ພາກທີ 11
ການເປີດເຜີຍທີ່ມອບໃຫ້ຜ່ານໂຈເຊັບ ສະມິດ ຜູ້ເປັນສາດສະດາແກ່ໄຮຣຳ ສະມິດ ອ້າຍຂອງເພິ່ນ, ທີ່ ເມືອງຮາມໂມນີ ລັດເພັນໂຊເວເນຍ, ເດືອນພຶດສະພາ 1829. ການເປີດເຜີຍນີ້ໄດ້ຮັບຜ່ານອຸລີມ ແລະ ທຸມມີມ ໃນການຕອບຕໍ່ຄຳອ້ອນວອນ ແລະ ຄຳຖາມຂອງໂຈເຊັບ. ປະຫວັດຂອງໂຈເຊັບ ສະມິດ ແນະນຳວ່າ ໄດ້ຮັບການເປີດເຜີຍນີ້ຫລັງຈາກການຟື້ນຟູຖານະປະໂລຫິດແຫ່ງອາໂຣນ.
1–6, ຜູ້ທຳງານໃນສວນອະງຸ່ນຈະໄດ້ຮັບຄວາມລອດ; 7–14, ໃຫ້ສະແຫວງຫາປັນຍາ, ປະກາດການກັບໃຈ, ໄວ້ວາງໃຈໃນພຣະວິນຍານ; 15–22, ໃຫ້ຮັກສາພຣະບັນຍັດ, ແລະ ສຶກສາພຣະຄຳຂອງພຣະຜູ້ເປັນເຈົ້າ; 23–27, ບໍ່ປະຕິເສດພຣະວິນຍານແຫ່ງການເປີດເຜີຍ ແລະ ການທຳນາຍ; 28–30, ຜູ້ຮັບເອົາພຣະຄຣິດກາຍເປັນບຸດຂອງພຣະເຈົ້າ.
1 ກວຽກງານອັນຍິ່ງໃຫຍ່ ແລະ ໜ້າອັດສະຈັນພວມຈະອອກມາສູ່ລູກຫລານມະນຸດ.
2 ຈົ່ງເບິ່ງ, ເຮົາຄືພຣະເຈົ້າ; ຈົ່ງ ກເອົາໃຈໃສ່ຕໍ່ ຂຄຳຂອງເຮົາ, ຊຶ່ງມີຊີວິດ ແລະ ມີ ຄພະລັງ, ງແຫລມຄົມຫລາຍກວ່າດາບສອງຄົມ, ຊຶ່ງຈະແຍກທັງຂໍ້ຕໍ່ ແລະ ໄຂໃນກະດູກອອກຈາກກັນ; ສະນັ້ນຈົ່ງເອົາໃຈໃສ່ຕໍ່ຄຳຂອງເຮົາ.
3 ຈົ່ງເບິ່ງ, ທົ່ງກໍ ກຂາວພ້ອມແລ້ວທີ່ຈະເກັບກ່ຽວ; ສະນັ້ນ, ຜູ້ໃດພ້ອມແລ້ວທີ່ຈະເກັບກ່ຽວ, ກໍໃຫ້ເຂົາເດ່ກ່ຽວຂອງເຂົາອອກໄປດ້ວຍສຸດພະລັງຂອງເຂົາ, ແລະ ເກັບກ່ຽວໃນຂະນະທີ່ຍັງເວັນຢູ່, ເພື່ອເຂົາຈະໄດ້ ຂສະສົມຄວາມລອດ ຄອັນເປັນນິດໄວ້ໃຫ້ແກ່ຈິດວິນຍານຂອງເຂົາໃນອານາຈັກຂອງພຣະເຈົ້າ.
4 ແທ້ຈິງແລ້ວ, ຄົນໃດກໍຕາມທີ່ຈະເດ່ ກກ່ຽວຂອງຕົນອອກໄປ ແລະ ເກັບກ່ຽວ, ຄົນໆນັ້ນແມ່ນຖືກເອີ້ນ ຈາກພຣະເຈົ້າ.
5 ສະນັ້ນ, ຖ້າຫາກເຈົ້າ ກໝັ່ນຂໍຈາກເຮົາ ເຈົ້າກໍຈະໄດ້ຮັບ; ຖ້າເຈົ້າໝັ່ນເຄາະ ແລ້ວຈະມີຜູ້ໄຂປະຕູໃຫ້ເຈົ້າ.
6 ບັດນີ້, ດັ່ງທີ່ເຈົ້າໄດ້ຂໍ, ຈົ່ງເບິ່ງ, ເຮົາກ່າວກັບເຈົ້າວ່າ ຈົ່ງຮັກສາບັນຍັດຂອງເຮົາ, ແລະ ສະແຫວງຫາທີ່ຈະນຳ ແລະ ສະຖາປະນາອຸດົມການຂອງ ກຊີໂອນ.
7 ຢ່າສະແຫວງຫາ ກຄວາມຮັ່ງມີ ແຕ່ຈົ່ງສະແຫວງຫາ ຂປັນຍາ, ແລະ ຈົ່ງເບິ່ງ, ຄວາມລຶກລັບຂອງພຣະເຈົ້າ ຈະເປີດອອກແກ່ເຈົ້າ, ແລະ ຈາກນັ້ນຈະເຮັດໃຫ້ເຈົ້າຮັ່ງມີ. ຈົ່ງເບິ່ງ, ຄົນທີ່ມີຊີວິດນິລັນດອນເປັນຄົນຮັ່ງມີ.
8 ຕາມຈິງ, ຕາມຈິງແລ້ວ, ເຮົາກ່າວກັບເຈົ້າ, ແມ່ນແຕ່ເຈົ້າປາດຖະໜາຈາກເຮົາສັນໃດ ມັນຈະເປັນໄປກັບເຈົ້າສັນນັ້ນ; ແລະ ຖ້າຫາກເຈົ້າປາດຖະໜາ, ເຈົ້າຈະເປັນທາງແຫ່ງການເຮັດຄວາມດີຢ່າງຫລວງຫລາຍໃນຄົນລຸ້ນນີ້.
9 ຢ່າ ກກ່າວສິ່ງໃດນອກຈາກ ຂການກັບໃຈແກ່ຄົນລຸ້ນນີ້; ຈົ່ງຮັກສາບັນຍັດຂອງເຮົາ, ແລະ ຊ່ວຍນຳ ວຽກງານຂອງເຮົາອອກມາ, ຄຕາມບັນຍັດຂອງເຮົາ, ແລະ ເຈົ້າຈະໄດ້ຮັບພອນ.
10 ຈົ່ງເບິ່ງ ເຈົ້າມີ ກຂອງປະທານ, ຫລື ເຈົ້າຈະມີຂອງປະທານ ຖ້າເຈົ້າປາດຖະໜາມັນຈາກເຮົາດ້ວຍສັດທາ, ດ້ວຍຫົວໃຈທີ່ ຂຊື່ສັດ, ເຊື່ອໃນອຳນາດຂອງພຣະເຢຊູຄຣິດ, ຫລື ໃນອຳນາດຂອງເຮົາ ຊຶ່ງກ່າວກັບເຈົ້າ;
11 ເພາະ, ຈົ່ງເບິ່ງ, ນີ້ຄືເຮົາທີ່ກ່າວ; ຈົ່ງເບິ່ງ, ເຮົາຄື ກຄວາມສະຫວ່າງ ຊຶ່ງສ່ອງໃນຄວາມມືດ, ແລະ ໂດຍ ຂອຳນາດຂອງເຮົາ, ເຮົາມອບຖ້ອຍຄຳເຫລົ່ານີ້ໃຫ້ແກ່ເຈົ້າ.
12 ແລະ ບັດນີ້, ຕາມຈິງ, ຕາມຈິງແລ້ວ, ເຮົາກ່າວກັບເຈົ້າ, ຈົ່ງ ກໄວ້ວາງໃຈໃນ ຂພຣະວິນຍານນັ້ນ ຊຶ່ງພາໃຫ້ເຮັດຄວາມດີ—ແທ້ຈິງແລ້ວ, ໃຫ້ເຮັດຢ່າງຖືກຕ້ອງ, ໃຫ້ ຄເດີນໄປດ້ວຍ ງຄວາມຖ່ອມຕົວ, ໃຫ້ ຈຕັດສິນຢ່າງຊອບທຳ; ແລະ ນີ້ຄືພຣະວິນຍານຂອງເຮົາ.
13 ຕາມຈິງ, ຕາມຈິງແລ້ວ, ເຮົາກ່າວກັບເຈົ້າ, ເຮົາຈະໃຫ້ພຣະວິນຍານສ່ວນໜຶ່ງແກ່ເຈົ້າ, ຊຶ່ງຈະໃຫ້ ກຄວາມສະຫວ່າງແກ່ ຂຄວາມຄິດຂອງເຈົ້າ, ຊຶ່ງຈະເຮັດໃຫ້ຈິດວິນຍານຂອງເຈົ້າເຕັມໄປດ້ວຍ ຄຄວາມສຸກ;
14 ແລະ ແລ້ວເຈົ້າຈະຮູ້ວ່າ, ຫລື ໂດຍສິ່ງນີ້ເຈົ້າຈະຮູ້ວ່າ ທຸກສິ່ງອັນໃດກໍຕາມທີ່ເຈົ້າປາດຖະໜາຈາກເຮົາ ຊຶ່ງກ່ຽວກັບສິ່ງທີ່ ກຊອບທຳ, ດ້ວຍສັດທາ ໂດຍທີ່ເຊື່ອໃນເຮົາ ແລ້ວເຈົ້າຈະໄດ້ຮັບ.
15 ຈົ່ງເບິ່ງ, ເຮົາບັນຊາເຈົ້າວ່າ ເຈົ້າບໍ່ຄວນຄິດວ່າ ເຈົ້າຖືກເອີ້ນໃຫ້ສັ່ງສອນ ຈົນກວ່າເຈົ້າຖືກ ກເອີ້ນ.
16 ຈົ່ງລໍຖ້າໄປກ່ອນ, ຈົນກວ່າເຈົ້າມີຄຳຂອງເຮົາ, ກດານຫີນຂອງເຮົາ, ສາດສະໜາຈັກຂອງເຮົາ, ແລະ ພຣະກິດຕິຄຸນຂອງເຮົາ, ເພື່ອວ່າເຈົ້າຈະຮູ້ຈັກຄຳສອນຂອງເຮົາຢ່າງແນ່ແທ້.
17 ແລະ ເມື່ອນັ້ນ, ຈົ່ງເບິ່ງ, ຕາມຄວາມປາດຖະໜາຂອງເຈົ້າ, ແທ້ຈິງແລ້ວ, ແມ່ນແຕ່ຕາມສັດທາຂອງເຈົ້າ ມັນຈະເກີດຂຶ້ນກັບເຈົ້າ.
18 ຈົ່ງຮັກສາບັນຍັດຂອງເຮົາ; ຈົ່ງສະຫງົບງຽບ; ຈົ່ງອ້ອນວອນຕໍ່ພຣະວິນຍານຂອງເຮົາ;
19 ແທ້ຈິງແລ້ວ, ຈົ່ງ ກແນບສະໜິດຢູ່ນຳເຮົາດ້ວຍສຸດຫົວໃຈຂອງເຈົ້າ, ເພື່ອວ່າເຈົ້າຈະໄດ້ຊ່ວຍເຫລືອໃນການນຳຄວາມສະຫວ່າງມາສູ່ສິ່ງທີ່ກ່າວມານັ້ນ—ແທ້ຈິງແລ້ວ, ຄືການແປວຽກງານຂອງເຮົາ; ຈົ່ງອົດທົນຈົນກວ່າເຈົ້າຈະສຳເລັດມັນ.
20 ຈົ່ງເບິ່ງ, ນີ້ຄືວຽກງານຂອງເຈົ້າ, ທີ່ຈະ ກຮັກສາບັນຍັດຂອງເຮົາ, ແທ້ຈິງແລ້ວ, ດ້ວຍສຸດພະລັງ, ຄວາມນຶກຄິດ ແລະ ກຳລັງຂອງເຈົ້າ.
21 ຢ່າສະແຫວງຫາທີ່ຈະປະກາດຄຳຂອງເຮົາ, ແຕ່ກ່ອນອື່ນໝົດ ໃຫ້ສະແຫວງ ກຫາຄຳຂອງເຮົາ, ແລະ ເມື່ອນັ້ນ ລີ້ນຂອງເຈົ້າຈະມາຍອອກ; ຈາກນັ້ນ, ຖ້າຫາກເຈົ້າປາດຖະໜາ, ເຈົ້າຈະມີວິນຍານຂອງເຮົາ ແລະ ຄຳຂອງເຮົາ, ແທ້ຈິງແລ້ວ, ມີອຳນາດຂອງພຣະເຈົ້າໃນການໃຫ້ມະນຸດຍອມຮັບ.
22 ແຕ່ຕອນນີ້ ຈົ່ງສະຫງົບງຽບ; ໃຫ້ເຈົ້າສຶກສາ ກຄຳຂອງເຮົາ ຊຶ່ງໄດ້ອອກໄປສູ່ລູກຫລານມະນຸດ, ແລະ ໃຫ້ ຂສຶກສາ ຄຄຳຂອງເຮົາ ຊຶ່ງຈະອອກມາສູ່ລູກຫລານມະນຸດນຳອີກ, ຫລື ສິ່ງທີ່ພວມແປຢູ່, ແທ້ຈິງແລ້ວ, ຈົນກວ່າເຈົ້າໄດ້ຮັບທຸກສິ່ງ ຊຶ່ງເຮົາຈະ ງມອບໃຫ້ແກ່ລູກຫລານມະນຸດໃນຄົນລຸ້ນນີ້, ແລະ ຈາກນັ້ນ ທຸກສິ່ງຈະຖືກຕື່ມໃສ່ໃນນັ້ນ.
23 ຈົ່ງເບິ່ງ ເຈົ້າຄື ກໄຮຣຳ, ບຸດຂອງເຮົາ; ຈົ່ງ ຂສະແຫວງຫາອານາຈັກຂອງພຣະເຈົ້າ, ແລະ ທຸກສິ່ງຈະຖືກຕື່ມໃສ່ຕາມສິ່ງທີ່ທ່ຽງທຳ.
24 ຈົ່ງ ກສ້າງເທິງດານຫີນຂອງເຮົາ, ຊຶ່ງເປັນ ຂພຣະກິດຕິຄຸນຂອງເຮົາ;
25 ຢ່າປະຕິເສດພຣະວິນຍານແຫ່ງ ກການເປີດເຜີຍ, ຫລື ພຣະວິນຍານແຫ່ງ ຂການທຳນາຍ, ເພາະວິບັດແກ່ຄົນທີ່ປະຕິເສດສິ່ງເຫລົ່ານີ້;
26 ສະນັ້ນ, ຈົ່ງ ກສະສົມມັນໄວ້ໃນໃຈຂອງເຈົ້າ ຈົນກວ່າຈະເຖິງເວລາ ຊຶ່ງໃນຄວາມສະຫລຽວສະຫລາດຂອງເຮົາ ທີ່ເຈົ້າຈະອອກໄປ.
27 ຈົ່ງເບິ່ງ, ເຮົາກ່າວກັບທຸກຄົນທີ່ມີຄວາມປາດຖະໜາດີ, ແລະ ໄດ້ ກເດ່ກ່ຽວຂອງເຂົາອອກໄປ ເພື່ອຈະເກັບກ່ຽວ.
28 ຈົ່ງເບິ່ງ, ເຮົາຄື ກພຣະເຢຊູຄຣິດ, ພຣະບຸດຂອງພຣະເຈົ້າ. ເຮົາຄືຊີວິດ ແລະ ຂຄວາມສະຫວ່າງຂອງໂລກ.
29 ເຮົາຄືຜູ້ດຽວກັນນັ້ນທີ່ໄດ້ມາຫາຜູ້ຄົນຂອງເຮົາ ແລະ ຜູ້ຄົນຂອງເຮົາບໍ່ໄດ້ຮັບເອົາເຮົາ;
30 ແຕ່ຕາມຈິງ, ຕາມຈິງແລ້ວ, ເຮົາກ່າວກັບເຈົ້າ, ວ່າຫລາຍຕໍ່ຫລາຍຄົນໄດ້ຮັບເອົາເຮົາສັນໃດ, ຕໍ່ເຂົາເຮົາກໍຈະມອບ ກຄວາມສາມາດໃຫ້ ເພື່ອກາຍເປັນ ຂບຸດຂອງພຣະເຈົ້າສັນນັ້ນ, ແມ່ນແຕ່ຕໍ່ເຂົາທີ່ເຊື່ອໃນນາມຂອງເຮົາ. ອາແມນ.