ພຣະ​ຄຳ​ພີ
ແອວມາ 15


ບົດ​ທີ 15

ແອວມາ​ກັບ​ແອມ​ມິວເລັກ​ໄປ​ຫາ​ເມືອງ​ໄຊ​ດຳ ແລະ ໄດ້​ສະຖາ​ປະນາ​ສາດ​ສະ​ໜາ​ຈັກ​ຂຶ້ນ—ແອວມາ​ໄດ້​ປິ່ນ​ປົວ​ຊີເອສ​ຣອມ​ຜູ້​ໄດ້​ເຂົ້າ​ຮ່ວມ​ສາດ​ສະ​ໜາ​ຈັກ—ຫລາຍ​ຄົນ​ໄດ້​ຮັບ​ບັບຕິ​ສະມາ, ແລະ ສາດ​ສະ​ໜາ​ຈັກ​ກໍ​ຈະ​ເລີນ​ຮຸ່ງ​ເຮືອງ​ຂຶ້ນ—ແອວມາ​ກັບ​ແອມ​ມິວເລັກ​ໄດ້​ກັບ​ໄປ​ຫາ​ເຊຣາ​ເຮັມລາ. ປະ​ມານ 81 ປີ ກ່ອນ ຄ.ສ.

1 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ແອວມາ​ກັບ​ແອມ​ມິວເລັກ​ໄດ້​ຮັບ​ພຣະ​ບັນ​ຊາ​ໃຫ້​ອອກ​ຈາກ​ເມືອງ​ນັ້ນ ແລະ ພວກ​ເພິ່ນ​ໄດ້​ອອກ​ໄປ ແລະ ມາ​ແວ່​ແຜ່ນ​ດິນ​ໄຊ​ດຳ; ແລະ ຈົ່ງ​ເບິ່ງ, ບ່ອນ​ນັ້ນ​ພວກ​ເພິ່ນ​ໄດ້​ເຫັນ​ຜູ້​ຄົນ​ທັງ​ໝົດ​ທີ່​ອອກ​ຈາກ​ແຜ່ນ​ດິນ ອຳໂມນ​ໄນ​ຮາ, ຊຶ່ງ​ພວກ​ເຂົາ​ຖືກ ຂັບ​ໄລ່​ໜີ ແລະ ຖືກ​ແກວ່ງ​ກ້ອນ​ຫີນ​ໃສ່, ເພາະ​ພວກ​ເຂົາ​ເຊື່ອ​ໃນ​ຄຳ​ເວົ້າ​ຂອງ​ແອວມາ.

2 ແລະ ພວກ​ເພິ່ນໄດ້​ເລົ່າ​ໃຫ້​ພວກ​ເຂົາ​ຟັງ​ເຖິງ​ເລື່ອງ​ທັງ​ໝົດ​ທີ່​ໄດ້​ເກີດ​ຂຶ້ນ​ກັບ ເມຍ ແລະ ລູກ​ຂອງ​ພວກ​ເຂົາ, ແລະ ເລື່ອງ​ທີ່​ໄດ້​ເກີດ​ຂຶ້ນ​ກັບ​ຕົວ​ພວກ​ເພິ່ນ​ເອງ​ນຳ​ອີກ ແລະ ເຖິງ ອຳນາດ​ແຫ່ງ​ການ​ປົດ​ປ່ອຍ​ຂອງ​ພວກ​ເພິ່ນ.

3 ແລະ ຊີເອສ​ຣອມ​ໄດ້​ນອນ​ໄຂ້​ຢູ່​ທີ່​ໄຊ​ດໍາ​ດ້ວຍ​ໄຂ້​ຄີງ​ຮ້ອນ, ຊຶ່ງ​ເກີດ​ຂຶ້ນ​ເພາະ​ຄວາມ​ຍາກ​ລຳ​ບາກ​ທີ່​ສຸດ​ໃນ​ຈິດ​ໃຈ​ຂອງ​ລາວ​ເນື່ອງ​ຈາກ ຄວາມ​ຊົ່ວ​ຮ້າຍ​ຂອງ​ລາວ​ເອງ, ເພາະ​ລາວ​ຄິດ​ວ່າ ແອວມາ​ກັບ​ແອມ​ມິວເລັກ​ໄດ້​ຕາຍ​ໄປ​ແລ້ວ; ແລະ ຄິດ​ວ່າ​ພວກ​ເພິ່ນ​ຖືກ​ຂ້າ​ຕາຍ ເພາະ​ຄວາມ​ຊົ່ວ​ຮ້າຍ​ຂອງ​ລາວ. ແລະ ບາບ​ອັນ​ໃຫຍ່​ຫລວງ​ນີ້​ກັບ​ບາບ​ອື່ນໆ​ຫລາຍ​ຢ່າງ​ຂອງ​ລາວ​ໄດ້​ທໍ​ລະ​ມານ​ຈິດ​ໃຈ​ຂອງ​ລາວ​ຈົນ​ກາຍ​ເປັນ​ຄວາມ​ເຈັບ​ປວດ​ຢ່າງ​ໜັກ​ທີ່​ປິ່ນ​ປົວ​ບໍ່​ໄດ້; ສະນັ້ນ ລາວ​ຈຶ່ງ​ຮ້ອນ​ຮົນ​ດ້ວຍ​ຄວາມ​ຮ້ອນ​ທີ່​ລຸກ​ເປັນ​ໄຟ.

4 ບັດ​ນີ້, ເວລາ​ລາວ​ໄດ້​ຍິນ​ວ່າ ແອວມາ​ກັບ​ແອມ​ມິວເລັກ​ຢູ່​ໃນ​ແຜ່ນ​ດິນ​ໄຊ​ດຳ, ໃຈ​ຂອງ​ລາວ​ເລີ່ມ​ມີ​ກຳ​ລັງ​ຂຶ້ນ; ແລະ ລາວ​ໄດ້​ສົ່ງ​ຂ່າວ​ໄປ​ຫາ​ພວກ​ເພິ່ນ​ທັນ​ທີ​ໂດຍ​ປາດ​ຖະ​ໜາ​ໃຫ້​ພວກ​ເພິ່ນ​ມາ​ຫາ​ລາວ.

5 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພວກ​ເພິ່ນ​ໄດ້​ໄປ​ທັນ​ທີ​ໂດຍ​ເຊື່ອ​ໃນ​ຂ່າວ​ທີ່​ພວກ​ເພິ່ນ​ໄດ້​ຮັບ; ແລະ ພວກ​ເພິ່ນ​ໄດ້​ເຂົ້າ​ໄປ​ໃນ​ເຮືອນ​ຫາ​ຊີເອສ​ຣອມ; ແລະ ໄດ້​ພົບ​ລາວ​ກຳ​ລັງ​ນອນ​ຢູ່​ເທິງ​ຕຽງ, ເຈັບ​ປ່ວຍ​ຢູ່, ລາວ​ໄດ້​ລົດ​ກຳ​ລັງ​ດ້ວຍ​ໄຂ້​ຄີງ​ຮ້ອນ; ແລະ ຈິດ​ໃຈ​ຂອງ​ລາວ​ເຈັບ​ປວດ​ທີ່​ສຸດ​ຍ້ອນ​ຄວາມ​ຊົ່ວ​ຮ້າຍ​ຂອງ​ຕົນ​ເອງ; ແລະ ເມື່ອ​ລາວ​ເຫັນ​ພວກ​ເພິ່ນ ລາວ​ໄດ້​ເດ່​ມື​ອອກ​ໄປ ແລະ ວິງ​ວອນ​ພວກ​ເພິ່ນ​ໃຫ້​ປິ່ນ​ປົວ​ລາວ.

6 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ແອວມາ​ໄດ້​ຈັບ​ມື​ລາວ, ແລະ ຖາມ​ວ່າ: ເຈົ້າ ເຊື່ອ​ໃນ​ອຳນາດ​ຂອງ​ພຣະ​ຄຣິດ​ອັນ​ຈະ​ນຳ​ໄປສູ່​ຄວາມ​ລອດ​ບໍ່?

7 ແລະ ລາວ​ຕອບ ແລະ ເວົ້າ​ວ່າ: ແທ້​ຈິງ​ແລ້ວ, ຂ້າ​ນ້ອຍ​ເຊື່ອ​ຖື​ໃນ​ຄຳ​ເວົ້າ​ທັງ​ໝົດ​ທີ່​ທ່ານ​ໄດ້​ສິດ​ສອນ.

8 ແລະ ແອວມາ​ເວົ້າ​ວ່າ: ຖ້າ​ຫາກ​ເຈົ້າ​ເຊື່ອ​ໃນ​ການ​ໄຖ່​ຂອງ​ພຣະ​ຄຣິດ ເຈົ້າ​ກໍ​ຈະ ຫາຍ​ດີ​ໄດ້.

9 ແລະ ລາວ​ເວົ້າ​ວ່າ: ແທ້​ຈິງ​ແລ້ວ, ຂ້າ​ນ້ອຍ​ເຊື່ອ​ໃນ​ຄຳ​ເວົ້າ​ຂອງ​ພວກ​ທ່ານ.

10 ແລະ ຈາກ​ນັ້ນ​ແອວມາ​ຈຶ່ງ​ຮ້ອງ​ທູນ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ, ກ່າວ​ວ່າ: ໂອ້ ພຣະ​ຜູ້​ເປັນ​ເຈົ້າ​ອົງ​ເປັນ​ພຣະ​ເຈົ້າ​ຂອງ​ພວກ​ຂ້າ​ນ້ອຍ, ຈົ່ງ​ມີ​ເມດ​ຕາ​ຕໍ່​ຄົນ​ຜູ້​ນີ້​ດ້ວຍ​ເຖີດ, ແລະ ຈົ່ງ ປິ່ນ​ປົວ​ລາວ​ຕາມ​ສັດທາ​ຂອງ​ລາວ​ທີ່​ມີ​ຕໍ່​ພຣະ​ຄຣິດ.

11 ແລະ ເມື່ອ​ແອວມາ​ເວົ້າ​ຂໍ້​ຄວາມ​ນີ້​ແລ້ວ, ຊີເອສ​ຣອມ​ກໍ ຜູດ​ລຸກ​ຂຶ້ນ, ແລະ ເລີ່ມ​ຍ່າງ​ໄປ; ແລະ ເລື່ອງ​ນີ້​ເຮັດ​ໃຫ້​ເປັນ​ທີ່​ແປກ​ປະ​ຫລາດ​ໃຈ​ຢ່າງ​ໃຫຍ່​ຫລວງ​ແກ່​ຜູ້​ຄົນ​ທັງ​ປວງ; ແລະ ຄວາມ​ຮູ້​ກ່ຽວ​ກັບ​ເລື່ອງ​ນີ້​ໄດ້​ແຜ່​ຂະ​ຫຍາຍ​ໄປ​ທົ່ວ​ແຜ່ນ​ດິນ​ໄຊ​ດຳ.

12 ແລະ ແອວມາ​ໄດ້​ໃຫ້​ບັບຕິ​ສະມາ​ແກ່​ຊີເອສ​ຣອມ​ໄວ້​ກັບ​ພຣະ​ຜູ້​ເປັນ​ເຈົ້າ; ແລະ ນັບ​ແຕ່​ເວລາ​ນັ້ນ​ໄປ ລາວ​ໄດ້​ເລີ່ມ​ສັ່ງ​ສອນ​ຜູ້​ຄົນ.

13 ແລະ ແອວມາ​ໄດ້​ສະຖາ​ປະນາ​ສາດ​ສະ​ໜາ​ຈັກ​ຂຶ້ນ​ໃນ​ແຜ່ນ​ດິນ​ໄຊ​ດຳ, ແລະ ໄດ້​ແຕ່ງ​ຕັ້ງ​ປະ​ໂລ​ຫິດ ແລະ ຄູ​ສອນ​ໄວ້​ໃນ​ແຜ່ນ​ດິນ, ເພື່ອ​ໃຫ້​ບັບຕິ​ສະມາ​ຜູ້​ໃດ​ກໍ​ຕາມ​ທີ່​ປາດ​ຖະ​ໜາ​ຈະ​ຮັບ​ບັບຕິ​ສະມາ​ໄວ້​ກັບ​ພຣະ​ຜູ້​ເປັນ​ເຈົ້າ.

14 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ໄດ້​ມີ​ຫລາຍ​ຄົນ; ເພາະ​ພວກ​ເຂົາ​ໄດ້​ມາ​ຈາກ​ທຸກ​ພາກ​ພື້ນ​ໂດຍ​ອ້ອມ​ຮອບ​ເມືອງ​ໄຊ​ດຳ, ແລະ ໄດ້​ຮັບ​ບັບຕິ​ສະມາ.

15 ແຕ່​ສຳ​ລັບ​ຜູ້​ທີ່​ຢູ່​ໃນ​ແຜ່ນ​ດິນ​ອຳໂມນ​ໄນ​ຮາ​ນັ້ນ, ພວກ​ເຂົາ​ຍັງ​ເປັນ​ຜູ້​ຄົນ​ທີ່​ມີ​ໃຈ​ແຂງ​ກະ​ດ້າງ ແລະ ແຂງ​ຄໍ​ຢູ່; ແລະ ພວກ​ເຂົາ​ບໍ່​ໄດ້​ກັບ​ໃຈ​ເລີຍ​ຈາກ​ບາບ​ຂອງ​ພວກ​ເຂົາ, ອ້າງ​ວ່າ​ອຳນາດ​ທັງ​ໝົດ​ຂອງ​ແອວມາ​ກັບ​ແອມ​ມິວເລັກ​ມາ​ຈາກ​ມານ; ເພາະ​ວ່າ​ພວກ​ມີ​ວິ​ຊາ​ຊີບ​ດຽວ​ກັນ​ກັບ ນີຮໍ​ບໍ່​ເຊື່ອ​ຖື​ໃນ​ການ​ກັບ​ໃຈ​ຈາກ​ບາບ​ຂອງ​ພວກ​ເຂົາ.

16 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ສ່ວນ​ແອວມາ​ກັບ​ແອມ​ມິວເລັກ​ນັ້ນ, ໂດຍ​ທີ່​ແອມ​ມິວເລັກ​ໄດ້ ປະ​ຖິ້ມ​ຄຳ​ຂອງ​ລາວ, ແລະ ເງິນ, ແລະ ສິ່ງ​ທີ່​ມີ​ຄ່າ​ທັງ​ໝົດ​ຂອງ​ລາວ​ຢູ່​ໃນ​ແຜ່ນ​ດິນ​ອຳໂມນ​ໄນ​ຮາ​ເພື່ອ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ, ໂດຍ​ທີ່​ລາວ​ຖືກ ປະ​ຕິ​ເສດ​ໂດຍ​ຜູ້​ທີ່​ເປັນ​ໝູ່​ເພື່ອນ ແລະ ໂດຍ​ບິດາ​ຂອງ​ລາວ ແລະ ໂດຍ​ຍາດ​ພີ່​ນ້ອງ​ຂອງ​ລາວ;

17 ສະນັ້ນ, ຫລັງ​ຈາກ​ແອວມາ​ໄດ້​ສະຖາ​ປະນາ​ສາດ​ສະ​ໜາ​ຈັກ​ຂຶ້ນ​ທີ່​ໄຊ​ດຳ​ແລ້ວ, ໂດຍ​ທີ່​ເຫັນ ການ​ຍົກ​ເລີກ​ອັນ​ໃຫຍ່​ຫລວງ, ແທ້​ຈິງ​ແລ້ວ, ເຫັນ​ຜູ້ຄົນ​ຍົກ​ເລີກ​ຄວາມ​ທະນົງ​ໃຈ, ແລະ ເລີ່ມ ຖ່ອມ​ຕົວ​ຕໍ່​ພຣະ​ພັກ​ຂອງ​ພຣະ​ເຈົ້າ, ແລະ ເລີ່ມ​ມາ​ຊຸມ​ນຸມ​ກັນ​ຢູ່​ບ່ອນ​ລີ້​ໄພ​ຂອງ​ພວກ​ເຂົາ ເພື່ອ ນະມັດ​ສະການ​ພຣະ​ເຈົ້າ​ຕໍ່​ໜ້າ​ແທ່ນ​ບູຊາ, ເບິ່ງ ແລະ ອະ​ທິ​ຖານ​ຢ່າງ​ສະໝ່ຳ​ສະເໝີ, ເພື່ອ​ພວກ​ເຂົາ​ຈະ​ໄດ້​ລອດ​ພົ້ນ​ຈາກ​ຊາຕານ, ແລະ ຈາກ ຄວາມ​ຕາຍ, ແລະ ຈາກ​ຄວາມ​ພິນາດ—

18 ບັດ​ນີ້​ຄື​ກັນ​ກັບ​ຂ້າ​ພະ​ເຈົ້າ​ໄດ້​ເວົ້າ​ໄວ້, ໂດຍ​ທີ່​ແອວມາ​ເຫັນ​ສິ່ງ​ເຫລົ່າ​ນີ້​ທັງ​ໝົດ​ແລ້ວ, ສະນັ້ນ ເພິ່ນ​ຈຶ່ງ​ພາ​ແອມ​ມິວເລັກ​ຂ້າມ​ມາ​ຫາ​ແຜ່ນ​ດິນ​ເຊຣາ​ເຮັມລາ, ແລະ ພາ​ລາວ​ໄປ​ເຮືອນ​ຂອງ​ຕົນ, ແລະ ໄດ້​ປະ​ຕິ​ບັດ​ກັບ​ລາວ​ໃນ​ຄວາມ​ຍາກ​ລຳ​ບາກ​ຂອງ​ລາວ, ແລະ ເຮັດ​ໃຫ້​ລາວ​ເຂັ້ມ​ແຂງ​ຂຶ້ນ​ໃນ​ພຣະ​ຜູ້​ເປັນ​ເຈົ້າ.

19 ແລະ ປີ​ທີ​ສິບ​ຂອງ​ການ​ປົກ​ຄອງ​ຂອງ​ຜູ້​ຕັດ​ສິນ​ດູ​ແລ​ຜູ້​ຄົນ​ຂອງ​ນີໄຟ​ໄດ້​ສິ້ນ​ສຸດ​ລົງ​ດັ່ງ​ນີ້.