ພຣະ​ຄຳ​ພີ
ຄຳ​ສອນ ແລະ ພັນທະ​ສັນ​ຍາ 28


ພາກ​ທີ 28

ການ​ເປີດ​ເຜີຍ​ທີ່​ມອບ​ໃຫ້​ຜ່ານ​ໂຈເຊັບ ສະມິດ ຜູ້​ເປັນ​ສາດ​ສະ​ດາ ແກ່​ອໍ​ລີ​ເວີ ຄາວ​ເດີຣີ, ທີ່​ເມືອງ​ເຟແອດ, ລັດ​ນິວຢອກ, ເດືອນ​ກັນຍາ 1830. ໄຮຣຳ ເພຈ໌, ສະມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ, ມີ​ຫີນ​ກ້ອນ​ໜຶ່ງ ແລະ ອ້າງ​ວ່າ​ໄດ້​ຮັບການ​ເປີດ​ເຜີຍ​ດ້ວຍ​ຄວາມ​ຊ່ວຍ​ເຫລືອ​ຈາກ​ກ້ອນ​ຫີນ​ກ່ຽວ​ກັບ​ການ​ເສີມ​ສ້າງ​ຂອງ​ຊີໂອນ ແລະ ລະບຽບ​ຂອງ​ສາດ​ສະ​ໜາ​ຈັກ. ສະມາ​ຊິກ​ຫລາຍ​ຄົນ​ໄດ້​ຖືກ​ຫລອກ​ເພາະ​ການ​ກ່າວ​ອ້າງ​ນັ້ນ, ແລະ ແມ່ນ​ແຕ່​ອໍ​ລີ​ເວີ ຄາວ​ເດີຣີ ກໍ​ຖືກ​ຫລອກ​ຄື​ກັນ. ບໍ່​ດົນ​ກ່ອນ​ກອງ​ປະ​ຊຸມ​ໃຫຍ່​ເທື່ອ​ໜຶ່ງ​ທີ່​ກຳ​ນົດ​ໄວ້, ສາດ​ສະ​ດາ​ໄດ້​ທູນ​ຖາມ​ພຣະ​ຜູ້​ເປັນ​ເຈົ້າ​ຢ່າງ​ຈິງ​ຈັງ​ກ່ຽວ​ກັບ​ເລື່ອງ​ນີ້, ແລະ ໄດ້​ຮັບ​ການ​ເປີດ​ເຜີຍ​ຕໍ່​ໄປ​ນີ້.

1–7, ໂຈເຊັບ ສະມິດ ຖື​ຂໍ​ກະແຈ​ແຫ່ງ​ຄວາມ​ລຶກ​ລັບ, ແລະ ເພິ່ນ​ຄົນ​ດຽວ​ເທົ່າ​ນັ້ນ​ທີ່​ໄດ້​ຮັບ​ການ​ເປີດ​ເຜີຍ​ສຳ​ລັບ​ສາດ​ສະ​ໜາ​ຈັກ; 8–10, ອໍ​ລີ​ເວີ ຄາວ​ເດີຣີ ຕ້ອງ​ໄປ​ສັ່ງ​ສອນ​ຊາວ​ເລມັນ; 11–16, ຊາຕານ​ໄດ້​ຫລອກ​ລວງ​ໄຮຣຳ ເພຈ໌ ແລະ ມອບ​ການ​ເປີດ​ເຜີຍ​ເທັດ​ໃຫ້​ລາວ.

1 ຈົ່ງ​ເບິ່ງ, ເຮົາ​ກ່າວ​ກັບ​ເຈົ້າ, ອໍ​ລີ​ເວີ, ວ່າ​ມັນ​ຈະ​ຖືກ​ມອບ​ໃຫ້​ແກ່​ເຈົ້າ ເພື່ອ​ສາດ​ສະ​ໜາ​ຈັກ​ຈະ​ໄດ້​ຍິນ​ເຈົ້າ ໃນ​ທຸກ​ສິ່ງ ບໍ່​ວ່າ​ສິ່ງ​ໃດ​ກໍ​ຕາມ​ທີ່​ເຈົ້າ​ຈະ ສິດ​ສອນ​ເຂົາ​ໂດຍ ພຣະ​ຜູ້​ປອບ​ໂຍນ, ກ່ຽວ​ກັບ​ການ​ເປີດ​ເຜີຍ ແລະ ບັນ​ຍັດ ຊຶ່ງ​ເຮົາ​ໄດ້​ປະທານ​ໃຫ້.

2 ແຕ່, ຈົ່ງ​ເບິ່ງ, ຕາມ​ຈິງ, ຕາມ​ຈິງ​ແລ້ວ, ເຮົາ​ກ່າວ​ກັບ​ເຈົ້າ, ບໍ່​ມີ​ຄົນ​ໃດ​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ໃຫ້​ຮັບ​ບັນ​ຍັດ ແລະ ການ​ເປີດ​ເຜີຍ​ໃນ​ສາດ​ສະ​ໜາ​ຈັກ​ນີ້ ຍົກ​ເວັ້ນ​ແຕ່​ຜູ້​ຮັບ​ໃຊ້​ຂອງ​ເຮົາ ໂຈເຊັບ ສະມິດ, ຜູ້ລູກ, ເພາະ​ລາວ​ໄດ້​ຮັບ​ມັນ​ເໝືອນ​ດັ່ງ​ໂມເຊ.

3 ແລະ ເຈົ້າຈົ່ງ​ເຊື່ອ​ຟັງ​ສິ່ງ​ທີ່​ເຮົາ​ຈະ​ປະທານ​ໃຫ້​ແກ່​ລາວ, ແມ່ນ​ແຕ່​ເໝືອນ​ດັ່ງ ອາໂຣນ, ເພື່ອ​ປະ​ກາດ​ບັນ​ຍັດ ແລະ ການ​ເປີດ​ເຜີຍ​ດ້ວຍ​ຄວາມ​ຊື່​ສັດ, ດ້ວຍ​ອຳນາດ ແລະ ສິດ​ອຳນາດ​ຕໍ່​ສາດ​ສະ​ໜາ​ຈັກ.

4 ແລະ ຖ້າ​ຫາກ​ເຈົ້າ​ຖືກ​ນຳ​ພາ​ໂດຍ​ພຣະ​ຜູ້​ປອບ​ໂຍນ​ໃຫ້ ກ່າວ ຫລື ສິດ​ສອນ, ຫລື ໃນ​ຕະຫລອດ​ເວລາ​ໂດຍ​ທາງ​ບັນ​ຍັດ​ຕໍ່​ສາດ​ສະ​ໜາ​ຈັກ, ເຈົ້າ​ສາ​ມາດ​ເຮັດ​ໄດ້.

5 ແຕ່​ເຈົ້າ​ຈະ​ບໍ່​ຂຽນ​ເປັນ​ແບບ​ບັນ​ຍັດ, ຍົກ​ເວັ້ນ​ແຕ່​ໂດຍ​ຄວາມ​ສະຫລຽວ​ສະຫລາດ​ເທົ່າ​ນັ້ນ;

6 ແລະ ເຈົ້າ​ຈະ​ບໍ່​ບັນ​ຊາ​ຜູ້​ເປັນ​ຫົວ​ໜ້າ​ຂອງ​ເຈົ້າ, ແລະ ເປັນ​ຫົວ​ໜ້າ​ຂອງ​ສາດ​ສະ​ໜາ​ຈັກ;

7 ເພາະ​ເຮົາ​ໄດ້​ມອບ ຂໍ​ກະແຈ​ແຫ່ງ ຄວາມ​ລຶກ​ລັບ, ແລະ ການ​ເປີດ​ເຜີຍ​ຊຶ່ງ​ຜະ​ນຶກ​ໄວ້​ແລ້ວ​ໃຫ້​ແກ່​ລາວ, ຈົນ​ກວ່າ​ເຮົາ​ຈະ​ກຳ​ນົດ​ຄົນ​ອື່ນ​ໃຫ້​ເຮັດ​ແທນ​ລາວ.

8 ແລະ ບັດ​ນີ້, ຈົ່ງ​ເບິ່ງ, ເຮົາ​ກ່າວ​ກັບ​ເຈົ້າ​ວ່າ ເຈົ້າ​ຈະ​ໄປ​ຫາ ຊາວ​ເລມັນ ແລະ ສັ່ງ​ສອນ ພຣະ​ກິດ​ຕິ​ຄຸນ​ຂອງ​ເຮົາ​ໃຫ້​ແກ່​ພວກ​ເຂົາ; ແລະ ຕາບ​ໃດ​ທີ່​ພວກ​ເຂົາ​ໄດ້​ຮັບ​ຄຳ​ສອນ​ຂອງ​ເຈົ້າ, ເຈົ້າ​ຈົ່ງ​ເຮັດ​ໃຫ້​ສາດ​ສະ​ໜາ​ຈັກ​ຂອງ​ເຮົາ​ຖືກ​ສະຖາ​ປະນາ​ຂຶ້ນ​ໃນ​ບັນ​ດາ​ພວກ​ເຂົາ; ແລະ ເຈົ້າ​ຈະ​ໄດ້​ຮັບ​ການ​ເປີດ​ເຜີຍ, ແຕ່​ບໍ່​ໃຫ້​ຂຽນ​ມັນ​ໄວ້​ເປັນ​ແບບ​ບັນ​ຍັດ.

9 ແລະ ບັດ​ນີ້, ຈົ່ງ​ເບິ່ງ, ເຮົາ​ກ່າວ​ກັບ​ເຈົ້າ​ວ່າ ມັນ​ບໍ່​ໄດ້​ເປີດ​ເຜີຍ, ແລະ ບໍ່​ມີ​ຄົນ​ໃດ​ຮູ້​ຈັກ​ບ່ອນ​ທີ່ ເມືອງ ຊີໂອນ​ຈະ​ຖືກ​ສ້າງ​ຂຶ້ນ, ແຕ່​ຈະ​ມອບ​ໃຫ້​ຫລັງ​ຈາກ​ນີ້. ຈົ່ງ​ເບິ່ງ, ເຮົາ​ກ່າວ​ກັບ​ເຈົ້າ​ວ່າ ມັນ​ຈະ​ຢູ່​ຊາຍ​ແດນ​ໃກ້ ຊາວ​ເລມັນ.

10 ເຈົ້າ​ຈະ​ບໍ່​ໄປ​ຈາກ​ບ່ອນ​ນີ້ ຈົນ​ກວ່າ​ກອງ​ປະ​ຊຸມ​ໃຫຍ່​ສິ້ນ​ສຸດ​ລົງ; ແລະ ຜູ້​ຮັບ​ໃຊ້​ຂອງ​ເຮົາ ໂຈເຊັບ​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ໃຫ້​ຄວບ​ຄຸມ​ກອງ​ປະ​ຊຸມ​ໃຫຍ່​ໂດຍ​ສຽງ​ໃນ​ທີ່​ປະ​ຊຸມ, ແລະ ສິ່ງ​ໃດ​ທີ່​ລາວ​ໄດ້​ກ່າວ​ກັບ​ເຈົ້າ ໃຫ້​ເຈົ້າ​ບອກ​ສິ່ງ​ນັ້ນ.

11 ແລະ ອີກ​ເທື່ອ​ໜຶ່ງ, ໃຫ້​ເຈົ້າ​ພາ​ອ້າຍ​ນ້ອງ​ຂອງ​ເຈົ້າ, ໄຮຣຳ ເພຈ໌, ອອກ​ໄປ​ຕາມ​ລຳ​ພັງ ລະຫວ່າງ​ເຈົ້າ​ກັບ​ລາວ​ເທົ່າ​ນັ້ນ, ແລະ ໃຫ້​ບອກ​ລາວ​ວ່າ​ສິ່ງ​ທີ່​ລາວ​ໄດ້​ຂຽນ​ໄວ້​ຈາກ​ຫີນ​ກ້ອນ​ນັ້ນ ບໍ່​ໄດ້​ມາ​ຈາກ​ເຮົາ ແລະ ວ່າ ຊາຕານ​ໄດ້ ຫລອກ​ລວງ​ລາວ;

12 ເພາະ, ຈົ່ງ​ເບິ່ງ, ສິ່ງ​ເຫລົ່າ​ນີ້​ບໍ່​ໄດ້​ຖືກ​ກຳ​ນົດ​ໃຫ້​ແກ່​ລາວ, ທັງ​ຈະ​ບໍ່​ກຳ​ນົດ​ສິ່ງ​ໃດ​ໃຫ້​ຄົນ​ໃດ​ໃນ​ສາດ​ສະ​ໜາ​ຈັກ​ນີ້​ທີ່​ກົງ​ກັນ​ຂ້າມ​ກັບ​ພັນທະ​ສັນ​ຍາ​ຂອງ​ສາດ​ສະ​ໜາ​ຈັກ.

13 ເພາະ​ທຸກ​ສິ່ງ​ຈະ​ຕ້ອງ​ຖືກ​ເຮັດ​ໄປ​ຕາມ​ລະບຽບ, ແລະ ໂດຍ ການ​ເຫັນ​ຊອບ​ດ້ວຍ​ກັນ​ໃນ​ສາດ​ສະ​ໜາ​ຈັກ, ໂດຍ ການ​ອະ​ທິ​ຖານ​ດ້ວຍ​ສັດທາ.

14 ແລະ ເຈົ້າ​ຈະ​ຊ່ວຍ​ແກ້​ໄຂ​ທຸກ​ສິ່ງ​ເຫລົ່າ​ນີ້, ຕາມ​ພັນທະ​ສັນ​ຍາ​ຂອງ​ສາດ​ສະ​ໜາ​ຈັກ, ກ່ອນ​ເຈົ້າ​ຈະ​ເດີນ​ທາງ​ໄປ​ໃນ​ບັນ​ດາ​ຊາວ​ເລມັນ.

15 ແລະ ມັນ​ຈະ ຖືກ​ມອບ​ໃຫ້​ແກ່​ເຈົ້າ​ຈາກ​ເວລາ​ທີ່​ເຈົ້າ​ຈະ​ໄປ, ຈົນ​ເຖິງ​ເວລາ​ທີ່​ເຈົ້າ​ຈະ​ກັບ​ຄືນ, ວ່າ​ເຈົ້າ​ຈະ​ເຮັດ​ສິ່ງ​ໃດ.

16 ແລະ ເຈົ້າ​ຕ້ອງ​ເປີດ​ປາກ​ຂອງ​ເຈົ້າ​ໃນ​ທຸກ​ເວລາ, ປະ​ກາດ​ພຣະ​ກິດ​ຕິ​ຄຸນ​ຂອງ​ເຮົາ​ດ້ວຍ​ສຽງ​ທີ່​ມີ​ຄວາມ​ປິ​ຕິ​ຍິນ​ດີ. ອາແມນ.