ພາກທີ 25
ການເປີດເຜີຍທີ່ມອບໃຫ້ຜ່ານໂຈເຊັບ ສະມິດ ຜູ້ເປັນສາດສະດາ, ທີ່ເມືອງຮາມໂມນີ ລັດເພັນໂຊເວເນຍ, ເດືອນກໍລະກົດ 1830 (ເບິ່ງ ຫົວຂໍ້ຂອງ ພາກທີ 24). ການເປີດເຜີຍນີ້ໄດ້ສະແດງໃຫ້ປະຈັກເຖິງພຣະປະສົງຂອງພຣະຜູ້ເປັນເຈົ້າແກ່ເອມມາ ສະມິດ, ຜູ້ເປັນພັນລະຍາຂອງສາດສະດາ.
1–6, ເອມມາ ສະມິດ, ສະຕີຜູ້ຖືກເລືອກ, ຖືກເອີ້ນໃຫ້ຊ່ວຍເຫລືອ ແລະ ປອບໂຍນສາມີຂອງນາງ; 7–11, ນາງໄດ້ຖືກເອີ້ນໃຫ້ຂຽນ, ໃຫ້ຊີ້ແຈງພຣະຄຳພີ, ແລະ ໃຫ້ເລືອກເພງສວດ; 12–14, ເພງຂອງຄົນຊອບທຳເປັນຄຳອະທິຖານຫາພຣະຜູ້ເປັນເຈົ້າ; 15–16, ຫລັກທຳຂອງການເຊື່ອຟັງໃນການເປີດເຜີຍນີ້ ແມ່ນເໝາະສົມຕໍ່ທຸກຄົນ.
1 ຈົ່ງເຊື່ອຟັງສຸລະສຽງຂອງພຣະຜູ້ເປັນເຈົ້າອົງເປັນພຣະເຈົ້າຂອງເຈົ້າ, ໃນຂະນະທີ່ເຮົາກ່າວກັບເຈົ້າ, ເອມມາ ສະມິດ, ທິດາຂອງເຮົາ; ເພາະຕາມຄວາມຈິງ ເຮົາກ່າວກັບເຈົ້າວ່າ ທຸກຄົນທີ່ໄດ້ ກຮັບພຣະກິດຕິຄຸນຂອງເຮົາ ເປັນບຸດ ແລະ ທິດາໃນ ຂອານາຈັກຂອງເຮົາ.
2 ການເປີດເຜີຍທີ່ເຮົາປະທານໃຫ້ແກ່ເຈົ້າແມ່ນກ່ຽວກັບພຣະປະສົງຂອງເຮົາ; ແລະ ຖ້າຫາກເຈົ້າຊື່ສັດ ແລະ ກເດີນໄປໃນທາງແຫ່ງ ຂຄຸນນະທຳຢູ່ຕໍ່ໜ້າເຮົາ, ແລ້ວເຮົາຈະຮັກສາຊີວິດຂອງເຈົ້າໄວ້, ແລະ ເຈົ້າຈະໄດ້ຮັບ ຄມູນມໍລະດົກໃນຊີໂອນ.
3 ຈົ່ງເບິ່ງ, ກບາບຂອງເຈົ້າໄດ້ຖືກອະໄພໃຫ້ແລ້ວ, ແລະ ເຈົ້າເປັນສະຕີຜູ້ຖືກເລືອກ, ຜູ້ຊຶ່ງເຮົາໄດ້ ຂເອີ້ນ.
4 ຢ່າຈົ່ມເລີຍກ່ຽວກັບສິ່ງທີ່ເຈົ້າຍັງບໍ່ໄດ້ເຫັນ, ເພາະມັນຖືກປິດບັງຈາກເຈົ້າ ແລະ ຈາກໂລກ, ຊຶ່ງມັນເປັນຄວາມສະຫລຽວສະຫລາດຂອງເຮົາ ໃນເວລາທີ່ຈະມາເຖິງ.
5 ແລະ ໜ້າທີ່ຂອງການເອີ້ນຂອງເຈົ້າຄືທີ່ຈະເປັນຜູ້ ກປອບໂຍນຜູ້ຮັບໃຊ້ຂອງເຮົາ, ໂຈເຊັບ ສະມິດ, ຜູ້ລູກ, ສາມີຂອງເຈົ້າ, ໃນຄວາມທຸກທໍລະມານຂອງລາວ, ດ້ວຍຖ້ອຍຄຳທີ່ເຮັດໃຫ້ສະບາຍໃຈຂຶ້ນ, ໃນວິນຍານແຫ່ງຄວາມອ່ອນໂຍນ.
6 ແລະ ເຈົ້າຈົ່ງໄປກັບລາວໃນເວລາທີ່ລາວໄປ, ແລະ ເປັນຜູ້ຂຽນໃຫ້ລາວ, ໃນຕອນທີ່ລາວບໍ່ມີຜູ້ຂຽນໃຫ້ລາວ, ເພື່ອວ່າເຮົາຈະໄດ້ສົ່ງຜູ້ຮັບໃຊ້ຂອງເຮົາ, ອໍລີເວີ ຄາວເດີຣີ, ໄປບ່ອນໃດກໍຕາມທີ່ເຮົາຕ້ອງການ.
7 ແລະ ເຈົ້າຈະຖືກ ກແຕ່ງຕັ້ງພາຍໃຕ້ມືຂອງລາວ ເພື່ອຊີ້ແຈງພຣະຄຳພີ, ແລະ ເພື່ອແນະນຳສາດສະໜາຈັກ, ຕາມທີ່ມັນຈະຖືກມອບໃຫ້ແກ່ເຈົ້າໂດຍພຣະວິນຍານຂອງເຮົາ.
8 ເພາະລາວຈະວາງ ກມືຂອງລາວເທິງເຈົ້າ, ແລະ ເຈົ້າຈະໄດ້ຮັບພຣະວິນຍານບໍລິສຸດ, ແລະ ຈົ່ງມີເວລາເພື່ອການຂຽນ, ແລະ ເພື່ອຮຽນຮູ້ໃຫ້ຫລາຍ.
9 ແລະ ເຈົ້າບໍ່ຕ້ອງຢ້ານກົວ, ເພາະສາມີຂອງເຈົ້າຈະສະໜັບສະໜູນເຈົ້າໃນສາດສະໜາຈັກ; ເພາະຕໍ່ພວກເຂົາ ມັນແມ່ນ ກການເອີ້ນຂອງລາວ, ວ່າທຸກສິ່ງຈະຖືກ ຂເປີດເຜີຍແກ່ພວກເຂົາ, ສິ່ງໃດກໍຕາມທີ່ເຮົາຕ້ອງການ, ຕາມ ສັດທາຂອງພວກເຂົາ.
10 ແລະ ຕາມຄວາມຈິງ ເຮົາກ່າວກັບເຈົ້າວ່າ ເຈົ້າຈົ່ງປ່ອຍວາງ ກສິ່ງທີ່ເປັນຂອງ ຂໂລກນີ້, ແລະ ຄສະແຫວງຫາສິ່ງທີ່ດີກວ່າ.
11 ແລະ ຈະໃຫ້ມັນແກ່ເຈົ້າ, ພ້ອມນີ້, ທັງໃຫ້ເລືອກ ກເພງສວດອັນສັກສິດນຳອີກ, ດັ່ງທີ່ຈະໃຫ້ແກ່ເຈົ້າ, ຊຶ່ງເປັນທີ່ພໍໃຈແກ່ເຮົາ, ທີ່ຈະໃຫ້ມີຢູ່ໃນສາດສະໜາຈັກຂອງເຮົາ.
12 ເພາະຈິດວິນຍານຂອງເຮົາເບີກບານໃນ ກເພງຈາກ ຂໃຈ; ແທ້ຈິງແລ້ວ, ເພງຂອງຄົນຊອບທຳເປັນຄຳອະທິຖານຫາເຮົາ, ແລະ ຈະໄດ້ຮັບຄຳຕອບດ້ວຍພອນຢູ່ເທິງຫົວຂອງພວກເຂົາ.
13 ດັ່ງນັ້ນ, ຈົ່ງລື້ນເລີງ ແລະ ປິຕິຍິນດີເຖີດ, ແລະ ແນບສະໜິດຢູ່ກັບພັນທະສັນຍາ ຊຶ່ງເຈົ້າໄດ້ເຮັດ.
14 ຈົ່ງດຳເນີນໃນວິນຍານແຫ່ງ ກຄວາມອ່ອນໂຍນຕໍ່ໄປ, ແລະ ລະວັງ ຂຄວາມທະນົງຕົວ. ຈົ່ງໃຫ້ຈິດວິນຍານຂອງເຈົ້າເບີກບານໃນສາມີຂອງເຈົ້າ, ແລະ ຄຳສັນລະເສີນທີ່ຈະມາເຖິງລາວ.
15 ຈົ່ງຮັກສາບັນຍັດຂອງເຮົາຕະຫລອດໄປ, ແລະ ເຈົ້າຈະໄດ້ຮັບ ກມົງກຸດແຫ່ງ ຂຄວາມຊອບທຳ. ແລະ ຍົກເວັ້ນແຕ່ເຈົ້າຈະເຮັດສິ່ງນີ້, ບ່ອນທີ່ເຮົາຢູ່ ເຈົ້າຈະມາຫາ ຄບໍ່ໄດ້.
16 ແລະ ຕາມຈິງ, ຕາມຈິງແລ້ວ, ເຮົາກ່າວກັບເຈົ້າ, ວ່ານີ້ຄື ກສຽງຂອງເຮົາເຖິງທຸກຄົນ. ອາແມນ.