ພາກທີ 129
ຄຳແນະນຳທີ່ມອບໃຫ້ໂດຍໂຈເຊັບ ສະມິດ ຜູ້ເປັນສາດສະດາ, ທີ່ເມືອງນາວູ, ລັດອິລິນອຍ, ວັນທີ 9 ເດືອນກຸມພາ, 1843, ໂດຍເຮັດໃຫ້ຮູ້ເຖິງຂໍກະແຈທີ່ສຳຄັນສາມປະການ ຊຶ່ງບອກໃຫ້ຮູ້ເຖິງລັກສະນະທີ່ຖືກຕ້ອງຂອງເຫລົ່າທູດ ແລະ ວິນຍານຂອງຜູ້ປະຕິບັດສາດສະໜາກິດ.
1–3, ມີທັງຮ່າງກາຍທີ່ຟື້ນຄືນຊີວິດ ແລະ ຮ່າງກາຍທີ່ເປັນວິນຍານໃນສະຫວັນ; 4–9, ຂໍກະແຈໄດ້ຖືກມອບໃຫ້ເພື່ອວ່າຜູ້ສົ່ງຂ່າວຈາກອີກເບື້ອງໜຶ່ງຂອງມ່ານຈະຖືກແຈ້ງໃຫ້ຮູ້ວ່າເປັນຜູ້ໃດ.
1 ມີຮ່າງກາຍສອງປະເພດຢູ່ໃນ ສະຫວັນ, ນັ້ນຄື: ເຫລົ່າທູດ, ຜູ້ໄດ້ ຟື້ນຄືນຊີວິດແລ້ວ, ໂດຍມີຮ່າງກາຍທີ່ເປັນເນື້ອໜັງ ແລະ ກະດູກ—
2 ຍົກຕົວຢ່າງ, ພຣະເຢຊູໄດ້ກ່າວວ່າ: ຈົ່ງຄຳເບິ່ງຕົວເຮົາ ແລະ ພວກເຈົ້າກໍຈະຮູ້, ເພາະວ່າຜີບໍ່ມີ ເນື້ອໜັງ, ບໍ່ມີກະດູກດັ່ງທີ່ພວກເຈົ້າເຫັນເຮົາມີຢູ່ນີ້.
3 ປະເພດທີສອງ: ວິນຍານຂອງຄົນ ທ່ຽງທຳທີ່ຖືກເຮັດໃຫ້ດີພ້ອມ, ເຂົາເຈົ້າເປັນຜູ້ທີ່ບໍ່ໄດ້ຟື້ນຄືນຊີວິດເທື່ອ, ແຕ່ໄດ້ຮັບລັດສະໝີພາບອັນດຽວກັນນັ້ນເປັນມູນມໍລະດົກ.
4 ເມື່ອຜູ້ສົ່ງຂ່າວມາບອກວ່າ ເຂົາມີຂ່າວສານຈາກພຣະເຈົ້າ, ຈົ່ງຍື່ນມືຂອງທ່ານອອກໄປ ແລະ ຂໍໃຫ້ເຂົາຈັບມືກັບທ່ານ.
5 ຖ້າຫາກເຂົາເປັນທູດ ເຂົາຈະເຮັດເຊັ່ນນັ້ນ, ແລະ ທ່ານຈະສຳຜັດມືຂອງເຂົາ.
6 ຖ້າຫາກເຂົາເປັນວິນຍານຂອງຄົນທ່ຽງທຳທີ່ຖືກເຮັດໃຫ້ດີພ້ອມ ເຂົາຈະມາໃນລັດສະໝີພາບຂອງເຂົາ; ເພາະມັນເປັນທາງດຽວເທົ່ານັ້ນທີ່ເຂົາສາມາດມາປະກົດ—
7 ຈົ່ງຂໍໃຫ້ເຂົາຈັບມືກັບທ່ານ, ແຕ່ເຂົາຈະບໍ່ເຄື່ອນໄຫວ, ເພາະມັນເປັນການກົງກັນຂ້າມກັບລະບຽບຂອງສະຫວັນທີ່ຄົນທ່ຽງທຳຈະຫລອກລວງ; ແຕ່ເຂົາຍັງຈະບອກຂ່າວສານຂອງເຂົາ.
8 ຖ້າຫາກເປັນ ມານທີ່ມາດັ່ງທູດແຫ່ງຄວາມສະຫວ່າງ, ເມື່ອທ່ານຂໍຈັບມືກັບມັນ, ມັນຈະຍື່ນມືມາຈັບມືທ່ານ, ແລະ ທ່ານຈະບໍ່ສຳຜັດຫຍັງ; ສະນັ້ນທ່ານຈຶ່ງສັງເກດເຫັນມັນ.
9 ນີ້ຄືຂໍກະແຈທີ່ສຳຄັນສາມປະການ ຊຶ່ງໂດຍຂໍກະແຈເຫລົ່ານີ້ ທ່ານຈະຮູ້ໄດ້ວ່າ ການປະຕິບັດໃດມາຈາກພຣະເຈົ້າ.