ພາກທີ 20
ການເປີດເຜີຍກ່ຽວກັບການຈັດຕັ້ງ ແລະ ການປົກຄອງຂອງສາດສະໜາຈັກ, ມອບໃຫ້ຜ່ານໂຈເຊັບ ສະມິດ ຜູ້ເປັນສາດສະດາ, ຢູ່ທີ່ ຫລື ໃກ້ເມືອງເຟແອດ, ລັດນິວຢອກ. ພາກສ່ວນໜຶ່ງຂອງການເປີດເຜີຍນີ້ ອາດຖືກມອບໃຫ້ນັບແຕ່ ໃນລະດູແລ້ງຂອງປີ 1829. ການເປີດເຜີຍທັງໝົດ, ຊຶ່ງຮູ້ຈັກກັນໃນເວລານັ້ນວ່າເປັນ ກົດ ແລະ ພັນທະສັນຍາ, ອາດຖືກບັນທຶກໄວ້ ບໍ່ດົນຫລັງຈາກວັນທີ 6 ເດືອນເມສາ, 1830 (ໃນວັນທີ່ສາດສະໜາຈັກໄດ້ຖືກຈັດຕັ້ງຂຶ້ນ). ສາດສະດາໄດ້ຂຽນວ່າ, “ພວກເຮົາໄດ້ຮັບຈາກພຣະອົງ [ພຣະເຢຊູຄຣິດ] ດັ່ງຕໍ່ໄປນີ້, ໂດຍວິນຍານແຫ່ງການທຳນາຍ ແລະ ການເປີດເຜີຍ; ຊຶ່ງບໍ່ພຽງແຕ່ໃຫ້ຂໍ້ມູນຢ່າງຫລວງຫລາຍແກ່ພວກເຮົາ, ແຕ່ຍັງໄດ້ຊີ້ບອກມື້ອັນແນ່ນອນແກ່ພວກເຮົານຳອີກ, ຊຶ່ງຕາມພຣະປະສົງ ແລະ ພຣະບັນຍັດຂອງພຣະອົງ, ພວກເຮົາຄວນຈະເລີ່ມຈັດຕັ້ງສາດສະໜາຈັກຂຶ້ນອີກເທື່ອໜຶ່ງຢູ່ເທິງແຜ່ນດິນໂລກ.”
1–16, ພຣະຄຳພີມໍມອນພິສູດຄວາມສັກສິດຂອງວຽກງານໃນຍຸກສຸດທ້າຍ; 17–28, ຄຳສອນຂອງການສ້າງ, ການຕົກ, ການຊົດໃຊ້, ແລະ ການບັບຕິສະມາຖືກຢືນຢັນ; 29–37, ກົດຄວບຄຸມການກັບໃຈ, ການຮັບຮອງ, ຄວາມຊຳລະໃຫ້ບໍລິສຸດ, ແລະ ການຮັບບັບຕິສະມາໄດ້ຖືກຕັ້ງໄວ້; 38–67, ໜ້າທີ່ຂອງແອວເດີ, ປະໂລຫິດ, ຄູສອນ, ແລະ ມັກຄະນາຍົກໄດ້ຖືກສະຫລຸບໄວ້; 68–74, ໜ້າທີ່ຂອງສະມາຊິກ, ການໃຫ້ພອນແກ່ເດັກນ້ອຍ, ແລະ ແບບແຜນຂອງການບັບຕິສະມາຖືກເປີດເຜີຍ; 75–84, ຄຳອະທິຖານສຳລັບສິນລະລຶກ ແລະ ຂໍ້ບັງຄັບສຳລັບການປົກຄອງສະມາຊິກຂອງສາດສະໜາຈັກຖືກມອບໃຫ້.
1 ການ ຈັດຕັ້ງ ສາດສະໜາຈັກຂອງພຣະຄຣິດໃນຍຸກສຸດທ້າຍນີ້, ໃນປີໜຶ່ງພັນແປດຮ້ອຍສາມສິບ ນັບຕັ້ງແຕ່ການສະເດັດມາຂອງພຣະຜູ້ເປັນເຈົ້າ ແລະ ພຣະຜູ້ຊ່ວຍໃຫ້ລອດຂອງເຮົາ ພຣະເຢຊູຄຣິດໃນເນື້ອໜັງ, ມັນຖືກ ຈັດຕັ້ງ ແລະ ສະຖາປະນາຂຶ້ນຢ່າງຖືກຕ້ອງຕາມກົດໝາຍຂອງປະເທດຂອງພວກເຮົາ, ໂດຍພຣະປະສົງ ແລະ ພຣະບັນຍັດຂອງພຣະເຈົ້າ, ໃນເດືອນທີສີ່, ແລະ ໃນວັນທີຫົກຂອງເດືອນ ຊຶ່ງຖືກເອີ້ນວ່າເດືອນເມສາ—
2 ຊຶ່ງພຣະບັນຍັດນັ້ນໄດ້ມອບໃຫ້ແກ່ໂຈເຊັບ ສະມິດ, ຜູ້ລູກ, ຜູ້ໄດ້ຖືກ ເອີ້ນໂດຍພຣະເຈົ້າ, ແລະ ຖືກແຕ່ງຕັ້ງເປັນ ອັກຄະສາວົກຂອງພຣະເຢຊູຄຣິດ, ໃຫ້ເປັນ ແອວເດີຄົນທຳອິດຂອງສາດສະໜາຈັກນີ້;
3 ແລະ ແກ່ອໍລີເວີ ຄາວເດີຣີ, ຜູ້ໄດ້ຖືກເອີ້ນໂດຍພຣະເຈົ້າຄືກັນໃຫ້ເປັນອັກຄະສາວົກຂອງພຣະເຢຊູຄຣິດ, ໃຫ້ເປັນແອວເດີຄົນທີສອງຂອງສາດສະໜາຈັກນີ້, ແລະ ຖືກແຕ່ງຕັ້ງພາຍໃຕ້ມືຂອງລາວ;
4 ແລະ ນີ້ເປັນໄປຕາມພຣະຄຸນຂອງພຣະຜູ້ເປັນເຈົ້າ ແລະ ພຣະຜູ້ຊ່ວຍໃຫ້ລອດຂອງເຮົາ ພຣະເຢຊູຄຣິດ, ຜູ້ຊົງມີລັດສະໝີພາບທັງມວນ, ທັງໃນຕອນນີ້ ແລະ ຕະຫລອດການ. ອາແມນ.
5 ຫລັງຈາກມັນຖືກສະແດງໃຫ້ປະຈັກຢ່າງແທ້ຈິງແກ່ແອວເດີຄົນທຳອິດນີ້ ວ່າລາວໄດ້ຮັບການປົດບາບຂອງລາວແລ້ວ, ລາວພັດໄດ້ໄປ ພົວພັນກັບຄວາມອວດອົ່ງຂອງໂລກອີກ;
6 ແຕ່ຫລັງຈາກກັບໃຈ, ແລະ ຖ່ອມຕົວລົງຢ່າງຈິງໃຈ, ຜ່ານສັດທາ, ພຣະເຈົ້າຈຶ່ງໄດ້ປະຕິບັດຕໍ່ລາວໂດຍ ທູດທີ່ບໍລິສຸດ, ຜູ້ທີ່ ໃບໜ້າຂອງເພິ່ນເປັນເໝືອນດັ່ງຟ້າແມບເຫລື້ອມ, ແລະ ຜູ້ທີ່ອາພອນຂອງເພິ່ນບໍລິສຸດ ແລະ ຂາວເໜືອກວ່າຄວາມຂາວອື່ນໃດທັງສິ້ນ;
7 ແລະ ໄດ້ປະທານພຣະບັນຍັດໃຫ້ແກ່ລາວ ຊຶ່ງໄດ້ດົນໃຈລາວ;
8 ແລະ ໄດ້ປະທານອຳນາດຈາກເບື້ອງບົນໃຫ້ແກ່ລາວ, ຕາມ ວິທີທີ່ໄດ້ຈັດຕຽມໄວ້ກ່ອນແລ້ວ, ເພື່ອແປພຣະຄຳພີມໍມອນ;
9 ຊຶ່ງບັນຈຸບັນທຶກຂອງຜູ້ຄົນທີ່ຕົກໄປ, ແລະ ຄວາມສົມບູນຂອງ ພຣະກິດຕິຄຸນຂອງພຣະເຢຊູຄຣິດເຖິງຄົນຕ່າງຊາດ ແລະ ເຖິງຊາວຢິວນຳອີກ;
10 ຊຶ່ງໄດ້ມອບໃຫ້ໂດຍການດົນໃຈ, ແລະ ໄດ້ຢືນຢັນໃຫ້ຄົນ ອື່ນໆໂດຍການປະຕິບັດຂອງເຫລົ່າທູດ, ແລະ ປະກາດຕໍ່ໂລກໂດຍພວກເຂົາເຫລົ່ານັ້ນ—
11 ໂດຍພິສູດຕໍ່ໂລກວ່າ ພຣະຄຳພີອັນສັກສິດເປັນ ຄວາມຈິງ, ແລະ ວ່າພຣະເຈົ້າ ດົນໃຈມະນຸດ ແລະ ເອີ້ນພວກເຂົາມາສູ່ວຽກງານອັນ ສັກສິດຂອງພຣະອົງໃນຍຸກນີ້ ແລະ ຄົນລຸ້ນນີ້, ເຊັ່ນດຽວກັບຄົນໃນສະໄໝບູຮານ;
12 ໂດຍວິທີນັ້ນ ຈະໄດ້ສະແດງໃຫ້ເຫັນວ່າພຣະອົງເປັນພຣະເຈົ້າ ອົງດຽວກັນນັ້ນທັງມື້ວານນີ້, ມື້ນີ້, ແລະ ຕະຫລອດການ. ອາແມນ.
13 ສະນັ້ນ, ໂດຍທີ່ມີພະຍານທີ່ຍິ່ງໃຫຍ່, ໂລກຈະຖືກພິພາກສາໂດຍພະຍານເຫລົ່ານີ້, ແມ່ນແຕ່ຫລາຍຕໍ່ຫລາຍຄົນຈະມີຄວາມຮູ້ກ່ຽວກັບວຽກງານນີ້ໃນພາຍຂ້າງໜ້າ.
14 ແລະ ຄົນທີ່ຮັບເອົາມັນໄວ້ດ້ວຍສັດທາ, ແລະ ທຳງານທີ່ ຊອບທຳ, ຈະໄດ້ຮັບ ມົງກຸດແຫ່ງຊີວິດນິລັນດອນ;
15 ແຕ່ຄົນທີ່ເຮັດໃຈແຂງກະດ້າງໃນ ຄວາມບໍ່ເຊື່ອຖື, ແລະ ປະຕິເສດມັນ, ມັນຈະກັບເປັນສິ່ງກ່າວໂທດພວກເຂົາເອງ—
16 ເພາະອົງພຣະຜູ້ເປັນເຈົ້າໄດ້ກ່າວໄວ້; ແລະ ພວກເຮົາ, ແອວເດີຂອງສາດສະໜາຈັກ, ໄດ້ຍິນ ແລະ ເປັນພະຍານເຖິງພຣະຄຳ ຂອງພຣະຜູ້ເດຊານຸພາບອັນຮຸ່ງເຫລື້ອມຢູ່ເບື້ອງບົນ, ຂໍໃຫ້ລັດສະໝີພາບເປັນຂອງພຣະອົງຕະຫລອດການ ແລະ ຕະຫລອດໄປດ້ວຍເທີ້ນ. ອາແມນ.
17 ໂດຍສິ່ງເຫລົ່ານີ້ພວກເຮົາ ຮູ້ວ່າ ມີ ພຣະເຈົ້າໃນສະຫວັນ, ຜູ້ບໍ່ມີຂອບເຂດ ແລະ ນິລັນດອນ, ຈາກເປັນນິດເຖິງເປັນນິດ ເປັນພຣະເຈົ້າອົງດຽວນັ້ນທີ່ບໍ່ປ່ຽນແປງ, ຜູ້ສ້າງຟ້າສະຫວັນ ແລະ ແຜ່ນດິນໂລກ, ແລະ ທຸກສິ່ງທີ່ຢູ່ໃນນັ້ນ;
18 ແລະ ວ່າພຣະອົງໄດ້ ສ້າງມະນຸດ, ຊາຍ ແລະ ຍິງ, ຕາມ ຮູບຮ່າງລັກສະນະຂອງພຣະອົງເອງ ແລະ ໃນຄວາມຄ້າຍຄືກັນກັບພຣະອົງ, ພຣະອົງໄດ້ສ້າງພວກເຂົາ;
19 ແລະ ໄດ້ປະທານພຣະບັນຍັດໃຫ້ພວກເຂົາ ເພື່ອວ່າພວກເຂົາຄວນຈະ ຮັກ ແລະ ຮັບໃຊ້ພຣະອົງ, ພຣະເຈົ້າທີ່ຊົງພຣະຊົນຢູ່ ແລະ ຈິງແທ້ແຕ່ອົງດຽວ, ແລະ ວ່າພວກເຂົາຄວນ ນະມັດສະການແຕ່ພຣະອົງເທົ່ານັ້ນ.
20 ແຕ່ໂດຍການລ່ວງລະເມີດກົດທີ່ສັກສິດເຫລົ່ານີ້ ມະນຸດຈຶ່ງກັບມີ ຕັນຫາໜ້າມືດ ແລະ ຕ່ຳຊ້າ, ແລະ ໄດ້ກາຍເປັນມະນຸດທີ່ ຕົກໄປ.
21 ດັ່ງນັ້ນ, ພຣະເຈົ້າຜູ້ຊົງລິດອຳນາດຍິ່ງໃຫຍ່ຈຶ່ງໄດ້ປະທານ ພຣະບຸດອົງດຽວທີ່ຖືກຳເນີດຂອງພຣະອົງ, ດັ່ງທີ່ມີຂຽນໄວ້ຢູ່ໃນພຣະຄຳພີ ຊຶ່ງປະທານໃຫ້ກ່ຽວກັບພຣະອົງ.
22 ພຣະອົງໄດ້ທົນກັບ ການລໍ້ລອງຕ່າງໆນາໆ ແຕ່ບໍ່ໄດ້ເອົາໃຈໃສ່ມັນ.
23 ພຣະອົງໄດ້ຖືກ ຄຶງ, ໄດ້ສິ້ນພຣະຊົນ, ແລະ ໄດ້ ຟື້ນພຣະຊົນໃນມື້ທີສາມ;
24 ແລະ ໄດ້ ສະເດັດຂຶ້ນສູ່ສະຫວັນ, ເພື່ອນັ່ງຢູ່ທາງເບື້ອງຂວາພຣະຫັດຂອງ ພຣະບິດາ, ເພື່ອປົກຄອງດ້ວຍອຳນາດທີ່ຊົງລິດຍິ່ງໃຫຍ່ຕາມພຣະປະສົງຂອງພຣະບິດາ;
25 ເພື່ອວ່າຫລາຍຕໍ່ຫລາຍຄົນທີ່ ເຊື່ອ ແລະ ຮັບບັບຕິສະມາໃນພຣະນາມອັນສັກສິດຂອງພຣະອົງ, ແລະ ອົດທົນດ້ວຍສັດທາຈົນເຖິງທີ່ສຸດ, ຈະໄດ້ຮັບການຊ່ວຍໃຫ້ລອດ—
26 ບໍ່ພຽງແຕ່ຄົນເຫລົ່ານັ້ນທີ່ເຊື່ອຫລັງຈາກພຣະອົງໄດ້ສະເດັດມາໃນ ເວລາອັນຮຸ່ງໂລດ, ໃນເນື້ອໜັງ, ແຕ່ທຸກຄົນຕັ້ງແຕ່ຕົ້ນ, ແມ່ນແຕ່ຫລາຍຕໍ່ຫລາຍຄົນກ່ອນພຣະອົງສະເດັດມານຳອີກ, ຜູ້ເຊື່ອຖ້ອຍຄຳຂອງ ສາດສະດາຜູ້ບໍລິສຸດ, ຜູ້ໄດ້ກ່າວດັ່ງກັບວ່າພວກເພິ່ນໄດ້ຮັບການດົນໃຈໂດຍ ຂອງປະທານແຫ່ງພຣະວິນຍານບໍລິສຸດ, ຜູ້ໄດ້ ເປັນພະຍານເຖິງພຣະອົງແທ້ໆໃນທຸກສິ່ງ, ຈະມີຊີວິດນິລັນດອນ,
27 ເຊັ່ນດຽວກັບຄົນທີ່ຈະມາທີຫລັງ, ຜູ້ຈະເຊື່ອໃນ ຂອງປະທານ ແລະ ການເອີ້ນຂອງພຣະເຈົ້າໂດຍພຣະວິນຍານບໍລິສຸດ, ຊຶ່ງ ເປັນພະຍານເຖິງພຣະບິດາ ແລະ ເຖິງພຣະບຸດ;
28 ຊຶ່ງພຣະບິດາ, ພຣະບຸດ, ແລະ ພຣະວິນຍານບໍລິສຸດ ເປັນ ພຣະເຈົ້າດຽວ, ບໍ່ມີຂອບເຂດ ແລະ ນິລັນດອນ, ປາດສະຈາກທີ່ສຸດ. ອາແມນ.
29 ແລະ ພວກເຮົາຮູ້ວ່າ ມະນຸດທັງປວງຈະຕ້ອງ ກັບໃຈ ແລະ ເຊື່ອໃນພຣະນາມຂອງພຣະເຢຊູຄຣິດ, ແລະ ນະມັດສະການພຣະບິດາໃນພຣະນາມຂອງພຣະອົງ, ແລະ ອົດທົນດ້ວຍ ສັດທາໃນພຣະນາມຂອງພຣະອົງຈົນເຖິງທີ່ສຸດ, ຖ້າບໍ່ດັ່ງນັ້ນ ເຂົາຈະບໍ່ໄດ້ຮັບການຊ່ວຍໃຫ້ ລອດໃນອານາຈັກຂອງພຣະເຈົ້າ.
30 ແລະ ພວກເຮົາຮູ້ວ່າ ການຮັບຮອງຄວາມຊອບທຳຜ່ານ ພຣະຄຸນຂອງພຣະຜູ້ເປັນເຈົ້າ ແລະ ພຣະຜູ້ຊ່ວຍໃຫ້ລອດຂອງພວກເຮົາ ພຣະເຢຊູຄຣິດແມ່ນທ່ຽງທຳ ແລະ ຈິງ;
31 ແລະ ພວກເຮົາກໍຮູ້ອີກວ່າ ການຊຳລະໃຫ້ບໍລິສຸດຜ່ານພຣະຄຸນຂອງພຣະຜູ້ເປັນເຈົ້າ ແລະ ພຣະຜູ້ຊ່ວຍໃຫ້ລອດຂອງພວກເຮົາ ພຣະເຢຊູຄຣິດແມ່ນທ່ຽງທຳ ແລະ ຈິງ, ຕໍ່ທຸກຄົນຜູ້ຮັກ ແລະ ຮັບໃຊ້ພຣະເຈົ້າ ດ້ວຍສຸດ ພະລັງ, ຈິດໃຈ, ແລະ ກຳລັງຂອງເຂົາ.
32 ແຕ່ກໍເປັນໄປໄດ້ທີ່ມະນຸດຈະ ຕົກໄປຈາກພຣະຄຸນ ແລະ ໜີໄປຈາກພຣະເຈົ້າທີ່ຊົງພຣະຊົນຢູ່;
33 ສະນັ້ນ ຂໍໃຫ້ສາດສະໜາຈັກຈົ່ງລະວັງ ແລະ ອະທິຖານສະເໝີ, ຖ້າບໍ່ດັ່ງນັ້ນເຂົາຈະຕົກໄປສູ່ ການລໍ້ລວງ;
34 ແທ້ຈິງແລ້ວ, ແລະ ແມ່ນແຕ່ຄົນທີ່ໄດ້ຮັບການຊຳລະໃຫ້ບໍລິສຸດແລ້ວກໍໃຫ້ລະວັງຄືກັນ.
35 ແລະ ພວກເຮົາຮູ້ວ່າ ສິ່ງເຫລົ່ານີ້ຈິງ ແລະ ສອດຄ່ອງກັບການເປີດເຜີຍຂອງໂຢຮັນ, ທັງບໍ່ໄດ້ ຕື່ມເຕີມ, ຫລື ຕັດອອກຈາກຄຳທຳນາຍຂອງໜັງສືຂອງເພິ່ນ, ພຣະຄຳພີອັນສັກສິດ, ຫລື ການເປີດເຜີຍຂອງພຣະເຈົ້າ ຊຶ່ງຈະມາເຖິງຫລັງຈາກນີ້ໂດຍຂອງປະທານ ແລະ ອຳນາດຂອງພຣະວິນຍານບໍລິສຸດ, ສຸລະສຽງ ຂອງພຣະເຈົ້າ, ຫລື ການປະຕິບັດຂອງເຫລົ່າທູດ.
36 ແລະ ອົງພຣະຜູ້ເປັນເຈົ້າໄດ້ກ່າວມັນໄວ້; ແລະ ກຽດ, ອຳນາດ ແລະ ລັດສະໝີພາບ ຈົ່ງມີແດ່ພຣະນາມອັນສັກສິດຂອງພຣະອົງ, ທັງຕອນນີ້ ແລະ ຕະຫລອດການດ້ວຍເຖີດ. ອາແມນ.
37 ແລະ ອີກເທື່ອໜຶ່ງ, ໂດຍທາງພຣະບັນຍັດຕໍ່ສາດສະໜາຈັກກ່ຽວກັບວິທີບັບຕິສະມາ—ທຸກຄົນທີ່ຖ່ອມຕົວ ລົງຢູ່ຕໍ່ພຣະພັກຂອງພຣະເຈົ້າ, ແລະ ມີຄວາມປາດຖະໜາທີ່ຈະຮັບ ບັບຕິສະມາ, ແລະ ອອກມາດ້ວຍ ຫົວໃຈທີ່ຊອກຊ້ຳ ແລະ ວິນຍານທີ່ສຳນຶກຜິດ, ແລະ ເປັນພະຍານຢູ່ຕໍ່ໜ້າສາດສະໜາຈັກວ່າເຂົາໄດ້ກັບໃຈຢ່າງແທ້ຈິງຈາກບາບທັງໝົດຂອງເຂົາ, ແລະ ເຕັມໃຈທີ່ຈະຮັບເອົາ ພຣະນາມຂອງພຣະເຢຊູຄຣິດໄວ້ກັບເຂົາ, ໂດຍມີ ຄວາມຕັ້ງໃຈທີ່ຈະຮັບໃຊ້ພຣະອົງຈົນເຖິງທີ່ສຸດ, ແລະ ສະແດງໃຫ້ປະຈັກຢ່າງແທ້ຈິງດ້ວຍ ວຽກງານຂອງເຂົາ ວ່າເຂົາໄດ້ຮັບເອົາພຣະວິນຍານຂອງພຣະຄຣິດໄປສູ່ ການປົດບາບຂອງເຂົາ, ຈະໄດ້ຮັບເຂົ້າໃນສາດສະໜາຈັກຂອງພຣະອົງໂດຍຮັບການບັບຕິສະມາ.
38 ໜ້າທີ່ຂອງແອວເດີ, ປະໂລຫິດ, ຄູສອນ, ມັກຄະນາຍົກ, ແລະ ສະມາຊິກຂອງສາດສະໜາຈັກຂອງພຣະຄຣິດ—ອັກຄະສາວົກເປັນແອວເດີ, ແລະ ເປັນການເອີ້ນຂອງເຂົາທີ່ຈະໃຫ້ ບັບຕິສະມາ;
39 ແລະ ແຕ່ງຕັ້ງແອວເດີ, ປະໂລຫິດ, ຄູສອນ, ແລະ ມັກຄະນາຍົກຄົນອື່ນໆ;
40 ແລະ ປະຕິບັດເຂົ້າຈີ່ ແລະ ເຫລົ້າອະງຸ່ນ—ເຄື່ອງໝາຍແຫ່ງເນື້ອໜັງ ແລະ ໂລຫິດຂອງພຣະຄຣິດ—
41 ແລະ ຢືນຢັນຄົນທີ່ຮັບບັບຕິສະມາເຂົ້າໃນສາດສະໜາຈັກ, ໂດຍການວາງ ມືເພື່ອການບັບຕິສະມາ ດ້ວຍໄຟ ແລະ ດ້ວຍ ພຣະວິນຍານບໍລິສຸດ, ຕາມພຣະຄຳພີ;
42 ແລະ ສິດສອນ, ຊີ້ແຈງ, ແນະນຳ, ໃຫ້ບັບຕິສະມາ, ແລະ ດູແລສາດສະໜາຈັກ;
43 ແລະ ຢືນຢັນສາດສະໜາຈັກໂດຍການວາງມື, ແລະ ການມອບພຣະວິນຍານບໍລິສຸດ;
44 ແລະ ນຳພາການປະຊຸມທັງໝົດ.
45 ແອວເດີຈະ ດຳເນີນການປະຊຸມດັ່ງທີ່ພວກເຂົາຖືກນຳພາໂດຍພຣະວິນຍານບໍລິສຸດ, ຕາມພຣະບັນຍັດ ແລະ ການເປີດເຜີຍຈາກພຣະເຈົ້າ.
46 ໜ້າທີ່ຂອງ ປະໂລຫິດຄື ສັ່ງສອນ, ສິດສອນ, ຊີ້ແຈງ, ແນະນຳ, ແລະ ໃຫ້ບັບຕິສະມາ, ແລະ ປະຕິບັດສິນລະລຶກ,
47 ແລະ ຢ້ຽມຢາມບ້ານເຮືອນຂອງສະມາຊິກແຕ່ລະຄົນ, ແລະ ແນະນຳເຂົາໃຫ້ ອະທິຖານ ອອກສຽງ ແລະ ໃນບ່ອນລັບລີ້ ແລະ ເຮັດໜ້າທີ່ທຸກຢ່າງໃນ ຄອບຄົວ.
48 ແລະ ເຂົາສາມາດ ແຕ່ງຕັ້ງປະໂລຫິດ, ຄູສອນ, ແລະ ມັກຄະນາຍົກຄົນອື່ນໆນຳອີກ.
49 ແລະ ເຂົາຈະຕ້ອງນຳພາການປະຊຸມເມື່ອບໍ່ມີແອວເດີຄົນອື່ນຢູ່ທີ່ນັ້ນ;
50 ແຕ່ເມື່ອມີແອວເດີຢູ່ທີ່ນັ້ນ, ເຂົາພຽງແຕ່ສັ່ງສອນ, ສິດສອນ, ຊີ້ແຈງ, ແນະນຳ, ແລະ ໃຫ້ບັບຕິສະມາເທົ່ານັ້ນ,
51 ແລະ ຢ້ຽມຢາມບ້ານເຮືອນຂອງສະມາຊິກແຕ່ລະຄົນ, ແລະ ແນະນຳເຂົາໃຫ້ອະທິຖານອອກສຽງ ແລະ ໃນບ່ອນລັບລີ້ ແລະ ເຮັດໜ້າທີ່ທຸກຢ່າງໃນຄອບຄົວ.
52 ໃນໜ້າທີ່ທັງໝົດນີ້ ປະໂລຫິດຈະຕ້ອງ ຊ່ວຍເຫລືອແອວເດີໃນກໍລະນີຈຳເປັນ.
53 ໜ້າທີ່ຂອງ ຄູສອນຄື ດູແລສາດສະໜາຈັກສະເໝີ, ແລະ ຢູ່ກັບພວກເຂົາ ແລະ ເຮັດໃຫ້ພວກເຂົາເຂັ້ມແຂງຂຶ້ນ;
54 ແລະ ເບິ່ງວ່າບໍ່ມີຄວາມຊົ່ວຮ້າຍຢູ່ໃນສາດສະໜາຈັກ, ທັງບໍ່ໃຫ້ມີ ຄວາມເຄືອງແຄ້ນກັນ, ທັງບໍ່ໃຫ້ເວົ້າຕົວະ, ເວົ້າລັບຫລັງ, ຫລື ເວົ້າຈາ ບໍ່ດີ;
55 ແລະ ເບິ່ງວ່າສາດສະໜາຈັກປະຊຸມກັນເລື້ອຍໆ, ແລະ ໃຫ້ເບິ່ງອີກວ່າສະມາຊິກທຸກຄົນເຮັດໜ້າທີ່ຂອງຕົນ.
56 ແລະ ເຂົາຈະຕ້ອງນຳພາການປະຊຸມເມື່ອບໍ່ມີແອວເດີ ຫລື ປະໂລຫິດຢູ່ທີ່ນັ້ນ—
57 ແລະ ຈະໄດ້ຮັບການຊ່ວຍເຫລືອສະເໝີ, ໃນໜ້າທີ່ທັງໝົດຂອງເຂົາໃນສາດສະໜາຈັກ, ໂດຍ ມັກຄະນາຍົກ, ໃນກໍລະນີຈຳເປັນ.
58 ແຕ່ທັງຄູສອນ ຫລື ມັກຄະນາຍົກບໍ່ມີສິດອຳນາດທີ່ຈະໃຫ້ບັບຕິສະມາ, ປະຕິບັດສິນລະລຶກ, ຫລື ວາງມື;
59 ເຖິງຢ່າງໃດກໍຕາມ, ເຂົາຈະເຕືອນ, ຊີ້ແຈງ, ແນະນຳ, ແລະ ສິດສອນ, ແລະ ເຊື້ອເຊີນທຸກຄົນໃຫ້ມາຫາພຣະຄຣິດ.
60 ແອວເດີ, ປະໂລຫິດ, ຄູສອນ, ຫລື ມັກຄະນາຍົກທຸກຄົນ ຈະຖືກແຕ່ງຕັ້ງຕາມຂອງປະທານ ແລະ ການເອີ້ນຂອງພຣະເຈົ້າ; ແລະ ເຂົາຈະຖືກແຕ່ງຕັ້ງໂດຍອຳນາດຂອງພຣະວິນຍານບໍລິສຸດ, ຊຶ່ງມີຢູ່ໃນຄົນທີ່ແຕ່ງຕັ້ງເຂົາ.
61 ແອວເດີຫລາຍຄົນທີ່ປະກອບເປັນສາດສະໜາຈັກນີ້ຂອງພຣະຄຣິດ ຕ້ອງມາປະຊຸມກັນໃນກອງປະຊຸມໃຫຍ່ ທຸກສາມເດືອນ, ຫລື ເປັນບາງຄັ້ງຕາມທີ່ກອງປະຊຸມໃຫຍ່ດັ່ງກ່າວຈະຈັດການ ຫລື ກຳນົດຂຶ້ນ;
62 ແລະ ກອງປະຊຸມໃຫຍ່ດັ່ງກ່າວຈະຕ້ອງດຳເນີນທຸລະກິດອັນໃດກໍຕາມຂອງສາດສະໜາຈັກທີ່ຈຳເປັນຕ້ອງເຮັດໃນເວລານັ້ນ.
63 ແອວເດີຈະໄດ້ຮັບໃບອະນຸຍາດຂອງເຂົາຈາກແອວເດີຄົນອື່ນໆ, ໂດຍການ ອອກສຽງຂອງສາດສະໜາຈັກທີ່ເຂົາຂຶ້ນຢູ່ກັບ, ຫລື ຈາກກອງປະຊຸມໃຫຍ່.
64 ປະໂລຫິດ, ຄູສອນ, ຫລື ມັກຄະນາຍົກແຕ່ລະຄົນ, ຜູ້ໄດ້ຮັບການແຕ່ງຕັ້ງໂດຍປະໂລຫິດ, ຈະຮັບເອົາໃບຢັ້ງຢືນຈາກເຂົາໃນເວລານັ້ນ, ຊຶ່ງ ໃບຢັ້ງຢືນນັ້ນ, ເມື່ອມອບໃຫ້ແອວເດີ, ແລ້ວຈະເຮັດໃຫ້ເຂົາມີໃບອະນຸຍາດ, ຊຶ່ງໃຫ້ສິດອຳນາດເຂົາປະຕິບັດໜ້າທີ່ການເອີ້ນຂອງເຂົາ, ຫລື ເຂົາຈະໄດ້ຮັບມັນຈາກກອງປະຊຸມໃຫຍ່.
65 ບໍ່ມີໃຜຈະໄດ້ຮັບ ການແຕ່ງຕັ້ງສູ່ຕຳແໜ່ງໃນສາດສະໜາຈັກນີ້, ບ່ອນທີ່ສາຂາຂອງສາດສະໜາຈັກຖືກຈັດຕັ້ງຂຶ້ນຢ່າງຖືກຕ້ອງ, ປາດສະຈາກການ ອອກສຽງຂອງໜ່ວຍສາດສະໜາຈັກນັ້ນ;
66 ແຕ່ແອວເດີທີ່ຄວບຄຸມ, ອະທິການສັນຈອນ, ສະມາຊິກສະພາສູງ, ມະຫາປະໂລຫິດ, ແລະ ແອວເດີ, ມີສິດທີ່ຈະແຕ່ງຕັ້ງ, ບ່ອນທີ່ບໍ່ມີສາຂາຂອງສາດສະໜາຈັກເພື່ອເອີ້ນໃຫ້ມີການອອກສຽງ.
67 ປະທານຂອງຖານະປະໂລຫິດສູງທຸກຄົນ (ຫລື ແອວເດີທີ່ຄວບຄຸມ), ອະທິການ, ສະມາຊິກສະພາສູງ, ແລະ ມະຫາປະໂລຫິດ, ຈະໄດ້ຮັບການແຕ່ງຕັ້ງໂດຍການຊີ້ນຳຂອງ ສະພາສູງ ຫລື ກອງປະຊຸມໃຫຍ່ສາມັນ.
68 ໜ້າທີ່ຂອງສະມາຊິກຫລັງຈາກເຂົາຖືກຮັບໄວ້ໂດຍການບັບຕິສະມາ—ພວກແອວເດີ ຫລື ປະໂລຫິດ ຈະຕ້ອງມີເວລາພຽງພໍທີ່ຈະຊີ້ແຈງທຸກສິ່ງກ່ຽວກັບສາດສະໜາຈັກຂອງພຣະຄຣິດ ໃຫ້ເຂົາ ເຂົ້າໃຈ, ກ່ອນເຂົາຈະຮັບສ່ວນ ສິນລະລຶກ ແລະ ຮັບການຢືນຢັນໂດຍການວາງ ມືຂອງພວກແອວເດີ, ເພື່ອວ່າທຸກສິ່ງຈະຖືກກະທຳໄປຕາມລະບຽບ.
69 ແລະ ສະມາຊິກຈະສະແດງໃຫ້ປະຈັກຢູ່ຕໍ່ໜ້າສາດສະໜາຈັກ, ແລະ ຢູ່ຕໍ່ໜ້າພວກແອວເດີນຳອີກ, ໂດຍການດຳເນີນຊີວິດ ແລະ ການເວົ້າຈາຢ່າງພຣະເຈົ້າ, ວ່າເຂົາມີຄ່າຄວນຕໍ່ມັນ, ວ່າຈະມີ ວຽກງານ ແລະ ສັດທາ ທີ່ສອດຄ່ອງກັບພຣະຄຳພີທີ່ສັກສິດ—ການເດີນໄປໃນ ຄວາມບໍລິສຸດຕໍ່ພຣະພັກຂອງພຣະຜູ້ເປັນເຈົ້າ.
70 ສະມາຊິກທຸກຄົນໃນສາດສະໜາຈັກຂອງພຣະຄຣິດທີ່ມີລູກ ຕ້ອງພາເຂົາມາຫາພວກແອວເດີຢູ່ຕໍ່ໜ້າສາດສະໜາຈັກ, ຜູ້ຈະວາງມືຂອງພວກເຂົາໃສ່ເທິງເຂົາໃນພຣະນາມຂອງພຣະເຢຊູຄຣິດ, ແລະ ໃຫ້ ພອນເຂົາໃນພຣະນາມຂອງພຣະອົງ.
71 ບໍ່ມີຄົນໃດສາມາດຖືກຮັບເຂົ້າໃນສາດສະໜາຈັກຂອງພຣະຄຣິດໄດ້ ຍົກເວັ້ນແຕ່ເຂົາຈະເຖິງອາຍຸທີ່ ຮູ້ຈັກຮັບຜິດຊອບຢູ່ຕໍ່ພຣະພັກຂອງພຣະເຈົ້າ, ແລະ ສາມາດ ກັບໃຈໄດ້.
72 ການບັບຕິສະມາຈະຖືກປະຕິບັດຕາມແບບແຜນດັ່ງຕໍ່ໄປນີ້ແກ່ທຸກຄົນທີ່ກັບໃຈ—
73 ຄົນທີ່ຖືກເອີ້ນໂດຍພຣະເຈົ້າ ແລະ ມີສິດອຳນາດຈາກພຣະເຢຊູຄຣິດໃຫ້ບັບຕິສະມາ, ຈະລົງໄປໃນນ້ຳ ກັບຄົນທີ່ຂໍຮັບບັບຕິສະມາ, ແລະ ຈະກ່າວດັ່ງຕໍ່ໄປນີ້ ຫລັງຈາກກ່າວຊື່ຂອງເຂົາ: ໂດຍໄດ້ຮັບມອບໝາຍຈາກພຣະເຢຊູຄຣິດ, ຂ້າພະເຈົ້າໃຫ້ບັບຕິສະມາທ່ານໃນພຣະນາມຂອງພຣະບິດາ, ແລະ ຂອງພຣະບຸດ, ແລະ ຂອງພຣະວິນຍານບໍລິສຸດ. ອາແມນ.
74 ຈາກນັ້ນ ລາວຈະ ຈຸ່ມເຂົາລົງໃນນ້ຳ, ແລະ ຂຶ້ນມາຈາກນ້ຳອີກ.
75 ເປັນສິ່ງຈຳເປັນທີ່ສາດສະໜາຈັກຈະຊຸມນຸມກັນເລື້ອຍໆເພື່ອ ຮັບສ່ວນເຂົ້າຈີ່ ແລະ ເຫລົ້າອະງຸ່ນ ໃນການ ລະນຶກເຖິງອົງພຣະເຢຊູ;
76 ແລະ ແອວເດີ ຫລື ປະໂລຫິດຈະປະຕິບັດມັນ; ແລະ ເຂົາຈະປະຕິບັດມັນໃນ ວິທີນີ້—ເຂົາຈະຄຸເຂົ່າລົງພ້ອມກັບສາດສະໜາຈັກ ແລະ ເອີ້ນຫາພຣະບິດາໃນຄຳອະທິຖານຢ່າງຈິງຈັງ, ກ່າວວ່າ:
77 ໂອ້ ພຣະອົງເຈົ້າ, ພຣະບິດາຜູ້ສະຖິດນິລັນດອນ, ພວກຂ້າພຣະອົງທູນຂໍພຣະອົງໃນພຣະນາມຂອງພຣະບຸດຂອງພຣະອົງ; ພຣະເຢຊູຄຣິດ, ໂປດປະທານພອນ ແລະ ເຮັດໃຫ້ ເຂົ້າຈີ່ນີ້ສັກສິດແກ່ຈິດວິນຍານຂອງເຂົາທັງຫລາຍຜູ້ທີ່ຮັບສ່ວນ ເພື່ອເຂົາຈະໄດ້ຮັບປະທານດ້ວຍຄວາມລະນຶກເຖິງພຣະກາຍຂອງພຣະບຸດຂອງພຣະອົງ, ແລະ ເປັນສັກຂີ ພະຍານຕໍ່ພຣະອົງ, ໂອ້ ພຣະອົງເຈົ້າ, ພຣະບິດາຜູ້ສະຖິດນິລັນດອນ, ວ່າເຂົາເຕັມໃຈ ຮັບພຣະນາມຂອງພຣະບຸດຂອງພຣະອົງ, ແລະ ລະນຶກເຖິງພຣະອົງຕະຫລອດເວລາ ແລະ ຮັກສາພຣະບັນຍັດຂອງພຣະອົງ ຊຶ່ງປະທານໃຫ້ເຂົາ, ເພື່ອເຂົາຈະມີ ພຣະວິນຍານຂອງພຣະອົງຢູ່ດ້ວຍຕະຫລອດເວລາ. ອາແມນ.
78 ວິທີປະຕິບັດເຫລົ້າອະງຸ່ນ—ເຂົາຈະຈັບ ຈອກຂຶ້ນມາ, ແລະ ກ່າວວ່າ:
79 ໂອ້ ພຣະອົງເຈົ້າ, ພຣະບິດາຜູ້ສະຖິດນິລັນດອນ, ພວກຂ້າພຣະອົງທູນຂໍພຣະອົງໃນພຣະນາມຂອງພຣະບຸດຂອງພຣະອົງ, ພຣະເຢຊູຄຣິດ, ໂປດປະທານພອນ ແລະ ເຮັດໃຫ້ ເຫລົ້າອະງຸ່ນນີ້ສັກສິດແກ່ຈິດວິນຍານຂອງເຂົາທັງຫລາຍຜູ້ທີ່ດື່ມ, ເພື່ອເຂົາຈະເຮັດດ້ວຍຄວາມລະນຶກເຖິງໂລຫິດຂອງພຣະບຸດຂອງພຣະອົງ ຊຶ່ງຫລັ່ງເພື່ອເຂົາ; ເພື່ອເຂົາຈະເປັນສັກຂີພະຍານຕໍ່ພຣະອົງ, ໂອ້ ພຣະອົງເຈົ້າ, ພຣະບິດາຜູ້ສະຖິດນິລັນດອນ, ວ່າເຂົາລະນຶກເຖິງພຣະອົງຕະຫລອດເວລາ, ເພື່ອເຂົາຈະມີພຣະວິນຍານຂອງພຣະອົງຢູ່ດ້ວຍ. ອາແມນ.
80 ສະມາຊິກຄົນໃດຂອງສາດສະໜາຈັກຂອງພຣະຄຣິດທີ່ລ່ວງລະເມີດ, ຫລື ພົບເຫັນວ່າມີຄວາມຜິດ, ຈະຖືກຈັດການດັ່ງທີ່ມີລະບຸໄວ້ຢູ່ໃນພຣະຄຳພີ.
81 ມັນຈະເປັນໜ້າທີ່ຂອງໜ່ວຍຕ່າງໆຂອງສາດສະໜາຈັກ, ຊຶ່ງປະກອບເປັນສາດສະໜາຈັກຂອງພຣະຄຣິດ, ທີ່ຈະສົ່ງຄູສອນຄົນໜຶ່ງຂອງຕົນ ຫລື ຫລາຍກວ່ານັ້ນໄປຮ່ວມກອງປະຊຸມໃຫຍ່ຕ່າງໆ ທີ່ຈັດຂຶ້ນໂດຍພວກແອວເດີຂອງສາດສະໜາຈັກ,
82 ພ້ອມດ້ວຍລາຍ ຊື່ຂອງສະມາຊິກທີ່ຮ່ວມເຂົ້າກັບສາດສະໜາຈັກນັບແຕ່ກອງປະຊຸມໃຫຍ່ເທື່ອຜ່ານມາ; ຫລື ສົ່ງໄປກັບປະໂລຫິດຄົນໃດຄົນໜຶ່ງ; ເພື່ອວ່າລາຍຊື່ທັງໝົດຂອງສາດສະໜາຈັກຈະຖືກບັນທຶກໄວ້ໃນປຶ້ມໂດຍແອວເດີຄົນໜຶ່ງ, ຄົນໃດກໍຕາມທີ່ແອວເດີຄົນອື່ນໆຈະມອບໝາຍໃຫ້ເຮັດເປັນບາງຄັ້ງ;
83 ແລະ ພ້ອມນີ້, ຖ້າມີຄົນໃດຖືກ ໄລ່ອອກຈາກສາດສະໜາຈັກ, ເພື່ອວ່າຊື່ຂອງເຂົາຈະຖືກລຶບອອກຈາກປຶ້ມບັນທຶກລາຍຊື່ທົ່ວໄປຂອງສາດສະໜາຈັກ.
84 ສະມາຊິກທຸກຄົນທີ່ຍ້າຍຈາກໜ່ວຍຂອງສາດສະໜາຈັກບ່ອນເຂົາອາໄສຢູ່, ຖ້າໄປຫາໜ່ວຍຂອງສາດສະໜາຈັກບ່ອນທີ່ບໍ່ມີໃຜຮູ້ຈັກເຂົາ, ຈະຕ້ອງເອົາຈົດໝາຍທີ່ຢັ້ງຢືນວ່າເຂົາເປັນສະມາຊິກທີ່ເຂັ້ມແຂງ ແລະ ຢູ່ໃນຄວາມດີງາມໄປນຳ, ຊຶ່ງໃບຢັ້ງຢືນນັ້ນຈະຕ້ອງຖືກເຊັນໂດຍແອວເດີ ຫລື ປະໂລຫິດຄົນໃດກໍໄດ້ ຖ້າສະມາຊິກຜູ້ໄດ້ຮັບຈົດໝາຍຄຸ້ນເຄີຍກັບແອວເດີ ຫລື ປະໂລຫິດຄົນນັ້ນ, ຫລື ຈະເຊັນໂດຍຄູສອນ ຫລື ມັກຄະນາຍົກໃນໜ່ວຍຂອງສາດສະໜາຈັກກໍໄດ້.