ພຣະ​ຄຳ​ພີ
ແອວມາ 52


ບົດ​ທີ 52

ອາມ​ໂມ​ຣອນ​ຂຶ້ນ​ແທນ​ອະ​ມາ​ລີ​ໄຄ​ຢາ​ໃນ​ຖານະ​ເປັນ​ກະສັດ​ຂອງ​ຊາວ​ເລມັນ—ໂມ​ໂຣ​ໄນ, ທີ​ອານ​ຄຳ, ແລະ ລີໄຮ ນຳ​ພາ​ຊາວ​ນີໄຟ​ເພື່ອ​ເອົາ​ຊະນະ​ສົງ​ຄາມ​ກັບ​ຊາວ​ເລມັນ—ເມືອງ​ມິວ​ເລັກ​ຖືກ​ຍຶດ​ກັບ​ຄືນ​ມາ, ແລະ ຢາໂຄບ​ຊາວ​ໂຊຣຳ​ຖືກ​ຂ້າ​ຕາຍ. ປະ​ມານ 66–64 ປີ ກ່ອນ ຄ.ສ.

1 ແລະ ບັດ​ນີ້, ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ໃນ​ປີ​ທີ​ຊາວ​ຫົກ​ແຫ່ງ​ການ​ປົກ​ຄອງ​ຂອງ​ຜູ້​ຕັດ​ສິນ​ດູ​ແລ​ຜູ້​ຄົນ​ຂອງ​ນີໄຟ, ຈົ່ງ​ເບິ່ງ, ເວລາ​ຊາວ​ເລມັນ​ຕື່ນ​ຂຶ້ນ​ມາ​ໃນ​ຕອນ​ເຊົ້າ, ຊຶ່ງ​ເປັນ​ມື້​ທຳ​ອິດ​ຂອງ​ເດືອນ​ໜຶ່ງ, ຈົ່ງ​ເບິ່ງ, ພວກ​ເຂົາ​ໄດ້​ເຫັນ​ອະ​ມາ​ລີ​ໄຄ​ຢາ​ຕາຍ​ຢູ່​ໃນ​ຜ້າ​ເຕັ້ນ​ຂອງ​ລາວ; ແລະ ພວກ​ເຂົາ​ກໍ​ໄດ້​ເຫັນ​ອີກ​ວ່າ ທີ​ອານ​ຄຳ​ຕຽມ​ພ້ອມ​ແລ້ວ​ທີ່​ຈະ​ສູ້​ຮົບ​ກັບ​ພວກ​ເຂົາ​ໃນ​ມື້​ນັ້ນ.

2 ແລະ ບັດ​ນີ້, ເວລາ​ຊາວ​ເລມັນ​ເຫັນ​ດັ່ງ​ນີ້​ແລ້ວ ພວກ​ເຂົາ​ກໍ​ຕົກ​ໃຈ ແລະ ມີ​ຄວາມ​ຢ້ານ​ກົວ​ຫລາຍ; ແລະ ພວກ​ເຂົາ​ຈຶ່ງ​ໄດ້​ລົ້ມ​ເລີກ​ແຜນ​ການ​ຂອງ​ພວກ​ເຂົາ​ທີ່​ຈະ​ເດີນ​ທັບ​ໄປ​ຫາ​ແຜ່ນ​ດິນ​ທາງ​ເໜືອ, ແລະ ພວກ​ເຂົາ​ໄດ້​ຖອຍ​ກອງ​ທັບ​ທັງ​ໝົດ​ເຂົ້າ​ໄປ​ໃນ​ເມືອງ​ມິວ​ເລັກ, ແລະ ເຂົ້າ​ໄປ​ຫາ​ທີ່​ກຳ​ບັງ​ໃນ​ຄ້າຍ​ຂອງ​ພວກ​ເຂົາ.

3 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ນ້ອງ​ຊາຍ​ຂອງ​ອະ​ມາ​ລີ​ໄຄ​ຢາ​ໄດ້​ຖືກ​ແຕ່ງ​ຕັ້ງ​ໃຫ້​ເປັນ​ກະສັດ​ປົກ​ຄອງ​ຜູ້​ຄົນ; ແລະ ລາວ​ມີ​ຊື່​ວ່າ ອາມ​ໂມ​ຣອນ; ກະສັດ​ອາມ​ໂມ​ຣອນ​ນ້ອງ​ຊາຍ​ຂອງ​ກະສັດ​ອະ​ມາ​ລີ​ໄຄ​ຢາ​ຈຶ່ງ​ໄດ້​ຖືກ​ແຕ່ງ​ຕັ້ງ​ໃຫ້​ປົກ​ຄອງ​ແທນ​ດັ່ງ​ນີ້.

4 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ອາມ​ໂມ​ຣອນ​ໄດ້​ສັ່ງ​ໃຫ້​ຜູ້​ຄົນ​ປົກ​ຄອງ​ຫົວ​ເມືອງ​ເຫລົ່າ​ນັ້ນ​ໄວ້, ເພາະ​ພວກ​ເຂົາ​ໄດ້​ເມືອງ​ເຫລົ່າ​ນັ້ນ​ມາ​ດ້ວຍ​ການ​ເສຍ​ເລືອດ​ເນື້ອ; ເພາະ​ກ່ອນ​ທີ່​ພວກ​ເຂົາ​ຈະ​ໄດ້​ເມືອງ​ໃດ​ມາ ພວກ​ເຂົາ​ຕ້ອງ​ໄດ້​ນອງ​ເລືອດ​ຢ່າງ​ຫລວງ​ຫລາຍ.

5 ແລະ ບັດ​ນີ້, ທີ​ອານ​ຄຳ​ເຫັນ​ວ່າ​ຊາວ​ເລມັນ​ຕັ້ງ​ໃຈ​ທີ່​ຈະ​ຮັກ​ສາ​ເມືອງ​ເຫລົ່າ​ນັ້ນ ແລະ ພາກ​ສ່ວນ​ຕ່າງໆ​ຂອງ​ແຜ່ນ​ດິນ​ທີ່​ພວກ​ເຂົາ​ໄດ້​ມາ, ແລະ ໂດຍ​ທີ່​ໄດ້​ເຫັນ​ຄວາມ​ຫລວງ​ຫລາຍ​ຂອງ​ຈຳນວນ​ຜູ້​ຄົນ, ທີ​ອານ​ຄຳ​ຈຶ່ງ​ຄິດ​ວ່າ​ມັນ​ບໍ່​ສົມ​ຄວນ​ທີ່​ລາວ​ຈະ​ເຂົ້າ​ໂຈມ​ຕີ​ພວກ​ເຂົາ​ໃນ​ຄ້າຍ​ເຫລົ່າ​ນັ້ນ.

6 ແຕ່​ລາວ​ໄດ້​ຈັດ​ວາງ​ກຳ​ລັງ​ທະ​ຫານ​ຂອງ​ລາວ​ໄວ້​ໂດຍ​ຮອບ, ຄື​ກັນ​ກັບ​ວ່າ​ກຳ​ລັງ​ຕຽມ​ເຮັດ​ເສິກ; ແທ້​ຈິງ​ແລ້ວ, ລາວ​ກຳ​ລັງ​ຕຽມ​ປ້ອງ​ກັນ​ຕົວ​ໃຫ້​ພົ້ນ​ຈາກ​ພວກ​ນັ້ນ, ໂດຍ ສ້າງ​ກຳ​ແພງ​ຂຶ້ນ​ໂດຍ​ຮອບ ແລະ ຕຽມ​ບ່ອນ​ຕັ້ງ​ກຳ​ລັງ​ໄວ້.

7 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ລາວ​ໄດ້​ຕຽມ​ສົງ​ຄາມ​ຢູ່​ສະເໝີ ຈົນ​ກວ່າ​ໂມ​ໂຣ​ໄນ​ສົ່ງ​ທະ​ຫານ​ຈຳນວນ​ຫລວງ​ຫລາຍ​ໄປ​ເພີ່ມ​ກຳ​ລັງ​ຂອງ​ລາວ.

8 ແລະ ໂມ​ໂຣ​ໄນ​ໄດ້​ອອກ​ຄຳ​ສັ່ງ​ມາ​ຫາ​ລາວ​ອີກ​ວ່າ ລາວ​ຄວນ​ກັກ​ຂັງ​ຊະ​ເລີຍ​ເສິກ​ທັງ​ໝົດ​ທີ່​ຕົກ​ຢູ່​ໃນ​ກຳ​ມື​ຂອງ​ລາວ​ໄວ້; ເພາະ​ວ່າ​ຊາວ​ເລມັນ​ໄດ້​ຈັບ​ເອົາ​ຊະ​ເລີຍ​ເສິກ​ເປັນ​ຈຳນວນ​ຫລວງ​ຫລາຍ​ໄປ, ຄື​ລາວ​ຕ້ອງ​ກັກ​ຂັງ​ຊະ​ເລີຍ​ເສິກ​ຂອງ​ຊາວ​ເລມັນ​ທັງ​ໝົດ​ໄວ້​ເພື່ອ​ເປັນ​ການ​ໄຖ່​ເອົາ​ພວກ​ທີ່​ຊາວ​ເລມັນ​ໄດ້​ຈັບ​ໄປ​ນັ້ນ.

9 ແລະ ເພິ່ນ​ໄດ້​ສັ່ງ​ມາ​ອີກ​ວ່າ ລາວ​ຄວນ​ຕັ້ງ​ດ່ານ​ຄ້າຍ​ໄວ້​ໃນ​ແຜ່ນ​ດິນ​ອຸ​ດົມ​ສົມ​ບູນ, ແລະ ຍຶດ​ເສັ້ນ​ທາງ ແຄບ​ຊຶ່ງ​ເຊື່ອມ​ຕໍ່​ຊຶ່ງ​ນຳ​ໄປ​ສູ່​ແຜ່ນ​ດິນ​ທາງ​ເໜືອ​ໄວ້, ຖ້າ​ບໍ່​ດັ່ງ​ນັ້ນ ຊາວ​ເລມັນ​ຈະ​ຍຶດ​ເອົາ​ຈຸດ​ນັ້ນ ແລະ ຈະ​ມີ​ອຳນາດ​ລົບ​ກວນ​ພວກ​ເຂົາ​ທຸກໆ​ດ້ານ.

10 ແລະ ໂມ​ໂຣ​ໄນ​ສັ່ງ​ມາ​ຫາ​ລາວ​ອີກ, ໂດຍ​ປາດ​ຖະ​ໜາ​ຢາກ​ໃຫ້​ລາວ​ໝັ້ນ​ຄົງ​ຢູ່​ໃນ​ການ​ປົກ​ປັກ​ຮັກ​ສາ​ແຜ່ນ​ດິນ​ສ່ວນ​ນີ້ ແລະ​ໃຫ້​ພະ​ຍາ​ຍາມ​ຫາ​ໂອ​ກາດ​ໂດຍ​ທຸກ​ວິ​ທີ​ທາງ​ທີ່​ຈະ​ສ້າງ​ຄວາມ​ເສຍ​ຫາຍ​ໃຫ້​ແກ່​ຊາວ​ເລມັນ​ໃນ​ແຜ່ນ​ດິນ​ສ່ວນ​ນີ້​ໃຫ້​ຫລາຍ​ທີ່​ສຸດ​ເທົ່າ​ທີ່​ຈະ​ມີ​ກຳ​ລັງ​ເຮັດ​ໄດ້ ເພື່ອ​ວ່າ​ລາວ​ຈະ​ໄດ້​ຍຶດ​ເມືອງ​ຕ່າງໆ​ຄືນ​ມາ ເຖິງ​ແມ່ນ​ວ່າ​ມັນ​ຈະ​ໄດ້​ມາ​ໂດຍ​ກົນ​ອຸ​ບາຍ​ເລ່​ຫລ່ຽມ ຫລື ໂດຍ​ວິ​ທີ​ໃດ​ກໍ​ຕາມ; ແລະ ໃຫ້​ລາວ​ຕັ້ງ​ຄ້າຍ ແລະ ເສີມ​ກຳ​ລັງ​ຂຶ້ນ​ຕາມ​ຫົວ​ເມືອງ​ຕ່າງໆ​ທີ່​ຍັງ​ບໍ່​ໄດ້​ຕົກ​ຢູ່​ໃນ​ກຳ​ມື​ຂອງ​ຊາວ​ເລມັນ​ເທື່ອ.

11 ແລະ ເພິ່ນ​ໄດ້​ບອກ​ລາວ​ວ່າ, ຂ້າ​ພະ​ເຈົ້າ​ຢາກ​ມາ​ຫາ​ທ່ານ, ແຕ່​ຈົ່ງ​ເບິ່ງ, ຊາວ​ເລມັນ​ໄດ້​ເຂົ້າ​ມາ​ໂຈມ​ຕີ​ພວກ​ເຮົາ​ຢູ່​ທາງ​ຊາຍ​ແດນ​ຂອງ​ແຜ່ນ​ດິນ​ໃກ້​ທະເລ​ທາງ​ຕາ​ເວັນ​ຕົກ; ແລະ ຈົ່ງ​ເບິ່ງ, ຂ້າ​ພະ​ເຈົ້າ​ຕ້ອງ​ໄປ​ຕໍ່​ຕ້ານ​ພວກ​ເຂົາ, ສະນັ້ນ ຂ້າ​ພະ​ເຈົ້າ​ຈຶ່ງ​ມາ​ຫາ​ທ່ານ​ບໍ່​ໄດ້.

12 ບັດ​ນີ້, ກະສັດ (ອາມ​ໂມ​ຣອນ) ໄດ້​ອອກ​ຈາກ​ແຜ່ນ​ດິນ​ເຊຣາ​ເຮັມລາ​ໄປ, ແລະ ໄດ້​ເຮັດ​ໃຫ້​ເປັນ​ທີ່​ຮູ້​ແກ່​ລາຊີ​ນີ​ກ່ຽວ​ກັບ​ການ​ຕາຍ​ຂອງ​ອ້າຍ​ຂອງ​ລາວ, ແລະ ລາວ​ໄດ້​ເຕົ້າ​ໂຮມ​ຄົນ​ເປັນ​ຈຳນວນ​ຫລວງ​ຫລາຍ, ແລະ ໄດ້​ເດີນ​ທັບ​ອອກ​ໄປ​ສູ້​ຮົບ​ກັບ​ຊາວ​ນີໄຟ​ທີ່​ຊາຍ​ແດນ​ໃກ້​ທະເລ​ທາງ​ຕາ​ເວັນ​ຕົກ.

13 ແລະ ລາວ​ພະ​ຍາ​ຍາມ​ລົບ​ກວນ​ຊາວ​ນີໄຟ​ຢູ່​ດັ່ງ​ນັ້ນ, ແລະ ເພື່ອ​ຈະ​ຖອນ​ກຳ​ລັງ​ສ່ວນ​ໜຶ່ງ​ຂອງ​ພວກ​ເຂົາ​ໄປ​ຍັງ​ແຜ່ນ​ດິນ​ສ່ວນ​ນັ້ນ ໃນ​ຂະນະ​ທີ່​ລາວ​ສັ່ງ​ຄົນ​ທີ່​ລາວ​ປະ​ໄວ້​ໃຫ້​ດູ​ແລ​ເມືອງ​ທີ່​ໄດ້​ມາ, ໃຫ້​ພວກ​ເຂົາ​ລົບ​ກວນ​ຊາວ​ນີໄຟ​ຕາມ​ຊາຍ​ແດນ​ໃກ້​ທະເລ​ທາງ​ຕາ​ເວັນ​ອອກ​ນຳ​ອີກ, ແລະ ໃຫ້​ເຂົ້າ​ຍຶດ​ເອົາ​ແຜ່ນ​ດິນ​ຂອງ​ພວກ​ເຂົາ​ໃຫ້​ໄດ້​ຫລາຍ​ທີ່​ສຸດ​ເທົ່າ​ທີ່​ພວກ​ເຂົາ​ຈະ​ເຮັດ​ໄດ້, ຕາມ​ກຳ​ລັງ​ຂອງ​ກອງ​ທັບ​ຂອງ​ຕົນ.

14 ແລະ ຊາວ​ນີໄຟ​ຈຶ່ງ​ຢູ່​ໃນ​ສະພາບ​ທີ່​ເປັນ​ອັນ​ຕະ​ລາຍ​ດັ່ງ​ນີ້​ໃນ​ທ້າຍ​ປີ​ທີ​ຊາວ​ຫົກ​ແຫ່ງ​ການ​ປົກ​ຄອງ​ຂອງ​ຜູ້​ຕັດ​ສິນ​ດູ​ແລ​ຜູ້​ຄົນ​ຂອງ​ນີໄຟ.

15 ແຕ່​ຈົ່ງ​ເບິ່ງ, ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ໃນ​ປີ​ທີ​ຊາວ​ເຈັດ​ແຫ່ງ​ການ​ປົກ​ຄອງ​ຂອງ​ຜູ້​ຕັດ​ສິນ, ຄື​ທີ​ອານ​ຄຳ, ໂດຍ​ຄຳ​ສັ່ງ​ຂອງ​ໂມ​ໂຣ​ໄນ—ຜູ້​ທີ່​ຈັດ​ຕັ້ງ​ກອງ​ທັບ​ຂຶ້ນ​ເພື່ອ​ປ້ອງ​ກັນ​ຊາຍ​ແດນ​ທາງ​ໃຕ້ ແລະ ທາງ​ຕາ​ເວັນ​ຕົກ​ຂອງ​ແຜ່ນ​ດິນ, ແລະ ໄດ້​ເລີ່ມ​ເດີນ​ທັບ​ຂອງ​ເພິ່ນ​ມຸ້ງ​ໜ້າ​ໄປ​ຫາ​ແຜ່ນ​ດິນ​ອຸ​ດົມ​ສົມ​ບູນ, ເພື່ອ​ວ່າ​ເພິ່ນ​ຈະ​ໄດ້​ຊ່ວຍ​ເຫລືອ​ທີ​ອານ​ຄຳ ແລະ ກອງ​ທັບ​ຂອງ​ລາວ​ໃນ​ການ​ໄປ​ຕີ​ເອົາ​ເມືອງ​ທີ່​ສູນ​ເສຍ​ໄປ​ນັ້ນ​ຄືນ​ມາ—

16 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ທີ​ອານ​ຄຳ​ໄດ້​ຮັບ​ຄຳ​ສັ່ງ​ໃຫ້​ເຂົ້າ​ຕີ​ເອົາ​ເມືອງ​ມິວ​ເລັກ, ແລະ ໃຫ້​ຕີ​ເອົາ​ມັນ​ຄືນ​ມາ​ຖ້າ​ຫາກ​ເປັນ​ໄປ​ໄດ້.

17 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ທີ​ອານ​ຄຳ​ໄດ້​ຕຽມ​ພ້ອມ​ທີ່​ຈະ​ເຂົ້າ​ໂຈມ​ຕີ​ເມືອງ​ມິວ​ເລັກ, ແລະ ໄດ້​ອອກ​ເດີນ​ທາງ​ພ້ອມ​ດ້ວຍ​ກອງ​ທະ​ຫານ​ຂອງ​ລາວ​ເພື່ອ​ໄປ​ສູ້​ຮົບ​ກັບ​ຊາວ​ເລມັນ; ແຕ່​ລາວ​ເຫັນ​ວ່າ​ມັນ​ເປັນ​ໄປ​ບໍ່​ໄດ້​ທີ່​ຈະ​ເອົາ​ຊະນະ​ພວກ​ສັດ​ຕູ ໃນ​ຂະນະ​ທີ່​ພວກ​ນັ້ນ​ຢູ່​ໃນ​ບ່ອນ​ປ້ອງ​ກັນ​ຂອງ​ພວກ​ເຂົາ; ສະນັ້ນ ລາວ​ຈຶ່ງ​ໄດ້​ລົ້ມ​ເລີກ​ແຜນ​ການ​ຂອງ​ລາວ ແລະ ກັບ​ຄືນ​ໄປ​ຫາ​ເມືອງ​ອຸ​ດົມ​ສົມ​ບູນ​ຄື​ເກົ່າ, ເພື່ອ​ລໍ​ຖ້າ​ການ​ມາ​ຂອງ​ໂມ​ໂຣ​ໄນ, ເພື່ອ​ລາວ​ຈະ​ໄດ້​ຮັບ​ກຳ​ລັງ​ເພີ່ມ​ກອງ​ທັບ​ຂອງ​ລາວ​ອີກ.

18 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ໂມ​ໂຣ​ໄນ​ໄດ້​ມາ​ຮອດ​ແຜ່ນ​ດິນ​ອຸ​ດົມ​ສົມ​ບູນ​ພ້ອມ​ດ້ວຍ​ກອງ​ທັບ​ຂອງ​ເພິ່ນ, ໃນ​ຕອນ​ທ້າຍ​ປີ​ທີ​ຊາວ​ເຈັດ​ແຫ່ງ​ການ​ປົກ​ຄອງ​ຂອງ​ຜູ້​ຕັດ​ສິນ​ດູ​ແລ​ຜູ້​ຄົນ​ຂອງ​ນີໄຟ.

19 ແລະ ໃນ​ຕົ້ນ​ປີ​ທີ​ຊາວ​ແປດ, ໂມ​ໂຣ​ໄນ ແລະ ທີ​ອານ​ຄຳ​ພ້ອມ​ດ້ວຍ​ຫົວ​ໜ້າ​ນາຍ​ທະ​ຫານ​ຫລາຍ​ຄົນ​ໄດ້​ມີ​ກອງ​ປະ​ຊຸມ​ປຶກ​ສາ​ຫາ​ລື​ກັນ​ເລື່ອງ​ສົງ​ຄາມ—ວ່າ​ພວກ​ຕົນ​ຈະ​ເຮັດ​ແນວ​ໃດ ເພື່ອ​ຈະ​ໃຫ້​ຊາວ​ເລມັນ​ອອກ​ມາ​ສູ້​ຮົບ​ກັບ​ຕົນ; ຫລື ຊອກ​ຫາ​ວິ​ທີ​ໃດ​ວິ​ທີ​ໜຶ່ງ​ທີ່​ຈະ​ລໍ້​ໃຫ້​ພວກ​ນັ້ນ​ອອກ​ມາ​ຈາກ​ທີ່​ໝັ້ນ​ຂອງ​ພວກ​ເຂົາ, ເພື່ອ​ຕົນ​ຈະ​ໄດ້​ປຽບ​ສັດ​ຕູ ແລະ ຍຶດ​ເອົາ​ເມືອງ​ມິວ​ເລັກ​ນັ້ນ​ກັບ​ຄືນ​ມາ.

20 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ ພວກ​ເຂົາ​ໄດ້​ສົ່ງ​ຄະນະ​ທູດ​ໄປ​ຫາ​ກອງ​ທັບ​ຂອງ​ຊາວ​ເລມັນ, ຊຶ່ງ​ປົກ​ປ້ອງ​ເມືອງ​ມິວ​ເລັກ​ຢູ່ ເພື່ອ​ສັ່ງ​ຄວາມ​ໄປ​ຫາ​ຫົວ​ໜ້າ​ຂອງ​ຊາວ​ເລມັນ​ຜູ້​ມີ​ຊື່​ວ່າ ຢາໂຄບ, ໂດຍ​ປາດ​ຖະ​ໜາ​ໃຫ້​ລາວ​ພ້ອມ​ດ້ວຍ​ກອງ​ທັບ​ຂອງ​ລາວ​ອອກ​ມາ ເພື່ອ​ມາ​ພົບ​ກັບ​ຕົນ​ຢູ່​ໃນ​ທົ່ງ​ພຽງ ຊຶ່ງ​ຢູ່​ລະຫວ່າງ​ສອງ​ເມືອງ​ນັ້ນ. ແຕ່​ຈົ່ງ​ເບິ່ງ​ຢາໂຄບ​ຜູ້​ເປັນ​ຊາວ​ໂຊຣຳ​ບໍ່​ຍອມ​ອອກ​ມາ​ພ້ອມ​ດ້ວຍ​ກອງ​ທັບ​ຂອງ​ລາວ, ເພື່ອ​ພົບ​ກັບ​ພວກ​ນັ້ນ​ຢູ່​ໃນ​ບ່ອນ​ທີ່​ຮາບ​ພຽງ.

21 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເມື່ອ​ໂມ​ໂຣ​ໄນ​ໂດຍ​ໝົດ​ຫວັງ​ທີ່​ຈະ​ໄດ້​ພົບ​ກັບ​ຊາວ​ເລມັນ​ຢູ່​ໃນ​ບ່ອນ​ຊຶ່ງ​ບໍ່​ມີ​ຜູ້​ໃດ​ໄດ້​ປຽບ​ກັນ, ສະນັ້ນ, ເພິ່ນ​ຈຶ່ງ​ຕົກ​ລົງ​ໃຈ​ເຮັດ​ຕາມ​ແຜນ​ທີ່​ເພິ່ນ​ຈະ​ຫລອກ​ລວງ​ຊາວ​ເລມັນ​ໃຫ້​ອອກ​ມາ​ຈາກ​ທີ່​ໝັ້ນ​ຂອງ​ພວກ​ເຂົາ.

22 ສະນັ້ນ ເພິ່ນ​ຈຶ່ງ​ໄດ້​ໃຫ້​ທີ​ອານ​ຄຳ​ນຳ​ເອົາ​ທະ​ຫານ​ຈຳນວນ​ໜ້ອຍ​ໜຶ່ງ​ເດີນ​ທັບ​ລົງ​ໄປ​ໃກ້​ຝັ່ງ​ທະເລ; ແລະ ໃນ​ຕອນ​ກາງ​ຄືນ ໂມ​ໂຣ​ໄນ​ພ້ອມ​ດ້ວຍ​ກອງ​ທັບ​ຂອງ​ເພິ່ນ​ໄດ້​ເດີນ​ທັບ​ເຂົ້າ​ໄປ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ​ທາງ​ຕາ​ເວັນ​ຕົກ​ຂອງ​ເມືອງ​ມິວ​ເລັກ; ແລະ ໃນ​ມື້​ຕໍ່​ມາ, ເມື່ອ​ທະ​ຫານ​ຍາມ​ຂອງ​ຊາວ​ເລມັນ​ເຫັນ​ທີ​ອານ​ຄຳ, ພວກ​ເຂົາ​ຈຶ່ງ​ໄດ້​ແລ່ນ​ໄປ​ບອກ​ຢາໂຄບ​ຜູ້​ເປັນ​ນາຍ​ຂອງ​ພວກ​ເຂົາ.

23 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ກອງ​ທັບ​ຂອງ​ຊາວ​ເລມັນ​ໄດ້​ຍົກ​ທັບ​ມາ​ຕໍ່​ສູ້​ກັບ​ທີ​ອານ​ຄຳ, ໂດຍ​ຄິດ​ວ່າ​ຈຳນວນ​ຄົນ​ຂອງ​ລາວ​ບໍ່​ຫລາຍ ແລະ ພວກ​ເຂົາ​ຈະ​ເອົາ​ຊະນະ​ທີ​ອານ​ຄຳ​ໄດ້. ແລະ ໃນ​ເມື່ອ​ທີ​ອານ​ຄຳ​ເຫັນ​ກອງ​ທັບ​ຂອງ​ຊາວ​ເລມັນ​ຍົກ​ມາ​ຕໍ່​ສູ້​ກັບ​ຕົນ ລາວ​ກໍ​ເລີ່ມ​ຖອຍ​ທັບ​ຂອງ​ລາວ​ລົງ​ໄປ​ຫາ​ຫາດ​ຊາຍ​ທະເລ​ຂຶ້ນ​ໄປ​ທາງ​ເໜືອ.

24 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເວລາ​ຊາວ​ເລມັນ​ເຫັນ​ວ່າ​ທີ​ອານ​ຄຳ​ຖອຍ​ໜີ​ໄປ, ພວກ​ເຂົາ​ຈຶ່ງ​ມີ​ກຳ​ລັງ​ໃຈ ແລະ ໄລ່​ຕາມ​ໄປ​ຢ່າງ​ບໍ່​ຢຸດ​ຢັ້ງ. ແລະ ຂະນະ​ທີ່​ທີ​ອານ​ຄຳ​ກຳ​ລັງ​ລໍ້​ຊາວ​ເລມັນ​ຜູ້​ກຳ​ລັງ​ໄລ່​ຕາມ​ພວກ​ເຂົາ​ມາ​ໂດຍ​ບໍ່​ມີ​ປະ​ໂຫຍດ​ຢູ່​ນັ້ນ, ຈົ່ງ​ເບິ່ງ, ໂມ​ໂຣ​ໄນ​ກໍ​ໄດ້​ສັ່ງ​ໃຫ້​ພາກ​ສ່ວນ​ໜຶ່ງ​ຂອງ​ກອງ​ທັບ​ຊຶ່ງ​ຢູ່​ກັບ​ເພິ່ນ​ຍົກ​ເຂົ້າ​ໄປ​ໃນ​ເມືອງ ແລະ ເຂົ້າ​ຍຶດ​ເອົາ​ເມືອງ​ນັ້ນ.

25 ແລະ ພວກ​ເຂົາ​ໄດ້​ເຂົ້າ​ຍຶດ​ເອົາ​ເມືອງ​ດັ່ງ​ນັ້ນ ແລະ ໄດ້​ຂ້າ​ຄົນ​ທັງ​ໝົດ​ທີ່​ຖືກ​ປະ​ໄວ້​ປ້ອງ​ກັນ​ເມືອງ​ນັ້ນ, ແທ້​ຈິງ​ແລ້ວ, ໄດ້​ຂ້າ​ຄົນ​ທັງ​ໝົດ​ທີ່​ບໍ່​ຍອມ​ມອບ​ອາ​ວຸດ​ແຫ່ງ​ສົງ​ຄາມ​ຂອງ​ພວກ​ເຂົາ.

26 ແລະ ໂມ​ໂຣ​ໄນ​ຈຶ່ງ​ໄດ້​ເມືອງ​ມິວ​ເລັກ​ຄືນ​ມາ​ໂດຍ​ພາກ​ສ່ວນ​ໜຶ່ງ​ຂອງ​ກອງ​ທັບ​ຂອງ​ເພິ່ນ​ດັ່ງ​ນີ້, ໃນ​ເວລາ​ດຽວ​ກັນ​ນັ້ນ ເພິ່ນ​ໄດ້​ເດີນ​ທັບ​ໄປ​ພ້ອມ​ກຳ​ລັງ​ທີ່​ເຫລືອ​ຢູ່​ເພື່ອ​ພົບ​ກັບ​ຊາວ​ເລມັນ ເວລາ​ພວກ​ເຂົາ​ກັບ​ຄືນ​ມາ​ຈາກ​ການ​ໄລ່​ຕາມ​ທີ​ອານ​ຄຳ.

27 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຊາວ​ເລມັນ​ໄດ້​ໄລ່​ຕາມ​ທີ​ອານ​ຄຳ​ຈົນ​ມາ​ຮອດ​ໃກ້​ເມືອງ​ອຸ​ດົມ​ສົມ​ບູນ, ແລະ ເມື່ອ​ພວກ​ເຂົາ​ໄດ້​ພົບ​ກັບ​ລີໄຮ ແລະ ກອງ​ທັບ​ຈຳນວນ​ໜ້ອຍ​ໜຶ່ງ, ຊຶ່ງ​ຖືກ​ປະ​ໄວ້​ປ້ອງ​ກັນ​ເມືອງ​ອຸ​ດົມ​ສົມ​ບູນ.

28 ແລະ ບັດ​ນີ້​ຈົ່ງ​ເບິ່ງ, ເວລາ​ຫົວ​ໜ້າ​ນາຍ​ທະ​ຫານ​ຂອງ​ຊາວ​ເລມັນ​ເຫັນ​ລີໄຮ​ພ້ອມ​ດ້ວຍ​ກອງ​ທັບ​ຂອງ​ລາວ​ມາ​ຕໍ່​ສູ້​ກັບ​ຕົນ, ພວກ​ເຂົາ​ກໍ​ໄດ້​ໜີ​ໄປ​ດ້ວຍ​ຄວາມ​ສັບ​ສົນ​ຫລາຍ, ເພາະ​ຢ້ານ​ວ່າ​ພວກ​ຕົນ​ຈະ​ເຂົ້າ​ເມືອງ​ມິວ​ເລັກ​ບໍ່​ທັນ​ກ່ອນ​ທີ່​ລີໄຮ​ຈະ​ຕິດ​ຕາມ​ມາ​ທັນ; ເພາະ​ວ່າ​ພວກ​ເຂົາ​ອ່ອນ​ເພຍ​ຫລາຍ​ຍ້ອນ​ການ​ເດີນ​ທັບ, ແລະ ຄົນ​ຂອງ​ລີໄຮ​ຍັງ​ແຂງ​ແຮງ​ຢູ່.

29 ບັດ​ນີ້​ຊາວ​ເລມັນ​ບໍ່​ຮູ້​ຈັກ​ວ່າ​ໂມ​ໂຣ​ໄນ​ກຳ​ລັງ​ລີ້​ຢູ່​ທາງ​ຫລັງ​ຂອງ​ຕົນ​ພ້ອມ​ດ້ວຍ​ກອງ​ທັບ​ຂອງ​ເພິ່ນ; ແລະ ພວກ​ເຂົາ​ມີ​ແຕ່​ຟາງ​ຢ້ານ​ລີໄຮ ແລະ ທະ​ຫານ​ຂອງ​ລາວ.

30 ບັດ​ນີ້​ລີໄຮ​ບໍ່​ປາດ​ຖະ​ໜາ​ທີ່​ຈະ​ຕິດ​ຕາມ​ໄປ​ໃຫ້​ທັນ​ພວກ​ເຂົາ ຈົນ​ກວ່າ​ພວກ​ເຂົາ​ຈະ​ໄດ້​ພົບ​ກັບ​ໂມ​ໂຣ​ໄນ ແລະ ກອງ​ທັບ​ຂອງ​ເພິ່ນ​ເສຍ​ກ່ອນ.

31 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ກ່ອນ​ທີ່​ຊາວ​ເລມັນ​ຈະ​ຖອຍ​ໄປ​ໄດ້​ໄກ ກໍ​ຖືກ​ຊາວ​ນີໄຟ​ລ້ອມ​ໄວ້​ດ້ານ​ໜຶ່ງ​ໂດຍ​ທະ​ຫານ​ຂອງ​ໂມ​ໂຣ​ໄນ, ແລະ ອີກ​ດ້ານ​ໜຶ່ງ​ແມ່ນ​ທະ​ຫານ​ຂອງ​ລີໄຮ, ຊຶ່ງ​ທັງ​ໝົດ​ນີ້​ຍັງ​ແຂງ​ແຮງ​ໝົດ ແລະ ມີ​ກຳ​ລັງ​ເຕັມ​ທີ່; ແຕ່​ວ່າ​ຊາວ​ເລມັນ​ອ່ອນ​ເພຍ​ຫລາຍ​ຍ້ອນ​ການ​ເດີນ​ທັບ​ມາ​ໄກ.

32 ແລະ ໂມ​ໂຣ​ໄນ​ໄດ້​ສັ່ງ​ຄົນ​ຂອງ​ເພິ່ນ​ໃຫ້​ໂຈມ​ຕີ​ຊາວ​ເລມັນ​ຈົນ​ວ່າ​ພວກ​ເຂົາ​ຈະ​ຍອມ​ມອບ​ອາ​ວຸດ​ແຫ່ງ​ສົງ​ຄາມ​ຂອງ​ພວກ​ເຂົາ​ໃຫ້.

33 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຢາໂຄບ​ໂດຍ​ທີ່​ເປັນ​ຜູ້​ນຳ​ຂອງ​ຊາວ​ເລມັນ, ໂດຍ​ທີ່​ເປັນ ຊາວ​ໂຊຣຳ ແລະ ໂດຍ​ທີ່​ມີ​ວິນ​ຍານ​ທີ່​ບໍ່​ຍອມ​ເສຍ​ໄຊ, ລາວ​ຈຶ່ງ​ໄດ້​ນຳ​ເອົາ​ຊາວ​ເລມັນ​ອອກ​ໄປ​ສູ້​ຮົບ​ກັບ​ໂມ​ໂຣ​ໄນ​ດ້ວຍ​ຄວາມ​ໂມ​ໂຫ​ຮ້າຍ.

34 ໂດຍ​ທີ່​ໂມ​ໂຣ​ໄນ​ຢູ່​ໃນ​ເສັ້ນ​ທາງ​ເດີນ​ທັບ​ຂອງ​ພວກ​ເລມັນ, ສະນັ້ນ ຢາໂຄບ​ຈຶ່ງ​ຕັ້ງ​ໃຈ​ຈະ​ຂ້າ​ພວກ​ເຂົາ ແລະ ຕີ​ຜ່າ​ອອກ​ໄປ​ຫາ​ເມືອງ​ມິວ​ເລັກ. ແຕ່​ຈົ່ງ​ເບິ່ງ, ໂມ​ໂຣ​ໄນ ແລະ ທະ​ຫານ​ຂອງ​ເພິ່ນ​ມີ​ກຳ​ລັງ​ຫລາຍ​ກວ່າ; ສະນັ້ນ ຊາວ​ນີໄຟ​ຈຶ່ງ​ບໍ່​ເປີດ​ທາງ​ໃຫ້​ແກ່​ຊາວ​ເລມັນ.

35 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພວກ​ເຂົາ​ໄດ້​ຕໍ່​ສູ້​ກັນ​ຢ່າງ​ດຸ​ເດືອດ​ທັງ​ສອງ​ຝ່າຍ; ແລະ ທັງ​ສອງ​ຝ່າຍ​ມີ​ຄົນ​ຖືກ​ຂ້າ​ຕາຍ​ເປັນ​ຈຳນວນ​ຫລວງ​ຫລາຍ; ແທ້​ຈິງ​ແລ້ວ, ແລະ ໂມ​ໂຣ​ໄນ​ໄດ້​ຮັບ​ບາດ​ເຈັບ ແລະ ຢາໂຄບ​ຖືກ​ຂ້າ​ຕາຍ.

36 ແລະ ລີໄຮ​ໄດ້​ອ້ອມ​ເຂົ້າ​ຕີ​ທາງ​ດ້ານ​ຫລັງ​ຂອງ​ພວກ​ສັດ​ຕູ​ດ້ວຍ​ກອງ​ທະ​ຫານ​ທີ່​ມີ​ກຳ​ລັງ​ຂອງ​ລາວ, ດ້ວຍ​ຄວາມ​ໂມ​ໂຫ​ທີ່​ສຸດ​ຈົນ​ເຮັດ​ໃຫ້​ກອງ​ທັບ​ຫລັງ​ຂອງ​ຊາວ​ເລມັນ​ຍອມ​ມອບ​ອາ​ວຸດ​ແຫ່ງ​ສົງ​ຄາມ​ຂອງ​ຕົນ; ແລະ ສ່ວນ​ທີ່​ເຫລືອ​ຢູ່​ນັ້ນ​ກໍ​ສັບ​ສົນ​ກັນ​ຢູ່​ບໍ່​ຮູ້​ວ່າ​ຈະ​ໜີ​ໄປ ຫລື ຈະ​ຕໍ່​ສູ້.

37 ບັດ​ນີ້​ໂມ​ໂຣ​ໄນ​ເຫັນ​ຄວາມ​ສັບ​ສົນ​ຂອງ​ຊາວ​ເລມັນ, ເພິ່ນ​ຈຶ່ງ​ໄດ້​ເວົ້າ​ກັບ​ພວກ​ເຂົາ​ວ່າ: ຖ້າ​ຫາກ​ພວກ​ເຈົ້າ​ຈະ​ນຳ​ເອົາ​ອາ​ວຸດ​ແຫ່ງ​ສົງ​ຄາມ​ມາ​ມອບ​ໃຫ້​ແກ່​ພວກ​ເຮົາ, ຈົ່ງ​ເບິ່ງ ພວກ​ເຮົາ​ຈະ​ໄວ້​ຊີ​ວິດ​ຂອງ​ພວກ​ເຈົ້າ.

38 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເວລາ​ຊາວ​ເລມັນ​ໄດ້​ຍິນ​ຂໍ້​ຄວາມ​ນີ້​ແລ້ວ, ຫົວ​ໜ້າ​ນາຍ​ທະ​ຫານ​ຂອງ​ພວກ​ເຂົາ​ທັງ​ໝົດ​ທີ່​ບໍ່​ໄດ້​ຖືກ​ຂ້າ​ຕາຍ ຈຶ່ງ​ໄດ້​ອອກ​ມາ ແລະ ໂຍນ​ອາ​ວຸດ​ແຫ່ງ​ສົງ​ຄາມ​ໄວ້​ທີ່​ຕີນ​ຂອງ​ໂມ​ໂຣ​ໄນ, ແລະ ໄດ້​ສັ່ງ​ໃຫ້​ທະ​ຫານ​ຂອງ​ຕົນ​ກະ​ທຳ​ແບບ​ດຽວ​ກັນ.

39 ແຕ່​ຈົ່ງ​ເບິ່ງ, ມີ​ຫລາຍ​ຄົນ​ທີ່​ບໍ່​ຍອມ​ເຮັດ; ແລະ ພວກ​ທີ່​ບໍ່​ຍອມ​ມອບ​ດາບ​ຂອງ​ພວກ​ເຂົາ ຈຶ່ງ​ໄດ້​ຖືກ​ຈັບ ແລະ ມັດ​ໄວ້, ແລະ ອາ​ວຸດ​ແຫ່ງ​ສົງ​ຄາມ​ຂອງ​ພວກ​ເຂົາ​ກໍ​ຖືກ​ຍຶດ​ໄປ​ຈາກ​ພວກ​ເຂົາ, ແລະ ພວກ​ເຂົາ​ໄດ້​ຖືກ​ບັງ​ຄັບ​ໃຫ້​ເດີນ​ທາງ​ພ້ອມ​ດ້ວຍ​ພີ່​ນ້ອງ​ຂອງ​ພວກ​ເຂົາ​ໄປ​ຫາ​ແຜ່ນ​ດິນ​ອຸ​ດົມ​ສົມ​ບູນ.

40 ແລະ ບັດ​ນີ້​ຈຳນວນ​ຊະ​ເລີຍ​ເສິກ​ທີ່​ຈັບ​ໄດ້​ນັ້ນ​ມີ​ຈຳນວນ​ຫລາຍ​ກວ່າ​ຈຳນວນ​ຂອງ​ຜູ້​ທີ່​ຖືກ​ຂ້າ​ຕາຍ, ແທ້​ຈິງ​ແລ້ວ, ມັນ​ມີ​ຈຳນວນ​ຫລາຍ​ກວ່າ​ຄົນ​ທັງ​ສອງ​ຝ່າຍ​ທີ່​ຖືກ​ຂ້າ​ຕາຍ​ໄປ​ນັ້ນ.