ພຣະ​ຄຳ​ພີ
ຄຳ​ສອນ ແລະ ພັນທະ​ສັນ​ຍາ 114


ພາກ​ທີ 114

ການ​ເປີດ​ເຜີຍ​ທີ່​ມອບ​ໃຫ້​ຜ່ານ​ໂຈເຊັບ ສະມິດ ຜູ້​ເປັນ​ສາດ​ສະ​ດາ, ທີ່​ເມືອງ​ຟາ​ແວັດ, ລັດ​ມີ​ເຊີຣີ, ວັນທີ 11 ເດືອນ​ເມສາ, 1838.

1–2, ຕຳ​ແໜ່ງ​ຂອງ​ສາດ​ສະ​ໜາ​ຈັກ​ທີ່​ຄົນ​ບໍ່​ຊື່​ສັດ​ໄດ້​ຮັບ​ຈະ​ຖືກ​ມອບ​ໃຫ້​ຄົນ​ອື່ນ.

1 ຕາມ​ຄວາມ​ຈິງ​ແລ້ວ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ດັ່ງ​ນີ້: ມັນ​ເປັນ​ຄວາມ​ສະຫລຽວ​ສະຫລາດ​ຂອງ​ຜູ້​ຮັບ​ໃຊ້​ຂອງ​ເຮົາ ເດວິດ ດັບ​ເບິນ​ຢູ ແພດເຕັນ, ທີ່​ລາວ​ຈະ​ເຮັດ​ພາ​ລະ​ກິດ​ທັງ​ໝົດ​ຂອງ​ລາວ ໃຫ້​ຮຽບ​ຮ້ອຍ​ໂດຍ​ໄວ​ເທົ່າ​ທີ່​ລາວ​ຈະ​ສາ​ມາດ​ເຮັດ​ໄດ້, ແລະ ໄດ້​ຈຳ​ໜ່າຍ​ຈ່າຍ​ແຈກ​ສິນ​ຄ້າ​ຂອງ​ລາວ, ເພື່ອ​ວ່າ​ລາວ​ຈະ​ໄດ້​ເຮັດ​ພາ​ລະ​ກິດ​ຢ່າງ​ໜຶ່ງ​ໃຫ້​ແກ່​ເຮົາ​ໃນ​ລະ​ດູ​ໃບ​ໄມ້​ປົ່ງ​ປີ​ຕໍ່​ໄປ, ພ້ອມ​ກັບ​ຄົນ​ອື່ນໆ, ແມ່ນ​ແຕ່​ສິບ​ສອງ​ຄົນ​ຮວມ​ທັງ​ຕົວ​ລາວ, ໃນ​ການ​ເປັນ​ພະຍານ​ເຖິງ​ນາມ​ຂອງ​ເຮົາ ແລະ ນຳ​ຂ່າວ​ອັນ​ໜ້າ​ຊື່ນ​ຊົມ​ໄປ​ສູ່​ທົ່ວ​ໂລກ.

2 ເພາະ​ຕາມ​ຄວາມ​ຈິງ​ແລ້ວ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ດັ່ງ​ນີ້, ວ່າ​ຕາບ​ໃດ​ທີ່​ມີ​ຄົນ​ໃນ​ບັນ​ດາ​ພວກ​ເຈົ້າ​ທີ່​ປະ​ຕິ​ເສດ​ນາມ​ຂອງ​ເຮົາ, ຄົນ​ອື່ນ​ຈະ​ຖືກ ແຕ່ງ​ຕັ້ງ ຂຶ້ນ​ແທນ​ພວກ​ເຂົາ ແລະ ຮັບ​ເປັນ​ຝ່າຍ​ອະ​ທິ​ການ​ຂອງ​ພວກ​ເຂົາ. ອາແມນ.