ພາກທີ 46
ການເປີດເຜີຍທີ່ມອບໃຫ້ຜ່ານໂຈເຊັບ ສະມິດ ຜູ້ເປັນສາດສະດາ ແກ່ສາດສະໜາຈັກ, ທີ່ເມືອງເຄີດແລນ, ລັດໂອໄຮໂອ, ວັນທີ 8 ເດືອນມີນາ, 1831. ໃນຊ່ວງໄລຍະທຳອິດນີ້ຂອງສາດສະໜາຈັກ, ຍັງບໍ່ໄດ້ພັດທະນາແບບແຜນສຳລັບການດຳເນີນການຂອງສາດສະໜາຈັກເທື່ອ. ເຖິງຢ່າງໃດກໍຕາມ, ທຳນຽມຂອງການອະນຸຍາດສະເພາະແຕ່ສະມາຊິກ ແລະ ຜູ້ສົນໃຈແທ້ໆເທົ່ານັ້ນໃຫ້ເຂົ້າຮ່ວມກອງປະຊຸມສິນລະລຶກ ແລະ ການຊຸມນຸມອື່ນໆຂອງສາດສະໜາຈັກ ໄດ້ກາຍເປັນການປະຕິບັດໂດຍທົ່ວໄປ. ການເປີດເຜີຍນີ້ສະແດງໃຫ້ເຫັນເຖິງພຣະປະສົງຂອງພຣະຜູ້ເປັນເຈົ້າກ່ຽວກັບການຄວບຄຸມ ແລະ ການດຳເນີນການປະຊຸມ ແລະ ການແນະນຳຂອງພຣະອົງ ເລື່ອງການສະແຫວງຫາ ແລະ ການຫລິງເຫັນຂອງປະທານແຫ່ງພຣະວິນຍານ.
1–2, ແອວເດີຕ້ອງດຳເນີນການປະຊຸມຕາມທີ່ໄດ້ຮັບການນຳພາຈາກພຣະວິນຍານສັກສິດ; 3–6, ຜູ້ສະແຫວງຫາຄວາມຈິງບໍ່ຄວນຖືກກີດກັນຈາກກອງປະຊຸມສິນລະລຶກ; 7–12, ຈົ່ງທູນຂໍຈາກພຣະເຈົ້າ ແລະ ສະແຫວງຫາຂອງປະທານແຫ່ງພຣະວິນຍານ; 13–26, ລາຍການຂອງປະທານບາງຢ່າງຖືກມອບໃຫ້; 27–33, ຜູ້ນຳຂອງສາດສະໜາຈັກໄດ້ຮັບອຳນາດໃນການຫລິງເຫັນຂອງປະທານແຫ່ງພຣະວິນຍານ.
1 ຈົ່ງເຊື່ອຟັງ, ໂອ້ ພວກເຈົ້າຜູ້ຄົນແຫ່ງສາດສະໜາຈັກຂອງເຮົາ; ເພາະຕາມຄວາມຈິງແລ້ວ ເຮົາກ່າວກັບພວກເຈົ້າວ່າ ເລື່ອງເຫລົ່ານີ້ຖືກກ່າວກັບພວກເຈົ້າ ເພື່ອ ກຜົນປະໂຫຍດ ແລະ ການຮຽນຮູ້ຂອງພວກເຈົ້າ.
2 ແຕ່ເຖິງແມ່ນວ່າເລື່ອງເຫລົ່ານັ້ນມີຂຽນໄວ້ແລ້ວ, ແຕ່ກໍຖືກມອບໃຫ້ແກ່ ກແອວເດີຂອງສາດສະໜາຈັກຂອງເຮົາສະເໝີມາຕັ້ງແຕ່ຕົ້ນ, ແລະ ຈະເປັນໄປຕະຫລອດ, ເພື່ອ ຂດຳເນີນການປະຊຸມທັງໝົດຕາມທີ່ເຂົາເຈົ້າໄດ້ຮັບການນຳພາຈາກພຣະວິນຍານສັກສິດ.
3 ເຖິງຢ່າງໃດກໍຕາມ ພວກເຈົ້າໄດ້ຮັບບັນຊາບໍ່ໃຫ້ ກໄລ່ຄົນໃດອອກຈາກກອງປະຊຸມສາທາລະນະຂອງພວກເຈົ້າ, ຊຶ່ງມີຢູ່ຕໍ່ໜ້າໂລກ.
4 ພວກເຈົ້າກໍໄດ້ຮັບບັນຊາອີກວ່າບໍ່ໃຫ້ໄລ່ຄົນໃດທີ່ເປັນຂອງ ກສາດສະໜາຈັກອອກໄປຈາກກອງປະຊຸມສິນລະລຶກຂອງພວກເຈົ້າ; ເຖິງຢ່າງໃດກໍຕາມ, ຖ້າຫາກຄົນໃດຄົນໜຶ່ງເຮັດຄວາມຜິດ, ກໍ ຂຢ່າໃຫ້ເຂົາຮັບສ່ວນ ຈົນກວ່າເຂົາໄດ້ຄືນດີກ່ອນ.
5 ແລະ ອີກເທື່ອໜຶ່ງ ເຮົາກ່າວກັບພວກເຈົ້າວ່າ ຢ່າຂັບໄລ່ຄົນໃດທີ່ສະແຫວງຫາອານາຈັກຢ່າງຕັ້ງໃຈອອກຈາກກອງປະຊຸມສິນລະລຶກຂອງພວກເຈົ້າ—ເຮົາກ່າວເລື່ອງນີ້ກ່ຽວກັບຄົນທີ່ບໍ່ໄດ້ເປັນຂອງສາດສະໜາຈັກ.
6 ແລະ ອີກເທື່ອໜຶ່ງ ເຮົາກ່າວກັບພວກເຈົ້າ, ກ່ຽວກັບ ກການປະຊຸມຢືນຢັນຂອງພວກເຈົ້າ, ວ່າຖ້າຫາກມີຄົນໃດທີ່ບໍ່ໄດ້ເປັນຂອງສາດສະໜາຈັກ, ທີ່ສະແຫວງຫາອານາຈັກຢ່າງຕັ້ງໃຈ, ຢ່າໄລ່ເຂົາອອກໄປ.
7 ແຕ່ພວກເຈົ້າຖືກບັນຊາໃຫ້ ກທູນຂໍຈາກພຣະເຈົ້າໃນທຸກສິ່ງ, ຜູ້ປະທານໃຫ້ດ້ວຍພຣະກະລຸນາ; ແລະ ສິ່ງຊຶ່ງພຣະວິນຍານເປັນພະຍານແກ່ພວກເຈົ້າ ແມ່ນແຕ່ເຊັ່ນນັ້ນເຮົາຢາກໃຫ້ພວກເຈົ້າເຮັດດ້ວຍໃຈ ຂບໍລິສຸດທັງໝົດ, ໂດຍການເດີນໄປ ຢ່າງພາກພູມໃຈຕໍ່ໜ້າເຮົາ, ຄພິຈາລະນາທີ່ສຸດແຫ່ງຄວາມລອດຂອງພວກເຈົ້າ, ເຮັດທຸກສິ່ງດ້ວຍຄຳອະທິຖານ ແລະ ງຄວາມຂອບພຣະໄທ, ເພື່ອວ່າພວກເຈົ້າຈະບໍ່ໄດ້ ຈຖືກລໍ້ໂດຍວິນຍານຮ້າຍ, ຫລື ຄຳສອນຂອງ ສມານ, ຫລື ຊບັນຍັດຂອງມະນຸດ; ເພາະບາງອັນເປັນຂອງມະນຸດ, ແລະ ບາງອັນເປັນຂອງມານ.
8 ດັ່ງນັ້ນ, ຈົ່ງລະວັງ ຖ້າບໍ່ດັ່ງນັ້ນພວກເຈົ້າຈະຖືກຫລອກລວງ; ແລະ ເພື່ອວ່າເຈົ້າຈະບໍ່ຖືກຫລອກລວງ ຈົ່ງ ກສະແຫວງຫາຂອງປະທານທີ່ດີທີ່ສຸດຢ່າງຕັ້ງໃຈ, ໂດຍຈື່ຈຳສະເໝີວ່າ ມັນຖືກມອບໃຫ້ເພື່ອສິ່ງໃດ;
9 ເພາະຕາມຄວາມຈິງແລ້ວ ເຮົາກ່າວກັບພວກເຈົ້າວ່າ ມັນຖືກມອບໃຫ້ເພື່ອຜົນປະໂຫຍດຂອງຜູ້ທີ່ຮັກເຮົາ ແລະ ຮັກສາບັນຍັດທັງໝົດຂອງເຮົາ, ແລະ ຄົນທີ່ສະແຫວງຫາທີ່ຈະເຮັດແນວນັ້ນ; ເພື່ອທຸກຄົນທີ່ສະແຫວງຫາ ຫລື ທູນຂໍຈາກເຮົາຈະໄດ້ຮັບຜົນປະໂຫຍດ, ທີ່ທູນຂໍ ແລະ ບໍ່ແມ່ນສຳລັບ ກເຄື່ອງໝາຍ ເພື່ອຈະ ຂໃຊ້ມັນສຳລັບຄວາມຕັນຫາລາມົກຂອງເຂົາ.
10 ແລະ ອີກເທື່ອໜຶ່ງ, ຕາມຄວາມຈິງແລ້ວ ເຮົາກ່າວກັບພວກເຈົ້າວ່າ ເຮົາຢາກໃຫ້ພວກເຈົ້າຈື່ຈຳສະເໝີ, ແລະ ເກັບໄວ້ໃນ ກຈິດໃຈຂອງພວກເຈົ້າສະເໝີວ່າ ຂຂອງປະທານເຫລົ່ານັ້ນຄືຫຍັງ, ທີ່ມອບໃຫ້ແກ່ສາດສະໜາຈັກ.
11 ເພາະທຸກຄົນບໍ່ໄດ້ຮັບຂອງປະທານທັງໝົດໃຫ້ຕົນເອງ; ເພາະມີຂອງປະທານຫລາຍຢ່າງ, ແລະ ແກ່ ກທຸກຄົນຂອງປະທານຖືກມອບໃຫ້ໂດຍພຣະວິນຍານຂອງພຣະເຈົ້າ.
12 ແກ່ບາງຄົນມັນຖືກມອບໃຫ້ຢ່າງໜຶ່ງ, ແລະ ອີກບາງຄົນມັນຖືກມອບໃຫ້ອີກຢ່າງໜຶ່ງ, ເພື່ອວ່າທຸກຄົນຈະໄດ້ຮັບຜົນປະໂຫຍດດ້ວຍການນັ້ນ.
13 ແກ່ບາງຄົນມັນຖືກມອບໃຫ້ໂດຍພຣະວິນຍານບໍລິສຸດ ເພື່ອຈະ ກຮູ້ວ່າພຣະເຢຊູຄຣິດຄືພຣະບຸດຂອງພຣະເຈົ້າ, ແລະ ວ່າພຣະອົງໄດ້ຖືກຄຶງເພື່ອບາບຂອງໂລກ.
14 ແກ່ບາງຄົນມັນຖືກມອບໃຫ້ເພື່ອຈະ ກເຊື່ອຖ້ອຍຄຳຂອງເຂົາ, ເພື່ອວ່າເຂົາຈະໄດ້ຮັບຊີວິດນິລັນດອນຄືກັນ ຖ້າຫາກເຂົາຊື່ສັດຕໍ່ໄປ.
15 ແລະ ອີກເທື່ອໜຶ່ງ, ແກ່ບາງຄົນມັນຖືກມອບໃຫ້ໂດຍພຣະວິນຍານບໍລິສຸດ ເພື່ອຈະຮູ້ຈັກ ກຄວາມແຕກຕ່າງຂອງການບໍລິຫານງານ, ດັ່ງທີ່ຈະເປັນສິ່ງທີ່ພໍພະໄທຕໍ່ພຣະຜູ້ເປັນເຈົ້າອົງດຽວກັນ, ຕາມທີ່ພຣະຜູ້ເປັນເຈົ້າຈະປະສົງ, ເໝາະສົມຕໍ່ຄວາມເມດຕາຂອງພຣະອົງຕາມສະພາບຂອງລູກຫລານມະນຸດ.
16 ແລະ ອີກເທື່ອໜຶ່ງ, ມັນຖືກມອບໃຫ້ໂດຍພຣະວິນຍານບໍລິສຸດແກ່ບາງຄົນ ເພື່ອຈະຮູ້ຈັກປະເພດຂອງການດຳເນີນງານ, ບໍ່ວ່າມັນເປັນຂອງພຣະເຈົ້າຫລືບໍ່, ເພື່ອວ່າການສະແດງໃຫ້ປະຈັກຂອງພຣະວິນຍານຈະຖືກມອບໃຫ້ແກ່ມະນຸດທຸກຄົນ ເພື່ອຈະໄດ້ຮັບຜົນປະໂຫຍດດ້ວຍການນັ້ນ.
17 ແລະ ອີກເທື່ອໜຶ່ງ, ຕາມຄວາມຈິງແລ້ວ ເຮົາກ່າວກັບພວກເຈົ້າວ່າ ແກ່ບາງຄົນພຣະວາຈາແຫ່ງ ກປັນຍາໄດ້ຖືກມອບໃຫ້ໂດຍພຣະວິນຍານຂອງພຣະເຈົ້າ.
18 ແກ່ອີກຄົນໜຶ່ງໄດ້ຮັບຄຳແຫ່ງ ກຄວາມຮູ້, ເພື່ອວ່າທຸກຄົນຈະໄດ້ຮັບການສິດສອນໃຫ້ສະຫລາດ ແລະ ມີຄວາມຮູ້.
19 ແລະ ອີກເທື່ອໜຶ່ງ, ແກ່ບາງຄົນມັນຖືກມອບໃຫ້ເພື່ອຈະມີ ກສັດທາທີ່ຈະຮັບການປິ່ນປົວ;
20 ແລະ ແກ່ຄົນອື່ນໆມັນຖືກມອບໃຫ້ເພື່ອຈະມີສັດທາທີ່ຈະ ກປິ່ນປົວ.
21 ແລະ ອີກເທື່ອໜຶ່ງ, ແກ່ບາງຄົນມັນຖືກມອບໃຫ້ເພື່ອເຮັດວຽກງານແຫ່ງ ກການມະຫັດສະຈັນ;
22 ແລະ ແກ່ຄົນອື່ນໆມັນຖືກມອບໃຫ້ເພື່ອ ກທຳນາຍ;
23 ແລະ ແກ່ຄົນອື່ນໆມັນຖືກມອບໃຫ້ເພື່ອ ກຫລິງເຫັນວິນຍານ.
24 ແລະ ອີກເທື່ອໜຶ່ງ, ມັນຖືກມອບໃຫ້ແກ່ບາງຄົນເພື່ອເວົ້າ ກພາສາຕ່າງໆ;
25 ແລະ ແກ່ອີກຄົນໜຶ່ງມັນຖືກມອບໃຫ້ເພື່ອແປພາສາ.
26 ແລະ ກຂອງປະທານທັງໝົດນີ້ມາຈາກພຣະເຈົ້າ, ເພື່ອຜົນປະໂຫຍດຂອງ ຂລູກໆຂອງພຣະເຈົ້າ.
27 ແລະ ແກ່ ກອະທິການຂອງສາດສະໜາຈັກ, ແລະ ແກ່ຄົນເຊັ່ນນັ້ນຕາມທີ່ພຣະເຈົ້າຈະກຳນົດ ແລະ ແຕ່ງຕັ້ງໃຫ້ດູແລສາດສະໜາຈັກ ແລະ ເພື່ອເປັນແອວເດີສຳລັບສາດສະໜາຈັກ, ຈະຖືກມອບໃຫ້ເຂົາເພື່ອ ຂຫລິງເຫັນຂອງປະທານເຫລົ່ານັ້ນທັງໝົດ ຖ້າບໍ່ດັ່ງນັ້ນຈະມີບາງຄົນໃນບັນດາພວກເຈົ້າເວົ້າອ້າງ ແຕ່ບໍ່ໄດ້ເປັນຂອງພຣະເຈົ້າ.
28 ແລະ ເຫດການຈະບັງເກີດຂຶ້ນຄື ຄົນທີ່ທູນຂໍໂດຍ ກພຣະວິນຍານຈະໄດ້ຮັບໂດຍພຣະວິນຍານ;
29 ເພື່ອວ່າແກ່ບາງຄົນມັນຈະຖືກມອບໃຫ້ເພື່ອໃຫ້ມີຂອງປະທານເຫລົ່ານັ້ນທັງໝົດ, ເພື່ອວ່າຈະມີຫົວໜ້າ, ເພື່ອສະມາຊິກທຸກຄົນຈະໄດ້ຮັບຜົນປະໂຫຍດໃນການນັ້ນ.
30 ຄົນທີ່ ກທູນຂໍໃນ ຂພຣະວິນຍານແມ່ນທູນຂໍຕາມ ຄພຣະປະສົງຂອງພຣະເຈົ້າ; ດັ່ງນັ້ນ ມັນຈຶ່ງເກີດຂຶ້ນຕາມທີ່ເຂົາທູນຂໍ.
31 ແລະ ອີກເທື່ອໜຶ່ງ, ເຮົາກ່າວກັບພວກເຈົ້າວ່າ ທຸກສິ່ງຈະຕ້ອງຖືກກະທຳໃນພຣະນາມຂອງພຣະຄຣິດ, ສິ່ງໃດກໍຕາມທີ່ພວກເຈົ້າເຮັດໂດຍພຣະວິນຍານ;
32 ແລະ ພວກເຈົ້າຕ້ອງ ກຂອບພຣະໄທພຣະເຈົ້າໂດຍພຣະວິນຍານສຳລັບພອນໃດກໍຕາມທີ່ພວກເຈົ້າໄດ້ຮັບ.
33 ແລະ ພວກເຈົ້າຕ້ອງປະຕິບັດດ້ວຍ ກຄຸນນະທຳ ແລະ ຂຄວາມບໍລິສຸດຢູ່ຕໍ່ໜ້າເຮົາສະເໝີໄປ. ແມ່ນເປັນດັ່ງນັ້ນ. ອາແມນ.