ພາກທີ 68
ການເປີດເຜີຍທີ່ມອບໃຫ້ຜ່ານໂຈເຊັບ ສະມິດ ຜູ້ເປັນສາດສະດາ, ທີ່ເມືອງໄຮຣຳ, ລັດໂອໄຮໂອ, ວັນທີ 1 ເດືອນພະຈິກ, 1831, ໃນການຕອບຄຳອະທິຖານທີ່ ຂໍໃຫ້ພຣະປະສົງຂອງພຣະຜູ້ເປັນເຈົ້າ ເປັນທີ່ຮູ້ຈັກ ກ່ຽວກັບ ອໍສັນ ຮາຍດ໌, ລຸກ ແອັສ ຈອນສັນ, ໄລມັນ ອີ ຈອນສັນ, ແລະ ວິວລຽມ ອີ ມິກລີລິນ. ເຖິງແມ່ນວ່າ ພາກສ່ວນໜຶ່ງຂອງການເປີດເຜີຍນີ້ແມ່ນເຈາະຈົງໃສ່ຜູ້ຊາຍສີ່ຄົນ, ແຕ່ສ່ວນໃຫຍ່ແມ່ນກ່ຽວກັບທັງສາດສະໜາຈັກ. ການເປີດເຜີຍນີ້ ໄດ້ຖືກຂະຫຍາຍອອກກວ້າງ ຕາມພາຍໃຕ້ການຊີ້ນຳຂອງໂຈເຊັບ ສະມິດ ເມື່ອຄຳສອນ ແລະ ພັນທະສັນຍາ ໄດ້ຖືກຈັດພິມຊຸດສະບັບ 1835.
1–5, ຖ້ອຍຄຳຂອງພວກແອວເດີເມື່ອໄດ້ຮັບການດົນໃຈໂດຍພຣະວິນຍານບໍລິສຸດ ເປັນພຣະຄຳພີ; 6–12, ພວກແອວເດີຕ້ອງສັ່ງສອນ ແລະ ໃຫ້ບັບຕິສະມາ, ແລະ ເຄື່ອງໝາຍຈະຕິດຕາມຜູ້ເຊື່ອທີ່ແທ້ຈິງ; 13–24, ລູກຊາຍກົກໃນບັນດາພວກລູກຊາຍຂອງອາໂຣນສາມາດຮັບໃຊ້ເປັນອະທິການຜູ້ຄວບຄຸມ (ນັ້ນຄື, ມີຂໍກະແຈຂອງຝ່າຍປະທານໃນຖານະເປັນອະທິການ) ພາຍໃຕ້ການຊີ້ນຳຂອງຝ່າຍປະທານສູງສຸດ; 25–28, ພໍ່ແມ່ໄດ້ຮັບບັນຊາໃຫ້ສິດສອນພຣະກິດຕິຄຸນແກ່ລູກໆຂອງຕົນ; 29–35, ໄພ່ພົນຂອງພຣະເຈົ້າຕ້ອງຮັກສາວັນຊະບາໂຕ, ທຳງານຢ່າງພາກພຽນ, ແລະ ອະທິຖານ.
1 ຜູ້ຮັບໃຊ້ຂອງເຮົາ, ອໍສັນ ຮາຍດ໌, ໄດ້ຖືກເອີ້ນໂດຍການແຕ່ງຕັ້ງຂອງລາວໃຫ້ປະກາດພຣະກິດຕິຄຸນອັນເປັນນິດ, ໂດຍ ພຣະວິນຍານຂອງພຣະເຈົ້າທີ່ຊົງພຣະຊົນຢູ່, ຈາກຜູ້ຄົນກຸ່ມໜຶ່ງຫາຜູ້ຄົນອີກກຸ່ມໜຶ່ງ, ແລະ ຈາກແຜ່ນດິນໜຶ່ງຫາອີກແຜ່ນດິນໜຶ່ງ, ໃນບ່ອນຊຸມນຸມຂອງຄົນຊົ່ວ, ໃນທຳມະສາລາຂອງພວກເຂົາ, ໂດຍຊີ້ແຈງເຫດຜົນ ແລະ ອະທິບາຍພຣະຄຳພີທັງໝົດແກ່ພວກເຂົາ.
2 ແລະ, ຈົ່ງເບິ່ງ, ແລະ ເບິ່ງແມ, ສິ່ງນີ້ຄືແບບຢ່າງໃຫ້ແກ່ທຸກຄົນຜູ້ໄດ້ຮັບການແຕ່ງຕັ້ງຕໍ່ຖານະປະໂລຫິດນີ້, ຜູ້ຊຶ່ງຖືກກຳນົດໃຫ້ອອກໄປເຮັດພາລະກິດຂອງພວກເຂົາ—
3 ແລະ ນີ້ຄືແບບຢ່າງໃຫ້ແກ່ພວກເຂົາ, ວ່າພວກເຂົາຈະ ກ່າວດັ່ງທີ່ໄດ້ຮັບການດົນໃຈໂດຍພຣະວິນຍານບໍລິສຸດ.
4 ແລະ ສິ່ງໃດກໍຕາມທີ່ພວກເຂົາຈະກ່າວເມື່ອໄດ້ຮັບການດົນໃຈໂດຍ ພຣະວິນຍານບໍລິສຸດ ຈະເປັນພຣະຄຳພີ, ຈະເປັນພຣະປະສົງຂອງພຣະຜູ້ເປັນເຈົ້າ, ຈະເປັນພຣະດຳລັດຂອງພຣະຜູ້ເປັນເຈົ້າ, ຈະເປັນພຣະຄຳຂອງພຣະຜູ້ເປັນເຈົ້າ, ຈະເປັນສຸລະສຽງຂອງພຣະຜູ້ເປັນເຈົ້າ, ແລະ ເປັນ ອຳນາດຂອງພຣະເຈົ້າໄປສູ່ຄວາມລອດ.
5 ຈົ່ງເບິ່ງ, ນີ້ຄືຄຳສັນຍາຂອງພຣະຜູ້ເປັນເຈົ້າແກ່ພວກເຈົ້າ, ໂອ້ ພວກເຈົ້າຜູ້ຮັບໃຊ້ຂອງເຮົາ.
6 ດັ່ງນັ້ນ, ຈົ່ງເບີກບານເຖີດ, ແລະ ຢ່າສູ່ ຢ້ານ, ເພາະເຮົາພຣະຜູ້ເປັນເຈົ້າຢູ່ກັບພວກເຈົ້າ, ແລະ ຈະຢືນຢູ່ກັບພວກເຈົ້າ; ແລະ ພວກເຈົ້າຈະເປັນພະຍານເຖິງເຮົາ, ແມ່ນແຕ່ພຣະເຢຊູຄຣິດ, ວ່າເຮົາຄືພຣະບຸດຂອງພຣະເຈົ້າຜູ້ຊົງພຣະຊົນຢູ່, ວ່າເຮົາເຄີຍເປັນຢູ່, ວ່າເຮົາເປັນຢູ່, ແລະ ວ່າເຮົາຈະມາ.
7 ນີ້ຄືພຣະຄຳຂອງພຣະຜູ້ເປັນເຈົ້າແກ່ພວກເຈົ້າ, ຜູ້ຮັບໃຊ້ຂອງເຮົາ ອໍສັນ ຮາຍດ໌, ແລະ ແກ່ຜູ້ຮັບໃຊ້ຂອງເຮົາ ລຸກ ຈອນສັນ, ແລະ ແກ່ຜູ້ຮັບໃຊ້ຂອງເຮົາ ໄລມັນ ຈອນສັນ, ແລະ ແກ່ຜູ້ຮັບໃຊ້ຂອງເຮົາ ວິວລຽມ ອີ ມິກລີລິນ, ແລະ ແກ່ພວກແອວເດີທັງໝົດໃນສາດສະໜາຈັກຂອງເຮົານຳອີກ—
8 ພວກເຈົ້າຈົ່ງອອກ ໄປທົ່ວໂລກ, ສັ່ງສອນພຣະກິດຕິຄຸນຕໍ່ ມະນຸດສະໂລກທັງໝົດ, ໂດຍກະທຳໃນ ສິດອຳນາດ ຊຶ່ງເຮົາໄດ້ມອບໃຫ້ພວກເຈົ້າ, ໂດຍໃຫ້ ບັບຕິສະມາໃນພຣະນາມຂອງພຣະບິດາ, ແລະ ຂອງພຣະບຸດ, ແລະ ຂອງພຣະວິນຍານບໍລິສຸດ.
9 ແລະ ຄົນໃດທີ່ເຊື່ອ ແລະ ຮັບບັບຕິສະມາຈະ ລອດ, ແລະ ຄົນໃດທີ່ບໍ່ເຊື່ອຈະ ອັບປະໂຫຍດ.
10 ແລະ ຄົນໃດທີ່ເຊື່ອຈະໄດ້ຮັບພອນດ້ວຍ ເຄື່ອງໝາຍທີ່ຕິດຕາມມາ, ແມ່ນແຕ່ດັ່ງທີ່ມີຂຽນໄວ້.
11 ແລະ ແກ່ພວກເຈົ້າ ມັນຈະຖືກມອບໃຫ້ເພື່ອຈະໄດ້ຮູ້ ເຄື່ອງໝາຍແຫ່ງການເວລາ, ແລະ ເຄື່ອງໝາຍແຫ່ງການສະເດັດມາຂອງບຸດມະນຸດ;
12 ແລະ ຫລາຍຕໍ່ຫລາຍເທື່ອດັ່ງທີ່ພຣະບິດາຈະເປັນພະຍານເຖິງ, ພວກເຈົ້າຈະໄດ້ຮັບອຳນາດໃຫ້ ຜະນຶກ ພວກເຂົາສູ່ຊີວິດນິລັນດອນ. ອາແມນ.
13 ແລະ ບັດນີ້, ກ່ຽວກັບເລື່ອງທີ່ນອກເໜືອໄປຈາກພັນທະສັນຍາ ແລະ ບັນຍັດແລ້ວ, ມີເລື່ອງດັ່ງຕໍ່ໄປນີ້—
14 ມີຢູ່ໃນພາຍໜ້າ, ໃນເວລາຂອງພຣະຜູ້ເປັນເຈົ້າເອງ, ອະທິການຄົນອື່ນໆຈະຖືກແຕ່ງຕັ້ງເປັນທາງການໃຫ້ແກ່ສາດສະໜາຈັກ, ເພື່ອປະຕິບັດແມ່ນແຕ່ຄືກັນກັບຄົນທຳອິດ;
15 ດັ່ງນັ້ນ ພວກເຂົາຈະເປັນ ມະຫາປະໂລຫິດ ຜູ້ມີຄຸນຄ່າ, ແລະ ພວກເຂົາຈະໄດ້ຮັບການກຳນົດໂດຍ ຝ່າຍປະທານສູງສຸດຂອງຖານະປະໂລຫິດແຫ່ງເມນຄີເສເດັກ, ຍົກເວັ້ນແຕ່ພວກເຂົາມາຈາກຕະກຸນໂດຍແທ້ຂອງ ອາໂຣນເທົ່ານັ້ນ.
16 ແລະ ຖ້າຫາກພວກເຂົາມາຈາກຕະກຸນໂດຍແທ້ຂອງ ອາໂຣນ, ພວກເຂົາຈະມີສິດອັນຖືກຕ້ອງຕາມກົດຕໍ່ການເປັນອະທິການ, ຖ້າຫາກພວກເຂົາເປັນລູກຊາຍກົກໃນບັນດາພວກລູກຊາຍຂອງອາໂຣນ;
17 ເພາະລູກຊາຍກົກມີສິດຂອງການເປັນປະທານຄວບຄຸມຖານະປະໂລຫິດ, ແລະ ມີ ຂໍກະແຈ ຫລື ສິດອຳນາດອັນດຽວກັນນັ້ນ.
18 ບໍ່ມີມະນຸດຄົນໃດມີສິດຢ່າງຖືກຕ້ອງຕາມກົດຕໍ່ຕຳແໜ່ງນີ້, ທີ່ມີຂໍກະແຈຂອງຖານະປະໂລຫິດນີ້, ຍົກເວັ້ນແຕ່ເຂົາເປັນຕະກຸນໂດຍແທ້ ແລະ ເປັນລູກຊາຍກົກຂອງ ລູກຫລານຂອງອາໂຣນເທົ່ານັ້ນ.
19 ແຕ່, ເນື່ອງຈາກວ່າ ມະຫາປະໂລຫິດຂອງຖານະປະໂລຫິດແຫ່ງເມນຄີເສເດັກມີສິດອຳນາດທີ່ຈະປະຕິບັດໜ້າທີ່ ທີ່ຕ່ຳກວ່າທຸກຢ່າງ, ເຂົາຈຶ່ງສາມາດປະຕິບັດໃນຕຳແໜ່ງຂອງ ອະທິການໄດ້ ເມື່ອຫາຕະກຸນໂດຍກົງຂອງອາໂຣນບໍ່ໄດ້, ໂດຍໃຫ້ເຂົາໄດ້ຮັບການເອີ້ນ ແລະ ຖືກແຕ່ງຕັ້ງເປັນທາງການ ແລະ ຖືກແຕ່ງຕັ້ງສູ່ອຳນາດນີ້, ພາຍໃຕ້ມືຂອງຝ່າຍປະທານສູງສຸດຂອງຖານະປະໂລຫິດແຫ່ງເມນຄີເສເດັກ.
20 ແລະ ຕະກຸນໂດຍແທ້ຂອງອາໂຣນຄືກັນ, ຈະຕ້ອງໄດ້ຮັບການມອບໝາຍໂດຍຝ່າຍປະທານນີ້ກ່ອນ, ແລະ ພົບວ່າມີຄ່າຄວນ, ແລະ ຖືກ ເຈີມ, ແລະ ແຕ່ງຕັ້ງພາຍໃຕ້ມືຂອງຝ່າຍປະທານນີ້, ຖ້າບໍ່ດັ່ງນັ້ນ ພວກເຂົາຈະບໍ່ມີສິດອຳນາດທີ່ຖືກຕ້ອງຕາມກົດ ທີ່ຈະປະຕິບັດໃນຖານະປະໂລຫິດຂອງພວກເຂົາ.
21 ແຕ່, ໂດຍການອີງຕໍ່ຄຳສັ່ງກ່ຽວກັບສິດທິຂອງພວກເຂົາໃນຖານະປະໂລຫິດທີ່ສືບຕໍ່ຈາກພໍ່ໄປຫາລູກຊາຍ, ພວກເຂົາຈຶ່ງສາມາດທວງເອົາການເຈີມຂອງພວກເຂົາໄດ້ ຖ້າຫາກໃນເວລາໃດກໍຕາມທີ່ພວກເຂົາສາມາດພິສູດເຖິງການເປັນທາຍາດຂອງພວກເຂົາ, ຫລື ຮູ້ຈັກໂດຍການເປີດເຜີຍຈາກພຣະຜູ້ເປັນເຈົ້າ ພາຍໃຕ້ມືຂອງຝ່າຍປະທານ ດັ່ງທີ່ກ່າວຜ່ານມານັ້ນ.
22 ແລະ ອີກເທື່ອໜຶ່ງ, ຈະບໍ່ມີອະທິການ ຫລື ມະຫາປະໂລຫິດຄົນໃດ ຜູ້ຈະໄດ້ຮັບການແຕ່ງຕັ້ງເປັນທາງການເພື່ອປະຕິບັດສາດສະໜາກິດ ຈະຖືກສອບສວນ ຫລື ກ່າວໂທດສຳລັບຄວາມຜິດໃດໆ, ເວັ້ນເສຍແຕ່ຈະຢູ່ຕໍ່ໜ້າ ຝ່າຍປະທານສູງສຸດຂອງສາດສະໜາຈັກເທົ່ານັ້ນ;
23 ແລະ ຕາບໃດທີ່ເຂົາຖືກພົບວ່າມີຄວາມຜິດຢູ່ຕໍ່ໜ້າຝ່າຍປະທານນີ້, ໂດຍປະຈັກພະຍານທີ່ແກ້ຕົວບໍ່ໄດ້, ແລ້ວເຂົາຈະຖືກກ່າວໂທດ;
24 ແລະ ຖ້າຫາກເຂົາກັບໃຈ ເຂົາຈະໄດ້ຮັບການ ໃຫ້ອະໄພ, ອີງຕາມພັນທະສັນຍາ ແລະ ບັນຍັດ ຂອງສາດສະໜາຈັກ.
25 ແລະ ອີກເທື່ອໜຶ່ງ, ຕາບໃດທີ່ ພໍ່ແມ່ມີລູກໆຢູ່ໃນຊີໂອນ, ຫລື ໃນ ສະເຕກໜຶ່ງສະເຕກໃດຂອງນາງ ຊຶ່ງໄດ້ຖືກຈັດຕັ້ງຂຶ້ນ, ທີ່ບໍ່ໄດ້ ສິດສອນເຂົາໃຫ້ເຂົ້າໃຈຄຳສອນເລື່ອງການກັບໃຈ, ສັດທາໃນພຣະຄຣິດພຣະບຸດຂອງພຣະເຈົ້າຜູ້ຊົງພຣະຊົນຢູ່, ແລະ ເລື່ອງການຮັບບັບຕິສະມາ ແລະ ຮັບຂອງປະທານແຫ່ງພຣະວິນຍານບໍລິສຸດໂດຍການວາງມື, ເມື່ອເຂົາມີອາຍຸ ແປດປີ, ແລ້ວ ບາບຈະຕົກຢູ່ເທິງຫົວຂອງຜູ້ເປັນພໍ່ແມ່.
26 ເພາະນີ້ຈະເປັນກົດສຳລັບຜູ້ອາໄສຂອງ ຊີໂອນ, ຫລື ໃນສະເຕກໜຶ່ງສະເຕກໃດຂອງນາງ ຊຶ່ງໄດ້ຖືກຈັດຕັ້ງຂຶ້ນແລ້ວ.
27 ແລະ ລູກໆຂອງພວກເຂົາຈະຕ້ອງຮັບ ບັບຕິສະມາເພື່ອ ການປົດບາບຂອງພວກເຂົາ ເມື່ອມີອາຍຸໄດ້ ແປດປີ, ແລະ ໄດ້ຮັບການວາງມື.
28 ແລະ ພວກເຂົາຈະຕ້ອງສິດສອນລູກໆຂອງພວກເຂົາໃຫ້ ອະທິຖານ, ແລະ ເດີນໄປຢ່າງພາກພູມໃຈຕໍ່ພຣະພັກຂອງພຣະຜູ້ເປັນເຈົ້າ.
29 ແລະ ຜູ້ອາໄສຂອງຊີໂອນຈະຕ້ອງຮັກສາວັນ ຊະບາໂຕໃຫ້ສັກສິດ.
30 ແລະ ຜູ້ອາໄສຂອງຊີໂອນຈະຕ້ອງຈື່ຈຳວຽກງານຂອງພວກເຂົານຳອີກ, ຕາບໃດທີ່ພວກເຂົາໄດ້ຖືກກຳນົດໃຫ້ທຳງານ, ດ້ວຍສຸດຄວາມຊື່ສັດ; ເພາະຄົນກຽດຄ້ານຈະຖືກຈົດຈຳຢູ່ຕໍ່ພຣະພັກຂອງພຣະຜູ້ເປັນເຈົ້າ.
31 ບັດນີ້, ເຮົາ, ພຣະຜູ້ເປັນເຈົ້າ, ບໍ່ພໍໃຈຫລາຍກັບຜູ້ອາໄສຂອງຊີໂອນ, ເພາະມີຄົນ ກຽດຄ້ານໃນບັນດາພວກເຂົາ; ແລະ ລູກໆຂອງພວກເຂົາກໍໄດ້ເຕີບໂຕຂຶ້ນໃນ ຄວາມຊົ່ວຮ້າຍ; ພວກເຂົາບໍ່ໄດ້ ສະແຫວງຫາ ຄວາມຮັ່ງມີແຫ່ງຊົ່ວນິລັນດອນຢ່າງພາກພຽນ, ແຕ່ສາຍຕາຂອງພວກເຂົາເຕັມໄປດ້ວຍຄວາມໂລບມາກໂລພາ.
32 ສິ່ງເຫລົ່ານີ້ບໍ່ຄວນເປັນ, ແລະ ຕ້ອງໃຫ້ໝົດສິ້ນໄປໃນບັນດາພວກເຂົາ; ດັ່ງນັ້ນ, ໃຫ້ຜູ້ຮັບໃຊ້ຂອງເຮົາ ອໍລີເວີ ຄາວເດີຣີ ນຳຄຳກ່າວເຫລົ່ານີ້ໄປຍັງແຜ່ນດິນຊີໂອນ.
33 ແລະ ເຮົາຈະມອບບັນຍັດຂໍ້ໜຶ່ງໃຫ້ພວກເຂົາ—ວ່າຄົນທີ່ບໍ່ໄດ້ຍຶດຖືທີ່ຈະ ອະທິຖານຢູ່ຕໍ່ພຣະພັກຂອງພຣະຜູ້ເປັນເຈົ້າຕາມເວລາດັ່ງນັ້ນ, ກໍໃຫ້ເຂົາຖືກ ຈື່ຈຳຢູ່ຕໍ່ໜ້າຜູ້ພິພາກສາຂອງຜູ້ຄົນຂອງເຮົາ.
34 ຄຳກ່າວເຫລົ່ານີ້ແມ່ນຈິງ ແລະ ຊື່ສັດ; ດັ່ງນັ້ນ, ຢ່າລ່ວງລະເມີດມັນ, ທັງບໍ່ໃຫ້ ຕັດມັນອອກ.
35 ຈົ່ງເບິ່ງ, ເຮົາຄື ອາລະຟາ ແລະ ໂອເມຄາ, ແລະ ເຮົາ ມາຢ່າງໄວ. ອາແມນ.