ພາກທີ 104
ການເປີດເຜີຍທີ່ມອບໃຫ້ແກ່ໂຈເຊັບ ສະມິດ ຜູ້ເປັນສາດສະດາ, ຢູ່ທີ່ ຫລື ໃກ້ເມືອງເຄີດແລນ, ລັດໂອໄຮໂອ, ວັນທີ 23 ເດືອນເມສາ, 1834, ກ່ຽວກັບກຸ່ມທຸລະກິດເອກະພາບ (ເບິ່ງ ຫົວຂໍ້ຂອງ ພາກທີ 78 ແລະ 82). ເຫດການນັ້ນ ເປັນການປະຊຸມສະພາສະມາຊິກຂອງກຸ່ມທຸລະກິດເອກະພາບ ໄດ້ມີການສົນທະນາເນັ້ນເລື່ອງຄວາມຕ້ອງການທາງໂລກຂອງສາດສະໜາຈັກ. ການປະຊຸມທີ່ຜ່ານມາຂອງກຸ່ມທຸລະກິດ ທີ່ຖືກຈັດຂຶ້ນເມື່ອວັນທີ 10 ເດືອນເມສາ ໄດ້ລົງຄວາມເຫັນວ່າ ຕ້ອງໄດ້ຍົກເລີກກຸ່ມທຸລະກິດ. ການເປີດເຜີຍນີ້ແນະນຳຢ່າງນັ້ນ ແທນທີ່ຈະຈັດຕັ້ງທຸລະກິດຄືນໃໝ່; ໃຫ້ແບ່ງປັນຊັບສິນໃນບັນດາສະມາຊິກຂອງກຸ່ມທຸລະກິດ ຕາມຕຳແໜ່ງພິທັກຮັກສາຂອງເຂົາເຈົ້າ. ພາຍໃຕ້ການຊີ້ນຳຂອງໂຈເຊັບ ສະມິດ, ສຳນວນທີ່ວ່າ “ກຸ່ມທຸລະກິດເອກະພາບ” ຕໍ່ມາໄດ້ຖືກປ່ຽນເປັນ “ລະບົບເອກະພາບ” ໃນການເປີດເຜີຍ.
1–10, ໄພ່ພົນຂອງພຣະເຈົ້າຜູ້ລ່ວງລະເມີດລະບົບເອກະພາບຈະຖືກສາບແຊ່ງ; 11–16, ພຣະຜູ້ເປັນເຈົ້າຈັດຫາໃຫ້ໄພ່ພົນຂອງພຣະເຈົ້າໃນວິທີທາງຂອງພຣະອົງເອງ; 17–18, ກົດຂອງພຣະກິດຕິຄຸນຊີ້ນຳເລື່ອງການດູແລຄົນຍາກຈົນ; 19–46, ສິ່ງທີ່ຕ້ອງພິທັກຮັກສາ ແລະ ພອນ ໄດ້ຖືກມອບໝາຍໃຫ້ອ້າຍນ້ອງຫລາຍຄົນ; 47–53, ຕ້ອງບໍລິຫານລະບົບເອກະພາບໃນເມືອງເຄີດແລນ ແລະ ລະບົບເອກະພາບໃນຊີໂອນ ແບບບໍ່ຄືກັນ; 54–66, ຄັງທີ່ສັກສິດຂອງພຣະຜູ້ເປັນເຈົ້າໄດ້ຖືກຈັດຕັ້ງຂຶ້ນສຳລັບການພິມພຣະຄຳພີ; 67–77, ຕ້ອງບໍລິຫານຄັງທົ່ວໄປຂອງລະບົບເອກະພາບໃນພື້ນຖານຂອງການເຫັນພ້ອມກັນ; 78–86, ຄົນທີ່ຢູ່ໃນລະບົບເອກະພາບຕ້ອງຊຳລະໜີ້ສິນທັງໝົດຂອງພວກເຂົາ, ແລະ ພຣະຜູ້ເປັນເຈົ້າຈະປົດປ່ອຍພວກເຂົາຈາກຄວາມເປັນທາດທາງການເງິນຂອງພວກເຂົາ.
1 ຕາມຄວາມຈິງແລ້ວ ເຮົາກ່າວກັບພວກເຈົ້າ, ເພື່ອນຂອງເຮົາວ່າ ເຮົາຈະມອບຄຳແນະນຳ, ແລະ ບັນຍັດຂໍ້ໜຶ່ງໃຫ້ແກ່ພວກເຈົ້າກ່ຽວກັບຊັບສິນທັງໝົດທີ່ເປັນຂອງລະບົບ ຊຶ່ງເຮົາໄດ້ບັນຊາໃຫ້ຈັດຕັ້ງ ແລະ ສະຖາປະນາຂຶ້ນ, ໃຫ້ເປັນ ລະບົບເອກະພາບ, ແລະ ລະບົບອັນເປັນນິດເພື່ອຜົນປະໂຫຍດຂອງສາດສະໜາຈັກຂອງເຮົາ, ແລະ ເພື່ອຄວາມລອດຂອງມະນຸດ ຈົນກວ່າເຮົາມາ—
2 ດ້ວຍຄຳສັນຍາທີ່ຖາວອນ ແລະ ບໍ່ມີວັນປ່ຽນແປງ, ວ່າຕາບໃດທີ່ຄົນເຫລົ່ານັ້ນທີ່ເຮົາໄດ້ບັນຊາຍັງຊື່ສັດ ແລ້ວພວກເຂົາຈະໄດ້ຮັບພອນດ້ວຍພອນຢ່າງຫລວງຫລາຍ;
3 ແຕ່ຕາບໃດທີ່ພວກເຂົາບໍ່ຊື່ສັດ ພວກເຂົາກໍຢູ່ໃກ້ການສາບແຊ່ງ.
4 ສະນັ້ນ, ຕາບໃດທີ່ຜູ້ຮັບໃຊ້ຂອງເຮົາບາງຄົນບໍ່ຮັກສາພຣະບັນຍັດ, ແຕ່ໄດ້ຝ່າຝືນພັນທະສັນຍາໂດຍ ຄວາມໂລບ, ແລະ ດ້ວຍຖ້ອຍຄຳມານຍາ, ເຮົາຈຶ່ງໄດ້ສາບແຊ່ງພວກເຂົາດ້ວຍການສາບແຊ່ງອັນສາຫັດ ແລະ ຮ້າຍແຮງ.
5 ເພາະເຮົາ, ພຣະຜູ້ເປັນເຈົ້າ, ໄດ້ອອກຄຳສັ່ງຢູ່ໃນໃຈຂອງເຮົາວ່າ ຕາບໃດທີ່ຜູ້ຊາຍຄົນໃດທີ່ເປັນຂອງລະບົບຖືກພົບວ່າເປັນຜູ້ລ່ວງລະເມີດ, ຫລື, ອີກຄຳໜຶ່ງ, ຈະຝ່າຝືນພັນທະສັນຍາ ຊຶ່ງພວກເຈົ້າຖືກຜູກມັດ, ເຂົາຈະຖືກສາບແຊ່ງໃນຊີວິດຂອງເຂົາ, ແລະ ຈະຖືກຢຽບຍ່ຳໂດຍຄົນທີ່ເຮົາປະສົງ;
6 ເພາະເຮົາ, ພຣະຜູ້ເປັນເຈົ້າ, ຈະບໍ່ຖືກ ເຍາະເຍີ້ຍໃນສິ່ງເຫລົ່ານີ້—
7 ແລະ ທັງໝົດນີ້ເພື່ອຄົນບໍລິສຸດໃນບັນດາພວກເຈົ້າ ຈະບໍ່ຖືກກ່າວໂທດກັບຄົນທີ່ບໍ່ທ່ຽງທຳ; ແລະ ເພື່ອວ່າຄົນຜິດໃນບັນດາພວກເຈົ້າຈະໜີບໍ່ພົ້ນ; ເພາະເຮົາ, ພຣະຜູ້ເປັນເຈົ້າ, ໄດ້ສັນຍາວ່າຈະມອບ ມົງກຸດແຫ່ງລັດສະໝີພາບໃຫ້ແກ່ພວກເຈົ້າທາງມືຂວາຂອງເຮົາ.
8 ສະນັ້ນ, ຕາບໃດທີ່ພວກເຈົ້າຖືກພົບວ່າເປັນຜູ້ລ່ວງລະເມີດ, ພວກເຈົ້າຈະບໍ່ສາມາດໜີພົ້ນຈາກພຣະພິໂລດຂອງເຮົາໃນຊີວິດຂອງພວກເຈົ້າ.
9 ຕາບໃດທີ່ພວກເຈົ້າຖືກ ຕັດອອກເພາະການລ່ວງລະເມີດ, ພວກເຈົ້າຈະບໍ່ສາມາດໜີພົ້ນຈາກ ຄວາມທຸກທໍລະມານຂອງ ຊາຕານໄດ້ຈົນເຖິງວັນແຫ່ງການໄຖ່.
10 ແລະ ບັດນີ້ເຮົາມອບອຳນາດໃຫ້ແກ່ພວກເຈົ້ານັບແຕ່ຊົ່ວໂມງນີ້ໄປ, ວ່າຖ້າຫາກພົບຄົນໜຶ່ງຄົນໃດໃນບັນດາພວກເຈົ້າ, ຂອງລະບົບ, ຖືກພົບວ່າເປັນຜູ້ລ່ວງລະເມີດ ແລະ ບໍ່ກັບໃຈຈາກຄວາມຊົ່ວຮ້າຍ, ເພື່ອພວກເຈົ້າຈະສົ່ງເຂົາໄປສູ່ຄວາມທຸກທໍລະມານຂອງຊາຕານ; ແລະ ເຂົາຈະບໍ່ມີອຳນາດໃນ ການນຳຄວາມຊົ່ວຮ້າຍມາສູ່ພວກເຈົ້າ.
11 ເປັນຄວາມສະຫລຽວສະຫລາດຂອງເຮົາ; ສະນັ້ນ, ເຮົາຈະມອບບັນຍັດຂໍ້ໜຶ່ງໃຫ້ແກ່ພວກເຈົ້າ, ວ່າ ພວກເຈົ້າຈະວາງລະບຽບຕົນເອງ ແລະ ກຳນົດສິ່ງທີ່ຕ້ອງ ພິທັກຮັກສາໃຫ້ທຸກຄົນ;
12 ເພື່ອວ່າທຸກໆຄົນຈະໄດ້ລາຍງານເລື່ອງລາວກັບເຮົາເຖິງສິ່ງທີ່ເຂົາພິທັກຮັກສາ ຊຶ່ງຖືກກຳນົດໃຫ້ເຂົາ.
13 ເພາະເປັນຄວາມເໝາະສົມທີ່ເຮົາ, ພຣະຜູ້ເປັນເຈົ້າ, ຕ້ອງເຮັດໃຫ້ທຸກຄົນ ຮັບຜິດຊອບ, ເປັນ ຜູ້ພິທັກຮັກສາພອນຝ່າຍແຜ່ນດິນໂລກ, ຊຶ່ງເຮົາໄດ້ສ້າງ ແລະ ຕຽມໄວ້ໃຫ້ສິ່ງທີ່ມີຊີວິດຢູ່ຂອງເຮົາ.
14 ເຮົາ, ພຣະຜູ້ເປັນເຈົ້າ, ໄດ້ຢືດຟ້າສະຫວັນອອກ, ແລະ ສ້າງແຜ່ນດິນໂລກ, ຝີມືຂອງເຮົາເອງ; ແລະ ທຸກສິ່ງໃນນັ້ນເປັນຂອງເຮົາທັງໝົດ.
15 ແລະ ມັນເປັນຈຸດປະສົງຂອງເຮົາທີ່ຈະຈັດຫາໃຫ້ໄພ່ພົນຂອງເຮົາ, ເພາະທຸກສິ່ງທັງປວງເປັນຂອງເຮົາ.
16 ແຕ່ມັນຕ້ອງເປັນໄປໃນ ວິທີທາງຂອງເຮົາເອງ; ແລະ ຈົ່ງເບິ່ງ ນີ້ຄືວິທີທາງທີ່ເຮົາ, ພຣະຜູ້ເປັນເຈົ້າ, ໄດ້ອອກຄຳສັ່ງ ໃຫ້ຈັດຫາໃຫ້ໄພ່ພົນຂອງເຮົາ, ເພື່ອ ຄົນຍາກຈົນຈະຖືກຍົກຂຶ້ນສູງ, ໃນການນັ້ນຄົນຮັ່ງມີຈະຖືກເຮັດໃຫ້ຕ່ຳລົງ.
17 ເພາະ ແຜ່ນດິນໂລກເຕັມປ່ຽມ, ແລະ ມັນມີພຽງພໍ ແລະ ເກີນພໍ; ແທ້ຈິງແລ້ວ, ເຮົາໄດ້ຕຽມທຸກສິ່ງທັງປວງ, ແລະ ໃຫ້ລູກຫລານມະນຸດເປັນ ຕົວແທນໃຫ້ແກ່ຕົນເອງ.
18 ສະນັ້ນ, ຖ້າຫາກຄົນໃດຄົນໜຶ່ງຈະຮັບຈາກ ຄວາມອຸດົມສົມບູນ ຊຶ່ງເຮົາໄດ້ເຮັດໄວ້, ແລະ ບໍ່ແບ່ງປັນສ່ວນຂອງເຂົາ, ຕາມ ກົດຂອງພຣະກິດຕິຄຸນຂອງເຮົາ, ໃຫ້ແກ່ ຄົນຍາກຈົນ ແລະ ຄົນຂັດສົນ, ແລ້ວກັບຄົນຊົ່ວເຂົາຈະແຫງນໜ້າຂອງເຂົາຂຶ້ນຈາກ ນະລົກ, ຢູ່ໃນຄວາມທໍລະມານ.
19 ແລະ ບັດນີ້, ຕາມຄວາມຈິງແລ້ວ ເຮົາກ່າວກັບພວກເຈົ້າ, ກ່ຽວກັບຊັບສິນຂອງ ລະບົບ—
20 ໃຫ້ກຳນົດສະຖານທີ່ແກ່ຜູ້ຮັບໃຊ້ຂອງເຮົາ ຊິດນີ ຣິກດອນ ບ່ອນທີ່ລາວອາໄສຢູ່ຕອນນີ້, ແລະ ດິນຕອນຂອງໂຮງຟອກໜັງໃຫ້ເປັນສິ່ງທີ່ລາວຕ້ອງພິທັກຮັກສາ, ເພື່ອເປັນການຄ້ຳຈູນລາວໃນຂະນະທີ່ລາວທຳງານຢູ່ໃນສວນອະງຸ່ນຂອງເຮົາ, ແມ່ນແຕ່ຕາມຄວາມປະສົງຂອງເຮົາ, ເມື່ອເຮົາຈະບັນຊາລາວ.
21 ແລະ ໃຫ້ທຸກສິ່ງທັງປວງເປັນໄປຕາມຄຳແນະນຳຂອງລະບົບ, ແລະ ເຫັນພ້ອມນຳກັນ ຫລື ເປັນສຽງຂອງລະບົບ, ຊຶ່ງອາໄສຢູ່ໃນແຜ່ນດິນຂອງເມືອງເຄີດແລນ.
22 ແລະ ສິ່ງທີ່ຕ້ອງພິທັກຮັກສາ ແລະ ພອນນີ້, ເຮົາ, ພຣະຜູ້ເປັນເຈົ້າ, ໄດ້ມອບໃຫ້ແກ່ຜູ້ຮັບໃຊ້ຂອງເຮົາ ຊິດນີ ຣິກດອນ ເພື່ອເປັນພອນແກ່ລາວ, ແລະ ລູກຫລານຫລັງຈາກລາວ;
23 ແລະ ເຮົາຈະເພີ່ມທະວີພອນໃຫ້ແກ່ລາວ, ຕາບໃດທີ່ລາວຍັງຖ່ອມຕົວຢູ່ຕໍ່ໜ້າເຮົາ.
24 ແລະ ອີກເທື່ອໜຶ່ງ, ໃຫ້ກຳນົດທີ່ດິນແກ່ຜູ້ຮັບໃຊ້ຂອງເຮົາ ມາຕິນ ແຮຣິສ, ໃຫ້ລາວພິທັກຮັກສາ, ດິນຕອນທີ່ຜູ້ຮັບໃຊ້ຂອງເຮົາ ຈອນ ຈອນສັນ ໄດ້ມາໃນການແລກປ່ຽນມູນມໍລະດົກຂອງລາວແຕ່ກອນ, ສຳລັບລາວ ແລະ ລູກຫລານຂອງລາວຫລັງຈາກລາວ;
25 ແລະ ຕາບໃດທີ່ລາວຍັງຊື່ສັດ, ເຮົາຈະເພີ່ມທະວີພອນໃຫ້ລາວ ແລະ ລູກຫລານຂອງລາວຫລັງຈາກລາວ.
26 ແລະ ໃຫ້ຜູ້ຮັບໃຊ້ຂອງເຮົາ ມາຕິນ ແຮຣິສ ອຸທິດຖວາຍເງິນຂອງລາວສຳລັບການປະກາດຄຳຂອງເຮົາ, ຕາມທີ່ຜູ້ຮັບໃຊ້ຂອງເຮົາ ໂຈເຊັບ ສະມິດ, ຜູ້ລູກ, ຈະຊີ້ນຳ.
27 ແລະ ອີກເທື່ອໜຶ່ງ, ໃຫ້ຜູ້ຮັບໃຊ້ຂອງເຮົາ ເຟຣ໌ເດຣິກ ຈີ ວິວລຽມສ໌ ໄດ້ຮັບບ່ອນທີ່ລາວອາໄສຢູ່ໃນຕອນນີ້.
28 ແລະ ໃຫ້ຜູ້ຮັບໃຊ້ຂອງເຮົາ ອໍລີເວີ ຄາວເດີຣີ ໄດ້ຮັບດິນຕອນທີ່ຖັດຈາກເຮືອນຂອງລາວ, ຊຶ່ງຈະເປັນຫ້ອງການພິມ, ຊຶ່ງເປັນດິນຕອນໝາຍເລກໜຶ່ງ, ແລະ ດິນຕອນທີ່ພໍ່ຂອງລາວອາໄສຢູ່ນຳອີກ.
29 ແລະ ໃຫ້ຜູ້ຮັບໃຊ້ຂອງເຮົາ ເຟຣ໌ເດຣິກ ຈີ ວິວລຽມສ໌ ແລະ ອໍລີເວີ ຄາວເດີຣີ ໄດ້ຮັບຫ້ອງການພິມ ແລະ ທຸກສິ່ງທັງປວງທີ່ກ່ຽວກັບມັນ.
30 ແລະ ສິ່ງນີ້ຈະເປັນສິ່ງທີ່ພວກເຂົາພິທັກຮັກສາ ຊຶ່ງຈະຖືກກຳນົດໃຫ້ແກ່ພວກເຂົາ.
31 ແລະ ຕາບໃດທີ່ພວກເຂົາຍັງຊື່ສັດ, ຈົ່ງເບິ່ງ ເຮົາຈະໃຫ້ພອນ, ແລະ ເພີ່ມທະວີພອນໃຫ້ພວກເຂົາ.
32 ແລະ ນີ້ເປັນຈຸດເລີ່ມຕົ້ນຂອງການເປັນຜູ້ພິທັກຮັກສາ ຊຶ່ງເຮົາໄດ້ກຳນົດໃຫ້ພວກເຂົາ, ສຳລັບພວກເຂົາ ແລະ ລູກຫລານຂອງພວກເຂົາຫລັງຈາກພວກເຂົາ.
33 ແລະ, ຕາບໃດທີ່ພວກເຂົາຍັງຊື່ສັດ, ເຮົາຈະເພີ່ມທະວີພອນໃຫ້ພວກເຂົາ ແລະ ລູກຫລານຂອງພວກເຂົາຫລັງຈາກພວກເຂົາ, ແມ່ນແຕ່ພອນຢ່າງຫລວງຫລາຍ.
34 ແລະ ອີກເທື່ອໜຶ່ງ, ໃຫ້ຜູ້ຮັບໃຊ້ຂອງເຮົາ ຈອນ ຈອນສັນ ໄດ້ຮັບເຮືອນບ່ອນທີ່ລາວອາໄສຢູ່, ແລະ ມູນມໍລະດົກ, ທັງໝົດນອກຈາກທີ່ດິນບ່ອນທີ່ຖືກສະຫງວນໄວ້ເພື່ອສ້າງ ບ້ານຂອງເຮົາ, ຊຶ່ງກ່ຽວພັນກັບມູນມໍລະດົກນັ້ນ, ແລະ ທີ່ດິນຕອນເຫລົ່ານັ້ນຊຶ່ງໄດ້ບອກໄວ້ແລ້ວສຳລັບຜູ້ຮັບໃຊ້ຂອງເຮົາ ອໍລີເວີ ຄາວເດີຣີ.
35 ແລະ ຕາບໃດທີ່ລາວຍັງຊື່ສັດ, ເຮົາຈະເພີ່ມທະວີພອນໃຫ້ລາວ.
36 ແລະ ມັນເປັນຄວາມປະສົງຂອງເຮົາທີ່ລາວຄວນຂາຍທີ່ດິນຕອນຕ່າງໆທີ່ຈັດໄວ້ສຳລັບການສ້າງເມືອງຂອງ ໄພ່ພົນຂອງເຮົາ, ຕາບໃດທີ່ມັນຖືກເຮັດໃຫ້ເປັນທີ່ຮູ້ຈັກແກ່ລາວໂດຍ ສຸລະສຽງຂອງພຣະວິນຍານ, ແລະ ຕາມຄຳແນະນຳຂອງລະບົບ, ແລະ ໂດຍສຽງຂອງລະບົບ.
37 ແລະ ນີ້ເປັນຈຸດເລີ່ມຕົ້ນຂອງການເປັນຜູ້ພິທັກຮັກສາ ຊຶ່ງເຮົາໄດ້ກຳນົດໃຫ້ລາວ, ເພື່ອເປັນພອນໃຫ້ລາວ ແລະ ລູກຫລານຂອງລາວຫລັງຈາກລາວ.
38 ແລະ ຕາບໃດທີ່ລາວຍັງຊື່ສັດ, ເຮົາຈະເພີ່ມທະວີພອນໃຫ້ລາວຢ່າງຫລວງຫລາຍ.
39 ແລະ ອີກເທື່ອໜຶ່ງ, ໃຫ້ກຳນົດເຮືອນ ແລະ ທີ່ດິນຕອນທີ່ຜູ້ຮັບໃຊ້ຂອງເຮົາ ນິວເອັນ ເຄ ວິດນີ ອາໄສຢູ່ໃນຕອນນີ້ໃຫ້ແກ່ລາວ, ແລະ ທີ່ດິນ ແລະ ອາຄານບ່ອນທີ່ເຮັດເປັນຮ້ານຄ້າ, ແລະ ທີ່ດິນຕອນທີ່ຢູ່ແຈເບື້ອງໃຕ້ຂອງຮ້ານຄ້າ, ແລະ ທີ່ດິນຕອນທີ່ມີເຕົາເຜົາຕັ້ງຢູ່ນຳອີກ.
40 ແລະ ທຸກສິ່ງທັງປວງນີ້ ເຮົາໄດ້ກຳນົດໃຫ້ແກ່ຜູ້ຮັບໃຊ້ຂອງເຮົາ ນິວເອັນ ເຄ ວິດນີ ໃຫ້ເປັນຜູ້ພິທັກຮັກສາ, ເພື່ອເປັນພອນໃຫ້ລາວ ແລະ ລູກຫລານຂອງລາວຫລັງຈາກລາວ, ເພື່ອຜົນປະໂຫຍດຂອງຮ້ານຄ້າຂອງລະບົບຂອງເຮົາ ຊຶ່ງເຮົາໄດ້ຈັດຕັ້ງຂຶ້ນສຳລັບສະເຕກຂອງເຮົາຢູ່ໃນແຜ່ນດິນຂອງເມືອງເຄີດແລນ.
41 ແທ້ຈິງແລ້ວ, ຕາມຄວາມຈິງ, ນີ້ຄືການພິທັກຮັກສາຊຶ່ງເຮົາໄດ້ກຳນົດໃຫ້ແກ່ຜູ້ຮັບໃຊ້ຂອງເຮົາ ເອັນ ເຄ ວິດນີ, ແມ່ນແຕ່ຮ້ານຄ້າທັງໝົດນີ້, ລາວ ແລະ ຕົວແທນຂອງລາວ, ແລະ ລູກຫລານຂອງລາວຫລັງຈາກລາວ.
42 ແລະ ຕາບໃດທີ່ລາວຍັງຊື່ສັດໃນການຮັກສາບັນຍັດຂອງເຮົາ, ຊຶ່ງເຮົາໄດ້ມອບໃຫ້ແກ່ລາວ, ເຮົາຈະເພີ່ມທະວີພອນໃຫ້ລາວ ແລະ ລູກຫລານຂອງລາວຫລັງຈາກລາວ, ແມ່ນແຕ່ພອນຢ່າງຫລວງຫລາຍ.
43 ແລະ ອີກເທື່ອໜຶ່ງ, ໃຫ້ກຳນົດທີ່ດິນແກ່ຜູ້ຮັບໃຊ້ຂອງເຮົາ ໂຈເຊັບ ສະມິດ, ຜູ້ລູກ, ດິນຕອນຈັດໄວ້ສຳລັບການສ້າງບ້ານຂອງເຮົາ, ຊຶ່ງຍາວປະມານສອງຮ້ອຍແມັດ ແລະ ກວ້າງປະມານຫົກສິບແມັດ, ແລະ ມູນມໍລະດົກບ່ອນທີ່ພໍ່ຂອງລາວອາໄສຢູ່ໃນຕອນນີ້ນຳອີກ;
44 ແລະ ນີ້ເປັນຈຸດເລີ່ມຕົ້ນຂອງການເປັນຜູ້ພິທັກຮັກສາ ຊຶ່ງເຮົາໄດ້ກຳນົດໄວ້ໃຫ້ແກ່ລາວ, ເພື່ອເປັນພອນໃຫ້ແກ່ລາວ, ແລະ ໃຫ້ແກ່ພໍ່ຂອງລາວ.
45 ເພາະຈົ່ງເບິ່ງ, ເຮົາໄດ້ສະຫງວນມູນມໍລະດົກໄວ້ໃຫ້ ພໍ່ຂອງລາວ, ເພື່ອຄ້ຳຈູນລາວ; ສະນັ້ນ ລາວຈຶ່ງຖືກນັບເຂົ້າກັບຄອບຄົວຂອງຜູ້ຮັບໃຊ້ຂອງເຮົາ ໂຈເຊັບ ສະມິດ, ຜູ້ລູກ.
46 ແລະ ເຮົາຈະເພີ່ມທະວີພອນໃຫ້ຄອບຄົວຂອງຜູ້ຮັບໃຊ້ຂອງເຮົາ ໂຈເຊັບ ສະມິດ, ຜູ້ລູກ, ຕາບໃດທີ່ລາວຍັງຊື່ສັດ, ແມ່ນແຕ່ພອນຢ່າງຫລວງຫລາຍ.
47 ແລະ ບັດນີ້, ເຮົາຈະມອບບັນຍັດຂໍ້ໜຶ່ງໃຫ້ແກ່ພວກເຈົ້າກ່ຽວກັບຊີໂອນ, ວ່າພວກເຈົ້າຈະບໍ່ຖືກຜູກມັດເປັນລະບົບເອກະພາບກັບພີ່ນ້ອງຂອງພວກເຈົ້າໃນຊີໂອນອີກຕໍ່ໄປ, ພຽງແຕ່ໂດຍວິທີນີ້—
48 ຫລັງຈາກພວກເຈົ້າໄດ້ວາງລະບຽບແລ້ວ, ພວກເຈົ້າຈະຖືກເອີ້ນວ່າ ລະບົບເອກະພາບຂອງ ສະເຕກແຫ່ງຊີໂອນ, ເມືອງແຫ່ງເຄີດແລນ. ແລະ ອ້າຍນ້ອງຂອງພວກເຈົ້າ, ຫລັງຈາກພວກເຂົາໄດ້ວາງລະບຽບແລ້ວ, ຈະຖືກເອີ້ນວ່າ ລະບົບເອກະພາບຂອງເມືອງຊີໂອນ.
49 ແລະ ພວກເຂົາຈະຖືກວາງລະບຽບໃນຊື່ຂອງພວກເຂົາເອງ, ແລະ ໃນຊື່ຂອງຕົນເອງ; ແລະ ພວກເຂົາຈະດຳເນີນງານໃນຊື່ຂອງຕົນເອງ, ແລະ ໃນຊື່ຂອງພວກເຂົາເອງ;
50 ແລະ ພວກເຈົ້າຄວນດຳເນີນງານໃນຊື່ຂອງຕົນເອງ, ແລະ ໃນຊື່ຂອງພວກເຈົ້າເອງ.
51 ແລະ ສິ່ງນີ້ເຮົາໄດ້ບັນຊາໃຫ້ເຮັດເພື່ອຄວາມລອດຂອງພວກເຈົ້າ, ແລະ ເພື່ອຄວາມລອດຂອງພວກເຂົານຳອີກ, ຊຶ່ງເປັນຜົນຈາກການທີ່ພວກເຂົາໄດ້ຖືກ ຂັບໄລ່ອອກໄປ ແລະ ສິ່ງຊຶ່ງຈະມາເຖິງ.
52 ພັນທະສັນຍາທີ່ຝ່າຝືນໂດຍການລ່ວງລະເມີດ, ໂດຍ ຄວາມໂລບ ແລະ ດ້ວຍຖ້ອຍຄຳມານຍາ—
53 ສະນັ້ນ, ພວກເຈົ້າຈຶ່ງບໍ່ມີລະບົບເອກະພາບກັບພວກອ້າຍນ້ອງຂອງພວກເຈົ້າ, ວ່າພວກເຈົ້າບໍ່ຖືກຜູກມັດໄວ້ກັບພວກເຂົາຍົກເວັ້ນແຕ່ຈົນເຖິງເວລານີ້, ພຽງແຕ່ໂດຍວິທີນີ້, ດັ່ງທີ່ເຮົາໄດ້ກ່າວ, ໂດຍເງິນກູ້ຊຶ່ງຈະເຫັນພ້ອມກັນໂດຍລະບົບນີ້ໃນສະພາ, ຕາມສະພາບການຂອງພວກເຈົ້າຈະອຳນວຍ ແລະ ສຽງຂອງສະພາຈະແນະນຳ.
54 ແລະ ອີກເທື່ອໜຶ່ງ, ເຮົາຈະມອບບັນຍັດຂໍ້ໜຶ່ງໃຫ້ແກ່ພວກເຈົ້າກ່ຽວກັບການເປັນຜູ້ພິທັກຮັກສາຂອງພວກເຈົ້າ ຊຶ່ງເຮົາໄດ້ກຳນົດແກ່ພວກເຈົ້າ.
55 ຈົ່ງເບິ່ງ, ຊັບສິນທັງໝົດເປັນຂອງເຮົາ, ຖ້າບໍ່ດັ່ງນັ້ນສັດທາຂອງພວກເຈົ້າກໍໄຮ້ປະໂຫຍດ, ແລະ ພວກເຈົ້າຈະຖືກພົບວ່າເປັນຄົນໜ້າຊື່ໃຈຄົດ, ແລະ ພັນທະສັນຍາທີ່ພວກເຈົ້າໄດ້ເຮັດໄວ້ກັບເຮົາກໍຖືກຝ່າຝືນ;
56 ແລະ ຖ້າຫາກຊັບສິນເປັນຂອງເຮົາ, ແລ້ວພວກເຈົ້າກໍເປັນ ຜູ້ພິທັກຮັກສາ; ຖ້າບໍ່ດັ່ງນັ້ນພວກເຈົ້າກໍບໍ່ໄດ້ເປັນຜູ້ພິທັກຮັກສາ.
57 ແຕ່, ຕາມຄວາມຈິງແລ້ວ ເຮົາກ່າວກັບພວກເຈົ້າວ່າ, ເຮົາໄດ້ກຳນົດໃຫ້ພວກເຈົ້າເປັນຜູ້ພິທັກຮັກສາບ້ານເຮືອນຂອງເຮົາ, ແມ່ນແຕ່ເປັນຜູ້ພິທັກຮັກສາ.
58 ແລະ ເພື່ອຈຸດປະສົງນີ້ ເຮົາຈຶ່ງໄດ້ບັນຊາພວກເຈົ້າໃຫ້ວາງລະບຽບຕົນເອງ, ແມ່ນແຕ່ໃຫ້ພິມ ຖ້ອຍຄຳຂອງເຮົາ, ຄວາມສົມບູນຂອງພຣະຄຳພີຂອງເຮົາ, ການເປີດເຜີຍຊຶ່ງເຮົາໄດ້ມອບໃຫ້ແກ່ພວກເຈົ້າ, ແລະ ຊຶ່ງເຮົາຈະມອບໃຫ້ພວກເຈົ້າເປັນບາງຄັ້ງຫລັງຈາກນີ້ໄປ—
59 ເພື່ອຈຸດປະສົງຂອງການສ້າງສາສາດສະໜາຈັກ ແລະ ອານາຈັກຂອງເຮົາຢູ່ເທິງແຜ່ນດິນໂລກ, ແລະ ເພື່ອຕຽມຜູ້ຄົນຂອງເຮົາສຳລັບ ເວລາທີ່ເຮົາຈະ ຢູ່ກັບພວກເຂົາ, ຊຶ່ງໃກ້ຈະມາເຖິງແລ້ວ.
60 ແລະ ພວກເຈົ້າຄວນຕຽມສະຖານທີ່ສຳລັບຄັງໄວ້ເພື່ອຕົນເອງ, ແລະ ໃຫ້ອຸທິດຖວາຍມັນແດ່ນາມຂອງເຮົາ.
61 ແລະ ພວກເຈົ້າຕ້ອງກຳນົດບາງຄົນໃນບັນດາພວກເຈົ້າໃຫ້ເປັນຜູ້ດູແລຄັງ, ແລະ ລາວຈະຕ້ອງຖືກແຕ່ງຕັ້ງສູ່ພອນນີ້.
62 ແລະ ຈະຕ້ອງມີຕາປະທັບຄັງ, ແລະ ທຸກສິ່ງທັງປວງທີ່ສັກສິດຈະຖືກສົ່ງມາເຂົ້າຄັງ; ແລະ ບໍ່ມີຄົນໃດໃນບັນດາພວກເຈົ້າຈະເອີ້ນມັນວ່າເປັນຂອງຕົນເອງ; ຫລື ສ່ວນໃດຂອງມັນ, ເພາະມັນຈະເປັນຂອງພວກເຈົ້າທຸກຄົນນຳກັນ.
63 ແລະ ເຮົາມອບມັນໃຫ້ແກ່ພວກເຈົ້ານັບແຕ່ຊົ່ວໂມງນີ້ໄປ; ແລະ ບັດນີ້ຈົ່ງດູແລມັນ, ວ່າພວກເຈົ້າຈະໄປ ແລະ ໃຊ້ສິ່ງທີ່ຕ້ອງພິທັກຮັກສາ ຊຶ່ງເຮົາໄດ້ກຳນົດໃຫ້ແກ່ພວກເຈົ້າ, ຍົກເວັ້ນແຕ່ສິ່ງທີ່ສັກສິດ, ເພື່ອຈຸດປະສົງຂອງການພິມສິ່ງສັກສິດເຫລົ່ານີ້ທີ່ເຮົາໄດ້ກ່າວມານັ້ນ.
64 ແລະ ຜົນປະໂຫຍດຂອງສິ່ງສັກສິດຈະຕ້ອງເກັບໄວ້ຢູ່ໃນຄັງ, ແລະ ໃຫ້ຕີຕາປະທັບໄວ້; ແລະ ມັນຈະບໍ່ຖືກໃຊ້ ຫລື ເອົາອອກໄປຈາກຄັງໂດຍຄົນໃດ, ທັງບໍ່ໃຫ້ແກະຕາປະທັບທີ່ຈະຕີໄວ້ອອກຈາກມັນ, ພຽງແຕ່ເຮັດໄດ້ໂດຍສຽງຂອງລະບົບ, ຫລື ໂດຍຄຳບັນຊາເທົ່ານັ້ນ.
65 ແລະ ພວກເຈົ້າຈະຮັກສາຜົນປະໂຫຍດຂອງສິ່ງສັກສິດຢູ່ໃນຄັງໄວ້ດັ່ງນັ້ນ, ເພື່ອຈຸດປະສົງທີ່ສັກສິດ ແລະ ບໍລິສຸດເທົ່ານັ້ນ.
66 ແລະ ມັນຈະຖືກເອີ້ນວ່າຄັງສັກສິດຂອງພຣະຜູ້ເປັນເຈົ້າ; ແລະ ຖືກຕີຕາປະທັບໄວ້ ເພື່ອວ່າມັນຈະສັກສິດ ແລະ ຖືກອຸທິດຖວາຍໃຫ້ແດ່ພຣະຜູ້ເປັນເຈົ້າ.
67 ແລະ ອີກເທື່ອໜຶ່ງ, ຈະມີອີກຄັງໜຶ່ງຖືກຈັດຕຽມໄວ້, ແລະ ນາຍຄັງຈະຖືກກຳນົດໃຫ້ດູແລຄັງ, ແລະ ຈະຖືກຕີຕາປະທັບໄວ້.
68 ແລະ ເງິນທັງໝົດທີ່ພວກເຈົ້າໄດ້ຮັບໃນການເປັນຜູ້ພິທັກຮັກສາຂອງພວກເຈົ້າ, ໂດຍການເຮັດໃຫ້ຊັບສິນຊຶ່ງເຮົາໄດ້ກຳນົດໃຫ້ພວກເຈົ້າເກີດຜົນ, ໃນບ້ານເຮືອນ, ໃນທີ່ດິນ, ຫລື ໃນຝູງສັດລ້ຽງ, ຫລື ໃນທຸກສິ່ງ ຍົກເວັ້ນແຕ່ການຂຽນທີ່ບໍລິສຸດ ແລະ ສັກສິດເທົ່ານັ້ນ, ຊຶ່ງເຮົາໄດ້ສະຫງວນໄວ້ໃຫ້ເຮົາເອງສຳລັບຈຸດປະສົງທີ່ບໍລິສຸດ ແລະ ສັກສິດ, ຈົ່ງນຳມັນເຂົ້າຄັງທັນທີທີ່ພວກເຈົ້າໄດ້ຮັບເງິນ, ເປັນຈຳນວນໜຶ່ງຮ້ອຍ, ຫລື ຫ້າສິບ, ຫລື ຊາວ, ຫລື ສິບ, ຫລື ຫ້າ.
69 ຫລື ອີກຄຳໜຶ່ງ, ຖ້າຫາກຄົນໃດໃນບັນດາພວກເຈົ້າໄດ້ຮັບຫ້າໂດລາ ກໍໃຫ້ເຂົານຳມັນເຂົ້າຄັງ; ຫລື ຖ້າຫາກເຂົາໄດ້ສິບ, ຫລື ຊາວ, ຫລື ຫ້າສິບ, ຫລື ໜຶ່ງຮ້ອຍ, ກໍໃຫ້ເຂົາເຮັດເຊັ່ນນັ້ນຄືກັນ;
70 ແລະ ບໍ່ໃຫ້ຄົນໃດໃນບັນດາພວກເຈົ້າກ່າວວ່າມັນເປັນຂອງຕົນ; ເພາະມັນຈະບໍ່ຖືກເອີ້ນວ່າເປັນຂອງເຂົາ, ຫລື ສ່ວນໃດຂອງມັນ.
71 ແລະ ບໍ່ໃຫ້ໃຊ້ສ່ວນໃດຂອງມັນ, ຫລື ເອົາອອກໄປຈາກຄັງ, ພຽງແຕ່ເຮັດໄດ້ໂດຍສຽງ ແລະ ການເຫັນຊອບນຳກັນຂອງລະບົບເທົ່ານັ້ນ.
72 ແລະ ນີ້ຈະເປັນສຽງ ແລະ ການເຫັນພ້ອມນຳກັນຂອງລະບົບ—ຄືຄົນໃດຄົນໜຶ່ງໃນບັນດາພວກເຈົ້າ ຈະກ່າວກັບນາຍຄັງວ່າ: ຂ້າພະເຈົ້າຕ້ອງການເທົ່ານີ້ເພື່ອຊ່ວຍເຫລືອຂ້າພະເຈົ້າໃນການເປັນຜູ້ພິທັກຮັກສາຂອງຂ້າພະເຈົ້າ—
73 ຖ້າຫາກເປັນຫ້າໂດລາ, ຫລື ຖ້າຫາກເປັນສິບໂດລາ, ຫລື ຊາວ, ຫລື ຫ້າສິບ, ຫລື ໜຶ່ງຮ້ອຍ, ແລ້ວນາຍຄັງຈະມອບເງິນທີ່ລາວຂໍຮ້ອງໃຫ້ລາວ ເພື່ອຊ່ວຍເຫລືອລາວໃນການເປັນຜູ້ພິທັກຮັກສາຂອງລາວ—
74 ຈົນກວ່າລາວຈະຖືກພົບວ່າເປັນຄົນລ່ວງລະເມີດ, ແລະ ມັນຖືກສະແດງໃຫ້ປະຈັກຢູ່ຕໍ່ໜ້າສະພາຂອງລະບົບຢ່າງແຈ່ມແຈ້ງວ່າລາວບໍ່ຊື່ສັດ ແລະ ເປັນຜູ້ພິທັກຮັກສາທີ່ ບໍ່ສະຫລາດ.
75 ແຕ່ຕາບໃດທີ່ລາວຍັງເປັນສະມາຊິກຢ່າງສົມບູນ, ແລະ ຊື່ສັດ ແລະ ສະຫລາດໃນການເປັນຜູ້ພິທັກຮັກສາຂອງລາວ, ສິ່ງນີ້ຈະເປັນເຄື່ອງໝາຍຂອງລາວຕໍ່ນາຍຄັງ ເພື່ອວ່ານາຍຄັງຈະບໍ່ກັກເງິນໄວ້.
76 ແຕ່ໃນກໍລະນີທີ່ມີການລ່ວງລະເມີດ, ນາຍຄັງຈະຢູ່ພາຍໃຕ້ສະພາ ແລະ ສຽງຂອງລະບົບ.
77 ແລະ ໃນກໍລະນີທີ່ນາຍຄັງຖືກພົບວ່າເປັນຄົນບໍ່ຊື່ສັດ ແລະ ເປັນຜູ້ພິທັກຮັກສາທີ່ບໍ່ສະຫລາດ, ລາວຈະຢູ່ພາຍໃຕ້ສະພາ ແລະ ສຽງຂອງລະບົບ, ແລະ ຈະຖືກຍ້າຍອອກຈາກບ່ອນຂອງລາວ, ແລະ ຄົນອື່ນຈະຖືກແຕ່ງຕັ້ງຂຶ້ນແທນລາວ.
78 ແລະ ອີກເທື່ອໜຶ່ງ, ຕາມຄວາມຈິງແລ້ວ ເຮົາກ່າວກັບພວກເຈົ້າ, ກ່ຽວກັບໜີ້ສິນຂອງພວກເຈົ້າ—ຈົ່ງເບິ່ງ ມັນເປັນຄວາມປະສົງຂອງເຮົາທີ່ພວກເຈົ້າຈະ ຈ່າຍ ໜີ້ທັງໝົດຂອງພວກເຈົ້າ.
79 ແລະ ມັນເປັນຄວາມປະສົງຂອງເຮົາທີ່ພວກເຈົ້າຈະ ຖ່ອມຕົວລົງຢູ່ຕໍ່ໜ້າເຮົາ, ແລະ ຮັບເອົາພອນນີ້ໂດຍ ຄວາມພາກພຽນ ແລະ ຄວາມຖ່ອມຕົວ ແລະ ການອະທິຖານດ້ວຍສັດທາຂອງພວກເຈົ້າ.
80 ແລະ ຕາບໃດທີ່ພວກເຈົ້າຍັງພາກພຽນ ແລະ ຖ່ອມຕົວ, ແລະ ມີ ການອະທິຖານດ້ວຍສັດທາ, ຈົ່ງເບິ່ງ, ເຮົາຈະເຮັດໃຫ້ຫົວໃຈຂອງຄົນເຫລົ່ານັ້ນທີ່ພວກເຈົ້າເປັນໜີ້ສິນອ່ອນລົງ, ຈົນກວ່າເຮົາຈະສົ່ງເງື່ອນໄຂມາໃຫ້ພວກເຈົ້າເພື່ອປົດປ່ອຍພວກເຈົ້າ.
81 ສະນັ້ນ ຈົ່ງຂຽນຢ່າງໄວເຖິງນິວຢອກ ແລະ ຂຽນຕາມສິ່ງທີ່ ວິນຍານຂອງເຮົາຈະບອກ; ແລະ ເຮົາຈະເຮັດໃຫ້ຫົວໃຈຂອງຄົນເຫລົ່ານັ້ນທີ່ພວກເຈົ້າເປັນໜີ້ສິນອ່ອນລົງ, ເພື່ອຄວາມຄິດທີ່ຈະນຳຄວາມທຸກມາໃຫ້ພວກເຈົ້າຈະຖືກເອົາອອກໄປຈາກຈິດໃຈຂອງພວກເຂົາ.
82 ແລະ ຕາບໃດທີ່ພວກເຈົ້າຍັງ ຖ່ອມຕົວ ແລະ ຊື່ສັດ ແລະ ເອີ້ນຫານາມຂອງເຮົາ, ຈົ່ງເບິ່ງ, ເຮົາຈະເຮັດໃຫ້ພວກເຈົ້າມີ ໄຊຊະນະ.
83 ເຮົາໃຫ້ຄຳສັນຍາແກ່ພວກເຈົ້າ, ວ່າພວກເຈົ້າຈະຖືກປົດປ່ອຍເທື່ອນີ້ອອກຈາກຄວາມເປັນທາດຂອງພວກເຈົ້າ.
84 ຕາບໃດທີ່ພວກເຈົ້າມີໂອກາດທີ່ຈະກູ້ຢືມເງິນເປັນຮ້ອຍ, ຫລື ເປັນພັນ, ແມ່ນແຕ່ຈົນເຖິງພວກເຈົ້າໄດ້ກູ້ຢືມເງິນພຽງພໍເພື່ອປົດປ່ອຍພວກເຈົ້າອອກຈາກຄວາມເປັນທາດ, ນີ້ເປັນສິດທິພິເສດຂອງພວກເຈົ້າ.
85 ແລະ ໃຫ້ສັນຍາຊັບສິນຊຶ່ງເຮົາໄດ້ມອບໄວ້ໃນມືຂອງພວກເຈົ້າເປັນສິ່ງປະກັນ, ເທື່ອນີ້ເທົ່ານັ້ນ, ໂດຍການໃຫ້ຊື່ຂອງພວກເຈົ້າຕາມການເຫັນຊອບນຳກັນ ຫລື ບໍ່ດັ່ງນັ້ນ, ກໍໃຫ້ເປັນດັ່ງທີ່ພວກເຈົ້າເຫັນວ່າດີ.
86 ເຮົາມອບສິດທິພິເສດນີ້ໃຫ້ແກ່ພວກເຈົ້າ, ເທື່ອນີ້ເທົ່ານັ້ນ, ແລະ ຈົ່ງເບິ່ງ, ຖ້າຫາກພວກເຈົ້າເລີ່ມເຮັດຕາມສິ່ງທີ່ເຮົາໄດ້ວາງໄວ້ຢູ່ຕໍ່ໜ້າພວກເຈົ້າ, ຕາມບັນຍັດຂອງເຮົາ, ສິ່ງເຫລົ່ານີ້ທັງໝົດເປັນຂອງເຮົາ, ແລະ ພວກເຈົ້າເປັນຜູ້ພິທັກຮັກສາຂອງເຮົາ, ແລະ ນາຍຈະບໍ່ຍອມໃຫ້ໂຈນມາເຈາະບ້ານເຮືອນຂອງລາວ. ແມ່ນເປັນດັ່ງນັ້ນ. ອາແມນ.