ພຣະ​ຄຳ​ພີ
ແອວມາ 42


ບົດ​ທີ 42

ຊີ​ວິດ​ທີ່​ເປັນ​ມະຕະ​ເປັນ​ເວລາ​ແຫ່ງ​ການ​ທົດ​ລອງ​ເພື່ອ​ໃຫ້​ມະນຸດ​ສາ​ມາດ​ກັບ​ໃຈ ແລະ ຮັບ​ໃຊ້​ພຣະ​ເຈົ້າ—ການ​ຕົກ​ໄດ້​ນຳ​ເອົາ​ຄວາມ​ຕາຍ​ທາງ​ໂລກ ແລະ ທາງ​ວິນ​ຍານ​ມາ​ຫາ​ມະນຸດ​ທຸກ​ຄົນ—ການ​ໄຖ່​ມາ​ເຖິງ​ຜ່ານ​ການ​ກັບ​ໃຈ—ພຣະ​ເຈົ້າ​ເອງ​ໄດ້​ຊົດ​ໃຊ້​ແທນ​ບາບ​ຂອງ​ໂລກ—ຄວາມ​ເມດ​ຕາ​ແມ່ນ​ສຳ​ລັບ​ຜູ້​ທີ່​ກັບ​ໃຈ—ສ່ວນ​ຄົນ​ອື່ນໆ​ແມ່ນ​ຂຶ້ນ​ກັບ​ຄວາມ​ຍຸດ​ຕິ​ທຳ​ຂອງ​ພຣະ​ເຈົ້າ—ຄວາມ​ເມດ​ຕາ​ເກີດ​ຂຶ້ນ​ເພາະ​ການ​ຊົດ​ໃຊ້—ຜູ້​ທີ່​ກັບ​ໃຈ​ຢ່າງ​ແທ້​ຈິງ​ເທົ່າ​ນັ້ນ​ທີ່​ຈະ​ລອດ. ປະ​ມານ 74 ປີ ກ່ອນ ຄ.ສ.

1 ແລະ ບັດ​ນີ້, ລູກ​ຂອງ​ພໍ່, ພໍ່​ເຫັນ​ວ່າມັນ​ຍັງ​ມີ​ສິ່ງ​ທີ່​ເຮັດ​ໃຫ້​ຈິດ​ໃຈ​ຂອງ​ລູກ​ກັງ​ວົນ​ຢູ່, ຊຶ່ງ​ລູກ​ບໍ່​ອາດ​ເຂົ້າ​ໃຈ​ໄດ້—​ຊຶ່ງ​ກ່ຽວ​ກັບ ຄວາມ​ຍຸດ​ຕິ​ທຳ​ຂອງ​ພຣະ​ເຈົ້າ​ໃນ​ການ​ລົງ​ໂທດ​ຄົນ​ບາບ; ເພາະ​ລູກ​ພະ​ຍາ​ຍາມ​ຄິດ​ວ່າ​ມັນ​ບໍ່​ເປັນ​ການ​ຍຸດ​ຕິ​ທຳ​ທີ່​ຈະ​ສົ່ງ​ຄົນ​ບາບ​ໄປ​ຫາ​ສະພາບ​ແຫ່ງ​ຄວາມ​ທຸກ​ທໍ​ລະ​ມານ.

2 ບັດ​ນີ້​ຈົ່ງ​ເບິ່ງ, ລູກ​ຂອງ​ພໍ່, ພໍ່​ຈະ​ອະ​ທິ​ບາຍ​ເລື່ອງ​ນີ້​ແກ່​ລູກ. ເພາະ​ຈົ່ງ​ເບິ່ງ, ຫລັງ​ຈາກ​ອົງ​ພຣະ​ຜູ້​ເປັນ​ເຈົ້າ ໄດ້​ສົ່ງ​ບິດາ​ມານດາ​ຜູ້​ທຳ​ອິດ​ຂອງ​ພວກ​ເຮົາ​ອອກ​ຈາກ ສວນ​ເອເດນ​ເພື່ອ​ໄຖ​ດິນ, ເພາະ​ຈາກ​ດິນ​ນັ້ນ​ເຂົາ​ເຈົ້າ​ໄດ້​ອອກ​ມາ—​ແທ້​ຈິງ​ແລ້ວ, ພຣະ​ອົງ​ໄດ້​ຂັບ​ໄລ່​ເຂົາ​ເຈົ້າ​ອອກ​ໄປ, ແລະ ວາງ ເຄ​ຣູ​ບີມ​ໄວ້​ທີ່​ປາຍ​ສວນ​ເອເດນ​ທາງ​ຕາ​ເວັນ​ອອກ, ພ້ອມ​ດ້ວຍ​ດາບ​ທີ່​ເປັນ​ແປວ​ໄຟ​ຊຶ່ງ​ຫັນ​ໄປ​ໄດ້​ທຸກ​ທາງ, ເພື່ອ​ຮັກ​ສາ ຕົ້ນ​ໄມ້​ແຫ່ງ​ຊີ​ວິດ

3 ບັດ​ນີ້, ພວກ​ເຮົາ​ເຫັນ​ວ່າ​ມະນຸດ​ມາ​ເປັນ​ເໝືອນ​ດັ່ງ​ພຣະ​ເຈົ້າ, ຮູ້​ຄວາມ​ດີ ແລະ ຄວາມ​ຊົ່ວ; ເພື່ອ​ເຂົາ​ເຈົ້າ​ຈະ​ບໍ່​ໄດ້​ຍື່ນ​ມື​ອອກ​ໄປ ແລະ ປິດ​ເອົາ​ໝາກ​ໄມ້​ຈາກ​ຕົ້ນ​ໄມ້​ແຫ່ງ​ຊີ​ວິດ​ອີກ, ແລະ ກິນ ແລະ ມີ​ຊີ​ວິດ​ຢູ່​ຕະຫລອດ​ການ, ອົງ​ພຣະ​ຜູ້​ເປັນ​ເຈົ້າ​ຈຶ່ງ​ໄດ້​ວາງ​ເຄ​ຣູ​ບີມ​ກັບ​ດາບ​ທີ່​ເປັນ​ແປວ​ໄຟ​ໄວ້, ເພື່ອ​ເຂົາ​ເຈົ້າ​ຈະ​ບໍ່​ໄດ້​ກິນ​ໝາກ​ໄມ້​ນັ້ນ—

4 ແລະ ພວກ​ເຮົາ​ຈຶ່ງ​ເຫັນ​ດັ່ງ​ນັ້ນ, ວ່າ​ມັນ​ມີ​ເວລາ​ທີ່​ປະທານ​ໃຫ້​ມະນຸດ​ເພື່ອ​ກັບ​ໃຈ, ແທ້​ຈິງ​ແລ້ວ, ມັນ​ມີ ເວລາ​ແຫ່ງ​ການ​ທົດ​ລອງ, ແມ່ນ​ເວລາ​ທີ່​ຈະ​ກັບ​ໃຈ ແລະ ຮັບ​ໃຊ້​ພຣະ​ເຈົ້າ.

5 ເພາະ​ຈົ່ງ​ເບິ່ງ, ຖ້າ​ຫາກ​ອາດາມ​ໄດ້​ຍື່ນ​ມື​ຂອງ​ລາວ​ອອກ​ໄປ​ທັນ​ທີ ແລະ ປິດ​ເອົາ​ໝາກ​ໄມ້​ຈາກ​ຕົ້ນ​ໄມ້​ແຫ່ງ​ຊີ​ວິດ, ລາວ​ຈະ​ມີ​ຊີ​ວິດ​ຊົ່ວ​ນິ​ລັນ​ດອນ, ຕາມ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ, ຈະ​ບໍ່​ມີ​ໄລ​ຍະ​ເວລາ​ເພື່ອ​ການ​ກັບ​ໃຈ; ແທ້​ຈິງ​ແລ້ວ, ແລະ ພຣະ​ຄຳ​ຂອງ​ພຣະ​ເຈົ້າ​ຈະ​ບໍ່​ມີ​ຄວາມ​ໝາຍ, ແລະ ແຜນ​ແຫ່ງ​ຄວາມ​ລອດ​ອັນ​ຍິ່ງ​ໃຫຍ່​ຈະ​ລົ້ມ​ເຫລວ​ໄປ.

6 ແຕ່​ຈົ່ງ​ເບິ່ງ, ມັນ​ມີ​ກຳ​ນົດ​ທີ່​ຈະ​ໃຫ້​ມະນຸດ ຕາຍ—ສະນັ້ນ, ດັ່ງ​ທີ່​ເຂົາ​ເຈົ້າ​ໄດ້​ຖືກ​ຕັດ​ອອກ​ຈາກ​ຕົ້ນ​ໄມ້​ແຫ່ງ​ຊີ​ວິດ ແລ້ວ​ເຂົາ​ເຈົ້າ​ຈະ​ຖືກ​ຕັດ​ອອກ​ຈາກ​ຜືນ​ແຜ່ນ​ດິນ​ໂລກ​ນຳ​ອີກ—ແລະ ມະນຸດ​ຈະ​ຫລົງ​ທາງ​ຕະຫລອດ​ໄປ, ແທ້​ຈິງ​ແລ້ວ, ເຂົາ​ກາຍ​ເປັນ​ມະນຸດ​ທີ່ ຕົກ​ໄປ.

7 ແລະ ບັດ​ນີ້, ລູກ​ເຫັນ​ຈາກ​ເລື່ອງ​ນີ້​ວ່າ​ບິດາ​ມານດາ​ຜູ້​ທຳ​ອິດ​ຂອງ​ພວກ​ເຮົາ​ຖືກ ຕັດ​ອອກ​ຈາກ​ທີ່​ປະ​ທັບ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ທັງ​ທາງ​ໂລກ ແລະ ທາງ​ວິນ​ຍານ​ແລ້ວ; ແລະ ພວກ​ເຮົາ​ຈຶ່ງ​ເຫັນ​ເຂົາ​ເຈົ້າ​ກາຍ​ມາ​ເປັນ​ຄົນ​ທີ່​ຂຶ້ນ​ຢູ່​ກັບ​ການ​ກະ​ທຳ​ຕາມ ຄວາມ​ປະສົງ​ຂອງ​ຕົນ​ເອງ​ດັ່ງ​ນັ້ນ.

8 ບັດນີ້​ຈົ່ງ​ເບິ່ງ, ມັນ​ບໍ່​ສົມ​ຄວນ​ທີ່​ຈະ​ກູ້​ມະນຸດ​ຄືນ​ຈາກ​ຄວາມ​ຕາຍ​ທາງ​ໂລກ, ເພາະ​ມັນ​ຈະ​ທຳ​ລາຍ ແຜນ​ແຫ່ງ​ຄວາມ​ສຸກ​ອັນ​ຍິ່ງ​ໃຫຍ່.

9 ສະນັ້ນ, ຍ້ອນ​ຈິດ​ວິນ​ຍານ​ຕາຍ​ບໍ່​ໄດ້, ແລະ ການ​ຕົກ​ນຳ​ເອົາ​ຄວາມ​ຕາຍ​ທັງ​ທາງ​ວິນ​ຍານ ແລະ ທາງ​ໂລກ​ມາ​ຫາ​ມະນຸດ​ຊາດ​ທັງ​ປວງ​ຄື, ພວກ​ເຂົາ​ຖືກ​ຕັດ​ອອກ​ຈາກ​ທີ່​ປະ​ທັບ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ມັນ​ຈຶ່ງ​ສົມ​ຄວນ​ທີ່​ຈະ​ກູ້​ມະນຸດ​ຊາດ​ຄືນ​ຈາກ​ຄວາມ​ຕາຍ​ທາງ​ວິນ​ຍານ​ນີ້.

10 ສະນັ້ນ, ເມື່ອ​ພວກ​ເຂົາ​ກາຍ​ເປັນ​ຄົນ​ມີ ກາມ​ມະ​ລົມ, ຕັນ​ຫາ​ໜ້າ​ມືດ, ແລະ ຕ່ຳ​ຊ້າ ໂດຍ ທຳ​ມະ​ຊາດ, ສະພາວະ​ແຫ່ງ​ການ​ທົດ​ລອງ​ນີ້​ຈຶ່ງ​ກັບ​ເປັນ​ສະພາບ​ໃຫ້​ພວກ​ເຂົາ​ຕຽມ​ຕົວ; ມັນ​ກັບ​ເປັນ​ສະພາບ​ເພື່ອ​ການ​ຕຽມ​ຕົວ.

11 ແລະ ບັດ​ນີ້​ຈົ່ງ​ຈຳ​ໄວ້, ລູກ​ຂອງ​ພໍ່, ຖ້າ​ຫາກ​ບໍ່​ແມ່ນ​ເພາະ​ແຜນ​ແຫ່ງ​ການ​ໄຖ່ (ຄື​ຖ້າ​ບໍ່​ມີ) ໃນ​ທັນ​ທີ​ທີ່​ພວກ​ເຂົາ​ຕາຍ​ໄປ ຈິດ​ວິນ​ຍານ​ຂອງ​ພວກ​ເຂົາ​ຍ່ອມ ເປັນ​ທຸກ, ໂດຍ​ທີ່​ຖືກ​ຕັດ​ອອກ​ຈາກ​ທີ່​ປະ​ທັບ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.

12 ແລະ ບັດ​ນີ້, ບໍ່​ມີ​ວິ​ທີ​ກູ້​ມະນຸດ​ຄືນ​ຈາກ​ສະພາບ​ທີ່​ຕົກ​ນີ້, ຊຶ່ງ​ມະນຸດ​ນຳ​ມາ​ໃຫ້​ຕົວ​ເອງ ເພາະ​ຄວາມ​ບໍ່​ເຊື່ອ​ຟັງ​ຂອງ​ເຂົາ​ເອງ;

13 ສະນັ້ນ, ຕາມ​ຄວາມ​ຍຸດ​ຕິ​ທຳ​ແລ້ວ, ແຜນ​ແຫ່ງ​ການ​ໄຖ່​ຈະ​ເກີດ​ຂຶ້ນ​ບໍ່​ໄດ້, ເວັ້ນ​ເສຍ​ແຕ່​ໂດຍ​ເງື່ອນ​ໄຂ​ຂອງ ການ​ກັບ​ໃຈ​ຂອງ​ມະນຸດ​ໃນ​ສະພາບ​ແຫ່ງ​ການ​ທົດ​ລອງ​ນີ້, ແທ້​ຈິງ​ແລ້ວ, ສະພາວະ​ແຫ່ງ​ການ​ທົດ​ລອງ​ນີ້; ເພາະ​ຖ້າ​ຫາກ​ມັນ​ບໍ່​ເປັນ​ໄປ​ຕາມ​ເງື່ອນ​ໄຂ​ເຫລົ່າ​ນີ້, ຄວາມ​ເມດ​ຕາ​ຈະ​ເກີດ​ຜົນ​ບໍ່​ໄດ້​ເວັ້ນ​ເສຍ​ແຕ່​ຈະ​ທຳ​ລາຍ​ວຽກ​ງານ​ແຫ່ງ​ຄວາມ​ຍຸດ​ຕິ​ທຳ​ເສຍ. ບັດ​ນີ້​ວຽກ​ງານ​ແຫ່ງ​ຄວາມ​ຍຸດ​ຕິ​ທຳ​ຈະ​ຖືກ​ທຳ​ລາຍ​ບໍ່​ໄດ້; ຖ້າ​ຫາກ​ເປັນ​ເຊັ່ນ​ນັ້ນ, ພຣະ​ເຈົ້າ​ກໍ​ຈະ ເລີກ​ເປັນ​ພຣະ​ເຈົ້າ.

14 ແລະ ພວກ​ເຮົາ​ຈຶ່ງ​ເຫັນ​ດັ່ງ​ນັ້ນ​ວ່າ​ມະນຸດ​ຊາດ​ທັງ​ປວງ ຕົກ​ແລ້ວ, ແລະ ພວກ​ເຂົາ​ຢູ່​ໃນ​ກຳ​ມື​ແຫ່ງ ຄວາມ​ຍຸດ​ຕິ​ທຳ; ແທ້​ຈິງ​ແລ້ວ, ຄວາມ​ຍຸດ​ຕິ​ທຳ​ຂອງ​ພຣະ​ເຈົ້າ, ຊຶ່ງ​ສົ່ງ​ພວກ​ເຂົາ​ໄປ​ໃຫ້​ຖືກ​ຕັດ​ອອກ​ຈາກ​ທີ່​ປະ​ທັບ​ຂອງ​ພຣະ​ອົງ​ຕະຫລອດ​ການ.

15 ແລະ ບັດ​ນີ້, ແຜນ​ແຫ່ງ​ຄວາມ​ເມດ​ຕາ​ຈະ​ເກີດ​ຂຶ້ນບໍ່​ໄດ້​ຖ້າ​ຫາກ​ບໍ່​ມີ​ການ​ຊົດ​ໃຊ້​ເກີດ​ຂຶ້ນ; ສະນັ້ນ ພຣະ​ເຈົ້າ​ເອງ​ຈຶ່ງ ຊົດ​ໃຊ້​ແທນ​ບາບ​ຂອງ​ໂລກ, ເພື່ອ​ນຳ​ແຜນ​ແຫ່ງ ຄວາມ​ເມດ​ຕາ​ມາ, ເພື່ອ​ໃຫ້​ພຽງ​ພໍ​ແກ່​ຂໍ້​ຮຽກ​ຮ້ອງ​ຂອງ ຄວາມ​ຍຸດ​ຕິ​ທຳ, ເພື່ອ​ພຣະ​ເຈົ້າ​ຈະ​ເປັນ​ພຣະ​ເຈົ້າ ທີ່​ດີ​ພ້ອມ, ທ່ຽງ​ທຳ, ແລະ ເປັນ​ພຣະ​ເຈົ້າ​ຜູ້​ເມດ​ຕາ​ນຳ​ອີກ.

16 ບັດ​ນີ້, ການ​ກັບ​ໃຈ​ຈະ​ມາ​ສູ່​ມະນຸດ​ບໍ່​ໄດ້​ຖ້າ​ຫາກ​ບໍ່​ມີ​ການ​ລົງ​ໂທດ, ຊຶ່ງ​ເປັນ ນິ​ລັນ​ດອນ​ດັ່ງ​ຊີ​ວິດ​ຂອງ​ຈິດ​ວິນ​ຍານ​ຈະ​ເປັນ, ໂດຍ​ຕັ້ງ​ໄວ້​ກົງ​ກັນ​ຂ້າມ​ກັບ​ແຜນ​ແຫ່ງ​ຄວາມ​ສຸກ, ຊຶ່ງ​ເປັນ​ນິ​ລັນ​ດອນ​ດັ່ງ​ຊີ​ວິດ​ຂອງ​ຈິດ​ວິນ​ຍານ​ນຳ​ອີກ.

17 ບັດ​ນີ້, ມະນຸດ​ຈະ​ກັບ​ໃຈ​ໄດ້​ແນວ​ໃດ​ຖ້າ​ຫາກ​ເຂົາ​ບໍ່​ໄດ້​ເຮັດ ບາບ? ເຂົາ​ຈະ​ເຮັດ​ບາບ​ໄດ້​ແນວ​ໃດ​ຖ້າ​ຫາກ​ບໍ່​ມີ ກົດ? ກົດ​ຈະ​ມີ​ໄດ້​ແນວ​ໃດ​ຖ້າ​ຫາກ​ບໍ່​ມີ​ການ​ລົງ​ໂທດ?

18 ບັດ​ນີ້, ມີ​ການ​ລົງ​ໂທດ​ຕັ້ງ​ໄວ້, ແລະ ມີ​ກົດ​ທີ່​ທ່ຽງ​ທຳ​ຕັ້ງ​ໄວ້, ຊຶ່ງ​ນຳ​ຄວາມ​ເສຍ​ໃຈ​ໃນ ຈິດ​ສຳ​ນຶກ​ມາ​ຫາ​ມະນຸດ.

19 ບັດ​ນີ້, ຖ້າ​ຫາກ​ບໍ່​ມີ​ກົດ​ໃຫ້​ໄວ້—ຖ້າ​ຫາກ​ມະນຸດ​ກະ​ທຳ ຄາດ​ຕະ​ກຳ ເຂົາ​ກໍ​ຄວນ​ຕາຍ—ເຂົາ​ຈະ​ຢ້ານ​ບໍ​ວ່າ ເຂົາ​ຈະ​ຕາຍ​ຖ້າ​ເຂົາ​ກະ​ທຳ​ຄາດ​ຕະ​ກຳ?

20 ແລະ ຖ້າ​ຫາກ​ບໍ່​ມີ​ກົດ​ໃຫ້​ໄວ້​ເພື່ອ​ຫ້າມ​ການ​ເຮັດ​ບາບ ມະນຸດ​ຈະ​ບໍ່​ຢ້ານ​ທີ່​ຈະ​ເຮັດ​ບາບ​ເລີຍ.

21 ແລະ ຖ້າ​ຫາກ​ມັນ ບໍ່​ມີ​ກົດ​ໃຫ້​ໄວ້, ຖ້າ​ຫາກ​ມະນຸດ​ເຮັດ​ບາບ ຄວາມ​ຍຸດ​ຕິ​ທຳ ແລະ ຄວາມ​ເມດ​ຕາ ຈະ​ເຮັດ​ຫຍັງ​ໄດ້, ເພາະ​ທັງ​ສອງ​ຢ່າງ​ນີ້​ຈະ​ບໍ່​ມີ​ສິດ​ທິ​ເໜືອ​ກວ່າ​ມະນຸດ?

22 ແຕ່​ມີ​ກົດ​ໃຫ້​ໄວ້, ແລະ ມີ​ການ​ລົງ​ໂທດ​ຕັ້ງ​ໄວ້ ແລະ ໃຫ້​ມີ ການ​ກັບ​ໃຈ, ຊຶ່ງ​ການ​ກັບ​ໃຈ​ນີ້ ຄວາມ​ເມດ​ຕາ​ມີ​ສິດ​ທິ; ບໍ່​ດັ່ງ​ນັ້ນ, ຄວາມ​ຍຸດ​ຕິ​ທຳ​ຈະ​ມີ​ສິດ​ເໜືອ​ກວ່າ​ມະນຸດ ແລະ ບັງ​ຄັບ​ກົດ, ແລະ ກົດ​ເຮັດ​ໃຫ້​ມີ​ການ​ລົງ​ໂທດ; ຖ້າ​ຫາກ​ບໍ່​ດັ່ງ​ນັ້ນ, ວຽກ​ງານ​ແຫ່ງ​ຄວາມ​ຍຸດ​ຕິ​ທຳ​ຈະ​ຖືກ​ທຳ​ລາຍ, ແລະ ພຣະ​ເຈົ້າ​ກໍ​ຈະ​ເລີກ​ເປັນ​ພຣະ​ເຈົ້າ.

23 ແຕ່​ພຣະ​ເຈົ້າ​ຈະ​ບໍ່​ເລີກ​ເປັນ​ພຣະ​ເຈົ້າ, ແລະ ຄວາມ​ເມດ​ຕາ​ມີ​ສິດ​ທິ​ໃນ​ຜູ້​ທີ່​ສຳ​ນຶກ​ຜິດ, ແລະ ຄວາມ​ເມດ​ຕາ​ເກີດ​ຂຶ້ນ​ເພາະ ການ​ຊົດ​ໃຊ້; ແລະ ການ​ຊົດ​ໃຊ້​ເຮັດ​ໃຫ້​ເກີດ ການ​ຟື້ນ​ຄືນ​ຊີວິດ​ຂອງ​ຄົນ​ຕາຍ; ແລະ ການ​ຟື້ນ​ຄືນ​ຊີ​ວິດ​ຂອງ​ຄົນ​ຕາຍ​ນຳ​ມະນຸດ ກັບ​ມາ​ຫາ​ທີ່​ປະ​ທັບ​ຂອງ​ພຣະ​ເຈົ້າ; ແລະ ຄົນ​ທັງ​ຫລາຍ​ຈຶ່ງ​ຖືກ​ນຳ​ກັບ​ຄືນ​ຫາ​ທີ່​ປະ​ທັບ​ຂອງ​ພຣະ​ອົງ, ເພື່ອ​ຈະ​ຖືກ ພິ​ພາກ​ສາ​ຕາມ​ວຽກ​ງານ​ຂອງ​ພວກ​ເຂົາ, ອັນ​ເປັນ​ໄປ​ຕາມ​ກົດ​ແຫ່ງ​ຄວາມ​ຍຸດ​ຕິ​ທຳ.

24 ເພາະ​ຈົ່ງ​ເບິ່ງ, ຄວາມ​ຍຸດ​ຕິ​ທຳ​ປະ​ຕິ​ບັດ​ຂໍ້​ຮຽກ​ຮ້ອງ​ທັງ​ໝົດ​ຂອງ​ມັນ, ແລະ ຄວາມ​ເມດ​ຕາ​ມີ​ສິດ​ທິ​ໃນ​ທຸກ​ຢ່າງ​ທີ່​ເປັນ​ຂອງ​ມັນ​ເອງ; ແລະ ດ້ວຍ​ປະ​ການ​ນີ້, ມັນ​ຈຶ່ງ​ບໍ່​ມີ​ຜູ້​ໃດ​ລອດ ນອກ​ຈາກ​ຄົນ​ທີ່​ສຳ​ນຶກ​ຜິດ​ຢ່າງ​ແທ້​ຈິງ.

25 ລູກ​ຄິດ​ວ່າ​ຄວາມ​ເມດ​ຕາ​ຂະ​ໂມຍ ຄວາມ​ຍຸດ​ຕິ​ທຳ​ໄດ້​ບໍ? ພໍ່​ເວົ້າ​ກັບ​ລູກ​ວ່າ, ບໍ່​ໄດ້; ບໍ່​ໄດ້​ເລີຍ​ແມ່ນ​ແຕ່​ໜ້ອຍ​ດຽວ. ຖ້າ​ຫາກ​ເປັນ​ເຊັ່ນ​ນັ້ນ, ພຣະ​ເຈົ້າ​ກໍ​ຈະ​ເລີກ​ເປັນ​ພຣະ​ເຈົ້າ​ແລ້ວ.

26 ແລະ ດ້ວຍ​ເຫດ​ນີ້ ພຣະ​ເຈົ້າ​ຈຶ່ງ​ນຳ ຈຸດ​ປະສົງ​ອັນ​ເປັນ​ນິ​ລັນ​ດອນ​ຂອງ​ພຣະ​ອົງ​ມາ, ຊຶ່ງ​ໄດ້​ຕຽມ​ໄວ້ ນັບ​ຕັ້ງ​ແຕ່​ການ​ວາງ​ຮາກ​ຖານ​ຂອງ​ໂລກ. ແລະ ດ້ວຍ​ເຫດ​ນີ້ ມັນ​ຈຶ່ງ​ເກີດ​ມີ​ຄວາມ​ລອດ ແລະ ການ​ໄຖ່​ຂອງ​ມະນຸດ, ແລະ ຄວາມ​ພິນາດ, ແລະ ຄວາມ​ທຸກ​ທໍ​ລະ​ມານ​ຂອງ​ເຂົາ​ນຳ​ອີກ.

27 ສະນັ້ນ, ໂອ້ ລູກ​ຂອງ​ພໍ່, ຜູ້​ໃດ​ກໍ​ຕາມ​ທີ່​ຈະ​ມາ ກໍ​ຈະ​ມາ​ໄດ້ ແລະ ດື່ມ​ນ້ຳ​ແຫ່ງ​ຊີ​ວິດ​ຢ່າງ​ມີ​ອິດສະ​ລະ; ແລະ ຜູ້​ໃດ​ກໍ​ຕາມ​ທີ່​ຈະ​ບໍ່​ມາ ຜູ້​ນັ້ນ​ກໍ​ຈະ​ບໍ່​ຖືກ​ບັງ​ຄັບ​ໃຫ້​ມາ; ແຕ່​ໃນ​ວັນ​ສຸດ​ທ້າຍ ສິ່ງ​ທີ່​ເຂົາ​ໄດ້ ກະ​ທຳ​ໄວ້​ຈະ ກັບ​ຄືນ​ມາ​ຫາ​ເຂົາ.

28 ຖ້າ​ຫາກ​ເຂົາ​ປາດ​ຖະ​ໜາ​ຈະ​ສ້າງ ຄວາມ​ຊົ່ວ, ແລະ ບໍ່​ກັບ​ໃຈ​ໃນ​ວັນ​ເວລາ​ຂອງ​ເຂົາ, ຈົ່ງ​ເບິ່ງ, ຄວາມ​ຊົ່ວ​ຈະ​ເກີດ​ກັບ​ເຂົາ, ຊຶ່ງ​ເປັນ​ຕາມ​ການ​ນຳ​ກັບ​ຄືນ​ມາ​ຂອງ​ພຣະ​ເຈົ້າ.

29 ແລະ ບັດ​ນີ້, ລູກ​ຂອງ​ພໍ່, ພໍ່​ບໍ່​ຢາກ​ໃຫ້​ສິ່ງ​ເຫລົ່າ​ນີ້​ເປັນ​ທີ່​ກັງ​ວົນ​ໃຈ​ຕໍ່​ລູກ​ອີກ​ຕໍ່​ໄປ, ແລະ ຂໍ​ໃຫ້​ບາບ​ຂອງ​ລູກ​ເທົ່າ​ນັ້ນ​ເປັນ​ສິ່ງ​ທີ່​ກັງ​ວົນ​ໃຈ​ລູກ, ດ້ວຍ​ຄວາມ​ກັງ​ວົນ​ນັ້ນ ມັນ​ຈະ​ນຳ​ລູກ​ລົງ​ມາ​ສູ່​ການ​ກັບ​ໃຈ.

30 ໂອ້ ລູກ​ຂອງ​ພໍ່, ພໍ່​ປາດ​ຖະ​ໜາ​ວ່າ ລູກ​ຈະ​ບໍ່​ປະ​ຕິ​ເສດ​ຄວາມ​ຍຸດ​ຕິ​ທຳ​ຂອງ​ພຣະ​ເຈົ້າ​ອີກ​ຕໍ່​ໄປ. ຈົ່ງ​ຢ່າ​ພະ​ຍາ​ຍາມ​ແກ້​ຄວາມ​ຜິດ​ເພາະ​ບາບ​ຂອງ​ລູກ, ໂດຍ​ປະ​ຕິ​ເສດ​ຄວາມ​ຍຸດ​ຕິ​ທຳ​ຂອງ​ພຣະ​ເຈົ້າ; ແຕ່​ລູກ​ຈົ່ງ​ຍອມ​ໃຫ້​ຄວາມ​ຍຸດ​ຕິ​ທຳ​ຂອງ​ພຣະ​ເຈົ້າ, ແລະ ພຣະ​ເມດ​ຕາ​ຂອງ​ພຣະ​ອົງ, ແລະ ຄວາມ​ອົດ​ກັ້ນ​ຂອງ​ພຣະ​ອົງ​ມີ​ອິດ​ທິ​ພົນ​ຢ່າງ​ເຕັມ​ທີ່​ຢູ່​ໃນ​ໃຈ​ຂອງ​ລູກ; ຂໍ​ໃຫ້​ມັນ​ນຳ​ລູກ​ລົງ​ມາ​ຕ່ຳ​ຢູ່​ກັບ​ຝຸ່ນ​ດິນ​ໃນ ຄວາມ​ຖ່ອມ​ຕົວ.

31 ແລະ ບັດ​ນີ້, ໂອ້ ລູກ​ຂອງ​ພໍ່, ລູກ​ໄດ້​ຮັບ​ການ​ເອີ້ນ​ຈາກ​ພຣະ​ເຈົ້າ​ໃຫ້​ສັ່ງ​ສອນ​ພຣະ​ຄຳ​ແກ່​ຜູ້​ຄົນ​ພວກ​ນີ້. ແລະ ບັດ​ນີ້, ລູກ​ຂອງ​ພໍ່, ຈົ່ງ​ໄປ​ເຖີດ, ຈົ່ງ​ປະ​ກາດ​ພຣະ​ຄຳ​ດ້ວຍ​ຄວາມ​ຈິງ ແລະ ດ້ວຍ​ຄວາມ​ມີ​ສະ​ຕິ, ເພື່ອ​ລູກ​ຈະ​ໄດ້​ນຳ​ຈິດ​ວິນ​ຍານ​ທັງ​ຫລາຍ​ມາ​ສູ່​ການ​ກັບ​ໃຈ, ເພື່ອ​ແຜນ​ແຫ່ງ​ຄວາມ​ເມດ​ຕາ​ອັນ​ຍິ່ງ​ໃຫຍ່​ຈະ​ມີ​ສິດ​ທິ​ເໜືອ​ກວ່າ​ພວກ​ເຂົາ. ແລະ ຂໍ​ໃຫ້​ພຣະ​ເຈົ້າ​ຈົ່ງ​ໂປດ​ປະທານ​ພອນ​ໃຫ້​ລູກ​ຈົນ​ວ່າ​ມັນ​ເປັນ​ໄປ​ຕາມ​ຄຳ​ເວົ້າ​ຂອງ​ພໍ່​ດ້ວຍ​ເຖີດ. ອາແມນ.