ພາກທີ 18
ການເປີດເຜີຍຕໍ່ໂຈເຊັບ ສະມິດ ຜູ້ເປັນສາດສະດາ, ອໍລີເວີ ຄາວເດີຣີ, ແລະ ເດວິດ ວິດເມີ, ມອບໃຫ້ທີ່ ເມືອງເຟແອດ, ລັດນິວຢອກ, ເດືອນມິຖຸນາ 1829. ອີງຕາມສາດສະດາ, ການເປີດເຜີຍນີ້ ໄດ້ຖືກເຮັດໃຫ້ເປັນທີ່ຮູ້ຈັກກັນວ່າ “ການເອີ້ນຂອງອັກຄະສາວົກສິບສອງ ໃນຍຸກສຸດທ້າຍ, ແລະ ເປັນຄຳແນະນຳເລື່ອງການສ້າງສາສາດສະໜາຈັກຂຶ້ນນຳອີກ.”
1–5, ຂໍ້ພຣະຄຳພີສະແດງໃຫ້ເຫັນວິທີທີ່ຈະສ້າງສາດສະໜາຈັກຂຶ້ນ; 6–8, ໂລກພວມສຸກງອມຢູ່ໃນຄວາມຊົ່ວຮ້າຍ; 9–16, ຄຸນຄ່າຂອງຈິດວິນຍານແມ່ນຍິ່ງໃຫຍ່; 17–25, ເພື່ອຈະໄດ້ຮັບຄວາມລອດ, ມະນຸດຕ້ອງຮັບພຣະນາມຂອງພຣະຄຣິດໄວ້ກັບຕົນ; 26–36, ການເອີ້ນ ແລະ ພາລະກິດຂອງອັກຄະສາວົກສິບສອງ ຖືກເປີດເຜີຍ; 37–39, ອໍລີເວີ ຄາວເດີຣີ ແລະ ເດວິດ ວິດເມີ ຕ້ອງຊອກຫາອັກຄະສາວົກສິບສອງ; 40–47, ເພື່ອຈະໄດ້ຮັບຄວາມລອດ, ມະນຸດຕ້ອງກັບໃຈ, ຮັບບັບຕິສະມາ, ແລະ ຮັກສາພຣະບັນຍັດ.
1 ບັດນີ້, ຈົ່ງເບິ່ງ, ເນື່ອງຈາກສິ່ງຊຶ່ງເຈົ້າ, ຜູ້ຮັບໃຊ້ຂອງເຮົາ ອໍລີເວີ ຄາວເດີຣີ, ມີຄວາມປາດຖະໜາຢາກຈະຮູ້ຈາກເຮົາ, ເຮົາຈຶ່ງຈະມອບຖ້ອຍຄຳເຫລົ່ານີ້ໃຫ້ແກ່ເຈົ້າວ່າ:
2 ຈົ່ງເບິ່ງ, ເຮົາໄດ້ສະແດງໃຫ້ປະຈັກແກ່ເຈົ້າ, ໂດຍພຣະວິນຍານຂອງເຮົາໃນຫລາຍຄັ້ງ, ວ່າເລື່ອງທີ່ເຈົ້າໄດ້ຂຽນໄວ້ເປັນ ຄວາມຈິງ; ດັ່ງນັ້ນເຈົ້າຈຶ່ງຮູ້ວ່າ ມັນເປັນຄວາມຈິງ.
3 ແລະ ຖ້າຫາກເຈົ້າຮູ້ວ່າມັນເປັນຄວາມຈິງ, ຈົ່ງເບິ່ງ, ເຮົາມອບຄຳບັນຊາຂໍ້ໜຶ່ງໃຫ້ແກ່ເຈົ້າ, ວ່າເຈົ້າ ຈະໄວ້ວາງໃຈເລື່ອງທີ່ຖືກ ຂຽນໄວ້;
4 ເພາະໃນນັ້ນ ທຸກເລື່ອງທີ່ຂຽນໄວ້ແມ່ນກ່ຽວກັບຮາກຖານຂອງສາດສະໜາຈັກຂອງເຮົາ, ພຣະກິດຕິຄຸນຂອງເຮົາ, ແລະ ດານຫີນຂອງເຮົາ.
5 ດັ່ງນັ້ນ, ຖ້າຫາກເຈົ້າຈະສ້າງສາດສະໜາຈັກຂອງເຮົາຂຶ້ນ, ໄວ້ເທິງຮາກຖານຂອງພຣະກິດຕິຄຸນຂອງເຮົາ ແລະ ດານຫີນຂອງເຮົາ, ປະຕູນະລົກຈະເອົາຊະນະເຈົ້າບໍ່ໄດ້.
6 ຈົ່ງເບິ່ງ, ໂລກພວມສຸກງອມຢູ່ໃນຄວາມຊົ່ວຮ້າຍ; ແລະ ຈຶ່ງຈຳເປັນທີ່ຈະປຸກໃຫ້ລູກຫລານມະນຸດຕື່ນຂຶ້ນມາສູ່ການກັບໃຈ, ທັງ ຄົນຕ່າງຊາດ ແລະ ເຊື້ອສາຍອິດສະຣາເອນ.
7 ດັ່ງນັ້ນ, ໂດຍທີ່ເຈົ້າໄດ້ຮັບ ບັບຕິສະມາໂດຍມືຂອງຜູ້ຮັບໃຊ້ຂອງເຮົາ ໂຈເຊັບ ສະມິດ, ຜູ້ລູກ, ຕາມທີ່ເຮົາໄດ້ບັນຊາລາວ, ລາວຈຶ່ງໄດ້ສຳເລັດສິ່ງທີ່ເຮົາໄດ້ບັນຊາລາວ.
8 ແລະ ບັດນີ້, ຢ່າປະຫລາດໃຈເລີຍທີ່ເຮົາໄດ້ເອີ້ນລາວໃຫ້ມາສູ່ຈຸດປະສົງຂອງເຮົາເອງ, ຊຶ່ງຈຸດປະສົງນັ້ນແມ່ນເປັນທີ່ຮູ້ຈັກໃນເຮົາ; ດັ່ງນັ້ນ, ຖ້າຫາກລາວຈະ ພາກພຽນໃນ ການຮັກສາບັນຍັດຂອງເຮົາ, ແລ້ວລາວຈະໄດ້ຮັບ ພອນໄປສູ່ຊີວິດນິລັນດອນ; ແລະ ຊື່ຂອງລາວຄື ໂຈເຊັບ.
9 ແລະ ບັດນີ້, ອໍລີເວີ ຄາວເດີຣີ, ເຮົາກ່າວກັບເຈົ້າ, ແລະ ກັບເດວິດ ວິດເມີ ອີກ, ໂດຍທາງບັນຍັດ; ເພາະ, ຈົ່ງເບິ່ງ, ເຮົາບັນຊາມະນຸດທັງປວງໃນທຸກບ່ອນໃຫ້ກັບໃຈ, ແລະ ເຮົາກ່າວກັບພວກເຈົ້າ, ແມ່ນແຕ່ເຊັ່ນດຽວກັບໂປໂລ ອັກຄະສາວົກຂອງເຮົາ, ເພາະພວກເຈົ້າໄດ້ຖືກເອີ້ນ ແມ່ນແຕ່ດ້ວຍການເອີ້ນອັນດຽວກັນກັບທີ່ລາວໄດ້ຖືກເອີ້ນ.
10 ຈົ່ງຈື່ຈຳໄວ້ວ່າ ຄຸນຄ່າຂອງ ຈິດວິນຍານແມ່ນຍິ່ງໃຫຍ່ໃນສາຍພຣະເນດຂອງພຣະເຈົ້າ;
11 ເພາະ, ຈົ່ງເບິ່ງ, ພຣະຜູ້ເປັນເຈົ້າ ພຣະຜູ້ໄຖ່ຂອງເຈົ້າໄດ້ຮັບ ຄວາມຕາຍໃນເນື້ອໜັງ; ດັ່ງນັ້ນ ພຣະອົງຈຶ່ງໄດ້ ຮັບເອົາ ຄວາມເຈັບປວດຂອງມະນຸດທັງປວງ, ເພື່ອວ່າມະນຸດທັງປວງຈະໄດ້ກັບໃຈ ແລະ ມາຫາພຣະອົງ.
12 ແລະ ພຣະອົງໄດ້ ລຸກຂຶ້ນຈາກຄວາມຕາຍອີກ, ເພື່ອວ່າພຣະອົງຈະໄດ້ນຳມະນຸດທັງປວງມາຫາພຣະອົງ, ໂດຍເງື່ອນໄຂແຫ່ງ ການກັບໃຈ.
13 ແລະ ຄວາມຊື່ນຊົມຂອງພຣະອົງນັ້ນຈະຍິ່ງໃຫຍ່ພຽງໃດນຳຈິດວິນຍານທີ່ກັບໃຈ!
14 ດັ່ງນັ້ນ, ພວກເຈົ້າຈຶ່ງຖືກ ເອີ້ນໃຫ້ປ່າວປະກາດການກັບໃຈແກ່ຜູ້ຄົນພວກນີ້.
15 ແລະ ຖ້າຫາກພວກເຈົ້າຕ້ອງອອກແຮງຕະຫລອດວັນເວລາຂອງພວກເຈົ້າ ໃນການປ່າວປະກາດການກັບໃຈແກ່ຜູ້ຄົນພວກນີ້, ແລະ ນຳຈິດວິນຍານດວງໜຶ່ງມາຫາເຮົາ, ຄວາມຊື່ນຊົມຂອງພວກເຈົ້າຈະຍິ່ງໃຫຍ່ພຽງໃດນຳເຂົາໃນອານາຈັກຂອງພຣະບິດາຂອງເຮົາ!
16 ແລະ ບັດນີ້, ຖ້າຫາກພວກເຈົ້າຈະມີຄວາມຊື່ນຊົມຫລາຍພຽງນັ້ນນຳຈິດວິນຍານດວງໜຶ່ງທີ່ພວກເຈົ້າໄດ້ນຳມາຫາເຮົາ ໃນ ອານາຈັກຂອງພຣະບິດາຂອງເຮົາ, ແລ້ວພວກເຈົ້າຈະມີ ຄວາມຊື່ນຊົມຫລາຍພຽງໃດຖ້າຫາກພວກເຈົ້າໄດ້ ນຳຈິດວິນຍານຫລາຍດວງມາຫາເຮົາ!
17 ຈົ່ງເບິ່ງ, ພວກເຈົ້າມີພຣະກິດຕິຄຸນຂອງເຮົາຢູ່ຕໍ່ໜ້າພວກເຈົ້າ, ແລະ ດານຫີນຂອງເຮົາ, ແລະ ຄວາມລອດຂອງເຮົາ.
18 ຈົ່ງ ທູນຂໍພຣະບິດາໃນ ນາມຂອງເຮົາ, ໃນສັດທາໂດຍເຊື່ອວ່າພວກເຈົ້າຈະໄດ້ຮັບ, ແລະ ພວກເຈົ້າຈະມີພຣະວິນຍານບໍລິສຸດສະຖິດຢູ່ນຳ, ຊຶ່ງສະແດງທຸກສິ່ງທີ່ ສົມຄວນໃຫ້ປະຈັກແກ່ລູກຫລານມະນຸດ.
19 ແລະ ຖ້າຫາກພວກເຈົ້າບໍ່ມີ ສັດທາ, ຄວາມຫວັງ, ແລະ ຄວາມໃຈບຸນ, ພວກເຈົ້າຈະເຮັດຫຍັງບໍ່ໄດ້ເລີຍ.
20 ຢ່າ ຂັດແຍ້ງກັບສາດສະໜາຈັກໃດເລີຍ, ນອກຈາກ ສາດສະໜາຈັກຂອງມານເທົ່ານັ້ນ.
21 ຈົ່ງຮັບເອົາ ພຣະນາມຂອງພຣະຄຣິດໄວ້ກັບພວກເຈົ້າ, ແລະ ກ່າວຄວາມຈິງໃນ ຄວາມມີສະຕິສຳປະສັນຍະ.
22 ແລະ ເມື່ອຫລາຍຕໍ່ຫລາຍຄົນໄດ້ກັບໃຈ ແລະ ຮັບ ບັບຕິສະມາໃນນາມຂອງເຮົາ, ຊຶ່ງຄື ພຣະເຢຊູຄຣິດ, ແລະ ອົດທົນຈົນເຖິງທີ່ສຸດ, ເຂົາເຫລົ່ານັ້ນຈະລອດ.
23 ຈົ່ງເບິ່ງ, ພຣະເຢຊູຄຣິດຄື ພຣະນາມຊຶ່ງພຣະບິດາປະທານໃຫ້, ແລະ ບໍ່ມີພຣະນາມອື່ນອີກທີ່ປະທານໃຫ້ ຊຶ່ງໂດຍພຣະນາມນັ້ນມະນຸດຈະລອດໄດ້;
24 ດັ່ງນັ້ນ, ມະນຸດທັງປວງຈະຕ້ອງຮັບພຣະນາມໄວ້ກັບຕົນ ຊຶ່ງພຣະບິດາປະທານໃຫ້, ເພາະໃນວັນສຸດທ້າຍເຂົາຈະຖືກເອີ້ນຕາມພຣະນາມນັ້ນ;
25 ດັ່ງນັ້ນ, ຖ້າຫາກເຂົາບໍ່ຮູ້ ພຣະນາມ ຊຶ່ງໂດຍພຣະນາມນັ້ນ ເຂົາຖືກເອີ້ນຕາມ, ເຂົາຈະບໍ່ມີບ່ອນຢູ່ໃນ ອານາຈັກຂອງພຣະບິດາຂອງເຮົາ.
26 ແລະ ບັດນີ້, ຈົ່ງເບິ່ງ, ມີຄົນອື່ນອີກທີ່ຖືກເອີ້ນໃຫ້ປະກາດພຣະກິດຕິຄຸນຂອງເຮົາ, ທັງໃຫ້ແກ່ ຄົນຕ່າງຊາດ ແລະ ຊາວຢິວ;
27 ແທ້ຈິງແລ້ວ, ແມ່ນແຕ່ ສິບສອງຄົນ; ແລະ ອັກຄະສາວົກສິບສອງຈະເປັນສານຸສິດຂອງເຮົາ, ແລະ ພວກເຂົາຈະຮັບເອົານາມຂອງເຮົາໄວ້; ແລະ ອັກຄະສາວົກສິບສອງຄືຜູ້ທີ່ຈະມີຄວາມປາດຖະໜາທີ່ຈະຮັບເອົາ ນາມຂອງເຮົາດ້ວຍຄວາມມຸ້ງໝາຍເຕັມທີ່ແຫ່ງໃຈ.
28 ແລະ ຖ້າຫາກພວກເຂົາມີຄວາມປາດຖະໜາທີ່ຈະຮັບເອົານາມຂອງເຮົາດ້ວຍຄວາມມຸ້ງໝາຍເຕັມທີ່ແຫ່ງໃຈ, ແລ້ວພວກເຂົາຈະຖືກເອີ້ນໃຫ້ໄປທົ່ວ ໂລກເພື່ອສັ່ງສອນ ພຣະກິດຕິຄຸນຂອງເຮົາແກ່ ມະນຸດສະໂລກທັງໝົດ.
29 ແລະ ພວກເຂົາເປັນຜູ້ໄດ້ຮັບການແຕ່ງຕັ້ງຈາກເຮົາ ເພື່ອໃຫ້ ບັບຕິສະມາໃນນາມຂອງເຮົາ, ຕາມສິ່ງຊຶ່ງຖືກຂຽນໄວ້;
30 ແລະ ພວກເຈົ້າມີສິ່ງຊຶ່ງຖືກຂຽນໄວ້ຢູ່ຕໍ່ໜ້າພວກເຈົ້າ; ດັ່ງນັ້ນ, ພວກເຈົ້າຕ້ອງປະຕິບັດຕາມຖ້ອຍຄຳຊຶ່ງຖືກຂຽນໄວ້.
31 ແລະ ບັດນີ້ ເຮົາກ່າວກັບພວກເຈົ້າ, ອັກຄະສາວົກ ສິບສອງ—ຈົ່ງເບິ່ງ, ພຣະຄຸນຂອງເຮົາແມ່ນພຽງພໍສຳລັບພວກເຈົ້າ; ພວກເຈົ້າຕ້ອງເດີນໄປຢ່າງພາກພູມໃຈຕໍ່ໜ້າເຮົາ ແລະ ບໍ່ເຮັດບາບ.
32 ແລະ, ຈົ່ງເບິ່ງ, ພວກເຈົ້າເປັນຜູ້ທີ່ໄດ້ຮັບ ການແຕ່ງຕັ້ງຈາກເຮົາ ເພື່ອແຕ່ງຕັ້ງປະໂລຫິດ ແລະ ຄູສອນ; ເພື່ອປະກາດພຣະກິດຕິຄຸນຂອງເຮົາ, ຕາມອຳນາດຂອງພຣະວິນຍານບໍລິສຸດຊຶ່ງຢູ່ໃນພວກເຈົ້າ, ແລະ ຕາມ ການເອີ້ນ ແລະ ຂອງປະທານຂອງພຣະເຈົ້າໃຫ້ແກ່ມະນຸດ;
33 ແລະ ເຮົາພຣະເຢຊູຄຣິດ, ພຣະຜູ້ເປັນເຈົ້າອົງເປັນພຣະເຈົ້າຂອງພວກເຈົ້າ, ໄດ້ກ່າວມັນໄວ້ດັ່ງນີ້.
34 ຖ້ອຍຄຳເຫລົ່ານີ້ບໍ່ໄດ້ເປັນຂອງມະນຸດ ຫລື ຂອງຄົນໃດ, ແຕ່ເປັນຂອງເຮົາ; ດັ່ງນັ້ນ, ເຈົ້າຈົ່ງເປັນພະຍານວ່າ ມັນເປັນຂອງເຮົາ ແລະ ບໍ່ແມ່ນເປັນຂອງຄົນໃດ;
35 ເພາະແມ່ນ ສຽງຂອງເຮົາ ຊຶ່ງກ່າວກັບພວກເຈົ້າ; ເພາະມັນຖືກມອບໃຫ້ແກ່ພວກເຈົ້າໂດຍວິນຍານຂອງເຮົາ, ແລະ ໂດຍອຳນາດຂອງເຮົາ ພວກເຈົ້າສາມາດອ່ານມັນໃຫ້ກັນຟັງໄດ້; ແລະ ຍົກເວັ້ນແຕ່ເປັນໂດຍອຳນາດຂອງເຮົາເທົ່ານັ້ນ ພວກເຈົ້າຈຶ່ງບໍ່ສາມາດມີມັນໄດ້;
36 ດັ່ງນັ້ນ, ພວກເຈົ້າສາມາດ ເປັນພະຍານໄດ້ວ່າ ພວກເຈົ້າໄດ້ຍິນສຽງຂອງເຮົາ, ແລະ ຮູ້ຖ້ອຍຄຳຂອງເຮົາ.
37 ແລະ ບັດນີ້, ຈົ່ງເບິ່ງ, ເຮົາມອບໃຫ້ແກ່ພວກເຈົ້າ, ອໍລີເວີ ຄາວເດີຣີ, ແລະ ເດວິດ ວິດເມີ ນຳອີກ, ເພື່ອວ່າພວກເຈົ້າຈະຊອກຫາອັກຄະສາວົກສິບສອງ, ຜູ້ຈະມີຄວາມປາດຖະໜາສິ່ງຊຶ່ງເຮົາໄດ້ກ່າວມານັ້ນ;
38 ແລະ ໂດຍຄວາມປາດຖະໜາຂອງພວກເຂົາ ແລະ ວຽກງານຂອງພວກເຂົາ ພວກເຈົ້າຈະຮູ້ພວກເຂົາ.
39 ແລະ ເມື່ອພວກເຈົ້າພົບເຫັນພວກເຂົາແລ້ວ ພວກເຈົ້າຈະສະແດງສິ່ງເຫລົ່ານີ້ໃຫ້ພວກເຂົາເຫັນ.
40 ແລະ ພວກເຈົ້າຈະກົ້ມຂາບລົງ ແລະ ນະມັດສະການພຣະບິດາໃນນາມຂອງເຮົາ.
41 ແລະ ພວກເຈົ້າຕ້ອງສັ່ງສອນໂລກ, ໂດຍກ່າວວ່າ: ທ່ານຕ້ອງກັບໃຈ ແລະ ຮັບບັບຕິສະມາ, ໃນພຣະນາມຂອງພຣະເຢຊູຄຣິດ;
42 ເພາະມະນຸດທັງປວງຈະຕ້ອງກັບໃຈ ແລະ ຮັບບັບຕິສະມາ, ແລະ ບໍ່ພຽງແຕ່ຜູ້ຊາຍເທົ່ານັ້ນ, ແຕ່ຜູ້ຍິງ, ແລະ ເດັກນ້ອຍນຳອີກ ຜູ້ຈະເຖິງອາຍຸທີ່ ຮູ້ຈັກຮັບຜິດຊອບໄດ້.
43 ແລະ ບັດນີ້, ຫລັງຈາກທີ່ພວກເຈົ້າໄດ້ຮັບສິ່ງນີ້ແລ້ວ, ພວກເຈົ້າຈະຕ້ອງຮັກສາ ບັນຍັດຂອງເຮົາໃນທຸກສິ່ງ;
44 ແລະ ຜ່ານພວກເຈົ້າ ເຮົາຈະກະທຳ ວຽກງານອັນໜ້າອັດສະຈັນໃຈໃນທ່າມກາງລູກຫລານມະນຸດ, ຈົນເຮັດໃຫ້ຫລາຍຄົນ ສຳນຶກເຖິງບາບຂອງພວກເຂົາ, ເພື່ອວ່າພວກເຂົາຈະໄດ້ມາສູ່ການກັບໃຈ, ແລະ ເພື່ອວ່າ ພວກເຂົາຈະມາຫາອານາຈັກຂອງພຣະບິດາຂອງເຮົາ.
45 ດັ່ງນັ້ນ, ພອນຊຶ່ງເຮົາມອບໃຫ້ແກ່ພວກເຈົ້າແມ່ນຍິ່ງໃຫຍ່ ກວ່າທຸກສິ່ງທັງໝົດ.
46 ແລະ ຫລັງຈາກທີ່ພວກເຈົ້າໄດ້ຮັບສິ່ງນີ້, ຖ້າຫາກພວກເຈົ້າບໍ່ ຮັກສາບັນຍັດຂອງເຮົາ ພວກເຈົ້າຈະລອດບໍ່ໄດ້ໃນອານາຈັກຂອງພຣະບິດາຂອງເຮົາ.
47 ຈົ່ງເບິ່ງ, ເຮົາພຣະເຢຊູຄຣິດ, ພຣະຜູ້ເປັນເຈົ້າອົງເປັນພຣະເຈົ້າຂອງພວກເຈົ້າ, ແລະ ພຣະຜູ້ໄຖ່ຂອງພວກເຈົ້າ, ໂດຍອຳນາດຂອງວິນຍານຂອງເຮົາ ໄດ້ກ່າວມັນໄວ້ດັ່ງນີ້. ອາແມນ.