ພາກທີ 49
ການເປີດເຜີຍທີ່ມອບໃຫ້ຜ່ານໂຈເຊັບ ສະມິດ ຜູ້ເປັນສາດສະດາ ແກ່ຊິດນີ ຣິກດອນ, ພາລີ ພີ ພະແຣັດ, ແລະ ລີມັນ ຄອບລີ, ທີ່ເມືອງເຄີດແລນ, ລັດໂອໄຮໂອ, ວັນທີ 7 ເດືອນພຶດສະພາ, 1831. ລີມັນ ຄອບລີ ໄດ້ຮັບເອົາພຣະກິດຕິຄຸນ ແຕ່ຍັງເຊື່ອຄຳສອນບາງຢ່າງຂອງນິກາຍເຊເກີຢູ່ (Shakers—United Society of Believers in Christ’s Second Appearing) ແປວ່າ ສະມາຄົມເຊເກີຂອງຜູ້ເຊື່ອໃນການມາປະກົດຄັ້ງທີສອງຂອງພຣະຄຣິດ, ຊຶ່ງລາວເຄີຍເປັນສະມາຊິກໃນສະມາຄົມນີ້. ຄວາມເຊື່ອບາງຢ່າງຂອງນິກາຍເຊເກີ ຄືການສະເດັດມາຂອງພຣະຄຣິດຄັ້ງທີສອງໄດ້ເກີດຂຶ້ນແລ້ວ ແລະ ວ່າພຣະອົງໄດ້ມາປະກົດໃນຮູບຮ່າງຂອງສະຕີ, ຄື ແອນ ລີ. ເຂົາເຈົ້າບໍ່ເຊື່ອວ່າ ການບັບຕິສະມາໂດຍນ້ຳເປັນສິ່ງຈຳເປັນ. ເຂົາເຈົ້າປະຕິເສດການແຕ່ງງານ ແລະ ເຊື່ອໃນການຢູ່ເປັນໂສດ. ຊາວເຊເກີ ບາງຄົນ ຍັງຖືກສັ່ງຫ້າມບໍ່ໃຫ້ກິນຊີ້ນນຳອີກ. ໃນບົດຄຳນຳຕໍ່ການເປີດເຜີຍນີ້, ປະຫວັດຂອງໂຈເຊັບ ສະມິດ ກ່າວວ່າ, “ເພື່ອຈະມີຄວາມເຂົ້າໃຈຢ່າງເຖິງຖອງກ່ຽວກັບເລື່ອງນີ້, ຂ້າພະເຈົ້າຈຶ່ງໄດ້ທູນຖາມພຣະຜູ້ເປັນເຈົ້າ, ແລະ ໄດ້ຮັບດັ່ງຕໍ່ໄປນີ້.” ການເປີດເຜີຍພິສູດໃຫ້ເຫັນວ່າຄຳສອນບາງຢ່າງຂອງກຸ່ມເຊເກີບໍ່ຖືກຕ້ອງ. ບັນດາອ້າຍນ້ອງທີ່ກ່າວມາຂ້າງເທິງໄດ້ເອົາການເປີດເຜີຍໄປສະເໜີຕໍ່ຊຸມຊົນເຊເກີ (ໃກ້ເມືອງຄລີບແລນ, ລັດໂອໄຮໂອ) ແລະ ອ່ານມັນໃຫ້ທຸກຄົນໃນພວກເຂົາຟັງ, ແຕ່ຖືກປະຕິເສດ.
1–7, ວັນ ແລະ ຊົ່ວໂມງແຫ່ງການສະເດັດມາຂອງພຣະຄຣິດຈະບໍ່ມີໃຜຮູ້ຈົນກວ່າພຣະອົງສະເດັດມາ; 8–14, ມະນຸດຕ້ອງກັບໃຈ, ເຊື່ອພຣະກິດຕິຄຸນ, ແລະ ເຊື່ອຟັງຕໍ່ພິທີການເພື່ອຈະໄດ້ຮັບຄວາມລອດ; 15–16, ການແຕ່ງງານໄດ້ຮັບການແຕ່ງຕັ້ງຈາກພຣະເຈົ້າ; 17–21, ການກິນຊີ້ນໄດ້ຮັບການອະນຸຍາດ; 22–28, ຊີໂອນຈະຮຸ່ງເຮືອງ ແລະ ຊາວເລມັນຈະບານສະພັ່ງເໝືອນດັ່ງດອກກຸຫລາບກ່ອນການສະເດັດມາຄັ້ງທີສອງ.
1 ຈົ່ງເຊື່ອຟັງຖ້ອຍຄຳຂອງເຮົາ, ຜູ້ຮັບໃຊ້ຂອງເຮົາ ຊິດນີ, ແລະ ພາລີ, ແລະ ລີມັນ; ເພາະຈົ່ງເບິ່ງ, ຕາມຄວາມຈິງແລ້ວ ເຮົາກ່າວກັບພວກເຈົ້າວ່າ ເຮົາມອບບັນຍັດຂໍ້ໜຶ່ງໃຫ້ພວກເຈົ້າ ເພື່ອວ່າພວກເຈົ້າຈະໄປ ແລະ ກສັ່ງສອນພຣະກິດຕິຄຸນຂອງເຮົາ ຊຶ່ງພວກເຈົ້າໄດ້ຮັບ, ແມ່ນແຕ່ດັ່ງທີ່ພວກເຈົ້າໄດ້ຮັບມັນ, ໃຫ້ແກ່ນິກາຍເຊເກີ.
2 ຈົ່ງເບິ່ງ, ເຮົາກ່າວກັບພວກເຈົ້າວ່າ ພວກເຂົາປາດຖະໜາຢາກຮູ້ຄວາມຈິງບາງຢ່າງ, ແຕ່ບໍ່ແມ່ນທັງໝົດ, ເພາະພວກເຂົາບໍ່ ກຖືກຕ້ອງຢູ່ຕໍ່ໜ້າເຮົາ ແລະ ຈຳເປັນຕ້ອງກັບໃຈ.
3 ດັ່ງນັ້ນ, ເຮົາຈຶ່ງສົ່ງພວກເຈົ້າ, ຜູ້ຮັບໃຊ້ຂອງເຮົາ ຊິດນີ ແລະ ພາລີ, ໃຫ້ໄປສັ່ງສອນພຣະກິດຕິຄຸນໃຫ້ແກ່ພວກເຂົາ.
4 ແລະ ຜູ້ຮັບໃຊ້ຂອງເຮົາ ລີມັນ ຈະຖືກແຕ່ງຕັ້ງສູ່ວຽກງານນີ້, ເພື່ອວ່າລາວຈະໄດ້ຊີ້ແຈງກັບພວກເຂົາ, ບໍ່ແມ່ນຕາມສິ່ງທີ່ລາວໄດ້ຮັບຈາກພວກເຂົາ, ແຕ່ຕາມສິ່ງທີ່ລາວຈະໄດ້ຮັບການ ກສິດສອນຈາກພວກເຈົ້າ ຜູ້ຮັບໃຊ້ຂອງເຮົາ; ແລະ ໂດຍການເຮັດເຊັ່ນນັ້ນ ເຮົາຈະໄດ້ອວຍພອນລາວ, ຖ້າບໍ່ດັ່ງນັ້ນ ລາວຈະບໍ່ຈະເລີນກ້າວໜ້າ.
5 ພຣະຜູ້ເປັນເຈົ້າໄດ້ກ່າວດັ່ງນີ້; ເພາະເຮົາຄືພຣະເຈົ້າ, ແລະ ໄດ້ ກສົ່ງພຣະບຸດອົງດຽວທີ່ຖືກຳເນີດຂອງເຮົາມາຍັງໂລກເພື່ອ ຂການໄຖ່ໂລກ, ແລະ ໄດ້ອອກຄຳສັ່ງວ່າ ຄົນທີ່ຮັບເອົາພຣະອົງຈະລອດ, ແລະ ຄົນທີ່ບໍ່ຮັບເອົາພຣະອົງຈະ ຄອັບປະໂຫຍດ—
6 ແລະ ພວກເຂົາໄດ້ເຮັດກັບ ກບຸດມະນຸດ ແມ່ນແຕ່ດັ່ງທີ່ພວກເຂົາປາດຖະໜາ; ແລະ ພຣະອົງໄດ້ຮັບອຳນາດຂອງພຣະອົງຢູ່ທາງ ຂເບື້ອງຂວາພຣະຫັດແຫ່ງ ຄລັດສະໝີພາບຂອງພຣະອົງ, ແລະ ບັດນີ້ໄດ້ປົກຄອງຢູ່ໃນຟ້າສະຫວັນ, ແລະ ຈະປົກຄອງຈົນກວ່າພຣະອົງລົງມາເທິງແຜ່ນດິນໂລກ ແລະ ເຮັດໃຫ້ສັດຕູທັງໝົດຢູ່ ງໃຕ້ພຣະບາດຂອງພຣະອົງ, ຊຶ່ງເວລາໃກ້ຈະມາເຖິງແລ້ວ—
7 ເຮົາ, ອົງພຣະຜູ້ເປັນເຈົ້າ, ໄດ້ກ່າວມັນໄວ້ດັ່ງນີ້; ແຕ່ຊົ່ວໂມງ ແລະ ກວັນນັ້ນບໍ່ມີຄົນໃດຮູ້, ທັງເຫລົ່າທູດໃນສະຫວັນກໍບໍ່ຮູ້, ແລະ ພວກເຂົາຈະບໍ່ຮູ້ຈົນກວ່າພຣະອົງສະເດັດມາ.
8 ດັ່ງນັ້ນ, ເຮົາປະສົງໃຫ້ມະນຸດທັງປວງກັບໃຈ, ເພາະທຸກຄົນຢູ່ພາຍໃຕ້ ກບາບ, ຍົກເວັ້ນແຕ່ຄົນເຫລົ່ານັ້ນທີ່ເຮົາສະຫງວນໄວ້ໃຫ້ແກ່ເຮົາເອງ, ຄົນ ຂບໍລິສຸດທີ່ພວກເຈົ້າບໍ່ຮູ້ຈັກ.
9 ດັ່ງນັ້ນ, ເຮົາກ່າວກັບພວກເຈົ້າວ່າ ເຮົາໄດ້ສົ່ງ ກພັນທະສັນຍາອັນເປັນນິດຂອງເຮົາມາໃຫ້ພວກເຈົ້າ, ແມ່ນຕັ້ງແຕ່ຕົ້ນ
10 ແລະ ວ່າສິ່ງໃດທີ່ເຮົາໄດ້ສັນຍາ ເຮົາຈະເຮັດສິ່ງນັ້ນໃຫ້ສຳເລັດຜົນ, ແລະ ກປະຊາຊາດຂອງແຜ່ນດິນໂລກຈະ ຂກົ້ມຂາບມັນ; ແລະ, ຖ້າຫາກເຂົາບໍ່ໄດ້ກົ້ມຂາບລົງດ້ວຍຕົວເຂົາເອງ, ເຂົາຈະຕົກຕ່ຳ, ເພາະສິ່ງຊຶ່ງບັດນີ້ສູງສົ່ງດ້ວຍຕົວມັນເອງ ຈະຖືກ ຄຫລົດອຳນາດລົງຕ່ຳ.
11 ດັ່ງນັ້ນ, ເຮົາຈຶ່ງມອບບັນຍັດຂໍ້ໜຶ່ງໃຫ້ພວກເຈົ້າວ່າ ຈົ່ງ ກໄປໃນບັນດາຜູ້ຄົນເຫລົ່ານີ້, ແລະ ກ່າວກັບພວກເຂົາ, ເໝືອນດັ່ງອັກຄະສາວົກໃນສະໄໝບູຮານຂອງເຮົາ, ຜູ້ຊື່ວ່າເປໂຕ ດັ່ງນີ້:
12 ຈົ່ງເຊື່ອໃນພຣະນາມຂອງອົງພຣະເຢຊູ, ຜູ້ເຄີຍຢູ່ເທິງແຜ່ນດິນໂລກ, ແລະ ຈະສະເດັດມາ, ຜູ້ເປັນຕົ້ນ ແລະ ທີ່ສຸດ;
13 ຈົ່ງ ກກັບໃຈ ແລະ ຮັບບັບຕິສະມາໃນພຣະນາມຂອງພຣະເຢຊູຄຣິດ, ຕາມພຣະບັນຍັດທີ່ສັກສິດ, ເພື່ອການປົດບາບ;
14 ແລະ ຜູ້ໃດທີ່ເຮັດສິ່ງນີ້ຈະໄດ້ຮັບ ກຂອງປະທານແຫ່ງພຣະວິນຍານບໍລິສຸດ, ໂດຍການວາງ ຂມືຂອງພວກແອວເດີຂອງສາດສະໜາຈັກ.
15 ແລະ ອີກເທື່ອໜຶ່ງ, ຕາມຄວາມຈິງແລ້ວ ເຮົາກ່າວກັບພວກເຈົ້າວ່າ ຜູ້ໃດກໍຕາມທີ່ ກຫ້າມ ຂການແຕ່ງງານບໍ່ໄດ້ຮັບການແຕ່ງຕັ້ງຈາກພຣະເຈົ້າ, ເພາະການແຕ່ງງານໄດ້ຮັບການແຕ່ງຕັ້ງຈາກພຣະເຈົ້າເພື່ອມະນຸດ.
16 ດັ່ງນັ້ນ, ມັນຈຶ່ງຖືກຕ້ອງຕາມກົດໝາຍທີ່ເຂົາຄວນມີ ກເມຍຄົນໜຶ່ງ, ແລະ ເຂົາທັງສອງຈະຕ້ອງເປັນ ຂເນື້ອດຽວກັນ, ແລະ ທັງໝົດນີ້ເພື່ອວ່າ ຄແຜ່ນດິນໂລກຈະສາມາດຕອບສະໜອງຈຸດປະສົງຂອງການສ້າງຂອງມັນ;
17 ແລະ ເພື່ອວ່າມັນຈະເຕັມໄປດ້ວຍມະນຸດ, ຕາມ ກການສ້າງຂອງເຂົາ ຂກ່ອນໂລກຖືກສ້າງຂຶ້ນ.
18 ແລະ ຜູ້ໃດກໍຕາມທີ່ ກສັ່ງຫ້າມໃຫ້ລະເວັ້ນຈາກ ຂຊີ້ນ, ວ່າມະນຸດບໍ່ຄວນກິນຊີ້ນນັ້ນຄືກັນ, ບໍ່ໄດ້ຮັບການແຕ່ງຕັ້ງຈາກພຣະເຈົ້າ;
19 ເພາະ, ຈົ່ງເບິ່ງ, ກສັດຢູ່ໃນທົ່ງ ແລະ ຝູງນົກຢູ່ໃນອາກາດ, ແລະ ສິ່ງຊຶ່ງມາຈາກແຜ່ນດິນ, ໄດ້ຮັບການແຕ່ງຕັ້ງໄວ້ເພື່ອໃຫ້ມະນຸດໃຊ້ເປັນອາຫານ ແລະ ເປັນເຄື່ອງນຸ່ງຫົ່ມ, ແລະ ເພື່ອວ່າເຂົາຈະມີຄວາມອຸດົມສົມບູນ.
20 ແຕ່ບໍ່ໄດ້ໃຫ້ໄວ້ວ່າ ຄົນໆໜຶ່ງຈະ ກຄອບຄອງຫລາຍກວ່າອີກຄົນໜຶ່ງ, ດັ່ງນັ້ນ ຂໂລກຈະຢູ່ໃນບາບ.
21 ແລະ ວິບັດຈົ່ງມີແກ່ຄົນທີ່ ກຫລັ່ງເລືອດ ຫລື ເສຍເນື້ອໜັງໄປລ້າໆ ແລະ ບໍ່ມີຄວາມຈຳເປັນ.
22 ແລະ ອີກເທື່ອໜຶ່ງ, ຕາມຄວາມຈິງແລ້ວ ເຮົາກ່າວກັບພວກເຈົ້າວ່າ ບຸດມະນຸດບໍ່ໄດ້ ກສະເດັດມາໃນຮູບຮ່າງຂອງສະຕີ, ທັງບໍ່ແມ່ນໃນຮູບຮ່າງຂອງຜູ້ຊາຍທີ່ສັນຈອນໄປເທິງແຜ່ນດິນໂລກ.
23 ດັ່ງນັ້ນ, ຈົ່ງຢ່າຖືກ ກຫລອກ, ແຕ່ໃຫ້ດຳເນີນຕໍ່ໄປໃນຄວາມແນ່ວແນ່, ໂດຍການ ຂລໍຄອຍໃຫ້ຟ້າສະຫວັນສັ່ນສະເທືອນ, ແລະ ແຜ່ນດິນໂລກສັ່ນ ແລະ ເນີ້ງໄປເບື້ອງນັ້ນ ແລະ ເບື້ອງນີ້ເໝືອນດັ່ງຄົນເມົາເຫລົ້າ, ແລະ ໃຫ້ ຄຮ່ອມພູຖືກຍົກຂຶ້ນສູງ, ແລະ ໃຫ້ ງພູຜາຖືກຫຍຸບລົງຕ່ຳ, ແລະ ໃຫ້ບ່ອນເປັນຂຸມຄຸຄະກາຍເປັນບ່ອນຮາບພຽງ—ແລະ ທັງໝົດນີ້ ເມື່ອທູດຈະເປົ່າ ຈແກຂອງເຂົາ.
24 ແຕ່ກ່ອນວັນອັນຍິ່ງໃຫຍ່ຂອງພຣະຜູ້ເປັນເຈົ້າຈະມາເຖິງ, ກຢາໂຄບຈະ ຈະເລີນຮຸ່ງເຮືອງຢູ່ໃນຖິ່ນແຫ້ງແລ້ງກັນດານ, ແລະ ຊາວເລມັນຈະ ຂບານສະພັ່ງເໝືອນດັ່ງດອກກຸຫລາບ.
25 ຊີໂອນຈະ ກຈະເລີນຮຸ່ງເຮືອງຢູ່ເທິງ ຂເນີນພູ ແລະ ປິຕິຍິນດີຢູ່ເທິງພູເຂົາ, ແລະ ຈະຖືກຮວບຮວມເຂົ້າກັນໃນບ່ອນທີ່ເຮົາໄດ້ກຳນົດໄວ້.
26 ຈົ່ງເບິ່ງ, ເຮົາກ່າວກັບພວກເຈົ້າວ່າ ຈົ່ງອອກໄປດັ່ງທີ່ເຮົາໄດ້ບັນຊາພວກເຈົ້າ; ຈົ່ງກັບໃຈຈາກບາບທັງໝົດຂອງພວກເຈົ້າ; ຈົ່ງ ກໝັ່ນຂໍ ແລ້ວພວກເຈົ້າຈະໄດ້ຮັບ; ຈົ່ງໝັ່ນເຄາະ ແລ້ວຈະມີຜູ້ໄຂປະຕູໃຫ້.
27 ຈົ່ງເບິ່ງ, ເຮົາຈະນຳໜ້າພວກເຈົ້າ ແລະ ຈະຮັກສາ ກທາງຫລັງຂອງພວກເຈົ້າ; ແລະ ເຮົາຈະຢູ່ ຂທ່າມກາງພວກເຈົ້າ, ແລະ ພວກເຈົ້າຈະບໍ່ ຄສັບສົນ.
28 ຈົ່ງເບິ່ງ, ເຮົາຄືພຣະເຢຊູຄຣິດ, ແລະ ເຮົາມາ ກຢ່າງໄວ. ແມ່ນເປັນດັ່ງນັ້ນ. ອາແມນ.