ຄຳສອນ ແລະ ພັນທະສັນຍາ
ພາກທີ 1
ການເປີດເຜີຍທີ່ມອບໃຫ້ຜ່ານທາງໂຈເຊັບ ສະມິດ ຜູ້ເປັນສາດສະດາ, ໃນວັນທີ 1 ເດືອນພະຈິກ, 1831, ລະຫວ່າງກອງປະຊຸມໃຫຍ່ພິເສດຂອງພວກແອວເດີຂອງສາດສະໜາຈັກ, ຈັດຂຶ້ນທີ່ເມືອງໄຮຣຳ, ລັດໂອໄຮໂອ. ມີການເປີດເຜີຍຫລາຍຢ່າງທີ່ໄດ້ຮັບຈາກພຣະຜູ້ເປັນເຈົ້າກ່ອນເວລານີ້, ແລະ ການຮວບຮວມການເປີດເຜີຍເຫລົ່ານີ້ເພື່ອພິມເປັນປຶ້ມຄືຫົວຂໍ້ສຳຄັນທີ່ເຫັນພ້ອມກັນໃນກອງປະຊຸມໃຫຍ່. ພາກນີ້ປະກອບເປັນຄຳນຳຕໍ່ຄຳສອນ, ພັນທະສັນຍາ, ແລະ ພຣະບັນຍັດຂອງພຣະຜູ້ເປັນເຈົ້າທີ່ປະທານໃຫ້ໃນຍຸກສະໄໝນີ້.
1–7, ສຽງເຕືອນອອກໄປຫາຜູ້ຄົນທັງປວງ; 8–16, ການປະຖິ້ມຄວາມເຊື່ອ ແລະ ຄວາມຊົ່ວຮ້າຍເກີດຂຶ້ນກ່ອນການສະເດັດມາຄັ້ງທີສອງ; 17–23, ໂຈເຊັບ ສະມິດ ຖືກເອີ້ນໃຫ້ຟື້ນຟູຄວາມຈິງ ແລະ ອຳນາດຂອງພຣະຜູ້ເປັນເຈົ້າສູ່ແຜ່ນດິນໂລກ; 24–33, ພຣະຄຳພີມໍມອນໄດ້ຖືກນຳອອກມາ ແລະ ສາດສະໜາຈັກທີ່ແທ້ຈິງໄດ້ຖືກສະຖາປະນາຂຶ້ນ; 34–36, ສັນຕິສຸກຈະຖືກເອົາໄປຈາກແຜ່ນດິນໂລກ; 37–39, ຈົ່ງຄົ້ນຄວ້າພຣະບັນຍັດເຫລົ່ານີ້.
1 ຈົ່ງເຊື່ອຟັງ, ໂອ້ ເຈົ້າຜູ້ຄົນແຫ່ງ ກສາດສະໜາຈັກຂອງເຮົາ, ສຸລະສຽງຂອງຜູ້ສະຖິດຢູ່ເບື້ອງບົນໄດ້ກ່າວ, ແລະ ຜູ້ທີ່ ຂພຣະເນດຈ້ອງມອງຢູ່ເທິງມະນຸດທັງປວງ; ແທ້ຈິງແລ້ວ, ຕາມຄວາມຈິງ ເຮົາກ່າວວ່າ: ຈົ່ງ ຄເຊື່ອຟັງ ເຈົ້າຜູ້ຄົນ ຈາກແດນໄກ; ແລະ ເຈົ້າຜູ້ຢູ່ເທິງເກາະໃນທະເລ, ຈົ່ງຟັງນຳກັນ.
2 ເພາະຕາມຄວາມຈິງ ກສຸລະສຽງຂອງພຣະຜູ້ເປັນເຈົ້າມາເຖິງມະນຸດທັງປວງ, ແລະ ຂບໍ່ມີໃຜໜີພົ້ນ; ແລະ ບໍ່ມີດວງຕາໃດທີ່ຈະຫລຽວບໍ່ເຫັນ, ທັງບໍ່ມີຫູໃດທີ່ຈະບໍ່ໄດ້ຍິນ, ທັງບໍ່ມີ ຄຫົວໃຈໃດທີ່ຈະບໍ່ຖືກແທງໃຫ້ທະລຸ.
3 ແລະ ກຄົນກະບົດຈະຖືກສຽບແທງດ້ວຍຄວາມໂສກເສົ້າຢ່າງຫລວງຫລາຍ; ເພາະຄວາມຊົ່ວຮ້າຍຂອງເຂົາຈະຖືກ ຂປ່າວປະກາດຢູ່ເທິງຫລັງຄາເຮືອນ, ແລະ ການເຮັດຄວາມລັບຂອງເຂົາຈະຖືກເປີດເຜີຍ.
4 ແລະ ກສຽງເຕືອນຈະມາເຖິງທຸກຜູ້ຄົນ, ໂດຍປາກຂອງສານຸສິດຂອງເຮົາ, ຜູ້ຊຶ່ງເຮົາເລືອກໄວ້ໃນ ຂຍຸກສຸດທ້າຍນີ້.
5 ແລະ ເຂົາຈະອອກໄປ ແລະ ບໍ່ມີຄົນໃດຈະສາມາດຢຸດຢັ້ງເຂົາໄດ້, ເພາະເຮົາພຣະຜູ້ເປັນເຈົ້າໄດ້ບັນຊາເຂົາ.
6 ຈົ່ງເບິ່ງ, ນີ້ເປັນ ກສິດອຳນາດຂອງເຮົາ, ແລະ ສິດອຳນາດຂອງຜູ້ຮັບໃຊ້ຂອງເຮົາ, ແລະ ເປັນຄຳນຳຂອງເຮົາໃຫ້ແກ່ໜັງສືບັນຍັດຂອງເຮົາ, ຊຶ່ງເຮົາໄດ້ມອບໃຫ້ເຂົາເພື່ອ ຂພິມໃຫ້ແກ່ເຈົ້າ, ໂອ້ ຜູ້ອາໄສຂອງແຜ່ນດິນໂລກ.
7 ດັ່ງນັ້ນ, ຈົ່ງ ກຢ້ານກົວ ແລະ ຕົວສັ່ນ, ໂອ້ ເຈົ້າຜູ້ຄົນ, ເພາະສິ່ງໃດທີ່ເຮົາພຣະຜູ້ເປັນເຈົ້າໄດ້ອອກຄຳສັ່ງ ສິ່ງນັ້ນຈະບັນລຸຜົນ ຂສຳເລັດ.
8 ແລະ ຕາມຄວາມຈິງ ເຮົາກ່າວກັບເຈົ້າວ່າ ເຂົາຜູ້ອອກໄປ, ນຳຂ່າວເຫລົ່ານີ້ໄປໃຫ້ຜູ້ອາໄສຂອງແຜ່ນດິນໂລກ, ຕໍ່ເຂົາອຳນາດຈະຖືກມອບໃຫ້ເພື່ອ ກຜະນຶກຄົນທີ່ບໍ່ເຊື່ອ ແລະ ຂຄົນກະບົດ, ທັງເທິງແຜ່ນດິນໂລກ ແລະ ໃນສະຫວັນ;
9 ແທ້ຈິງແລ້ວ, ຕາມຄວາມຈິງ, ເພື່ອຜະນຶກເຂົາໄວ້ສຳລັບມື້ ເມື່ອ ກພຣະພິໂລດຂອງພຣະເຈົ້າຈະຖອກເທລົງມາເທິງ ຂຄົນຊົ່ວຢ່າງບໍ່ມີກຳນົດ—
10 ໄວ້ສຳລັບ ກມື້ ເມື່ອພຣະຜູ້ເປັນເຈົ້າຈະມາ ຂຊົດເຊີຍທຸກໆຄົນຕາມ ຄວຽກງານຂອງເຂົາ, ແລະ ວັດແທກ ທຸກໆຄົນຕາມ ງເຄື່ອງຜອງ ຊຶ່ງເຂົາໄດ້ໃຊ້ວັດແທກເພື່ອນມະນຸດຂອງເຂົາ.
11 ດັ່ງນັ້ນ ສຸລະສຽງຂອງພຣະຜູ້ເປັນເຈົ້າຈຶ່ງມາເຖິງທີ່ສຸດຂອງແຜ່ນດິນໂລກ, ເພື່ອທຸກຄົນທີ່ຢາກໄດ້ຍິນ ກໍຈະໄດ້ຍິນ:
12 ຈົ່ງຕຽມ, ຈົ່ງຕຽມສຳລັບສິ່ງທີ່ຈະມາເຖິງ, ເພາະພຣະຜູ້ເປັນເຈົ້າໃກ້ຈະມາແລ້ວ;
13 ແລະ ກພຣະພິໂລດຂອງພຣະຜູ້ເປັນເຈົ້າແມ່ນລຸກເປັນໄຟ, ແລະ ຂດາບຂອງພຣະອົງຖືກຊະໂລມໄວ້ຢູ່ ໃນສະຫວັນ, ແລະ ມັນຈະຕົກໃສ່ຜູ້ອາໄສຂອງແຜ່ນດິນໂລກ.
14 ແລະ ກແຂນຂອງພຣະຜູ້ເປັນເຈົ້າຈະເປີດອອກ; ແລະ ວັນນັ້ນຈະມາເຖິງ ເມື່ອຜູ້ບໍ່ ຂຟັງສຸລະສຽງຂອງພຣະຜູ້ເປັນເຈົ້າ, ທັງບໍ່ ຄຟັງສຽງຂອງຜູ້ຮັບໃຊ້ຂອງພຣະອົງ, ທັງບໍ່ເອົາໃຈໃສ່ຕໍ່ຖ້ອຍຄຳຂອງສາດສະດາ ແລະ ອັກຄະສາວົກ, ຈະຖືກ ງຕັດອອກຈາກທ່າມກາງຜູ້ຄົນ;
15 ເພາະເຂົາໄດ້ ກໜີຈາກ ຂພິທີການຂອງເຮົາ, ແລະ ໄດ້ ຄຝ່າຝືນ ງພັນທະສັນຍາອັນເປັນນິດຂອງເຮົາ;
16 ເຂົາບໍ່ ກສະແຫວງຫາພຣະຜູ້ເປັນເຈົ້າ ເພື່ອສະຖາປະນາຄວາມຊອບທຳຂອງພຣະອົງ, ແຕ່ມະນຸດທຸກຄົນໄດ້ເດີນໄປໃນ ຂເສັ້ນທາງ ຄຂອງຕົນເອງ, ແລະ ຕາມ ງລັກສະນະພຣະເຈົ້າຂອງຕົນເອງ, ຊຶ່ງລັກສະນະນັ້ນ ເປັນຄືກັນກັບລັກສະນະຂອງໂລກ, ແລະ ຊຶ່ງແກ່ນສານຂອງມັນເປັນຮູບບູຊາ, ຊຶ່ງຈະ ຈເກົ່າລົງ ແລະ ຜຸພັງໄປໃນ ສບາບີໂລນ, ແມ່ນແຕ່ບາບີໂລນທີ່ຍິ່ງໃຫຍ່ນັ້ນກໍພັງທະລາຍ.
17 ດັ່ງນັ້ນ, ເຮົາພຣະຜູ້ເປັນເຈົ້າ, ໂດຍທີ່ຮູ້ເຖິງຄວາມເສຍຫາຍທີ່ຈະມາສູ່ ກຜູ້ອາໄສຂອງແຜ່ນດິນໂລກ, ຈຶ່ງໄດ້ເອີ້ນຜູ້ຮັບໃຊ້ຂອງເຮົາ ໂຈເຊັບ ສະມິດ, ຜູ້ລູກ, ແລະ ໄດ້ກ່າວກັບລາວຈາກສະຫວັນ, ແລະ ມອບບັນຍັດໃຫ້ລາວ;
18 ແລະ ກໍໄດ້ມອບບັນຍັດໃຫ້ຄົນອື່ນໆຄືກັນ, ເພື່ອພວກເຂົາຈະໄດ້ປະກາດສິ່ງເຫລົ່ານີ້ແກ່ໂລກ; ແລະ ທັງໝົດນີ້ກໍເພື່ອເລື່ອງນີ້ຈະບັນລຸຄວາມສຳເລັດ, ຊຶ່ງຖືກຂຽນໄວ້ໂດຍສາດສະດາທັງຫລາຍ—
19 ສິ່ງທີ່ ກອ່ອນແອຂອງໂລກຈະອອກມາ ແລະ ປາບຄົນທີ່ມີອຳນາດ ແລະ ມີອິດທິພົນ, ເພື່ອມະນຸດຈະບໍ່ແນະນຳເພື່ອນມະນຸດຂອງຕົນ, ທັງບໍ່ ຂໄວ້ວາງໃຈໃນແຂນແຫ່ງເນື້ອໜັງ—
20 ແຕ່ວ່າທຸກໆຄົນອາດ ກກ່າວໃນພຣະນາມຂອງພຣະເຈົ້າອົງເປັນພຣະຜູ້ເປັນເຈົ້າ, ແມ່ນແຕ່ພຣະຜູ້ຊ່ວຍໃຫ້ລອດຂອງໂລກ;
21 ພ້ອມນີ້ ເພື່ອສັດທາຈະໄດ້ເພີ່ມທະວີຂຶ້ນໃນແຜ່ນດິນໂລກ;
22 ເພື່ອ ກພັນທະສັນຍາອັນເປັນນິດຂອງເຮົາຈະໄດ້ຖືກສະຖາປະນາຂຶ້ນ;
23 ເພື່ອຄວາມສົມບູນ ກແຫ່ງພຣະກິດຕິຄຸນຂອງເຮົາຈະຖືກ ຂປ່າວປະກາດໂດຍຄົນທີ່ ຄອ່ອນແອ ແລະ ຄົນທີ່ຕ່ຳຕ້ອຍຈົນເຖິງທີ່ສຸດຂອງໂລກ, ແລະ ຕໍ່ບັນດາກະສັດ ແລະ ຜູ້ປົກຄອງ.
24 ຈົ່ງເບິ່ງ, ເຮົາຄືພຣະເຈົ້າ ແລະ ເຮົາໄດ້ກ່າວມັນໄວ້ດັ່ງນີ້; ກບັນຍັດເຫລົ່ານີ້ເປັນຂອງເຮົາ, ແລະ ໄດ້ມອບມັນໃຫ້ແກ່ຜູ້ຮັບໃຊ້ຂອງເຮົາໃນຄວາມອ່ອນແອຂອງເຂົາ, ຕາມລັກສະນະ ຂພາສາຂອງເຂົາ, ເພື່ອເຂົາຈະ ຄເຂົ້າໃຈມັນ.
25 ແລະ ຕາບໃດທີ່ເຂົາຍັງເຮັດຜິດ ມັນຈະຖືກເຮັດໃຫ້ເປັນທີ່ຮູ້ຈັກ;
26 ແລະ ຕາບໃດທີ່ເຂົາຍັງສະແຫວງຫາ ກປັນຍາ ເຂົາຈະໄດ້ຮັບຄຳແນະນຳ;
27 ແລະ ຕາບໃດທີ່ເຂົາຍັງເຮັດບາບ ເຂົາຈະຖືກ ກຕີສອນ, ເພື່ອວ່າເຂົາຈະໄດ້ ຂກັບໃຈ;
28 ແລະ ຕາບໃດທີ່ເຂົາຍັງ ກຖ່ອມຕົວ ເຂົາຈະຖືກເຮັດໃຫ້ເຂັ້ມແຂງຂຶ້ນ, ແລະ ໄດ້ຮັບພອນຈາກເບື້ອງບົນ, ແລະ ໄດ້ຮັບ ຂຄວາມຮູ້ເປັນບາງຄັ້ງ.
29 ແລະ ຫລັງຈາກໄດ້ຮັບບັນທຶກຂອງຊາວນີໄຟ, ແທ້ຈິງແລ້ວ, ແມ່ນແຕ່ຜູ້ຮັບໃຊ້ຂອງເຮົາ ໂຈເຊັບ ສະມິດ, ຜູ້ລູກ, ຈະມີອຳນາດທີ່ຈະແປ ກພຣະຄຳພີມໍມອນ ຜ່ານຄວາມເມດຕາຂອງພຣະເຈົ້າ, ໂດຍອຳນາດຂອງພຣະເຈົ້າ.
30 ແລະ ຄົນເຫລົ່ານັ້ນທີ່ໄດ້ຮັບບັນຍັດເຫລົ່ານີ້ນຳອີກ, ຈະມີ ກອຳນາດທີ່ຈະວາງຮາກຖານຂອງ ຂສາດສະໜາຈັກ, ແລະ ນຳ ຄສາດສະໜາຈັກທີ່ແທ້ຈິງ ແລະ ດຳລົງຢູ່ແຫ່ງດຽວເທົ່ານັ້ນຢູ່ເທິງແຜ່ນດິນໂລກອອກຈາກການປິດບັງ ແລະ ອອກຈາກ ງຄວາມມືດ, ຊຶ່ງເຮົາ, ພຣະຜູ້ເປັນເຈົ້າ, ຈພໍໃຈຫລາຍ, ໂດຍກ່າວກັບສາດສະໜາຈັກເປັນສ່ວນຮວມ ແລະ ບໍ່ ແມ່ນສະເພາະບຸກຄົນ—
31 ເພາະເຮົາ ພຣະຜູ້ເປັນເຈົ້າ ບໍ່ສາມາດເບິ່ງ ກບາບດ້ວຍລະດັບການຍິນຍອມແມ່ນແຕ່ໜ້ອຍທີ່ສຸດ;
32 ເຖິງຢ່າງໃດກໍຕາມ, ຄົນທີ່ກັບໃຈ ແລະ ເຮັດຕາມພຣະບັນຍັດຂອງພຣະຜູ້ເປັນເຈົ້າຈະໄດ້ຮັບ ກການໃຫ້ອະໄພ;
33 ແລະ ຄົນທີ່ບໍ່ ກກັບໃຈ, ຄວາມສະຫວ່າງທີ່ເຂົາໄດ້ຮັບແລ້ວຈະຖືກ ຂເອົາໄປຈາກເຂົາ; ເພາະ ຄວິນຍານຂອງເຮົາຈະບໍ່ ງພະຍາຍາມກັບມະນຸດສະເໝີໄປ, ຈອມໂຍທາໄດ້ກ່າວ.
34 ແລະ ອີກເທື່ອໜຶ່ງ, ຕາມຄວາມຈິງ ເຮົາກ່າວກັບເຈົ້າ ໂອ້ ຜູ້ອາໄສຂອງແຜ່ນດິນໂລກວ່າ: ເຮົາພຣະຜູ້ເປັນເຈົ້າ ເຕັມໃຈທີ່ຈະເຮັດໃຫ້ສິ່ງເຫລົ່ານີ້ເປັນທີ່ຮູ້ຈັກແກ່ເນື້ອໜັງ ກທັງປວງ;
35 ເພາະເຮົາບໍ່ ກເລືອກໜ້າຄົນ, ແລະ ປະສົງໃຫ້ມະນຸດທັງປວງຮູ້ວ່າ ຂມື້ນັ້ນຈະມາເຖິງຢ່າງວ່ອງໄວ; ຍັງບໍ່ຮອດຊົ່ວໂມງນັ້ນເທື່ອ, ແຕ່ໃກ້ຈະມາເຖິງແລ້ວ, ເມື່ອ ຄສັນຕິສຸກຈະຖືກເອົາໄປຈາກແຜ່ນດິນໂລກ, ແລະ ງມານຈະມີອຳນາດເໜືອທີ່ຄອບຄອງຂອງມັນເອງ.
36 ແລະ ພຣະຜູ້ເປັນເຈົ້າຈະມີອຳນາດເໜືອ ກໄພ່ພົນຂອງພຣະອົງຄືກັນ, ແລະ ຈະ ຂປົກຄອງຢູ່ ຄທ່າມກາງພວກເຂົາ, ແລະ ຈະລົງມາເພື່ອ ງພິພາກສາຢູ່ເທິງ ຈອີດູມາຍ, ຫລື ໂລກ.
37 ຈົ່ງຄົ້ນຄວ້າ ກບັນຍັດເຫລົ່ານີ້, ເພາະມັນເປັນຄວາມຈິງ ແລະ ຊື່ສັດ, ແລະ ຄຳທຳນາຍ ແລະ ຂຄຳສັນຍາ ຊຶ່ງມີຢູ່ໃນນັ້ນຈະສຳເລັດຄົບຖ້ວນທັງໝົດ.
38 ສິ່ງທີ່ເຮົາພຣະຜູ້ເປັນເຈົ້າໄດ້ກ່າວ, ເຮົາໄດ້ກ່າວ, ແລະ ເຮົາບໍ່ແກ້ຕົວ; ແລະ ເຖິງແມ່ນຟ້າສະຫວັນ ແລະ ແຜ່ນດິນໂລກຈະສູນສິ້ນໄປ, ກຄຳຂອງເຮົາຈະບໍ່ສູນສິ້ນໄປ, ແຕ່ທຸກສິ່ງຈະ ຂເກີດເປັນຈິງ, ບໍ່ວ່າຈະເປັນໂດຍ ຄສຽງຂອງເຮົາເອງ ຫລື ໂດຍສຽງຂອງ ງຜູ້ຮັບໃຊ້ຂອງເຮົາ, ມັນກໍ ຈເໝືອນກັນ.
39 ເພາະຈົ່ງເບິ່ງ, ແລະ ເບິ່ງແມ, ພຣະຜູ້ເປັນເຈົ້າຄື ພຣະເຈົ້າ, ແລະ ກພຣະວິນຍານໄດ້ເປັນພະຍານ, ແລະ ພະຍານນັ້ນເປັນຄວາມຈິງ, ແລະ ຂຄວາມຈິງຈະດຳລົງຢູ່ຕະຫລອດການ ແລະ ຕະຫລອດໄປ. ອາແມນ.