ພາກທີ 101
ການເປີດເຜີຍທີ່ມອບໃຫ້ແກ່ໂຈເຊັບ ສະມິດ ຜູ້ເປັນສາດສະດາ, ທີ່ເມືອງເຄີດແລນ, ລັດໂອໄຮໂອ, ວັນທີ 16 ແລະ 17 ເດືອນທັນວາ, 1833. ໃນເວລານີ້ໄພ່ພົນຂອງພຣະເຈົ້າຜູ້ໄດ້ມາເຕົ້າໂຮມກັນໃນລັດມີເຊີຣີໄດ້ຮັບທຸກທໍລະມານຢ່າງໜັກກັບການຂົ່ມເຫັງ. ກຸ່ມອັນຕະພານໄດ້ຂັບໄລ່ເຂົາເຈົ້າອອກຈາກບ້ານເຮືອນຂອງເຂົາເຈົ້າໃນເຂດແຈ໊ກສັນ; ແລະ ໄພ່ພົນຂອງພຣະເຈົ້າບາງຈຳນວນໄດ້ພະຍາຍາມຕັ້ງຖິ່ນຖານຢູ່ເຂດແວນບູເຣັນ, ເຂດລາຟາແອດ, ແລະ ເຂດເຣ, ແຕ່ການຂົ່ມເຫັງຍັງເກີດຂຶ້ນກັບເຂົາເຈົ້າຢູ່. ໃນຕອນນີ້ໄພ່ພົນຂອງພຣະເຈົ້າສ່ວນໃຫຍ່ແມ່ນຢູ່ໃນເຂດຄະເລ, ລັດມີເຊີຣີ. ການຂູ່ເຂັນວ່າຈະເອົາຊີວິດບາງຄົນໃນສາດສະໜາຈັກແມ່ນມີຫລາຍ. ໄພ່ພົນຂອງພຣະເຈົ້າຢູ່ໃນເຂດແຈ໊ກສັນໄດ້ສູນເສຍເຄື່ອງເຮືອນ, ເຄື່ອງນຸ່ງຫົ່ມ, ສັດລ້ຽງ, ແລະ ຊັບສົມບັດສ່ວນຕົວອື່ນໆ; ແລະ ພືດພັນຂອງເຂົາເຈົ້າກໍໄດ້ຖືກທຳລາຍ.
1–8, ໄພ່ພົນຂອງພຣະເຈົ້າໄດ້ຖືກຕີສອນ ແລະ ເປັນທຸກເພາະການລ່ວງລະເມີດຂອງເຂົາເຈົ້າ; 9–15, ຄວາມເຄືອງແຄ້ນຂອງພຣະຜູ້ເປັນເຈົ້າຈະຕົກໃສ່ເທິງປະຊາຊາດ, ແຕ່ຜູ້ຄົນຂອງພຣະອົງຈະຖືກເຕົ້າໂຮມ ແລະ ໄດ້ຮັບການປອບໂຍນ; 16–21, ຊີໂອນ ແລະ ສະເຕກຂອງນາງຈະຖືກຈັດຕັ້ງຂຶ້ນ; 22–31, ລັກສະນະຂອງຊີວິດລະຫວ່າງພັນປີໄດ້ຖືກບັນຍາຍໄວ້; 32–42, ໄພ່ພົນຂອງພຣະເຈົ້າຈະໄດ້ຮັບພອນ ແລະ ລາງວັນໃນເວລານັ້ນ; 43–62, ຄຳອຸປະມາເລື່ອງເຈົ້ານາຍ ແລະ ຕົ້ນໝາກກອກໝາຍເຖິງຄວາມຫຍຸ້ງຍາກ ແລະ ການໄຖ່ຊີໂອນໃນທີ່ສຸດ; 63–75, ໄພ່ພົນຂອງພຣະເຈົ້າຕ້ອງມາເຕົ້າໂຮມກັນຕໍ່ໄປ; 76–80, ພຣະຜູ້ເປັນເຈົ້າໄດ້ຈັດຕັ້ງກົດລັດຖະທຳມະນູນຂອງສະຫະລັດອາເມຣິກາຂຶ້ນ; 81–101, ໄພ່ພົນຂອງພຣະເຈົ້າຕ້ອງຮ້ອງຂໍໃຫ້ມີການຊົດໃຊ້ສຳລັບຄວາມທຸກໂສກ, ຕາມຄຳອຸປະມາເລື່ອງຍິງຄົນໜຶ່ງ ແລະ ຜູ້ຕັດສິນທີ່ບໍ່ທ່ຽງທຳ.
1 ຕາມຄວາມຈິງແລ້ວ ເຮົາກ່າວກັບພວກເຈົ້າ, ກ່ຽວກັບອ້າຍເອື້ອຍນ້ອງຂອງພວກເຈົ້າ ຜູ້ໄດ້ຮັບທຸກທໍລະມານ, ແລະ ຖືກ ຂົ່ມເຫັງ, ແລະ ຖືກ ຂັບໄລ່ໜີຈາກແຜ່ນດິນທີ່ເປັນມູນມໍລະດົກຂອງພວກເຂົາ—
2 ເຮົາ, ພຣະຜູ້ເປັນເຈົ້າ, ໄດ້ຍອມໃຫ້ ຄວາມທຸກທໍລະມານມາເຖິງພວກເຂົາ, ຊຶ່ງດ້ວຍສິ່ງນັ້ນພວກເຂົາຈຶ່ງໄດ້ຮັບທຸກທໍລະມານ, ອັນເປັນຜົນມາຈາກ ການລ່ວງລະເມີດຂອງພວກເຂົາ;
3 ແຕ່ເຮົາຈະເປັນເຈົ້າຂອງ ຂອງພວກເຂົາ, ແລະ ພວກເຂົາຈະເປັນ ຂອງເຮົາໃນວັນນັ້ນ ເມື່ອເຮົາຈະມາເລືອກເພັດພອຍຂອງເຮົາ.
4 ສະນັ້ນ, ພວກເຂົາຈຳເປັນຕ້ອງຖືກ ຕີສອນ ແລະ ຖືກທົດລອງ, ແມ່ນແຕ່ດັ່ງ ອັບຣາຮາມ, ຜູ້ໄດ້ຖືກບັນຊາໃຫ້ຖວາຍລູກຊາຍຄົນດຽວຂອງລາວ.
5 ເພາະທຸກຄົນທີ່ຈະບໍ່ອົດທົນຕໍ່ການຕີສອນ, ແລະ ປະຕິເສດເຮົາ, ຈະບໍ່ສາມາດຖືກ ຊຳລະໃຫ້ບໍລິສຸດໄດ້.
6 ຈົ່ງເບິ່ງ, ເຮົາກ່າວກັບພວກເຈົ້າວ່າ ມັນມີການໂຕ້ຕອບ, ແລະ ການຂັດແຍ້ງ, ແລະ ການອິດສາບັງບຽດ, ແລະ ການຜິດຖຽງກັນ, ແລະ ຕັນຫາລາມົກ ແລະ ຄວາມມັກໂລບມາກໂລພາຢູ່ໃນບັນດາພວກເຂົາ; ສະນັ້ນໂດຍສິ່ງເຫລົ່ານີ້ພວກເຂົາຈຶ່ງໄດ້ເຮັດໃຫ້ມູນມໍລະດົກຂອງພວກເຂົາເປິເປື້ອນ.
7 ພວກເຂົາຊັກຊ້າໃນການໄດ້ ຍິນສຸລະສຽງຂອງພຣະຜູ້ເປັນເຈົ້າອົງເປັນພຣະເຈົ້າຂອງພວກເຂົາ; ສະນັ້ນ, ພຣະຜູ້ເປັນເຈົ້າອົງເປັນພຣະເຈົ້າຂອງພວກເຂົາ ຈຶ່ງຊັກຊ້າໃນການໄດ້ຍິນຄຳອະທິຖານຂອງພວກເຂົາ, ເພື່ອຕອບພວກເຂົາໃນວັນທີ່ພວກເຂົາມີຄວາມຫຍຸ້ງຍາກ.
8 ໃນວັນທີ່ພວກເຂົາມີສັນຕິສຸກ ພວກເຂົາຖືຄຳແນະນຳຂອງເຮົາເປັນເລື່ອງຫລິ້ນໆ; ແຕ່, ໃນວັນທີ່ພວກເຂົາມີ ຄວາມຫຍຸ້ງຍາກ, ດ້ວຍຄວາມຈຳເປັນພວກເຂົາຈຶ່ງ ຊອກຫາເຮົາ.
9 ຕາມຄວາມຈິງແລ້ວ ເຮົາກ່າວກັບພວກເຈົ້າ, ເຖິງແມ່ນພວກເຂົາມີບາບ, ແຕ່ອຸທອນຂອງເຮົາຍັງເຕັມໄປດ້ວຍ ຄວາມເມດຕາສົງສານຕໍ່ພວກເຂົາ. ເຮົາຈະບໍ່ ຂັບໄລ່ພວກເຂົາອອກໄປ; ແລະ ໃນວັນແຫ່ງ ພຣະພິໂລດຂອງເຮົາ, ເຮົາຈະລະນຶກເຖິງຄວາມເມດຕາ.
10 ເຮົາໄດ້ສາບານ, ແລະ ອອກຄຳສັ່ງໄປແລ້ວໂດຍບັນຍັດກ່ອນໜ້ານີ້ ຊຶ່ງເຮົາໄດ້ມອບໃຫ້ພວກເຈົ້າ, ວ່າເຮົາຈະໃຫ້ ດາບແຫ່ງຄວາມເຄືອງແຄ້ນຂອງເຮົາລົງມາຕໍ່ສູ້ແທນຜູ້ຄົນຂອງເຮົາ; ແລະ ແມ່ນແຕ່ດັ່ງທີ່ເຮົາໄດ້ກ່າວໄວ້, ມັນຈະບັງເກີດຂຶ້ນ.
11 ບໍ່ດົນຄວາມເຄືອງແຄ້ນຂອງເຮົາຈະຖອກເທລົງມາເທິງປະຊາຊາດທັງປວງຈົນວັດແທກບໍ່ໄດ້; ແລະ ເຮົາຈະເຮັດສິ່ງນີ້ເມື່ອຈອກແຫ່ງຄວາມຊົ່ວຮ້າຍຂອງພວກເຂົາ ເຕັມປ່ຽມ.
12 ແລະ ໃນວັນນັ້ນ ຄົນທັງປວງທີ່ຖືກພົບເຫັນຢູ່ເທິງ ປ້ອມຍາມ, ຫລື ອີກຄຳໜຶ່ງ, ອິດສະຣາເອນທັງໝົດຂອງເຮົາ, ຈະລອດ.
13 ແລະ ຜູ້ທີ່ກະຈັດກະຈາຍໄປຈະຖືກ ເຕົ້າໂຮມເຂົ້າກັນ.
14 ແລະ ທຸກຄົນທີ່ ໂສກເສົ້າຈະຖືກປອບໂຍນ.
15 ແລະ ທຸກຄົນທີ່ໄດ້ສະລະ ຊີວິດຂອງພວກເຂົາເພື່ອນາມຂອງເຮົາຈະໄດ້ຮັບການສວມມົງກຸດ.
16 ສະນັ້ນ, ຈົ່ງສະບາຍໃຈເຖີດກ່ຽວກັບຊີໂອນ; ເພາະວ່າເນື້ອໜັງທັງປວງຢູ່ໃນ ມືຂອງເຮົາ; ຈົ່ງສະຫງົບ ແລະ ຮູ້ວ່າເຮົາຄືພຣະເຈົ້າ.
17 ຊີໂອນຈະບໍ່ຖືກຍ້າຍອອກໄປຈາກບ່ອນຂອງນາງ, ເຖິງແມ່ນວ່າລູກຫລານຂອງນາງຈະກະຈັດກະຈາຍໄປກໍຕາມ.
18 ຜູ້ທີ່ເຫລືອຢູ່, ແລະ ມີໃຈບໍລິສຸດ, ຈະກັບຄືນມາ, ແລະ ມາຫາ ມູນມໍລະດົກຂອງພວກເຂົາ, ພວກເຂົາ ແລະ ລູກຫລານຂອງພວກເຂົາ, ດ້ວຍ ເພງແຫ່ງຄວາມສຸກອັນເປັນນິດ, ເພື່ອ ເສີມສ້າງແຜ່ນດິນທີ່ຮົກຮ້າງຂອງຊີໂອນຂຶ້ນໃໝ່—
19 ແລະ ສິ່ງເຫລົ່ານີ້ທັງໝົດ [ຈະເກີດຂຶ້ນ] ເພື່ອວ່າຖ້ອຍຄຳຂອງສາດສະດາຈະສຳເລັດຄົບຖ້ວນ.
20 ແລະ, ຈົ່ງເບິ່ງ, ບໍ່ມີ ສະຖານທີ່ອື່ນໃດທີ່ໄດ້ຖືກກຳນົດໄວ້ ທີ່ນອກເໜືອໄປຈາກສະຖານທີ່ທີ່ເຮົາໄດ້ກຳນົດໄວ້ໃຫ້; ທັງຈະບໍ່ມີສະຖານທີ່ອື່ນໃດທີ່ຈະຖືກກຳນົດໄວ້ ທີ່ນອກເໜືອໄປຈາກສະຖານທີ່ ທີ່ເຮົາກຳນົດໄວ້, ເພື່ອວຽກງານຂອງການເຕົ້າໂຮມໄພ່ພົນຂອງພຣະເຈົ້າ—
21 ຈົນກວ່າວັນນັ້ນຈະມາເຖິງ ເມື່ອຈະຖືກພົບວ່າບໍ່ມີບ່ອນວ່າງສຳລັບພວກເຂົາອີກ; ແລະ ຈາກນັ້ນ ເຮົາໄດ້ມີບ່ອນອື່ນ ຊຶ່ງເຮົາຈະກຳນົດໄວ້ໃຫ້ພວກເຂົາ, ແລະ ສະຖານທີ່ເຫລົ່ານັ້ນຈະຖືກເອີ້ນວ່າ ສະເຕກ, ເພື່ອເປັນຜ້າມຸງ ຫລື ເປັນພະລັງຂອງຊີໂອນ.
22 ຈົ່ງເບິ່ງ, ມັນເປັນຄວາມປະສົງຂອງເຮົາ, ທີ່ຜູ້ຄົນທັງປວງທີ່ເອີ້ນຫານາມຂອງເຮົາ, ແລະ ນະມັດສະການ ເຮົາຕາມພຣະກິດຕິຄຸນອັນເປັນນິດຂອງເຮົາ, ຄວນ ເຕົ້າໂຮມກັນ, ແລະ ຢືນຢູ່ໃນສະຖານທີ່ສັກສິດ;
23 ແລະ ຕຽມສຳລັບການເປີດເຜີຍຊຶ່ງຈະມາເຖິງ, ເມື່ອ ມ່ານທີ່ເປັນເຄື່ອງຄຸມຂອງພຣະວິຫານຂອງເຮົາ, ໃນສະຖານທີ່ນະມັດສະການຂອງເຮົາ, ຊຶ່ງເຊື່ອງແຜ່ນດິນໂລກໄວ້ຢູ່, ຈະຖືກເອົາອອກໄປ, ແລະ ເນື້ອໜັງທັງປວງຈະໄດ້ ເຫັນເຮົາພ້ອມກັນ.
24 ແລະ ທຸກສິ່ງທີ່ ເສື່ອມໂຊມ, ທັງມະນຸດ, ຫລື ສັດສາວາສິ່ງຢູ່ໃນທົ່ງ, ຫລື ຝູງນົກໃນຟ້າສະຫວັນ, ຫລື ປາໃນທະເລ, ທີ່ອາໄສຢູ່ໃນຜືນແຜ່ນດິນໂລກ, ຈະຖືກ ເຜົາຜານ;
25 ແລະ ທາດຕ່າງໆຈະ ລະລາຍດ້ວຍຄວາມຮ້ອນອັນແຮງກ້ານຳອີກ; ແລະ ທຸກສິ່ງຈະກັບ ໃໝ່, ເພື່ອວ່າຄວາມຮູ້ ແລະ ລັດສະໝີພາບຂອງເຮົາຈະປະທັບຢູ່ທົ່ວແຜ່ນດິນໂລກ.
26 ແລະ ໃນວັນນັ້ນ ຄວາມກຽດຊັງຂອງມະນຸດ, ແລະ ຄວາມກຽດຊັງຂອງສັດສາວາສິ່ງ, ແທ້ຈິງແລ້ວ, ຄວາມກຽດຊັງຂອງເນື້ອໜັງທັງປວງຈະ ໝົດໄປຢູ່ຕໍ່ໜ້າເຮົາ.
27 ແລະ ໃນວັນນັ້ນ ສິ່ງໃດກໍຕາມທີ່ມະນຸດຈະທູນຂໍ, ມັນຈະຖືກມອບໃຫ້ແກ່ເຂົາ.
28 ແລະ ໃນວັນນັ້ນ ຊາຕານຈະບໍ່ມີອຳນາດທີ່ຈະລໍ້ລວງມະນຸດຄົນໃດ.
29 ແລະ ຈະບໍ່ມີ ຄວາມໂສກເສົ້າ ເພາະບໍ່ມີຄວາມຕາຍ.
30 ໃນວັນນັ້ນ ເດັກແດງທາລົກຈະບໍ່ຕາຍຈົນກວ່າເຂົາຈະແກ່ເຖົ້າ; ແລະ ຊີວິດຂອງເຂົາຈະເປັນດັ່ງອາຍຸຂອງຕົ້ນໄມ້;
31 ແລະ ເມື່ອເຂົາຕາຍ, ເຂົາຈະບໍ່ຫລັບໄປ, ນັ້ນໝາຍເຖິງໃນດິນ, ແຕ່ຈະຖືກ ປ່ຽນໄປໃນພິບຕາດຽວ, ແລະ ຈະຖືກ ຍົກຂຶ້ນໄປ, ແລະ ຄວາມພັກຜ່ອນຂອງເຂົາຈະຮຸ່ງເຫລື້ອມ.
32 ແທ້ຈິງແລ້ວ, ຕາມຄວາມຈິງ ເຮົາກ່າວກັບພວກເຈົ້າວ່າ ໃນ ວັນນັ້ນ ເມື່ອພຣະຜູ້ເປັນເຈົ້າຈະສະເດັດມາ, ພຣະອົງຈະ ເປີດເຜີຍທຸກສິ່ງທັງປວງ—
33 ສິ່ງທີ່ຜ່ານມາ, ແລະ ສິ່ງລີ້ລັບຊຶ່ງບໍ່ມີຄົນໃດຮູ້, ສິ່ງທີ່ກ່ຽວກັບແຜ່ນດິນໂລກ, ຊຶ່ງໂດຍສິ່ງນັ້ນພຣະອົງໄດ້ສ້າງມັນຂຶ້ນ, ແລະ ຈຸດປະສົງ ແລະ ເປົ້າໝາຍຂອງມັນ—
34 ສິ່ງທີ່ລ້ຳຄ່າທີ່ສຸດ, ສິ່ງທີ່ຢູ່ເບື້ອງເທິງ ແລະ ສິ່ງທີ່ຢູ່ເບື້ອງລຸ່ມ, ແລະ ສິ່ງທີ່ຢູ່ໃນແຜ່ນດິນໂລກ, ແລະ ສິ່ງທີ່ຢູ່ເທິງແຜ່ນດິນໂລກ, ແລະ ໃນຟ້າສະຫວັນ.
35 ແລະ ທຸກຄົນທີ່ທົນກັບ ການຂົ່ມເຫັງເພື່ອນາມຂອງເຮົາ, ແລະ ອົດທົນດ້ວຍສັດທາ, ເຖິງແມ່ນພວກເຂົາໄດ້ຖືກເອີ້ນໃຫ້ມອບຊີວິດຂອງພວກເຂົາເພື່ອ ເຫັນແກ່ເຮົາ, ພວກເຂົາຈະຍັງໄດ້ຮັບລັດສະໝີພາບນີ້ທັງໝົດ.
36 ດັ່ງນັ້ນ, ຢ່າສູ່ຢ້ານ ແມ່ນແຕ່ຈົນເຖິງແກ່ ຄວາມຕາຍ; ເພາະໃນໂລກນີ້ ຄວາມສຸກຂອງພວກເຈົ້າບໍ່ ບໍລິບູນ, ແຕ່ໃນເຮົາຄວາມສຸກຂອງພວກເຈົ້າບໍລິບູນ.
37 ສະນັ້ນ, ຢ່າເປັນຫ່ວງກັບຮ່າງກາຍ, ຫລື ຊີວິດຂອງຮ່າງກາຍ; ແຕ່ໃຫ້ເປັນຫ່ວງກັບ ຈິດວິນຍານ, ແລະ ກັບຊີວິດຂອງຈິດວິນຍານ.
38 ແລະ ຈົ່ງ ສະແຫວງຫາພຣະພັກຂອງພຣະຜູ້ເປັນເຈົ້າສະເໝີໄປ, ເພື່ອວ່າໃນ ຄວາມອົດທົນ ພວກເຈົ້າຈະໄດ້ຄອບຄອງຈິດວິນຍານຂອງພວກເຈົ້າ, ແລະ ພວກເຈົ້າຈະມີຊີວິດນິລັນດອນ.
39 ເມື່ອມະນຸດຖືກເອີ້ນໃຫ້ມາສູ່ ພຣະກິດຕິຄຸນອັນເປັນນິດຂອງເຮົາ, ແລະ ເຮັດພັນທະສັນຍາດ້ວຍພັນທະສັນຍາອັນເປັນນິດ, ແລ້ວພວກເຂົາຖືກນັບວ່າເປັນ ເກືອຂອງແຜ່ນດິນໂລກ ແລະ ເປັນລົດເຄັມຂອງມະນຸດ;
40 ພວກເຂົາຖືກເອີ້ນໃຫ້ເປັນລົດເຄັມຂອງມະນຸດ; ສະນັ້ນ, ຖ້າຫາກເກືອຂອງແຜ່ນດິນໂລກໝົດລົດເຄັມຂອງມັນ, ຈົ່ງເບິ່ງ, ຕໍ່ຈາກນັ້ນໄປມັນບໍ່ມີປະໂຫຍດອັນໃດເລີຍ, ແຕ່ຈະຖືກໂຍນຖິ້ມໃຫ້ຄົນຢຽບຍ່ຳເທົ່ານັ້ນ.
41 ຈົ່ງເບິ່ງ, ນີ້ຄືປັນຍາ ກ່ຽວກັບລູກຫລານຂອງຊີໂອນ, ແມ່ນແຕ່ຫລາຍຄົນ, ແຕ່ບໍ່ແມ່ນທັງໝົດ; ພວກເຂົາຖືກພົບວ່າເປັນຜູ້ລ່ວງລະເມີດ, ສະນັ້ນ ພວກເຂົາຈຳຕ້ອງຖືກ ຕີສອນ—
42 ຄົນທີ່ ຍົກຕົນເອງຂຶ້ນຈະຖືກເຮັດໃຫ້ຕ່ຳລົງ, ແລະ ຄົນທີ່ ຖ່ອມຕົວ ຈະຖືກເຮັດໃຫ້ສູງສົ່ງ.
43 ແລະ ບັດນີ້, ເຮົາຈະເລົ່າຄຳອຸປະມາເລື່ອງໜຶ່ງໃຫ້ພວກເຈົ້າຟັງ, ເພື່ອວ່າພວກເຈົ້າຈະຮູ້ຄວາມປະສົງຂອງເຮົາກ່ຽວກັບການໄຖ່ຊີໂອນ.
44 ເຈົ້ານາຍຄົນໜຶ່ງມີທີ່ດິນຢູ່ຕອນໜຶ່ງທີ່ດີເລີດ; ແລະ ລາວໄດ້ກ່າວກັບຄົນໃຊ້ຂອງລາວວ່າ: ຈົ່ງໄປຍັງ ສວນອະງຸ່ນຂອງເຮົາ, ແມ່ນແຕ່ໃນດິນບ່ອນທີ່ດີເລີດບ່ອນນີ້, ແລະ ໃຫ້ປູກຕົ້ນໝາກກອກສິບສອງຕົ້ນ;
45 ແລະ ໃຫ້ວາງ ຄົນຍາມໄວ້ໂດຍຮອບ, ແລະ ສ້າງປ້ອມຍາມ, ເພື່ອວ່າຄົນໜຶ່ງຈະສາມາດຫລຽວເຫັນທົ່ວທີ່ດິນບ່ອນນັ້ນ, ເພື່ອເປັນຄົນຍາມຢູ່ເທິງປ້ອມຍາມ, ເພື່ອວ່າຕົ້ນໝາກກອກຂອງເຮົາຈະບໍ່ຖືກໂຄ່ນລົງ ເມື່ອສັດຕູມາເພື່ອທຳລາຍ ແລະ ເອົາໝາກຜົນໄປຈາກສວນອະງຸ່ນຂອງເຮົາ.
46 ບັດນີ້, ຄົນໃຊ້ຂອງເຈົ້ານາຍຄົນນັ້ນໄດ້ອອກໄປ ແລະ ເຮັດດັ່ງທີ່ເຈົ້ານາຍຂອງພວກເຂົາໄດ້ບັນຊາ, ແລະ ໄດ້ປູກຕົ້ນໝາກກອກ, ແລະ ໄດ້ສ້າງຮົ້ວອ້ອມຕົ້ນໝາກກອກໄວ້, ແລະ ໄດ້ຈັດໃຫ້ມີຄົນຍາມ, ແລະ ໄດ້ເລີ່ມຕົ້ນສ້າງປ້ອມຍາມ.
47 ແລະ ໃນຂະນະທີ່ພວກເຂົາພວມວາງຮາກຖານຢູ່ນັ້ນ, ພວກເຂົາໄດ້ເລີ່ມຕົ້ນກ່າວໃນບັນດາພວກເຂົາເອງວ່າ: ແລະ ເປັນຫຍັງນາຍຂອງພວກເຮົາຈຶ່ງຕ້ອງການປ້ອມຍາມນີ້?
48 ແລະ ໄດ້ປຶກສາກັນເປັນເວລາດົນນານ, ໂດຍໄດ້ກ່າວໃນບັນດາພວກເຂົາເອງວ່າ: ເປັນຫຍັງນາຍຂອງພວກເຮົາຈຶ່ງຕ້ອງການປ້ອມຍາມນີ້, ໃນເມື່ອເຫັນໄດ້ວ່າ ນີ້ເປັນເວລາທີ່ສະຫງົບສຸກ?
49 ເງິນເຫລົ່ານີ້ຄວນເອົາໄປໄວ້ກັບຜູ້ແລກປ່ຽນບໍ່ແມ່ນບໍ? ເພາະບໍ່ມີຄວາມຕ້ອງການສິ່ງເຫລົ່ານີ້.
50 ແລະ ໃນຂະນະທີ່ພວກເຂົາຂັດແຍ້ງກັນຢູ່ນັ້ນ ພວກເຂົາກາຍເປັນຄົນກຽດຄ້ານ, ແລະ ພວກເຂົາບໍ່ໄດ້ເຊື່ອຟັງຕາມຄຳບັນຊາຂອງເຈົ້ານາຍຂອງພວກເຂົາ.
51 ແລະ ສັດຕູໄດ້ມາໃນຕອນກາງຄືນ, ແລະ ໄດ້ໂຄ່ນ ຮົ້ວລົງ; ແລະ ຄົນໃຊ້ຂອງເຈົ້ານາຍໄດ້ຕື່ນຂຶ້ນ ແລະ ມີຄວາມຢ້ານກົວ, ແລະ ໄດ້ແລ່ນໜີໄປ; ແລະ ສັດຕູໄດ້ທຳລາຍວຽກງານຂອງພວກເຂົາ, ແລະ ໂຄ່ນຕົ້ນໝາກກອກລົງ.
52 ບັດນີ້, ຈົ່ງເບິ່ງ, ເຈົ້ານາຍ, ເຈົ້າຂອງສວນອະງຸ່ນ, ໄດ້ເອີ້ນຄົນໃຊ້ຂອງລາວມາ, ແລະ ໄດ້ກ່າວກັບພວກເຂົາວ່າ, ເປັນຫຍັງ! ແມ່ນຫຍັງທີ່ເປັນສາເຫດຂອງຄວາມຊົ່ວຮ້າຍອັນໃຫຍ່ຫລວງນີ້?
53 ພວກເຈົ້າບໍ່ຄວນບໍ ທີ່ຈະເຮັດດັ່ງທີ່ເຮົາໄດ້ບັນຊາພວກເຈົ້າ, ແລະ—ຫລັງຈາກພວກເຈົ້າໄດ້ປູກສວນອະງຸ່ນ, ແລະ ໄດ້ສ້າງຮົ້ວອ້ອມມັນແລ້ວ, ແລະ ໄດ້ຈັດໃຫ້ມີຄົນຍາມກຳແພງນັ້ນໄວ້—ທັງໄດ້ສ້າງປ້ອມຍາມນຳອີກ, ແລະ ໄດ້ຈັດໃຫ້ມີຄົນຍາມຢູ່ເທິງປ້ອມຍາມນັ້ນ, ແລະ ເຝົ້າຍາມສວນອະງຸ່ນຂອງເຮົາ, ແລະ ບໍ່ໃຫ້ເຊືອບຫລັບໄປ, ຖ້າບໍ່ດັ່ງນັ້ນ ສັດຕູຈະມາໂຈມຕີພວກເຈົ້າ?
54 ແລະ ຈົ່ງເບິ່ງ, ຄົນຍາມຢູ່ເທິງປ້ອມຍາມຕ້ອງຫລຽວເຫັນສັດຕູໃນຂະນະທີ່ເຂົາຍັງຢູ່ໄກ; ແລະ ເມື່ອນັ້ນພວກເຈົ້າຈະໄດ້ຕຽມພ້ອມ ແລະ ບໍ່ໃຫ້ສັດຕູໂຄ່ນຮົ້ວນັ້ນລົງ, ແລະ ຮັກສາສວນອະງຸ່ນຂອງເຮົາຈາກເງື້ອມມືຂອງຜູ້ທຳລາຍ.
55 ແລະ ເຈົ້ານາຍຂອງສວນອະງຸ່ນໄດ້ກ່າວກັບຄົນໃຊ້ຄົນໜຶ່ງຂອງລາວວ່າ: ຈົ່ງໄປ ແລະ ເຕົ້າໂຮມຄົນໃຊ້ທີ່ເຫລືອຢູ່ຂອງເຮົາ, ແລະ ນຳກຳລັງ ທັງໝົດຂອງຄົວເຮືອນຂອງເຮົາໄປ, ຊຶ່ງຄືນັກຮົບຂອງເຮົາ, ຊາຍໜຸ່ມຂອງເຮົາ, ແລະ ຄົນໃນໄວກາງອາຍຸນຳອີກໃນບັນດາຄົນໃຊ້ທັງໝົດຂອງເຮົາ, ຜູ້ເປັນກຳລັງຂອງຄົວເຮືອນຂອງເຮົາ, ຍົກເວັ້ນແຕ່ຄົນເຫລົ່ານັ້ນຜູ້ທີ່ເຮົາໄດ້ກຳນົດໃຫ້ຢູ່ຕໍ່ໄປ;
56 ແລະ ໃຫ້ພວກເຈົ້າໄປຍັງທີ່ດິນສວນອະງຸ່ນຂອງເຮົາທັນທີ, ແລະ ໄຖ່ສວນອະງຸ່ນຂອງເຮົາ; ເພາະມັນເປັນຂອງເຮົາ; ເຮົາໄດ້ຊື້ມັນມາດ້ວຍເງິນ.
57 ສະນັ້ນ, ພວກເຈົ້າຈົ່ງເຂົ້າໄປຫາທີ່ດິນຂອງເຮົາທັນທີ; ໃຫ້ພັງກຳແພງຂອງສັດຕູຂອງເຮົາ; ທຳລາຍປ້ອມຍາມຂອງພວກເຂົາລົງ, ແລະ ເຮັດໃຫ້ຄົນຍາມຂອງພວກເຂົາແຕກກະຈັດກະຈາຍໄປ.
58 ແລະ ຕາບໃດທີ່ພວກເຂົາຮວມຕົວກັນຕໍ່ສູ້ພວກເຈົ້າ, ຈົ່ງ ແກ້ແຄ້ນສັດຕູຂອງເຮົາໃຫ້ເຮົາ, ເພື່ອວ່າໃນບໍ່ດົນເຮົາຈະມາພ້ອມກັບພວກທີ່ເຫລືອຢູ່ໃນບ້ານຂອງເຮົາ ແລະ ຄອບຄອງທີ່ດິນ.
59 ແລະ ຄົນໃຊ້ໄດ້ກ່າວກັບເຈົ້ານາຍຂອງເຂົາວ່າ: ເມື່ອໃດສິ່ງເຫລົ່ານີ້ຈະເກີດຂຶ້ນ?
60 ແລະ ລາວໄດ້ກ່າວກັບຄົນໃຊ້ຂອງລາວວ່າ: ເມື່ອເຮົາປະສົງ; ເຈົ້າຈົ່ງໄປທັນທີ ແລະ ເຮັດທຸກສິ່ງທັງປວງ ບໍ່ວ່າອັນໃດກໍຕາມທີ່ເຮົາໄດ້ບັນຊາເຈົ້າ;
61 ແລະ ນີ້ຈະເປັນຕາປະທັບ ແລະ ເປັນພອນເທິງເຈົ້າ—ຜູ້ພິທັກຮັກສາທີ່ຊື່ສັດ ແລະ ສະຫລາດ ໃນທ່າມກາງບ້ານຂອງເຮົາ, ຜູ້ປົກຄອງໃນອານາຈັກຂອງເຮົາ.
62 ແລະ ຄົນໃຊ້ຂອງລາວໄດ້ອອກໄປທັນທີ, ແລະ ໄດ້ເຮັດທຸກສິ່ງທັງປວງ ບໍ່ວ່າອັນໃດກໍຕາມທີ່ເຈົ້ານາຍຂອງເຂົາໄດ້ບັນຊາເຂົາ; ແລະ ຫລັງຈາກຫລາຍວັນ ທຸກສິ່ງທັງປວງຍ່ອມສຳເລັດ.
63 ອີກເທື່ອໜຶ່ງ, ຕາມຄວາມຈິງແລ້ວ ເຮົາກ່າວກັບພວກເຈົ້າວ່າ ເຮົາຈະສະແດງຄວາມສະຫລຽວສະຫລາດຂອງເຮົາໃຫ້ພວກເຈົ້າເຫັນກ່ຽວກັບໜ່ວຍທັງໝົດຂອງສາດສະໜາຈັກ, ຕາບໃດທີ່ພວກເຂົາເຕັມໃຈຮັບການແນະນຳໃນວິທີທີ່ຖືກຕ້ອງ ແລະ ເໝາະສົມສຳລັບຄວາມລອດຂອງພວກເຂົາ—
64 ເພື່ອວ່າວຽກງານແຫ່ງການເຕົ້າໂຮມໄພ່ພົນຂອງເຮົາຈະສືບຕໍ່ໄປ, ເພື່ອວ່າເຮົາຈະໄດ້ສ້າງພວກເຂົາຂຶ້ນສຳລັບນາມຂອງເຮົາໃນ ບ່ອນທີ່ສັກສິດ; ເພາະເວລາແຫ່ງ ການເກັບກ່ຽວມາເຖິງແລ້ວ, ແລະ ຄຳຂອງເຮົາຈຳເປັນຕ້ອງ ສຳເລັດຄົບຖ້ວນ.
65 ສະນັ້ນ, ເຮົາຕ້ອງເຕົ້າໂຮມຜູ້ຄົນຂອງເຮົາ, ຕາມຄຳອຸປະມາເລື່ອງເຂົ້າເປືອກ ແລະ ເຂົ້ານົກ, ເພື່ອວ່າເຂົ້າເປືອກຈະຖືກເກັບໄວ້ຢູ່ໃນເລົ້າເພື່ອຈະໄດ້ມີຊີວິດນິລັນດອນ, ແລະ ໄດ້ຮັບການສວມມົງກຸດ ດ້ວຍລັດສະໝີພາບຂອງ ຊັ້ນສູງ, ເມື່ອເຮົາຈະມາໃນອານາຈັກຂອງພຣະບິດາຂອງເຮົາ ເພື່ອມອບລາງວັນໃຫ້ແກ່ທຸກໆຄົນຕາມທີ່ວຽກງານຂອງເຂົາຈະເປັນໄປ;
66 ໃນຂະນະທີ່ເຂົ້ານົກຈະຖືກເຕົ້າໂຮມໄວ້ເປັນມັດໆ, ແລະ ສາຍຮັດຂອງມັນຖືກເຮັດໃຫ້ແໜ້ນໜາ, ເພື່ອວ່າມັນຈະຖືກ ເຜົາດ້ວຍໄຟທີ່ບໍ່ຮູ້ມອດ.
67 ສະນັ້ນ, ເຮົາຈະມອບບັນຍັດຂໍ້ໜຶ່ງໃຫ້ແກ່ໜ່ວຍທັງໝົດຂອງສາດສະໜາຈັກ, ວ່າພວກເຂົາຈະມາເຕົ້າໂຮມກັນຕໍ່ໄປຢູ່ໃນສະຖານທີ່ ທີ່ເຮົາໄດ້ກຳນົດໄວ້.
68 ເຖິງຢ່າງໃດກໍຕາມ, ດັ່ງທີ່ເຮົາໄດ້ກ່າວກັບພວກເຈົ້າໃນບັນຍັດຂໍ້ທີ່ຜ່ານມາ, ຢ່າໃຫ້ການ ເຕົ້າໂຮມຂອງພວກເຈົ້າເປັນໄປຢ່າງຟ້າວຟັ່ງ, ຫລື ປົບໜີໄປ; ແຕ່ໃຫ້ທຸກສິ່ງທັງປວງຖືກຈັດຕຽມໄວ້ກ່ອນໜ້າພວກເຈົ້າ.
69 ແລະ ເພື່ອໃຫ້ທຸກສິ່ງທັງປວງຖືກຈັດຕຽມໄວ້ກ່ອນໜ້າພວກເຈົ້າ, ຈົ່ງຍຶດຖືບັນຍັດທີ່ເຮົາໄດ້ມອບໃຫ້ກ່ຽວກັບສິ່ງເຫລົ່ານີ້—
70 ຊຶ່ງກ່າວ, ຫລື ສິດສອນ, ໃຫ້ ຊື້ທີ່ດິນທັງໝົດດ້ວຍເງິນ, ຊຶ່ງສາມາດຊື້ໄດ້ດ້ວຍເງິນ, ໃນພາກພື້ນທີ່ອ້ອມຮອບ ຊຶ່ງເຮົາໄດ້ກຳນົດໄວ້ໃຫ້ເປັນແຜ່ນດິນຊີໂອນ, ເພື່ອການເລີ່ມຕົ້ນຂອງການເຕົ້າໂຮມໄພ່ພົນຂອງເຮົາ;
71 ທີ່ດິນທັງໝົດຊຶ່ງສາມາດຊື້ໄດ້ໃນເຂດແຈ໊ກສັນ, ແລະ ໃນເຂດອ້ອມແອ້ມ, ແລະ ປ່ອຍສ່ວນທີ່ເຫລືອຢູ່ໄວ້ໃນມືຂອງເຮົາ.
72 ບັດນີ້, ຕາມຄວາມຈິງແລ້ວ ເຮົາກ່າວກັບພວກເຈົ້າວ່າ ໃຫ້ໜ່ວຍທັງໝົດຂອງສາດສະໜາຈັກຮິບໂຮມ ເງິນທັງໝົດຂອງພວກເຂົາເຂົ້າກັນ; ໃຫ້ສິ່ງເຫລົ່ານີ້ເປັນໄປຕາມເວລາທີ່ເໝາະສົມ, ແຕ່ບໍ່ແມ່ນຢ່າງ ຟ້າວຟັ່ງ; ແລະ ໃຫ້ເບິ່ງວ່າທຸກສິ່ງທັງປວງຖືກຈັດຕຽມໄວ້ກ່ອນໜ້າພວກເຈົ້າ.
73 ແລະ ໃຫ້ກຳນົດຊາຍທີ່ໜ້າຍົກຍ້ອງ, ແມ່ນແຕ່ຄົນສະຫລາດ, ແລະ ສົ່ງພວກເຂົາໄປຊື້ທີ່ດິນເຫລົ່ານັ້ນ.
74 ແລະ ໜ່ວຍຕ່າງໆຂອງສາດສະໜາຈັກໃນດິນແດນທາງພາກຕາເວັນອອກ, ເມື່ອມັນຖືກສ້າງຂຶ້ນ, ຖ້າຫາກພວກເຂົາຈະເຊື່ອຟັງຄຳແນະນຳນີ້ ພວກເຂົາຈະຊື້ທີ່ດິນ ແລະ ມາເຕົ້າໂຮມກັນຢູ່ທີ່ນັ້ນ; ແລະ ໃນວິທີນີ້ພວກເຂົາຈະໄດ້ສະຖາປະນາຊີໂອນຂຶ້ນ.
75 ເຖິງແມ່ນແຕ່ຕອນນີ້ກໍມີພຽງພໍແລ້ວທີ່ຈະສະສົມໄວ້, ແທ້ຈິງແລ້ວ, ແມ່ນແຕ່ມີຢ່າງຫລວງຫລາຍ, ທີ່ຈະໄຖ່ຊີໂອນ, ແລະ ສະຖາປະນາແຜ່ນດິນທີ່ຮົກຮ້າງຂອງນາງ, ທີ່ຈະບໍ່ຖືກໂຄ່ນລົງອີກ, ຖ້າຫາກໜ່ວຍຕ່າງໆຂອງສາດສະໜາຈັກ, ຜູ້ເອີ້ນຕົນເອງຕາມນາມຂອງເຮົາ, ເຕັມໃຈເຊື່ອຟັງສຽງຂອງເຮົາ.
76 ແລະ ອີກເທື່ອໜຶ່ງ ເຮົາກ່າວກັບພວກເຈົ້າວ່າ ຜູ້ທີ່ຖືກສັດຕູຂອງພວກເຂົາເຮັດໃຫ້ກະຈັດກະຈາຍໄປ, ມັນເປັນຄວາມປະສົງຂອງເຮົາທີ່ພວກເຂົາຈະຮ້ອງຂໍໃຫ້ມີການຊົດໃຊ້, ແລະ ການໄຖ່, ໂດຍມືຂອງຄົນເຫລົ່ານັ້ນທີ່ໄດ້ຮັບການແຕ່ງຕັ້ງໃຫ້ເປັນຜູ້ປົກຄອງ ແລະ ມີສິດອຳນາດເໜືອພວກເຈົ້າ—
77 ຕາມກົດ ແລະ ລັດຖະທຳມະນູນຂອງຜູ້ຄົນ, ຊຶ່ງເຮົາໄດ້ຍອມໃຫ້ຖືກຈັດຕັ້ງຂຶ້ນ, ແລະ ຄວນຖືກຮັກສາໄວ້ເພື່ອ ສິດທິ ແລະ ການຄຸ້ມຄອງເນື້ອໜັງທັງປວງ, ຕາມຫລັກທຳທີ່ທ່ຽງທຳ ແລະ ສັກສິດ;
78 ເພື່ອວ່າມະນຸດທຸກໆຄົນຈະໄດ້ກະທຳໃນຄຳສອນ ແລະ ຫລັກທຳກ່ຽວກັບອະນາຄົດ, ຕາມ ອຳເພີໃຈອັນຊອບທຳ ຊຶ່ງເຮົາໄດ້ມອບໃຫ້ແກ່ເຂົາ, ເພື່ອວ່າມະນຸດທຸກຄົນຈະ ຮັບຜິດຊອບຕໍ່ບາບຂອງຕົນເອງໃນວັນແຫ່ງ ການພິພາກສາ.
79 ສະນັ້ນ, ມັນຈຶ່ງບໍ່ຖືກຕ້ອງທີ່ມະນຸດຄົນໃດຈະຢູ່ໃນຄວາມເປັນທາດຂອງຄົນອື່ນ.
80 ແລະ ເພື່ອຈຸດປະສົງນີ້ ເຮົາຈຶ່ງໄດ້ຈັດຕັ້ງກົດ ລັດຖະທຳມະນູນຂອງແຜ່ນດິນນີ້, ໂດຍມືຂອງຄົນທີ່ສະຫລາດ ຊຶ່ງເຮົາໄດ້ຍົກຂຶ້ນເພື່ອຈຸດປະສົງນີ້ເອງ, ແລະ ໄດ້ໄຖ່ແຜ່ນດິນໂດຍ ການນອງເລືອດ.
81 ບັດນີ້, ເຮົາຈະປຽບທຽບລູກຫລານຂອງຊີໂອນໃສ່ກັບສິ່ງໃດ? ເຮົາຈະປຽບທຽບພວກເຂົາໃສ່ກັບ ຄຳອຸປະມາເລື່ອງຍິງຄົນໜຶ່ງ ແລະ ຜູ້ຕັດສິນທີ່ບໍ່ທ່ຽງທຳ, ເພາະມະນຸດຄວນ ອະທິຖານສະເໝີ ແລະ ບໍ່ທໍ້ຖອຍ, ຊຶ່ງ ກ່າວວ່າ—
82 ໃນເມືອງໜຶ່ງມີຜູ້ຕັດສິນຄົນໜຶ່ງທີ່ບໍ່ຢ້ານກົວພຣະເຈົ້າ, ທັງບໍ່ເຫັນແກ່ມະນຸດ.
83 ແລະ ມີແມ່ໝ້າຍຄົນໜຶ່ງຢູ່ໃນເມືອງນັ້ນ, ແລະ ນາງໄດ້ມາຫາລາວ, ໂດຍກ່າວວ່າ: ຂໍໃຫ້ແກ້ແຄ້ນສັດຕູໃຫ້ຂ້ານ້ອຍແດ່.
84 ແລະ ລາວບໍ່ຍອມເຮັດສິ່ງໃດຊົ່ວໄລຍະໜຶ່ງ, ແຕ່ຕໍ່ມາລາວໄດ້ກ່າວຢູ່ໃນໃຈວ່າ: ເຖິງແມ່ນວ່າເຮົາບໍ່ຢ້ານກົວພຣະເຈົ້າ, ຫລື ບໍ່ເຫັນແກ່ມະນຸດ, ແຕ່ເພາະແມ່ໝ້າຍຄົນນີ້ໄດ້ມາລົບກວນເຮົາ, ເຮົາຈຶ່ງຈະແກ້ແຄ້ນໃຫ້ນາງ, ຖ້າບໍ່ດັ່ງນັ້ນ ນາງຈະທຽວກັບມາລົບກວນເຮົາອີກບໍ່ເລີກບໍ່ແລ້ວ.
85 ເຮົາຈະປຽບທຽບລູກຫລານຂອງຊີໂອນດັ່ງນັ້ນ.
86 ໃຫ້ພວກເຂົາຮ້ອງຂໍຢູ່ທີ່ຕີນຂອງຜູ້ຕັດສິນ;
87 ແລະ ຖ້າຫາກລາວບໍ່ຟັງພວກເຂົາ, ໃຫ້ພວກເຂົາຮ້ອງຂໍຢູ່ທີ່ຕີນຂອງເຈົ້າລັດ;
88 ແລະ ຖ້າຫາກເຈົ້າລັດບໍ່ຟັງພວກເຂົາ, ໃຫ້ພວກເຂົາຮ້ອງຂໍຢູ່ທີ່ຕີນຂອງປະທານາທິບໍດີ;
89 ແລະ ຖ້າຫາກປະທານາທິບໍດີບໍ່ຟັງພວກເຂົາ, ຈາກນັ້ນພຣະຜູ້ເປັນເຈົ້າຈະລຸກຂຶ້ນ ແລະ ສະເດັດອອກມາຈາກ ບ່ອນລີ້ລັບຂອງພຣະອົງ, ແລະ ໃນຄວາມໂມໂຫຂອງພຣະອົງ, ພຣະອົງຈະລົບກວນປະຊາຊາດ;
90 ແລະ ໃນຄວາມບໍ່ພໍພຣະໄທອັນເດືອດດານຂອງພຣະອົງ, ແລະ ໃນຄວາມພຣະພິໂລດອັນຮຸນແຮງຂອງພຣະອົງ, ໃນວັນເວລາຂອງພຣະອົງ, ຈະຕັດ ຜູ້ພິທັກຮັກສາທີ່ຊົ່ວຮ້າຍ, ທີ່ບໍ່ຊື່ສັດ, ແລະ ທີ່ບໍ່ທ່ຽງທຳ ເຫລົ່ານັ້ນອອກ, ແລະ ກຳນົດພາກສ່ວນທີ່ເປັນຂອງພວກເຂົາໃຫ້ແກ່ພວກເຂົາໃນບັນດາຄົນໜ້າຊື່ໃຈຄົດ, ແລະ ຜູ້ທີ່ບໍ່ເຊື່ອຖື;
91 ແມ່ນແຕ່ໃນຄວາມມືດພາຍນອກ, ບ່ອນທີ່ມີ ການຮ້ອງໄຫ້, ແລະ ການຄວນຄາງ, ແລະ ການຂົບແຂ້ວຄ້ຽວຟັນ.
92 ສະນັ້ນ ພວກເຈົ້າຈົ່ງອະທິຖານ, ເພື່ອວ່າຫູຂອງພວກເຂົາຈະເປີດຟັງສຽງຮ້ອງຂອງພວກເຈົ້າ, ເພື່ອວ່າເຮົາຈະ ເມດຕາພວກເຂົາ, ເພື່ອວ່າສິ່ງເຫລົ່ານີ້ຈະບໍ່ມາສູ່ພວກເຂົາ.
93 ສິ່ງໃດທີ່ເຮົາໄດ້ກ່າວກັບພວກເຈົ້າ ຈະຕ້ອງເກີດຂຶ້ນ, ເພື່ອວ່າມະນຸດທັງປວງຈະບໍ່ຖືກປະໄວ້ໂດຍບໍ່ມີ ຂໍ້ແກ້ຕົວ;
94 ເພື່ອວ່າຄົນທີ່ສະຫລາດ ແລະ ຜູ້ປົກຄອງຈະໄດ້ຍິນ ແລະ ຮູ້ຈັກສິ່ງທີ່ພວກເຂົາບໍ່ເຄີຍ ພິຈາລະນາ;
95 ເພື່ອວ່າເຮົາຈະໄດ້ເລີ່ມນຳການກະທຳຂອງເຮົາ, ການກະທຳທີ່ແປກໆຂອງເຮົາອອກມາ, ແລະ ເຮັດວຽກງານຂອງເຮົາ, ວຽກງານທີ່ແປກໆຂອງເຮົາ, ເພື່ອວ່າມະນຸດຈະ ຫລິງເຫັນຄວາມແຕກຕ່າງລະຫວ່າງຄວາມຊອບທຳ ແລະ ຄົນຊົ່ວ, ພຣະເຈົ້າຂອງພວກເຈົ້າໄດ້ກ່າວ.
96 ແລະ ອີກເທື່ອໜຶ່ງ, ເຮົາກ່າວກັບພວກເຈົ້າວ່າ, ມັນເປັນການກົງກັນຂ້າມກັບບັນຍັດຂອງເຮົາ ແລະ ຄວາມປະສົງຂອງເຮົາ ທີ່ຜູ້ຮັບໃຊ້ຂອງເຮົາ ຊິດນີ ກຽວເບີດ ຈະຂາຍ ຄັງຂອງເຮົາ, ຊຶ່ງເຮົາໄດ້ກຳນົດໄວ້ໃຫ້ຜູ້ຄົນຂອງເຮົາ, ໃຫ້ຢູ່ໃນກຳມືຂອງສັດຕູຂອງເຮົາ.
97 ຢ່າໃຫ້ສິ່ງທີ່ເຮົາໄດ້ກຳນົດໄວ້ມີມົນທິນໂດຍສັດຕູຂອງເຮົາ, ໂດຍການຍິນຍອມຂອງຜູ້ທີ່ ເອີ້ນຕົນເອງຕາມນາມຂອງເຮົາ;
98 ເພາະນີ້ຄືບາບທີ່ສາຫັດ ແລະ ຮ້າຍແຮງຕໍ່ຕ້ານເຮົາ, ແລະ ຕໍ່ຕ້ານຜູ້ຄົນຂອງເຮົາ, ເນື່ອງຈາກສິ່ງເຫລົ່ານັ້ນຊຶ່ງເຮົາໄດ້ອອກຄຳສັ່ງ ແລະ ຊຶ່ງຈະເກີດກັບປະຊາຊາດຕ່າງໆໃນບໍ່ດົນນີ້.
99 ສະນັ້ນ, ມັນເປັນຄວາມປະສົງຂອງເຮົາທີ່ຜູ້ຄົນຂອງເຮົາຄວນອ້າງສິດ, ແລະ ຖືສິດກັບສິ່ງທີ່ເຮົາໄດ້ກຳນົດໄວ້ໃຫ້ພວກເຂົາ, ເຖິງແມ່ນວ່າພວກເຂົາຈະບໍ່ໄດ້ຮັບອະນຸຍາດໃຫ້ອາໄສຢູ່ທີ່ນັ້ນ.
100 ເຖິງຢ່າງໃດກໍຕາມ, ເຮົາບໍ່ໄດ້ກ່າວວ່າ ພວກເຂົາບໍ່ຄວນອາໄສຢູ່ທີ່ນັ້ນ; ເພາະຕາບໃດທີ່ພວກເຂົາຍັງນຳໝາກຜົນທີ່ດີ ແລະ ວຽກງານທີ່ເໝາະສົມກັບອານາຈັກຂອງເຮົາອອກມາ, ພວກເຂົາຈະອາໄສຢູ່ທີ່ນັ້ນ.
101 ພວກເຂົາຈະສ້າງ, ແລະ ຄົນອື່ນຈະຮັບມັນເປັນ ມູນມໍລະດົກບໍ່ໄດ້; ພວກເຂົາຈະປູກສວນອະງຸ່ນ, ແລະ ພວກເຂົາຈະກິນໝາກຜົນຈາກສວນນັ້ນ. ແມ່ນເປັນດັ່ງນັ້ນ. ອາແມນ.