ພາກທີ 136
ພຣະຄຳ ແລະ ພຣະປະສົງຂອງພຣະຜູ້ເປັນເຈົ້າ, ມອບໃຫ້ຜ່ານປະທານບຣິກຳ ຢັງ ທີ່ເມືອງວິນເຕີຄວດເຕີສ໌, ຄ້າຍອິດສະຣາເອນ, ໂອມາຮາ ເນເຊິນ, ຢູ່ຝັ່ງເບື້ອງຕາເວັນຕົກຂອງແມ່ນ້ຳມີເຊີຣີ, ໃກ້ຄັນໂຊ ບລັບສ໌, ລັດໄອໂອວາ.
1–16, ວິທີວາງລະບຽບຄ້າຍອິດສະຣາເອນໃນການເດີນທາງໄປທາງຕາເວັນຕົກໄດ້ຖືກອະທິບາຍໄວ້; 17–27, ໄພ່ພົນຂອງພຣະເຈົ້າໄດ້ຖືກບັນຊາໃຫ້ດຳລົງຊີວິດຕາມມາດຕະຖານຂອງພຣະກິດຕິຄຸນຫລາຍໆຂໍ້; 28–33, ໄພ່ພົນຂອງພຣະເຈົ້າຄວນຮ້ອງເພງ, ເຕັ້ນລຳ, ອະທິຖານ, ແລະ ຮຽນຮູ້ປັນຍາ; 34–42, ສາດສະດາທັງຫລາຍໄດ້ຖືກຂ້າເພື່ອວ່າພວກເພິ່ນຈະໄດ້ຮັບກຽດ ແລະ ຄົນຊົ່ວຈະຖືກກ່າວໂທດ.
1 ພຣະຄຳ ແລະ ພຣະປະສົງຂອງພຣະຜູ້ເປັນເຈົ້າກ່ຽວກັບຄ້າຍອິດສະຣາເອນ ໃນການເດີນທາງຂອງພວກເຂົາໄປທາງຕາເວັນຕົກ:
2 ໃຫ້ຜູ້ຄົນທັງປວງຂອງ ສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ, ແລະ ຄົນທີ່ເດີນທາງໄປກັບພວກເຂົາ, ໄດ້ຖືກຈັດຕັ້ງເປັນກຸ່ມໆ, ພ້ອມດ້ວຍພັນທະສັນຍາ ແລະ ຄຳສັນຍາທີ່ຈະຮັກສາ ພຣະບັນຍັດທຸກປະການ ແລະ ຂໍ້ກຳນົດຂອງພຣະຜູ້ເປັນເຈົ້າອົງເປັນພຣະເຈົ້າຂອງພວກເຮົາ.
3 ໃຫ້ແຕ່ລະກຸ່ມແຕ່ງຕັ້ງຜູ້ໜຶ່ງເປັນຫົວໜ້າກຸ່ມຂອງ ໜຶ່ງຮ້ອຍຄົນ, ຫົວໜ້າກຸ່ມຂອງຫ້າສິບຄົນ, ແລະ ຫົວໜ້າກຸ່ມຂອງສິບຄົນ, ພ້ອມດ້ວຍປະທານ ແລະ ທີ່ປຶກສາສອງຄົນຂອງລາວເປັນຫົວໜ້າຂອງເຂົາເຈົ້າ, ພາຍໃຕ້ການຊີ້ນຳຂອງ ອັກຄະສາວົກສິບສອງ.
4 ແລະ ນີ້ຈະເປັນ ພັນທະສັນຍາຂອງພວກເຂົາ—ວ່າພວກເຮົາຈະ ດຳເນີນຊີວິດຕາມ ພິທີການທັງປວງຂອງພຣະຜູ້ເປັນເຈົ້າ.
5 ໃຫ້ແຕ່ລະກຸ່ມຈັດຕຽມຕົນເອງດ້ວຍສັດລາກກວຽນ, ກວຽນ, ສະບຽງອາຫານ, ເຄື່ອງນຸ່ງຫົ່ມ, ແລະ ສິ່ງຂອງຈຳເປັນອື່ນໆສຳລັບການເດີນທາງ, ຕາມທີ່ພວກເຂົາສາມາດ.
6 ເມື່ອກຸ່ມຕ່າງໆໄດ້ຖືກຈັດຕຽມແລ້ວ ໃຫ້ພວກເຂົາໄປດ້ວຍຄວາມສຸດກຳລັງຂອງພວກເຂົາ, ເພື່ອຕຽມສຳລັບຄົນທີ່ຈະຢູ່ຕໍ່ໄປ.
7 ໃຫ້ແຕ່ລະກຸ່ມ, ພ້ອມດ້ວຍຫົວໜ້າກຸ່ມ ແລະ ປະທານຂອງເຂົາເຈົ້າ, ພິຈາລະນາວ່າ ມີຈັກຄົນທີ່ຈະໄປໄດ້ໃນລະດູໃບໄມ້ປົ່ງປີຕໍ່ໄປ; ຈາກນັ້ນໃຫ້ເລືອກເອົາຊາຍທີ່ມີຄວາມສາມາດ ແລະ ຊຳນານຈຳນວນຫລາຍພໍ, ເພື່ອເອົາຂະບວນກວຽນ, ເມັດພືດ, ແລະ ເຄື່ອງມືເຮັດຮົ້ວສວນໄປໃນຖານະເປັນຜູ້ບຸກເບີກໃນການຕຽມປູກພືດພັນໃນລະດູໃບໄມ້ປົ່ງ.
8 ໃຫ້ແຕ່ລະກຸ່ມແບກຫາບພາລະໃຫ້ເທົ່າທຽມກັນ, ຕາມຊັບສິນຂອງພວກເຂົາທີ່ໄດ້ແບ່ງໃຫ້, ໃນການຮັບເອົາ ຄົນຍາກຈົນ, ແມ່ໝ້າຍ, ເດັກກຳພ້າພໍ່, ແລະ ຄອບຄົວຂອງຄົນທີ່ໄດ້ເຂົ້າຮ່ວມກອງທັບ, ເພື່ອວ່າສຽງຮ້ອງຂອງແມ່ໝ້າຍ ແລະ ເດັກກຳພ້າພໍ່ຈະບໍ່ຂຶ້ນມາເຖິງພຣະກັນຂອງພຣະຜູ້ເປັນເຈົ້າເພື່ອຟ້ອງຜູ້ຄົນເຫລົ່ານີ້.
9 ໃຫ້ແຕ່ລະກຸ່ມຕຽມບ້ານເຮືອນ, ແລະ ທົ່ງໄວ້ປູກພືດພັນ, ໄວ້ໃຫ້ຄົນທີ່ຈະຢູ່ຕໍ່ໄປໃນລະດູນີ້; ແລະ ນີ້ຄືພຣະປະສົງຂອງພຣະຜູ້ເປັນເຈົ້າກ່ຽວກັບຜູ້ຄົນຂອງພຣະອົງ.
10 ໃຫ້ທຸກຄົນໃຊ້ອິດທິພົນ ແລະ ຊັບສົມບັດທັງປວງຂອງຕົນ ເພື່ອພາຜູ້ຄົນເຫລົ່ານີ້ອອກໄປຫາສະຖານທີ່ບ່ອນທີ່ພຣະຜູ້ເປັນເຈົ້າຈະຕັ້ງ ສະເຕກແຫ່ງຊີໂອນ.
11 ແລະ ຖ້າຫາກພວກເຈົ້າເຮັດສິ່ງນີ້ດ້ວຍໃຈທີ່ບໍລິສຸດ, ດ້ວຍສຸດຄວາມຊື່ສັດ, ແລ້ວພວກເຈົ້າຈະໄດ້ຮັບ ພອນ; ພວກເຈົ້າຈະໄດ້ຮັບພອນໃນຝູງສັດລ້ຽງຂອງພວກເຈົ້າ, ແລະ ໃນຝູງສັດໃຊ້ແຮງງານຂອງພວກເຈົ້າ, ແລະ ໃນທົ່ງຂອງພວກເຈົ້າ, ແລະ ໃນບ້ານເຮືອນຂອງພວກເຈົ້າ, ແລະ ໃນຄອບຄົວຂອງພວກເຈົ້າ.
12 ໃຫ້ຜູ້ຮັບໃຊ້ຂອງເຮົາເອຊະຣາ ທີ ເບັນສັນ ແລະ ອີຣາສະຕັສ ສະໂນ ຈັດຕຽມກຸ່ມໜຶ່ງ.
13 ແລະ ໃຫ້ຜູ້ຮັບໃຊ້ຂອງເຮົາ ອໍສັນ ພະແຣັດ ແລະ ວິວເຝີດ ວູດຣັບ ຈັດຕຽມກຸ່ມໜຶ່ງ.
14 ພ້ອມນີ້, ໃຫ້ຜູ້ຮັບໃຊ້ຂອງເຮົາ ອາມາສາ ໄລມັນ ແລະ ຈອດ ເອ ສະມິດ ຈັດຕຽມກຸ່ມໜຶ່ງ.
15 ແລະ ກຳນົດປະທານ, ແລະ ຫົວໜ້າກຸ່ມຂອງໜຶ່ງຮ້ອຍຄົນ, ແລະ ຂອງຫ້າສິບຄົນ, ແລະ ຂອງສິບຄົນ.
16 ແລະ ໃຫ້ຜູ້ຮັບໃຊ້ຂອງເຮົາທີ່ໄດ້ກຳນົດໄວ້ອອກໄປ ແລະ ສິດສອນເລື່ອງນີ້, ຄວາມປະສົງຂອງເຮົາ, ໃຫ້ໄພ່ພົນຂອງພຣະເຈົ້າ, ເພື່ອວ່າພວກເຂົາຈະພ້ອມທີ່ຈະໄປສູ່ແຜ່ນດິນແຫ່ງສັນຕິສຸກ.
17 ຈົ່ງໄປຕາມທາງຂອງພວກເຈົ້າ ແລະ ເຮັດສິ່ງທີ່ເຮົາໄດ້ບອກພວກເຈົ້າ, ແລະ ຢ່າຢ້ານກົວສັດຕູຂອງພວກເຈົ້າ; ເພາະພວກເຂົາບໍ່ມີອຳນາດທີ່ຈະຢຸດຢັ້ງວຽກງານຂອງເຮົາໄດ້.
18 ຊີໂອນຈະຖືກ ໄຖ່ຖອນໃນເວລາອັນເໝາະສົມຂອງເຮົາເອງ.
19 ແລະ ຖ້າຫາກຄົນໃດສະແຫວງຫາທີ່ຈະເສີມສ້າງຕົນເອງ, ແລະ ບໍ່ໄດ້ສະແຫວງຫາ ຄຳແນະນຳຂອງເຮົາ, ແລ້ວເຂົາຈະບໍ່ມີອຳນາດ, ແລະ ຄວາມໂງ່ຈ້າຂອງເຂົາຈະຖືກສະແດງໃຫ້ປະຈັກ.
20 ຈົ່ງສະແຫວງຫາ; ແລະ ຮັກສາຄຳໝັ້ນສັນຍາທີ່ມີຕໍ່ກັນ; ແລະ ຢ່າ ໂລບເອົາສິ່ງທີ່ເປັນຂອງພີ່ນ້ອງຂອງພວກເຈົ້າ.
21 ຈົ່ງ ຮັກສາຕົນເອງຈາກຄວາມຊົ່ວທີ່ຈະກ່າວພຣະນາມຂອງພຣະຜູ້ເປັນເຈົ້າໄປໃນທາງຊົ່ວຮ້າຍ, ເພາະເຮົາຄືພຣະຜູ້ເປັນເຈົ້າອົງເປັນພຣະເຈົ້າຂອງພວກເຈົ້າ, ແມ່ນແຕ່ ພຣະເຈົ້າຂອງບັນພະບຸລຸດຂອງພວກເຈົ້າ, ພຣະເຈົ້າຂອງອັບຣາຮາມ ແລະ ຂອງອີຊາກ ແລະ ຂອງຢາໂຄບ.
22 ເຮົາຄືຜູ້ນັ້ນທີ່ໄດ້ນຳລູກຫລານຂອງອິດສະຣາເອນອອກຈາກແຜ່ນດິນເອຢິບ; ແລະ ແຂນຂອງເຮົາເດ່ອອກໄປໃນຍຸກສຸດທ້າຍ, ເພື່ອ ຊ່ວຍກູ້ອິດສະຣາເອນຜູ້ຄົນຂອງເຮົາ.
23 ຈົ່ງເຊົາ ຂັດແຍ້ງກັນ; ຈົ່ງເຊົາ ນິນທາຊຶ່ງກັນແລະກັນ.
24 ຈົ່ງ ເຊົາມຶນເມົາ; ແລະ ໃຫ້ຖ້ອຍຄຳຂອງພວກເຈົ້າ ເສີມສ້າງກັນແລະກັນ.
25 ຖ້າຫາກພວກເຈົ້າກູ້ຢືມສິ່ງຂອງຂອງເພື່ອນບ້ານ, ພວກເຈົ້າຕ້ອງສົ່ງຄືນສິ່ງທີ່ພວກເຈົ້າ ຢືມມາ; ແລະ ຖ້າຫາກພວກເຈົ້າຈ່າຍຄືນໃຫ້ເຂົາບໍ່ໄດ້ ກໍໃຫ້ຟ້າວໄປບອກເພື່ອນບ້ານຂອງພວກເຈົ້າ, ຖ້າບໍ່ດັ່ງນັ້ນເຂົາຈະກ່າວໂທດພວກເຈົ້າ.
26 ຖ້າຫາກພວກເຈົ້າພົບເຫັນສິ່ງທີ່ເພື່ອນບ້ານຂອງພວກເຈົ້າເຮັດ ເສຍ, ພວກເຈົ້າຈະຕ້ອງຊອກຫາເຈົ້າຂອງດ້ວຍຄວາມພາກພຽນຈົນວ່າພວກເຈົ້າຈະມອບສິ່ງນັ້ນຄືນໃຫ້ເຂົາ.
27 ຈົ່ງ ພາກພຽນໃນການຮັກສາສິ່ງທີ່ພວກເຈົ້າມີ, ເພື່ອວ່າພວກເຈົ້າຈະໄດ້ເປັນ ຜູ້ພິທັກຮັກສາທີ່ສະຫລາດ; ເພາະວ່າມັນເປັນຂອງປະທານທີ່ມອບໃຫ້ລ້າໆຂອງພຣະຜູ້ເປັນເຈົ້າອົງເປັນພຣະເຈົ້າຂອງພວກເຈົ້າ, ແລະ ພວກເຈົ້າເປັນຜູ້ພິທັກຮັກສາຂອງພຣະອົງ.
28 ຖ້າຫາກພວກເຈົ້າມ່ວນຊື່ນ, ຈົ່ງສັນລະເສີນພຣະຜູ້ເປັນເຈົ້າດ້ວຍ ການຮ້ອງເພງ, ດ້ວຍດົນຕີ, ດ້ວຍ ການເຕັ້ນລຳ, ແລະ ດ້ວຍ ຄຳອະທິຖານທີ່ເປັນຄວາມສັນລະເສີນ ແລະ ຄວາມຂອບພຣະໄທ.
29 ຖ້າຫາກພວກເຈົ້າ ເສົ້າສະຫລົດໃຈ, ຈົ່ງເອີ້ນຫາພຣະຜູ້ເປັນເຈົ້າອົງເປັນພຣະເຈົ້າຂອງພວກເຈົ້າດ້ວຍການອ້ອນວອນ, ເພື່ອວ່າຈິດວິນຍານຂອງພວກເຈົ້າຈະ ຊື່ນຊົມ.
30 ຢ່າຢ້ານກົວສັດຕູຂອງພວກເຈົ້າ, ເພາະວ່າພວກເຂົາຢູ່ໃນມືຂອງເຮົາ ແລະ ເຮົາຈະເຮັດກັບພວກເຂົາຕາມໃຈຂອງເຮົາ.
31 ຜູ້ຄົນຂອງເຮົາຕ້ອງຖືກ ທົດລອງໃນທຸກສິ່ງທັງປວງ, ເພື່ອວ່າພວກເຂົາຈະຕຽມພ້ອມຮັບ ລັດສະໝີພາບທີ່ເຮົາມີໄວ້ໃຫ້ພວກເຂົາ, ແມ່ນແຕ່ລັດສະໝີພາບຂອງຊີໂອນ; ແລະ ຄົນໃດທີ່ບໍ່ອົດທົນກັບ ການຕີສອນ ຄົນໆນັ້ນກໍບໍ່ມີຄ່າຄວນພໍສຳລັບອານາຈັກຂອງເຮົາ.
32 ໃຫ້ຄົນທີ່ໂງ່ຈ້າຮຽນຮູ້ ປັນຍາໂດຍ ການຖ່ອມຕົວ ແລະ ເອີ້ນຫາພຣະຜູ້ເປັນເຈົ້າອົງເປັນພຣະເຈົ້າຂອງເຂົາ, ເພື່ອວ່າຕາຂອງເຂົາຈະຖືກເປີດ ເພື່ອວ່າເຂົາຈະຫລຽວເຫັນ, ແລະ ຫູຂອງເຂົາຈະຖືກເປີດ ເພື່ອວ່າເຂົາຈະໄດ້ຍິນ;
33 ເພາະ ວິນຍານຂອງເຮົາໄດ້ຖືກສົ່ງອອກໄປໃນໂລກເພື່ອໃຫ້ຄວາມສະຫວ່າງແກ່ຄົນຖ່ອມຕົວ ແລະ ສຳນຶກຜິດ, ແລະ ເພື່ອການກ່າວໂທດຄົນອະທຳ.
34 ອ້າຍເອື້ອຍນ້ອງຂອງພວກເຈົ້າໄດ້ປະຕິເສດພວກເຈົ້າ ແລະ ປະຈັກພະຍານຂອງພວກເຈົ້າ, ໝາຍເຖິງປະຊາຊາດທີ່ໄດ້ ຂັບໄລ່ພວກເຈົ້າອອກໄປ;
35 ແລະ ບັດນີ້ ວັນແຫ່ງຄວາມສູນເສຍຂອງພວກເຂົາຈະມາເຖິງ, ແມ່ນແຕ່ວັນແຫ່ງຄວາມເສົ້າສະຫລົດໃຈ, ເໝືອນຜູ້ຍິງໃກ້ຈະຄອດລູກ; ແລະ ຄວາມເສົ້າສະຫລົດໃຈຂອງພວກເຂົາຈະໃຫຍ່ຫລວງ ຍົກເວັ້ນແຕ່ ພວກເຂົາຈະກັບໃຈຢ່າງໄວ, ແທ້ຈິງແລ້ວ, ຢ່າງໄວແທ້ໆ.
36 ເພາະພວກເຂົາໄດ້ຂ້າສາດສະດາ, ແລະ ຄົນທີ່ໄດ້ຖືກສົ່ງໄປຫາພວກເຂົາ; ແລະ ພວກເຂົາໄດ້ເຮັດໃຫ້ຜູ້ບໍລິສຸດຕ້ອງເສຍຊີວິດ, ຊຶ່ງຮ້ອງຈາກພື້ນດິນຟ້ອງພວກເຂົາ.
37 ສະນັ້ນ, ຢ່າປະຫລາດໃຈໃນເລື່ອງເຫລົ່ານີ້, ເພາະວ່າພວກເຈົ້າຍັງບໍ່ ບໍລິສຸດເທື່ອ; ພວກເຈົ້າທົນກັບລັດສະໝີພາບຂອງເຮົາຍັງບໍ່ໄດ້ເທື່ອ; ແຕ່ພວກເຈົ້າຈະໄດ້ເຫັນມັນ ຖ້າຫາກພວກເຈົ້າຊື່ສັດໃນການຮັກສາຖ້ອຍຄຳທັງໝົດຂອງເຮົາທີ່ເຮົາໄດ້ ມອບໃຫ້ແກ່ພວກເຈົ້າ, ຈາກວັນເວລາຂອງອາດາມເຖິງອັບຣາຮາມ, ຈາກ ອັບຣາຮາມເຖິງໂມເຊ, ຈາກໂມເຊເຖິງພຣະເຢຊູ ແລະ ອັກຄະສາວົກຂອງພຣະອົງ, ແລະ ຈາກພຣະເຢຊູ ແລະ ອັກຄະສາວົກຂອງພຣະອົງເຖິງໂຈເຊັບ ສະມິດ, ຜູ້ທີ່ເຮົາໄດ້ເອີ້ນຫາໂດຍ ເຫລົ່າທູດຂອງເຮົາ, ຜູ້ຮັບໃຊ້ທີ່ປະຕິບັດຂອງເຮົາ, ແລະ ໂດຍສຽງຂອງເຮົາເອງອອກຈາກສະຫວັນ, ເພື່ອນຳວຽກງານຂອງເຮົາອອກມາ;
38 ຊຶ່ງຮາກຖານນັ້ນລາວໄດ້ວາງໄວ້, ແລະ ລາວຊື່ສັດ; ແລະ ເຮົາໄດ້ຮັບເອົາລາວໄວ້ກັບຕົວເຮົາເອງ.
39 ຫລາຍຄົນໄດ້ປະຫລາດໃຈເພາະການຕາຍຂອງລາວ; ແຕ່ມັນຈຳເປັນທີ່ລາວຈະ ຜະນຶກ ປະຈັກພະຍານຂອງລາວໄວ້ດ້ວຍ ເລືອດຂອງລາວ, ເພື່ອວ່າລາວຈະໄດ້ຮັບກຽດ ແລະ ຄົນຊົ່ວຈະຖືກກ່າວໂທດ.
40 ເຮົາບໍ່ໄດ້ປົດປ່ອຍພວກເຈົ້າຈາກ ສັດຕູຂອງພວກເຈົ້າບໍ, ໃນວິທີດຽວເທົ່ານັ້ນທີ່ເຮົາໄດ້ຝາກພະຍານເຖິງນາມຂອງເຮົາໄວ້?
41 ບັດນີ້, ສະນັ້ນ, ຈົ່ງເຊື່ອຟັງ, ໂອ້ ພວກເຈົ້າຜູ້ຄົນແຫ່ງ ສາດສະໜາຈັກຂອງເຮົາ; ແລະ ພວກເຈົ້າແອວເດີຈົ່ງຟັງນຳກັນ; ພວກເຈົ້າໄດ້ຮັບ ອານາຈັກຂອງເຮົາແລ້ວ.
42 ຈົ່ງພາກພຽນໃນການຮັກສາບັນຍັດທັງໝົດຂອງເຮົາ, ຖ້າບໍ່ດັ່ງນັ້ນການພິພາກສາຈະມາເຖິງພວກເຈົ້າ, ແລະ ສັດທາຂອງພວກເຈົ້າຈະລົ້ມເຫລວ, ແລະ ສັດຕູຂອງພວກເຈົ້າຈະມີໄຊເໜືອພວກເຈົ້າ. ສະນັ້ນບໍ່ມີອັນໃດອີກໃນເວລານີ້. ອາແມນ ແລະ ອາແມນ.