້າ; ແລະ ຖ້າ​ຫາກ​ລູກ​ເຮັດ​ສິ່ງ​ເຫລົ່າ​ນີ້, ລູກ​ຈະ​ຖືກ​ຍົກ​ຂຶ້ນ​ໃນ​ວັນ​ສຸດ​ທ້າຍ.

38 ແລະ ບັດ​ນີ້, ລູກ​ຂອງ​ພໍ່, ພໍ່​ມີ​ແນວ​ໜຶ່ງ​ທີ່​ຈະ​ເວົ້າ​ກ່ຽວ​ກັບ​ສິ່ງ​ທີ່​ບັນ​ພະ​ບຸ​ລຸດ​ຂອງ​ພວກ​ເຮົາ​ເອີ້ນ​ວ່າ ລູກ​ກົມ ຫລື ເຂັມ​ຊີ້​ທິດ—ຫລື ບັນ​ພະ​ບຸ​ລຸດ​ຂອງ​ພວກ​ເຮົາ​ເອີ້ນ​ວ່າ ເລຍ​ໂຮ​ນາ, ຊຶ່ງ​ແປ​ວ່າ ເຂັມ​ຊີ້​ທິດ; ຊຶ່ງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຕຽມ​ມັນ​ໄວ້​ໃຫ້.

39 ແລະ ຈົ່ງ​ເບິ່ງ, ບໍ່​ມີ​ຜູ້​ໃດ​ເລີຍ​ທີ່​ຈະ​ເຮັດ​ວຽກ​ແບບ​ນີ້​ໄດ້​ດ້ວຍ​ຝີ​ມື​ອັນ​ແປກ​ປະ​ຫລາດ​ແບບ​ນີ້. ແລະ ເບິ່ງ​ແມ ມັນ​ຖືກ​ຕຽມ​ໄວ້​ໃຫ້​ບັນ​ພະ​ບຸ​ລຸດ​ຂອງ​ພວກ​ເຮົາ​ເພື່ອ​ຊີ້​ທາງ​ທີ່​ເຂົາ​ເຈົ້າ​ຄວນ​ເດີນ​ໄປ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ.

40 ແລະ ມັນ​ໄດ້​ເຮັດ​ວຽກ​ໃຫ້​ເຂົາ​ເຈົ້າ​ຕາມ ສັດທາ​ຂອງ​ເຂົາ​ເຈົ້າ​ທີ່​ມີ​ໃນ​ພຣະ​ເຈົ້າ; ສະນັ້ນ, ຖ້າ​ຫາກ ເຂົາ​ເຈົ້າ​ມີ​ສັດທາ ແລະ ມີ​ຄວາມ​ເຊື່ອ​ວ່າ ພຣະ​ເຈົ້າ​ເຮັດ​ໃຫ້​ເຂັມ​ຂອງ​ມັນ​ຊີ້​ໄປ​ຕາມ​ທາງ​ທີ່​ຄວນ​ໄປ, ຈົ່ງ​ເບິ່ງ, ມັນ​ກໍ​ເປັນ​ໄປ​ເຊັ່ນ​ນັ້ນ; ສະນັ້ນ ເຂົາ​ເຈົ້າ​ຈຶ່ງ​ມີ​ສິ່ງ​ມະຫັດ​ສະຈັນ​ນີ້ ແລະ ສິ່ງ​ມະຫັດ​ສະຈັນ​ອື່ນໆ​ອີກ​ຫລາຍ​ຢ່າງ ຊຶ່ງ​ເກີດ​ຈາກ​ອຳນາດ​ຂອງ​ພຣະ​ເຈົ້າ, ມື້​ແລ້ວ​ມື້​ເລົ່າ.

41 ເຖິງ​ຢ່າງ​ໃດ​ກໍ​ຕາມ, ສິ່ງ​ມະຫັດ​ສະຈັນ​ເຫລົ່າ​ນີ້​ໄດ້​ເຮັດ​ວຽກ​ໂດຍ​ວິທີ ເລັກໆ​ນ້ອຍໆ. ມັນ​ໄດ້​ສະແດງ​ຜົນງານ​ທີ່​ໜ້າ​ອັດ​ສະຈັນ​ແກ່​ເຂົາ​ເຈົ້າ. ເຂົາ​ເຈົ້າ​ກຽດຄ້ານ, ແລະ ລືມ​ໃຊ້​ສັດທາ ແລະ ຄວາມ​ພາກ​ພຽນ​ຂອງ​ຕົນ, ແລ້ວ​ວຽກ​ງານ​ທີ່​ໜ້າ​ອັດ​ສະຈັນ​ເຫລົ່າ​ນັ້ນ​ກໍ​ຢຸດ​ສະ​ງັກ​ໄປ, ແລະ ເຂົາ​ເຈົ້າ​ຈຶ່ງບໍ່​ກ້າວ​ໜ້າ​ໃນ​ການ​ເດີນ​ທາງ​ຂອງ​ເຂົາ​ເຈົ້າ.

42 ສະນັ້ນ, ເຂົາ​ເຈົ້າ​ຈຶ່ງ​ວົນ​ວຽນ​ຢູ່​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ, ຫລື ບໍ່​ໄດ້​ເດີນ​ທາງ​ຊື່​ໄປ​ຫາ​ຈຸດ​ໝາຍ​ປາຍ​ທາງ, ແລະ ເປັນ​ທຸກ​ດ້ວຍ​ຄວາມ​ຫິວ​ເຂົ້າ​ຫິວ​ນ້ຳ, ຍ້ອນ​ການ​ລ່ວງ​ລະເມີດ​ຂອງ​ເຂົາ​ເຈົ້າ.

43 ແລະ ບັດ​ນີ້, ລູກ​ຂອງ​ພໍ່, ພໍ່​ຢາກ​ໃຫ້​ລູກ​ເຂົ້າ​ໃຈ​ວ່າ ສິ່ງ​ເຫລົ່າ​ນີ້​ບໍ່​ໄດ້​ປາດ​ສະ​ຈາກ​ເງົາ​ຂອງ​ມັນ; ເພາະ​ວ່າ​ເວລາ​ບັນ​ພະ​ບຸ​ລຸດ​ຂອງ​ພວກ​ເຮົາ​ກຽດ​ຄ້ານ​ທີ່​ຈະ​ເອົາ​ໃຈ​ໃສ່​ເຂັມ​ຊີ້​ທິດ​ນີ້ (ສິ່ງ​ເຫລົ່າ​ນີ້​ເປັນ​ເລື່ອງ​ຂອງ​ທາງ​ໂລກ) ເຂົາ​ເຈົ້າ​ກໍ​ບໍ່​ໄດ້​ຈະ​ເລີນ​ຮຸ່ງ​ເຮືອງ​ກັບ​ສິ່ງ​ເປັນ​ທາງ​ວິນ​ຍານ.

44 ເພາະ​ຈົ່ງ​ເບິ່ງ, ມັນ​ງ່າຍ​ທີ່​ຈະ​ເອົາ​ໃຈ​ໃສ່​ຕໍ່ ພຣະ​ຄຳ​ຂອງ​ພຣະ​ຄຣິດ, ຊຶ່ງຈະ​ຊີ້​ທາງ​ຊື່​ໃຫ້​ລູກ​ໄປ​ຫາ​ຄວາມ​ສຸກ, ດັ່ງ​ທີ່​ເປັນ​ມາ​ກັບ​ບັນ​ພະ​ບຸ​ລຸດ​ຂອງ​ພວກ​ເຮົາ​ທີ່​ໄດ້​ເອົາ​ໃຈ​ໃສ່​ກັບ​ເຂັມ​ຊີ້​ທິດ​ນີ້, ຊຶ່ງ​ຈະ​ຊີ້​ທາງ​ຊື່​ໄປ​ຫາ​ແຜ່ນ​ດິນ​ແຫ່ງ​ຄຳ​ສັນ​ຍາ.

45 ແລະ ບັດ​ນີ້​ພໍ່​ຂໍ​ຖາມ​ວ່າ, ບໍ່​ມີ​ແບບ​ຢ່າງ​ໃນ​ສິ່ງ​ເຫລົ່າ​ນີ້​ບໍ? ເພາະ​ໂດຍ​ແນ່​ນອນ​ທີ່​ເຂັມ​ຊີ້​ທິດ​ນີ້​ໄດ້​ນຳ​ພາ​ບັນ​ພະ​ບຸ​ລຸດ​ຂອງ​ພວກ​ເຮົາ ໂດຍ​ເດີນ​ຕາມ​ການ​ຊີ້​ທາງ​ຂອງ​ມັນ​ມາ​ສູ່​ແຜ່ນ​ດິນ​ທີ່​ສັນ​ຍາ​ໄວ້, ພຣະ​ຄຳ​ຂອງ​ພຣະ​ຄຣິດ​ກໍ​ເໝືອນ​ກັນ, ຖ້າ​ຫາກ​ພວກ​ເຮົາ​ປະ​ຕິ​ບັດ​ຕາມ​ນັ້ນ ມັນ​ກໍ​ຈະ​ນຳ​ພາ​ພວກ​ເຮົາ​ໃຫ້​ພົ້ນ​ຫຸບ​ເຂົາ​ແຫ່ງ​ຄວາມ​ເສົ້າ​ສະ​ຫລົດ​ໃຈ ແລ້ວ​ໄປ​ຫາ​ໂລກ​ທີ່​ສັນ​ຍາ​ໄວ້​ທີ່​ດີ​ກວ່າ.

46 ໂອ້ ລູກ​ຂອງ​ພໍ່, ຂໍ​ຢ່າ​ໃຫ້​ພວກ​ເຮົາ​ມີ ຄວາມ​ກຽດ​ຄ້ານ​ຍ້ອນ​ວ່າ​ຄວາມ​ງ່າຍ​ຂອງ ເສັ້ນ​ທາງ​ນັ້ນ; ເພາະ​ວ່າ​ມັນ​ໄດ້​ເປັນ​ມາ​ແລ້ວ​ກັບ​ບັນ​ພະ​ບຸ​ລຸດ​ຂອງ​ພວກ​ເຮົາ; ເພາະ​ວ່າ​ມັນ​ໄດ້​ຕຽມ​ໄວ້​ແບບ​ນັ້ນ​ສຳ​ລັບ​ເຂົາ​ເຈົ້າ, ວ່າ​ຖ້າ​ຫາກ​ເຂົາ​ເຈົ້າ​ຫລຽວ​ເຫັນ, ເຂົາ​ເຈົ້າ​ກໍ​ຈະ​ມີ ຊີ​ວິດ; ມັນ​ກໍ​ຈະ​ເປັນ​ເຊັ່ນ​ນັ້ນ​ກັບ​ພວກ​ເຮົາ. ທາງ​ໄດ້​ຖືກ​ຕຽມ​ໄວ້​ແລ້ວ, ແລະ ຖ້າ​ຫາກ​ພວກ​ເຮົາ​ຈະ​ຫລຽວ​ເບິ່ງ ພວກ​ເຮົາ​ຈະ​ມີ​ຊີ​ວິດ​ຕະຫລອດ​ການ.

47 ແລະ ບັດ​ນີ້, ລູກ​ຂອງ​ພໍ່, ຈົ່ງ​ເບິ່ງ​ວ່າ​ລູກ​ຮັກ​ສາ​ສິ່ງ​ສັກ​ສິດ​ເຫລົ່າ​ນີ້​ໄວ້, ແທ້​ຈິງ​ແລ້ວ, ຈົ່ງ​ເບິ່ງ​ວ່າ​ລູກ​ຫວັງ​ເພິ່ງ​ພຣະ​ເຈົ້າ ແລະ ມີ​ຊີ​ວິດ. ຈົ່ງ​ໄປ​ຫາ​ຜູ້​ຄົນ​ພວກ​ນີ້ ແລະ ປະ​ກາດ​ພຣະ​ຄຳ, ແລະ ຈົ່ງ​ມີ​ຄວາມ​ເອົາ​ໃຈ​ໃສ່. ລາ​ກ່ອນ, ລູກ​ຂອງ​ພໍ່.