ພາກທີ 45
ການເປີດເຜີຍທີ່ມອບໃຫ້ຜ່ານໂຈເຊັບ ສະມິດ ຜູ້ເປັນສາດສະດາ ແກ່ສາດສະໜາຈັກ, ທີ່ເມືອງເຄີດແລນ, ລັດໂອໄຮໂອ, ວັນທີ 7 ເດືອນມີນາ, 1831. ໃນບົດຄຳນຳຂອງການບັນທຶກຕໍ່ການເປີດເຜີຍນີ້, ປະຫວັດຂອງໂຈເຊັບ ສະມິດກ່າວວ່າ “ໃນຍຸກນີ້ຂອງສາດສະໜາຈັກ … ມີການລາຍງານເທັດ … ແລະ ເລື່ອງໂງ່ຈ້າຫລາຍຢ່າງຖືກພິມອອກມາ … ແລະ ແຜ່ຂ່າວໄປທົ່ວ, … ເພື່ອກີດກັນຜູ້ຄົນບໍ່ໃຫ້ສົນໃຈວຽກງານ, ຫລື ຮັບເອົາຄວາມເຊື່ອ. … ແຕ່ໄພ່ພົນຂອງພຣະເຈົ້າຊື່ນຊົມ, … ເພາະຂ້າພະເຈົ້າໄດ້ຮັບດັ່ງຕໍ່ໄປນີ້.”
1–5, ພຣະຄຣິດເປັນຜູ້ວິງວອນແທນພວກເຮົານຳພຣະບິດາ; 6–10, ພຣະກິດຕິຄຸນເປັນຜູ້ສົ່ງຂ່າວທີ່ຕຽມທາງໄວ້ກ່ອນພຣະຜູ້ເປັນເຈົ້າ; 11–15, ເອນົກ ແລະ ພີ່ນ້ອງຂອງເພິ່ນຖືກຮັບໄປຢູ່ນຳພຣະຜູ້ເປັນເຈົ້າ; 16–23, ພຣະຄຣິດເປີດເຜີຍເຄື່ອງໝາຍແຫ່ງການມາຂອງພຣະອົງດັ່ງທີ່ໃຫ້ໄວ້ຢູ່ພູໝາກກອກເທດ; 24–38, ພຣະກິດຕິຄຸນຈະຖືກຟື້ນຟູຄືນມາໃໝ່, ເວລາຂອງຄົນຕ່າງຊາດຈະສິ້ນສຸດ, ແລະ ໂຣກພະຍາດແຫ່ງຄວາມພິນາດຈະປົກຄຸມແຜ່ນດິນ; 39–47, ເຄື່ອງໝາຍ, ການມະຫັດສະຈັນ, ແລະ ການຟື້ນຄືນຊີວິດຈະເກີດຂຶ້ນພ້ອມກັບການສະເດັດມາຄັ້ງທີສອງ; 48–53, ພຣະຄຣິດຈະຢືນຢູ່ເທິງພູໝາກກອກເທດ, ແລະ ຊາວຢິວຈະເຫັນຮອຍແຜໃນພຣະຫັດ ແລະ ພຣະບາດຂອງພຣະອົງ; 54–59, ພຣະຜູ້ເປັນເຈົ້າຈະປົກຄອງໃນຊ່ວງໄລຍະພັນປີ; 60–62, ສາດສະດາໄດ້ຖືກແນະນຳໃຫ້ເລີ່ມຕົ້ນການແປພຣະຄຳພີໃໝ່, ຊຶ່ງຜ່ານວຽກງານນັ້ນຂໍ້ມູນອັນສຳຄັນຈະຖືກເຮັດໃຫ້ເປັນທີ່ຮູ້ຈັກ; 63–75, ໄພ່ພົນຂອງພຣະເຈົ້າຖືກບັນຊາໃຫ້ໄປເຕົ້າໂຮມກັນ ແລະ ສ້າງສາເຢຣູຊາເລັມໃໝ່, ຊຶ່ງຜູ້ຄົນຈາກປະຊາຊາດທັງຫລາຍຈະມາຫາທີ່ນັ້ນ.
1 ຈົ່ງເຊື່ອຟັງ, ໂອ້ ພວກເຈົ້າຜູ້ຄົນແຫ່ງ ກສາດສະໜາຈັກຂອງເຮົາ, ຜູ້ຊຶ່ງ ຂອານາຈັກຖືກມອບໃຫ້; ຈົ່ງເຊື່ອຟັງ ແລະ ຈົ່ງງ່ຽງຫູຟັງຜູ້ໄດ້ວາງຮາກຖານຂອງແຜ່ນດິນໂລກ, ຜູ້ໄດ້ ຄສ້າງຟ້າສະຫວັນ ແລະ ໄພ່ພົນທັງໝົດໃນນັ້ນ, ແລະ ໂດຍພຣະອົງທຸກສິ່ງທັງປວງໄດ້ຖືກສ້າງມາຊຶ່ງມີຊີວິດ, ແລະ ເຄື່ອນໄຫວ, ແລະ ດຳລົງຢູ່.
2 ແລະ ອີກເທື່ອໜຶ່ງ ເຮົາກ່າວວ່າ ຈົ່ງເຊື່ອຟັງສຽງຂອງເຮົາ, ຖ້າບໍ່ດັ່ງນັ້ນ ກຄວາມຕາຍຈະນຳມາທັນພວກເຈົ້າ; ໃນ ຂຊົ່ວໂມງທີ່ພວກເຈົ້າບໍ່ຄິດລະດູຮ້ອນຈະຜ່ານໄປ, ແລະ ການ ຄເກັບກ່ຽວສິ້ນສຸດລົງແລ້ວ, ແລະ ຈິດວິນຍານຂອງພວກເຈົ້າບໍ່ລອດ.
3 ຈົ່ງຟັງພຣະອົງ ກຜູ້ວິງວອນແທນພວກເຈົ້ານຳພຣະບິດາ, ຜູ້ອ້ອນວອນແກ້ຕາງພວກເຈົ້ານຳພຣະອົງ—
4 ມີຄວາມວ່າ: ພຣະບິດາເອີຍ, ຈົ່ງເບິ່ງ ກຄວາມທຸກທໍລະມານ ແລະ ຄວາມຕາຍຂອງຄົນທີ່ບໍ່ໄດ້ເຮັດ ຂບາບ, ຜູ້ຊຶ່ງ ພຣະອົງພໍພຣະໄທຫລາຍ; ຂໍພຣະອົງຈົ່ງເບິ່ງໂລຫິດຂອງບຸດຂອງພຣະອົງທີ່ໄດ້ຫລັ່ງໄຫລ, ໂລຫິດຂອງຜູ້ທີ່ພຣະອົງໄດ້ມອບໃຫ້ ເພື່ອພຣະອົງເອງຈະໄດ້ຮັບ ຄສະຫງ່າລາສີ;
5 ດັ່ງນັ້ນ, ພຣະບິດາເອີຍ, ຈົ່ງໂຜດພີ່ນ້ອງເຫລົ່ານີ້ຂອງລູກທີ່ ກເຊື່ອໃນນາມຂອງລູກ, ເພື່ອວ່າພວກເຂົາຈະມາຫາລູກ ແລະ ມີ ຂຊີວິດອັນເປັນນິດ.
6 ຈົ່ງເຊື່ອຟັງ, ໂອ້ ພວກເຈົ້າຜູ້ຄົນແຫ່ງສາດສະໜາຈັກຂອງເຮົາ, ແລະ ພວກເຈົ້າແອວເດີຈົ່ງຟັງນຳກັນ, ແລະ ໄດ້ຍິນສຽງຂອງເຮົາໃນເວລາທີ່ເອີ້ນວ່າ ກມື້ນີ້, ແລະ ຢ່າເຮັດໃຈແຂງກະດ້າງ;
7 ເພາະຕາມຄວາມຈິງແລ້ວ ເຮົາກ່າວກັບພວກເຈົ້າວ່າ ເຮົາຄື ກອາລະຟາ ແລະ ໂອເມຄາ, ເປັນຕົ້ນ ແລະ ທີ່ສຸດ, ເປັນຄວາມສະຫວ່າງ ແລະ ຊີວິດຂອງໂລກ—ຂຄວາມສະຫວ່າງຊຶ່ງສ່ອງແສງຢູ່ໃນຄວາມມືດ ແລະ ຄວາມມືດບໍ່ເຂົ້າໃຈມັນເລີຍ;
8 ເຮົາໄດ້ມາຫາຜູ້ຄົນຂອງເຮົາ, ແລະ ຜູ້ຄົນຂອງເຮົາບໍ່ໄດ້ຮັບເອົາເຮົາ; ແຕ່ຫລາຍຕໍ່ຫລາຍຄົນທີ່ຮັບເຮົາ, ເຮົາຈະມອບ ກອຳນາດໃຫ້ເຮັດ ຂສິ່ງມະຫັດສະຈັນຫລາຍຢ່າງ, ແລະ ເພື່ອກາຍເປັນ ຄບຸດຂອງພຣະເຈົ້າ; ແລະ ແມ່ນແຕ່ຕໍ່ຄົນທີ່ ງເຊື່ອໃນນາມຂອງເຮົາ, ເຮົາກໍຈະມອບອຳນາດໃຫ້ເພື່ອຈະໄດ້ມີ ຈຊີວິດນິລັນດອນ.
9 ແລະ ແມ່ນແຕ່ດັ່ງນັ້ນ ເຮົາໄດ້ສົ່ງ ກພັນທະສັນຍາ ຂອັນເປັນນິດຂອງເຮົາມາໃນໂລກ, ເພື່ອເປັນຄວາມສະຫວ່າງແກ່ໂລກ, ແລະ ເປັນ ຄທຸງສັນຍານໃຫ້ຜູ້ຄົນຂອງເຮົາ, ແລະ ໃຫ້ ງຄົນຕ່າງຊາດສະແຫວງຫາມັນ, ແລະ ໃຫ້ເປັນ ຈຜູ້ສົ່ງຂ່າວກ່ອນໜ້າເຮົາ ເພື່ອຕຽມທາງໄວ້ກ່ອນເຮົາ.
10 ດັ່ງນັ້ນ, ຈົ່ງມາຫາມັນ, ແລະ ກັບຜູ້ທີ່ມາ ເຮົາຈະໃຫ້ເຫດຜົນດັ່ງທີ່ໃຫ້ກັບຄົນໃນສະໄໝບູຮານ, ແລະ ເຮົາ ຈະສະແດງເຫດຜົນອັນມີ ກພະລັງແກ່ພວກເຈົ້າ.
11 ດັ່ງນັ້ນ, ຈົ່ງເຊື່ອຟັງນຳກັນ ແລະ ໃຫ້ເຮົາສະແດງແມ່ນແຕ່ຄວາມສະຫລຽວສະຫລາດຂອງເຮົາແກ່ພວກເຈົ້າ—ຄວາມສະຫລຽວສະຫລາດຂອງພຣະອົງ ຜູ້ຊຶ່ງພວກເຈົ້າກ່າວວ່າເປັນພຣະເຈົ້າຂອງ ກເອນົກ, ແລະ ພີ່ນ້ອງຂອງລາວ,
12 ຜູ້ທີ່ຖືກ ກແຍກໄປຈາກແຜ່ນດິນໂລກ, ແລະ ຖືກຮັບໄວ້ກັບຕົວເຮົາເອງ—ຂເມືອງທີ່ຖືກຮັກສາໄວ້ຈົນກວ່າ ວັນແຫ່ງຄວາມຊອບທຳຈະມາເຖິງ—ວັນຊຶ່ງຄົນບໍລິສຸດທັງປວງສະແຫວງຫາ, ແລະ ເຂົາບໍ່ພົບມັນເລີຍ ເພາະຄວາມຊົ່ວຮ້າຍ ແລະ ຄວາມໜ້າກຽດຊັງ;
13 ແລະ ເຂົາຍອມຮັບວ່າເປັນພຽງແຕ່ ກຄົນຕ່າງດ້າວ ແລະ ຊາວອົບພະຍົບເທິງແຜ່ນດິນໂລກ;
14 ແຕ່ໄດ້ຮັບ ກຄຳສັນຍາວ່າ ເຂົາຈະພົບມັນ ແລະ ເຫັນມັນໃນເນື້ອໜັງຂອງເຂົາ.
15 ດັ່ງນັ້ນ, ຈົ່ງເຊື່ອຟັງ ແລະ ເຮົາຈະໃຫ້ເຫດຜົນກັບພວກເຈົ້າ, ແລະ ເຮົາຈະກ່າວກັບພວກເຈົ້າ ແລະ ທຳນາຍ, ດັ່ງທີ່ເຮັດກັບຄົນໃນສະໄໝບູຮານ.
16 ແລະ ເຮົາຈະສະແດງມັນໃຫ້ເຫັນຢ່າງແຈ່ມແຈ້ງດັ່ງທີ່ເຮົາໄດ້ ກສະແດງມັນແກ່ສານຸສິດຂອງເຮົາຂະນະທີ່ເຮົາໄດ້ຢືນຢູ່ຕໍ່ໜ້າພວກເຂົາໃນເນື້ອໜັງ, ແລະ ໄດ້ກ່າວກັບພວກເຂົາ, ມີຄວາມວ່າ: ດັ່ງທີ່ພວກເຈົ້າໄດ້ຖາມເຮົາກ່ຽວກັບ ຂເຄື່ອງໝາຍຂອງການມາຂອງເຮົາ, ໃນວັນທີ່ເຮົາຈະມາໃນລັດສະໝີພາບຂອງເຮົາໃນໝູ່ເມກແຫ່ງຟ້າສະຫວັນ, ເພື່ອເຮັດໃຫ້ຄຳສັນຍາທີ່ເຮົາໄດ້ເຮັດໄວ້ກັບບັນພະບຸລຸດຂອງພວກເຈົ້າສຳເລັດຄົບຖ້ວນ,
17 ເພາະເນື່ອງດ້ວຍພວກເຈົ້າໄດ້ຄິດວ່າ ກການແຍກຂອງ ຂວິນຍານ ແລະ ຮ່າງກາຍຂອງພວກເຈົ້າເປັນເວລາດົນນານ ເປັນການຈ່ອງຈຳ, ເຮົາຈຶ່ງຈະສະແດງໃຫ້ພວກເຈົ້າເຫັນວ່າ ວັນແຫ່ງການໄຖ່ຈະມາຢ່າງໃດ, ແລະ ຄການຟື້ນຟູຊາວອິດສະຣາເອນທີ່ ງກະຈັດກະຈາຍໄປນຳອີກ.
18 ແລະ ບັດນີ້ ພວກເຈົ້າຫລຽວເບິ່ງພຣະວິຫານນີ້ ຊຶ່ງຢູ່ໃນເຢຣູຊາເລັມ, ຊຶ່ງພວກເຈົ້າເອີ້ນວ່າບ້ານຂອງພຣະເຈົ້າ, ແລະ ສັດຕູຂອງພວກເຈົ້າກ່າວວ່າບ້ານຫລັງນີ້ຈະບໍ່ພິນາດເລີຍ.
19 ແຕ່, ຕາມຄວາມຈິງແລ້ວ ເຮົາກ່າວກັບພວກເຈົ້າວ່າ ຄວາມພິນາດຈະມາສູ່ຄົນລຸ້ນນີ້ເໝືອນດັ່ງຂະໂມຍໃນຍາມກາງຄືນ, ແລະ ຜູ້ຄົນເຫລົ່ານີ້ຈະຖືກທຳລາຍ ແລະ ກະຈັດກະຈາຍໄປໃນບັນດາປະຊາຊາດທັງປວງ.
20 ແລະ ພຣະວິຫານແຫ່ງນີ້ ຊຶ່ງພວກເຈົ້າເຫັນຢູ່ຕອນນີ້ຈະຖືກພັງລົງຈົນວ່າບໍ່ເຫລືອແມ່ນແຕ່ຫີນກ້ອນໜຶ່ງ.
21 ແລະ ເຫດການຈະບັງເກີດຂຶ້ນຄື ຊາວຢິວລຸ້ນນີ້ຈະບໍ່ລ່ວງລັບໄປຈົນກວ່າຄວາມພິນາດຊຶ່ງເຮົາໄດ້ບອກພວກເຈົ້າກ່ຽວກັບເຂົາຈະບັງເກີດຂຶ້ນ.
22 ພວກເຈົ້າກ່າວວ່າ ພວກເຈົ້າຮູ້ວ່າ ຄາວ ກສິ້ນສຸດໂລກມາເຖິງແລ້ວ; ພວກເຈົ້າຍັງໄດ້ກ່າວຕື່ມອີກວ່າ ພວກເຈົ້າຮູ້ວ່າຟ້າສະຫວັນ ແລະ ແຜ່ນດິນໂລກຈະສູນສິ້ນໄປ;
23 ແລະ ໃນນີ້ພວກເຈົ້າກ່າວຖືກແລ້ວ, ເພາະມັນເປັນແນວນັ້ນແທ້; ແຕ່ສິ່ງເຫລົ່ານີ້ຊຶ່ງເຮົາໄດ້ບອກພວກເຈົ້າ ຈະບໍ່ສູນສິ້ນໄປຈົນກວ່າທຸກສິ່ງຈະສຳເລັດຄົບຖ້ວນ.
24 ແລະ ສິ່ງນີ້ເຮົາໄດ້ບອກພວກເຈົ້າກ່ຽວກັບເຢຣູຊາເລັມ; ແລະ ເມື່ອວັນນັ້ນຈະມາເຖິງ, ສ່ວນໜຶ່ງທີ່ເຫລືອຢູ່ຈະ ກກະຈັດກະຈາຍກັນໄປໃນບັນດາປະຊາຊາດທັງປວງ;
25 ແຕ່ເຂົາຈະຖືກ ກເຕົ້າໂຮມເຂົ້າກັນອີກ; ແຕ່ເຂົາຈະດຳລົງຢູ່ຈົນກວ່າເວລາຂອງ ຂຄົນຕ່າງຊາດຈະສິ້ນສຸດລົງ.
26 ແລະ ໃນ ກວັນນັ້ນຈະໄດ້ຍິນເລື່ອງ ຂສົງຄາມ ແລະ ຂ່າວລືເລື່ອງສົງຄາມ, ແລະ ທັງແຜ່ນດິນໂລກ ຈະສັບສົນວຸ້ນວາຍ, ແລະ ໃຈຂອງມະນຸດຈະ ຄທໍ້ແທ້, ແລະ ເຂົາຈະກ່າວວ່າພຣະຄຣິດ ງຊັກຊ້າໃນການສະເດັດມາຂອງພຣະອົງຈົນກວ່າທີ່ສຸດຂອງແຜ່ນດິນໂລກ.
27 ແລະ ຄວາມຮັກຂອງມະນຸດຈະເຢັນຊາ, ແລະ ຄວາມຊົ່ວຮ້າຍຈະມີຢ່າງຫລວງຫລາຍ.
28 ແລະ ເມື່ອເວລາຂອງ ກຄົນຕ່າງຊາດໄດ້ມາເຖິງ, ຂຄວາມສະຫວ່າງຈະສ່ອງແສງເຂົ້າໄປໃນບັນດາຄົນທີ່ນັ່ງຢູ່ໃນຄວາມມືດ, ແລະ ມັນຈະເປັນຄວາມສົມບູນແຫ່ງພຣະກິດຕິຄຸນຂອງເຮົາ;
29 ແຕ່ເຂົາບໍ່ ກຮັບມັນເລີຍ; ເພາະເຂົາບໍ່ເຫັນຄວາມສະຫວ່າງນັ້ນ, ແລະ ເຂົາຫັນ ຂໃຈໜີຈາກເຮົາ ເພາະ ຄກົດເກນຂອງມະນຸດ.
30 ແລະ ໃນຄົນລຸ້ນນັ້ນ ເວລາຂອງຄົນຕ່າງຊາດຈະສິ້ນສຸດລົງ.
31 ແລະ ຈະມີມະນຸດຢືນຢູ່ໃນຄົນລຸ້ນນັ້ນ, ຊຶ່ງຈະບໍ່ລ່ວງລັບໄປຈົນກວ່າເຂົາຈະເຫັນ ກໄພພິບັດຫລວງຫລາຍ; ເພາະໂຣກພະຍາດແຫ່ງຄວາມພິນາດ ຈະປົກຄຸມແຜ່ນດິນ.
32 ແຕ່ສານຸສິດຂອງເຮົາຈະ ກຢືນຢູ່ໃນສະຖານທີ່ສັກສິດ, ແລະ ຈະບໍ່ຫວັ່ນໄຫວ; ແຕ່ໃນບັນດາຄົນຊົ່ວ, ມະນຸດຈະເປັ່ງສຽງຂອງຕົນ ແລະ ຂສາບແຊ່ງພຣະເຈົ້າ ແລະ ຕາຍ.
33 ແລະ ຈະມີ ກແຜ່ນດິນໄຫວໃນບ່ອນຕ່າງໆນຳອີກ, ແລະ ຄວາມເປົ່າປ່ຽວຢ່າງຫລວງຫລາຍ; ແຕ່ມະນຸດຍັງຈະເຮັດໃຈແຂງກະດ້າງຕໍ່ຕ້ານເຮົາຢູ່, ແລະ ເຂົາຈະຍົກ ຂດາບຂຶ້ນ, ຕໍ່ຕ້ານກັນ, ແລະ ເຂົາຈະຂ້າຟັນກັນ.
34 ແລະ ບັດນີ້, ເມື່ອເຮົາພຣະຜູ້ເປັນເຈົ້າໄດ້ກ່າວຖ້ອຍຄຳເຫລົ່ານີ້ແກ່ສານຸສິດຂອງເຮົາແລ້ວ, ພວກເຂົາກໍມີຄວາມຢ້ານກົວ.
35 ແລະ ເຮົາໄດ້ກ່າວກັບພວກເຂົາວ່າ: ຢ່າສູ່ ກຢ້ານ, ເພາະ, ເມື່ອສິ່ງເຫລົ່ານີ້ທັງໝົດຈະເກີດຂຶ້ນ, ພວກເຈົ້າຈະຮູ້ວ່າ ຄຳສັນຍາທີ່ໄດ້ເຮັດໄວ້ກັບພວກເຈົ້າຈະສຳເລັດຄົບຖ້ວນ.
36 ແລະ ເມື່ອຄວາມສະຫວ່າງເລີ່ມສ່ອງແສງອອກມາ, ມັນຈະເປັນກັບພວກເຂົາເໝືອນດັ່ງຄຳອຸປະມາທີ່ເຮົາຈະສະແດງແກ່ພວກເຈົ້າ—
37 ພວກເຈົ້າຫລຽວເບິ່ງ ແລະ ເຫັນ ກຕົ້ນໝາກເດື່ອ, ແລະ ພວກເຈົ້າເຫັນມັນດ້ວຍຕາຂອງພວກເຈົ້າ, ແລະ ພວກເຈົ້າກ່າວເມື່ອມັນເລີ່ມປົ່ງໃບ, ແລະ ໃບຂອງມັນຍັງອ່ອນ, ວ່າລະດູຮ້ອນໃກ້ຈະມາເຖິງແລ້ວ;
38 ແມ່ນແຕ່ເປັນເຊັ່ນນັ້ນ ໃນວັນນັ້ນເມື່ອພວກເຂົາຈະເຫັນສິ່ງທັງຫລາຍເຫລົ່ານີ້, ແລ້ວ ພວກເຂົາຈະຮູ້ວ່າ ຊົ່ວໂມງໃກ້ຈະມາເຖິງແລ້ວ.
39 ແລະ ເຫດການຈະບັງເກີດຂຶ້ນຄື ຄົນທີ່ ກຢ້ານກົວເຮົາຈະ ຂເຝົ້າຄອຍຖ້າໃຫ້ ຄວັນອັນຍິ່ງໃຫຍ່ຂອງພຣະຜູ້ເປັນເຈົ້າມາເຖິງ, ແມ່ນແຕ່ເຝົ້າຄອຍ ງເຄື່ອງໝາຍແຫ່ງການມາຂອງ ຈບຸດມະນຸດ.
40 ແລະ ພວກເຂົາຈະເຫັນເຄື່ອງໝາຍ ແລະ ການມະຫັດສະຈັນ, ເພາະສິ່ງເຫລົ່ານັ້ນຈະຖືກສະແດງອອກມາໃນຟ້າສະຫວັນເບື້ອງເທິງ, ແລະ ໃນແຜ່ນດິນໂລກເບື້ອງລຸ່ມ.
41 ແລະ ພວກເຂົາຈະເຫັນເລືອດ, ແລະ ກໄຟ, ແລະ ໝອກຄວັນ.
42 ແລະ ກ່ອນວັນຂອງພຣະຜູ້ເປັນເຈົ້າຈະມາເຖິງ, ກດວງຕາເວັນຈະມືດດັບ, ແລະ ດວງເດືອນຈະກັບເປັນເລືອດ, ແລະ ດວງດາວຈະຕົກລົງມາຈາກຟ້າສະຫວັນ.
43 ແລະ ຜູ້ທີ່ເຫລືອຢູ່ຈະມາເຕົ້າໂຮມກັນຢູ່ບ່ອນນີ້;
44 ແລະ ຈາກນັ້ນ ພວກເຂົາຈະຫລຽວຫາເຮົາ, ແລະ, ຈົ່ງເບິ່ງ, ເຮົາຈະມາ; ແລະ ພວກເຂົາຈະເຫັນເຮົາຢູ່ໃນໝູ່ເມກແຫ່ງຟ້າສະຫວັນ, ຫຸ້ມຫໍ່ດ້ວຍອຳນາດ ແລະ ກລັດສະໝີພາບອັນຍິ່ງໃຫຍ່; ພ້ອມດ້ວຍເຫລົ່າທູດທັງໝົດ; ແລະ ຄົນທີ່ບໍ່ ຂຫລຽວຫາເຮົາ ຈະຖືກຕັດອອກ.
45 ແຕ່ກ່ອນແຂນຂອງພຣະຜູ້ເປັນເຈົ້າຈະຕົກໃສ່, ທູດຈະເປົ່າ ກແກຂອງເຂົາ, ແລະ ໄພ່ພົນຂອງພຣະເຈົ້າທີ່ນອນຢູ່ຈະອອກ ຂມາພົບເຮົາຢູ່ໃນ ຄເມກ.
46 ດັ່ງນັ້ນ, ຖ້າພວກເຈົ້າໄດ້ນອນຢູ່ໃນ ກສັນຕິສຸກ ພວກເຈົ້າກໍເປັນສຸກແລ້ວ; ເພາະດັ່ງທີ່ພວກເຈົ້າຮູ້ໄດ້ເຫັນເຮົາໃນຕອນນີ້ ແລະ ຮູ້ວ່າເຮົາດຳລົງຢູ່ສັນໃດ, ແມ່ນແຕ່ສັນນັ້ນ ພວກເຈົ້າຈະ ຂມາຫາເຮົາ ແລະ ຈິດວິນຍານຂອງພວກເຈົ້າຈະມີ ຄຊີວິດ, ແລະ ການໄຖ່ຂອງພວກເຈົ້າຈະສົມບູນ; ແລະ ໄພ່ພົນຂອງພຣະເຈົ້າຈະອອກມາຈາກສີ່ສ່ວນຂອງແຜ່ນດິນໂລກ.
47 ຈາກນັ້ນ ກແຂນຂອງພຣະຜູ້ເປັນເຈົ້າຈະຕົກໃສ່ເທິງປະຊາຊາດ.
48 ແລະ ເມື່ອນັ້ນ ພຣະຜູ້ເປັນເຈົ້າຈະວາງພຣະບາດຂອງພຣະອົງໄວ້ເທິງ ກພູໜ່ວຍນີ້, ແລະ ມັນຈະແຍກເປັນສອງ, ແລະ ແຜ່ນດິນໂລກ ຂສັ່ນ, ແລະ ເນີ້ງໄປເບື້ອງນັ້ນເບື້ອງນີ້, ແລະ ຟ້າສະຫວັນຈະ ຄສັ່ນສະເທືອນນຳອີກ.
49 ແລະ ພຣະຜູ້ເປັນເຈົ້າຈະເປັ່ງສຽງ, ແລະ ທີ່ສຸດຂອງແຜ່ນດິນໂລກຈະໄດ້ຍິນສຸລະສຽງຂອງພຣະອົງ; ແລະ ປະຊາຊາດຂອງແຜ່ນດິນໂລກຈະ ກເປັນທຸກ, ແລະ ຄົນທີ່ໄດ້ຫົວຈະເຫັນຄວາມໂງ່ຈ້າຂອງເຂົາ.
50 ແລະ ໄພອັນໃຫຍ່ຫລວງຈະຖ້ວມຄົນທີ່ຫົວຂວັນ, ແລະ ຄົນມັກເຍາະເຍີ້ຍຈະໝົດໄປ; ແລະ ຄົນທີ່ໄດ້ຫາໂອກາດກະທຳຄວາມຊົ່ວຮ້າຍຈະຖືກໂຄ່ນລົງ ແລະ ໂຍນເຂົ້າກອງໄຟ.
51 ແລະ ຈາກນັ້ນ ກຊາວຢິວຈະ ຂຫລຽວເບິ່ງເຮົາ ແລະ ກ່າວວ່າ: ນີ້ແມ່ນຮອຍແຜຫຍັງຢູ່ໃນພຣະຫັດ ແລະ ໃນພຣະບາດຂອງພຣະອົງ?
52 ເມື່ອນັ້ນ ພວກເຂົາຈະຮູ້ວ່າເຮົາຄືພຣະຜູ້ເປັນເຈົ້າ; ເພາະເຮົາຈະກ່າວກັບພວກເຂົາວ່າ: ຮອຍແຜເຫລົ່ານີ້ເປັນແຜທີ່ເຮົາໄດ້ຮັບ ກບາດເຈັບຢູ່ໃນບ້ານຂອງເພື່ອນເຮົາ. ເຮົາຄືຜູ້ທີ່ຖືກຍົກຂຶ້ນ. ເຮົາຄືພຣະເຢຊູຜູ້ຖືກ ຂຄຶງ. ເຮົາຄືພຣະບຸດຂອງພຣະເຈົ້າ.
53 ແລະ ເມື່ອນັ້ນພວກເຂົາຈະ ກຮ້ອງໄຫ້ ເພາະຄວາມຊົ່ວຮ້າຍຂອງພວກເຂົາ; ຈາກນັ້ນພວກເຂົາຈະຄວນຄາງເພາະພວກເຂົາໄດ້ຂົ່ມເຫັງ ຂກະສັດຂອງພວກເຂົາ.
54 ແລະ ຈາກນັ້ນປະຊາຊາດ ກນອກສາດສະໜາຈະໄດ້ຮັບການໄຖ່, ແລະ ຄົນທີ່ບໍ່ຮູ້ກົດຈະມີສ່ວນໃນ ຂການຟື້ນຄືນຊີວິດຄັ້ງທຳອິດ; ແລະ ມັນຈະພໍ ຄທົນໄດ້ສຳລັບພວກເຂົາ.
55 ແລະ ກຊາຕານຈະຖືກ ຂມັດໄວ້, ເພື່ອມັນຈະບໍ່ມີບ່ອນຢູ່ໃນໃຈຂອງລູກຫລານມະນຸດ.
56 ແລະ ໃນ ກວັນນັ້ນ, ເມື່ອເຮົາຈະມາໃນລັດສະໝີພາບຂອງເຮົາ, ຄຳອຸປະມາທີ່ເຮົາໄດ້ກ່າວໄວ້ກ່ຽວກັບຍິງ ຂສາວບໍລິສຸດສິບຄົນຈະສຳເລັດຄົບຖ້ວນ.
57 ເພາະພວກເຂົາເປັນຄົນສະຫລາດ ແລະ ໄດ້ຮັບເອົາ ກຄວາມຈິງ, ແລະ ໄດ້ຮັບເອົາພຣະວິນຍານສັກສິດເພື່ອ ຂການນຳພາ, ແລະ ບໍ່ໄດ້ຖືກ ຄຫລອກລວງ—ຕາມຄວາມຈິງແລ້ວ ເຮົາກ່າວກັບພວກເຈົ້າວ່າ ພວກເຂົາຈະບໍ່ຖືກໂຄ່ນລົງ ແລະ ໂຍນເຂົ້າ ງກອງໄຟ, ແຕ່ຈະດຳລົງຢູ່ໃນວັນນັ້ນ.
58 ແລະ ກແຜ່ນດິນໂລກຈະຖືກມອບໃຫ້ແກ່ພວກເຂົາເພື່ອເປັນ ຂມູນມໍລະດົກ; ແລະ ພວກເຂົາຈະເພີ່ມທະວີ ແລະ ຄເຂັ້ມແຂງຂຶ້ນ, ແລະ ລູກຫລານຂອງພວກເຂົາຈະເຕີບໂຕປາດສະຈາກບາບໄປສູ່ ງຄວາມລອດ.
59 ເພາະພຣະຜູ້ເປັນເຈົ້າຈະສະຖິດຢູ່ໃນ ກທ່າມກາງພວກເຂົາ, ແລະ ລັດສະໝີພາບຂອງພຣະອົງຈະຢູ່ເທິງພວກເຂົາ, ແລະ ພຣະອົງຈະເປັນກະສັດຂອງພວກເຂົາ ແລະ ເປັນ ຂຜູ້ໃຫ້ກົດຂອງພວກເຂົາ.
60 ແລະ ບັດນີ້, ຈົ່ງເບິ່ງ, ເຮົາກ່າວກັບພວກເຈົ້າວ່າ ຈະບໍ່ມອບໃຫ້ແກ່ພວກເຈົ້າເພື່ອຈະໄດ້ຮູ້ຕື່ມອີກກ່ຽວກັບບົດນີ້, ຈົນກວ່າ ກພຣະຄຳພີໃໝ່ຖືກແປ, ແລະ ໃນນັ້ນສິ່ງເຫລົ່ານີ້ທັງໝົດຈະຖືກເຮັດໃຫ້ເປັນທີ່ຮູ້ຈັກ;
61 ດັ່ງນັ້ນ ເຮົາອະນຸຍາດພວກເຈົ້າ ວ່າບັດນີ້ພວກເຈົ້າແປມັນໄດ້, ເພື່ອວ່າພວກເຈົ້າຈະຕຽມພ້ອມສຳລັບສິ່ງທີ່ຈະມາເຖິງ.
62 ເພາະຕາມຄວາມຈິງແລ້ວ ເຮົາກ່າວກັບພວກເຈົ້າວ່າ ສິ່ງທີ່ຍິ່ງໃຫຍ່ຄອຍຖ້າພວກເຈົ້າຢູ່;
63 ພວກເຈົ້າໄດ້ຍິນເລື່ອງ ກສົງຄາມຢູ່ໃນຕ່າງແດນ; ແຕ່, ຈົ່ງເບິ່ງ, ເຮົາກ່າວກັບພວກເຈົ້າວ່າ ມັນເກືອບຈະມາຮອດແລ້ວ, ແມ່ນແຕ່ຢູ່ໃກ້ໆປະຕູຂອງພວກເຈົ້າ, ແລະ ບໍ່ຫລາຍປີຈາກນີ້ ພວກເຈົ້າຈະໄດ້ຍິນເລື່ອງສົງຄາມຢູ່ໃນແຜ່ນດິນຂອງພວກເຈົ້າເອງ.
64 ດັ່ງນັ້ນ ເຮົາ, ພຣະຜູ້ເປັນເຈົ້າ, ໄດ້ກ່າວໄວ້ວ່າ, ພວກເຈົ້າຈົ່ງມາເຕົ້າໂຮມກັນຈາກແຜ່ນດິນທາງ ກທິດຕາເວັນອອກ, ມາຊຸມນຸມກັນແອວເດີຂອງສາດສະໜາຈັກຂອງເຮົາ; ຈົ່ງອອກໄປຫາປະເທດທາງທິດຕາເວັນຕົກ, ເອີ້ນໃຫ້ຜູ້ອາໄສກັບໃຈ, ແລະ ຕາບໃດທີ່ເຂົາກັບໃຈ, ໃຫ້ສ້າງໜ່ວຍຂອງສາດສະໜາຈັກຂຶ້ນໃຫ້ແກ່ເຮົາ.
65 ແລະ ດ້ວຍໃຈດຽວ ແລະ ຈິດໃຈດຽວ, ຈົ່ງຮວບຮວມຊັບສິນຂອງພວກເຈົ້າເພື່ອຈະໄດ້ ກຊື້ມູນມໍລະດົກ ຊຶ່ງ ຈະກຳນົດໃຫ້ແກ່ພວກເຈົ້າຫລັງຈາກນີ້.
66 ແລະ ມັນຈະຖືກເອີ້ນວ່າ ກເຢຣູຊາເລັມໃໝ່, ຂແຜ່ນດິນແຫ່ງ ຄສັນຕິສຸກ, ເມືອງ ງພັກພາ, ບ່ອນປອດໄພສຳລັບໄພ່ພົນຂອງພຣະເຈົ້າສູງສຸດ;
67 ແລະ ກລັດສະໝີພາບຂອງພຣະຜູ້ເປັນເຈົ້າຈະຢູ່ທີ່ນັ້ນ, ແລະ ຄວາມຢຳເກງຂອງພຣະຜູ້ເປັນເຈົ້າກໍຈະຢູ່ທີ່ນັ້ນຄືກັນ, ເຖິງຂະໜາດທີ່ຄົນຊົ່ວຈະບໍ່ມາຫາມັນ, ແລະ ມັນຈະຖືກເອີ້ນວ່າຊີໂອນ.
68 ແລະ ເຫດການຈະບັງເກີດຂຶ້ນໃນບັນດາຄົນຊົ່ວຄື ມະນຸດທຸກຄົນທີ່ຈະບໍ່ຍົກດາບຂອງຕົນຂຶ້ນຕໍ່ຕ້ານເພື່ອນບ້ານຂອງຕົນ ຈະຕ້ອງຫລົບໄປຫາຊີໂອນເພື່ອຄວາມປອດໄພ.
69 ແລະ ຜູ້ຄົນຈາກປະຊາຊາດຕ່າງໆພາຍໃຕ້ສະຫວັນຈະມາ ກເຕົ້າໂຮມກັນຢູ່ທີ່ນັ້ນ; ແລະ ຈະເປັນຜູ້ຄົນກຸ່ມດຽວເທົ່ານັ້ນທີ່ບໍ່ເຮັດສົງຄາມນຳກັນ.
70 ແລະ ຈະມີການກ່າວໃນບັນດາຄົນຊົ່ວວ່າ: ຂໍໃຫ້ເຮົາຢ່າຂຶ້ນໄປຕໍ່ສູ້ກັບຊີໂອນເລີຍ, ເພາະຜູ້ອາໄສ ຂອງຊີໂອນເປັນຕາຢ້ານກົວ; ດັ່ງນັ້ນ ພວກເຮົາຈະຕ້ານບໍ່ໄຫວ.
71 ແລະ ເຫດການຈະບັງເກີດຂຶ້ນຄື ຄົນຊອບທຳຈະຖືກເຕົ້າໂຮມເຂົ້າກັນຈາກບັນດາປະຊາຊາດທັງປວງ, ແລະ ຈະມາສູ່ຊີໂອນ, ຮ້ອງເພງແຫ່ງຄວາມສຸກອັນເປັນນິດ.
72 ແລະ ບັດນີ້ ເຮົາກ່າວກັບພວກເຈົ້າວ່າ ຈົ່ງເກັບເລື່ອງເຫລົ່ານີ້ໄວ້ບໍ່ໃຫ້ແຜ່ອອກໄປສູ່ໂລກ ຈົນກວ່າເຮົາເຫັນສົມຄວນ, ເພື່ອວ່າພວກເຈົ້າຈະເຮັດວຽກງານນີ້ໃຫ້ສຳເລັດໃນຕາຂອງຜູ້ຄົນ, ແລະ ໃນຕາຂອງສັດຕູຂອງພວກເຈົ້າ, ເພື່ອວ່າເຂົາຈະບໍ່ຮູ້ຈັກວຽກງານຂອງພວກເຈົ້າ ຈົນກວ່າພວກເຈົ້າໄດ້ເຮັດສຳເລັດສິ່ງຊຶ່ງເຮົາໄດ້ບັນຊາພວກເຈົ້າ;
73 ເພື່ອວ່າເມື່ອເຂົາຮູ້ມັນ, ເຂົາຈະພິຈາລະນາເລື່ອງເຫລົ່ານີ້.
74 ເພາະເມື່ອພຣະຜູ້ເປັນເຈົ້າຈະມາປະກົດ ພຣະອົງຈະເປັນ ກໜ້າຢ້າກົວຕໍ່ເຂົາ, ຄວາມຢ້ານກົວນັ້ນຈະຄອບງຳເຂົາ, ແລະ ເຂົາຈະຢືນຢູ່ໄກໆ ແລະ ຕົວສັ່ນ.
75 ແລະ ປະຊາຊາດທັງປວງຈະຢ້ານກົວ ເພາະຄວາມຢຳເກງຂອງພຣະຜູ້ເປັນເຈົ້າ, ແລະ ອຳນາດແຫ່ງຄວາມຍິ່ງໃຫຍ່ຂອງພຣະອົງ. ແມ່ນເປັນດັ່ງນັ້ນ. ອາແມນ.