ພາກທີ 10
ການເປີດເຜີຍທີ່ມອບໃຫ້ແກ່ໂຈເຊັບ ສະມິດ ຜູ້ເປັນສາດສະດາ, ທີ່ເມືອງຮາມໂມນີ, ລັດເພັນໂຊເວເນຍ, ອາດເປັນລະຫວ່າງເດືອນເມສາ 1829, ເຖິງແມ່ນວ່າ ບາງສ່ວນອາດໄດ້ຮັບນັບແຕ່ໃນລະດູແລ້ງ ຂອງປີ 1828. ໃນນີ້ພຣະຜູ້ເປັນເຈົ້າບອກ ໂຈເຊັບເຖິງກຸ່ມຄົນຊົ່ວທີ່ໄດ້ປ່ຽນແປງຕົ້ນສະບັບ 116 ໜ້າທີ່ແປຈາກໜັງສືລີໄຮ, ໃນພຣະຄຳພີມໍມອນ. ຕົ້ນສະບັບດັ່ງກ່າວໄດ້ຫາຍໄປຈາກການຄອບຄອງຂອງມາຕິນ ແຮຣິສ, ຊຶ່ງຖືກຝາກຝັງໄວ້ຊົ່ວຄາວ. (ເບິ່ງ ຫົວຂໍ້ຂອງ ພາກທີ 3.) ແຜນການຊົ່ວຮ້າຍແມ່ນທີ່ຈະຄອຍຖ້າໃຫ້ແປໜ້າທີ່ຖືກລັກໄປນັ້ນຄືນໃໝ່ ແລະ ຈາກນັ້ນຈະຕຳນິ ຜູ້ແປ ໂດຍການເຮັດໃຫ້ເຫັນຄວາມບໍ່ສອດຄ່ອງກັນ ຊຶ່ງເກີດຂຶ້ນເນື່ອງດ້ວຍການປ່ຽນແປງ. ຈຸດປະສົງອັນຊົ່ວຮ້າຍນີ້ ຊຶ່ງມານຮ້າຍເປັນຕົ້ນຄິດ ແລະ ພຣະຜູ້ເປັນເຈົ້າຮູ້ຈັກແມ່ນແຕ່ໃນຂະນະທີ່ມໍມອນ, ນັກປະຫວັດສາດຊາວນີໄຟ, ພວມຫຍໍ້ແຜ່ນຈາລຶກເຂົ້າກັນ, ມີສະແດງໃຫ້ເຫັນຢູ່ໃນພຣະຄຳພີມໍມອນ (ເບິ່ງ ຄຳຂອງມໍມອນ 1:3–7).
1–26, ຊາຕານຍຸຍົງຄົນຊົ່ວໃຫ້ຕໍ່ຕ້ານວຽກງານຂອງພຣະຜູ້ເປັນເຈົ້າ; 27–33, ມັນສະແຫວງຫາທີ່ຈະທຳລາຍຈິດວິນຍານຂອງມະນຸດ; 34–52, ພຣະກິດຕິຄຸນຈະຕ້ອງອອກໄປຫາຊາວເລມັນ ແລະ ທຸກປະຊາຊາດຜ່ານພຣະຄຳພີມໍມອນ; 53–63, ພຣະຜູ້ເປັນເຈົ້າຈະສະຖາປະນາສາດສະໜາຈັກຂອງພຣະອົງ ແລະ ພຣະກິດຕິຄຸນຂອງພຣະອົງທ່າມກາງມະນຸດ; 64–70, ພຣະອົງຈະເຕົ້າໂຮມຄົນທີ່ກັບໃຈເຂົ້າໃນສາດສະໜາຈັກຂອງພຣະອົງ ແລະ ຈະຊ່ວຍຄົນທີ່ເຊື່ອຟັງໃຫ້ລອດ.
1 ບັດນີ້, ຈົ່ງເບິ່ງ, ເຮົາກ່າວກັບເຈົ້າວ່າ ເພາະເຈົ້າໄດ້ມອບການຂຽນເຫລົ່ານັ້ນ ຊຶ່ງເຈົ້າໄດ້ຮັບພະລັງໃຫ້ແປ ຜ່ານ ອຸລີມ ແລະ ທຸມມີມ, ໄວ້ໃນກຳມືຂອງຄົນ ຊົ່ວ, ເຈົ້າຈຶ່ງໄດ້ເສຍມັນໄປ.
2 ແລະ ເຈົ້າກໍໄດ້ເສຍຂອງປະທານຂອງເຈົ້ານຳອີກໃນເວລາດຽວກັນ, ແລະ ຄວາມຄິດຂອງເຈົ້າກັບມືດມົວ.
3 ເຖິງຢ່າງໃດກໍຕາມ, ບັດນີ້ ມັນໄດ້ຖືກ ນຳຄືນມາໃຫ້ເຈົ້າຄືນອີກ; ສະນັ້ນ ຈົ່ງເບິ່ງວ່າເຈົ້າຊື່ສັດ ແລະ ສືບຕໍ່ເຮັດວຽກງານການແປທີ່ເຫລືອຢູ່ໃຫ້ສຳເລັດ ດັ່ງທີ່ເຈົ້າໄດ້ເລີ່ມຕົ້ນ.
4 ຢ່າແລ່ນ ໄວ ຫລື ເຮັດວຽກງານເກີນກວ່າ ກຳລັງຂອງເຈົ້າ ແລະ ເງື່ອນໄຂຕ່າງໆທີ່ຈັດໃຫ້ ເພື່ອເຈົ້າຈະສາມາດແປ; ແຕ່ໃຫ້ ພາກພຽນຈົນເຖິງທີ່ສຸດ.
5 ຈົ່ງ ອະທິຖານສະເໝີ, ເພື່ອເຈົ້າຈະອອກມາຢ່າງຜູ້ຊະນະ; ແທ້ຈິງແລ້ວ, ເພື່ອເຈົ້າຈະເອົາຊະນະຊາຕານ, ແລະ ເພື່ອເຈົ້າຈະຫລົບໜີຈາກກຳມືຂອງບໍລິວານຂອງຊາຕານ ທີ່ຄ້ຳຈູນວຽກງານຂອງມັນ.
6 ຈົ່ງເບິ່ງ, ພວກເຂົາສະແຫວງທີ່ຈະ ທຳລາຍເຈົ້າ; ແທ້ຈິງແລ້ວ, ແມ່ນແຕ່ ຄົນທີ່ເຈົ້າໄວ້ວາງໃຈກໍສະແຫວງ ທີ່ຈະທຳລາຍເຈົ້າ.
7 ແລະ ເພາະດ້ວຍເຫດນີ້ ເຮົາຈຶ່ງກ່າວວ່າ ເຂົາເປັນຄົນຊົ່ວ, ເພາະເຂົາໄດ້ສະແຫວງທີ່ຈະເອົາສິ່ງທີ່ຝາກຝັງໄວ້ນຳເຈົ້າໄປຈາກເຈົ້າ; ແລະ ເຂົາກໍໄດ້ສະແຫວງທີ່ຈະທຳລາຍຂອງປະທານຂອງເຈົ້ານຳອີກ.
8 ແລະ ເພາະເຈົ້າໄດ້ມອບການຂຽນໄວ້ໃນມືຂອງເຂົາ, ຈົ່ງເບິ່ງ, ພວກຄົນຊົ່ວຈຶ່ງໄດ້ເອົາມັນໄປຈາກເຈົ້າ.
9 ສະນັ້ນ, ເຈົ້າຈຶ່ງໄດ້ມອບມັນ, ແທ້ຈິງແລ້ວ, ສິ່ງທີ່ສັກສິດ, ໄວ້ກັບຄວາມຊົ່ວຮ້າຍ.
10 ແລະ, ຈົ່ງເບິ່ງ, ຊາຕານໄດ້ເອົາມັນໃສ່ໄວ້ໃນໃຈຂອງເຂົາ ເພື່ອປ່ຽນແປງຖ້ອຍຄຳ ຊຶ່ງເຈົ້າໄດ້ໃຫ້ຂຽນໄວ້, ຫລື ຊຶ່ງເຈົ້າໄດ້ແປ, ທີ່ຫລຸດໄປຈາກມືຂອງເຈົ້າ.
11 ແລະ ຈົ່ງເບິ່ງ, ເຮົາກ່າວກັບເຈົ້າວ່າ ເພາະພວກເຂົາໄດ້ປ່ຽນແປງຖ້ອຍຄຳເຫລົ່ານັ້ນ, ມັນຈຶ່ງອ່ານກົງກັນຂ້າມກັບສິ່ງທີ່ເຈົ້າໄດ້ແປ ແລະ ໃຫ້ຂຽນໄວ້;
12 ແລະ, ໂດຍວິທີນີ້, ມານໄດ້ສະແຫວງຫາທີ່ຈະວາງແຜນອັນມີເລ່ຫລ່ຽມ, ເພື່ອມັນຈະໄດ້ທຳລາຍວຽກງານນີ້;
13 ເພາະມັນໄດ້ເອົາໃສ່ໄວ້ໃນໃຈພວກເຂົາເພື່ອໃຫ້ເຮັດສິ່ງນີ້, ເພາະໂດຍການເວົ້າຕົວະ ພວກເຂົາຈະກ່າວ ຫາວ່າ ພວກເຂົາ ຈັບເຈົ້າໄດ້ດ້ວຍຖ້ອຍຄຳທີ່ເຈົ້າອ້າງວ່າໄດ້ແປ.
14 ຕາມຄວາມຈິງ, ເຮົາກ່າວກັບເຈົ້າວ່າ ເຮົາຈະບໍ່ຍອມໃຫ້ຊາຕານສຳເລັດແຜນອັນຊົ່ວຮ້າຍຂອງມັນໃນສິ່ງນີ້.
15 ເພາະຈົ່ງເບິ່ງ, ມັນໄດ້ເອົາມັນໃສ່ໄວ້ໃນໃຈຂອງພວກເຂົາໃຫ້ເຈົ້າທົດລອງພຣະຜູ້ເປັນເຈົ້າອົງເປັນພຣະເຈົ້າຂອງເຈົ້າ, ໃນການຂໍແປມັນຄືນອີກ.
16 ແລະ ເມື່ອນັ້ນ, ຈົ່ງເບິ່ງ, ພວກເຂົາກ່າວ ແລະ ຄິດຢູ່ໃນໃຈຂອງພວກເຂົາວ່າ—ພວກເຮົາຈະເບິ່ງຖ້າຫາກວ່າພຣະເຈົ້າໄດ້ປະທານພະລັງໃຫ້ລາວແປຫລືບໍ່; ຖ້າເປັນເຊັ່ນນັ້ນ, ພຣະອົງກໍຈະປະທານພະລັງໃຫ້ລາວຄືນອີກ;
17 ແລະ ຖ້າຫາກພຣະເຈົ້າໄດ້ປະທານພະລັງໃຫ້ລາວຄືນອີກ, ຫລື ຖ້າຫາກລາວແປຄືນອີກ, ຫລື, ອີກຄຳໜຶ່ງ, ຖ້າລາວແປຄຳດຽວກັນນັ້ນອອກມາ, ຈົ່ງເບິ່ງ, ພວກເຮົາກໍມີຢ່າງດຽວກັນນັ້ນ, ແລະ ພວກເຮົາໄດ້ປ່ຽນແປງມັນແລ້ວ;
18 ສະນັ້ນ ມັນຈະບໍ່ຄືກັນ, ແລະ ພວກເຮົາຈະກ່າວວ່າ ລາວເວົ້າຕົວະໃນຖ້ອຍຄຳຂອງລາວ, ແລະ ວ່າລາວບໍ່ມີຂອງປະທານ, ແລະ ວ່າລາວບໍ່ມີພະລັງ;
19 ສະນັ້ນ ພວກເຮົາຈະທຳລາຍລາວ, ແລະ ວຽກງານນຳອີກ; ແລະ ພວກເຮົາຈະເຮັດສິ່ງນີ້ ເພື່ອວ່າພວກເຮົາຈະບໍ່ໄດ້ຮັບຄວາມອັບອາຍໃນບັ້ນທ້າຍ, ແລະ ເພື່ອພວກເຮົາຈະໄດ້ຮັບການຍ້ອງຍໍຈາກໂລກ.
20 ຕາມຈິງ, ຕາມຈິງແລ້ວ, ເຮົາກ່າວກັບເຈົ້າ, ວ່າຊາຕານມີອຳນາດອັນໃຫຍ່ຫລວງໃນໃຈຂອງພວກເຂົາ; ມັນ ຍຸຍົງພວກເຂົາໃຫ້ເຮັດ ຄວາມຊົ່ວຮ້າຍຕໍ່ຕ້ານສິ່ງທີ່ດີ;
21 ແລະ ໃຈຂອງພວກເຂົາ ເສື່ອມຊາມ, ແລະ ເຕັມໄປດ້ວຍ ຄວາມຊົ່ວຮ້າຍ ແລະ ຄວາມໜ້າກຽດຊັງ; ແລະ ພວກເຂົາ ຮັກ ຄວາມມືດຫລາຍກວ່າຄວາມສະຫວ່າງ, ເພາະ ການກະທຳຂອງພວກເຂົາຊົ່ວຮ້າຍ; ສະນັ້ນ ພວກເຂົາຈຶ່ງບໍ່ທູນຂໍຈາກເຮົາ.
22 ຊາຕານຍຸຍົງພວກເຂົາ, ເພື່ອມັນຈະໄດ້ ນຳຈິດວິນຍານຂອງພວກເຂົາໄປສູ່ຄວາມພິນາດ.
23 ແລະ ດັ່ງນັ້ນມັນໄດ້ວາງແຜນອັນມີເລ່ຫລ່ຽມ, ໂດຍຄິດຈະທຳລາຍວຽກງານຂອງພຣະເຈົ້າ; ແຕ່ເຮົາຈະຮຽກຮ້ອງສິ່ງນີ້ຈາກມືຂອງພວກເຂົາ, ແລະ ມັນຈະກາຍເປັນຄວາມອັບອາຍ ແລະ ການກ່າວໂທດຂອງພວກເຂົາໃນວັນຂອງ ການພິພາກສາ.
24 ແທ້ຈິງແລ້ວ, ມັນໄດ້ຍຸຍົງໃຈຂອງພວກເຂົາ ເພື່ອໃຫ້ຄຽດແຄ້ນຕໍ່ຕ້ານວຽກງານນີ້.
25 ແທ້ຈິງແລ້ວ, ມັນໄດ້ກ່າວກັບພວກເຂົາວ່າ: ໃຫ້ຫລອກລວງ ແລະ ຄອຍຖ້າຈັບ, ເພື່ອພວກເຈົ້າຈະໄດ້ທຳລາຍ; ຈົ່ງເບິ່ງ, ມັນບໍ່ເປັນພິດເປັນໄພຫຍັງ. ແລະ ມັນໄດ້ເວົ້າຍ້ອງຍໍພວກເຂົາດັ່ງນັ້ນ, ແລະ ບອກພວກເຂົາວ່າ ມັນບໍ່ເປັນບາບແນວໃດທີ່ຈະເວົ້າຕົວະ ເພື່ອຈະໄດ້ຈັບຄົນທີ່ ເວົ້າຕົວະ, ເພື່ອພວກເຂົາຈະໄດ້ທຳລາຍເຂົາ.
26 ແລະ ມັນໄດ້ເວົ້າຍ້ອງຍໍພວກເຂົາດັ່ງນັ້ນ, ແລະ ນຳພວກເຂົາໄປຈົນກວ່າມັນໄດ້ລາກຈິດວິນຍານຂອງພວກເຂົາລົງໄປ ນະລົກ; ແລະ ມັນໄດ້ເຮັດໃຫ້ພວກເຂົາຖືກ ບ້ວງຂອງຕົນເອງດັ່ງນັ້ນ.
27 ແລະ ມັນໄດ້ຂຶ້ນໄປ ແລະ ລົງມາດັ່ງນັ້ນ, ໄປຫາບ່ອນນັ້ນບ່ອນນີ້ຢູ່ໃນແຜ່ນດິນໂລກ, ສະແຫວງຫາທີ່ຈະ ທຳລາຍຈິດວິນຍານຂອງມະນຸດ.
28 ຕາມຈິງ, ຕາມຈິງແລ້ວ, ເຮົາກ່າວກັບເຈົ້າ, ວິບັດແກ່ຄົນທີ່ເວົ້າຕົວະ ເພື່ອ ຫລອກລວງ ເພາະເຂົາຄິດວ່າ ຄົນອື່ນເວົ້າຕົວະເພື່ອຫລອກລວງ; ເພາະຄົນເຊັ່ນນັ້ນຈະບໍ່ພົ້ນຈາກ ຄວາມຍຸດຕິທຳ ຂອງພຣະເຈົ້າ.
29 ບັດນີ້, ຈົ່ງເບິ່ງ, ພວກເຂົາໄດ້ປ່ຽນແປງຖ້ອຍຄຳເຫລົ່ານັ້ນ, ເພາະຊາຕານໄດ້ກ່າວກັບພວກເຂົາວ່າ: ເຂົາໄດ້ຫລອກລວງພວກເຈົ້າ—ແລະ ມັນໄດ້ຍຸຍົງພວກເຂົາໄປເຮັດຄວາມຊົ່ວຮ້າຍດັ່ງນັ້ນ, ເພື່ອໃຫ້ເຈົ້າ ທົດລອງພຣະຜູ້ເປັນເຈົ້າອົງເປັນພຣະເຈົ້າຂອງເຈົ້າ.
30 ຈົ່ງເບິ່ງ, ເຮົາກ່າວກັບເຈົ້າວ່າ ເຈົ້າຈະບໍ່ແປຖ້ອຍຄຳເຫລົ່ານັ້ນອີກ ຊຶ່ງໄດ້ຫລຸດໄປຈາກມືຂອງເຈົ້າ.
31 ເພາະ, ຈົ່ງເບິ່ງ, ພວກເຂົາຈະບໍ່ສຳເລັດໃນແຜນອັນຊົ່ວຮ້າຍຂອງພວກເຂົາ ໃນການເວົ້າຕົວະຕໍ່ຕ້ານຖ້ອຍຄຳເຫລົ່ານັ້ນ. ເພາະ, ຈົ່ງເບິ່ງ, ຖ້າຫາກເຈົ້າໄດ້ນຳຖ້ອຍຄຳຢ່າງດຽວກັນອອກມາ ພວກເຂົາຈະກ່າວວ່າ ເຈົ້າຕົວະ ແລະ ວ່າ ເຈົ້າອ້າງວ່າໄດ້ແປ, ແລະ ວ່າເຈົ້າໄດ້ຂັດກັບຕົນເອງ.
32 ແລະ, ຈົ່ງເບິ່ງ, ພວກເຂົາຈະປ່າວປະກາດເລື່ອງນີ້, ແລະ ຊາຕານຈະເຮັດໃຫ້ໃຈຂອງຜູ້ຄົນແຂງກະດ້າງ ເພື່ອຍຸຍົງເຂົາໃຫ້ຄຽດແຄ້ນໃຫ້ເຈົ້າ, ເພື່ອເຂົາຈະບໍ່ເຊື່ອຖ້ອຍຄຳຂອງເຮົາ.
33 ດັ່ງນັ້ນ ຊາຕານຄິດຈະມີອຳນາດເໜືອປະຈັກພະຍານຂອງເຈົ້າໃນຄົນລຸ້ນນີ້, ເພື່ອວ່າວຽກງານຈະບໍ່ອອກມາໃນຄົນລຸ້ນນີ້.
34 ແຕ່ຈົ່ງເບິ່ງ, ນີ້ຄືປັນຍາ, ແລະ ເພາະເຮົາໄດ້ສະແດງ ປັນຍາໃຫ້ເຈົ້າເຫັນ, ແລະ ໄດ້ບັນຊາເຈົ້າກ່ຽວກັບສິ່ງເຫລົ່ານີ້, ສິ່ງໃດທີ່ເຈົ້າຈະເຮັດ, ຢ່າສະແດງມັນຕໍ່ໂລກ ຈົນກວ່າເຈົ້າຈະສຳເລັດວຽກງານການແປເສຍກ່ອນ.
35 ຢ່າປະຫລາດໃຈທີ່ເຮົາໄດ້ກ່າວກັບເຈົ້າວ່າ: ນີ້ຄືປັນຍາ, ຢ່າສະແດງມັນຕໍ່ໂລກ—ເພາະເຮົາກ່າວວ່າ ຢ່າສະແດງມັນຕໍ່ໂລກ, ເພື່ອເຈົ້າຈະໄດ້ຮັບການປົກປັກຮັກສາ.
36 ຈົ່ງເບິ່ງ, ເຮົາບໍ່ໄດ້ກ່າວວ່າ ເຈົ້າຈະບໍ່ສະແດງມັນຕໍ່ຄົນຊອບທຳ;
37 ແຕ່ດັ່ງທີ່ເຈົ້າບໍ່ສາມາດບອກໄດ້ສະເໝີໄປວ່າຄົນໃດ ຊອບທຳ, ຫລື ດັ່ງທີ່ເຈົ້າບໍ່ສາມາດບອກໄດ້ສະເໝີໄປວ່າຄົນໃດຊົ່ວຮ້າຍຄົນໃດຊອບທຳ, ສະນັ້ນ ເຮົາກ່າວກັບເຈົ້າວ່າ ຈົ່ງ ສະຫງົບງຽບ ຈົນກວ່າເຮົາຈະເຫັນສົມຄວນທີ່ຈະເຮັດໃຫ້ທຸກສິ່ງທຸກຢ່າງເປັນທີ່ຮູ້ຈັກແກ່ໂລກກ່ຽວກັບເລື່ອງນີ້.
38 ແລະ ບັດນີ້, ຕາມຄວາມຈິງ ເຮົາກ່າວກັບເຈົ້າວ່າ ເລື່ອງລາວຂອງສິ່ງເຫລົ່ານັ້ນທີ່ເຈົ້າໄດ້ຂຽນ, ຊຶ່ງຫລຸດໄປຈາກມືຂອງເຈົ້າ, ມີຈາລຶກໄວ້ຢູ່ໃນ ແຜ່ນຈາລຶກຂອງນີໄຟ;
39 ແທ້ຈິງແລ້ວ, ແລະ ເຈົ້າຈື່ໄດ້ ມັນກ່າວໃນການຂຽນເຫລົ່ານັ້ນວ່າ ເລື່ອງລາວທີ່ລະອຽດກວ່າກ່ຽວກັບສິ່ງເຫລົ່ານີ້ ມີຢູ່ເທິງແຜ່ນຈາລຶກຂອງນີໄຟ.
40 ແລະ ບັດນີ້, ເພາະເລື່ອງລາວ ຊຶ່ງຈາລຶກໄວ້ເທິງແຜ່ນຈາລຶກຂອງນີໄຟລະອຽດກວ່າກ່ຽວກັບສິ່ງເຫລົ່ານີ້, ໃນຄວາມສະຫລຽວສະຫລາດຂອງເຮົາ, ເຮົາຈະນຳມັນອອກມາໃຫ້ຜູ້ຄົນຮູ້ຈັກ—
41 ສະນັ້ນ, ເຈົ້າຈົ່ງແປອັກຂະລະທີ່ຢູ່ເທິງ ແຜ່ນຈາລຶກຂອງນີໄຟ, ລົງໄປຈົນເຈົ້າມາເຖິງການປົກຄອງຂອງກະສັດເບັນຢາມິນ, ຫລື ຈົນກວ່າເຈົ້າມາເຖິງບ່ອນທີ່ເຈົ້າໄດ້ແປ, ຊຶ່ງເຈົ້າໄດ້ສະຫງວນໄວ້;
42 ແລະ ຈົ່ງເບິ່ງ, ເຈົ້າຈົ່ງພິມມັນເປັນບັນທຶກຂອງນີໄຟ; ແລະ ເຮົາຈະເຮັດໃຫ້ຜູ້ຄົນທີ່ໄດ້ປ່ຽນແປງຖ້ອຍຄຳຂອງເຮົາສັບສົນດັ່ງນັ້ນ.
43 ເຮົາຈະບໍ່ຍອມໃຫ້ພວກເຂົາທຳລາຍວຽກງານຂອງເຮົາ; ແທ້ຈິງແລ້ວ, ເຮົາຈະສະແດງໃຫ້ພວກເຂົາເຫັນວ່າ ຄວາມສະຫລຽວສະຫລາດຂອງເຮົາແມ່ນຍິ່ງໃຫຍ່ກວ່າເລ່ຫລ່ຽມຂອງມານ.
44 ຈົ່ງເບິ່ງ, ພວກເຂົາມີພຽງພາກສ່ວນດຽວ, ຫລື ມີການຫຍໍ້ຂອງເລື່ອງລາວຂອງນີໄຟເທົ່ານັ້ນ.
45 ຈົ່ງເບິ່ງ, ມີຫລາຍສິ່ງຫລາຍຢ່າງທີ່ຈາລຶກໄວ້ຢູ່ເທິງແຜ່ນຈາລຶກຂອງນີໄຟ ຊຶ່ງໃຫ້ຄວາມເຂົ້າໃຈຫລາຍຂຶ້ນກ່ຽວກັບພຣະກິດຕິຄຸນຂອງເຮົາ; ສະນັ້ນ, ມັນເປັນຄວາມສະຫລຽວສະຫລາດຂອງເຮົາ ທີ່ເຈົ້າຈະແປພາກສ່ວນທຳອິດຂອງອັກຂະລະຂອງນີໄຟ, ແລະ ສົ່ງອອກໄປໃນວຽກງານນີ້.
46 ແລະ, ຈົ່ງເບິ່ງ, ສ່ວນທີ່ເຫລືອຢູ່ທັງໝົດຂອງ ວຽກງານນີ້ ບັນຈຸພາກສ່ວນເຫລົ່ານັ້ນທັງໝົດຂອງ ພຣະກິດຕິຄຸນຂອງເຮົາ ຊຶ່ງບັນດາສາດສະດາຜູ້ບໍລິສຸດຂອງເຮົາ, ແທ້ຈິງແລ້ວ, ແລະ ສານຸສິດຂອງເຮົານຳອີກ, ໄດ້ມີຄວາມ ປາດຖະໜາໃນຄຳອະທິຖານຂອງເຂົາເຈົ້າຢາກໃຫ້ມັນອອກມາສູ່ຄົນພວກນີ້.
47 ແລະ ເຮົາໄດ້ກ່າວກັບເຂົາເຈົ້າວ່າ ມັນຈະຖືກ ມອບໃຫ້ເຂົາເຈົ້າຕາມ ສັດທາໃນຄຳອະທິຖານຂອງເຂົາເຈົ້າ.
48 ແທ້ຈິງແລ້ວ, ແລະ ນີ້ຄືສັດທາຂອງເຂົາເຈົ້າ—ວ່າພຣະກິດຕິຄຸນຂອງເຮົາ, ຊຶ່ງເຮົາໄດ້ມອບໃຫ້ເຂົາເຈົ້າ ເພື່ອເຂົາເຈົ້າຈະໄດ້ສັ່ງສອນໃນວັນເວລາຂອງເຂົາເຈົ້າ ຈະອອກມາຫາພີ່ນ້ອງຂອງເຂົາເຈົ້າ ຊາວເລມັນ, ແລະ ທຸກຄົນທີ່ໄດ້ກາຍເປັນຊາວເລມັນເພາະການແຕກແຍກຂອງພວກເຂົາ.
49 ບັດນີ້, ນີ້ຍັງບໍ່ໝົດ—ສັດທາໃນຄຳອະທິຖານຂອງເຂົາເຈົ້າແມ່ນວ່າ ຄວນເຮັດໃຫ້ພຣະກິດຕິຄຸນນີ້ເປັນທີ່ຮູ້ຈັກນຳອີກ, ຖ້າຫາກເປັນໄປໄດ້ວ່າ ປະຊາຊາດອື່ນຈະມາຄອບຄອງແຜ່ນດິນນີ້;
50 ແລະ ດັ່ງນັ້ນ ເຂົາເຈົ້າໄດ້ໃຫ້ພອນໄວ້ເທິງແຜ່ນດິນນີ້ໃນຄຳອະທິຖານຂອງເຂົາເຈົ້າ, ວ່າຜູ້ໃດກໍຕາມ ທີ່ເຊື່ອໃນພຣະກິດຕິຄຸນນີ້ ໃນແຜ່ນດິນນີ້ຈະມີຊີວິດນິລັນດອນ;
51 ແທ້ຈິງແລ້ວ, ວ່າມັນຈະມີໃຫ້ຢ່າງເປັນອິດສະລະແກ່ຄົນທັງປວງບໍ່ວ່າຈະເປັນປະຊາຊາດໃດ, ຕະກຸນໃດ, ພາສາໃດ ຫລື ຜູ້ຄົນໃດກໍຕາມ.
52 ແລະ ບັດນີ້, ຈົ່ງເບິ່ງ, ຕາມສັດທາໃນຄຳອະທິຖານຂອງເຂົາເຈົ້າ ເຮົາຈະນຳພາກສ່ວນນີ້ຂອງພຣະກິດຕິຄຸນຂອງເຮົາໄປສູ່ຄວາມຮູ້ຂອງຜູ້ຄົນຂອງເຮົາ. ຈົ່ງເບິ່ງ, ເຮົາຈະບໍ່ນຳມັນໄປເພື່ອທຳລາຍສິ່ງທີ່ເຂົາໄດ້ຮັບແລ້ວ, ແຕ່ເພື່ອເສີມສ້າງໃສ່ຕື່ມ.
53 ແລະ ດ້ວຍເຫດນີ້ ເຮົາຈຶ່ງໄດ້ກ່າວວ່າ: ຖ້າຄົນລຸ້ນນີ້ບໍ່ເຮັດໃຈແຂງກະດ້າງ, ແລ້ວເຮົາຈະ ສະຖາປະນາສາດສະໜາຈັກຂອງເຮົາຂຶ້ນໃນທ່າມກາງພວກເຂົາ.
54 ບັດນີ້ ເຮົາບໍ່ໄດ້ກ່າວເລື່ອງນີ້ເພື່ອທຳລາຍສາດສະໜາຈັກຂອງເຮົາ, ແຕ່ເຮົາກ່າວເລື່ອງນີ້ເພື່ອເສີມສ້າງ ສາດສະໜາຈັກຂອງເຮົາ;
55 ສະນັ້ນ, ຜູ້ໃດກໍຕາມທີ່ເປັນຂອງສາດສະໜາຈັກຂອງເຮົາບໍ່ຈຳເປັນຕ້ອງ ຢ້ານ, ເພາະຄົນເຊັ່ນນັ້ນຈະ ໄດ້ຮັບ ອານາຈັກສະຫວັນເປັນມູນມໍລະດົກ.
56 ແຕ່ແມ່ນຄົນທີ່ບໍ່ ຢ້ານກົວເຮົາ, ທັງບໍ່ຮັກສາບັນຍັດຂອງເຮົາ ແຕ່ໄດ້ສ້າງ ສາດສະໜາຈັກຂຶ້ນເພື່ອຫາ ຜົນປະໂຫຍດໃຫ້ແກ່ຕົນເອງ, ແທ້ຈິງແລ້ວ, ແລະ ທຸກຄົນທີ່ເຮັດຄວາມຊົ່ວ ແລະ ສ້າງອານາຈັກຂອງມານຂຶ້ນ—ແທ້ຈິງແລ້ວ, ຕາມຈິງ, ຕາມຈິງແລ້ວ, ເຮົາກ່າວກັບເຈົ້າ, ວ່າເຂົາຄືຜູ້ທີ່ເຮົາຈະລົບກວນ, ແລະ ເຮັດໃຫ້ຕົວສັ່ນ ແລະ ຫວັ່ນໄຫວເຂົ້າໄປຈົນເຖິງໃຈກາງ.
57 ຈົ່ງເບິ່ງ, ເຮົາຄືພຣະເຢຊູຄຣິດ, ພຣະບຸດຂອງພຣະເຈົ້າ. ເຮົາໄດ້ມາຫາຜູ້ຄົນຂອງເຮົາ, ແລະ ຜູ້ຄົນຂອງເຮົາບໍ່ໄດ້ຮັບເອົາເຮົາ.
58 ເຮົາຄື ຄວາມສະຫວ່າງຊຶ່ງສ່ອງແສງຢູ່ໃນຄວາມມືດ, ແລະ ຄວາມມືດບໍ່ເຂົ້າໃຈມັນເລີຍ.
59 ເຮົາຄືຜູ້ທີ່ໄດ້ກ່າວ—ເຮົາມີ ແກະ ອື່ນອີກ ຊຶ່ງບໍ່ເປັນຂອງຝູງນີ້—ກັບສານຸສິດຂອງເຮົາ, ແລະ ຫລາຍຄົນ ແຕ່ບໍ່ມີໃຜ ເຂົ້າໃຈເຮົາ.
60 ແລະ ເຮົາຈະສະແດງໃຫ້ຄົນລຸ້ນນີ້ເຫັນວ່າເຮົາມີແກະອື່ນອີກ, ແລະ ວ່າເຂົາເປັນຕະກຸນໜຶ່ງຂອງ ເຊື້ອສາຍຂອງຢາໂຄບ;
61 ແລະ ເຮົາຈະນຳວຽກງານອັນໜ້າອັດສະຈັນຂອງເຂົາອອກມາສູ່ຄວາມສະຫວ່າງ, ຊຶ່ງເຂົາໄດ້ເຮັດໃນນາມຂອງເຮົາ;
62 ແທ້ຈິງແລ້ວ, ແລະ ເຮົາຈະນຳພຣະກິດຕິຄຸນຂອງເຮົາ ຊຶ່ງປະຕິບັດແກ່ເຂົາອອກມາສູ່ຄວາມສະຫວ່າງນຳອີກ, ແລະ, ຈົ່ງເບິ່ງ, ເຂົາຈະບໍ່ປະຕິເສດສິ່ງທີ່ເຈົ້າໄດ້ຮັບ, ແຕ່ເຂົາຈະເສີມສ້າງມັນຂຶ້ນ, ແລະ ຈະນຳຫລັກທຳຈິງແທ້ຂອງ ຄຳສອນຂອງເຮົາອອກມາສູ່ຄວາມສະຫວ່າງ, ແທ້ຈິງແລ້ວ, ແລະ ຄຳສອນດຽວຊຶ່ງຢູ່ໃນເຮົາ.
63 ແລະ ເຮົາເຮັດສິ່ງນີ້ ເພື່ອເຮົາຈະໄດ້ສະຖາປະນາພຣະກິດຕິຄຸນຂອງເຮົາຂຶ້ນ, ເພື່ອຈະບໍ່ມີການຂັດ ແຍ້ງກັນຫລາຍ; ແທ້ຈິງແລ້ວ, ຊາຕານຈະຍຸຍົງໃຈຂອງຜູ້ຄົນໃຫ້ມີ ການຂັດແຍ້ງກັນກ່ຽວກັບຫລັກທຳຂອງຄຳສອນຂອງເຮົາ; ແລະ ໃນເລື່ອງເຫລົ່ານີ້ເຂົາເຮັດຜິດພາດ, ເພາະເຂົາ ບິດເບືອນຂໍ້ພຣະຄຳພີ ແລະ ບໍ່ເຂົ້າໃຈມັນ.
64 ສະນັ້ນ, ເຮົາຈະເປີດຄວາມລຶກລັບອັນຍິ່ງໃຫຍ່ນີ້ອອກແກ່ເຂົາ;
65 ເພາະ, ຈົ່ງເບິ່ງ, ເຮົາຈະ ເຕົ້າໂຮມເຂົາດັ່ງແມ່ໄກ່ເຕົ້າໂຮມລູກໄກ່ຂອງມັນໄວ້ໃຕ້ປີກຂອງມັນ, ຖ້າ ເຂົາຈະບໍ່ເຮັດໃຈແຂງກະດ້າງ;
66 ແທ້ຈິງແລ້ວ, ຖ້າເຂົາປາດຖະໜາທີ່ຈະມາ, ເຂົາກໍມາໄດ້, ແລະ ຮັບເອົາ ນ້ຳແຫ່ງຊີວິດຢ່າງມີອິດສະລະ.
67 ຈົ່ງເບິ່ງ, ນີ້ຄືຄຳສອນຂອງເຮົາ—ຄົນໃດກໍຕາມທີ່ກັບໃຈ ແລະ ມາຫາເຮົາ, ຄົນໆນັ້ນກໍເປັນ ສາດສະໜາຈັກຂອງເຮົາ.
68 ຄົນໃດກໍຕາມທີ່ ປະກາດຫລາຍກວ່າ ຫລື ໜ້ອຍກວ່ານີ້, ຄົນໆນັ້ນບໍ່ແມ່ນຂອງເຮົາ, ແຕ່ ຕໍ່ຕ້ານເຮົາ; ສະນັ້ນ ເຂົາຈຶ່ງບໍ່ເປັນສາດສະໜາຈັກຂອງເຮົາ.
69 ແລະ ບັດນີ້, ຈົ່ງເບິ່ງ, ຄົນໃດກໍຕາມທີ່ເປັນສາດສະໜາຈັກຂອງເຮົາ, ແລະ ອົດທົນຕໍ່ສາດສະໜາຈັກຂອງເຮົາຈົນເຖິງທີ່ສຸດ, ຄົນໆນັ້ນເຮົາຈະສະຖາປະນາໄວ້ເທິງ ດານຫີນຂອງເຮົາ, ແລະ ປະຕູນະລົກຈະເອົາຊະນະເຂົາບໍ່ໄດ້.
70 ແລະ ບັດນີ້, ຈົ່ງຈື່ຈຳພຣະຄຳຂອງພຣະອົງ ຜູ້ຊຶ່ງເປັນຊີວິດ ແລະ ຄວາມສະຫວ່າງຂອງໂລກ, ພຣະຜູ້ໄຖ່ຂອງເຈົ້າ, ພຣະຜູ້ເປັນເຈົ້າຂອງເຈົ້າ ແລະ ພຣະເຈົ້າຂອງເຈົ້າ. ອາແມນ.