ພຣະ​ຄຳ​ພີ
ແອວມາ 19


ບົດ​ທີ 19

ລາ​ໂມ​ໄນ​ໄດ້​ຮັບ​ຄວາມ​ສະ​ຫວ່າງ​ແຫ່ງ​ຊີ​ວິດ​ອັນ​ເປັນ​ນິດ ແລະ ເຫັນ​ພຣະ​ຜູ້​ໄຖ່—ຄົນ​ໃນ​ວັງ​ຂອງ​ເພິ່ນ​ຕົກ​ສະ​ເງີ້ ແລະ ຫລາຍ​ຄົນ​ເຫັນ​ເຫລົ່າ​ທູດ—ອຳໂມນ​ໄດ້​ຖືກ​ໄວ້​ຊີ​ວິດ​ຢ່າງ​ມະຫັດ​ສະຈັນ—ລາວ​ໄດ້​ບັບຕິ​ສະມາ​ຫລາຍ​ຄົນ ແລະ ໄດ້​ສະຖາ​ປະນາ​ສາດ​ສະ​ໜາ​ຈັກ​ຂຶ້ນ​ໃນ​ບັນ​ດາ​ພວກ​ເຂົາ. ປະ​ມານ 90 ປີ ກ່ອນ ຄ.ສ.

1 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຫລັງ​ຈາກ​ສອງ​ມື້​ກັບ​ສອງ​ຄືນ ແລະ ພວກ​ເຂົາ​ເກືອບ​ຈະ​ເອົາ​ຮ່າງ​ກາຍ​ຂອງ​ກະສັດ​ໄປ​ວາງ​ໄວ້​ໃນ​ຖ້ຳ ຊຶ່ງ​ພວກ​ເຂົາ​ເຮັດ​ໄວ້​ເພື່ອ​ຈຸດ​ປະສົງ​ໃນ​ການ​ຝັງ​ສົບ.

2 ບັດ​ນີ້​ລາຊີນີ ໂດຍ​ທີ່​ໄດ້​ຍິນ​ຊື່​ສຽງ​ຂອງ​ອຳໂມນ, ສະນັ້ນ ນາງ​ຈຶ່ງ​ສົ່ງ​ຄົນ​ໄປ ແລະ ປາດ​ຖະ​ໜາ​ໃຫ້​ລາວ​ມາ​ຫາ​ນາງ.

3 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ອຳໂມນ​ໄດ້​ກະ​ທຳ​ຕາມ​ຄຳ​ສັ່ງ ແລະ ໄດ້​ເຂົ້າ​ໄປ​ຫາເ​ລາຊີນີ​ເພື່ອ​ຢາກ​ຮູ້​ວ່າ​ນາງ​ປາດ​ຖະ​ໜາ​ໃຫ້​ລາວ​ເຮັດ​ສິ່ງ​ໃດ.

4 ແລະ ນາງ​ໄດ້​ເວົ້າ​ກັບ​ລາວ​ວ່າ: ຂ້າ​ໃຊ້​ຂອງ​ສາ​ມີ​ຂອງ​ຂ້າ​ພະ​ເຈົ້າ​ເຮັດ​ໃຫ້​ເປັນ​ທີ່​ຮູ້​ຈັກ​ແກ່​ຂ້າ​ພະ​ເຈົ້າ​ວ່າ ເຈົ້າ​ເປັນ ສາດ​ສະ​ດາ​ຂອງ​ພຣະ​ເຈົ້າ​ຜູ້​ບໍ​ລິ​ສຸດ​ອົງ​ໜຶ່ງ, ແລະ ວ່າ​ເຈົ້າ​ມີ​ອຳນາດ​ທີ່​ຈະ​ເຮັດ​ວຽກ​ອັນ​ຍິ່ງ​ໃຫຍ່​ຫລາຍ​ຢ່າງ​ໃນ​ພຣະ​ນາມ​ຂອງ​ພຣະ​ອົງ;

5 ສະນັ້ນ, ຖ້າ​ຫາກ​ເປັນ​ແນວ​ນັ້ນ​ແທ້, ຂ້າ​ພະ​ເຈົ້າ​ຢາກ​ໃຫ້​ເຈົ້າ​ເຂົ້າ​ໄປ​ເບິ່ງ​ສາ​ມີ​ຂອງ​ຂ້າ​ພະ​ເຈົ້າ, ເພາະ​ວ່າ​ເພິ່ນ​ໄດ້​ນອນ​ຢູ່​ເທິງ​ຕຽງ​ຂອງ​ເພິ່ນ​ເປັນ​ເວລາ​ສອງ​ມື້​ສອງ​ຄືນ​ແລ້ວ; ແລະ ບາງ​ຄົນ​ເວົ້າ​ວ່າ​ເພິ່ນ​ຍັງ​ບໍ່​ທັນ​ຕາຍ, ແຕ່​ບາງ​ຄົນ​ກໍ​ເວົ້າ​ວ່າ​ເພິ່ນ​ຕາຍ​ແລ້ວ, ແລະ ວ່າ​ເພິ່ນ​ມີ​ກິ່ນ​ເໝັນ, ແລະ​ວ່າ​ຄວນ​ຈະ​ເອົາ​ໄປ​ໄວ້​ໃນ​ຖ້ຳ​ເສຍ; ແຕ່​ສຳ​ລັບ​ຂ້າ​ພະ​ເຈົ້າ​ແລ້ວ ເພິ່ນ​ບໍ່​ມີ​ກິ່ນ​ເໝັນ​ເລີຍ.

6 ບັດ​ນີ້, ເປັນ​ສິ່ງ​ທີ່​ອຳໂມນ​ປາດ​ຖະ​ໜາ, ເພາະ​ວ່າ​ລາວ​ຮູ້​ວ່າ​ກະສັດ​ລາ​ໂມ​ໄນ​ຢູ່​ພາຍ​ໃຕ້​ອຳນາດ​ຂອງ​ພຣະ​ເຈົ້າ; ລາວ​ຮູ້​ຈັກ​ວ່າ ມ່ານ​ອັນ​ມືດ​ມົວ​ແຫ່ງ​ຄວາມ​ບໍ່​ເຊື່ອ​ຖື​ຖືກ​ໂຍນ​ຖິ້ມ​ໄປ​ຈາກ​ຈິດ​ໃຈ​ຂອງ​ເພິ່ນ​ແລ້ວ, ແລະ ຄວາມ​ສະ​ຫວ່າງ​ຊຶ່ງ​ເຮັດ​ໃຫ້​ຈິດ​ໃຈ​ຂອງ​ເພິ່ນ​ແຈ້ງ ສະ​ຫວ່າງ ຊຶ່ງ​ເປັນ​ແສງ​ສະ​ຫວ່າງ​ແຫ່ງ​ລັດ​ສະ​ໝີ​ພາບ​ຂອງ​ພຣະ​ເຈົ້າ, ຊຶ່ງ​ເປັນ​ແສງ​ສະ​ຫວ່າງ​ອັນ​ໜ້າ​ອັດ​ສະ​ຈັນ​ໃຈ​ແຫ່ງ​ພຣະ​ກະ​ລຸ​ນາ​ທິ​ຄຸນ​ຂອງ​ພຣະ​ອົງ—ແທ້​ຈິງ​ແລ້ວ, ແສງ​ສະ​ຫວ່າງ​ນີ້​ໄດ້​ນຳ​ຄວາມ​ສຸກ​ເຂົ້າ​ໄປ​ໃນ​ຈິດ​ວິນ​ຍານ​ຂອງ​ເພິ່ນ, ໂດຍ​ທີ່​ເມກ​ແຫ່ງ​ຄວາມ​ມືດ​ມົວ​ຖືກ​ປັດ​ອອກ​ໄປ​ແລ້ວ, ແລະ ວ່າ​ຄວາມ​ສະ​ຫວ່າງ​ແຫ່ງ​ຊີ​ວິດ​ອັນ​ເປັນ​ນິດ ໄດ້​ຮຸ່ງ​ເຮືອງ​ຢູ່​ໃນ​ຈິດ​ວິນ​ຍານ​ຂອງ​ເພິ່ນ, ແທ້​ຈິງ​ແລ້ວ, ລາວ​ຮູ້​ຈັກ​ວ່າ​ສິ່ງ​ເຫລົ່າ​ນີ້​ເຮັດ​ໃຫ້​ຮ່າງ​ກາຍ​ທຳ​ມະ​ຊາດ​ຂອງ​ເພິ່ນ​ໝົດ​ກຳ​ລັງ, ແລະ ເພິ່ນ​ຈຶ່ງ​ຖືກ​ພາ​ໄປ​ຫາ​ພຣະ​ເຈົ້າ—

7 ສະນັ້ນ, ສິ່ງ​ທີ່​ລາຊີນີ​ປາດ​ຖະ​ໜາ​ຈາກ​ລາວ​ກໍ​ຄື​ສິ່ງ​ທີ່​ລາວ​ປາດ​ຖະ​ໜາ​ຢາກ​ຈະ​ເຮັດ. ສະນັ້ນ, ລາວ​ຈຶ່ງ​ເຂົ້າ​ໄປ​ເບິ່ງ​ກະສັດ​ຕາມ​ຄວາມ​ປາດ​ຖະ​ໜາ​ຂອງ​ລາຊີນີ; ແລະ ລາວ​ໄດ້​ເຫັນ​ກະສັດ ແລະ ຮູ້​ວ່າ​ເພິ່ນ​ບໍ່​ໄດ້​ຕາຍ.

8 ແລະ ລາວ​ໄດ້​ເວົ້າ​ກັບ​ລາຊີນີ​ວ່າ: ເພິ່ນ​ບໍ່​ໄດ້​ຕາຍ​ດອກ, ແຕ່​ເພິ່ນ​ນອນ​ຫລັບ​ຢູ່​ກັບ​ພຣະ​ເຈົ້າ, ແລະ ໃນ​ມື້​ອື່ນ ເພິ່ນ​ກໍ​ຈະ​ລຸກ​ຂຶ້ນ; ສະນັ້ນ ຢ່າ​ຟ້າວ​ຝັງ​ເພິ່ນ​ເທື່ອ.

9 ແລະ ອຳໂມນ​ໄດ້​ຖາມ​ນາງ​ວ່າ: ທ່ານ​ເຊື່ອ​ເລື່ອງ​ນີ້​ບໍ? ແລະ ນາງ​ຕອບ​ວ່າ: ຂ້າ​ພະ​ເຈົ້າ​ບໍ່​ມີ​ພະຍານ​ນອກ​ຈາກ​ຄຳ​ເວົ້າ​ຂອງ​ເຈົ້າ, ແລະ ຄຳ​ເວົ້າ​ຂອງ​ຂ້າ​ໃຊ້​ເຫລົ່າ​ນັ້ນ​ຂອງ​ຂ້າ​ພະ​ເຈົ້າ; ເຖິງ​ຢ່າງ​ໃດ​ກໍ​ຕາມ ຂ້າ​ພະ​ເຈົ້າ​ຍັງ​ເຊື່ອ​ວ່າ​ມັນ​ຕ້ອງ​ເປັນ​ໄປ​ຕາມ​ຄຳ​ເວົ້າ​ຂອງ​ເຈົ້າ.

10 ແລະ ອຳໂມນ​ໄດ້​ກ່າວ​ກັບ​ນາງ​ວ່າ: ທ່ານ​ເປັນ​ສຸກ​ແລ້ວ ເພາະ​ສັດທາ​ອັນ​ແຮງ​ກ້າ​ຂອງ​ທ່ານ; ຂ້າ​ນ້ອຍ​ກ່າວ​ກັບ​ທ່ານ​ວ່າ, ບໍ່​ເຄີຍ​ມີ​ແມ່​ຍິງ​ທີ່​ມີ ສັດທາ​ອັນ​ຍິ່ງ​ໃຫຍ່​ແບບ​ນີ້​ເລີຍ​ໃນ​ບັນ​ດາ​ຜູ້​ຄົນ​ຂອງ​ຊາວ​ນີໄຟ​ທັງ​ໝົດ.

11 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ນາງ​ໄດ້​ເຝົ້າ​ຢູ່​ຂ້າງ​ຕຽງ​ຂອງ​ສາ​ມີ​ຂອງ​ນາງ​ນັບ​ແຕ່​ເວລາ​ນັ້ນ, ຈົນ​ຮອດ​ມື້​ອື່ນ​ຕາມ​ທີ່​ອຳໂມນ​ກຳ​ນົດ​ໄວ້​ວ່າ​ກະສັດ​ຈະ​ລຸກ​ຂຶ້ນ.

12 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເພິ່ນ​ໄດ້​ລຸກ​ຂຶ້ນ​ຕາມ​ຄຳ​ເວົ້າ​ຂອງ​ອຳໂມນ; ແລະ ເວລາ​ທີ່​ເພິ່ນ​ລຸກ​ຂຶ້ນ​ມາ ເພິ່ນ​ໄດ້​ເດ່​ມື​ອອກ​ໄປ​ຫາ​ຜູ້​ຍິງ​ນັ້ນ, ແລະ ກ່າວ​ວ່າ: ຂໍ​ພຣະ​ນາມ​ຂອງ​ພຣະ​ເຈົ້າ​ຈົ່ງ​ພຣະ​ກະ​ເສີມ​ສຳ​ລານ​ເຖີດ, ແລະ ນາງ​ເປັນ​ສຸກ​ແລ້ວ.

13 ເພາະ​ແນ່​ນອນ​ດັ່ງ​ທີ່​ນາງ​ມີ​ຊີ​ວິດ, ຈົ່ງ​ເບິ່ງ, ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ພຣະ​ຜູ້​ໄຖ່​ຂອງ​ຂ້າ​ພະ​ເຈົ້າ​ແລ້ວ​ສັນ​ນັ້ນ, ແລະ ພຣະ​ອົງ​ກໍ​ຈະ​ສະ​ເດັດ​ມາ ແລະ ກຳເນີດ​ຈາກ ຍິງ​ຄົນ​ໜຶ່ງ, ແລະ ພຣະ​ອົງ​ຈະ​ໄຖ່​ມະນຸດ​ທັງ​ໝົດ​ຜູ້​ທີ່​ເຊື່ອ​ໃນ​ພຣະ​ນາມ​ຂອງ​ພຣະ​ອົງ. ບັດ​ນີ້, ເມື່ອ​ເພິ່ນ​ກ່າວ​ຂໍ້​ຄວາມ​ນີ້​ແລ້ວ, ໃຈ​ຂອງ​ເພິ່ນ​ກໍ​ພອງ​ຂຶ້ນ​ຢູ່​ພາຍ​ໃນ ແລະ ເພິ່ນ​ກໍ​ລົ້ມ​ຟຸບ​ລົງ​ດ້ວຍ​ຄວາມ​ສຸກ; ແລະ ລາຊີນີ​ກໍ​ລົ້ມ​ລົງ​ນຳ​ກັນ, ຊຶ່ງ​ໝົດ​ກຳ​ລັງ​ໂດຍ​ພຣະ​ວິນ​ຍານ.

14 ບັດ​ນີ້​ອຳໂມນ ໂດຍ​ທີ່​ເຫັນ​ພຣະ​ວິນ​ຍານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຖອກ​ເທ​ລົງ​ມາ​ຕາມ ຄຳ​ອະ​ທິ​ຖານ​ຂອງ​ລາວ ເທິງ​ຊາວ​ເລມັນ​ພີ່​ນ້ອງ​ຂອງ​ລາວ, ຜູ້​ເປັນ​ເຫດ​ຂອງ​ຄວາມ​ເປັນ​ທຸກ​ຢ່າງ​ສາ​ຫັດ​ໃນ​ບັນ​ດາ​ຊາວ​ນີໄຟ, ຫລື ວ່າ​ໃນ​ບັນ​ດາ​ຜູ້​ຄົນ​ທັງ​ໝົດ​ຂອງ​ພຣະ​ເຈົ້າ ເພາະ​ວ່າ​ຄວາມ​ຊົ່ວ​ຮ້າຍ​ຂອງ​ພວກ​ເຂົາ ແລະ ຮີດ​ຄອງ​ປະ​ເພ​ນີ​ຂອງ​ພວກ​ເຂົາ, ລາວ​ຈຶ່ງ​ຄຸ​ເຂົ່າ​ລົງ, ແລະ ເລີ່ມ​ຖອກ​ເທ​ຈິດ​ວິນ​ຍານ​ຂອງ​ລາວ​ໃນ​ການ​ອະ​ທິ​ຖານ ແລະ ຖວາຍ​ການ​ຂອບ​ພຣະ​ໄທ​ພຣະ​ເຈົ້າ​ສຳ​ລັບ​ສິ່ງ​ທີ່​ພຣະ​ອົງ​ໄດ້​ກະ​ທຳ​ຕໍ່​ພີ່​ນ້ອງ​ຂອງ​ລາວ; ແລະ ຕົວ​ລາວ​ເອງ​ກໍ​ໝົດ​ກຳ​ລັງ​ໄປ​ດ້ວຍ ຄວາມ​ສຸກ; ແລະ ຄົນ​ທັງ​ສາມ​ກໍ ລົ້ມ​ຟຸບ​ລົງ​ຢູ່​ກັບ​ພື້ນ​ດິນ​ແບບ​ນັ້ນ.

15 ບັດ​ນີ້, ພວກ​ຂ້າ​ໃຊ້​ຂອງ​ກະສັດ​ເຫັນ​ວ່າ​ພວກ​ເພິ່ນ​ລົ້ມ​ລົງ​ຢູ່, ພວກ​ເຂົາ​ຈຶ່ງ​ເລີ່ມ​ຮ້ອງ​ທູນ​ຕໍ່​ພຣະ​ເຈົ້າ​ຄື​ກັນ, ເພາະ​ຄວາມ​ຢ້ານ​ກົວ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເກີດ​ກັບ​ພວກ​ເຂົາ​ຄື​ກັນ, ເພາະ ພວກ​ເຂົາ​ເປັນຜູ້​ທີ່​ໄດ້​ຢືນ​ຢັນ​ຕໍ່​ກະສັດ ແລະ ເປັນ​ພະຍານ​ກ່ຽວ​ກັບ​ອຳນາດ​ອັນ​ຍິ່ງ​ໃຫຍ່​ຂອງ​ອຳໂມນ.

16 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພວກ​ເຂົາ​ໄດ້​ເອີ້ນ​ຫາ​ພຣະ​ນາມ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ດ້ວຍ​ກຳ​ລັງ​ຂອງ​ພວກ​ເຂົາ​ຈົນ​ວ່າ​ພວກ​ເຂົາ​ທັງ​ໝົດ​ລົ້ມ​ລົງ​ຢູ່​ກັບ​ພື້ນ​ດິນ​ຄື​ກັນ, ນອກ​ຈາກ​ແມ່​ຍິງ​ຊາວ​ເລມັນ​ຜູ້​ດຽວ​ເທົ່າ​ນັ້ນ, ຜູ້​ຊື່​ວ່າ ເອ​ບິດ, ໂດຍ​ທີ່​ນາງ​ໄດ້​ປ່ຽນ​ໃຈ​ເຫລື້ອມ​ໃສ​ໃນ​ພຣະ​ຜູ້​ເປັນ​ເຈົ້າ​ຫລາຍ​ປີ​ມາ​ແລ້ວ​ເນື່ອງ​ມາ​ຈາກ​ພາບ​ນິມິດ​ອັນ​ແປກ​ປະ​ຫລາດ​ຈາກ​ບິດາ​ຂອງ​ນາງ—

17 ໂດຍ​ທີ່​ປ່ຽນ​ໃຈ​ເຫລື້ອມ​ໃສ​ໃນ​ພຣະ​ຜູ້​ເປັນ​ເຈົ້າ​ແນວ​ນີ້, ແລະ ບໍ່​ເຄີຍ​ເຮັດ​ໃຫ້​ຜູ້​ໃດ​ຮູ້​ຈັກ, ສະນັ້ນ, ເມື່ອ​ນາງ​ເຫັນ​ພວກ​ຂ້າ​ໃຊ້​ຂອງ​ລາ​ໂມ​ໄນ​ທຸກ​ຄົນ​ລົ້ມ​ລົງ​ຢູ່​ກັບ​ພື້ນ​ດິນ, ແລະ ພ້ອມ​ທັງ​ລາຊີ​ນີ​ເຈົ້າ​ນາຍ​ຂອງ​ນາງ​ອີກ, ແລະ ກະສັດ, ແລະ ອຳໂມນ​ນອນ​ຢຽດ​ຢູ່​ກັບ​ພື້ນ​ດິນ, ນາງ​ກໍ​ຮູ້​ວ່າ ມັນ​ເປັນ​ອຳນາດ​ຂອງ​ພຣະ​ເຈົ້າ; ແລະ ນາງ​ຄິດ​ວ່າ ມັນ​ເປັນ​ໂອ​ກາດ​ທີ່​ຈະ​ເຮັດ​ໃຫ້​ທຸກ​ຄົນ​ຮູ້​ວ່າ​ມີ​ຫຍັງ​ເກີດ​ຂຶ້ນ​ກັບ​ພວກ​ເພິ່ນ, ໂດຍ​ພາບ​ນີ້​ຍ່ອມ​ຈະ ເຮັດ​ໃຫ້​ທຸກໆ​ຄົນ​ເຊື່ອ​ຖື​ໃນ​ອຳນາດ​ຂອງ​ພຣະ​ເຈົ້າ, ສະນັ້ນ ນາງ​ຈຶ່ງ​ໄດ້​ແລ່ນ​ໄປ​ຫາ​ແຕ່​ລະ​ເຮືອນ​ເພື່ອ​ໃຫ້​ທຸກ​ຄົນ​ຮູ້​ຈັກ.

18 ແລະ ບັດ​ນີ້​ຄົນ​ທັງ​ຫລາຍ​ໄດ້​ເລີ່ມ​ມາ​ເຕົ້າ​ໂຮມ​ກັນ​ທີ່​ວັງ​ຂອງ​ກະສັດ. ແລະ ໄດ້​ເຮັດ​ໃຫ້​ຝູງ​ຊົນ​ຈຳນວນ​ຫລວງ​ຫລາຍ​ແປກ​ປະ​ຫລາດ​ໃຈ, ເມື່ອ​ພວກ​ເຂົາ​ເຫັນ​ກະສັດ, ແລະ ລາຊີ​ນີ, ແລະ ພວກ​ຂ້າ​ໃຊ້​ຂອງ​ພວກ​ເພິ່ນ​ນອນ​ຢຽດ​ຢູ່​ກັບ​ພື້ນ​ດິນ, ແລະ ພວກ​ເພິ່ນ​ນອນ​ຢູ່​ບ່ອນ​ນັ້ນ​ຄື​ກັບ​ຕາຍ​ແລ້ວ; ແລະ ພວກ​ເຂົາ​ເຫັນ​ອຳໂມນ​ນຳ​ອີກ, ແລະ ຈົ່ງ​ເບິ່ງ, ອຳໂມນ​ເປັນ​ຄົນ​ນີໄຟ.

19 ແລະ ບັດ​ນີ້​ຜູ້​ຄົນ​ເລີ່ມ​ຈົ່ມ​ວ່າ​ໃນ​ບັນ​ດາ​ພວກ​ເຂົາ; ບາງ​ຄົນ​ເວົ້າ​ວ່າ​ເປັນ​ຄວາມ​ຊົ່ວ​ອັນ​ໃຫຍ່​ຫລວງ​ທີ່​ເກີດ​ກັບ​ພວກ​ເພິ່ນ, ຫລື ກັບ​ກະສັດ ແລະ ວັງ​ຂອງ​ເພິ່ນ, ເພາະ​ເພິ່ນ​ໄດ້​ຮັບ​ເອົາ​ຊາວ​ນີໄຟ ມາ​ຢູ່​ໃນ​ແຜ່ນ​ດິນ.

20 ແລະ ບາງ​ຄົນ​ກໍ​ຕິ​ຕຽນ​ພວກ​ເພິ່ນ, ໂດຍ​ກ່າວ​ວ່າ: ກະສັດ​ໄດ້​ນຳ​ເອົາ​ຄວາມ​ຊົ່ວ​ນີ້​ມາ​ສູ່​ວັງ​ຂອງ​ເພິ່ນ, ກໍ​ເພາະ​ວ່າ​ເພິ່ນ​ໄດ້​ຂ້າ​ພວກ​ຂ້າ​ໃຊ້​ຂອງ​ເພິ່ນ ຜູ້​ທີ່​ເຮັດ​ໃຫ້​ຝູງ​ສັດ​ລ້ຽງ​ຂອງ​ເພິ່ນ​ກະ​ຈັດ​ກະ​ຈາຍ​ໄປ​ທີ່ ນ້ຳ​ຊີ​ບັດ.

21 ແລະ ພວກ​ທີ່​ໄປ​ຢືນ​ຢູ່​ໃກ້​ນ້ຳ​ຊີ​ບັດ​ທີ່​ເຮັດ​ໃຫ້​ຝູງ​ສັດ​ລ້ຽງ​ຂອງ​ກະສັດ ກະ​ຈັດ​ກະ​ຈາຍ​ໄປ​ກໍ​ໄດ້​ມາ​ຕິ​ຕຽນ ພວກ​ເພິ່ນ​ນຳ​ອີກ, ເພາະ​ວ່າ​ພວກ​ເຂົາ​ຄຽດ​ແຄ້ນ​ໃຫ້​ອຳໂມນ ຍ້ອນ​ວ່າ​ພີ່​ນ້ອງ​ຂອງ​ພວກ​ເຂົາ​ຈຳນວນ​ໜຶ່ງ​ຖືກ​ລາວ​ຂ້າ​ຖິ້ມ​ທີ່​ນ້ຳ​ຊີ​ບັດ​ຂະນະ​ທີ່​ລາວ​ກຳ​ລັງ​ປ້ອງ​ກັນ​ຝູງ​ສັດ​ລ້ຽງ​ຂອງ​ກະສັດ​ຢູ່.

22 ບັດ​ນີ້, ຄົນ​ຜູ້​ໜຶ່ງ​ຂອງ​ພວກ​ເຂົາ ຊຶ່ງ​ອ້າຍ​ນ້ອງ​ຂອງ​ລາວ​ຖືກ ຂ້າ​ດ້ວຍ​ດາບ​ຂອງ​ອຳໂມນ, ໂດຍ​ທີ່​ມີ​ຄວາມ​ຄຽດ​ແຄ້ນ​ຫລາຍ​ທີ່​ສຸດ​ໃຫ້​ອຳໂມນ ຈຶ່ງ​ໄດ້​ຖອດ​ດາບ​ຂອງ​ຕົນ ແລະ ອອກ​ໄປ​ເພື່ອ​ຈະ​ຟັນ​ອຳໂມນ ເພື່ອ​ລາວ​ຈະ​ໄດ້​ຂ້າ​ລາວ​ຖິ້ມ​ເສຍ; ແລະ ເວລາ​ທີ່​ລາວ​ຍົກ​ດາບ​ຂຶ້ນ​ເພື່ອ​ຈະ​ຟັນ​ອຳໂມນ​ນັ້ນ, ຈົ່ງ​ເບິ່ງ, ລາວ​ກໍ​ລົ້ມ​ລົງ​ຕາຍ.

23 ບັດ​ນີ້​ພວກ​ເຮົາ​ເຫັນ​ໄດ້​ວ່າ​ອຳໂມນ​ຈະ​ຖືກ​ຂ້າ​ບໍ່​ໄດ້, ເພາະ​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ກັບ​ໂມ​ໄຊ​ຢາ​ບິດາ​ຂອງ​ລາວ​ວ່າ: ເຮົາ​ຈະ​ໄວ້​ຊີ​ວິດ​ລາວ, ແລະ ມັນ​ຈະ​ເປັນ​ໄປ​ຕາມ​ສັດທາ​ຂອງ​ເຈົ້າ—ສະນັ້ນ, ໂມ​ໄຊ​ຢາ​ຈຶ່ງ ມອບ​ລູກ​ຊາຍ​ຂອງ​ຕົນ​ໃຫ້​ແກ່​ພຣະ​ເຈົ້າ.

24 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເວລາ​ຝູງ​ຊົນ​ເຫັນ​ວ່າ​ຄົນ​ຜູ້​ນັ້ນ ຊຶ່ງ​ຍົກ​ດາບ​ຂຶ້ນ​ເພື່ອ​ຈະ​ຂ້າ​ອຳໂມນ​ໄດ້​ລົ້ມ​ລົງ​ຕາຍ, ຄວາມ​ຢ້ານ​ກົວ​ກໍ​ເກີດ​ຂຶ້ນ​ກັບ​ພວກ​ເຂົາ​ທັງ​ໝົດ, ແລະ ບໍ່​ກ້າ​ຈະ​ເອົາ​ມື​ໄປ​ແຕະ​ຕ້ອງ​ລາວ ຫລື ຄົນ​ອື່ນໆ​ທີ່​ລົ້ມ​ຢູ່​ນັ້ນ​ເລີຍ; ແລະ ພວກ​ເຂົາ​ເລີ່ມ​ແປກ​ໃຈ​ໃນ​ບັນ​ດາ​ພວກ​ເຂົາ​ອີກ​ວ່າ ແມ່ນ​ຫຍັງ​ທີ່​ເປັນ​ເຫດ​ຂອງ​ອຳນາດ​ອັນ​ຍິ່ງ​ໃຫຍ່​ນີ້ ຫລື ວ່າ​ເລື່ອງ​ທັງ​ໝົດ​ນີ້ ໝາຍ​ຄວາມ​ວ່າ​ແນວ​ໃດ?

25 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ມີ​ຫລາຍ​ຄົນ​ໃນ​ບັນ​ດາ​ພວກ​ເຂົາ​ເວົ້າ​ວ່າ ອຳໂມນ​ເປັນ ພຣະ​ວິນ​ຍານ​ທີ່​ຍິ່ງ​ໃຫຍ່ ແລະ ບາງ​ຄົນ​ກໍ​ເວົ້າ​ວ່າ ລາວ​ຖືກ​ພຣະ​ວິນ​ຍານ​ທີ່​ຍິ່ງ​ໃຫຍ່​ສົ່ງ​ມາ;

26 ແຕ່​ບາງ​ຄົນ​ໄດ້​ຕິ​ຕຽນ​ຜູ້​ຄົນ​ທັງ​ໝົດ, ໂດຍ​ເວົ້າ​ວ່າ ລາວ​ເປັນ​ຜີ​ສາດ​ທີ່​ຊາວ​ນີໄຟ​ໄດ້​ສົ່ງ​ມາ​ເພື່ອ​ທໍ​ລະ​ມານ​ພວກ​ເຂົາ.

27 ແລະ ບາງ​ຄົນ​ກໍ​ເວົ້າ​ວ່າ ອຳໂມນ​ຖືກ​ພຣະ​ວິນ​ຍານ​ທີ່​ຍິ່ງ​ໃຫຍ່​ສົ່ງ​ມາ​ເພື່ອ​ເຮັດ​ໃຫ້​ພວກ​ເຂົາ​ທຸກ​ທໍ​ລະ​ມານ ເພາະ​ວ່າ​ຄວາມ​ຊົ່ວ​ຮ້າຍ​ຂອງ​ພວກ​ເຂົາ; ແລະ ວ່າ​ຄື​ພຣະ​ວິນ​ຍານ​ທີ່​ຍິ່ງ​ໃຫຍ່​ທີ່​ຢູ່​ກັບ​ຊາວ​ນີໄຟ​ສະເໝີ​ມາ​ທີ່​ໄດ້​ປົດ​ປ່ອຍ​ພວກ​ນັ້ນ​ອອກ​ຈາກ​ກຳ​ມື​ຂອງ​ຕົນ​ຕະຫລອດ​ມາ; ແລະ ພວກ​ເຂົາ​ກ່າວ​ວ່າ ນີ້​ຄື​ພຣະ​ວິນ​ຍານ​ທີ່​ຍິ່ງ​ໃຫຍ່​ທີ່​ທຳ​ລາຍ​ຊາວ​ເລມັນ ພີ່​ນ້ອງ​ຂອງ​ພວກ​ເຂົາ​ໃຫ້​ເສຍ​ຫາຍ​ຢ່າງ​ຫລວງ​ຫລາຍ.

28 ແລະ ການ​ຂັດ​ແຍ້ງ​ເລີ່ມ​ຮຸນ​ແຮງ​ຂຶ້ນ​ແບບ​ນີ້​ໃນ​ບັນ​ດາ​ພວກ​ເຂົາ. ແລະ ໃນ​ຂະນະ​ທີ່​ພວກ​ເຂົາ​ກຳ​ລັງ​ຜິດ​ຖຽງ​ກັນ​ຢູ່​ນັ້ນ, ຜູ້​ຍິງ​ຂ້າ​ໃຊ້​ຊຶ່ງ​ໄດ້​ອອກ​ໄປ​ປ່າວ​ປະ​ກາດ​ໃຫ້​ຜູ້​ຄົນ​ມາ​ຊຸມ​ນຸມ​ກັນ​ກໍ​ມາ​ຮອດ, ແລະ ເມື່ອ​ນາງ​ເຫັນ​ການ​ຜິດ​ຖຽງ​ກັນ​ທີ່​ຮຸນ​ແຮງ​ໃນ​ຝູງ​ຊົນ ນາງ​ກໍ​ເສົ້າ​ສະ​ຫລົດ​ໃຈ​ຫລາຍ​ຈົນ​ວ່າ​ນ້ຳ​ຕາ​ໄຫລ​ອອກ​ມາ.

29 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ນາງ​ໄດ້​ຈັບ​ມື​ຂອງ​ລາຊີ​ນີ​ເພື່ອ​ນາງ​ຈະ​ໄດ້​ຍົກ​ນາງ​ຂຶ້ນ​ຈາກ​ພື້ນ, ແລະ ທັນ​ທີ​ທີ່​ນາງ​ແຕະ​ຕ້ອງ​ມື​ຂອງ​ນາງ, ນາງ​ກໍ​ລຸກ​ຢືນ​ຂຶ້ນ​ດ້ວຍ​ຕົວ​ເອງ, ແລະ ຮ້ອງ​ຂຶ້ນ​ດ້ວຍ​ສຽງ​ອັນ​ດັງ, ມີ​ຄວາມ​ວ່າ: ໂອ້ ພຣະ​ເຢຊູ​ຜູ້​ຊົງ​ມີ​ບາ​ລະ​ມີ​ເອີຍ, ຜູ້​ຊ່ວຍ​ຂ້າ​ນ້ອຍ​ໃຫ້​ລອດ​ຈາກ​ນະລົກ ອັນ​ເປັນຕາ​ຢ້ານ! ໂອ້ ພຣະ​ເຈົ້າ​ຜູ້​ຊົງ​ມີ​ບາ​ລະ​ມີ​ເອີຍ, ຂໍ​ຈົ່ງ​ໂປດ ເມດ​ຕາ​ປານີ​ຜູ້​ຄົນພວກ​ນີ້​ດ້ວຍ​ເຖີດ!

30 ແລະ ເວລາ​ນາງ​ກ່າວ​ດັ່ງ​ນັ້ນ​ແລ້ວ, ນາງ​ກໍ​ຕົບ​ມື​ເຕັມ​ໄປ​ດ້ວຍ​ຄວາມ​ສຸກ, ເວົ້າ​ຂໍ້​ຄວາມ​ຫລາຍ​ຢ່າງ ຊຶ່ງ​ບໍ່​ອາດ​ເຂົ້າ​ໃຈ​ໄດ້; ແລະ ເວລາ​ນາງ​ເຮັດ​ສິ່ງ​ນີ້​ແລ້ວ, ນາງ​ຈຶ່ງ​ຈັບ​ມື​ກະສັດ​ລາ​ໂມ​ໄນ ແລະ ຈົ່ງ​ເບິ່ງ, ເພິ່ນ​ໄດ້​ລຸກ​ຂຶ້ນ ແລະ ຢືນ​ຂຶ້ນ​ດ້ວຍ​ຕົວ​ເອງ.

31 ແລະ ເວລາ​ເພິ່ນ​ເຫັນ​ການ​ຂັດ​ແຍ້ງ​ໃນ​ບັນ​ດາ​ຜູ້​ຄົນ​ຂອງ​ເພິ່ນ​ແລ້ວ, ເພິ່ນ​ໄດ້​ອອກ​ໄປ​ທັນ​ທີ ແລະ ເລີ່ມ​ຕົ້ນ​ຕິ​ຕຽນ​ພວກ​ເຂົາ, ແລະ ສິດ​ສອນ​ພວກ​ເຂົາ​ເຖິງ ຄຳ​ເວົ້າ​ທີ່​ເພິ່ນ​ໄດ້​ຍິນ​ຈາກ​ປາກ​ຂອງ​ອຳໂມນ, ແລະ ຫລາຍ​ຄົນ​ທີ່​ໄດ້​ຍິນ​ກໍ​ເຊື່ອ​ຖື ແລະ ປ່ຽນ​ໃຈ​ເຫລື້ອມ​ໃສ​ໃນ​ພຣະ​ຜູ້​ເປັນ​ເຈົ້າ.

32 ແລະ ມີ​ຫລາຍ​ຄົນ​ໃນ​ບັນ​ດາ​ພວກ​ເຂົາ​ທີ່​ບໍ່​ຍອມ​ຟັງ​ຄຳ​ເວົ້າ​ຂອງ​ເພິ່ນ; ສະນັ້ນ​ພວກ​ເຂົາ​ຈຶ່ງ​ແຕກ​ກັນ​ໄປ​ຕາມ​ທາງ​ຂອງ​ພວກ​ເຂົາ.

33 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເວລາ​ອຳໂມນ​ລຸກ​ຂຶ້ນ ລາວ​ກໍ​ໄດ້​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ແກ່​ພວກ​ເຂົາ​ພ້ອມ​ທັງ​ພວກ​ຂ້າ​ໃຊ້​ທັງ​ໝົດ​ຂອງ​ລາ​ໂມ​ໄນ​ນຳ​ອີກ, ແລະ ຄົນ​ທັງ​ໝົດ​ນັ້ນ​ໄດ້​ປະ​ກາດ​ເລື່ອງ​ດຽວ​ກັນ​ນີ້​ແກ່​ຜູ້​ຄົນ—ວ່າ​ພວກ​ເຂົາ​ໄດ້ ປ່ຽນ​ໃຈ​ແລ້ວ ແລະ ບໍ່​ປາດ​ຖະ​ໜາ​ຈະ​ເຮັດ ຄວາມ​ຊົ່ວ​ອີກ​ຕໍ່​ໄປ.

34 ແລະ ຈົ່ງ​ເບິ່ງ, ຫລາຍ​ຄົນ​ໄດ້​ປະ​ກາດ​ແກ່​ຜູ້​ຄົນ​ວ່າ ພວກ​ເຂົາ​ໄດ້​ເຫັນ ເຫລົ່າ​ທູດ ແລະ ໄດ້​ສົນ​ທະ​ນາ​ກັບ​ພວກ​ເພິ່ນ; ແລະ ພວກ​ເພິ່ນ​ໄດ້​ບອກ​ເຖິງ​ເລື່ອງ​ຂອງ​ພຣະ​ເຈົ້າ, ແລະ ເຖິງ​ຄວາມ​ຊອບ​ທຳ​ຂອງ​ພຣະ​ອົງ.

35 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ມີ​ຫລາຍ​ຄົນ​ໄດ້​ເຊື່ອ​ໃນ​ຄຳ​ເວົ້າ​ຂອງ​ພວກ​ເພິ່ນ; ແລະ ຫລາຍ​ຕໍ່​ຫລາຍ​ຄົນ​ທີ່​ເຊື່ອ​ກໍ​ໄດ້​ຮັບ ບັບຕິ​ສະມາ; ແລະ ພວກ​ເຂົາ​ຈຶ່ງ​ກັບ​ມາ​ເປັນ​ຄົນ​ທີ່​ຊອບ​ທຳ, ແລະ ພວກ​ເຂົາ​ໄດ້ສະຖາ​ປະນາ​ສາດ​ສະ​ໜາ​ຈັກ​ບ່ອນ​ໜຶ່ງ​ຂຶ້ນ​ໃນ​ບັນ​ດາ​ພວກ​ເຂົາ.

36 ແລະ ວຽກງານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເລີ່ມ​ຂຶ້ນ​ໃນ​ບັນ​ດາ​ຊາວ​ເລມັນ​ແບບ​ນີ້; ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເລີ່ມ​ຖອກ​ເທ​ພຣະ​ວິນ​ຍານ​ຂອງ​ພຣະ​ອົງ​ລົງ​ມາ​ເທິງ​ພວກ​ເຂົາ​ແນວ​ນີ້; ແລະ ພວກ​ເຮົາ​ຮູ້​ວ່າ​ພຣະ​ຫັດ​ຂອງ​ພຣະ​ອົງ​ເດ່​ອອກ​ມາ​ຫາ​ຄົນ ທັງ​ປວງ​ຜູ້​ທີ່​ຈະ​ກັບ​ໃຈ ແລະ ເຊື່ອ​ໃນ​ພຣະ​ນາມ​ຂອງ​ພຣະ​ອົງ.