ພາກທີ 64
ການເປີດເຜີຍທີ່ມອບໃຫ້ຜ່ານໂຈເຊັບ ສະມິດ ຜູ້ເປັນສາດສະດາ ແກ່ພວກແອວເດີຂອງສາດສະໜາຈັກ, ທີ່ເມືອງເຄີດແລນ, ລັດໂອໄຮໂອ, ວັນທີ 11 ເດືອນກັນຍາ, 1831. ສາດສະດາພວມຕຽມຈະຍ້າຍໄປເມືອງໄຮຣຳ, ລັດໂອໄຮໂອ, ເພື່ອເຮັດວຽກງານການແປພຣະຄຣິສຕະທຳຄຳພີຂອງເພິ່ນຕໍ່ໄປ, ຊຶ່ງໄດ້ຢຸດພັກໃນຂະນະທີ່ເພິ່ນຢູ່ລັດມີເຊີຣີ. ກຸ່ມຂອງອ້າຍນ້ອງຜູ້ໄດ້ຖືກບັນຊາໃຫ້ເດີນທາງໄປຫາຊີໂອນ (ລັດມີເຊີຣີ) ໄດ້ຕຽມພ້ອມຢ່າງຂະຫຍັນຂັນແຂງທີ່ຈະອອກເດີນທາງໃນເດືອນຕຸລາ. ໃນຊ່ວງໄລຍະທີ່ຫຍຸ້ງຍາກນີ້, ກໍໄດ້ຮັບການເປີດເຜີຍ.
1–11, ໄພ່ພົນຂອງພຣະເຈົ້າໄດ້ຖືກບັນຊາໃຫ້ອະໄພໃຫ້ກັນ, ຖ້າບໍ່ດັ່ງນັ້ນບາບທີ່ຮ້າຍແຮງກວ່າຈະຄົງຢູ່ກັບພວກເຂົາ; 12–22, ຕ້ອງນຳຄົນທີ່ບໍ່ກັບໃຈມາຢູ່ຕໍ່ໜ້າສາດສະໜາຈັກ; 23–25, ຄົນທີ່ຈ່າຍສ່ວນສິບຈະບໍ່ຖືກເຜົາໄໝ້ໃນການສະເດັດມາຂອງພຣະຜູ້ເປັນເຈົ້າ; 26–32, ໄພ່ພົນຂອງພຣະເຈົ້າຖືກເຕືອນກ່ຽວກັບເລື່ອງໜີ້ສິນ; 33–36, ຄົນກະບົດຈະຖືກຕັດອອກຈາກຊີໂອນ; 37–40, ສາດສະໜາຈັກຈະພິພາກສາ ປະຊາຊາດ; 41–43, ຊີໂອນຈະຈະເລີນຮຸ່ງເຮືອງ.
1 ຈົ່ງເບິ່ງ, ພຣະຜູ້ເປັນເຈົ້າອົງເປັນພຣະເຈົ້າຂອງພວກເຈົ້າໄດ້ກ່າວດັ່ງນີ້ກັບພວກເຈົ້າ, ໂອ້ ພວກເຈົ້າແອວເດີຂອງສາດສະໜາຈັກຂອງເຮົາ, ຈົ່ງເຊື່ອຟັງ ແລະ ຟັງ, ແລະ ຮັບເອົາຄວາມປະສົງຂອງເຮົາກ່ຽວກັບພວກເຈົ້າ.
2 ເພາະຕາມຄວາມຈິງແລ້ວ ເຮົາກ່າວກັບພວກເຈົ້າວ່າ ເຮົາປະສົງໃຫ້ພວກເຈົ້າ ເອົາຊະນະໂລກ; ດັ່ງນັ້ນ ເຮົາຈະມີ ຄວາມເມດຕາສົງສານຕໍ່ພວກເຈົ້າ.
3 ມີບາງຄົນໃນບັນດາພວກເຈົ້າທີ່ໄດ້ເຮັດບາບ; ແຕ່ຕາມຄວາມຈິງແລ້ວ ເຮົາກ່າວວ່າ ໃນເທື່ອນີ້ເທື່ອດຽວ, ເພື່ອ ລັດສະໝີພາບຂອງເຮົາເອງ, ແລະ ເພື່ອຄວາມລອດຂອງຈິດວິນຍານ, ເຮົາຈຶ່ງໄດ້ ອະໄພບາບໃຫ້ແກ່ພວກເຈົ້າແລ້ວ.
4 ເຮົາຈະເມດຕາພວກເຈົ້າ, ເພາະເຮົາໄດ້ມອບອານາຈັກໃຫ້ແກ່ພວກເຈົ້າແລ້ວ.
5 ແລະ ຂໍກະແຈແຫ່ງຄວາມລຶກລັບຂອງອານາຈັກ ຈະບໍ່ຖືກເອົາໄປຈາກຜູ້ຮັບໃຊ້ຂອງເຮົາ ໂຈເຊັບ ສະມິດ, ຜູ້ລູກ, ຜ່ານວິທີທີ່ເຮົາໄດ້ກຳນົດໄວ້, ໃນຂະນະທີ່ລາວມີຊີວິດຢູ່, ຕາບໃດທີ່ລາວປະຕິບັດຕາມ ພິທີການຂອງເຮົາ.
6 ມີບາງຄົນທີ່ຫາໂອກາດຕໍ່ຕ້ານລາວໂດຍບໍ່ມີເຫດຜົນ;
7 ເຖິງຢ່າງໃດກໍຕາມ, ລາວໄດ້ເຮັດບາບ; ແຕ່ຕາມຄວາມຈິງແລ້ວ ເຮົາກ່າວກັບພວກເຈົ້າວ່າ, ເຮົາ, ພຣະຜູ້ເປັນເຈົ້າ, ອະໄພບາບໃຫ້ແກ່ຄົນເຫລົ່ານັ້ນທີ່ ສາລະພາບບາບຂອງເຂົາຢູ່ຕໍ່ໜ້າເຮົາ ແລະ ຂໍອະໄພ, ຜູ້ທີ່ບໍ່ໄດ້ເຮັດບາບ ຊຶ່ງນຳໄປສູ່ ຄວາມຕາຍ.
8 ສານຸສິດຂອງເຮົາ, ໃນສະໄໝບູຮານ, ຫາ ໂອກາດຕໍ່ຕ້ານກັນ ແລະ ບໍ່ໄດ້ໃຫ້ອະໄພແກ່ກັນໃນໃຈຂອງພວກເຂົາ; ແລະ ເພາະຄວາມຊົ່ວຮ້າຍນີ້ ພວກເຂົາຈຶ່ງທຸກທໍລະມານ ແລະ ຖືກ ຕີສອນຢ່າງຮຸນແຮງ.
9 ດັ່ງນັ້ນ, ເຮົາກ່າວກັບພວກເຈົ້າວ່າ ພວກເຈົ້າຄວນ ອະໄພໃຫ້ກັນແລະກັນ; ເພາະຄົນທີ່ບໍ່ ໃຫ້ອະໄພຄວາມຜິດແກ່ພີ່ນ້ອງຂອງຕົນ ຈະຖືກກ່າວໂທດຢູ່ຕໍ່ພຣະພັກຂອງພຣະຜູ້ເປັນເຈົ້າ; ເພາະບາບທີ່ຮ້າຍແຮງກວ່າຈະຄົງຢູ່ກັບເຂົາ.
10 ເຮົາ, ພຣະຜູ້ເປັນເຈົ້າ, ຈະ ໃຫ້ອະໄພຜູ້ທີ່ເຮົາຈະໃຫ້ອະໄພ, ແຕ່ພວກເຈົ້າຖືກຮຽກຮ້ອງ ໃຫ້ອະໄພແກ່ມະນຸດທັງປວງ.
11 ແລະ ພວກເຈົ້າຄວນກ່າວໃນໃຈຂອງພວກເຈົ້າ—ໃຫ້ພຣະເຈົ້າ ຕັດສິນລະຫວ່າງຂ້າພະເຈົ້າກັບທ່ານ, ແລະ ມອບລາງວັນໃຫ້ທ່ານຕາມ ການກະທຳຂອງທ່ານ.
12 ແລະ ຄົນທີ່ບໍ່ກັບໃຈຈາກບາບຂອງຕົນ, ແລະ ບໍ່ສາລະພາບມັນ, ພວກເຈົ້າຈະນຳເຂົາມາຢູ່ຕໍ່ໜ້າຂອງ ສາດສະໜາຈັກ, ແລະ ເຮັດກັບເຂົາດັ່ງທີ່ພຣະຄຳພີກ່າວແກ່ພວກເຈົ້າ, ບໍ່ວ່າຈະເປັນໂດຍບັນຍັດ ຫລື ໂດຍການເປີດເຜີຍກໍຕາມ.
13 ແລະ ສິ່ງນີ້ພວກເຈົ້າຈະເຮັດ ເພື່ອວ່າພຣະເຈົ້າຈະໄດ້ຮັບການສັນລະເສີນ—ບໍ່ແມ່ນເພາະວ່າພວກເຈົ້າບໍ່ໄດ້ໃຫ້ອະໄພ, ບໍ່ມີຄວາມເມດຕາສົງສານ, ແຕ່ເພາະວ່າພວກເຈົ້າຈະຖືກຕ້ອງໃນສາຍຕາຂອງກົດ, ເພື່ອວ່າພວກເຈົ້າຈະບໍ່ໄດ້ເຮັດໃຫ້ຜູ້ໃຫ້ກົດຂອງພວກເຈົ້າຂຸ່ນເຄືອງ—
14 ຕາມຄວາມຈິງແລ້ວ ເຮົາກ່າວວ່າ ເພາະເຫດນີ້ ພວກເຈົ້າຈົ່ງເຮັດສິ່ງເຫລົ່ານີ້.
15 ຈົ່ງເບິ່ງ, ເຮົາ, ພຣະຜູ້ເປັນເຈົ້າ, ພຣະພິໂລດກັບລາວ ຜູ້ທີ່ເຄີຍເປັນຜູ້ຮັບໃຊ້ຂອງເຮົາ ເອຊະຣາ ບູທ໌, ແລະ ກັບຜູ້ຮັບໃຊ້ຂອງເຮົາ ໄອຊິກ ມໍລີ ນຳອີກ, ເພາະພວກເຂົາບໍ່ຮັກສາກົດ, ທັງບັນຍັດກໍບໍ່ໄດ້ຮັກສາ;
16 ພວກເຂົາສະແຫວງຫາຄວາມຊົ່ວໃນໃຈຕົນ, ແລະ ເຮົາ, ພຣະຜູ້ເປັນເຈົ້າ, ໄດ້ຢັບຢັ້ງພຣະວິນຍານຂອງເຮົາ. ພວກເຂົາ ກ່າວໂທດສິ່ງນັ້ນວ່າຊົ່ວ ຊຶ່ງທີ່ແທ້ແລ້ວບໍ່ໄດ້ຊົ່ວ; ເຖິງຢ່າງໃດກໍຕາມ ເຮົາໄດ້ໃຫ້ອະໄພແກ່ຜູ້ຮັບໃຊ້ຂອງເຮົາ ໄອຊິກ ມໍລີ.
17 ແລະ ຜູ້ຮັບໃຊ້ຂອງເຮົາ ເອດເວີດ ພາດທຣິດ ນຳອີກ, ຈົ່ງເບິ່ງ, ລາວໄດ້ເຮັດບາບ, ແລະ ຊາຕານສະແຫວງຫາທີ່ຈະທຳລາຍຈິດວິນຍານຂອງລາວ; ແຕ່ເມື່ອສິ່ງເຫລົ່ານີ້ຖືກເຮັດໃຫ້ເປັນທີ່ຮູ້ຈັກແກ່ພວກເຂົາ, ແລະ ພວກເຂົາກັບໃຈຈາກຄວາມຊົ່ວ, ແລ້ວພວກເຂົາຈະໄດ້ຮັບການໃຫ້ອະໄພ.
18 ແລະ ບັດນີ້, ຕາມຄວາມຈິງແລ້ວ ເຮົາກ່າວວ່າ ເຮົາເຫັນສົມຄວນທີ່ຜູ້ຮັບໃຊ້ຂອງເຮົາ ຊິດນີ ກຽວເບີດ, ຫລັງຈາກສອງສາມອາທິດ, ຈະກັບຄືນໄປເຮັດທຸລະກິດຂອງລາວ, ແລະ ກັບຄືນຫາໜ້າທີ່ຂອງລາວໃນແຜ່ນດິນຊີໂອນ;
19 ແລະ ສິ່ງທີ່ລາວໄດ້ເຫັນ ແລະ ໄດ້ຍິນຈະໄດ້ເປັນທີ່ຮູ້ຈັກແກ່ສານຸສິດຂອງເຮົາ, ເພື່ອວ່າພວກເຂົາຈະບໍ່ຕາຍ. ແລະ ເພາະເຫດນີ້ ເຮົາຈຶ່ງໄດ້ກ່າວກ່ຽວກັບເລື່ອງເຫລົ່ານີ້.
20 ແລະ ອີກເທື່ອໜຶ່ງ, ເຮົາກ່າວກັບພວກເຈົ້າວ່າ ຜູ້ຮັບໃຊ້ຂອງເຮົາ ໄອຊິກ ມໍລີ ຈະບໍ່ຖືກ ລໍ້ລວງເກີນກວ່າທີ່ລາວຈະສາມາດທົນກັບມັນໄດ້, ແລະ ແນະນຳຜິດ ຈົນນຳຄວາມເສຍຫາຍມາໃຫ້ພວກເຈົ້າ, ເຮົາຈຶ່ງໄດ້ບັນຊາລາວໃຫ້ຂາຍຮົ້ວສວນຂອງລາວເສຍ.
21 ເຮົາບໍ່ປະສົງໃຫ້ຜູ້ຮັບໃຊ້ຂອງເຮົາ ເຟຣ໌ເດຣິກ ຈີ ວິວລຽມສ໌ ຂາຍຮົ້ວສວນຂອງລາວ, ເພາະເຮົາ, ພຣະຜູ້ເປັນເຈົ້າ, ປະສົງຈະຮັກສາທີ່ໝັ້ນໃນແຜ່ນດິນເຄີດແລນໄວ້ເປັນເວລາຫ້າປີ, ຊຶ່ງໃນເວລານັ້ນ ເຮົາຈະບໍ່ລົບລ້າງຄົນຊົ່ວ, ເພື່ອວ່າໂດຍການນັ້ນເຮົາຈະຮັກສາບາງຈຳນວນໄວ້.
22 ແລະ ຫລັງຈາກວັນນັ້ນ, ເຮົາ, ພຣະຜູ້ເປັນເຈົ້າ, ຈະບໍ່ຖືວ່າຄົນໃດ ຜິດ ທີ່ຈະຂຶ້ນໄປຫາແຜ່ນດິນຊີໂອນດ້ວຍໃຈທີ່ເປີດຮັບ; ເພາະເຮົາ, ພຣະຜູ້ເປັນເຈົ້າ, ຮຽກຮ້ອງ ຫົວໃຈຂອງລູກຫລານມະນຸດ.
23 ຈົ່ງເບິ່ງ, ບັດນີ້ ມັນຖືກເອີ້ນວ່າ ວັນນີ້ ຈົນກວ່າ ການສະເດັດມາຂອງບຸດມະນຸດ, ແລະ ຕາມຄວາມຈິງແລ້ວ ມັນເປັນວັນແຫ່ງ ການເສຍສະລະ, ແລະ ເປັນວັນແຫ່ງການເກັບສ່ວນສິບຈາກຜູ້ຄົນຂອງເຮົາ; ເພາະຄົນທີ່ຈ່າຍ ສ່ວນສິບຈະບໍ່ຖືກ ເຜົາໄໝ້ໃນການສະເດັດມາຂອງພຣະອົງ.
24 ເພາະຫລັງຈາກວັນນີ້ ການເຜົາໄໝ້ຈະມາເຖິງ—ນີ້ຄືການກ່າວຕາມວິທີຂອງພຣະຜູ້ເປັນເຈົ້າ—ເພາະຕາມຄວາມຈິງແລ້ວ ເຮົາກ່າວວ່າ ມື້ອື່ນ ຄົນທີ່ອວດດີ ແລະ ຄົນທີ່ເຮັດຄວາມຊົ່ວຮ້າຍ ຈະເປັນຄືກັນກັບເຟືອງເຂົ້າ; ແລະ ເຮົາຈະເຜົາພວກເຂົາໃຫ້ໝົດ, ເພາະເຮົາຄືຈອມໂຍທາ; ແລະ ເຮົາຈະບໍ່ໄວ້ຊີວິດຄົນໃດທີ່ເຫລືອຢູ່ໃນ ບາບີໂລນ.
25 ດັ່ງນັ້ນ, ຖ້າຫາກພວກເຈົ້າເຊື່ອເຮົາ, ພວກເຈົ້າຈະທຳງານໃນຂະນະທີ່ເອີ້ນວ່າ ວັນນີ້.
26 ແລະ ບໍ່ເຫັນສົມຄວນເລີຍທີ່ຜູ້ຮັບໃຊ້ຂອງເຮົາ, ນິວເອັນ ເຄ ວິດນີ ແລະ ຊິດນີ ກຽວເບີດ, ຈະຂາຍ ຮ້ານຄ້າຂອງຕົນ ແລະ ຊັບສິນຂອງຕົນ; ເພາະສິ່ງນີ້ບໍ່ເປັນສິ່ງສະຫລາດ ຈົນກວ່າຄົນທີ່ເຫລືອຢູ່ຂອງສາດສະໜາຈັກ, ຊຶ່ງຍັງຢູ່ໃນບ່ອນນີ້, ຈະຂຶ້ນໄປສູ່ແຜ່ນດິນຊີໂອນກ່ອນ.
27 ຈົ່ງເບິ່ງ, ມີກ່າວໄວ້ຢູ່ໃນກົດຂອງເຮົາ, ຫລື ສັ່ງຫ້າມ, ບໍ່ໃຫ້ ເປັນໜີ້ສັດຕູຂອງພວກເຈົ້າ;
28 ແຕ່ຈົ່ງເບິ່ງ, ບໍ່ໄດ້ມີກ່າວໄວ້ໃນເວລາໃດເລີຍວ່າ ພຣະຜູ້ເປັນເຈົ້າບໍ່ຄວນເອົາເມື່ອພຣະອົງປະສົງຈະເອົາ, ແລະ ຈ່າຍຕາມທີ່ພຣະອົງເຫັນວ່າດີ.
29 ດັ່ງນັ້ນ, ເພາະພວກເຈົ້າເປັນຕົວແທນ, ພວກເຈົ້າຈຶ່ງເປັນຄົນແລ່ນວຽກໃຫ້ພຣະຜູ້ເປັນເຈົ້າ; ແລະ ສິ່ງໃດກໍຕາມທີ່ພວກເຈົ້າເຮັດຕາມພຣະປະສົງຂອງພຣະຜູ້ເປັນເຈົ້າ, ກໍເປັນທຸລະກິດຂອງພຣະຜູ້ເປັນເຈົ້າ.
30 ແລະ ພຣະອົງໄດ້ກຳນົດພວກເຈົ້າໃຫ້ຈັດຫາສຳລັບໄພ່ພົນຂອງພຣະເຈົ້າໃນຍຸກສຸດທ້າຍນີ້, ເພື່ອວ່າພວກເຂົາຈະໄດ້ຮັບ ມູນມໍລະດົກໃນແຜ່ນດິນຊີໂອນ.
31 ແລະ ຈົ່ງເບິ່ງ, ເຮົາ, ພຣະຜູ້ເປັນເຈົ້າ, ປະກາດແກ່ພວກເຈົ້າ, ແລະ ຄຳຂອງເຮົາແນ່ນອນ ແລະ ຈະ ບໍ່ ລົ້ມເຫລວ, ວ່າພວກເຂົາຈະໄດ້ຮັບມັນ.
32 ແຕ່ທຸກສິ່ງຕ້ອງເກີດຂຶ້ນໃນເວລາຂອງມັນ.
33 ດັ່ງນັ້ນ, ຢ່າ ເມື່ອຍລ້າໃນການເຮັດວຽກງານດີ, ເພາະພວກເຈົ້າພວມວາງຮາກຖານຂອງວຽກງານອັນຍິ່ງໃຫຍ່. ແລະ ຈາກ ສິ່ງເລັກນ້ອຍ ສິ່ງຍິ່ງໃຫຍ່ຈະເກີດຂຶ້ນ.
34 ຈົ່ງເບິ່ງ, ພຣະຜູ້ເປັນເຈົ້າ ຮຽກຮ້ອງ ຫົວໃຈ ແລະ ຈິດໃຈທີ່ເຕັມໃຈ; ແລະ ຄົນທີ່ເຕັມໃຈ ແລະ ເຊື່ອຟັງ ຈະໄດ້ຢູ່ດີກິນດີຢູ່ໃນແຜ່ນດິນຊີໂອນໃນຍຸກສຸດທ້າຍນີ້.
35 ແລະ ຄົນກະບົດຈະຖືກ ຕັດອອກຈາກແຜ່ນດິນຊີໂອນ, ແລະ ຈະຖືກສົ່ງອອກໄປ, ແລະ ຈະບໍ່ໄດ້ຮັບແຜ່ນດິນເປັນມູນມໍລະດົກ.
36 ເພາະ, ຕາມຄວາມຈິງແລ້ວ ເຮົາກ່າວວ່າ ຄົນກະບົດບໍ່ໄດ້ເປັນເລືອດເນື້ອເຊື້ອໄຂຂອງ ເອຟະຣາອີມ, ດັ່ງນັ້ນ ເຂົາຈະຖືກຖອນອອກໄປ.
37 ຈົ່ງເບິ່ງ, ເຮົາ, ພຣະຜູ້ເປັນເຈົ້າ, ເຮັດໃຫ້ສາດສະໜາຈັກຂອງເຮົາໃນຍຸກສຸດທ້າຍນີ້ເປັນຄືກັນກັບຜູ້ພິພາກສາທີ່ນັ່ງຢູ່ເທິງຄ້ອຍພູ, ຫລື ໃນບ່ອນສູງ, ເພື່ອພິພາກສາປະຊາຊາດທັງຫລາຍ.
38 ເພາະເຫດການຈະບັງເກີດຂຶ້ນຄື ຜູ້ອາໄສຂອງຊີໂອນ ຈະ ພິພາກສາທຸກສິ່ງທີ່ກ່ຽວກັບຊີໂອນ.
39 ແລະ ພວກເຂົາຈະພິສູດຄົນເວົ້າຕົວະ ແລະ ຄົນໜ້າຊື່ໃຈຄົດ, ແລະ ຄົນທີ່ບໍ່ໄດ້ເປັນ ອັກຄະສາວົກ ແລະ ສາດສະດາຈະຖືກເຮັດໃຫ້ເປັນທີ່ຮູ້ຈັກ.
40 ແລະ ແມ່ນແຕ່ ອະທິການ, ຜູ້ຊຶ່ງເປັນ ຄົນຕັດສິນ, ແລະ ທີ່ປຶກສາຂອງລາວ, ຖ້າຫາກພວກເຂົາບໍ່ຊື່ສັດໃນການ ພິທັກຮັກສາຂອງພວກເຂົາ, ພວກເຂົາຈະຖືກກ່າວໂທດ, ແລະ ຄົນອື່ນຈະຖືກແຕ່ງຕັ້ງຂຶ້ນແທນພວກເຂົາ.
41 ເພາະ, ຈົ່ງເບິ່ງ, ເຮົາກ່າວກັບພວກເຈົ້າວ່າ ຊີໂອນຈະ ຈະເລີນຮຸ່ງເຮືອງ, ແລະ ລັດສະໝີພາບຂອງ ພຣະຜູ້ເປັນເຈົ້າຈະຢູ່ເທິງນາງ;
42 ແລະ ນາງຈະເປັນ ທຸງສັນຍານໃຫ້ແກ່ຜູ້ຄົນ, ແລະ ທຸກປະຊາຊາດພາຍໃຕ້ຟ້າສະຫວັນຈະມາຫານາງ.
43 ແລະ ວັນນັ້ນຈະມາເຖິງ ເມື່ອປະຊາຊາດຂອງແຜ່ນດິນໂລກຈະ ຕົວສັ່ນເພາະນາງ, ແລະ ຈະຢ້ານກົວ ເພາະຄົນທີ່ໜ້າຢ້ານກົວຂອງນາງ. ພຣະຜູ້ເປັນເຈົ້າໄດ້ກ່າວໄວ້ດັ່ງນີ້. ອາແມນ.