ພາກທີ 67
ການເປີດເຜີຍທີ່ມອບໃຫ້ຜ່ານໂຈເຊັບ ສະມິດ ຜູ້ເປັນສາດສະດາ, ທີ່ເມືອງໄຮຣຳ, ລັດໂອໄຮໂອ, ໃນຕົ້ນເດືອນພະຈິກ 1831. ເຫດການນັ້ນເປັນເຫດການຂອງກອງປະຊຸມໃຫຍ່ພິເສດ, ແລະ ການພິມຂອງການເປີດເຜີຍທີ່ໄດ້ຮັບມາແລ້ວຈາກພຣະຜູ້ເປັນເຈົ້າ ຜ່ານສາດສະດາໄດ້ຮັບການພິຈາລະນາ ແລະ ດຳເນີນການ (ເບິ່ງ ຫົວຂໍ້ຂອງ ພາກທີ 1). ວິວລຽມ ດັບເບິນຢູ ແຟ້ວສ໌ ຫາກໍໄດ້ຈັດຕັ້ງໂຮງພິມຂອງສາດສະໜາຈັກຂຶ້ນ ໃນເມືອງອິນດີເພັນເດັນສ໌, ລັດມີເຊີຣີ. ກອງປະຊຸມໃຫຍ່ໄດ້ຕັດສິນໃຈຈັດພິມການເປີດເຜີຍຢູ່ໃນ Book of Commandments (ປຶ້ມພຣະບັນຍັດ) ແລະ ໃຫ້ພິມ 10,000 ເຫລັ້ມ (ໂດຍທີ່ບໍ່ຮູ້ເຖິງສະພາບການທີ່ຍາກລຳບາກໃນພາຍໜ້າ ຈຶ່ງໄດ້ຕັດສິນໃຈພິມພຽງແຕ່ 3,000 ເຫລັ້ມ). ອ້າຍນ້ອງຫລາຍຄົນໄດ້ສະແດງປະຈັກພະຍານອັນໜັກແໜ້ນວ່າ ການເປີດເຜີຍທີ່ຮວບຮວມໄວ້ໃນເວລານັ້ນເພື່ອພິມເປັນປຶ້ມ ເປັນຄວາມຈິງ, ດັ່ງທີ່ພຣະວິນຍານບໍລິສຸດໄດ້ເປັນພະຍານແກ່ພວກເຂົາ. ປະຫວັດຂອງໂຈເຊັບ ສະມິດບັນທຶກວ່າ ຫລັງຈາກໄດ້ຮັບການເປີດເຜີຍທີ່ເອີ້ນກັນວ່າ ພາກທີ 1 ແລ້ວ, ໄດ້ມີການເວົ້າລົມບາງຢ່າງໃນທາງບໍ່ເຫັນດ້ວຍກ່ຽວກັບພາສາທີ່ໃຊ້ໃນການເປີດເຜີຍ. ການເປີດເຜີຍພາກນີ້ຈຶ່ງໄດ້ຕາມມາ.
1–3, ພຣະຜູ້ເປັນເຈົ້າໄດ້ຍິນຄຳອະທິຖານຂອງແອວເດີຂອງພຣະອົງ ແລະ ເຝົ້າດູແລພວກເຂົາ; 4–9, ພຣະອົງທ້າທາຍຄົນສະຫລາດທີ່ສຸດໃຫ້ຂຽນໃຫ້ເທົ່າກັບແມ່ນແຕ່ສ່ວນໜ້ອຍໜຶ່ງຂອງການເປີດເຜີຍຂອງພຣະອົງ; 10–14, ແອວເດີທີ່ຊື່ສັດຈະຖືກເຮັດໃຫ້ມີຊີວິດຊີວາໂດຍພຣະວິນຍານ ແລະ ເຫັນພຣະພັກຂອງພຣະເຈົ້າ.
1 ຈົ່ງເບິ່ງ ແລະ ຈົ່ງເຊື່ອຟັງ, ໂອ້ ພວກເຈົ້າ ແອວເດີຂອງສາດສະໜາຈັກຂອງເຮົາ, ຜູ້ໄດ້ມາຮ່ວມຊຸມນຸມນຳກັນ, ຜູ້ທີ່ເຮົາໄດ້ຍິນຄຳອະທິຖານ, ແລະ ຜູ້ທີ່ເຮົາຮູ້ໃຈ, ແລະ ຜູ້ທີ່ມີຄວາມປາດຖະໜາທີ່ຈະຂຶ້ນມາຢູ່ຕໍ່ໜ້າເຮົາ.
2 ຈົ່ງເບິ່ງ ແລະ ເບິ່ງແມ, ຕາຂອງເຮົາຈ້ອງມອງພວກເຈົ້າຢູ່, ແລະ ສະຫວັນ ແລະ ແຜ່ນດິນໂລກຢູ່ໃນກຳມືຂອງເຮົາ, ແລະ ຄວາມຮັ່ງມີແຫ່ງຊົ່ວນິລັນດອນເປັນຂອງເຮົາທີ່ຈະມອບໃຫ້.
3 ພວກເຈົ້າພະຍາຍາມທີ່ຈະເຊື່ອວ່າ ພວກເຈົ້າຄວນໄດ້ຮັບພອນ ຊຶ່ງມອບໄວ້ໃຫ້ພວກເຈົ້າ; ແຕ່ຈົ່ງເບິ່ງ, ຕາມຄວາມຈິງແລ້ວ ເຮົາກ່າວກັບພວກເຈົ້າວ່າ ໄດ້ມີ ຄວາມຢ້ານກົວໃນໃຈຂອງພວກເຈົ້າ, ແລະ ຕາມຄວາມຈິງແລ້ວ ນີ້ຄືເຫດຜົນທີ່ພວກເຈົ້າບໍ່ໄດ້ຮັບ.
4 ແລະ ບັດນີ້ ເຮົາ, ພຣະຜູ້ເປັນເຈົ້າ, ມອບ ປະຈັກພະຍານແຫ່ງຄວາມຈິງເຖິງບັນຍັດເຫລົ່ານີ້ໃຫ້ແກ່ພວກເຈົ້າ ຊຶ່ງວາງຢູ່ຕໍ່ໜ້າພວກເຈົ້າ.
5 ຕາຂອງພວກເຈົ້າຈ້ອງມອງຢູ່ທີ່ຜູ້ຮັບໃຊ້ຂອງເຮົາ ໂຈເຊັບ ສະມິດ, ຜູ້ລູກ, ແລະ ພາສາຂອງລາວ ພວກເຈົ້າກໍຮູ້, ແລະ ຄວາມບົກພ່ອງຂອງລາວ ພວກເຈົ້າກໍຮູ້; ແລະ ພວກເຈົ້າໄດ້ສະແຫວງຫາຄວາມຮູ້ໃນໃຈຂອງພວກເຈົ້າ ເພື່ອວ່າພວກເຈົ້າຈະໄດ້ອະທິບາຍເກີນກວ່າພາສາຂອງລາວ; ສິ່ງນີ້ພວກເຈົ້າກໍຮູ້ຄືກັນ.
6 ບັດນີ້, ຈົ່ງຄົ້ນຫາຈາກ Book of Commandments (ປຶ້ມພຣະບັນຍັດ), ແມ່ນແຕ່ສ່ວນເລັກໜ້ອຍທີ່ສຸດໃນນັ້ນ, ແລະ ໃຫ້ກຳນົດຄົນໜຶ່ງທີ່ ສະຫລາດທີ່ສຸດໃນບັນດາພວກເຈົ້າ;
7 ຫລື, ຖ້າຫາກມີຄົນໃດຄົນໜຶ່ງໃນບັນດາພວກເຈົ້າສາມາດຂຽນຂໍ້ຄວາມໃຫ້ເໝືອນກັບປຶ້ມນັ້ນ, ແລ້ວ ພວກເຈົ້າກໍຖືກຕ້ອງແລ້ວທີ່ຈະເວົ້າວ່າ ພວກເຈົ້າບໍ່ຮູ້ວ່າປຶ້ມນັ້ນເປັນຄວາມຈິງ;
8 ແຕ່ຖ້າຫາກພວກເຈົ້າບໍ່ສາມາດຂຽນຂໍ້ຄວາມໃຫ້ເໝືອນກັບປຶ້ມນັ້ນ, ພວກເຈົ້າກໍຢູ່ພາຍໃຕ້ການກ່າວໂທດ ຖ້າຫາກພວກເຈົ້າບໍ່ໄດ້ ເປັນພະຍານວ່າ ມັນເປັນຄວາມຈິງ.
9 ເພາະພວກເຈົ້າຮູ້ວ່າ ບໍ່ມີຄວາມບໍ່ຊອບທຳຢູ່ໃນປຶ້ມນັ້ນ, ແລະ ສິ່ງໃດທີ່ ຊອບທຳ ແມ່ນລົງມາຈາກເບື້ອງເທິງ, ຈາກພຣະບິດາແຫ່ງ ຄວາມສະຫວ່າງ.
10 ແລະ ອີກເທື່ອໜຶ່ງ, ຕາມຄວາມຈິງແລ້ວ ເຮົາກ່າວກັບພວກເຈົ້າວ່າ ມັນເປັນສິດທິພິເສດຂອງພວກເຈົ້າ, ແລະ ຄຳສັນຍາຂໍ້ໜຶ່ງທີ່ເຮົາໄດ້ມອບໃຫ້ແກ່ພວກເຈົ້າຜູ້ທີ່ໄດ້ຮັບການແຕ່ງຕັ້ງສູ່ການປະຕິບັດສາດສະໜາກິດນີ້, ຄືຕາບໃດທີ່ພວກເຈົ້າປົດເປື້ອງຕົນໃຫ້ພົ້ນຈາກ ຄວາມອິດສາບັງບຽດ ແລະ ຄວາມຢ້ານກົວອອກຈາກຕົນ, ແລະ ນອບນ້ອມ ຖ່ອມຕົວລົງຢູ່ຕໍ່ໜ້າເຮົາ, ເພາະພວກເຈົ້າບໍ່ຖ່ອມຕົວພຽງພໍ, ແລ້ວ ມ່ານຈະຖືກສີກອອກ ແລະ ພວກເຈົ້າ ຈະ ເຫັນເຮົາ ແລະ ຮູ້ວ່າເຮົາດຳລົງຢູ່—ບໍ່ແມ່ນດ້ວຍກາມມະລົມ ຫລື ດ້ວຍທຳມະຊາດຂອງຈິດໃຈ, ແຕ່ດ້ວຍຝ່າຍວິນຍານ.
11 ເພາະບໍ່ເຄີຍມີ ມະນຸດຄົນໃດເຄີຍເຫັນພຣະເຈົ້າໃນເນື້ອໜັງເລີຍ ບໍ່ວ່າໃນເວລາໃດກໍຕາມ, ຍົກເວັ້ນແຕ່ໄດ້ຖືກເຮັດໃຫ້ມີຊີວິດຊີວາໂດຍພຣະວິນຍານຂອງພຣະເຈົ້າ.
12 ທັງບໍ່ມີ ມະນຸດທີ່ມີຈິດໃຈທຳມະດາຄົນໃດສາມາດທົນຢູ່ຕໍ່ໜ້າທີ່ປະທັບຂອງພຣະເຈົ້າໄດ້, ທັງຈິດໃຈແຫ່ງກາມມະລົມກໍທົນບໍ່ໄດ້.
13 ພວກເຈົ້າບໍ່ສາມາດທົນຢູ່ຕໍ່ໜ້າທີ່ປະທັບຂອງພຣະເຈົ້າໄດ້ໃນຕອນນີ້, ທັງບໍ່ສາມາດທົນກັບການປະຕິບັດຂອງເຫລົ່າທູດ; ດັ່ງນັ້ນ, ຈົ່ງດຳເນີນຕໍ່ໄປດ້ວຍ ຄວາມອົດທົນຈົນກວ່າພວກເຈົ້າຈະຖືກເຮັດໃຫ້ ດີພ້ອມ.
14 ຢ່າໃຫ້ຈິດໃຈຂອງພວກເຈົ້າຫັນກັບໄປ; ແລະ ເມື່ອພວກເຈົ້າມີ ຄ່າຄວນ, ໃນເວລາອັນເໝາະສົມຂອງເຮົາເອງ, ພວກເຈົ້າຈະໄດ້ເຫັນ ແລະ ຮູ້ສິ່ງທີ່ໄດ້ມອບໃຫ້ພວກເຈົ້າໂດຍມືຂອງຜູ້ຮັບໃຊ້ຂອງເຮົາ ໂຈເຊັບ ສະມິດ, ຜູ້ລູກ. ອາແມນ.