ພຣະ​ຄຳ​ພີ
ຄຳ​ສອນ ແລະ ພັນທະ​ສັນ​ຍາ 40


ພາກທີ 40

ການ​ເປີດ​ເຜີຍ​ທີ່​ມອບ​ໃຫ້​ແກ່ໂຈເຊັບ ສະມິດ ຜູ້​ເປັນ​ສາດ​ສະ​ດາ ແລະ ຊິດນີ ຣິກດອນ, ທີ່​ເມືອງ​ເຟແອດ, ລັດ​ນິວຢອກ, ວັນທີ 6 ເດືອນ​ມັງກອນ, 1831. ກ່ອນ​ບັນ​ທຶກ​ການ​ເປີດ​ເຜີຍ​ນີ້, ປະຫວັດ​ຂອງ​ສາດສະດາ ກ່າວ​ວ່າ, “ເພາະ​ເຈມສ໌ [ໂຄແວວ] ໄດ້​ປະ​ຕິ​ເສດ​ພຣະ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ແລະ ໄດ້​ກັບ​ຄືນ​ໄປ​ຫາ​ຫລັກ​ທຳ ແລະ ຜູ້​ຄົນ​ເກົ່າ​ຂອງ​ລາວ, ພຣະ​ຜູ້​ເປັນ​ເຈົ້າ​ຈຶ່ງ​ໄດ້​ມອບ​ການ​ເປີດ​ເຜີຍ​ດັ່ງ​ຕໍ່​ໄປ​ນີ້​ໃຫ້​ແກ່​ຂ້າ​ພະ​ເຈົ້າ ແລະ ຊິດນີ ຣິກດອນ” (ເບິ່ງ ພາກ​ທີ 39).

1–3, ຄວາມ​ຢ້ານ​ກົວ​ການ​ຂົ່ມ​ເຫັງ ແລະ ຄວາມ​ເປັນ​ຫ່ວງ​ສິ່ງ​ທາງ​ໂລກ​ເຮັດ​ໃຫ້​ປະ​ຕິ​ເສດ​ພຣະ​ກິດ​ຕິ​ຄຸນ.

1 ຈົ່ງ​ເບິ່ງ, ຕາມ​ຄວາມ​ຈິງ​ແລ້ວ ເຮົາ​ກ່າວ​ກັບ​ເຈົ້າ​ວ່າ ຫົວ​ໃຈ​ຂອງ​ຜູ້​ຮັບ​ໃຊ້​ຂອງ​ເຮົາ ເຈມສ໌ ໂຄ​ແວວ ເຄີຍ​ຖືກ​ຕ້ອງ​ຕໍ່​ເຮົາ, ເພາະ​ລາວ​ໄດ້​ເຮັດ​ພັນທະ​ສັນ​ຍາ​ກັບ​ເຮົາ​ວ່າ ລາວ​ຈະ​ເຊື່ອ​ຟັງ​ຄຳ​ຂອງ​ເຮົາ.

2 ແລະ ລາວ​ໄດ້ ຮັບ​ຄຳ​ດ້ວຍ​ຄວາມ​ຍິນ​ດີ, ແຕ່​ຊາຕານ​ໄດ້​ລໍ້​ລວງ​ລາວ​ທັນ​ທີ; ແລະ ຄວາມ​ຢ້ານ​ກົວ ການ​ຂົ່ມ​ເຫັງ ແລະ ຄວາມ​ເປັນ​ຫ່ວງ​ສິ່ງ​ທາງ​ໂລກ​ເຮັດ​ໃຫ້​ລາວ ປະ​ຕິ​ເສດ​ພຣະ​ຄຳ.

3 ດັ່ງ​ນັ້ນ ລາວ​ຈຶ່ງ​ໄດ້​ຝ່າ​ຝືນ​ພັນທະ​ສັນ​ຍາ, ແລະ ມັນ​ຂຶ້ນ​ກັບ​ເຮົາ​ທີ່​ຈະ​ຈັດ​ການ​ກັບ​ລາວ​ຕາມ​ທີ່​ເຮົາ​ເຫັນ​ວ່າ​ດີ. ອາແມນ.