ພາກທີ 88
ການເປີດເຜີຍທີ່ມອບໃຫ້ຜ່ານໂຈເຊັບ ສະມິດ ຜູ້ເປັນສາດສະດາ ທີ່ເມືອງເຄີດແລນ, ລັດໂອໄຮໂອ, ວັນທີ 27 ແລະ 28 ເດືອນທັນວາ, 1832, ແລະ ວັນທີ 3 ເດືອນມັງກອນ, 1833. ສາດສະດາໄດ້ລະບຸການເປີດເຜີຍນີ້ວ່າເປັນ “‘ໃບໝາກກອກ’ … ເດັດອອກມາຈາກຕົ້ນໄມ້ຂອງເມືອງສຸຂະເສີມ, ເປັນຂ່າວສານແຫ່ງສັນຕິສຸກຂອງພຣະຜູ້ເປັນເຈົ້າແກ່ພວກເຮົາ.” ການເປີດເຜີຍໄດ້ຖືກມອບໃຫ້ຕອນກຸ່ມມະຫາປະໂລຫິດໄດ້ອະທິຖານຫລັງຈາກກອງປະຊຸມ “ແຍກກັນຢູ່ ແລະ ເອີ້ນພຣະຜູ້ເປັນເຈົ້າ ເພື່ອຂໍໃຫ້ພຣະອົງເປີດເຜີຍພຣະປະສົງຂອງພຣະອົງແກ່ເຮົາ ກ່ຽວກັບການເສີມສ້າງຊີໂອນ.”
1–5, ໄພ່ພົນທີ່ຊື່ສັດຂອງພຣະເຈົ້າໄດ້ຮັບພຣະຜູ້ປອບໂຍນອົງນັ້ນ, ຊຶ່ງເປັນຄຳສັນຍາຂອງຊີວິດນິລັນດອນ; 6–13, ທຸກສິ່ງທັງປວງຖືກຄວບຄຸມ ແລະ ປົກຄອງໂດຍຄວາມສະຫວ່າງຂອງພຣະຄຣິດ; 14–16, ການຟື້ນຄືນຊີວິດມາເຖິງຜ່ານທາງການໄຖ່; 17–31, ການເຊື່ອຟັງກົດຂອງໂລກຊັ້ນສູງ, ໂລກຊັ້ນກາງ, ຫລື ໂລກຊັ້ນຕ່ຳ ຈະຕຽມມະນຸດສຳລັບອານາຈັກ ແລະ ລັດສະໝີພາບເຫລົ່ານັ້ນຕາມລຳດັບ; 32–35, ຄົນທີ່ຢູ່ໃນບາບກໍຈະຍັງສົກກະປົກຢູ່ຄືເກົ່າ; 36–41, ອານາຈັກທັງປວງຈະຖືກປົກຄອງດ້ວຍກົດ; 42–45, ພຣະເຈົ້າໄດ້ປະທານກົດສຳລັບທຸກສິ່ງທັງປວງ; 46–50, ມະນຸດຈະເຂົ້າໃຈແມ່ນແຕ່ພຣະເຈົ້າ; 51–61, ຄຳອຸປະມາເລື່ອງຊາຍທີ່ສົ່ງຜູ້ຮັບໃຊ້ຂອງຕົນໄປເຮັດວຽກຢູ່ໃນທົ່ງ ແລະ ໄດ້ໄປຢ້ຽມຢາມພວກເຂົາແຕ່ລະຄົນ; 62–73, ຈົ່ງເຂົ້າໃກ້ພຣະຜູ້ເປັນເຈົ້າ, ແລະ ທ່ານຈະເຫັນພຣະພັກຂອງພຣະອົງ; 74–80, ຈົ່ງຊຳລະຕົນໃຫ້ບໍລິສຸດ ແລະ ສິດສອນຄຳສອນຂອງອານາຈັກໃຫ້ກັນແລະກັນ; 81–85, ທຸກຄົນທີ່ໄດ້ຖືກເຕືອນ ຄວນ ເຕືອນເພື່ອນບ້ານຂອງຕົນ; 86–94, ເຄື່ອງໝາຍ, ຄວາມປັ່ນປ່ວນຂອງດິນຟ້າອາກາດ, ແລະ ເຫລົ່າທູດ ຈັດຕຽມທາງສຳລັບການສະເດັດມາຂອງພຣະຜູ້ເປັນເຈົ້າ; 95–102, ເຫລົ່າທູດເປົ່າແກເອີ້ນຄົນຕາຍຕາມລຳດັບຂອງພວກເຂົາ; 103–116, ເຫລົ່າທູດເປົ່າແກປະກາດການຟື້ນຟູພຣະກິດຕິຄຸນ, ການຫລົ້ມຈົມຂອງບາບີໂລນ, ແລະ ການສູ້ຮົບຂອງພຣະເຈົ້າອົງຍິ່ງໃຫຍ່; 117–126, ຈົ່ງສະແຫວງຫາການຮຽນຮູ້, ຈົ່ງສະຖາປະນາບ້ານຂອງພຣະເຈົ້າ (ພຣະວິຫານ), ແລະ ຫຸ້ມຫໍ່ຕົນເອງດ້ວຍພັນທະແຫ່ງຄວາມໃຈບຸນ; 127–141, ລະບຽບຂອງໂຮງຮຽນຂອງສາດສະດາໄດ້ຖືກອະທິບາຍໄວ້, ລວມທັງພິທີການລ້າງຕີນ.
1 ຕາມຄວາມຈິງແລ້ວ, ພຣະຜູ້ເປັນເຈົ້າໄດ້ກ່າວດັ່ງນີ້ກັບພວກເຈົ້າ ຜູ້ໄດ້ມາຮ່ວມຊຸມນຸມນຳກັນເພື່ອຮັບພຣະປະສົງຂອງພຣະອົງກ່ຽວກັບພວກເຈົ້າ:
2 ຈົ່ງເບິ່ງ, ນີ້ເປັນສິ່ງພໍພຣະໄທແກ່ພຣະຜູ້ເປັນເຈົ້າຂອງພວກເຈົ້າ, ແລະ ເຫລົ່າທູດ ປິຕິຍິນດີໃນຕົວພວກເຈົ້າ; ການຖວາຍ ທານດ້ວຍຄຳອະທິຖານຂອງພວກເຈົ້າໄດ້ຂຶ້ນມາເຖິງພຣະກັນຂອງພຣະຜູ້ເປັນເຈົ້າແຫ່ງ ຊາບາໂອດ, ແລະ ໄດ້ຖືກບັນທຶກໄວ້ຢູ່ໃນ ປຶ້ມລາຍຊື່ຂອງຜູ້ທີ່ໄດ້ຮັບການຊຳລະໃຫ້ບໍລິສຸດ, ແມ່ນແຕ່ຄົນເຫລົ່ານັ້ນຂອງໂລກຊັ້ນສູງ.
3 ດັ່ງນັ້ນ, ບັດນີ້ ເຮົາຈຶ່ງໄດ້ສົ່ງ ພຣະຜູ້ປອບໂຍນອົງໜຶ່ງມາໃຫ້ພວກເຈົ້າ, ແມ່ນແຕ່ມາໃຫ້ພວກເຈົ້າ ເພື່ອນທັງຫລາຍຂອງເຮົາ, ເພື່ອພຣະອົງຈະໄດ້ສະຖິດຢູ່ໃນຫົວໃຈຂອງພວກເຈົ້າ, ແມ່ນແຕ່ ພຣະວິນຍານສັກສິດແຫ່ງຄຳສັນຍາ; ຊຶ່ງເປັນພຣະຜູ້ປອບໂຍນອົງດຽວກັນນັ້ນ ທີ່ເຮົາໄດ້ສັນຍາກັບສານຸສິດຂອງເຮົາ, ດັ່ງທີ່ມີບັນທຶກໄວ້ຢູ່ໃນພຣະທຳໂຢຮັນ.
4 ພຣະຜູ້ປອບໂຍນອົງນີ້ຄືຄຳສັນຍາແຫ່ງ ຊີວິດນິລັນດອນ ທີ່ເຮົາມອບໃຫ້ພວກເຈົ້າ, ແມ່ນແຕ່ ລັດສະໝີພາບ ຂອງອານາຈັກຊັ້ນສູງ;
5 ຊຶ່ງລັດສະໝີພາບນັ້ນຄືຂອງສາດສະໜາຈັກຂອງ ພຣະບຸດຫົວປີ, ແມ່ນແຕ່ຂອງພຣະເຈົ້າ, ຜູ້ສັກສິດເໜືອກວ່າທຸກສິ່ງທັງປວງ, ຜ່ານທາງພຣະເຢຊູຄຣິດ ພຣະບຸດຂອງພຣະອົງ—
6 ພຣະອົງຜູ້ໄດ້ສະເດັດຂຶ້ນເບື້ອງບົນ, ດັ່ງທີ່ພຣະອົງໄດ້ ສະເດັດລົງຕ່ຳກວ່າທຸກສິ່ງ, ໃນການນັ້ນພຣະອົງຈຶ່ງໄດ້ ເຂົ້າໃຈທຸກສິ່ງທັງປວງ, ເພື່ອວ່າພຣະອົງຈະໄດ້ຢູ່ໃນທຸກສິ່ງທັງປວງ ແລະ ຜ່ານທຸກສິ່ງທັງປວງ, ຄວາມສະຫວ່າງແຫ່ງຄວາມຈິງ;
7 ຊຶ່ງຄວາມຈິງນີ້ສ່ອງແສງ. ນີ້ຄື ຄວາມສະຫວ່າງຂອງພຣະຄຣິດ. ດັ່ງທີ່ພຣະອົງຢູ່ໃນດວງອາທິດນຳອີກ, ແລະ ເປັນຄວາມສະຫວ່າງຂອງດວງອາທິດ, ແລະ ເປັນພະລັງຂອງມັນ ຊຶ່ງໂດຍພະລັງນັ້ນດວງອາທິດໄດ້ຖືກ ສ້າງຂຶ້ນ.
8 ດັ່ງທີ່ພຣະອົງຢູ່ໃນດວງເດືອນນຳອີກ, ແລະ ເປັນຄວາມສະຫວ່າງຂອງດວງເດືອນ, ແລະ ເປັນພະລັງຂອງມັນ ຊຶ່ງໂດຍພະລັງນັ້ນດວງເດືອນໄດ້ຖືກສ້າງຂຶ້ນ;
9 ພຣະອົງກໍເປັນຄວາມສະຫວ່າງຂອງໝູ່ດວງດາວຄືກັນ, ແລະ ເປັນພະລັງຂອງມັນ ຊຶ່ງໂດຍພະລັງນັ້ນດວງດາວໄດ້ຖືກສ້າງຂຶ້ນ;
10 ແລະ ແຜ່ນດິນໂລກນຳອີກ, ແລະ ພະລັງຂອງມັນ, ແມ່ນແຕ່ແຜ່ນດິນໂລກ ຊຶ່ງເທິງນັ້ນພວກເຈົ້າໄດ້ ຢືນຢູ່.
11 ແລະ ຄວາມສະຫວ່າງຊຶ່ງສ່ອງແສງ, ຊຶ່ງໃຫ້ຄວາມສະຫວ່າງແກ່ພວກເຈົ້າ, ມາເຖິງຜ່ານພຣະອົງຜູ້ເຮັດໃຫ້ດວງຕາຂອງພວກເຈົ້າແຈ້ງສະຫວ່າງ, ຊຶ່ງເປັນຄວາມສະຫວ່າງອັນດຽວກັນນັ້ນທີ່ໃຫ້ຊີວິດຊີວາແກ່ ຄວາມເຂົ້າໃຈຂອງພວກເຈົ້າ.
12 ຊຶ່ງ ຄວາມສະຫວ່າງນັ້ນສ່ອງແສງອອກມາຈາກທີ່ປະທັບຂອງພຣະເຈົ້າ ເພື່ອ ຂະຫຍາຍອອກໄປທົ່ວທຸກແຫ່ງຫົນ—
13 ຄວາມສະຫວ່າງຊຶ່ງຢູ່ໃນ ທຸກສິ່ງທັງປວງ, ຊຶ່ງໃຫ້ ຊີວິດແກ່ທຸກສິ່ງທັງປວງ, ຊຶ່ງເປັນ ກົດທີ່ທຸກສິ່ງທັງປວງຖືກປົກຄອງໂດຍກົດນັ້ນ, ແມ່ນແຕ່ອຳນາດຂອງພຣະເຈົ້າຜູ້ປະທັບຢູ່ເທິງພຣະບັນລັງຂອງພຣະອົງ, ຜູ້ຢູ່ໃນຊວງອົກຂອງຊົ່ວນິລັນດອນ, ຜູ້ຢູ່ໃນທ່າມກາງຂອງທຸກສິ່ງທັງປວງ.
14 ບັດນີ້, ຕາມຄວາມຈິງແລ້ວ ເຮົາກ່າວກັບພວກເຈົ້າວ່າ ໂດຍຜ່ານ ການໄຖ່ຊຶ່ງເຮັດເພື່ອພວກເຈົ້າ ມັນຈຶ່ງໄດ້ເຮັດໃຫ້ເກີດການຟື້ນຄືນຊີວິດຈາກບັນດາຄົນຕາຍ.
15 ແລະ ວິນຍານກັບ ຮ່າງກາຍເປັນ ຈິດວິນຍານຂອງມະນຸດ.
16 ແລະ ການຟື້ນຄືນຊີວິດຈາກບັນດາຄົນຕາຍຄືການໄຖ່ຈິດວິນຍານ.
17 ແລະ ການໄຖ່ຈິດວິນຍານເກີດຂຶ້ນຜ່ານພຣະອົງ ທີ່ເຮັດໃຫ້ທຸກສິ່ງທັງປວງມີຊີວິດຊີວາ, ຊຶ່ງໃນຊວງອົກຂອງພຣະອົງມີຄຳສັ່ງໄວ້ວ່າ ຄົນຍາກຈົນ ແລະ ຄົນອ່ອນໂຍນຂອງ ແຜ່ນດິນໂລກຈະໄດ້ຮັບມັນເປັນມູນມໍລະດົກ.
18 ສະນັ້ນ, ມັນຈຳເປັນຕ້ອງຖືກຊຳລະໃຫ້ບໍລິສຸດຈາກຄວາມບໍ່ຊອບທຳທຸກຢ່າງ, ເພື່ອມັນຈະໄດ້ຖືກຕຽມໄວ້ສຳລັບລັດສະໝີພາບຂອງ ຊັ້ນສູງ;
19 ເພາະຫລັງຈາກມັນໄດ້ເຮັດໃຫ້ຈຸດປະສົງຂອງການສ້າງຂອງມັນສຳເລັດຄົບຖ້ວນແລ້ວ, ມັນຈະໄດ້ຮັບການສວມມົງກຸດດ້ວຍ ລັດສະໝີພາບ, ແມ່ນແຕ່ຢູ່ຕໍ່ໜ້າທີ່ປະທັບຂອງພຣະເຈົ້າອົງເປັນພຣະບິດາ;
20 ເພື່ອຮ່າງກາຍຂອງຜູ້ທີ່ເປັນຂອງອານາຈັກຊັ້ນສູງ ຈະໄດ້ ຄອບຄອງມັນຕະຫລອດການ ແລະ ຕະຫລອດໄປ; ເພາະ, ເພື່ອ ເຈດຕະນານີ້ມັນຈຶ່ງໄດ້ຖືກເຮັດ ແລະ ສ້າງຂຶ້ນ, ແລະ ເພື່ອເຈດຕະນານີ້ມັນຈຶ່ງໄດ້ຮັບ ການຊຳລະໃຫ້ບໍລິສຸດ.
21 ແລະ ຄົນທີ່ບໍ່ໄດ້ຮັບການຊຳລະໃຫ້ບໍລິສຸດ ໂດຍຜ່ານກົດຊຶ່ງເຮົາໄດ້ປະທານໃຫ້ແກ່ພວກເຈົ້າ, ແມ່ນແຕ່ກົດຂອງພຣະຄຣິດ, ຕ້ອງໄດ້ຮັບອານາຈັກອື່ນເປັນມູນມໍລະດົກ, ແມ່ນແຕ່ອານາຈັກຊັ້ນກາງ, ຫລື ວ່າອານາຈັກຊັ້ນຕ່ຳ.
22 ເພາະຄົນທີ່ບໍ່ສາມາດປະຕິບັດຕາມ ກົດຂອງອານາຈັກຊັ້ນສູງ ຈະທົນກັບລັດສະໝີພາບຂອງອານາຈັກຊັ້ນສູງບໍ່ໄດ້.
23 ແລະ ຄົນທີ່ບໍ່ສາມາດປະຕິບັດຕາມກົດຂອງອານາຈັກຊັ້ນກາງ ຈະທົນກັບລັດສະໝີພາບຂອງ ຊັ້ນກາງບໍ່ໄດ້.
24 ແລະ ຄົນທີ່ບໍ່ສາມາດປະຕິບັດຕາມກົດຂອງອານາຈັກຊັ້ນຕ່ຳ ຈະທົນກັບລັດສະໝີພາບຂອງ ຊັ້ນຕ່ຳບໍ່ໄດ້; ສະນັ້ນເຂົາຈຶ່ງບໍ່ເໝາະສົມກັບລັດສະໝີພາບຂອງອານາຈັກ. ສະນັ້ນເຂົາຕ້ອງທົນກັບອານາຈັກຊຶ່ງບໍ່ແມ່ນອານາຈັກທີ່ມີລັດສະໝີພາບ.
25 ແລະ ອີກເທື່ອໜຶ່ງ, ຕາມຄວາມຈິງແລ້ວ ເຮົາກ່າວກັບພວກເຈົ້າວ່າ ແຜ່ນດິນໂລກປະຕິບັດຕາມກົດຂອງອານາຈັກຊັ້ນສູງ, ເພາະມັນເຮັດໃຫ້ຈຸດປະສົງຂອງການສ້າງຂອງມັນສຳເລັດຄົບຖ້ວນ, ແລະ ບໍ່ລ່ວງລະເມີດກົດ—
26 ດັ່ງນັ້ນ, ມັນຈຶ່ງຈະໄດ້ຮັບ ການຊຳລະໃຫ້ບໍລິສຸດ; ແທ້ຈິງແລ້ວ, ເຖິງແມ່ນມັນຈະ ຕາຍ, ມັນຈະຖືກເຮັດໃຫ້ຄືນມີຊີວິດຊີວາອີກ, ແລະ ມັນຈະທົນກັບອຳນາດນັ້ນໄດ້ ຊຶ່ງໂດຍອຳນາດນັ້ນມັນໄດ້ຖືກເຮັດໃຫ້ຄືນມີຊີວິດຊີວາອີກ, ແລະ ຄົນຊອບທຳຈະໄດ້ຮັບມັນເປັນ ມູນມໍລະດົກ.
27 ເພາະເຖິງແມ່ນວ່າພວກເຂົາຕາຍ, ພວກເຂົາຈະ ລຸກຂຶ້ນອີກ, ເປັນ ຮ່າງກາຍຝ່າຍວິນຍານ.
28 ຄົນທີ່ມີວິນຍານຂອງຊັ້ນສູງຈະໄດ້ຮັບຮ່າງກາຍອັນດຽວກັນນັ້ນ ຊຶ່ງເຄີຍເປັນຮ່າງກາຍທຳມະຊາດ; ແມ່ນແຕ່ພວກເຈົ້າກໍຈະໄດ້ຮັບຮ່າງກາຍຂອງພວກເຈົ້າ, ແລະ ລັດສະໝີພາບຂອງພວກເຈົ້າ ຈະເປັນລັດສະໝີພາບນັ້ນ ຊຶ່ງໂດຍ ລັດສະໝີພາບນັ້ນຮ່າງກາຍຂອງພວກເຈົ້າໄດ້ຖືກເຮັດໃຫ້ຄືນມີ ຊີວິດຊີວາອີກ.
29 ພວກເຈົ້າຜູ້ທີ່ຖືກເຮັດໃຫ້ຄືນມີຊີວິດຊີວາອີກ ໂດຍສ່ວນໜຶ່ງຂອງລັດສະໝີພາບ ຊັ້ນສູງ ເມື່ອນັ້ນຈະໄດ້ຮັບຢ່າງດຽວກັນນັ້ນ, ແມ່ນແຕ່ຄວາມສົມບູນ.
30 ແລະ ຄົນທີ່ຖືກເຮັດໃຫ້ຄືນມີຊີວິດຊີວາອີກ ໂດຍສ່ວນໜຶ່ງຂອງລັດສະໝີພາບຂອງ ຊັ້ນກາງ ເມື່ອນັ້ນຈະໄດ້ຮັບຢ່າງດຽວກັນນັ້ນ, ແມ່ນແຕ່ຄວາມສົມບູນ.
31 ແລະ ຄົນທີ່ຖືກເຮັດໃຫ້ຄືນມີຊີວິດຊີວາອີກ ໂດຍສ່ວນໜຶ່ງຂອງລັດສະໝີພາບຂອງ ຊັ້ນຕ່ຳກໍຄືກັນ ເມື່ອນັ້ນຈະໄດ້ຮັບຢ່າງດຽວກັນນັ້ນ, ແມ່ນແຕ່ຄວາມສົມບູນ.
32 ແລະ ຄົນທີ່ເຫລືອຢູ່ຈະຖືກເຮັດໃຫ້ຄືນມີ ຊີວິດຊີວາຄືກັນ; ເຖິງຢ່າງໃດກໍຕາມ, ພວກເຂົາຈະໄດ້ກັບຄືນສູ່ສະຖານທີ່ເດີມຂອງພວກເຂົາເອງ, ເພື່ອຊື່ນຊົມກັບສິ່ງທີ່ພວກເຂົາ ເຕັມໃຈທີ່ຈະຮັບເອົາ, ເພາະພວກເຂົາບໍ່ໄດ້ເຕັມໃຈທີ່ຈະຮັບເອົາສິ່ງທີ່ພວກເຂົາມີໂອກາດທີ່ຈະໄດ້ຮັບ.
33 ເພາະມັນຈະເປັນປະໂຫຍດຫຍັງແກ່ມະນຸດ ຖ້າຫາກຂອງປະທານນັ້ນຖືກມອບໃຫ້ເຂົາ, ແລະ ເຂົາບໍ່ຍອມຮັບເອົາຂອງປະທານນັ້ນ? ຈົ່ງເບິ່ງ, ເຂົາບໍ່ປິຕິຍິນດີກັບສິ່ງທີ່ຖືກມອບໃຫ້ແກ່ເຂົາ, ທັງບໍ່ປິຕິຍິນດີກັບພຣະອົງຜູ້ປະທານຂອງປະທານນັ້ນໃຫ້ເຂົາ.
34 ແລະ ອີກເທື່ອໜຶ່ງ, ຕາມຄວາມຈິງແລ້ວ ເຮົາກ່າວກັບພວກເຈົ້າວ່າ ສິ່ງທີ່ຖືກປົກຄອງໂດຍກົດ ກໍຈະຖືກປົກປ້ອງໄວ້ໂດຍກົດ ແລະ ຈະຖືກເຮັດໃຫ້ດີພ້ອມທຸກຢ່າງ ແລະ ຖືກ ຊຳລະໃຫ້ບໍລິສຸດໂດຍກົດອັນດຽວກັນນັ້ນ.
35 ສິ່ງທີ່ ຝ່າຝືນກົດ, ແລະ ບໍ່ປະຕິບັດຕາມກົດ, ແຕ່ສະແຫວງຫາທີ່ຈະກາຍເປັນກົດສຳລັບຕົນເອງ, ແລະ ຈະເຕັມໃຈທີ່ຈະຢູ່ໃນບາບ, ແລະ ທັງໝົດຢູ່ໃນບາບ, ບໍ່ສາມາດຖືກຊຳລະໃຫ້ບໍລິສຸດໂດຍກົດ, ທັງໂດຍ ຄວາມເມດຕາ, ຄວາມຍຸດຕິທຳ, ຫລື ການພິພາກສາ. ສະນັ້ນ, ພວກເຂົາຈະຍັງ ສົກກະປົກຢູ່ຄືເກົ່າ.
36 ອານາຈັກທັງໝົດມີກົດໃຫ້ໄວ້;
37 ແລະ ມີຫລາຍ ອານາຈັກ; ເພາະບໍ່ມີບ່ອນໃດທີ່ວ່າງ ຊຶ່ງໃນນັ້ນຈະບໍ່ມີອານາຈັກ; ແລະ ບໍ່ມີອານາຈັກໃດທີ່ຕັ້ງຢູ່ ຊຶ່ງໃນນັ້ນຈະບໍ່ມີບ່ອນວ່າງ, ບໍ່ວ່າຈະເປັນອານາຈັກທີ່ສູງກວ່າ ຫລື ຕ່ຳກວ່າ.
38 ແລະ ແກ່ທຸກອານາຈັກມີ ກົດໃຫ້ໄວ້; ແລະ ແກ່ທຸກກົດມີຂອບເຂດ ແລະ ເງື່ອນໄຂສະເພາະຂອງມັນ.
39 ທຸກຄົນທີ່ບໍ່ປະຕິບັດຕາມ ເງື່ອນໄຂເຫລົ່ານັ້ນ ບໍ່ມີຂໍ້ແກ້ຕົວໄດ້.
40 ເພາະ ຄວາມຮູ້ແຈ້ງຈະແນບສະໜິດຢູ່ກັບຄວາມຮູ້ແຈ້ງ; ປັນຍາຈະຮັບເອົາປັນຍາ; ຄວາມຈິງຈະນ້ອມຮັບຄວາມຈິງ; ຄຸນນະທຳຈະຮັກຄຸນນະທຳ; ຄວາມສະຫວ່າງຈະແນບສະໜິດຢູ່ກັບຄວາມສະຫວ່າງ; ຄວາມເມດຕາຈະມີ ຄວາມສົງສານຕໍ່ຄວາມເມດຕາ ແລະ ອ້າງສິດໃນຄົນຂອງນາງເອງ; ຄວາມຍຸດຕິທຳຈະດຳເນີນຕໍ່ໃນເສັ້ນທາງຂອງມັນເອງ ແລະ ອ້າງສິດໃນຄົນຂອງມັນເອງ; ການພິພາກສາຈະອອກໄປຢູ່ຕໍ່ພຣະພັກຂອງພຣະອົງຜູ້ນັ່ງຢູ່ເທິງພຣະບັນລັງ ແລະ ປົກຄອງ ແລະ ດຳເນີນການທຸກສິ່ງ.
41 ພຣະອົງ ເຂົ້າພຣະໄທທຸກສິ່ງທັງປວງ, ແລະ ທຸກສິ່ງທັງປວງຢູ່ຕໍ່ພຣະພັກຂອງພຣະອົງ, ແລະ ທຸກສິ່ງທັງປວງຢູ່ອ້ອມຮອບພຣະອົງ; ແລະ ພຣະອົງຢູ່ເໜືອທຸກສິ່ງທັງປວງ, ແລະ ໃນທຸກສິ່ງທັງປວງ, ແລະ ຜ່ານທຸກສິ່ງທັງປວງ, ແລະ ອ້ອມຮອບທຸກສິ່ງທັງປວງ; ແລະ ທຸກສິ່ງທັງປວງເປັນຢູ່ໂດຍພຣະອົງ, ແລະ ມາຈາກພຣະອົງ, ແມ່ນແຕ່ພຣະເຈົ້າ, ຕະຫລອດການ ແລະ ຕະຫລອດໄປ.
42 ແລະ ອີກເທື່ອໜຶ່ງ, ຕາມຄວາມຈິງແລ້ວ ເຮົາກ່າວກັບພວກເຈົ້າວ່າ ພຣະອົງໄດ້ປະທານກົດໃຫ້ແກ່ທຸກສິ່ງທັງປວງ, ຊຶ່ງໂດຍກົດນັ້ນ ທຸກສິ່ງທັງປວງຈຶ່ງເຄື່ອນຍ້າຍໃນ ເວລາຂອງມັນ ແລະ ໃນລະດູການຂອງມັນ;
43 ແລະ ເສັ້ນທາງຂອງສິ່ງເຫລົ່ານີ້ໄດ້ຖືກກຳນົດໄວ້ແລ້ວ, ແມ່ນແຕ່ເສັ້ນທາງຂອງສະຫວັນ ແລະ ແຜ່ນດິນໂລກ, ຊຶ່ງຮ່ວມດ້ວຍແຜ່ນດິນໂລກ ແລະ ດາວພະເຄາະທັງໝົດ.
44 ແລະ ມັນໄດ້ໃຫ້ ຄວາມສະຫວ່າງແກ່ກັນແລະກັນໃນເວລາຂອງມັນ ແລະ ໃນລະດູການຂອງມັນ, ໃນນາທີຂອງມັນ, ໃນຊົ່ວໂມງຂອງມັນ, ໃນມື້ຂອງມັນ, ໃນອາທິດຂອງມັນ, ໃນເດືອນຂອງມັນ, ໃນປີຂອງມັນ—ທຸກສິ່ງທັງປວງເຫລົ່ານີ້ຄື ໜຶ່ງປີສຳລັບພຣະເຈົ້າ, ແຕ່ບໍ່ແມ່ນສຳລັບມະນຸດ.
45 ແຜ່ນດິນໂລກໝຸນໄປເທິງປີກຂອງນາງ, ແລະ ດວງອາທິດໃຫ້ຄວາມສະຫວ່າງຂອງມັນໃນເວລາກາງເວັນ, ແລະ ດວງເດືອນໃຫ້ຄວາມສະຫວ່າງຂອງມັນໃນເວລາກາງຄືນ, ແລະ ໝູ່ດວງດາວກໍໃຫ້ຄວາມສະຫວ່າງຂອງມັນນຳອີກ, ໃນຂະນະທີ່ມັນໝຸນໄປເທິງປີກຂອງມັນໃນລັດສະໝີພາບຂອງມັນ, ໃນທ່າມກາງ ອຳນາດຂອງພຣະເຈົ້າ.
46 ເຮົາຈະປຽບທຽບອານາຈັກເຫລົ່ານີ້ໃສ່ກັບສິ່ງໃດນໍ, ເພື່ອພວກເຈົ້າຈະໄດ້ເຂົ້າໃຈ?
47 ຈົ່ງເບິ່ງ, ທຸກສິ່ງເຫລົ່ານີ້ເປັນອານາຈັກ, ແລະ ມະນຸດຄົນໃດທີ່ໄດ້ເຫັນສ່ວນໃດ ຫລື ສ່ວນນ້ອຍທີ່ສຸດຂອງສິ່ງເຫລົ່ານີ້ ກໍໄດ້ ເຫັນພຣະເຈົ້າເຄື່ອນຍ້າຍໃນເດຊານຸພາບ ແລະ ອຳນາດຂອງພຣະອົງ.
48 ເຮົາກ່າວກັບພວກເຈົ້າວ່າ ເຂົາໄດ້ເຫັນພຣະອົງ; ເຖິງຢ່າງໃດກໍຕາມ, ພຣະອົງຜູ້ໄດ້ສະເດັດມາຫາຄົນ ຂອງພຣະອົງເອງ ແຕ່ບໍ່ໄດ້ຖືກຍອມຮັບ.
49 ຄວາມສະຫວ່າງສ່ອງແສງຢູ່ໃນຄວາມມືດ ແລະ ຄວາມມືດບໍ່ເຂົ້າໃຈມັນເລີຍ; ເຖິງຢ່າງໃດກໍຕາມ, ວັນນັ້ນຈະມາເຖິງ ເມື່ອພວກເຈົ້າຈະ ເຂົ້າໃຈແມ່ນແຕ່ພຣະເຈົ້າ, ໂດຍຖືກເຮັດໃຫ້ມີຊີວິດຊີວາຄືນອີກໃນພຣະອົງ ແລະ ໂດຍພຣະອົງ.
50 ເມື່ອນັ້ນພວກເຈົ້າຈະຮູ້ວ່າ ພວກເຈົ້າໄດ້ເຫັນເຮົາ, ວ່າເຮົາເປັນຢູ່, ແລະ ວ່າເຮົາຄືຄວາມສະຫວ່າງທີ່ແທ້ຈິງ ຊຶ່ງຢູ່ໃນພວກເຈົ້າ, ແລະ ວ່າພວກເຈົ້າຢູ່ໃນເຮົາ; ຖ້າບໍ່ດັ່ງນັ້ນພວກເຈົ້າຈະຮຸ່ງເຮືອງບໍ່ໄດ້.
51 ຈົ່ງເບິ່ງ, ເຮົາຈະປຽບທຽບອານາຈັກດັ່ງກ່າວໃສ່ກັບຊາຍຄົນໜຶ່ງທີ່ມີທົ່ງ, ແລະ ລາວໄດ້ສົ່ງຜູ້ຮັບໃຊ້ຂອງລາວອອກໄປໃນທົ່ງເພື່ອຂຸດດິນໃນທົ່ງ.
52 ແລະ ລາວໄດ້ກ່າວກັບຄົນທຳອິດວ່າ: ໃຫ້ເຈົ້າໄປ ແລະ ເຮັດວຽກຢູ່ໃນທົ່ງ, ແລະ ໃນຊົ່ວໂມງທຳອິດ ເຮົາຈະມາຫາເຈົ້າ, ແລະ ເຈົ້າຈະເຫັນຄວາມຊື່ນຊົມຢູ່ໃນໃບໜ້າຂອງເຮົາ.
53 ແລະ ລາວໄດ້ກ່າວກັບຄົນທີສອງວ່າ: ໃຫ້ເຈົ້າໄປໃນທົ່ງ, ແລະ ໃນຊົ່ວໂມງທີສອງ ເຮົາຈະມາຢ້ຽມຢາມເຈົ້າດ້ວຍຄວາມຊື່ນຊົມຢູ່ໃນໃບໜ້າຂອງເຮົາ.
54 ແລະ ກັບຄົນທີສາມນຳອີກ, ໂດຍກ່າວວ່າ: ເຮົາຈະມາຢ້ຽມຢາມເຈົ້າ;
55 ແລະ ກັບຄົນທີສີ່, ແລະ ຕໍ່ໆໄປຈົນເຖິງຄົນທີສິບສອງ.
56 ແລະ ເຈົ້ານາຍຂອງທົ່ງໄດ້ໄປຫາຄົນທຳອິດໃນຊົ່ວໂມງທຳອິດ, ແລະ ໄດ້ຢູ່ກັບເຂົາຕະຫລອດຊົ່ວໂມງນັ້ນ, ແລະ ເຂົາໄດ້ຮັບຄວາມຍິນດີດ້ວຍຄວາມສະຫວ່າງໃນໃບໜ້າຂອງເຈົ້ານາຍຂອງເຂົາ.
57 ແລະ ຈາກນັ້ນລາວຈຶ່ງໄດ້ໄປຈາກຄົນທຳອິດ ເພື່ອລາວຈະໄດ້ໄປຢ້ຽມຢາມຄົນທີສອງນຳອີກ, ແລະ ຄົນທີສາມ, ແລະ ຄົນທີສີ່, ແລະ ຄົນຕໍ່ໆໄປຈົນເຖິງຄົນທີສິບສອງ.
58 ແລະ ດັ່ງນັ້ນ ພວກເຂົາທັງໝົດຈຶ່ງໄດ້ຮັບຄວາມສະຫວ່າງຈາກໃບໜ້າຂອງເຈົ້ານາຍຂອງພວກເຂົາ, ທຸກຄົນໄດ້ຮັບໃນຊົ່ວໂມງຂອງເຂົາ, ແລະ ໃນເວລາຂອງເຂົາ, ແລະ ໃນລະດູການຂອງເຂົາ—
59 ໂດຍເລີ່ມຕົ້ນກັບຄົນທຳອິດ, ແລະ ຕໍ່ໆໄປຈົນເຖິງຄົນ ສຸດທ້າຍ, ແລະ ຈາກຄົນສຸດທ້າຍຈົນເຖິງຄົນທຳອິດ, ແລະ ຈາກຄົນທຳອິດຈົນເຖິງຄົນສຸດທ້າຍ;
60 ທຸກຄົນຕາມລຳດັບຂອງເຂົາເອງ, ຈົນກວ່າຊົ່ວໂມງໝົດໄປ, ແມ່ນແຕ່ຕາມທີ່ເຈົ້ານາຍຂອງເຂົາໄດ້ບັນຊາເຂົາໄວ້, ເພື່ອວ່າເຈົ້ານາຍຂອງເຂົາຈະໄດ້ມີບາລະມີຜ່ານເຂົາ, ແລະ ເຂົາມີບາລະມີຜ່ານເຈົ້ານາຍຂອງເຂົາ, ເພື່ອວ່າພວກເຂົາທັງໝົດຈະໄດ້ມີບາລະມີ.
61 ສະນັ້ນ, ເຮົາຈຶ່ງປຽບທຽບອານາຈັກເຫລົ່ານີ້ໃສ່ກັບຄຳອຸປະມານີ້, ແລະ ຜູ້ອາໄສຢູ່ໃນນັ້ນ—ແຕ່ລະອານາຈັກໃນຊົ່ວໂມງຂອງມັນເອງ, ແລະ ໃນເວລາຂອງມັນເອງ, ແລະ ໃນລະດູການຂອງມັນເອງ, ແມ່ນແຕ່ຕາມຄຳສັ່ງ ຊຶ່ງພຣະເຈົ້າໄດ້ກຳນົດໄວ້.
62 ແລະ ອີກເທື່ອໜຶ່ງ, ຕາມຄວາມຈິງແລ້ວ ເຮົາກ່າວກັບພວກເຈົ້າ, ເພື່ອນທັງຫລາຍຂອງເຮົາວ່າ ເຮົາຝາກຄຳກ່າວເຫລົ່ານີ້ໄວ້ກັບພວກເຈົ້າເພື່ອໃຫ້ ໄຕ່ຕອງຢູ່ໃນໃຈຂອງພວກເຈົ້າ, ດ້ວຍບັນຍັດນີ້ຊຶ່ງເຮົາປະທານໃຫ້ແກ່ພວກເຈົ້າ, ວ່າພວກເຈົ້າຈະ ເອີ້ນຫາເຮົາໃນຂະນະທີ່ເຮົາຢູ່ໃກ້—
63 ຈົ່ງ ເຂົ້າມາໃກ້ເຮົາ ແລະ ເຮົາຈະເຂົ້າໃກ້ພວກເຈົ້າ; ຈົ່ງ ສະແຫວງຫາເຮົາດ້ວຍຄວາມພາກພຽນ ແລະ ພວກເຈົ້າຈະ ພົບເຮົາ; ຈົ່ງໝັ່ນຂໍ ແລ້ວພວກເຈົ້າຈະໄດ້ຮັບ; ຈົ່ງໝັ່ນເຄາະ ແລ້ວຈະມີຜູ້ໄຂປະຕູໃຫ້ພວກເຈົ້າ.
64 ສິ່ງໃດກໍຕາມທີ່ພວກເຈົ້າ ທູນຂໍພຣະບິດາໃນນາມຂອງເຮົາ ມັນຈະຖືກມອບໃຫ້ແກ່ພວກເຈົ້າ, ອັນທີ່ ສົມຄວນສຳລັບພວກເຈົ້າ;
65 ແລະ ຖ້າຫາກພວກເຈົ້າທູນຂໍສິ່ງໃດທີ່ບໍ່ ສົມຄວນສຳລັບພວກເຈົ້າ, ມັນຈະກາຍເປັນການ ກ່າວໂທດຂອງພວກເຈົ້າ.
66 ຈົ່ງເບິ່ງ, ສິ່ງທີ່ພວກເຈົ້າໄດ້ຍິນເປັນຄືກັນກັບ ສຽງຂອງຄົນປ່າວຮ້ອງຢູ່ໃນຖິ່ນແຫ້ງແລ້ງກັນດານ, ໃນຖິ່ນແຫ້ງແລ້ງກັນດານ, ເພາະພວກເຈົ້າບໍ່ສາມາດເຫັນເພິ່ນ—ສຽງຂອງເຮົາ, ເພາະສຽງຂອງເຮົາຄືພຣະວິນຍານ; ພຣະວິນຍານຂອງເຮົາຄືຄວາມຈິງ; ຄວາມຈິງຈະຄົງຢູ່ ແລະ ບໍ່ມີທີ່ສິ້ນສຸດ; ແລະ ຖ້າຫາກມັນຢູ່ກັບພວກເຈົ້າ ມັນຈະມີຢ່າງຫລວງຫລາຍ.
67 ແລະ ຖ້າຫາກດວງຕາຂອງພວກເຈົ້າ ເຫັນແກ່ ລັດສະໝີພາບຂອງເຮົາແຕ່ຢ່າງດຽວ, ທັງຮ່າງກາຍຂອງພວກເຈົ້າຈະເຕັມໄປດ້ວຍຄວາມສະຫວ່າງ, ແລະ ຈະບໍ່ມີຄວາມມືດໃນພວກເຈົ້າ; ແລະ ຮ່າງກາຍນັ້ນ ຊຶ່ງເຕັມໄປດ້ວຍຄວາມສະຫວ່າງ ເຂົ້າໃຈທຸກສິ່ງທັງປວງ.
68 ສະນັ້ນ, ຈົ່ງ ຊຳລະຕົນເອງໃຫ້ບໍລິສຸດ ເພື່ອໃຫ້ ຈິດໃຈຂອງພວກເຈົ້າເຫັນແກ່ພຣະເຈົ້າແຕ່ຢ່າງດຽວ, ແລະ ວັນເວລາຈະມາເຖິງເມື່ອພວກເຈົ້າຈະ ເຫັນພຣະອົງ; ເພາະພຣະອົງຈະເປີດເຜີຍພຣະພັກຂອງພຣະອົງແກ່ພວກເຈົ້າ, ແລະ ມັນຈະເປັນໄປໃນເວລາຂອງພຣະອົງເອງ, ແລະ ໃນວິທີທາງຂອງພຣະອົງເອງ, ແລະ ຕາມພຣະປະສົງຂອງພຣະອົງເອງ.
69 ຈົ່ງລະນຶກເຖິງຄຳສັນຍາອັນຍິ່ງໃຫຍ່ ແລະ ສຸດທ້າຍຊຶ່ງເຮົາໄດ້ເຮັດໄວ້ກັບພວກເຈົ້າ; ຈົ່ງຕັດຄວາມນຶກຄິດທີ່ ໄຮ້ປະໂຫຍດຂອງພວກເຈົ້າ ແລະ ການຫົວເຮຮາຂອງພວກເຈົ້າອອກໄປໃຫ້ໄກຈາກພວກເຈົ້າ.
70 ຈົ່ງຢູ່, ຈົ່ງຢູ່ໃນບ່ອນນີ້ຕໍ່ໄປ, ແລະ ຈົ່ງເອີ້ນໃຫ້ມີການຊຸມນຸມທີ່ສັກສິດ, ແມ່ນແຕ່ການຊຸມນຸມຂອງຄົນເຫລົ່ານັ້ນທີ່ເປັນຄົນງານກຸ່ມທຳອິດໃນອານາຈັກສຸດທ້າຍນີ້.
71 ແລະ ໃຫ້ຄົນເຫລົ່ານັ້ນທີ່ພວກເຂົາໄດ້ ເຕືອນໃນເສັ້ນທາງເດີນຂອງພວກເຂົາເອີ້ນຫາພຣະຜູ້ເປັນເຈົ້າ, ແລະ ໄຕ່ຕອງເຖິງການເຕືອນໃນໃຈຂອງພວກເຂົາ ຊຶ່ງພວກເຂົາໄດ້ຮັບ, ຊົ່ວໄລຍະໜຶ່ງ.
72 ຈົ່ງເບິ່ງ, ແລະ ເບິ່ງແມ, ເຮົາຈະດູແລຜູ້ຄົນຂອງພວກເຈົ້າ, ແລະ ຈະຍົກພວກແອວເດີຂຶ້ນ ແລະ ສົ່ງໄປໃຫ້ພວກເຂົາ.
73 ຈົ່ງເບິ່ງ, ເຮົາຈະເລັ່ງວຽກງານຂອງເຮົາເມື່ອເຖິງເວລາຂອງມັນ.
74 ແລະ ເຮົາມອບໃຫ້ແກ່ພວກເຈົ້າ, ຜູ້ເປັນ ຄົນງານກຸ່ມທຳອິດໃນອານາຈັກສຸດທ້າຍນີ້, ບັນຍັດຂໍ້ໜຶ່ງ ວ່າໃຫ້ພວກເຈົ້າຈັດການຊຸມນຸມກັນ, ແລະ ວາງລະບຽບຕົນເອງ, ແລະ ຕຽມຕົນເອງ, ແລະ ຊຳລະຕົນເອງໃຫ້ບໍລິສຸດ; ແທ້ຈິງແລ້ວ, ເຮັດໃຫ້ຫົວໃຈຂອງພວກເຈົ້າບໍລິສຸດ, ແລະ ຊຳລະມື ແລະ ຕີນຂອງພວກເຈົ້າຢູ່ຕໍ່ໜ້າເຮົາ, ເພື່ອວ່າເຮົາຈະເຮັດໃຫ້ພວກເຈົ້າ ສະອາດ;
75 ເພື່ອເຮົາຈະເປັນພະຍານຕໍ່ ພຣະບິດາຂອງພວກເຈົ້າ, ແລະ ພຣະເຈົ້າຂອງພວກເຈົ້າ, ແລະ ພຣະເຈົ້າຂອງເຮົາ, ວ່າພວກເຈົ້າສະອາດຈາກເລືອດຂອງຄົນລຸ້ນທີ່ຊົ່ວຊ້ານີ້; ເພື່ອເຮົາຈະເຮັດໃຫ້ຄຳສັນຍານີ້, ຄຳສັນຍາອັນຍິ່ງໃຫຍ່ ແລະ ສຸດທ້າຍນີ້, ຊຶ່ງເຮົາໄດ້ເຮັດໄວ້ກັບພວກເຈົ້າສຳເລັດຄົບຖ້ວນ, ເມື່ອເຮົາປະສົງ.
76 ພ້ອມນີ້, ເຮົາຈະໃຫ້ບັນຍັດຂໍ້ໜຶ່ງແກ່ພວກເຈົ້າ ວ່າພວກເຈົ້າຈະສືບຕໍ່ໃນ ການອະທິຖານ ແລະ ການຖືສິນອົດເຂົ້າ ນັບແຕ່ເວລານີ້ໄປ.
77 ແລະ ເຮົາຈະໃຫ້ບັນຍັດຂໍ້ໜຶ່ງແກ່ພວກເຈົ້າ ວ່າພວກເຈົ້າຈະ ສິດສອນ ຄຳສອນຂອງອານາຈັກໃຫ້ກັນແລະກັນ.
78 ຈົ່ງສິດສອນຢ່າງພາກພຽນ ແລະ ພຣະຄຸນຂອງເຮົາຈະຢູ່ກັບພວກເຈົ້າ, ເພື່ອພວກເຈົ້າຈະໄດ້ຮັບ ການແນະນຳຢ່າງສົມບູນຫລາຍຂຶ້ນໃນທິດສະດີ, ໃນຫລັກທຳ, ໃນຄຳສອນ, ໃນກົດຂອງພຣະກິດຕິຄຸນ, ໃນທຸກສິ່ງທີ່ກ່ຽວກັບອານາຈັກຂອງພຣະເຈົ້າ, ອັນທີ່ສົມຄວນສຳລັບພວກເຈົ້າທີ່ຈະເຂົ້າໃຈ;
79 ກ່ຽວກັບສິ່ງຕ່າງໆທັງໃນ ຟ້າສະຫວັນ ແລະ ໃນແຜ່ນດິນໂລກ, ແລະ ໃຕ້ແຜ່ນດິນໂລກ; ສິ່ງທີ່ເປັນມາ, ສິ່ງທີ່ເປັນຢູ່, ສິ່ງທີ່ຕ້ອງເກີດຂຶ້ນໃນບໍ່ດົນ; ສິ່ງທີ່ຢູ່ໃນບ້ານ, ສິ່ງທີ່ຢູ່ຕ່າງແດນ; ສົງຄາມ ແລະ ຄວາມຫຍຸ້ງເຫຍີງຂອງປະຊາຊາດທັງຫລາຍ, ແລະ ການພິພາກສາຊຶ່ງມີຢູ່ເທິງແຜ່ນດິນໂລກ; ແລະ ຄວາມຮູ້ເລື່ອງປະເທດຕ່າງໆ ແລະ ອານາຈັກຕ່າງໆນຳອີກ—
80 ເພື່ອວ່າພວກເຈົ້າຈະຕຽມພ້ອມໃນທຸກສິ່ງ ເມື່ອເຮົາຈະສົ່ງພວກເຈົ້າໄປອີກ ເພື່ອຂະຫຍາຍການເອີ້ນ ຊຶ່ງໃນການເອີ້ນນັ້ນ ເຮົາໄດ້ເອີ້ນພວກເຈົ້າ, ແລະ ພາລະກິດນັ້ນຊຶ່ງເຮົາໄດ້ມອບໝາຍໃຫ້ແກ່ພວກເຈົ້າ.
81 ຈົ່ງເບິ່ງ, ເຮົາສົ່ງພວກເຈົ້າອອກໄປເປັນ ພະຍານ ແລະ ເຕືອນຜູ້ຄົນ, ແລະ ມັນຈຳເປັນທີ່ທຸກຄົນຜູ້ໄດ້ຖືກເຕືອນ ຈະ ເຕືອນເພື່ອນບ້ານຂອງຕົນ.
82 ສະນັ້ນ, ພວກເຂົາຈຶ່ງຕົກຢູ່ໃນສະພາບທີ່ບໍ່ມີຂໍ້ແກ້ຕົວ, ແລະ ບາບຂອງພວກເຂົາຈະຢູ່ເທິງຫົວຂອງພວກເຂົາເອງ.
83 ຄົນທີ່ ສະແຫວງຫາເຮົາ ກ່ອນ ຈະພົບເຮົາ, ແລະ ຈະບໍ່ຖືກປະຖິ້ມ.
84 ສະນັ້ນ, ໃຫ້ພວກເຈົ້າຢູ່ບ່ອນນັ້ນ, ແລະ ທຳງານຢ່າງພາກພຽນ, ເພື່ອວ່າພວກເຈົ້າຈະດີພ້ອມໃນການປະຕິບັດສາດສະໜາກິດທີ່ຈະອອກໄປ ໃນບັນດາ ຄົນຕ່າງຊາດເປັນເທື່ອສຸດທ້າຍ, ຫລາຍເທົ່າທີ່ພຣະໂອດຂອງພຣະຜູ້ເປັນເຈົ້າຈະເອີ່ຍຊື່, ທີ່ຈະ ຜູກມັດກົດ ແລະ ຜະນຶກປະຈັກພະຍານ, ແລະ ຕຽມໄພ່ພົນຂອງພຣະເຈົ້າໄວ້ສຳລັບຊົ່ວໂມງແຫ່ງການພິພາກສາຊຶ່ງຈະມາເຖິງ;
85 ເພື່ອວ່າຈິດວິນຍານຂອງພວກເຂົາຈະໜີພົ້ນຈາກພຣະພິໂລດຂອງພຣະເຈົ້າ, ຄວາມພິນາດຂອງຄວາມໜ້າກຽດຊັງ ຊຶ່ງຄອຍຖ້າຄົນຊົ່ວ, ທັງໃນໂລກນີ້ ແລະ ໃນໂລກທີ່ຈະມາເຖິງ. ຕາມຄວາມຈິງແລ້ວ, ເຮົາກ່າວກັບພວກເຈົ້າວ່າ ໃຫ້ຄົນເຫລົ່ານັ້ນຜູ້ທີ່ບໍ່ໄດ້ເປັນແອວເດີກຸ່ມທຳອິດດຳເນີນຕໍ່ໄປໃນສວນອະງຸ່ນຈົນກວ່າພຣະຜູ້ເປັນເຈົ້າຈະ ເອີ້ນພວກເຂົາ, ເພາະມັນຍັງບໍ່ເຖິງເວລາຂອງພວກເຂົາເທື່ອ; ອາພອນຂອງພວກເຂົາບໍ່ ສະອາດຈາກເລືອດຂອງຄົນລຸ້ນນີ້.
86 ຈົ່ງດຳລົງຢູ່ກັບ ເສລີພາບທີ່ພວກເຈົ້າໄດ້ຖືກເຮັດໃຫ້ເປັນ ອິດສະລະ; ຢ່າໃຫ້ຕົນເອງ ພົວພັນຢູ່ໃນ ບາບ, ແຕ່ໃຫ້ມືຂອງພວກເຈົ້າ ສະອາດ, ຈົນກວ່າພຣະຜູ້ເປັນເຈົ້າສະເດັດມາ.
87 ເພາະອີກບໍ່ຫລາຍມື້ຈາກນີ້ ແລະ ແຜ່ນດິນໂລກຈະ ສັ່ນ ແລະ ເນີ້ງໄປເບື້ອງນັ້ນ ແລະ ເບື້ອງນີ້ເໝືອນດັ່ງຄົນເມົາເຫລົ້າ; ແລະ ດວງອາທິດຈະເຊື່ອງໜ້າຂອງມັນ, ແລະ ຈະບໍ່ຍອມສ່ອງແສງ; ແລະ ດວງເດືອນຈະອາບຢູ່ໃນ ເລືອດ; ແລະ ໝູ່ດວງດາວຈະໂມໂຫຢ່າງໜັກ, ແລະ ມັນຈະໂຍນໂຕເອງລົງມາຄືກັນກັບໝາກເດື່ອຫລົ່ນລົງຈາກຕົ້ນ.
88 ແລະ ຫລັງຈາກປະຈັກພະຍານຂອງພວກເຈົ້າ, ພຣະພິໂລດ ແລະ ຄວາມເຄືອງແຄ້ນຈະມາສູ່ຜູ້ຄົນ.
89 ເພາະຫລັງຈາກປະຈັກພະຍານຂອງພວກເຈົ້າ, ປະຈັກພະຍານຂອງ ແຜ່ນດິນໄຫວຈະຕາມມາ, ຊຶ່ງຈະກໍ່ໃຫ້ເກີດການຄວນຄາງໃນໃຈກາງຂອງນາງ, ແລະ ມະນຸດຈະລົ້ມລົງສູ່ພື້ນດິນ ແລະ ບໍ່ສາມາດຢືນຂຶ້ນໄດ້.
90 ແລະ ປະຈັກພະຍານຂອງ ສຽງຟ້າຮ້ອງກໍມາເຖິງນຳອີກ, ແລະ ທັງແສງຟ້າແມບເຫລື້ອມ, ແລະ ສຽງພະຍຸຝົນຟ້າຄະນອງ, ແລະ ສຽງຄື້ນທະເລຊັດຂຶ້ນເໜືອຝັ່ງຂອງມັນ.
91 ແລະ ທຸກສິ່ງທັງປວງຈະຢູ່ໃນ ຄວາມສັບສົນວຸ້ນວາຍ; ແລະ ແນ່ນອນ, ໃຈຂອງມະນຸດຈະທໍ້ຖອຍ; ເພາະຄວາມຢ້ານກົວຈະມາສູ່ທຸກຜູ້ຄົນ.
92 ແລະ ເຫລົ່າທູດຈະເຫາະຜ່ານທ່າມກາງຟ້າສະຫວັນ, ເປັ່ງສຽງຮ້ອງດ້ວຍສຽງດັງ, ເປົ່າແກຂອງພຣະເຈົ້າ, ໂດຍກ່າວວ່າ: ຈົ່ງຕຽມ, ຈົ່ງຕຽມ, ໂອ້ ຜູ້ອາໄສຂອງແຜ່ນດິນໂລກ; ເພາະການພິພາກສາຂອງພຣະເຈົ້າຂອງພວກເຮົາມາເຖິງແລ້ວ. ຈົ່ງເບິ່ງ, ແລະ ເບິ່ງແມ, ເຈົ້າບ່າວມາແລ້ວ; ພວກເຈົ້າຈົ່ງອອກໄປຕ້ອນຮັບພຣະອົງ.
93 ແລະ ໃນທັນທີ ເຄື່ອງໝາຍອັນຍິ່ງໃຫຍ່ຈະປະກົດຂຶ້ນໃນສະຫວັນ, ແລະ ທຸກຜູ້ຄົນຈະເຫັນພ້ອມກັນ.
94 ແລະ ທູດອົງໜຶ່ງອີກຈະເປົ່າແກຂອງເພິ່ນ, ໂດຍກ່າວວ່າ: ສາດສະໜາຈັກ ອັນຍິ່ງໃຫຍ່ນັ້ນ, ມານດາຂອງຄວາມໜ້າກຽດຊັງ, ຊຶ່ງເຮັດໃຫ້ປະຊາຊາດທັງປວງດື່ມເຫລົ້າອະງຸ່ນແຫ່ງພຣະພິໂລດຈາກ ການລ່ວງປະເວນີຂອງນາງ, ຊຶ່ງຂົ່ມເຫັງໄພ່ພົນຂອງພຣະເຈົ້າ, ທີ່ເຮັດໃຫ້ພວກເຂົາເລືອດຕົກຢາງອອກ—ນາງຜູ້ນັ່ງຢູ່ເທິງຜືນນ້ຳອັນກວ້າງໃຫຍ່, ແລະ ເທິງໝູ່ເກາະໃນທະເລ—ຈົ່ງເບິ່ງ, ນາງຄື ເຂົ້ານົກຂອງແຜ່ນດິນໂລກ; ນາງຖືກເຕົ້າໂຮມໄວ້ເປັນມັດໆ; ສາຍຮັດຂອງນາງຖືກເຮັດໃຫ້ແໜ້ນໜາ, ບໍ່ມີມະນຸດຄົນໃດຈະສາມາດແກ້ມັນອອກໄດ້; ສະນັ້ນ, ນາງຈຶ່ງພ້ອມແລ້ວທີ່ຈະຖືກ ເຜົາ. ແລະ ເພິ່ນຈະເປົ່າແກຂອງເພິ່ນ ທັງຍາວນານ ແລະ ດັງ, ແລະ ທຸກປະຊາຊາດຈະໄດ້ຍິນ.
95 ແລະ ຈະມີ ຄວາມງຽບສະຫງັດໃນສະຫວັນເປັນເວລາເຄິ່ງຊົ່ວໂມງ; ແລະ ໃນທັນທີຫລັງຈາກນັ້ນ ມ່ານແຫ່ງຟ້າສະຫວັນຈະມາຍອອກ, ດັ່ງ ມ້ວນກະດາດຖືກມາຍອອກຫລັງຈາກທີ່ຖືກມ້ວນໄວ້, ແລະ ພຣະຜູ້ເປັນເຈົ້າຈະເປີດ ພຣະພັກຂອງພຣະອົງ;
96 ແລະ ໄພ່ພົນຂອງພຣະເຈົ້າທີ່ຢູ່ເທິງແຜ່ນດິນໂລກ, ຜູ້ທີ່ມີຊີວິດຢູ່, ຈະຖືກເຮັດໃຫ້ມີຊີວິດຊີວາຄືນອີກ ແລະ ຖືກ ພາຂຶ້ນໄປເຝົ້າພຣະອົງ.
97 ແລະ ຄົນທີ່ໄດ້ນອນຢູ່ໃນຫລຸມສົບຂອງພວກເຂົາຈະອອກ ມາ, ເພາະຫລຸມສົບຂອງພວກເຂົາຈະຖືກເປີດ; ແລະ ພວກເຂົາຈະຖືກພາຂຶ້ນໄປເຝົ້າພຣະອົງ ໃນທ່າມກາງເສົາແຫ່ງຟ້າສະຫວັນຄືກັນ—
98 ພວກເຂົາເປັນຂອງພຣະຄຣິດ, ເປັນ ຜົນທຳອິດ, ເປັນຜູ້ທີ່ຈະລົງໄປພ້ອມກັບພຣະອົງກ່ອນ, ແລະ ເປັນຜູ້ທີ່ຢູ່ເທິງແຜ່ນດິນໂລກ ແລະ ໃນຫລຸມສົບຂອງພວກເຂົາ, ເປັນຜູ້ທຳອິດທີ່ຖືກພາໄປເຝົ້າພຣະອົງກ່ອນ; ແລະ ທັງໝົດນີ້ໂດຍສຽງແກຂອງທູດຂອງພຣະເຈົ້າ.
99 ແລະ ຫລັງຈາກນີ້ ທູດອີກອົງໜຶ່ງຈະເປົ່າແກ, ຊຶ່ງເປັນແກໜ່ວຍທີສອງ; ແລະ ຈາກນັ້ນການໄຖ່ຄົນເຫລົ່ານັ້ນທີ່ເປັນຂອງພຣະຄຣິດຈະເກີດຂຶ້ນໃນຂະນະທີ່ພຣະອົງສະເດັດມາ; ຜູ້ທີ່ໄດ້ຮັບສ່ວນຂອງພວກເຂົາ ໃນ ຄຸກ ຊຶ່ງໄດ້ຕຽມໄວ້ໃຫ້ພວກເຂົາ, ເພື່ອວ່າພວກເຂົາຈະໄດ້ຮັບພຣະກິດຕິຄຸນ, ແລະ ຖືກ ພິພາກສາຕາມມະນຸດໃນເນື້ອໜັງ.
100 ແລະ ອີກເທື່ອໜຶ່ງ, ແກອີກໜ່ວຍໜຶ່ງຈະດັງຂຶ້ນ, ຊຶ່ງເປັນແກໜ່ວຍທີສາມ; ແລະ ຈາກນັ້ນ ວິນຍານຂອງມະນຸດ ຜູ້ທີ່ຈະຖືກພິພາກສາກໍຈະມາ, ແລະ ຖືກພົບວ່າຢູ່ພາຍໃຕ້ ການກ່າວໂທດ;
101 ແລະ ນີ້ຄື ຄົນຕາຍທີ່ເຫລືອຢູ່; ແລະ ພວກເຂົາຈະບໍ່ມີຊີວິດອີກຈົນກວ່າ ພັນປີຜ່ານພົ້ນໄປ, ທັງບໍ່ມີຊີວິດອີກ, ຈົນກວ່າທີ່ສຸດຂອງແຜ່ນດິນໂລກ.
102 ແລະ ແກອີກໜ່ວຍໜຶ່ງຈະດັງຂຶ້ນ, ຊຶ່ງເປັນແກໜ່ວຍທີສີ່, ໂດຍກ່າວວ່າ: ຢູ່ໃນບັນດາຄົນເຫລົ່ານັ້ນ ທີ່ເຫລືອຢູ່ຈົນເຖິງວັນອັນຍິ່ງໃຫຍ່ ແລະ ສຸດທ້າຍ, ແມ່ນແຕ່ໃນການສິ້ນສຸດນັ້ນ, ຈະພົບເຫັນວ່າມີຜູ້ທີ່ຍັງຄົງ ສົກກະປົກຢູ່ຄືເກົ່າ.
103 ແລະ ແກອີກໜ່ວຍໜຶ່ງຈະດັງຂຶ້ນ, ຊຶ່ງເປັນແກໜ່ວຍທີຫ້າ, ຊຶ່ງເປັນທູດອົງທີຫ້າຜູ້ມອບໝາຍ ພຣະກິດຕິຄຸນອັນເປັນນິດ—ເຫາະໄປໃນທ່າມກາງຟ້າສະຫວັນ, ສູ່ທຸກປະຊາຊາດ, ທຸກຕະກຸນ, ທຸກພາສາ, ແລະ ທຸກຜູ້ຄົນທັງປວງ;
104 ແລະ ນີ້ຈະເປັນສຽງແກຂອງເພິ່ນ, ກ່າວຕໍ່ທຸກຜູ້ຄົນ, ທັງໃນຟ້າສະຫວັນ ແລະ ໃນແຜ່ນດິນໂລກ, ແລະ ທີ່ຢູ່ໃຕ້ແຜ່ນດິນໂລກ—ເພາະ ທຸກຫູຈະໄດ້ຍິນມັນ, ແລະ ທຸກຫົວເຂົ່າຈະ ຄຸລົງ, ແລະ ທຸກລີ້ນຈະສາລະພາບ, ໃນຂະນະທີ່ພວກເຂົາໄດ້ຍິນສຽງແກ, ໂດຍກ່າວວ່າ: ຈົ່ງ ຢ້ານກົວພຣະເຈົ້າ, ແລະ ມອບລັດສະໝີພາບແດ່ພຣະອົງຜູ້ປະທັບຢູ່ເທິງພຣະບັນລັງ, ຕະຫລອດການ ແລະ ຕະຫລອດໄປ; ເພາະໂມງແຫ່ງການພິພາກສາຂອງພຣະອົງມາເຖິງແລ້ວ.
105 ແລະ ອີກເທື່ອໜຶ່ງ, ທູດອີກອົງໜຶ່ງຈະເປົ່າແກຂອງຕົນ, ຊຶ່ງເປັນທູດອົງທີຫົກ, ໂດຍກ່າວວ່າ: ນາງຜູ້ເຮັດໃຫ້ປະຊາຊາດທັງປວງດື່ມເຫລົ້າອະງຸ່ນແຫ່ງພຣະພິໂລດຈາກການລ່ວງປະເວນີຂອງນາງ ຕົກແລ້ວ; ນາງຕົກແລ້ວ, ຕົກແລ້ວ!
106 ແລະ ອີກເທື່ອໜຶ່ງ, ທູດອີກອົງໜຶ່ງຈະເປົ່າແກຂອງຕົນ, ຊຶ່ງເປັນແກໜ່ວຍທີເຈັດ, ໂດຍກ່າວວ່າ: ສຳເລັດແລ້ວ; ສຳເລັດແລ້ວ! ພຣະເມສານ້ອຍຂອງພຣະເຈົ້າໄດ້ ເອົາຊະນະ ແລະ ໄດ້ ຢຽບເຄື່ອງປັ່ນໝາກອະງຸ່ນຄົນດຽວ, ແມ່ນແຕ່ເຄື່ອງປັ່ນໝາກອະງຸ່ນແຫ່ງພຣະພິໂລດອັນຮ້າຍກາດຂອງພຣະເຈົ້າຜູ້ຊົງລິດອຳນາດຍິ່ງໃຫຍ່.
107 ແລະ ຈາກນັ້ນເຫລົ່າທູດຈະໄດ້ຮັບການສວມມົງກຸດດ້ວຍລັດສະໝີພາບລິດທານຸພາບຂອງພຣະອົງ, ແລະ ໄພ່ພົນຂອງພຣະເຈົ້າຈະເຕັມໄປດ້ວຍ ລັດສະໝີພາບຂອງພຣະອົງ, ແລະ ໄດ້ຮັບ ມູນມໍລະດົກຂອງພວກເຂົາ ແລະ ຖືກເຮັດໃຫ້ ເທົ່າທຽມກັບພຣະອົງ.
108 ແລະ ຈາກນັ້ນທູດອົງທຳອິດຈະເປົ່າແກຂອງຕົນອີກ ໃນຫູຂອງຄົນເປັນທຸກຄົນ, ແລະ ເປີດເຜີຍການກະທຳລັບຂອງມະນຸດ, ແລະ ວຽກງານອັນຍິ່ງໃຫຍ່ຂອງພຣະເຈົ້າໃນ ພັນປີທຳອິດ.
109 ແລະ ຈາກນັ້ນທູດອົງທີສອງຈະເປົ່າແກຂອງຕົນ, ແລະ ເປີດເຜີຍການກະທຳລັບຂອງມະນຸດ, ແລະ ຄວາມນຶກຄິດ ແລະ ເຈດຕະນາໃນໃຈຂອງພວກເຂົາ, ແລະ ວຽກງານອັນຍິ່ງໃຫຍ່ຂອງພຣະເຈົ້າໃນພັນປີທີສອງ—
110 ແລະ ຕໍ່ໆໄປ, ຈົນກວ່າທູດອົງທີເຈັດຈະເປົ່າແກຂອງຕົນ; ແລະ ເພິ່ນຈະອອກມາຢືນຢູ່ເທິງແຜ່ນດິນ ແລະ ເທິງທະເລ, ແລະ ປະຕິຍານໃນພຣະນາມຂອງພຣະອົງຜູ້ປະທັບຢູ່ເທິງພຣະບັນລັງ, ວ່າ ເວລາຈະບໍ່ມີອີກຕໍ່ໄປ; ແລະ ຊາຕານຈະຖືກມັດໄວ້, ງູດຶກດຳບັນໂຕນັ້ນ, ຜູ້ຖືກເອີ້ນວ່າມານ, ແລະ ຈະບໍ່ຖືກປ່ອຍໄປເປັນເວລາໜຶ່ງ ພັນປີ.
111 ແລະ ຈາກນັ້ນມັນຈະຖືກ ປ່ອຍໄປຊົ່ວໄລຍະໜຶ່ງ, ເພື່ອວ່າມັນຈະໄດ້ເຕົ້າໂຮມກອງທັບຂອງມັນ.
112 ແລະ ມີຄາເອນ, ທູດອົງທີເຈັດ, ແມ່ນແຕ່ຫົວໜ້າທູດ, ຈະເຕົ້າໂຮມກອງທັບຂອງເພິ່ນ, ແມ່ນແຕ່ ໄພ່ພົນຂອງສະຫວັນ.
113 ແລະ ມານຈະເຕົ້າໂຮມກອງທັບຂອງມັນ; ແມ່ນແຕ່ໄພ່ພົນຂອງນະລົກ, ແລະ ຈະຂຶ້ນມາສູ້ຮົບກັບມີຄາເອນ ແລະ ກອງທັບຂອງເພິ່ນ.
114 ແລະ ຈາກນັ້ນ ການສູ້ຮົບອັນຍິ່ງໃຫຍ່ຂອງພຣະເຈົ້າຈະເກີດຂຶ້ນ; ແລະ ມານ ແລະ ກອງທັບຂອງມັນຈະຖືກຂັບໄລ່ອອກໄປຫາບ່ອນຂອງພວກມັນເອງ, ເພື່ອວ່າພວກມັນຈະບໍ່ມີອຳນາດເໜືອໄພ່ພົນຂອງພຣະເຈົ້າອີກຕໍ່ໄປຈັກເທື່ອ.
115 ເພາະມີຄາເອນຈະສູ້ຮົບໃຫ້ພວກເຂົາ, ແລະ ຈະເອົາຊະນະຜູ້ນັ້ນທີ່ ສະແຫວງຫາພຣະບັນລັງ ຂອງພຣະອົງຜູ້ປະທັບຢູ່ເທິງພຣະບັນລັງ, ແມ່ນແຕ່ພຣະເມສານ້ອຍ.
116 ນີ້ຄືລັດສະໝີພາບຂອງພຣະເຈົ້າ, ແລະ ຄົນທີ່ໄດ້ຮັບ ການຊຳລະໃຫ້ບໍລິສຸດແລ້ວ; ແລະ ພວກເຂົາຈະບໍ່ເຫັນ ຄວາມຕາຍອີກຕໍ່ໄປ.
117 ສະນັ້ນ, ຕາມຄວາມຈິງແລ້ວ ເຮົາກ່າວກັບພວກເຈົ້າ, ເພື່ອນທັງຫລາຍຂອງເຮົາວ່າ ຈົ່ງເອີ້ນໃຫ້ມີການຊຸມນຸມທີ່ສັກສິດ, ດັ່ງທີ່ເຮົາໄດ້ບັນຊາພວກເຈົ້າ.
118 ແລະ ເນື່ອງຈາກວ່າຄົນທັງປວງບໍ່ມີສັດທາ, ພວກເຈົ້າຈົ່ງສະແຫວງຫາຢ່າງພາກພຽນ ແລະ ສິດສອນຖ້ອຍຄຳແຫ່ງປັນຍາໃຫ້ກັນແລະກັນ; ແທ້ຈິງແລ້ວ, ພວກເຈົ້າຈົ່ງສະແຫວງຫາຖ້ອຍຄຳແຫ່ງ ປັນຍາຢູ່ໃນ ປຶ້ມທີ່ດີທີ່ສຸດ; ຈົ່ງສະແຫວງຫາການຮຽນຮູ້, ແມ່ນແຕ່ໂດຍການສຶກສາ ແລະ ໂດຍສັດທານຳອີກ.
119 ຈົ່ງວາງລະບຽບຕົນເອງ; ຕຽມສິ່ງທີ່ຈຳເປັນທຸກຢ່າງ; ແລະ ສະຖາປະນາ ບ້ານ, ແມ່ນແຕ່ບ້ານແຫ່ງການອະທິຖານ, ບ້ານແຫ່ງການຖືສິນອົດເຂົ້າ, ບ້ານແຫ່ງສັດທາ, ບ້ານແຫ່ງການຮຽນຮູ້, ບ້ານແຫ່ງລັດສະໝີພາບ, ບ້ານແຫ່ງລະບຽບ, ບ້ານຂອງພຣະເຈົ້າ;
120 ເພື່ອວ່າການເຂົ້າມາຂອງພວກເຈົ້າຈະເປັນໄປໃນພຣະນາມຂອງພຣະຜູ້ເປັນເຈົ້າ; ເພື່ອວ່າການອອກໄປຂອງພວກເຈົ້າຈະເປັນໄປໃນພຣະນາມຂອງພຣະຜູ້ເປັນເຈົ້າ; ເພື່ອວ່າການທັກທາຍທັງໝົດຂອງພວກເຈົ້າຈະເປັນໄປໃນພຣະນາມຂອງພຣະຜູ້ເປັນເຈົ້າ, ດ້ວຍມືທີ່ຍົກຂຶ້ນແດ່ພຣະຜູ້ສູງສຸດ.
121 ສະນັ້ນ, ຈົ່ງ ຢຸດຈາກການເວົ້າຫລິ້ນໆທັງໝົດຂອງພວກເຈົ້າ, ຈາກ ການຫົວເຮຮາທັງໝົດ, ຈາກຄວາມປາດຖະໜາທີ່ ຕັນຫາລາມົກທັງໝົດຂອງພວກເຈົ້າ, ຈາກ ຄວາມທະນົງຕົວ ແລະ ຄວາມບໍ່ເອົາໃຈໃສ່ທັງໝົດຂອງພວກເຈົ້າ, ແລະ ຈາກການເຮັດສິ່ງຊົ່ວຮ້າຍທັງໝົດຂອງພວກເຈົ້າ.
122 ຈົ່ງກຳນົດໃຫ້ມີຜູ້ສອນໃນບັນດາພວກເຈົ້າ, ແລະ ບໍ່ໃຫ້ທຸກຄົນເປັນຜູ້ເວົ້າພ້ອມກັນ; ແຕ່ໃຫ້ເວົ້າເທື່ອລະຄົນ ແລະ ໃຫ້ທຸກຄົນຟັງສິ່ງທີ່ລາວເວົ້າ, ເພື່ອວ່າເມື່ອທຸກຄົນໄດ້ເວົ້າ ແລ້ວທຸກຄົນຈະໄດ້ຮັບການເສີມສ້າງຈາກທຸກຄົນ, ແລະ ວ່າທຸກຄົນຈະມີສິດທິພິເສດທີ່ເທົ່າທຽມກັນ.
123 ຈົ່ງເບິ່ງວ່າພວກເຈົ້າ ຮັກກັນ; ເຊົາ ໂລບ; ຮຽນທີ່ຈະແບ່ງປັນໃຫ້ກັນດັ່ງທີ່ພຣະກິດຕິຄຸນຮຽກຮ້ອງ.
124 ເຊົາ ກຽດຄ້ານ; ເຊົາບໍ່ສະອາດ; ເຊົາ ຈັບຜິດກັນ; ເຊົານອນເກີນຄວາມຈຳເປັນ; ໃຫ້ເຂົ້ານອນແຕ່ຫົວຄ່ຳ, ເພື່ອວ່າພວກເຈົ້າຈະບໍ່ເມື່ອຍເພຍ; ໃຫ້ຕື່ນແຕ່ເຊົ້າ, ເພື່ອຮ່າງກາຍຂອງພວກເຈົ້າ ແລະ ຈິດໃຈຂອງພວກເຈົ້າຈະສົດຊື່ນ.
125 ແລະ ເໜືອກວ່າທຸກສິ່ງທັງປວງ, ຈົ່ງຫຸ້ມຫໍ່ຕົນເອງດ້ວຍພັນທະ ແຫ່ງຄວາມໃຈບຸນ, ເຊັ່ນດຽວກັບເສື້ອຄຸມ, ຊຶ່ງເປັນພັນທະແຫ່ງຄວາມດີພ້ອມ ແລະ ສັນຕິສຸກ.
126 ຈົ່ງ ອະທິຖານສະເໝີ, ເພື່ອວ່າພວກເຈົ້າຈະບໍ່ທໍ້ຖອຍໃຈ, ຈົນກວ່າເຮົາຈະ ມາ. ຈົ່ງເບິ່ງ, ແລະ ເບິ່ງແມ, ເຮົາຈະມາຢ່າງໄວ, ແລະ ຮັບເອົາພວກເຈົ້າໄວ້ກັບຕົວເຮົາ. ອາແມນ.
127 ແລະ ອີກເທື່ອໜຶ່ງ, ລະບຽບຂອງບ້ານທີ່ຕຽມໄວ້ໃຫ້ຝ່າຍປະທານຂອງ ໂຮງຮຽນຂອງສາດສະດາ, ຖືກຈັດຕັ້ງຂຶ້ນເພື່ອເປັນຄຳແນະນຳຂອງພວກເຂົາ ເຖິງສິ່ງທັງປວງທີ່ສົມຄວນສຳລັບພວກເຂົາ, ແມ່ນແຕ່ສຳລັບ ເຈົ້າໜ້າທີ່ທັງຫລາຍຂອງສາດສະໜາຈັກ, ຫລື ອີກຄຳໜຶ່ງ, ຄົນເຫລົ່ານັ້ນທີ່ຖືກເອີ້ນໃຫ້ມາປະຕິບັດສາດສະໜາກິດໃນສາດສະໜາຈັກ, ໂດຍເລີ່ມຕົ້ນຈາກມະຫາປະໂລຫິດ, ແມ່ນແຕ່ລົງໄປເຖິງມັກຄະນາຍົກ—
128 ແລະ ນີ້ຈະເປັນລະບຽບຂອງບ້ານຂອງຝ່າຍປະທານຂອງໂຮງຮຽນ: ຄົນທີ່ໄດ້ຖືກກຳນົດໃຫ້ເປັນປະທານ, ຫລື ຄູສອນ, ຈະຖືກພົບຢູ່ໃນສະຖານທີ່ຂອງເຂົາ, ໃນບ້ານທີ່ໄດ້ຈັດໄວ້ໃຫ້ເຂົາ.
129 ສະນັ້ນ, ເຂົາຈຶ່ງເປັນຄົນທຳອິດຢູ່ໃນບ້ານຂອງພຣະເຈົ້າ, ໃນສະຖານທີ່ທີ່ຜູ້ມາປະຊຸມໃນບ້ານຈະໄດ້ຍິນຖ້ອຍຄຳຂອງເຂົາຢ່າງລະອຽດ ແລະ ແຈ່ມແຈ້ງ, ບໍ່ແມ່ນດ້ວຍການເວົ້າສຽງດັງ.
130 ແລະ ເມື່ອເຂົາເຂົ້າມາໃນບ້ານຂອງພຣະເຈົ້າ, ເພາະເຂົາຄວນເປັນຄົນທຳອິດຢູ່ໃນບ້ານ—ຈົ່ງເບິ່ງ, ນີ້ເປັນສິ່ງທີ່ງົດງາມ, ເພື່ອວ່າເຂົາຈະໄດ້ເປັນຕົວຢ່າງ—
131 ໃຫ້ເຂົາ ຖວາຍຕົນໃນການອະທິຖານ ໂດຍການຄຸເຂົ່າຢູ່ຕໍ່ພຣະພັກຂອງພຣະເຈົ້າ, ເປັນເຄື່ອງໝາຍສຳຄັນ ຫລື ເປັນການລະນຶກເຖິງພັນທະສັນຍາອັນເປັນນິດ.
132 ແລະ ເມື່ອຄົນໃດຈະເຂົ້າມາຫລັງຈາກເຂົາ, ກໍໃຫ້ຜູ້ສອນລຸກຂຶ້ນ, ແລະ ດ້ວຍມືທີ່ຍົກຂຶ້ນສູ່ຟ້າສະຫວັນ; ແທ້ຈິງແລ້ວ, ແມ່ນຊື່ຕົງ, ຕ້ອນຮັບອ້າຍນ້ອງບາງຄົນ ຫລື ພີ່ນ້ອງທັງຫລາຍດ້ວຍຖ້ອຍຄຳເຫລົ່ານີ້:
133 ທ່ານເປັນອ້າຍນ້ອງ ຫລື ທ່ານເປັນພີ່ນ້ອງທັງຫລາຍບໍ? ຂ້າພະເຈົ້າຕ້ອນຮັບທ່ານໃນພຣະນາມຂອງ ອົງພຣະເຢຊູຄຣິດເຈົ້າ, ເປັນເຄື່ອງໝາຍສຳຄັນ ຫລື ເປັນການລະນຶກເຖິງພັນທະສັນຍາອັນເປັນນິດ, ຊຶ່ງພັນທະສັນຍານັ້ນ ຂ້າພະເຈົ້າໄດ້ຮັບເອົາທ່ານເປັນ ເພື່ອນຮ່ວມສະມາຊິກ, ໃນຄວາມຕັ້ງໃຈທີ່ໝັ້ນຄົງ, ບໍ່ຫວັ່ນໄຫວ, ແລະ ບໍ່ປ່ຽນແປງ, ເພື່ອເປັນເພື່ອນ ແລະ ອ້າຍນ້ອງຂອງທ່ານໂດຍທາງພຣະຄຸນຂອງພຣະເຈົ້າໃນພັນທະການແຫ່ງຄວາມຮັກ, ເພື່ອດຳເນີນຊີວິດໃນພຣະບັນຍັດຂອງພຣະເຈົ້າໂດຍບໍ່ມີຂໍ້ຕຳນິ, ໃນຄວາມຂອບພຣະໄທ, ຕະຫລອດການ ແລະ ຕະຫລອດໄປ. ອາແມນ.
134 ແລະ ຄົນທີ່ຖືກພົບວ່າບໍ່ມີຄຸນຄ່າສົມກັບການຕ້ອນຮັບນີ້ ຈະບໍ່ມີບ່ອນຢູ່ໃນບັນດາພວກເຈົ້າ; ເພາະພວກເຈົ້າຈະບໍ່ຄວນຍອມໃຫ້ບ້ານຂອງເຮົາ ສົກກະປົກໂດຍຄົນຜູ້ນັ້ນ.
135 ແລະ ຄົນທີ່ເຂົ້າມາ ແລະ ຊື່ສັດຕໍ່ໜ້າເຮົາ, ແລະ ເປັນອ້າຍນ້ອງ, ຫລື ຖ້າພວກເຂົາເປັນພີ່ນ້ອງທັງຫລາຍ, ພວກເຂົາຈະຕ້ອນຮັບປະທານ ຫລື ຜູ້ສອນດ້ວຍມືທີ່ຍົກຂຶ້ນຊື່ຫາຟ້າສະຫວັນ, ດ້ວຍການອະທິຖານ ແລະ ພັນທະສັນຍາດຽວກັນນີ້, ຫລື ໂດຍກ່າວ ອາແມນ, ເປັນເຄື່ອງໝາຍສຳຄັນເຖິງສິ່ງດຽວກັນ.
136 ຈົ່ງເບິ່ງ, ຕາມຄວາມຈິງແລ້ວ, ເຮົາກ່າວກັບພວກເຈົ້າວ່າ ນີ້ຄືຕົວຢ່າງແກ່ພວກເຈົ້າເພື່ອຕ້ອນຮັບກັນໃນບ້ານຂອງພຣະເຈົ້າ, ໃນໂຮງຮຽນຂອງສາດສະດາ.
137 ແລະ ພວກເຈົ້າໄດ້ຖືກເອີ້ນໃຫ້ມາເຮັດສິ່ງນີ້ໂດຍການອະທິຖານ ແລະ ຄວາມຂອບພຣະໄທ, ໃນຂະນະທີ່ພຣະວິນຍານຈະປະທານໃຫ້ເອີ່ຍປາກໃນການເຮັດທຸກສິ່ງທຸກຢ່າງຢູ່ໃນບ້ານຂອງພຣະຜູ້ເປັນເຈົ້າ, ໃນໂຮງຮຽນຂອງສາດສະດາ, ເພື່ອວ່າມັນຈະກາຍເປັນບ່ອນລີ້ໄພ, ເປັນສະຖານທີ່ນະມັດສະການຂອງພຣະວິນຍານສັກສິດ ເພື່ອ ການເສີມສ້າງພວກເຈົ້າ.
138 ແລະ ພວກເຈົ້າຈະບໍ່ຮັບເອົາຄົນໜຶ່ງຄົນໃດໃນບັນດາພວກເຈົ້າມາເຂົ້າໂຮງຮຽນນີ້ ເວັ້ນເສຍແຕ່ເຂົາສະອາດຈາກ ເລືອດຂອງຄົນລຸ້ນນີ້;
139 ແລະ ເຂົາຈະຖືກຮັບເຂົ້າໂດຍພິທີການລ້າງຕີນ, ເພາະເພື່ອຈຸດປະສົງນີ້ ທີ່ພິທີການ ລ້າງຕີນຈຶ່ງຖືກຈັດຕັ້ງຂຶ້ນ.
140 ແລະ ອີກເທື່ອໜຶ່ງ, ພິທີການລ້າງຕີນຕ້ອງຖືກປະຕິບັດໂດຍປະທານ ຫລື ແອວເດີທີ່ຄວບຄຸມຂອງສາດສະໜາຈັກ.
141 ຕ້ອງເລີ່ມຕົ້ນດ້ວຍການອະທິຖານ; ແລະ ຫລັງຈາກໄດ້ ຮັບສ່ວນເຂົ້າຈີ່ ແລະ ເຫລົ້າອະງຸ່ນແລ້ວ, ເຂົາຕ້ອງຄາດແອວຕາມ ແບບແຜນທີ່ຖືກມອບໃຫ້ ໃນບົດທີສິບສາມຂອງພຣະທຳໂຢຮັນກ່ຽວກັບເຮົາ. ອາແມນ.