ພຣະ​ຄຳ​ພີ
ແອວມາ 46


ບົດ​ທີ 46

ອະ​ມາ​ລີ​ໄຄ​ຢາ​ກະ​ບົດ​ຢາກ​ຈະ​ເປັນ​ກະສັດ—ໂມ​ໂຣ​ໄນ​ຍົກ​ປ້າຍ​ແຫ່ງ​ເສ​ລີ​ພາບ​ຂຶ້ນ—ເພິ່ນ​ຊຸມ​ນຸມ​ກັບ​ຜູ້​ຄົນ​ເພື່ອ​ໃຫ້​ປ້ອງ​ກັນ​ສາດ​ສະ​ໜາ​ຂອງ​ພວກ​ເຂົາ—ຜູ້​ເຊື່ອ​ຖື​ຢ່າງ​ຈິງ​ໃຈ​ຖືກ​ເອີ້ນ​ວ່າ​ຄຣິດ​ສະ​ຕຽນ—ເຊື້ອ​ສາຍ​ຂອງ​ໂຢເຊັບ​ທີ່​ເຫລືອ​ຢູ່​ຈະ​ຖືກ​ປົກ​ປັກ​ຮັກ​ສາ​ໄວ້—ອະ​ມາ​ລີ​ໄຄ​ຢາ ແລະ ຜູ້​ທີ່​ແຍກ​ອອກ​ໄປ​ນັ້ນ​ໜີ​ໄປ​ຫາ​ແຜ່ນ​ດິນ​ນີໄຟ—ຜູ້​ທີ່​ບໍ່​ອູ້ມ​ຊູ​ອຸ​ດົມ​ການ​ແຫ່ງ​ອິດສະ​ລະ​ພາບ​ຖືກ​ປະ​ຫານ​ຊີ​ວິດ. ປະ​ມານ 73–72 ປີ ກ່ອນ ຄ.ສ.

1 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ມັນ​ມີ​ຜູ້​ຄົນ​ເປັນ​ຈຳນວນ​ຫລວງ​ຫລາຍ​ທີ່​ບໍ່​ເຊື່ອ​ຟັງ​ຄຳ​ເວົ້າ​ຂອງ​ຮີ​ລາ​ມັນ ແລະ ພີ່​ນ້ອງ​ຂອງ​ເພິ່ນ ແລ້ວ​ພວກ​ເຂົາ​ກໍ​ໄດ້​ເຕົ້າ​ໂຮມ​ກັນ ເພື່ອ​ຕໍ່​ຕ້ານ​ພີ່​ນ້ອງ​ຂອງ​ຕົນ.

2 ແລະ ບັດ​ນີ້​ຈົ່ງ​ເບິ່ງ, ຜູ້​ຄົນ​ເຫລົ່າ​ນີ້​ມີ​ຄວາມ​ຄຽດ​ແຄ້ນ​ຫລາຍ​ທີ່​ສຸດ, ເຖິງ​ຂະ​ໜາດ​ທີ່​ພວກ​ເຂົາ​ຕັ້ງ​ໃຈ​ວ່າ ຈະ​ຂ້າ​ຮີ​ລາ​ມັນ ແລະ ພີ່​ນ້ອງ​ຂອງ​ເພິ່ນ​ຖິ້ມ​ເສຍ.

3 ບັດ​ນີ້​ຫົວ​ໜ້າ​ຂອງ​ພວກ​ທີ່​ຄຽດ​ແຄ້ນ​ພີ່​ນ້ອງ​ຂອງ​ພວກ​ເຂົາ​ເປັນ​ຊາຍ​ທີ່​ມີ​ຮ່າງ​ກາຍ​ສູງ​ໃຫຍ່ ແລະ ແຂງ​ແຮງ​ທີ່​ສຸດ; ແລະ ລາວ​ມີ​ຊື່​ວ່າ ອະ​ມາ​ລີ​ໄຄ​ຢາ.

4 ແລະ ອະ​ມາ​ລີ​ໄຄ​ຢາ​ປາດ​ຖະ​ໜາ​ຈະ​ເປັນ​ກະສັດ; ແລະ ຜູ້​ຄົນ​ທີ່​ຄຽດ​ແຄ້ນ​ກໍ​ຢາກ​ໃຫ້​ລາວ​ເປັນ​ກະສັດ​ຂອງ​ຕົນ; ແລະ ພວກ​ເຂົາ​ສ່ວນ​ຫລາຍ​ກໍ​ເປັນ ຜູ້​ຕັດ​ສິນ​ຊັ້ນ​ຕົ້ນ​ຂອງ​ແຜ່ນ​ດິນ, ແລະ ພວກ​ເຂົາ​ກຳ​ລັງ​ສະແຫວງ​ຫາ​ອຳນາດ.

5 ແລະ ພວກ​ເຂົາ​ຖືກ​ຊັກ​ຊວນ​ດ້ວຍ​ຄຳ​ຍົກ​ຍ້ອງ​ຂອງ​ອະ​ມາ​ລີ​ໄຄ​ຢາ, ວ່າ​ຖ້າ​ຫາກ​ພວກ​ເຂົາ​ສະ​ໜັບ​ສະ​ໜູນ​ລາວ ແລະ ຍົກ​ລາວ​ຂຶ້ນ​ເປັນ​ກະສັດ​ແລ້ວ ລາວ​ຈະ​ເຮັດ​ໃຫ້​ພວກ​ເຂົາ​ເປັນ​ຜູ້​ປົກ​ຄອງ​ຜູ້​ຄົນ.

6 ພວກ​ເຂົາ​ຈຶ່ງ​ໄດ້​ຖືກ​ອະ​ມາ​ລີ​ໄຄ​ຢາ​ຊັກ​ຊວນ​ໄປ​ຫາ​ການ​ແຕກ​ແຍກ​ດັ່ງ​ນີ້, ທັງໆ​ທີ່​ມີ​ຄຳ​ສັ່ງ​ສອນ​ຂອງ​ຮີ​ລາ​ມັນ ແລະ ພີ່​ນ້ອງ​ຂອງ​ເພິ່ນ​ຢູ່, ແທ້​ຈິງ​ແລ້ວ, ທັງໆ​ທີ່​ຄົນ​ເຫລົ່າ​ນີ້​ເຄີຍ​ເອົາ​ໃຈ​ໃສ່​ດູ​ແລ​ສາດ​ສະ​ໜາ​ຈັກ​ຫລາຍ​ທີ່​ສຸດ​ມາ​ກ່ອນ, ເພາະ​ວ່າ​ພວກ​ເຂົາ​ເຄີຍ​ເປັນ​ມະຫາ​ປະ​ໂລ​ຫິດ​ດູ​ແລ​ສາດ​ສະ​ໜາ​ຈັກ.

7 ແລະ ມີ​ຫລາຍ​ຄົນ​ໃນ​ສາດ​ສະ​ໜາ​ຈັກ​ເຊື່ອ​ໃນ​ຄຳ​ຍົກ​ຍ້ອງ​ຂອງ​ອະ​ມາ​ລີ​ໄຄ​ຢາ, ສະນັ້ນ​ພວກ​ເຂົາ​ຈຶ່ງ​ໄດ້​ແຍກ​ອອກ​ໄປ​ຈາກ​ສາດ​ສະ​ໜາ​ຈັກ; ແລະ ການ​ງານ​ຂອງ​ຜູ້​ຄົນ​ຂອງ​ນີໄຟ​ນັ້ນ​ຈຶ່ງ​ບໍ່​ແນ່​ນອນ ແລະ ເປັນ​ອັນ​ຕະ​ລາຍ​ຫລາຍ​ທີ່​ສຸດ​ດັ່ງ​ນີ້, ທັງໆ​ທີ່​ພວກ​ເຂົາ​ໄດ້​ຮັບ ໄຊ​ຊະນະ​ອັນ​ໃຫຍ່​ຫລວງ​ມາ​ຈາກ​ຊາວ​ເລມັນ, ແລະ ພວກ​ເຂົາ​ມີ​ຄວາມ​ປິ​ຕິ​ຍິນ​ດີ​ທີ່​ໄດ້​ຮັບ​ໄຊ​ຊະນະ ຍ້ອນ​ການ​ປົດ​ປ່ອຍ​ພວກ​ເຂົາ​ໂດຍ​ພຣະ​ຫັດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.

8 ພວກ​ເຮົາ​ຈຶ່ງ​ເຫັນ​ໄດ້​ວ່າ​ລູກ​ຫລານ​ມະນຸດ​ຫລົງ​ລືມ​ພຣະ​ຜູ້​ເປັນ​ເຈົ້າ​ອົງ​ເປັນ​ພຣະ​ເຈົ້າ​ຂອງ​ພວກ​ເຂົາ​ໄດ້​ຢ່າງ ວ່ອງ​ໄວ, ແທ້​ຈິງ​ແລ້ວ, ພວກ​ເຂົາ​ກະ​ທຳ​ຄວາມ​ຊົ່ວ​ຮ້າຍ ແລະ ຖືກ​ຊັກ​ຊວນ​ໄປ​ຫາ​ມານ​ຮ້າຍ​ໄດ້​ຢ່າງ​ວ່ອງ​ໄວ​ພຽງ​ໃດ.

9 ແທ້​ຈິງ​ແລ້ວ, ແລະ ພວກ​ເຮົາ​ກໍ​ເຫັນ​ໄດ້​ອີກ​ວ່າ ຄົນ​ຊົ່ວ​ຄົນ​ໜຶ່ງ​ສາ​ມາດ​ເຮັດ​ໃຫ້ ຄວາມ​ຊົ່ວ​ຮ້າຍ​ອັນ​ໃຫຍ່​ຫລວງ​ເກີດ​ຂຶ້ນ​ໄດ້​ໃນ​ບັນ​ດາ​ລູກ​ຫລານ​ມະນຸດ.

10 ແທ້​ຈິງ​ແລ້ວ, ພວກ​ເຮົາ​ເຫັນ​ໄດ້​ວ່າ​ອະ​ມາ​ລີ​ໄຄ​ຢາ ເພາະ​ລາວ​ເປັນ​ຄົນ​ທີ່​ມີ​ເລ່​ຫລ່ຽມ ແລະ ເປັນ​ຄົນ​ໃຊ້​ຄຳ​ຍົກ​ຍ້ອງ​ຫລາຍ, ເພື່ອ​ລາວ​ຈະ​ໄດ້​ຊັກ​ນຳ​ໃຈ​ຂອງ​ຜູ້​ຄົນ​ຢ່າງ​ຫລວງ​ຫລາຍ​ໃຫ້​ເຮັດ​ຄວາມ​ຊົ່ວ; ແທ້​ຈິງ​ແລ້ວ, ແລະ ເພື່ອ​ພະ​ຍາ​ຍາມ​ທຳ​ລາຍ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຈົ້າ, ເພື່ອ​ທຳ​ລາຍ​ຮາກ​ຖານ​ແຫ່ງ ເສ​ລີ​ພາບ​ຊຶ່ງ​ພຣະ​ເຈົ້າ​ໄດ້​ປະທານ​ໃຫ້​ແກ່​ພວກ​ເຂົາ, ຫລື ພອນ​ທີ່​ພຣະ​ເຈົ້າ​ໄດ້​ສົ່ງ​ມາ​ເທິງ​ຜືນ​ແຜ່ນ​ດິນ​ເພື່ອ​ເຫັນ​ແກ່ ຄົນ​ຊອບ​ທຳ.

11 ແລະ ບັດ​ນີ້​ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື​ເວລາໂມ​ໂຣ​ໄນ, ຜູ້​ຊຶ່ງ​ເປັນ ຫົວ​ໜ້າ​ບັງ​ຄັບ​ບັນ​ຊາ​ກອງ​ທັບ​ຂອງ​ຊາວ​ນີໄຟ​ໄດ້​ຍິນ​ເຖິງ​ການ​ແຕກ​ແຍກ​ເຫລົ່າ​ນີ້, ເພິ່ນ​ກໍ​ຄຽດ​ແຄ້ນ​ໃຫ້​ອະ​ມາ​ລີ​ໄຄ​ຢາ.

12 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເພິ່ນ​ໄດ້​ສີກ​ເສື້ອ​ຂອງ​ເພິ່ນ​ອອກ, ແລະ ເພິ່ນ​ໄດ້​ຂຽນ​ໃສ່​ຕ່ອນ​ທີ່​ສີກອອກ​ມາ​ນັ້ນ—ເພື່ອ​ມັນ​ຈະ​ໄດ້​ເປັນ​ທີ່​ລະ​ນຶກ​ເຖິງ​ພຣະ​ເຈົ້າ​ຂອງ​ພວກ​ເຮົາ, ສາດ​ສະ​ໜາ​ຂອງ​ພວກ​ເຮົາ, ແລະ ອິດສະ​ລະ​ພາບ​ຂອງ​ພວກ​ເຮົາ, ແລະ ສັນ​ຕິ​ສຸກ​ຂອງ​ພວກ​ເຮົາ, ແລະ ເມຍ​ຂອງ​ພວກ​ເຮົາ, ແລະ ລູກ​ຂອງ​ພວກ​ເຮົາ—ແລະ ເພິ່ນ​ໄດ້​ມັດ​ຜ້າ​ຕ່ອນ​ນັ້ນ​ໄວ້ເທິງ​ສົ້ນ​ໄມ້.

13 ແລະ ເພິ່ນ​ໄດ້​ໃສ່​ເຄື່ອງ​ກັນ​ຫົວ​ຂອງ​ເພິ່ນ, ແລະ ແຜ່ນ​ປົກ​ເອິກ​ຂອງ​ເພິ່ນ, ແລະ ເຄື່ອງ​ປ້ອງ​ກັນ​ຂອງ​ເພິ່ນ, ແລະ ເພິ່ນ​ໄດ້​ຮັດ​ເຄື່ອງ​ປ້ອງ​ກັນ​ໄວ້​ຮອບ​ແອວ​ຂອງ​ເພິ່ນ; ແລະ ເພິ່ນ​ໄດ້​ຈັບ​ເອົາ​ໄມ້​ທີ່​ມີ​ໜັງ​ສື​ຂຽນ​ໄວ້​ໃນ​ຕ່ອນ​ເສື້ອ​ທີ່​ສີກ​ອອກ​ນັ້ນ, (ແລະ ເພິ່ນ​ເອີ້ນ​ມັນ​ວ່າ ປ້າຍ​ແຫ່ງ​ເສ​ລີ​ພາບ) ແລະ ເພິ່ນ​ກົ້ມ​ຂາບ​ລົງ​ພື້ນ​ດິນ ແລະ ອະ​ທິ​ຖານ​ຫາ​ພຣະ​ເຈົ້າ​ຂອງ​ເພິ່ນ​ຢ່າງ​ສຸດ​ກຳ​ລັງ ຂໍ​ໃຫ້​ພອນ​ແຫ່ງ​ເສ​ລີ​ພາບ​ມາ​ສະ​ຖິດ​ຢູ່​ກັບ​ພີ່​ນ້ອງ​ຂອງ​ເພິ່ນ, ຕາບ​ໃດ​ທີ່​ກຸ່ມ​ຄຣິດ​ສະ​ຕຽນ​ຍັງ​ເຫລືອ​ຢູ່​ເພື່ອ​ວ່າ​ຈະ​ໄດ້​ເປັນ​ເຈົ້າ​ຂອງ​ແຜ່ນ​ດິນ—

14 ເພາະ​ຜູ້​ທີ່​ບໍ່​ໄດ້​ເປັນ​ຂອງ​ສາດ​ສະ​ໜາ​ຈັກ​ໄດ້​ເອີ້ນ​ຜູ້​ທີ່​ເປັນ​ສະມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຈົ້າ ຜູ້​ທີ່​ເຊື່ອ​ຢ່າງ​ແທ້​ຈິງ​ຂອງ​ພຣະ​ຄຣິດ​ດັ່ງ​ນັ້ນ.

15 ແລະ ຜູ້​ທີ່​ໄດ້​ເປັນ​ສະມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ນັ້ນ​ກໍ​ຊື່​ສັດ​ແທ້ໆ; ແທ້​ຈິງ​ແລ້ວ, ທຸກ​ຄົນ​ທີ່​ເຊື່ອ​ຖື​ຢ່າງ​ແທ້​ຈິງ​ໃນ​ພຣະ​ຄຣິດ​ກໍ​ໄດ້​ຍອມ​ຮັບ​ເອົາ ພຣະ​ນາມ​ຂອງ​ພຣະ​ຄຣິດ​ດ້ວຍ​ຄວາມ​ຍິນ​ດີ, ແລະ ພວກ​ເຂົາ​ຖືກ​ເອີ້ນ​ວ່າ ຄຣິດ​ສະ​ຕຽນ, ຍ້ອນ​ຄວາມ​ເຊື່ອ​ຖື​ຂອງ​ພວກ​ເຂົາ​ໃນ​ພຣະ​ຄຣິດ​ອົງ​ທີ່​ຈະ​ສະ​ເດັດ​ມາ.

16 ແລະ ສະນັ້ນ, ໃນ​ເວລາ​ນີ້, ໂມ​ໂຣ​ໄນ​ໄດ້​ອະ​ທິ​ຖານ​ເພື່ອ​ອຸ​ດົມ​ການ​ຂອງ​ຄຣິດ​ສະ​ຕຽນ, ແລະ ອິດສະ​ລະ​ພາບ​ຂອງ​ແຜ່ນ​ດິນ​ທີ່​ຈະ​ໄດ້​ເປັນ​ທີ່​ຊົງ​ໂຜດ.

17 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເມື່ອ​ເພິ່ນ​ທຸ້ມ​ເທ​ຈິດ​ວິນ​ຍານ​ຕໍ່​ພຣະ​ເຈົ້າ​ແລ້ວ, ເພິ່ນ​ຈຶ່ງ​ໄດ້​ຕັ້ງ​ຊື່​ແຜ່ນ​ດິນ​ທັງ​ໝົດ ຊຶ່ງ​ຢູ່​ທາງ​ໃຕ້​ຂອງ ແຜ່ນ​ດິນ​ຮ້າງ, ແທ້​ຈິງ​ແລ້ວ, ແລະ ໂດຍ​ສະ​ຫລຸບ, ທັງ​ແຜ່ນ​ດິນ​ທັງ​ໝົດ​ທັງ​ທາງ​ເໜືອ ແລະ ທາງ​ໃຕ້—ຊຶ່ງ​ເປັນ​ແຜ່ນ​ດິນ​ທີ່​ຖືກ​ເລືອກ​ໄວ້, ແລະ ເປັນ​ແຜ່ນ​ດິນ​ແຫ່ງ​ເສ​ລີ​ພາບ.

18 ແລະ ເພິ່ນ​ເວົ້າ​ວ່າ: ແນ່​ນອນ​ທີ່​ສຸດ​ພຣະ​ເຈົ້າ​ຈະ​ບໍ່​ຍອມ​ໃຫ້​ພວກ​ເຮົາ​ຜູ້​ຖືກ​ດູ​ໝິ່ນ​ເພາະ​ພວກ​ເຮົາ​ຍອມ​ຮັບ​ເອົາ​ພຣະ​ນາມ​ຂອງ​ພຣະ​ຄຣິດ ຖືກ​ຢຽບ​ຍ່ຳ ແລະ ຖືກ​ທຳ​ລາຍ, ເວັ້ນ​ເສຍ​ແຕ່​ພວກ​ເຮົາ​ຈະ​ນຳ​ມັນ​ມາ​ສູ່​ຕົວ​ພວກ​ເຮົາ​ເອງ ໂດຍ​ການ​ລ່ວງ​ລະເມີດ​ຂອງ​ພວກ​ເຮົາ.

19 ແລະ ເມື່ອ​ໂມ​ໂຣ​ໄນ​ກ່າວ​ຂໍ້​ຄວາມ​ນີ້​ແລ້ວ, ເພິ່ນ​ກໍ​ໄດ້​ອອກ​ໄປ​ໃນ​ບັນ​ດາ​ຜູ້​ຄົນ ແລະ ເຍິງ​ໄມ້​ທີ່​ມີ​ຕ່ອນ​ຜ້າ​ທີ່​ສີກ​ອອກ​ຈາກ ເສື້ອ​ຂອງ​ເພິ່ນ​ຂຶ້ນ​ໃນ​ອາ​ກາດ, ເພື່ອ​ຈະ​ໄດ້​ໃຫ້​ທຸກ​ຄົນ​ເຫັນ​ຂໍ້​ຄວາມ​ທີ່​ເພິ່ນ​ໄດ້​ຂຽນ​ໄວ້​ໃນ​ຜ້າ​ຕ່ອນ​ນັ້ນ, ແລະ ເພິ່ນ​ຮ້ອງ​ອອກ​ມາ​ດ້ວຍ​ສຽງ​ອັນ​ດັງ​ວ່າ:

20 ຈົ່ງ​ເບິ່ງ, ຜູ້​ໃດ​ກໍ​ຕາມ​ທີ່​ຈະ​ຮັກ​ສາ​ຂໍ້​ຄວາມ​ນີ້, ກໍ​ຂໍ​ໃຫ້​ອອກ​ມາ​ດ້ວຍ​ພະ​ລັງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ແລະ ເຂົ້າ​ເຮັດ​ພັນທະ​ສັນ​ຍາ ວ່າ​ຕົນ​ຈະ​ຮັກ​ສາ​ສິດ​ທິ​ໄວ້ ແລະ ຮັກ​ສາ​ສິດ​ທິ​ຂອງ​ສາດ​ສະ​ໜາ​ໄວ້, ເພື່ອ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ໄດ້​ປະທານ​ພອນ​ໃຫ້​ແກ່​ຕົນ.

21 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເມື່ອ​ໂມ​ໂຣ​ໄນ​ປະ​ກາດ​ຂໍ້​ຄວາມ​ນີ້​ແລ້ວ, ຈົ່ງ​ເບິ່ງ, ຜູ້​ຄົນ​ໄດ້​ພາ​ກັນ​ແລ່ນ​ອອກ​ມາ​ພ້ອມ​ດ້ວຍ​ເຄື່ອງ​ປ້ອງ​ກັນ​ຕິດ​ຢູ່​ອ້ອມ​ແອວ, ສີກ​ເອົາ​ເສື້ອ​ຜ້າ​ຂອງ​ຕົນ​ອອກ​ມາ​ເປັນ​ເຄື່ອງ​ໝາຍ, ຫລື ເປັນ​ພັນທະ​ສັນ​ຍາ​ວ່າ ພວກ​ເຂົາ​ຈະ​ບໍ່​ປະ​ປ່ອຍ​ພຣະ​ຜູ້​ເປັນ​ເຈົ້າ​ອົງ​ເປັນ​ພຣະ​ເຈົ້າ​ຂອງ​ພວກ​ເຂົາ; ຫລື ອີກ​ຄຳ​ໜຶ່ງ, ຖ້າ​ຫາກ​ພວກ​ເຂົາ​ລ່ວງ​ລະເມີດ​ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ, ຫລື ຕົກ​ໄປ​ສູ່​ການ​ລ່ວງ​ລະເມີດ, ແລະ ລະ​ອາຍ​ໃຈ​ທີ່​ຍອມ​ຮັບ​ພຣະ​ນາມ​ຂອງ​ພຣະ​ຄຣິດ​ແລ້ວ, ກໍ​ຂໍ​ໃຫ້​ພຣະ​ຜູ້​ເປັນ​ເຈົ້າ​ສີກ​ພວກ​ເຂົາ​ໃຫ້​ຄື​ກັນ​ກັບ​ເສື້ອ​ຜ້າ​ຂອງ​ພວກ​ເຂົາ​ນັ້ນ.

22 ບັດ​ນີ້ ນີ້​ຄື​ພັນທະ​ສັນ​ຍາ​ທີ່​ພວກ​ເຂົາ​ໄດ້​ເຮັດ​ໄວ້, ແລະ ພວກ​ເຂົາ​ໂຍນ​ເສື້ອ​ຜ້າ​ຂອງ​ພວກ​ເຂົາ​ໄວ້​ທີ່​ຕີນ​ຂອງ ໂມ​ໂຣ​ໄນ, ກ່າວ​ວ່າ: ພວກ​ເຮົາ​ຂໍ​ເຮັດ​ພັນທະ​ສັນ​ຍາ​ກັບ​ພຣະ​ເຈົ້າ​ຂອງ​ພວກ​ເຮົາ, ວ່າ​ຖ້າ​ຫາກ​ພວກ​ເຮົາ​ຕົກ​ໄປ​ສູ່​ການ​ລ່ວງ​ລະເມີດ, ຂໍ​ໃຫ້​ພວກ​ເຮົາ​ຈົ່ງ​ຖືກ​ທຳ​ລາຍ​ຄື​ກັນ​ກັບ​ພີ່​ນ້ອງ​ຂອງ​ພວກ​ເຮົາ​ທີ່​ຢູ່​ໃນ​ແຜ່ນ​ດິນ​ທາງ​ເໜືອ; ແທ້​ຈິງ​ແລ້ວ, ຖ້າ​ຫາກ​ພວກ​ເຮົາ​ຕົກ​ໄປ​ສູ່​ການ​ລ່ວງ​ລະເມີດ ກໍ​ຂໍ​ໃຫ້​ພຣະ​ອົງ​ຈົ່ງ​ໂຍນ​ພວກ​ເຮົາ​ລົງ​ຢູ່​ພື້ນ​ຕີນ​ຂອງ​ສັດ​ຕູ​ເໝືອນ​ດັ່ງ​ທີ່​ພວກ​ເຮົາ​ໄດ້​ໂຍນ​ເສື້ອ​ຜ້າ​ຂອງ​ພວກ​ເຮົາ​ລົງ​ທີ່​ຕີນ​ຂອງ​ທ່ານ.

23 ໂມ​ໂຣ​ໄນ​ໄດ້​ກ່າວ​ກັບ​ພວກ​ເຂົາ​ວ່າ: ຈົ່ງ​ເບິ່ງ, ພວກ​ເຮົາ​ເປັນ​ສ່ວນ​ໜຶ່ງ​ທີ່​ເຫລືອ​ຢູ່​ຂອງ​ເຊື້ອສາຍ​ຂອງ​ຢາໂຄບ; ແທ້​ຈິງ​ແລ້ວ, ພວກ​ເຮົາ​ເປັນ​ສ່ວນ​ໜຶ່ງ​ທີ່​ເຫລືອ​ຢູ່​ຂອງ ເຊື້ອ​ສາຍ​ຂອງ ໂຢເຊັບ, ຊຶ່ງ ເສື້ອ​ຜ້າ​ຂອງ​ເພິ່ນ​ຖືກ​ອ້າຍ​ນ້ອງ​ຂອງ​ເພິ່ນ​ສີກ​ອອກ​ເປັນ​ຕ່ອນໆ; ແທ້​ຈິງ​ແລ້ວ, ແລະ ບັດ​ນີ້​ຈົ່ງ​ເບິ່ງ, ຂໍ​ໃຫ້​ພວກ​ເຮົາ​ຈື່​ຈຳ ແລະ ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ​ໄວ້, ຖ້າ​ບໍ່​ດັ່ງ​ນັ້ນ​ເສື້ອ​ຜ້າ​ຂອງ​ພວກ​ເຮົາ​ຈະ​ຖືກ​ພີ່​ນ້ອງ​ຂອງ​ພວກ​ເຮົາ​ສີກ​ຖິ້ມ, ແລະ ພວກ​ເຮົາ​ຈະ​ຖືກ​ເອົາ​ເຂົ້າ​ຄຸກ, ຫລື ວ່າ​ຖືກ​ຂາຍ, ຫລື ຖືກ​ຂ້າ​ຕາຍ.

24 ແທ້​ຈິງ​ແລ້ວ, ຂໍ​ໃຫ້​ພວກ​ເຮົາ​ຈົ່ງ​ປົກ​ປັກ​ຮັກ​ສາ​ເສ​ລີ​ພາບ​ຂອງ​ພວກ​ເຮົາ​ໄວ້​ໃນ​ຖານະ​ທີ່​ເປັນ​ສ່ວນ​ໜຶ່ງ​ທີ່ ເຫລືອ​ຢູ່​ຂອງ​ໂຢເຊັບ; ແທ້​ຈິງ​ແລ້ວ, ຂໍ​ໃຫ້​ພວກ​ເຮົາ​ຈົ່ງ​ຈື່​ຈຳ​ຄຳ​ເວົ້າ​ຂອງ​ຢາໂຄບ​ກ່ອນ​ທີ່​ເພິ່ນ​ຈະ​ຕາຍ​ຈາກ​ໄປ, ເພາະ​ຈົ່ງ​ເບິ່ງ, ເພິ່ນ​ໄດ້​ຮັກ​ສາ​ເສື້ອ​ສ່ວນ​ທີ່​ເຫລືອ​ຢູ່​ຂອງ​ໂຢເຊັບ​ໄວ້​ໂດຍ​ບໍ່​ໃຫ້​ມັນ​ເນົ່າ​ເປື່ອຍ. ແລະ ເພິ່ນ​ໄດ້​ກ່າວ​ວ່າ—​ເສື້ອ​ສ່ວນ​ທີ່​ເຫລືອ​ຢູ່​ຂອງ​ລູກ​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ຮັບ​ການ​ປົກ​ປັກ​ຮັກ​ສາ​ໄວ້​ສັນ​ໃດ, ສ່ວນ​ໜຶ່ງ​ທີ່​ເຫລືອ​ຢູ່​ຂອງ​ລູກ​ຂອງ​ຂ້າ​ພະ​ເຈົ້າ​ກໍ​ຈະ​ໄດ້​ຮັບ​ການ​ປົກ​ປັກ​ຮັກ​ສາ​ໄວ້​ໂດຍ​ພຣະ​ຫັດ​ຂອງ​ພຣະ​ເຈົ້າ​ສັນ​ນັ້ນ, ແລະ ພວກ​ເຂົາ​ຈະ​ຖືກ​ນຳ​ກັບ​ຄືນ​ໄປ​ຫາ​ພຣະ​ອົງ, ຂະນະ​ທີ່​ສ່ວນ​ໜຶ່ງ​ຂອງ​ລູກ​ຫລານ​ຂອງ​ໂຢ​ເ​ຊ​ັບ​ທີ່ ເຫລືອ​ຢູ່​ນັ້ນຈະ​ຕາຍ, ດັ່ງ​ເຊັ່ນ​ການ​ເນົ່າ​ເປື່ອຍ​ຂອງ​ເສື້ອ​ຜ້າ​ຂອງ​ໂຢເຊັບ​ນັ້ນ.

25 ບັດ​ນີ້​ຈົ່ງ​ເບິ່ງ, ເລື່ອງ​ນີ້​ໄດ້​ເຮັດ​ໃຫ້​ຈິດ​ວິນ​ຍານ​ຂອງ​ຂ້າ​ພະ​ເຈົ້າ​ເສົ້າ​ສະ​ຫລົດ​ໃຈ​ຫລາຍ; ເຖິງ​ຢ່າງ​ໃດ​ກໍ​ຕາມ, ຈິດ​ວິນ​ຍານ​ຂອງ​ຂ້າ​ພະ​ເຈົ້າ​ກໍ​ຍັງ​ມີ​ຄວາມ​ສຸກ​ກັບ​ລູກ​ຊາຍ​ຂອງ​ຂ້າ​ພະ​ເຈົ້າ, ຍ້ອນ​ວ່າ​ຜູ້​ສືບ​ເຊື້ອ​ສາຍ​ສ່ວນ​ນັ້ນ​ຂອງ​ລາວ​ຈະ​ຖືກ​ນຳ​ກັບ​ຄືນ​ໄປ​ຫາ​ພຣະ​ເຈົ້າ.

26 ບັດ​ນີ້​ຈົ່ງ​ເບິ່ງ, ນີ້​ເປັນ​ຄຳ​ເວົ້າ​ຂອງ​ຢາໂຄບ.

27 ແລະ ບັດ​ນີ້​ຈະ​ມີ​ຜູ້​ໃດ​ຮູ້​ໄດ້​ວ່າ ຜູ້​ທີ່​ໄດ້​ແຍກ​ອອກ​ໄປ​ຈາກ​ພວກ​ເຮົາ​ນັ້ນ​ແມ່ນ​ຜູ້​ສືບ​ເຊື້ອ​ສາຍ​ທີ່​ເຫລືອ​ຢູ່​ຂອງ​ໂຢເຊັບ, ທີ່​ຈະ​ຕາຍ​ຄື​ກັນ​ກັບ​ການ​ເນົ່າ​ເປື່ອຍ​ຂອງ​ເສື້ອ​ຜ້າ​ຂອງ​ເພິ່ນ? ແທ້​ຈິງ​ແລ້ວ, ແລະ ມັນ​ອາດ​ຈະ​ເປັນ​ຕົວ​ພວກ​ເຮົາ​ເອງ ຖ້າ​ຫາກ​ພວກ​ເຮົາ​ບໍ່​ຍຶດ​ໝັ້ນ​ຢູ່​ໃນ​ສັດທາ​ຂອງ​ພຣະ​ຄຣິດ.

28 ແລະ ບັດ​ນີ້​ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເວລາ​ໂມ​ໂຣ​ໄນ​ກ່າວ​ຂໍ້​ຄວາມ​ນີ້​ແລ້ວ, ເພິ່ນ​ກໍ​ອອກ​ໄປ ແລະ ອອກ​ຄຳ​ສັ່ງ​ໄປ​ຫາ​ທຸກ​ພາກ​ສ່ວນ​ຂອງ​ແຜ່ນ​ດິນ​ທີ່​ມີ​ຄວາມ​ແຕກ​ແຍກ​ກັນ, ແລະ ໃຫ້​ພວກ​ເຂົາ​ເຕົ້າ​ໂຮມ​ຜູ້​ຄົນ​ທັງ​ໝົດ​ທີ່​ປາດ​ຖະ​ໜາ​ຈະ​ຮັກ​ສາ​ເສ​ລີ​ພາບ​ຂອງ​ຕົນ, ເພື່ອ​ໃຫ້​ຕໍ່​ສູ້​ກັບ​ອະ​ມາ​ລີ​ໄຄ​ຢາ ແລະ ພວກ​ທີ່​ໄດ້​ແຍກ​ອອກ​ໄປ​ນັ້ນ​ຖືກ​ເອີ້ນ​ວ່າ​ຊາວ​ອະ​ມາ​ລີ​ໄຄ​ຢາ.

29 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເມື່ອ​ອະ​ມາ​ລີ​ໄຄ​ຢາ​ເຫັນ​ວ່າ​ຜູ້​ຄົນ​ຂອງ​ໂມ​ໂຣ​ໄນ​ມີ​ຈຳນວນ​ຫລາຍ​ກວ່າ​ຊາວ​ອະ​ມາ​ລີ​ໄຄ​ຢາ—​ແລະ ລາວ​ເຫັນ​ອີກ​ວ່າ​ຜູ້​ຄົນ​ຂອງ​ລາວ​ມີ​ຄວາມ​ສົງ​ໃສ​ຢູ່​ກ່ຽວ​ກັບ​ຄວາມ​ຍຸດ​ຕິ​ທຳ​ຂອງ​ອຸ​ດົມ​ການ​ທີ່​ພວກ​ເຂົາ​ຮັບ​ໄວ້—ສະນັ້ນ, ເມື່ອ​ອະ​ມາ​ລີ​ໄຄ​ຢາ​ຢ້ານ​ກົວ​ວ່າ​ຕົນ​ຈະ​ເອົາ​ຊະນະ​ຊາວ​ນີໄຟ​ບໍ່​ໄດ້, ລາວ​ຈຶ່ງ​ໄດ້​ນຳ​ເອົາ​ຜູ້​ຄົນ​ສ່ວນ​ໜຶ່ງ ແລະ ອອກ​ໄປ​ຫາ​ແຜ່ນ​ດິນ​ນີໄຟ.

30 ບັດ​ນີ້​ໂມ​ໂຣ​ໄນ​ຄິດ​ວ່າ​ມັນ​ບໍ່​ເປັນ​ການ​ສົມ​ຄວນ​ທີ່​ຊາວ​ເລມັນ​ຈະ​ມີ​ກຳ​ລັງ​ເພີ່ມ​ເຕີມ​ຂຶ້ນ​ອີກ; ສະນັ້ນ ເພິ່ນ​ຈຶ່ງ​ຄິດ​ຈະ​ຕັດ​ຈຳນວນ​ຄົນ​ຂອງ​ອະ​ມາ​ລີ​ໄຄ​ຢາ​ລົງ, ຫລື ເອົາ​ພວກ​ເຂົາ​ເຫລົ່າ​ນັ້ນ​ກັບ​ຄືນ​ມາ, ແລະ ຂ້າ​ອະ​ມາ​ລີ​ໄຄ​ຢາ​ຖິ້ມ​ເສຍ; ແທ້​ຈິງ​ແລ້ວ, ເພາະ​ເພິ່ນ​ຮູ້​ວ່າ​ອະ​ມາ​ລີ​ໄຄ​ຢາ​ຈະ​ຍຸ​ຍົງ​ໃຫ້​ຊາວ​ເລມັນ​ຄຽດ​ແຄ້ນ​ໃຫ້​ເຂົາ​ເຈົ້າ, ແລະ ເພິ່ນ​ຮູ້​ວ່າ​ອະ​ມາ​ລີ​ໄຄ​ຢາ​ຈະ​ເຮັດ​ໄປ​ເພື່ອ​ລາວ​ຈະ​ໄດ້​ບັນ​ລຸ​ຈຸດ​ປະສົງ​ຂອງ​ລາວ.

31 ສະນັ້ນ ໂມ​ໂຣ​ໄນ​ຄິດ​ວ່າ​ມັນ​ສົມ​ຄວນ​ທີ່​ເພິ່ນ​ຈະ​ນຳ​ເອົາ​ກອງ​ທັບ​ຂອງ​ເພິ່ນ, ຊຶ່ງ​ຕຽມ​ພ້ອມ​ຢູ່​ແລ້ວ, ແລະ ມີ​ອາ​ວຸດ​ຢ່າງ​ພ້ອມ​ພຽງ, ແລະ ເຂົ້າ​ເຮັດ​ພັນທະ​ສັນ​ຍາ​ເພື່ອ​ຈະ​ໄດ້​ຮັກ​ສາ​ສັນ​ຕິ​ພາບ—ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເພິ່ນ​ໄດ້​ນຳ​ກອງ​ທັບ​ຂອງ​ເພິ່ນ ແລະ ໄດ້​ອອກ​ເດີນ​ທັບ​ໄປ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ ເພື່ອ​ຕັດ​ທາງ​ຂອງ​ອະ​ມາ​ລີ​ໄຄ​ຢາ​ເສຍ.

32 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເພິ່ນ​ໄດ້​ເຮັດ​ໄປ​ຕາມ​ຄວາມ​ປາດ​ຖະ​ໜາ​ຂອງ​ເພິ່ນ, ແລະ ເດີນ​ທັບ​ເຂົ້າ​ໄປ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ, ແລະ ໄດ້​ສະ​ກັດ​ກອງ​ທັບ​ຂອງ​ອະ​ມາ​ລີ​ໄຄ​ຢາ​ໄວ້.

33 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ອະ​ມາ​ລີ​ໄຄ​ຢາ​ໄດ້​ປົບ​ໜີ​ໄປ​ກັບ​ຜູ້​ຄົນ​ສ່ວນ​ໜ້ອຍ​ໜຶ່ງ​ຂອງ​ລາວ, ແລະ ພວກ​ທີ່​ເຫລືອ​ຢູ່​ກໍ​ໄດ້​ມອບ​ຕົວ​ໃຫ້​ຢູ່​ໃນ​ກຳ​ມື​ຂອງ​ໂມ​ໂຣ​ໄນ ແລະ ຖືກ​ນຳ​ກັບ​ຄືນ​ໄປ​ຫາ​ແຜ່ນ​ດິນ​ເຊຣາ​ເຮັມລາ.

34 ບັດ​ນີ້, ໂມ​ໂຣ​ໄນ​ໂດຍ​ທີ່​ໄດ້​ຖືກ ແຕ່ງ​ຕັ້ງ​ໂດຍ​ຫົວ​ໜ້າ​ຜູ້​ຕັດ​ສິນ ແລະ ໂດຍ​ສຽງ​ຂອງ​ປະ​ຊາ​ຊົນ, ສະນັ້ນ ເພິ່ນ​ຈຶ່ງ​ມີ​ອຳນາດ​ທີ່​ຈະ​ຈັດ​ການ​ຕາມ​ຄວາມ​ປະສົງ​ຂອງ​ເພິ່ນ​ກັບ​ກອງ​ທັບ​ຂອງ​ຊາວ​ນີໄຟ, ທີ່​ຈະ​ສະຖາ​ປະນາ ແລະ ໃຊ້​ສິດ​ອຳນາດ​ປົກ​ຄອງ​ພວກ​ເຂົາ.

35 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຜູ້​ໃດ​ກໍ​ຕາມ​ທີ່​ເປັນ​ຊາວ​ອະ​ມາ​ລີ​ໄຄ​ຢາ​ທີ່​ບໍ່​ຍອມ​ເຂົ້າ​ເຮັດ​ພັນທະ​ສັນ​ຍາ​ເພື່ອ​ສະ​ໜັບ​ສະ​ໜູນ​ອຸ​ດົມ​ການ​ແຫ່ງ​ອິດສະ​ລະ​ພາບ, ເພື່ອ​ຈະ​ໄດ້​ດຳ​ລົງ​ຮັກ​ສາ​ການ​ປົກ​ຄອງ​ອັນ​ເປັນ​ອິດສະ​ລະ​ພາບ​ໄວ້, ເພິ່ນ​ກໍ​ສັ່ງ​ໃຫ້​ຂ້າ​ຄົນ​ນັ້ນ​ຖິ້ມ​ເສຍ; ແລະ ມັນ​ມີ​ຄົນ​ພຽງ​ໜ້ອຍ​ດຽວ​ເທົ່າ​ນັ້ນ​ທີ່​ປະ​ຕິ​ເສດ​ພັນທະ​ສັນ​ຍາ​ແຫ່ງ​ອິດສະ​ລະ​ພາບ​ນີ້.

36 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ອີກ, ຄື​ເພິ່ນ​ໄດ້​ສັ່ງ​ໃຫ້​ເອົາ​ປ້າຍ​ແຫ່ງ​ເສ​ລີ​ພາບ​ປັກ​ໄວ້​ຢູ່​ເທິງ​ຫໍ​ສູງ​ທຸກ​ບ່ອນ, ໃຫ້​ປັກ​ໄວ້​ທົ່ວ​ແຜ່ນ​ດິນ​ທີ່​ຊາວ​ນີໄຟ​ເປັນ​ເຈົ້າ​ຂອງ; ແລະ ດັ່ງ​ນັ້ນ​ໂມ​ໂຣ​ໄນ​ຈຶ່ງ​ໄດ້​ສ້າງ​ຕັ້ງ​ເສ​ລີ​ພາບ​ຢ່າງ​ມາດ​ຕະ​ຖານ​ຂຶ້ນ​ໃນ​ບັນ​ດາ​ຊາວ​ນີໄຟ.

37 ແລະ ພວກ​ເຂົາ​ເລີ່ມ​ມີ​ສັນ​ຕິ​ສຸກ​ໃນ​ແຜ່ນ​ດິນ​ອີກ; ແລະ ພວກ​ເຂົາ​ໄດ້​ດຳ​ລົງ​ຮັກ​ສາ​ສັນ​ຕິ​ສຸກ​ໄວ້​ໃນ​ແຜ່ນ​ດິນ​ຈົນ​ເຖິງ​ທ້າຍ​ປີ​ທີ​ສິບ​ເກົ້າ​ແຫ່ງ​ການ​ປົກ​ຄອງ​ຂອງ​ຜູ້​ຕັດ​ສິນ.

38 ແລະ ຮີ​ລາ​ມັນ ແລະ ພວກ ມະຫາ​ປະ​ໂລ​ຫິດ​ກໍ​ໄດ້​ດຳ​ລົງ​ຮັກ​ສາ​ລະບຽບ​ວິໄນ​ຂອງ​ສາດ​ສະ​ໜາ​ຈັກ​ໄວ້; ແທ້​ຈິງ​ແລ້ວ, ເຂົາ​ເຈົ້າ​ໄດ້​ມີ​ສັນ​ຕິ​ສຸກ ແລະ ມີ​ຄວາມ​ປິ​ຕິ​ຍິນ​ດີ​ທີ່​ສຸດ​ໃນ​ສາດ​ສະ​ໜາ​ຈັກ​ເປັນ​ເວລາ​ສີ່​ປີ.

39 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ມີ​ຜູ້​ຄົນ​ເປັນ​ຈຳນວນ​ຫລວງ​ຫລາຍ​ໄດ້​ຕາຍ​ໄປ, ໂດຍ ເຊື່ອ​ຖື​ຢ່າງ​ໜັກ​ແໜ້ນ​ວ່າ ຈິດ​ວິນ​ຍານ​ຂອງ​ພວກ​ເຂົາ​ຖືກໄຖ່ ໂດຍ​ອົງ​ພຣະ​ເຢຊູ​ຄຣິດ​ເຈົ້າ; ພວກ​ເຂົາ​ຈຶ່ງ​ໄດ້​ລາ​ໂລກ​ນີ້​ໄປ​ດ້ວຍ​ຄວາມ​ປິ​ຕິ​ຍິນ​ດີ​ດັ່ງ​ນັ້ນ.

40 ແລະ ມີ​ບາງ​ຄົນ​ທີ່​ຕາຍ​ໄປ​ຍ້ອນ​ການ​ໄຂ້​ຄີງ​ຮ້ອນ ຊຶ່ງ​ມີ​ຂຶ້ນ​ຢູ່​ເລື້ອຍໆ​ໃນ​ບາງ​ລະ​ດູ—​ແຕ່​ວ່າ​ບໍ່​ມີ​ຄວາມ​ຕາຍ​ຫລາຍ​ຍ້ອນ​ການ​ໄຂ້​ຄີງ​ຮ້ອນ​ເພາະ​ວ່າຄຸນ​ນະ​ພາບ​ຂອງ ຕົ້ນ​ໄມ້ ແລະ ຮາກ​ໄມ້​ຫລາຍ​ຊະ​ນິດ​ຊຶ່ງ​ພຣະ​ເຈົ້າ​ໄດ້​ຕຽມ​ໄວ້​ໃຫ້​ເພື່ອ​ປິ່ນ​ປົວ​ພະ​ຍາດ​ເຫລົ່າ​ນັ້ນ, ຊຶ່ງ​ມັນ​ຕ້ອງ​ເກີດ​ກັບ​ມະນຸດ​ເພາະ​ວ່າ​ທຳ​ມະ​ຊາດ​ຂອງ​ດິນ​ຟ້າ​ອາ​ກາດ—

41 ແຕ່​ວ່າ​ມີ​ຫລາຍ​ຄົນ​ທີ່​ໄດ້​ຕາຍ​ໄປ​ຍ້ອນ​ຄວາມ​ເຖົ້າ​ແກ່; ແລະ ຜູ້​ທີ່​ຕາຍ​ດ້ວຍ​ສັດທາ​ໃນ​ພຣະ​ຄຣິດ​ຈະ ເປັນ​ສຸກ​ຢູ່​ກັບ​ພຣະ​ອົງ, ດັ່ງ​ທີ່​ພວກ​ເຮົາ​ຄິດ​ໄວ້.