ພຣະ​ຄຳ​ພີ
ແອວມາ 20


ບົດ​ທີ 20

ພຣະ​ຜູ້​ເປັນ​ເຈົ້າ​ສົ່ງ​ອຳໂມນ​ໄປ​ຫາ​ເມືອງ​ມິດ​ໂດ​ໄນ ເພື່ອ​ປົດ​ປ່ອຍ​ອ້າຍ​ນ້ອງ​ຂອງ​ລາວ​ທີ່​ຖືກ​ກັກ​ຂັງ—ອຳໂມນ ແລະ ລາ​ໂມ​ໄນ​ພົບ​ກັບ​ບິດາ​ຂອງ​ລາ​ໂມ​ໄນ ຜູ້​ເປັນ​ກະສັດ​ປົກ​ຄອງ​ທົ່ວ​ແຜ່ນ​ດິນ—ອຳໂມນ​ບັງ​ຄັບ​ໃຫ້​ກະສັດ​ຜູ້​ແກ່​ຊະ​ລາ​ອະ​ນຸ​ຍາດ​ໃຫ້​ປົດ​ປ່ອຍ​ອ້າຍ​ນ້ອງ​ຂອງ​ລາວ. ປະ​ມານ 90 ປີ ກ່ອນ ຄ.ສ.

1 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຫລັງ​ຈາກ​ເຂົາ​ເຈົ້າ​ໄດ້​ສະຖາ​ປະນາ​ສາດ​ສະ​ໜາ​ຈັກ​ຂຶ້ນ​ໃນ​ແຜ່ນ​ດິນ​ແລ້ວ, ກະສັດ​ລາ​ໂມ​ໄນ​ປາດ​ຖະ​ໜາ​ໃຫ້​ອຳໂມນ​ໄປ​ຫາ​ແຜ່ນ​ດິນ​ນີໄຟ​ກັບ​ເພິ່ນ ເພື່ອ​ຈະ​ໄດ້​ແນະນຳ​ລາວ​ໃຫ້​ບິດາ​ຂອງ​ເພິ່ນ​ຮູ້​ຈັກ.

2 ແລະ ສຸ​ລະ​ສຽງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ມາ​ເຖິງ​ອຳໂມນ, ມີ​ຄວາມ​ວ່າ: ເຈົ້າ​ບໍ່​ຕ້ອງ​ຂຶ້ນ​ໄປ​ຫາ​ແຜ່ນ​ດິນ​ນີໄຟ, ເພາະ​ວ່າ​ຈົ່ງ​ເບິ່ງ, ກະສັດ​ພະ​ຍາ​ຍາມ​ຈະ​ເອົາ​ຊີ​ວິດ​ຂອງ​ເຈົ້າ; ແຕ່​ໃຫ້​ເຈົ້າ​ໄປ​ຫາ​ແຜ່ນ​ດິນ​ມິດ​ໂດ​ໄນ; ເພາະ​ວ່າ​ຈົ່ງ​ເບິ່ງ, ອ້າຍ​ນ້ອງ​ຂອງ​ເຈົ້າ, ອາໂຣນ, ແລະ ມິວ​ໂລ​ໄຄ ແລະ ອາມ​ມາ ຖືກ​ຂັງ​ຄຸກ​ຢູ່​ບ່ອນ​ນັ້ນ.

3 ບັດ​ນີ້​ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເມື່ອ​ອຳໂມນ​ໄດ້​ຍິນ​ເລື່ອງ​ນີ້​ແລ້ວ, ລາວ​ໄດ້​ເວົ້າ​ກັບ​ກະສັດ​ລາ​ໂມ​ໄນ​ວ່າ: ຈົ່ງ​ເບິ່ງ, ອ້າຍ​ນ້ອງ​ຂອງ​ຂ້າ​ນ້ອຍ​ຖືກ​ຂັງ​ຄຸກ​ຢູ່​ແຜ່ນ​ດິນ​ມິດ​ໂດ​ໄນ, ແລະ ຂ້າ​ນ້ອຍ​ຈະ​ໄປ​ປົດ​ປ່ອຍ​ພວກ​ເຂົາ.

4 ແລະ ລາ​ໂມ​ໄນ​ເວົ້າ​ກັບ​ອຳໂມນ​ວ່າ: ຂ້າ​ພະ​ເຈົ້າ​ຮູ້​ວ່າ​ດ້ວຍ ພະ​ລັງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ເຈົ້າ​ຈະ​ເຮັດ​ທຸກ​ສິ່ງ​ທຸກ​ຢ່າງ​ໄດ້. ແຕ່​ຈົ່ງ​ເບິ່ງ, ຂ້າ​ພະ​ເຈົ້າ​ຈະ​ໄປ​ກັບ​ເຈົ້າ​ເພື່ອ​ໄປ​ຫາ​ແຜ່ນ​ດິນ​ມິດ​ໂດ​ໄນ; ເພາະ​ວ່າ​ກະສັດ​ຂອງ​ແຜ່ນ​ດິນ​ມິດ​ໂດ​ໄນ, ທີ່​ຊື່​ວ່າ ອານທິ​ອອມ​ໂນ ເປັນ​ເພື່ອນ​ກັບ​ຂ້າ​ພະ​ເຈົ້າ; ສະນັ້ນ ຂ້າ​ພະ​ເຈົ້າ​ຈະ​ໄປ​ຫາ​ແຜ່ນ​ດິນ​ມິດ​ໂດ​ໄນ, ເພື່ອ​ຈະ​ເວົ້າ​ກັນ​ໂດຍ​ດີ​ກັບ​ກະສັດ​ຂອງ​ແຜ່ນ​ດິນ​ນັ້ນ, ເພື່ອ​ເພິ່ນ​ຈະ​ໄດ້​ປົດ​ປ່ອຍ​ອ້າຍ​ນ້ອງ​ຂອງ​ເຈົ້າ​ອອກ​ຈາກ ຄຸກ. ບັດ​ນີ້​ລາ​ໂມ​ໄນ​ໄດ້​ຖາມ​ອຳໂມນ​ວ່າ: ແມ່ນ​ໃຜ​ບອກ​ເຈົ້າວ່າ​ອ້າຍ​ນ້ອງ​ຂອງ​ເຈົ້າ​ຢູ່​ໃນ​ຄຸກ?

5 ແລະ ອຳໂມນ​ຕອບ​ກະສັດ​ວ່າ: ບໍ່​ມີ​ຜູ້​ໃດ​ບອກ​ຂ້າ​ນ້ອຍ​ດອກ, ນອກ​ຈາກ​ຈະ​ເປັນ​ພຣະ​ເຈົ້າ; ແລະ ພຣະ​ອົງ​ໄດ້​ກ່າວ​ກັບ​ຂ້າ​ນ້ອຍ​ວ່າ—ຈົ່ງ​ໄປ​ປົດ​ປ່ອຍ​ອ້າຍ​ນ້ອງ​ຂອງ​ເຈົ້າ, ເພາະ​ພວກ​ເຂົາ​ຖືກ​ຂັງ​ຄຸກ​ຢູ່​ໃນ​ແຜ່ນ​ດິນ​ມິດ​ໂດ​ໄນ.

6 ບັດ​ນີ້​ເມື່ອ​ກະສັດ​ລາ​ໂມ​ໄນ​ໄດ້​ຍິນ​ເລື່ອງ​ນີ້​ແລ້ວ ເພິ່ນ​ໄດ້​ສັ່ງ​ໃຫ້​ຂ້າ​ໃຊ້​ຂອງ​ເພິ່ນ​ຕຽມ ມ້າ ແລະ ລົດ​ມ້າຂອງ​ເພິ່ນ​ໃຫ້​ພ້ອມ.

7 ແລະ ເພິ່ນ​ກ່າວ​ກັບ​ອຳໂມນ​ວ່າ: ມາ​ເຖີດ, ຂ້າ​ພະ​ເຈົ້າ​ຈະ​ໄປ​ກັບ​ເຈົ້າ ລົງ​ໄປ​ຫາ​ແຜ່ນ​ດິນ​ມິດ​ໂດ​ໄນ, ແລະ ຂ້າ​ພະ​ເຈົ້າ​ຈະ​ວິງ​ວອນ​ກັບ​ກະສັດ​ຢູ່​ເມືອງ​ນັ້ນ​ເພື່ອ​ໃຫ້​ປ່ອຍ​ອ້າຍ​ນ້ອງ​ຂອງ​ເຈົ້າ​ອອກ​ຈາກ​ຄຸກ.

8 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຂະນະ​ທີ່​ອຳໂມນ ແລະ ກະສັດ​ລາ​ໂມ​ໄນ​ກຳ​ລັງ​ເດີນ​ທາງ​ໄປ​ຫາ​ເມືອງ​ນັ້ນ, ທັງ​ສອງ​ກໍ​ໄດ້​ພົບ​ກັບ​ບິດາ​ຂອງ​ລາ​ໂມ​ໄນ, ຜູ້​ເປັນ​ກະສັດ​ປົກ​ຄອງ ທົ່ວ​ແຜ່ນ​ດິນ.

9 ແລະ ຈົ່ງ​ເບິ່ງ, ບິດາ​ຂອງ​ລາ​ໂມ​ໄນ​ໄດ້​ກ່າວ​ກັບ​ເພິ່ນ​ວ່າ: ດ້ວຍ​ເຫດ​ໃດ​ລູກ​ຈຶ່ງ​ບໍ່​ມາ ງານ​ສະ​ຫລອງ​ໃນ​ວັນ​ສຳ​ຄັນ​ນັ້ນ ເວລາ​ທີ່​ບິດາ​ເຮັດ​ການ​ສະ​ຫລອງ​ໃຫ້​ລູກ​ຊາຍ​ທຸກ​ຄົນ​ຂອງ​ພໍ່, ແລະ ຜູ້​ຄົນ​ຂອງ​ພໍ່?

10 ແລະ ເພິ່ນ​ຍັງ​ໄດ້​ຖາມ​ອີກ​ວ່າ: ລູກ​ກຳ​ລັງ​ຈະ​ໄປ​ໃສ​ກັບ​ຊາວ​ນີໄຟ​ຜູ້​ນີ້, ຊຶ່ງ​ເປັນ​ລູກ​ຜູ້​ໜຶ່ງ​ຂອງ​ຄົນ ເວົ້າ​ຕົວະ?

11 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ລາ​ໂມ​ໄນ​ໄດ້​ເລົ່າ​ເລື່ອງ​ໃຫ້​ເພິ່ນ​ຟັງ, ເພາະ​ຢ້ານ​ວ່າ​ເພິ່ນ​ຈະ​ບໍ່​ພໍ​ໃຈ.

12 ແລະ ເພິ່ນ​ໄດ້​ບອກ​ເພິ່ນ​ອີກ​ເຖິງ​ສາ​ເຫດ​ທັງ​ໝົດ​ຂອງ​ການ​ທີ່​ເພິ່ນ​ຕ້ອງ​ຢູ່​ໃນ​ລາ​ຊາ​ອາ​ນາ​ຈັກ​ຂອງ​ເພິ່ນ​ເອງ ຈົນ​ບໍ່​ໄດ້​ໄປ​ຫາ​ບິດາ​ຂອງ​ເພິ່ນ​ໃນ​ງານ​ສະ​ຫລອງ ຊຶ່ງ​ເພິ່ນ​ໄດ້​ຕຽມ​ໄວ້.

13 ແລະ ບັດ​ນີ້​ເມື່ອ​ລາ​ໂມ​ໄນ​ໄດ້​ເລົ່າ​ເລື່ອງ​ທັງ​ໝົດ​ໃຫ້​ເພິ່ນ​ຟັງ​ແລ້ວ, ຈົ່ງ​ເບິ່ງ, ເພິ່ນ​ປະ​ຫລາດ​ໃຈ​ທີ່​ບິດາ​ຂອງ​ເພິ່ນ​ໃຈ​ຮ້າຍ​ໃຫ້​ເພິ່ນ, ແລະ ກ່າວ​ວ່າ: ລາ​ໂມ​ໄນ, ລູກ​ກຳ​ລັງ​ຈະ​ໄປ​ປົດ​ປ່ອຍ​ຊາວ​ນີໄຟ​ເຫລົ່າ​ນັ້ນ ຊຶ່ງ​ເປັນ​ລູກ​ຫລານ​ຂອງ​ຄົນ​ເວົ້າ​ຕົວະ​ບໍ. ຈົ່ງ​ເບິ່ງ, ພວກ​ເຂົາ​ໄດ້​ລັກ​ເອົາ​ຊັບ​ສົມ​ບັດ​ຂອງ​ບັນ​ພະ​ບຸ​ລຸດ​ຂອງ​ພວກ​ເຮົາ​ໄປ, ແລະ ບັດ​ນີ້​ພວກ​ລູກ​ຂອງ​ພວກ​ເຂົາ​ກໍ​ໄດ້​ມາ​ຢູ່​ກັບ​ບັນ​ດາ​ພວກ​ເຮົາ​ອີກ, ເພື່ອ​ຈະ​ໃຊ້​ເລ່​ຫລ່ຽມ ແລະ ການ​ຕົວະ​ຍົວະ​ຂອງ​ພວກ​ເຂົາ, ເພື່ອ​ພວກ​ເຂົາ​ຈະ​ໄດ້​ຫລອກ​ລວງ​ພວກ​ເຮົາ, ເພື່ອ​ພວກ​ເຂົາ​ຈະ​ໄດ້​ລັກ​ເອົາ​ຊັບ​ສົມ​ບັດ​ຂອງ​ພວກ​ເຮົາ​ໄປ​ອີກ.

14 ບັດ​ນີ້​ບິດາ​ຂອງ​ລາ​ໂມ​ໄນ​ໄດ້​ສັ່ງ​ໃຫ້​ເພິ່ນ​ຂ້າ​ອຳໂມນ​ດ້ວຍ​ດາບ. ແລະ ເພິ່ນ​ໄດ້​ສັ່ງ​ເພິ່ນ​ບໍ່​ໃຫ້​ໄປ​ຫາ​ແຜ່ນ​ດິນ​ມິດ​ໂດ​ໄນ​ນຳ​ອີກ, ແຕ່​ໃຫ້​ກັບ​ຄືນ​ໄປ​ຫາ​ແຜ່ນ​ດິນ ອິດ​ຊະ​ມາ​ເອນ​ກັບ​ເພິ່ນ.

15 ແຕ່​ວ່າ​ລາ​ໂມ​ໄນ​ໄດ້​ກ່າວ​ກັບ​ເພິ່ນ​ວ່າ: ລູກ​ຈະ​ບໍ່​ຂ້າ​ອຳໂມນ, ແລະ ທັງ​ຈະ​ບໍ່​ກັບ​ຄືນ​ໄປ​ຫາ​ແຜ່ນ​ດິນ​ອິດ​ຊະ​ມາ​ເອນ​ຄື​ກັນ, ແຕ່​ວ່າ​ລູກ​ຈະ​ໄປ​ຫາ​ແຜ່ນ​ດິນ​ມິດ​ໂດ​ໄນ​ເພື່ອ​ຈະ​ໄດ້​ປົດ​ປ່ອຍ​ອ້າຍ​ນ້ອງ​ຂອງ​ອຳໂມນ, ເພາະ​ວ່າ​ລູກ​ຮູ້​ວ່າ​ພວກ​ເຂົາ​ເປັນ​ຄົນ​ທ່ຽງ​ທຳ ແລະ ເປັນ​ສາດ​ສະ​ດາ​ຜູ້​ບໍ​ລິ​ສຸດ​ຂອງ​ພຣະ​ເຈົ້າ​ອົງ​ແທ້​ຈິງ.

16 ບັດ​ນີ້​ເມື່ອ​ບິດາ​ຂອງ​ເພິ່ນ​ໄດ້​ຍິນ​ຂໍ້​ຄວາມ​ນີ້​ແລ້ວ, ເພິ່ນ​ກໍ​ໄດ້​ຮ້າຍ​ໃຫ້​ເພິ່ນ, ແລະ ເພິ່ນ​ໄດ້​ຖອດ​ດາບ​ຂອງ​ເພິ່ນ​ອອກ​ມາ​ເພື່ອ​ຈະ​ຟັນ​ລູກ​ຂອງ​ເພິ່ນ​ລົງ​ກັບ​ພື້ນ​ດິນ.

17 ແຕ່​ວ່າອຳໂມນ​ໄດ້​ກ້າວ​ອອກ​ໄປ ແລະ ເວົ້າ​ກັບ​ເພິ່ນ​ວ່າ: ຈົ່ງ​ເບິ່ງ, ທ່ານ​ບໍ່​ຄວນ​ຂ້າ​ລູກ​ຊາຍ​ຂອງ​ທ່ານ​ເອງ​ເລີຍ; ເຖິງ​ຢ່າງ​ໃດ​ກໍ​ຕາມ, ກໍ​ເປັນ​ການ ດີ​ກວ່າ​ຖ້າ​ຫາກ​ລາ​ໂມ​ໄນຈະ​ລົ້ມ​ຕາຍ​ແທນ​ທີ່​ຈະ​ເປັນ​ຕົວ​ຂອງ​ທ່ານ​ເອງ, ເພາະ​ຈົ່ງ​ເບິ່ງ, ເພິ່ນ​ໄດ້ ກັບ​ໃຈ​ຈາກ​ບາບ​ຂອງ​ເພິ່ນ​ແລ້ວ; ແຕ່​ຖ້າ​ຫາກ​ທ່ານ​ລົ້ມ​ຕາຍ​ລົງ​ໃນ​ເວລາ​ນີ້, ໃນ​ຄວາມ​ໃຈ​ຮ້າຍ​ຂອງ​ທ່ານ, ຈິດ​ວິນ​ຍານ​ຂອງ​ທ່ານ​ຈະ​ລອດ​ບໍ່​ໄດ້.

18 ແລະ ອີກ​ເທື່ອ​ໜຶ່ງ, ມັນ​ສົມຄວນ​ແລ້ວ​ທີ່​ທ່ານ​ຈະ​ຢຸດ​ກ່ອນ; ເພາະ​ຖ້າ​ຫາກ​ທ່ານ ຂ້າ​ລູກ​ຊາຍ​ຂອງ​ທ່ານ ໂດຍ​ທີ່​ເພິ່ນ​ເປັນ​ຄົນ​ບໍ​ລິ​ສຸດ, ເລືອດ​ຂອງ​ເພິ່ນ​ຈະ​ຮ້ອງ​ຂຶ້ນ​ຈາກ​ພື້ນ​ດິນ​ທູນ​ພຣະ​ຜູ້​ເປັນ​ເຈົ້າ​ອົງ​ເປັນ​ພຣະ​ເຈົ້າ​ຂອງ​ເພິ່ນ, ເພື່ອ​ການ​ແກ້​ແຄ້ນ​ຈະ​ມາ​ເຖິງ​ທ່ານ; ແລະ ທ່ານ​ອາດ​ຈະ​ສູນ​ເສຍ ຈິດ​ວິນ​ຍານ​ຂອງ​ທ່ານ​ໄປ.

19 ບັດ​ນີ້​ເມື່ອ​ອຳໂມນ​ເວົ້າ​ຂໍ້​ຄວາມ​ນີ້​ກັບ​ເພິ່ນ​ແລ້ວ, ເພິ່ນ​ຕອບ​ລາວ, ໂດຍ​ກ່າວ​ວ່າ: ຂ້າ​ພະ​ເຈົ້າ​ຮູ້​ວ່າ ຖ້າ​ຫາກ​ຂ້າ​ພະ​ເຈົ້າ​ຂ້າ​ລູກ​ຊາຍ​ຂອງ​ຂ້າ​ພະ​ເຈົ້າ​ແລ້ວ ກໍ​ຄື​ກັບ​ເຮັດ​ໃຫ້​ຜູ້​ບໍ​ລິ​ສຸດ​ຕ້ອງ​ຕາຍ; ເພາະ​ວ່າ​ເຈົ້າ​ເອງ​ກໍ​ພະ​ຍາ​ຍາມ​ຈະ​ທຳ​ລາຍ​ລາວ​ຢູ່.

20 ແລະ ເພິ່ນ​ໄດ້​ເດ່​ມື​ອອກ​ໄປ​ເພື່ອ​ຈະ​ຂ້າ​ອຳໂມນ. ແຕ່​ອຳໂມນ​ຕ້ານ​ທານ​ການ​ຟັນ​ຂອງ​ເພິ່ນ​ໄດ້, ແລະ ຕີ​ແຂນ​ຂອງ​ເພິ່ນ​ເພື່ອ​ເພິ່ນ​ຈະ​ໃຊ້​ມັນ​ບໍ່​ໄດ້​ອີກ​ຕໍ່​ໄປ.

21 ບັດ​ນີ້​ເມື່ອ​ກະສັດ​ເຫັນ​ວ່າ​ອຳໂມນ​ຈະ​ຂ້າ​ຕົນ​ໄດ້, ເພິ່ນ​ຈຶ່ງ​ເລີ່ມ​ວິງ​ວອນ​ໃຫ້​ອຳໂມນ​ໄວ້​ຊີ​ວິດ​ຂອງ​ຕົນ.

22 ແຕ່​ອຳໂມນ​ໄດ້​ຍົກ​ດາບ​ຂອງ​ລາວ​ຂຶ້ນ, ແລະ ກ່າວ​ກັບ​ເພິ່ນ​ວ່າ: ຈົ່ງ​ເບິ່ງ, ຂ້າ​ນ້ອຍ​ຈະ​ຟັນ​ທ່ານ​ເສຍ ຖ້າ​ຫາກ​ທ່ານ​ບໍ່​ອະ​ນຸ​ຍາດ​ໃຫ້​ພີ່​ນ້ອງ​ຂອງ​ຂ້າ​ນ້ອຍ​ໄດ້​ຮັບ​ການ​ປົດ​ປ່ອຍ​ອອກ​ຈາກ​ຄຸກ.

23 ບັດ​ນີ້​ກະສັດ, ໂດຍ​ທີ່​ຢ້ານ​ຕາຍ, ຈຶ່ງ​ກ່າວ​ວ່າ: ຖ້າ​ຫາກ​ເຈົ້າ​ໄວ້​ຊີ​ວິດ​ຂອງ​ຂ້າ​ພະ​ເຈົ້າ, ຂ້າ​ພະ​ເຈົ້າ​ຈະ​ອະ​ນຸ​ຍາດ​ໃຫ້​ເຈົ້າ ບໍ່​ວ່າ​ອັນ​ໃດ​ກໍ​ຕາມ​ທີ່​ເຈົ້າ​ຕ້ອງ​ການ​ຈົນ​ກະ​ທັ້ງ​ເຄິ່ງ​ໜຶ່ງ​ຂອງ​ອາ​ນາ​ຈັກ​ຂອງ​ຂ້າ​ພະ​ເຈົ້າ.

24 ບັດ​ນີ້​ເມື່ອ​ອຳໂມນ​ເຫັນ​ວ່າ ລາວ​ໄດ້​ກະ​ທຳ​ກັບ​ກະສັດ​ຜູ້​ແກ່​ຊະ​ລາ​ຕາມ​ຄວາມ​ປາດ​ຖະ​ໜາ​ຂອງ​ລາວ​ແລ້ວ, ລາວ​ຈຶ່ງ​ກ່າວ​ກັບ​ເພິ່ນ​ວ່າ: ຖ້າ​ຫາກ​ທ່ານ​ປົດ​ປ່ອຍ​ອ້າຍ​ນ້ອງ​ຂອງ​ຂ້າ​ນ້ອຍ​ອອກ​ຈາກ​ຄຸກ, ແລະ ໃຫ້​ລາ​ໂມ​ໄນ​ປົກ​ຄອງ​ລາ​ຊາ​ອາ​ນາ​ຈັກ​ຂອງ​ເພິ່ນ​ເໝືອນ​ເດີມ, ແລະ​ວ່າ​ທ່ານ​ຈະ​ບໍ່​ຄຽດ​ແຄ້ນ​ໃຫ້​ເພິ່ນ, ແຕ່​ອະ​ນຸ​ຍາດ​ໃຫ້​ເພິ່ນ​ເຮັດ ສິ່ງ​ໃດ​ກໍ​ຕາມ ຕາມ​ຄວາມ​ປາດ​ຖະ​ໜາ​ຂອງ​ຕົນ​ເອງ​ຕາມ​ຄວາມ​ນຶກ​ຄິດ​ຂອງ​ເພິ່ນ; ເວລາ​ນັ້ນ ຂ້າ​ນ້ອຍ​ຈະ​ໄວ້​ຊີ​ວິດ​ຂອງ​ທ່ານ; ຖ້າ​ບໍ່​ດັ່ງ​ນັ້ນ ຂ້າ​ນ້ອຍ​ຈະ​ຟັນ​ທ່ານ​ລົງ​ກັບ​ພື້ນ​ດິນ​ດຽວ​ນີ້.

25 ບັດ​ນີ້​ເມື່ອ​ອຳໂມນ​ກ່າວ​ຂໍ້​ຄວາມ​ນີ້​ແລ້ວ, ກະສັດ​ກໍ​ມີ​ຄວາມ​ປິ​ຕິ​ຍິນ​ດີ ຍ້ອນ​ວ່າ​ຕົວ​ເອງ​ຍັງ​ມີ​ຊີ​ວິດ​ຢູ່.

26 ແລະ ເມື່ອ​ເຫັນ​ວ່າ​ອຳໂມນ​ບໍ່​ປາດ​ຖະ​ໜາ​ຈະ​ທຳ​ລາຍ​ຕົນ, ແລະ ເມື່ອ​ເຫັນ​ຄວາມ​ຮັກ​ອັນ​ແຮງ​ກ້າ​ທີ່​ລາວ​ມີ​ຕໍ່​ລາ​ໂມ​ໄນ, ລູກ​ຊາຍ​ຂອງ​ເພິ່ນ, ເພິ່ນ​ຈຶ່ງ​ມີ​ຄວາມ​ແປກ​ໃຈ​ຢ່າງ​ຍິ່ງ, ແລະ ກ່າວ​ວ່າ: ຍ້ອນ​ວ່າ​ນີ້​ຄື​ທັງ​ໝົດ​ທີ່​ເຈົ້າ​ປາດ​ຖະ​ໜາ​ຄື​ໃຫ້​ຂ້າ​ພະ​ເຈົ້າ​ປົດ​ປ່ອຍ​ອ້າຍ​ນ້ອງ​ຂອງ​ເຈົ້າ ແລະ ຍອມ​ໃຫ້​ລາ​ໂມ​ໄນ ລູກ​ຊາຍ​ຂອງ​ຂ້າ​ພະ​ເຈົ້າ​ປົກ​ຄອງ​ລາ​ຊາ​ອາ​ນາ​ຈັກ​ຂອງ​ລາວ​ເອງ, ຈົ່ງ​ເບິ່ງ, ຂ້າ​ພະ​ເຈົ້າ​ຈະ​ອະ​ນຸ​ຍາດ​ໃຫ້​ລູກ​ຂອງ​ຂ້າ​ພະ​ເຈົ້າ​ປົກ​ຄອງ​ລາ​ຊາ​ອາ​ນາ​ຈັກ​ຂອງ​ລາວ​ເອງ​ນັບ​ຕັ້ງ​ແຕ່​ເວລາ​ນີ້ ແລະ ຕະຫລອດ​ໄປ; ແລະ ຂ້າ​ພະ​ເຈົ້າ​ຈະ​ບໍ່​ບັງ​ຄັບ​ລາວ​ອີກ​ຕໍ່​ໄປ—

27 ແລະ ຂ້າ​ພະ​ເຈົ້າ​ຈະ​ອະ​ນຸ​ຍາດ​ໃຫ້​ອ້າຍ​ນ້ອງ​ຂອງ​ເຈົ້າ​ໄດ້​ຮັບ​ການ​ປົດ​ປ່ອຍ​ອອກ​ຈາກ​ຄຸກ, ແລະ ໃຫ້​ເຈົ້າ​ກັບ​ອ້າຍ​ນ້ອງ​ຂອງ​ເຈົ້າ​ມາ​ຫາ​ຂ້າ​ພະ​ເຈົ້າ​ໃນ​ລາ​ຊາ​ອາ​ນາ​ຈັກ​ຂອງ​ຂ້າ​ພະ​ເຈົ້າ; ເພາະ​ວ່າ​ຂ້າ​ພະ​ເຈົ້າ​ປາດ​ຖະ​ໜາ​ທີ່​ສຸດ​ທີ່​ຈະ​ເຫັນ​ເຈົ້າ​ອີກ. ເພາະ​ວ່າ​ກະສັດ​ມີ​ຄວາມ​ແປກ​ປະ​ຫລາດ​ໃຈ​ຢ່າງ​ໃຫຍ່​ຫລວງ​ໃນ​ຄຳ​ເວົ້າ​ຂອງ​ລາວ, ແລະ ຄຳ​ເວົ້າ​ທີ່​ລາ​ໂມ​ໄນ​ລູກ​ຊາຍ​ຂອງ​ເພິ່ນ​ນຳ​ອີກ, ສະນັ້ນ ເພິ່ນ​ຈຶ່ງ ປາດ​ຖະ​ໜາ​ທີ່​ຈະ​ຮຽນ​ຮູ້​ສິ່ງ​ເຫລົ່າ​ນີ້.

28 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ອຳໂມນ​ກັບ​ລາ​ໂມ​ໄນ​ໄດ້​ເດີນ​ທາງ​ຕໍ່​ໄປ​ຫາ​ແຜ່ນ​ດິນ​ມິດ​ໂດ​ໄນ. ແລະ ລາ​ໂມ​ໄນ​ໄດ້​ເປັນ​ທີ່​ໂປດ​ປານ​ໃນ​ສາຍ​ຕາ​ຂອງ​ກະສັດ​ຂອງ​ແຜ່ນ​ດິນ​ນັ້ນ; ສະນັ້ນ ອ້າຍ​ນ້ອງ​ຂອງ​ອຳໂມນ​ຈຶ່ງ​ຖືກ​ປ່ອຍ​ອອກ​ຈາກ​ຄຸກ.

29 ແລະ ເວລາ​ທີ່​ອຳໂມນ​ພົບ​ເຫັນ​ພວກ​ເຂົາ, ລາວ​ກໍ​ມີ​ຄວາມ​ເສົ້າ​ສະ​ຫລົດ​ໃຈ​ຫລາຍ​ທີ່​ສຸດ, ເພາະ​ຈົ່ງ​ເບິ່ງ, ພວກ​ເຂົາ​ເປືອຍ​ເປົ່າ, ແລະ ຜິວ​ໜັງ​ເປື່ອຍ​ຫລາຍ​ເພາະ​ວ່າ​ພວກ​ເຂົາ​ຖືກ​ມັດ​ດ້ວຍ​ເຊືອກ​ທີ່​ໝັ້ນ. ແລະ ພວກ​ເຂົາ​ຕ້ອງ​ອົດ​ທົນ​ຕໍ່​ຄວາມ​ຫິວ​ໂຫຍ, ກະ​ຫາຍ​ນ້ຳ, ແລະ ຄວາມ​ທຸກ​ນາໆ​ປະ​ການ; ເຖິງ​ຢ່າງ​ໃດ​ກໍ​ຕາມ ພວກ​ເຂົາ​ກໍ​ສາ​ມາດ ທົນ​ກັບ​ຄວາມ​ທຸກ​ທໍ​ລະ​ມານ​ທັງ​ໝົດ​ຂອງ​ພວກ​ເຂົາ​ໄດ້.

30 ແລະ ມັນໄດ້​ເກີດ​ຂຶ້ນ​ໂດຍ​ບັງ​ເອີນ​ວ່າ​ພວກ​ເຂົາ​ຕົກ​ຢູ່​ໃນ​ກຳ​ມື​ຂອງ​ຜູ້​ຄົນ​ທີ່​ແຂງ​ກະ​ດ້າງ​ຫລາຍ ແລະ ແຂງ​ຄໍ​ຫລາຍ; ສະນັ້ນ ພວກ​ນີ້​ຈຶ່ງ​ບໍ່​ຍອມ​ເຊື່ອ​ຟັງ​ຄຳ​ຂອງ​ພວກ​ເຂົາ, ແລະ ພວກ​ນີ້​ໄດ້​ຂັບ​ໄລ່​ພວກ​ເຂົາ​ໄປ ແລະ ໄດ້​ທຸບ​ຕີ ແລະ ຂັບ​ໄລ່​ພວກ​ເຂົາ​ອອກ​ຈາກ​ບ້ານ​ໜຶ່ງ​ໄປ​ຫາ​ອີກ​ບ້ານ​ໜຶ່ງ ແລະ ຈາກ​ບ່ອນ​ໜຶ່ງ​ໄປ​ຫາ​ອີກ​ບ່ອນ​ໜຶ່ງ ຈົນ​ພວກ​ເຂົາ​ມາ​ເຖິງ​ແຜ່ນ​ດິນ​ມິດ​ໂດ​ໄນ, ແລະ ບ່ອນ​ນັ້ນ​ພວກ​ເຂົາ​ຖືກ​ຈັບ ແລະ ເອົາ​ເຂົ້າ​ຄຸກ ແລະ ຖືກ​ມັດ​ດ້ວຍ​ເຊືອກ​ທີ່ ໝັ້ນ ແລະ ຂັງ​ໄວ້​ໃນ​ຄຸກ​ເປັນ​ເວລາ​ຫລາຍ​ມື້, ແລະ ລາ​ໂມ​ໄນ​ກັບ​ອຳໂມນ​ຈຶ່ງ​ໄດ້​ມາ​ປົດ​ປ່ອຍ​ພວກ​ເຂົາ.