ພຣະ​ຄຳ​ພີ
ແອວມາ 63


ບົດ​ທີ 63

ຊິບ​ລັນ ແລະ ຕໍ່​ມາ​ຮີ​ລາ​ມັນ​ໄດ້​ຄອບ​ຄອງ​ບັນ​ທຶກ​ສັກ​ສິດ​ໄວ້—ຊາວ​ນີໄຟ​ຈຳນວນ​ຫລວງ​ຫລາຍ​ເດີນ​ທາງ​ໄປ​ຫາ​ແຜ່ນ​ດິນ​ທາງ​ເໜືອ—ເຮ​ກອດ​ສ້າງ​ເຮືອ​ໃຫຍ່​ລຳ​ໜຶ່ງ, ຊຶ່ງ​ປ່ອຍ​ມັນ​ລົງ​ສູ່​ທະເລ​ທາງ​ຕາ​ເວັນ​ຕົກ—ໂມ​ໂຣ​ໄນ​ຮາ​ເອົາ​ຊະນະ​ຊາວ​ເລມັນ​ໃນ​ສະ​ໜາມ​ຮົບ. ປະ​ມານ 56–52 ປີ ກ່ອນ ຄ.ສ.

1 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ໃນ​ຕົ້ນ​ປີ​ທີ​ສາມ​ສິບ​ຫົກ​ແຫ່ງ​ການ​ປົກ​ຄອງ​ຂອງ​ຜູ້​ຕັດ​ສິນ​ດູ​ແລ​ຜູ້​ຄົນ​ຂອງ​ນີໄຟ​ຄື ຊິບ​ລັນ​ໄດ້​ຄອບ​ຄອງ​ສິ່ງ ສັກ​ສິດ​ເຫລົ່າ​ນີ້​ໄວ້ ຊຶ່ງ​ແອວມາ​ໄດ້​ມອບ​ໃຫ້​ແກ່​ຮີ​ລາ​ມັນ.

2 ແລະ ເພິ່ນ​ເປັນ​ຄົນ​ທ່ຽງ​ທຳ, ແລະ ເພິ່ນ​ໄດ້​ເດີນ​ໄປ​ຢ່າງ​ພາກ​ພູມ​ໃຈ​ຕໍ່​ພຣະ​ພັກ​ຂອງ​ພຣະ​ເຈົ້າ; ແລະ ເພິ່ນ​ໄດ້​ຕັ້ງ​ໃຈ​ທີ່​ຈະ​ສ້າງ​ຄວາມ​ດີ​ຢູ່​ຕະຫລອດ​ເວລາ, ທີ່​ຈະ​ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ອົງ​ເປັນ​ພຣະ​ເຈົ້າ​ຂອງ​ເພິ່ນ; ແລະ ອ້າຍ​ຂອງ​ເພິ່ນ​ກໍ​ໄດ້​ເຮັດ​ເຊັ່ນ​ດຽວ​ກັນ.

3 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ໂມ​ໂຣ​ໄນ​ໄດ້​ສິ້ນ​ຊີ​ວິດ​ໄປ​ຄື​ກັນ. ແລະ ປີ​ທີ​ສາມ​ສິບ​ຫົກ​ແຫ່ງ​ການ​ປົກ​ຄອງ​ຂອງ​ຜູ້​ຕັດ​ສິນ​ໄດ້​ສິ້ນ​ສຸດ​ລົງ​ດັ່ງ​ນັ້ນ.

4 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ໃນ​ປີ​ທີ​ສາມ​ສິບ​ເຈັດ​ແຫ່ງ​ການ​ປົກ​ຄອງ​ຂອງ​ຜູ້​ຕັດ​ສິນ, ມັນ​ໄດ້​ມີ​ຜູ້​ຊາຍ​ກຸ່ມ​ໃຫຍ່​ກຸ່ມ​ໜຶ່ງ​ເປັນ​ຈຳນວນ​ເຖິງ​ຫ້າ​ພັນ​ສີ່​ຮ້ອຍ​ຄົນ, ພ້ອມ​ດ້ວຍ​ເມຍ​ຂອງ​ພວກ​ເຂົາ ແລະ ລູກ​ຂອງ​ພວກ​ເຂົາ, ໄດ້​ເດີນ​ທາງ​ອອກ​ຈາກ​ແຜ່ນ​ດິນ​ເຊຣາ​ເຮັມລາ​ໄປ​ຫາ​ແຜ່ນ​ດິນ​ຊຶ່ງ​ຢູ່ ທາງ​ເໜືອ.

5 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເຮ​ກອດ​ເປັນ​ຄົນ​ທີ່​ຢາກ​ຮູ້​ຢາກ​ເຫັນ​ຫລາຍ​ທີ່​ສຸດ, ສະນັ້ນ ລາວ​ຈຶ່ງ​ໄດ້​ອອກ​ໄປ ແລະ ສ້າງ​ເຮືອ​ໃຫຍ່​ລຳ​ໜຶ່ງ​ທີ່​ຊາຍ​ແດນ​ຂອງ​ແຜ່ນ​ດິນ​ອຸ​ດົມ​ສົມ​ບູນ, ຊຶ່ງ​ຢູ່​ໃກ້​ກັບ​ແຜ່ນ​ດິນ​ຮ້າງ, ແລະ ໄດ້​ປ່ອຍ​ມັນ​ລົງ​ສູ່​ທະເລ​ທາງ​ຕາ​ເວັນ​ຕົກ​ໃກ້ ທາງ​ແຄບ ຊຶ່ງ​ນຳ​ໄປ​ຫາ​ແຜ່ນ​ດິນ​ທາງ​ເໜືອ.

6 ແລະ ຈົ່ງ​ເບິ່ງ, ຊາວ​ນີໄຟ​ເປັນ​ຈຳນວນ​ຫລວງ​ຫລາຍ​ໄດ້​ລົງ​ໄປ​ໃນ​ເຮືອ​ນັ້ນ ແລະ ໄດ້​ຂີ່​ໄປ​ພ້ອມ​ດ້ວຍ​ສະ​ບຽງ​ອາຫານ​ຢ່າງ​ຫລວງ​ຫລາຍ, ແລະ ມີ​ແມ່​ຍິງ ແລະ ເດັກ​ນ້ອຍ​ຫລາຍ​ຄົນ​ນຳ​ອີກ; ແລະ ພວກ​ເຂົາ​ຂັບ​ເຮືອ​ໄປ​ທາງ​ເໜືອ. ແລະ ປີ​ທີ​ສາມ​ສິບ​ເຈັດ​ໄດ້​ສິ້ນ​ສຸດ​ລົງ​ດັ່ງ​ນີ້.

7 ແລະ ໃນ​ປີ​ທີ​ສາມ​ສິບ​ແປດ, ຜູ້​ຊາຍ​ຄົນ​ນີ້​ກໍ​ໄດ້​ສ້າງ​ເຮືອ​ໃຫຍ່​ອີກ​ລຳ​ໜຶ່ງ. ແລະ ເຮືອ​ລຳ​ທຳ​ອິດ​ກໍ​ໄດ້​ກັບ​ຄືນ​ມາ​ອີກ, ແລະ ມີ​ຜູ້​ຄົນ​ເປັນ​ຈຳນວນ​ຫລວງ​ຫລາຍ​ລົງ​ໄປ​ໃນ​ເຮືອ; ແລະ ພວກ​ເຂົາ​ໄດ້​ເອົາ​ສະ​ບຽງ​ອາຫານ​ຢ່າງ​ຫລວງ​ຫລາຍ​ໄປ​ນຳ, ແລະ ອອກ​ເດີນ​ທາງ​ໄປ​ຫາ​ແຜ່ນ​ດິນ​ທາງ​ເໜືອ​ອີກ.

8 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ບໍ່​ມີ​ຜູ້​ໃດ​ໄດ້​ຂ່າວ​ຄາວ​ຂອງ​ພວກ​ເຂົາ​ເລີຍ. ແລະ ພວກ​ເຮົາ​ຄິດ​ວ່າ ພວກ​ເຂົາ​ຈົມ​ຢູ່​ໃນ​ຄວາມ​ເລິກ​ຂອງ​ທະເລ​ເສຍ​ແລ້ວ. ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ມີ​ເຮືອ​ໃຫຍ່​ອີກ​ລຳ​ໜຶ່ງ​ໄດ້​ແລ່ນ​ອອກ​ໄປ​ອີກ; ແລະ ພວກ​ເຮົາ​ບໍ່​ຮູ້​ຈັກ​ວ່າ​ມັນ​ໄປ​ທາງ​ໃດ.

9 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ໃນ​ປີ​ນີ້ ມີ​ຜູ້​ຄົນ​ເປັນ​ຈຳນວນ​ຫລວງ​ຫລາຍ​ທີ່​ອອກ​ໄປ​ຫາ​ແຜ່ນ​ດິນ ທາງ​ເໜືອ. ແລະ ປີ​ທີ​ສາມ​ສິບ​ແປດ​ໄດ້​ສິ້ນ​ສຸດ​ລົງ​ດັ່ງ​ນີ້.

10 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ໃນ​ປີ​ທີ​ສາມ​ສິບ​ເກົ້າ​ແຫ່ງ​ການ​ປົກ​ຄອງ​ຂອງ​ຜູ້​ຕັດ​ສິນ, ຊິບ​ລັນ​ໄດ້​ເສຍ​ຊີ​ວິດ​ໄປ, ແລະ ໂຄ​ຣິ​ອານ​ທັນ​ໄດ້​ອອກ​ໄປ​ຫາ​ແຜ່ນ​ດິນ​ທາງ​ເໜືອ​ໃນ​ເຮືອ​ລຳ​ໜຶ່ງ, ເພື່ອ​ນຳ​ເອົາ​ສະ​ບຽງ​ອາຫານ​ໄປ​ໃຫ້​ຜູ້​ຄົນ​ທີ່​ອອກ​ໄປ​ຫາ​ແຜ່ນ​ດິນ​ນັ້ນ.

11 ສະນັ້ນ ມັນ​ຈຶ່ງ​ເປັນ​ການ​ສົມ​ຄວນ​ສຳ​ລັບຊິບລັນ​ທີ່​ຈະ​ມອບ​ສິ່ງ​ສັກ​ສິດ​ເຫລົ່າ​ນີ້​ໃຫ້​ແກ່​ລູກ​ຊາຍ​ຂອງ ຮີ​ລາ​ມັນ, ຜູ້​ມີ​ຊື່​ວ່າ ຮີ​ລາ​ມັນ, ໂດຍ​ເອີ້ນ​ຕາມ​ຊື່​ບິດາ​ຂອງ​ລາວ.

12 ບັດ​ນີ້​ຈົ່ງ​ເບິ່ງ, ອັກຂະລະ​ທັງ​ໝົດ​ນັ້ນ​ຊຶ່ງຢູ່​ໃນ​ການ​ຄອບ​ຄອງ​ຂອງ​ຮີ​ລາ​ມັນ​ຖືກ​ຂຽນ​ຂຶ້ນ ແລະ ຖືກ​ສົ່ງ​ອອກ​ໄປ​ໃນ​ບັນ​ດາ​ລູກ​ຫລານ​ມະນຸດ​ຕະຫລອດ​ທົ່ວ​ແຜ່ນ​ດິນ ນອກ​ຈາກ​ສ່ວນ​ຕ່າງໆ​ຊຶ່ງ​ແອວມາ​ສັ່ງ​ຫ້າມ ບໍ່​ໃຫ້​ສົ່ງ​ອອກ​ໄປ.

13 ເຖິງ​ຢ່າງ​ໃດ​ກໍ​ຕາມ, ສິ່ງ​ເຫລົ່າ​ນີ້​ຕ້ອງ​ໄດ້​ຮັບ​ການ​ປົກ​ປັກ​ຮັກ​ສາ​ໄວ້​ໃຫ້​ເປັນ​ສິ່ງ​ສັກ​ສິດ, ແລະ ມອບ​ຕໍ່ໆ​ກັນ​ໄປ​ຈາກ​ຄົນ​ລຸ້ນ​ໜຶ່ງ​ຫາ​ຄົນ​ອີກ​ລຸ້ນ​ໜຶ່ງ; ສະນັ້ນ, ໃນ​ປີ​ນີ້, ສິ່ງ​ສັກ​ສິດ​ເຫລົ່າ​ນີ້​ຈຶ່ງ​ຖືກ​ມອບ​ໃຫ້​ແກ່​ຮີ​ລາ​ມັນ, ກ່ອນ​ການ​ຕາຍ​ຂອງຊິບລັນ.

14 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ອີກ​ໃນ​ປີ​ນີ້​ຄື ມີ​ຜູ້​ຄົນ​ຈຳນວນ​ໜຶ່ງ​ໄດ້​ແຍກ​ອອກ​ໄປ​ຫາ​ຊາວ​ເລມັນ; ແລະ ພວກ​ເຂົາ​ຖືກ​ຊັກ​ຊວນ​ໃຫ້​ຄຽດ​ແຄ້ນ​ໃຫ້​ຊາວ​ນີໄຟ​ຄືນ​ອີກ.

15 ແລະ ໃນ​ປີ​ດຽວ​ກັນ​ນີ້​ອີກ ພວກ​ເຂົາ​ໄດ້​ຍົກ​ທັບ​ລົງ​ມາ​ພ້ອມ​ດ້ວຍ​ກອງ​ທັບ​ອັນ​ມີ​ກຳ​ລັງ​ມະຫາ​ສານ ເພື່ອ​ມາ​ກໍ່​ສົງ​ຄາມ​ກັບ​ຜູ້​ຄົນ​ຂອງ​ໂມ​ໂຣ​ໄນ​ຮາ, ຫລື ກັບ​ກອງ​ທັບ​ຂອງ ໂມ​ໂຣ​ໄນ​ຮາ, ຊຶ່ງຕ້ອງ​ເຮັດ​ໃຫ້​ພວກ​ເຂົາ​ຕ້ອງ​ຜ່າຍ​ແພ້ ແລະ ຖືກ​ຂັບ​ໄລ່​ໃຫ້​ກັບ​ຄືນ​ໄປ​ຫາ​ແຜ່ນ​ດິນ​ຂອງ​ພວກ​ເຂົາ​ຄື​ເກົ່າ, ໂດຍ​ໄດ້​ຮັບ​ຄວາມ​ເສຍ​ຫາຍ​ຢ່າງ​ໜັກ.

16 ແລະ ໃນ​ປີ​ທີ​ສາມ​ສິບ​ເກົ້າ​ແຫ່ງ​ການ​ປົກ​ຄອງ​ຂອງ​ຜູ້​ຕັດ​ສິນ​ດູ​ແລ​ຜູ້​ຄົນ​ຂອງ​ນີໄຟ​ກໍ​ສິ້ນ​ສຸດ​ລົງ​ດັ່ງ​ນີ້.

17 ແລະ ເລື່ອງ​ລາວ​ຂອງ​ແອວມາ, ແລະ ຮີ​ລາ​ມັນ​ລູກ​ຊາຍ​ຂອງ​ເພິ່ນ, ແລະ ຊິບ​ລັນ​ນຳ​ອີກ ຜູ້​ເປັນ​ລູກ​ຊາຍ​ຂອງ​ເພິ່ນ​ກໍ​ໄດ້​ສິ້ນ​ສຸດ​ລົງ​ດັ່ງ​ນີ້.