ພຣະ​ຄຳ​ພີ
ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 134


ພາກ​ທີ 134

ການ​ປະ​ກາດ​ເຖິງ​ຄວາມ​ເຊື່ອ​ກ່ຽວ​ກັບ​ການ​ປົກ​ຄອງ ແລະ ກົດ​ໝາຍ​ທົ່ວ​ໄປ, ໂດຍ​ທີ່​ຍອມ​ຮັບ​ກັນ​ດ້ວຍ​ສຽງ​ເປັນ​ເອ​ກະ​ສັນ​ຢູ່​ໃນ​ການ​ຊຸມ​ນຸມ​ໃຫຍ່​ຂອງ​ສາດ​ສະ​ໜາ​ຈັກ ຊຶ່ງ​ຖືກ​ຈັດ​ຂຶ້ນ​ທີ່​ເມືອງ​ເຄີດ​ແລນ, ລັດ​ໂອ​ໄຮ​ໂອ, ວັນ​ທີ 17 ເດືອນ​ສິງ​ຫາ, 1835. ໄພ່​ພົນ​ຂອງ​ພຣະ​ເຈົ້າ​ຫລາຍ​ຄົນ ໄດ້​ມາ​ເຕົ້າ​ໂຮມ​ກັນ​ເພື່ອ​ພິ​ຈາ​ລະ​ນາ​ເນື້ອ​ເລື່ອງ​ທີ່​ສະ​ເໜີ​ສຳ​ລັບ​ການ​ພິມ​ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ​ຊຸດ​ທຳ​ອິດ. ໃນ​ເວ​ລາ​ນັ້ນ, ການ​ປະ​ກາດ​ນີ້​ໄດ້​ຖືກ​ມອບ​ໃຫ້​ເປັນ​ບົດ​ຄວາມ​ເບື້ອງ​ຕົ້ນ​ດັ່ງ​ຕໍ່​ໄປ​ນີ້: “ເພື່ອ​ວ່າ​ຄວາມ​ເຊື່ອ​ຂອງ​ພວກ​ເຂົາ​ກ່ຽວ​ກັບ​ການ​ປົກ​ຄອງ ແລະ ກົດ​ໝາຍ​ທົ່ວ​ໄປ​ຝ່າຍ​ໂລກ​ຈະ​ບໍ່​ຖືກ​ຕີ​ຄວາມ​ໝາຍ​ຜິດ ຫລື ເຂົ້າ​ໃຈ​ຜິດ, ພວກ​ເຮົາ​ຄິດ​ວ່າ​ເໝາະ​ສົມ​ແລ້ວ​ທີ່​ຈະ​ສະ​ເໜີ​ຄວາມ​ຄິດ​ຄວາມ​ເຫັນ​ຂອງ​ພວກ​ເຮົາ​ໄວ້​ທ້າຍ​ເຫລັ້ມ​ນີ້​ກ່ຽວ​ກັບ​ເລື່ອງ​ດັ່ງ​ກ່າວ​ນັ້ນ.”

1–4, ລັດ​ຖະ​ບານ​ຄວນ​ຮັກ​ສາ​ອິດ​ສະ​ລະ​ພາບ​ຂອງ​ຄວາມ​ນຶກ​ຄິດ ແລະ ການ​ນະ​ມັດ​ສະ​ການ; 5–8, ທຸກ​ຄົນ​ຄວນ​ສະ​ໜັບ​ສະ​ໜູນ​ລັດ​ຖະ​ບານ​ຂອງ​ຕົນ ແລະ ນັບ​ຖື ແລະ ເຄົາ​ລົບ​ກົດ​ໝາຍ; 9–10, ສັງ​ຄົມ​ສາດ​ສະ​ໜາ​ບໍ່​ຄວນ​ໃຊ້​ອຳ​ນາດ​ການ​ປົກ​ຄອງ; 11–12, ມະ​ນຸດ​ມີ​ສິດ​ປົກ​ປ້ອງ​ພວກ​ເຂົາ​ເອງ ແລະ ຊັບ​ສົມ​ບັດ​ຂອງ​ພວກ​ເຂົາ.

1 ພວກ​ເຮົາ​ເຊື່ອ​ວ່າ ການ​ປົກ​ຄອງ​ໄດ້​ຖືກ​ຈັດ​ຕັ້ງ​ໂດຍ​ພຣະ​ເຈົ້າ​ເພື່ອ​ຜົນ​ປະ​ໂຫຍດ​ຂອງ​ມະ​ນຸດ; ແລະ ວ່າ​ພຣະ​ອົງ​ຖື​ວ່າ​ມະ​ນຸດ ຮັບ​ຜິດ​ຊອບ​ຕໍ່​ການ​ກະ​ທຳ​ຂອງ​ພວກ​ເຂົາ, ທັງ​ໃນ​ການ​ອອກ​ກົດ​ໝາຍ ແລະ ການ​ບໍ​ລິ​ຫານ​ກົດ​ໝາຍ, ເພື່ອ​ຄວາມ​ດີ ແລະ ຄວາມ​ປອດ​ໄພ​ຂອງ​ສັງ​ຄົມ.

2 ພວກ​ເຮົາ​ເຊື່ອ​ວ່າ​ບໍ່​ມີ​ການ​ປົກ​ຄອງ​ໃດ​ຈະ​ດຳ​ລົງ​ຢູ່​ໄດ້​ໃນ​ສັນ​ຕິ​ສຸກ, ຍົກ​ເວັ້ນ​ແຕ່​ກົດ​ນັ້ນ​ໄດ້​ຖືກ​ຕັ້ງ​ຂຶ້ນ ແລະ ຖືກ​ຮັກ​ສາ​ໄວ້​ບໍ່​ໃຫ້​ລ່ວງ​ລະ​ເມີດ ໂດຍ​ໃຫ້​ຄວາມ​ເຊື່ອ​ໝັ້ນແກ່​ທຸກ​ຄົນ​ທີ່​ຈະ​ໃຊ້ ຄວາມ​ສຳ​ນຶກ​ຢ່າງ​ເປັນ ອິດ​ສະ​ລະ, ສິດ ແລະ ການ​ຄວບ​ຄຸມ​ຊັບ​ສົມ​ບັດ, ແລະ ການ​ປົກ​ປ້ອງ​ຊີ​ວິດ.

3 ພວກ​ເຮົາ​ເຊື່ອ​ວ່າ​ການ​ປົກ​ຄອງ​ທັງ​ປວງ​ຈຳ​ເປັນ​ຕ້ອງ​ມີ ເຈົ້າ​ໜ້າ​ທີ່​ບ້ານ​ເມືອງ ແລະ ຜູ້​ພິ​ພາກ​ສາ​ເພື່ອ​ຮັກ​ສາ​ກົດ​ດັ່ງ​ກ່າວ​ນັ້ນ; ແລະ ວ່າ​ເຈົ້າ​ໜ້າ​ທີ່​ດັ່ງ​ກ່າວ​ຊຶ່ງ​ຈະ​ບໍ​ລິ​ຫານ​ກົດ​ໝາຍ​ດ້ວຍ​ຄວາມ​ທ່ຽງ​ທຳ ແລະ ຍຸດ​ຕິ​ທຳ​ຄວນ​ຖືກ​ຄົ້ນ​ຫາ ແລະ ສະ​ໜັບ​ສະ​ໜູນ​ໂດຍ​ສຽງ​ຂອງ​ຜູ້​ຄົນ​ຖ້າ​ຫາກ​ເປັນ​ສາ​ທາ​ລະ​ນະ​ລັດ, ຫລື ໂດຍ​ຄວາມ​ປະ​ສົງ​ຂອງ​ເຈົ້າ​ແຜ່ນ​ດິນ.

4 ພວກ​ເຮົາ​ເຊື່ອ​ວ່າ​ສາດ​ສະ​ໜາ​ຖືກ​ຈັດ​ຕັ້ງ​ຂຶ້ນ​ໂດຍ​ພຣະ​ເຈົ້າ; ແລະ ວ່າ​ມະ​ນຸດ​ມີ​ຄວາມ​ຮັບ​ຜິດ​ຊອບ​ຕໍ່​ພຣະ​ອົງ, ແລະ ຕໍ່​ພຣະ​ອົງ​ພຽງ​ຜູ້​ດຽວ, ກ່ຽວ​ກັບ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ, ຍົກ​ເວັ້ນ​ແຕ່​ຄວາມ​ຄິດ​ຄວາມ​ເຫັນ​ຂອງ​ພວກ​ເຂົາ​ທາງ​ສາດ​ສະ​ໜາ​ຂອງ​ພວກ​ເຂົາ​ຈະ​ກະ​ຕຸ້ນ​ພວກ​ເຂົາ​ໃຫ້​ລະ​ເມີດ​ສິດ​ທິ ແລະ ເສ​ລີ​ພາບ​ຂອງ​ຄົນ​ອື່ນ; ແຕ່​ພວກ​ເຮົາ​ບໍ່​ເຊື່ອ​ວ່າ​ກົດ​ໝາຍ​ຂອງ​ມະ​ນຸດ​ມີ​ສິດ​ທີ່​ຈະ​ແຊກ​ແຊງ​ການ​ກຳ​ນົດ​ກົດ ຂອງ​ການ​ນະ​ມັດ​ສະ​ການ ເພື່ອ​ຄວບ​ຄຸມ​ຄວາມ​ນຶກ​ຄິດ​ຂອງ​ມະ​ນຸດ, ຫລື ບັງ​ຄັບ​ຮູບ​ແບບ ການ​ນະ​ມັດ​ສະ​ການ​ໃນ​ສາ​ທາ​ລະ​ນະ​ຊົນ ຫລື ໃນ​ສະ​ຖານ​ທີ່​ສ່ວນ​ຕົວ; ວ່າ​ຜູ້​ພິ​ພາກ​ແຫ່ງ​ລັດ​ຄວນ​ຢຸດ​ຢັ້ງ​ການ​ອາ​ຊະ​ຍາ​ກຳ, ແຕ່​ບໍ່​ຄວນ​ບັງ​ຄັບ​ຄວາມ​ນຶກ​ຄິດ; ຄວນ​ລົງ​ໂທດ​ຄວາມ​ຜິດ, ແຕ່​ບໍ່​ຢັບ​ຢັ້ງ​ອິດ​ສະ​ລະ​ພາບ​ຂອງ​ຈິດ​ວິນ​ຍານ.

5 ພວກ​ເຮົາ​ເຊື່ອ​ວ່າ​ມະ​ນຸດ​ທັງ​ປວງ​ຖືກ​ຜູກ​ມັດ​ໃຫ້​ສະ​ໜັບ​ສະ​ໜູນ ແລະ ສົ່ງ​ເສີມ​ການ​ປົກ​ຄອງ​ບ້ານ​ເມືອງ​ໃນ​ບ່ອນ​ທີ່​ພວກ​ເຂົາ​ອາ​ໄສ​ຢູ່, ຕາບ​ໃດ​ທີ່​ສິດ​ທິ​ປະ​ຈຳ​ຕົວ ແລະ ບໍ່​ສາ​ມາດ​ໂອນ​ໃຫ້​ຄົນ​ອື່ນ​ໄດ້​ຮັບ​ການ​ປົກ​ປ້ອງ​ໂດຍ​ກົດ​ໝາຍ​ຂອງ​ການ​ປົກ​ຄອງ​ນັ້ນ; ແລະ ວ່າ​ການ​ກໍ່​ຄວາມ​ບໍ່​ສະ​ຫງົບ​ສຸກ ແລະ ການ​ກະ​ບົດ​ບໍ່​ເໝາະ​ກັບ​ພົນ​ລະ​ເມືອງ​ທັງ​ປວງ​ທີ່​ໄດ້​ຮັບ​ການ​ຄຸ້ມ​ຄອງ​ດັ່ງ​ກ່າວ, ແລະ ຄວນ​ຖືກ​ລົງ​ໂທດ​ຕາມ​ສົມ​ຄວນ; ແລະ ວ່າ​ລັດ​ຖະ​ບານ​ມີ​ສິດ​ທີ່​ຈະ​ອອກ​ກົດ​ເຊັ່ນ​ນັ້ນ​ຕາມ​ການ​ຕັດ​ສິນ​ຂອງ​ພວກ​ເຂົາ​ເອງ ແລະ ຕາມ​ການ​ພິ​ຈາ​ລະ​ນາ​ຢ່າງ​ດີ​ທີ່​ສຸດ ເພື່ອ​ຮັກ​ສາ​ຜົນ​ປະ​ໂຫຍດ​ຂອງ​ສາ​ທາ​ລະ​ນະ​ຊົນ; ເຖິງ​ຢ່າງ​ໃດ​ກໍ​ຕາມ, ໃນ​ຂະ​ນະ​ດຽວ​ກັນ, ຍຶດ​ໝັ້ນ​ອິດ​ສະ​ລະ​ພາບ​ຂອງ​ຄວາມ​ນຶກ​ຄິດ​ໃຫ້​ສັກ​ສິດ.

6 ພວກ​ເຮົາ​ເຊື່ອ​ວ່າ​ມະ​ນຸດ​ທຸກ​ຄົນ​ຄວນ​ໄດ້​ຮັບ​ການ​ຍົກ​ຍ້ອງ​ໃນ​ຕຳ​ແໜ່ງ​ຂອງ​ເຂົາ, ຜູ້​ປົກ​ຄອງ ແລະ ຜູ້​ພິ​ພາກ​ສາ​ກໍ​ຄື​ກັນ, ໂດຍ​ຖືກ​ຈັດ​ຕັ້ງ​ໄວ້​ເພື່ອ​ປົກ​ປ້ອງ​ຜູ້​ບໍ​ລິ​ສຸດ ແລະ ລົງ​ໂທດ​ຜູ້​ກະ​ທຳ​ຜິດ; ແລະ ວ່າ ມະ​ນຸດ​ທັງ​ປວງ​ຕ້ອງ​ນັບ​ຖື ແລະ ເຄົາ​ລົບ ກົດ​ໝາຍ, ເພາະ​ຖ້າ​ຫາກ​ປາດ​ສະ​ຈາກ​ກົດ​ໝາຍ​ແລ້ວ ສັນ​ຕິ​ສຸກ ແລະ ຄວາມ​ຖືກ​ຕ້ອງ​ປອງ​ດອງ​ຈະ​ປ່ຽນ​ເປັນ​ອະ​ນາ​ທິ​ປະ​ໄຕ ແລະ ຄວາມ​ຢ້ານ​ກົວ; ກົດ​ໝາຍ​ຂອງ​ມະ​ນຸດ​ໄດ້​ຖືກ​ສະ​ຖາ​ປະ​ນາ​ຂຶ້ນ​ເພື່ອ​ຈຸດ​ປະ​ສົງ​ໃນ​ການ​ດູ​ແລ​ຜົນ​ປະ​ໂຫຍດ​ຂອງ​ເຮົາ​ເປັນ​ສ່ວນ​ບຸກ​ຄົນ ແລະ ປະ​ຊາ​ຊາດ, ລະ​ຫວ່າງ​ມະ​ນຸດ​ກັບ​ມະ​ນຸດ; ແລະ ກົດ​ຂອງ​ພຣະ​ເຈົ້າ​ໄດ້​ຖືກ​ມອບ​ໃຫ້​ຈາກ​ສະ​ຫວັນ, ໂດຍ​ກຳ​ນົດ​ກົດ​ກ່ຽວ​ກັບ​ທາງ​ວິນ​ຍານ, ເພື່ອ​ສັດ​ທາ ແລະ ການ​ນະ​ມັດ​ສະ​ການ, ຊຶ່ງ​ມະ​ນຸດ​ຕ້ອງ​ຕອບ​ສະ​ໜອງ​ຕໍ່​ພຣະ​ຜູ້​ສ້າງ​ຂອງ​ພວກ​ເຂົາ​ທັງ​ສອງ​ຢ່າງ.

7 ພວກ​ເຮົາ​ເຊື່ອ​ວ່າ​ຜູ້​ປົກ​ຄອງ, ລັດ, ແລະ ລັດ​ຖະ​ບານ​ມີ​ສິດ, ແລະ ຖືກ​ຜູກ​ມັດ​ໃຫ້​ອອກ​ກົດ​ເພື່ອ​ປົກ​ປ້ອງ​ພົນ​ລະ​ເມືອງ​ທັງ​ປວງ​ໃນ​ການ​ປະ​ຕິ​ບັດ​ຕາມ​ຄວາມ​ເຊື່ອ​ທາງ​ສາດ​ສະ​ໜາ​ຂອງ​ພວກ​ເຂົາ​ຢ່າງ​ເປັນ​ອິດ​ສະ​ລະ; ແຕ່​ພວກ​ເຮົາ​ບໍ່​ເຊື່ອ​ວ່າ ພວກ​ເຂົາ​ມີ​ສິດ​ຢ່າງ​ຖືກ​ຕ້ອງ​ທີ່​ຈະ​ຖອນ​ສິດ​ທິ​ພິ​ເສດ​ນີ້​ໄປ​ຈາກ​ພົນ​ລະ​ເມືອງ, ຫລື ສັ່ງ​ຫ້າມ​ພວກ​ເຂົາ​ໃນ​ຄວາມ​ຄິດ​ຄວາມ​ເຫັນ​ຂອງ​ພວກ​ເຂົາ, ຕາບ​ໃດ​ທີ່​ຍັງ​ສະ​ແດງ​ຄວາມ​ນັບ​ຖື ແລະ ຄວາມ​ຄາ​ລະ​ວະ​ຕໍ່​ກົດ ແລະ ຄວາມ​ຄິດ​ຄວາມ​ເຫັນ​ເຊັ່ນ​ນັ້ນ​ທາງ​ສາດ​ສະ​ໜາ​ບໍ່​ໄດ້​ເປັນ​ສິ່ງ​ກໍ່​ຄວາມ​ບໍ່​ສະ​ຫງົບ ຫລື ການ​ຄົບ​ຄິດ.

8 ພວກ​ເຮົາ​ເຊື່ອ​ວ່າ​ການ​ກໍ່​ການ​ອາ​ຊະ​ຍາ​ກຳ​ຄວນ​ຖືກ ລົງ​ໂທດ​ຕາມ​ສົມ​ຄວນ​ຂອງ​ຄວາມ​ຜິດ; ຄື​ການ​ຄາດ​ຕະ​ກຳ, ການ​ທໍ​ລະ​ຍົດ, ການ​ປຸ້ນ​ຈີ້, ການ​ລັກ, ແລະ ການ​ທຳ​ລາຍ​ຄວາມ​ສະ​ຫງົບ​ທົ່ວ​ໄປ, ໃນ​ທຸກ​ກໍ​ລະ​ນີ, ຄວນ​ຖືກ​ລົງ​ໂທດ​ຕາມ​ຄວາມ​ຜິດ ແລະ ຄວາມ​ໂນ້ມ​ອຽງ​ທີ່​ຈະ​ເຮັດ​ຄວາມ​ຊົ່ວ​ຮ້າຍ​ໃນ​ບັນ​ດາ​ມະ​ນຸດ, ໂດຍ ກົດ​ໝາຍ​ຂອງ​ລັດ​ຖະ​ບານ​ນັ້ນ​ທີ່​ຄວາມ​ຜິດ​ຖືກ​ກະ​ທຳ​ຂຶ້ນ; ແລະ ເພື່ອ​ສັນ​ຕິ​ສຸກ ແລະ ຄວາມ​ສະ​ຫງົບ​ຂອງ​ມະ​ນຸດ​ທັງ​ປວງ ຄວນ​ກ້າວ​ອອກ​ມາ ແລະ ໃຊ້​ຄວາມ​ສາ​ມາດ​ຂອງ​ພວກ​ເຂົາ​ໃນ​ການ​ນຳ​ຜູ້​ກະ​ທຳ​ຜິດ​ຕໍ່​ກົດ​ໝາຍ​ທີ່​ດີ​ງາມ​ມາ​ສູ່​ການ​ລົງ​ໂທດ.

9 ພວກ​ເຮົາ​ບໍ່​ເຊື່ອ​ວ່າ​ເປັນ​ສິ່ງ​ທີ່​ຖືກ​ຕ້ອງ​ທີ່​ຈະ​ຮ່ວມ​ອິດ​ທິ​ພົນ​ທາງ​ສາດ​ສະ​ໜາ​ເຂົ້າ​ກັບ​ການ​ປົກ​ຄອງ​ບ້ານ​ເມືອງ, ຊຶ່ງ​ໂດຍ​ການ​ນີ້​ສັງ​ຄົມ​ສາດ​ສະ​ໜາ​ສັງ​ຄົມ​ໜຶ່ງ​ໄດ້​ຮັບ​ການ​ອຸປະ​ຖຳ ແລະ ອີກ​ສັງ​ຄົມ​ໜຶ່ງ​ຖືກ​ສັ່ງ​ຫ້າມ​ໃນ​ສິດ​ທິ​ພິ​ເສດ​ທາງ​ວິນ​ຍານ, ແລະ ສິດ​ທິ​ສ່ວນ​ບຸກ​ຄົນ​ຂອງ​ສະ​ມາ​ຊິກ​ຂອງ​ສັງ​ຄົມ​ນັ້ນ, ໃນ​ຖາ​ນະ​ພົນ​ລະ​ເມືອງ, ຖືກ​ປະ​ຕິ​ເສດ.

10 ພວກ​ເຮົາ​ເຊື່ອ​ວ່າ​ສັງ​ຄົມ​ສາດ​ສະ​ໜາ​ທັງ​ປວງ​ມີ​ສິດ​ທີ່​ຈະ ຈັດ​ການ​ກັບ​ສະ​ມາ​ຊິກ​ຂອງ​ຕົນ ສຳ​ລັບ​ການ​ປະ​ພຶດ​ທີ່​ບໍ່​ຖືກ​ຕ້ອງ, ຕາມ​ກົດ ແລະ ຂໍ້​ບັງ​ຄັບ​ຂອງ​ສັງ​ຄົມ​ເຫລົ່າ​ນັ້ນ; ຖ້າ​ຫາກ​ການ​ຈັດ​ການ​ນັ້ນ​ເປັນ​ໄປ​ເພື່ອ​ມິດ​ຕະ​ພາບ ແລະ ໃນ​ຄວາມ​ດີ​ງາມ; ແຕ່​ພວກ​ເຮົາ​ບໍ່​ເຊື່ອ​ວ່າ​ສັງ​ຄົມ​ສາດ​ສະ​ໜາ​ໃດໆ ມີ​ສິດ​ອຳ​ນາດ​ທີ່​ຈະ​ຟ້ອງ​ຄົນ​ໃດ​ຂຶ້ນ​ສານ​ກ່ຽວ​ກັບ​ຊັບ​ສົມ​ບັດ ແລະ ຊີ​ວິດ​ຂອງ​ພວກ​ເຂົາ, ເພື່ອ​ເອົາ​ສິ່ງ​ຂອງ ຂອງ​ໂລກ​ນີ້​ໄປ​ຈາກ​ພວກ​ເຂົາ, ຫລື ເຮັດ​ໃຫ້​ພວກ​ເຂົາ​ຕົກ​ຢູ່​ໃນ​ຂັ້ນ​ອັນ​ຕະ​ລາຍ​ບໍ່​ວ່າ​ຈະ​ເປັນ​ຊີ​ວິດ ຫລື ແຂນ​ຂາ, ຫລື ກໍ່​ໃຫ້​ເກີດ​ຄວາມ​ເຈັບ​ປວດ​ທາງ​ຮ່າງ​ກາຍ​ໃດໆ​ກັບ​ພວກ​ເຂົາ. ພວກ​ເຂົາ​ພຽງ​ແຕ່​ສາ​ມາດ ຕັດ​ພວກ​ເຂົາ​ອອກ​ຈາກ​ສັງ​ຄົມ​ຂອງ​ພວກ​ເຂົາ​ເທົ່າ​ນັ້ນ, ແລະ ຖອນ​ການ​ເປັນ​ສະ​ມາ​ຊິກ​ຂອງ​ພວກ​ເຂົາ.

11 ພວກ​ເຮົາ​ເຊື່ອ​ວ່າ ມະ​ນຸດ​ຄວນ​ອຸ​ທອນ​ຕໍ່​ກົດ​ໝາຍ​ບ້ານ​ເມືອງ​ເພື່ອ​ໃຫ້​ຊົດ​ໃຊ້​ສຳ​ລັບ​ຄວາມ​ຜິດ ແລະ ຄວາມ​ທຸກ​ໂສກ​ທັງ​ປວງ, ທີ່​ບຸກ​ຄົນ​ຖືກ​ທຳ​ຮ້າຍ​ທາງ​ຮ່າງ​ກາຍ ຫລື ມີ​ການ​ລະ​ເມີດ​ສິດ​ທິ​ໃນ​ຊັບ​ສົມ​ບັດ ຫລື ສັກ​ສີ, ຊຶ່ງ​ກົດ​ໝາຍ​ເຊັ່ນ​ນັ້ນ​ມີ​ຢູ່​ເພື່ອ​ປົກ​ປ້ອງ​ເລື່ອງ​ດັ່ງ​ກ່າວ; ແຕ່​ພວກ​ເຮົາ​ເຊື່ອ​ວ່າ ມະ​ນຸດ​ທັງ​ປວງ​ມີ​ສິດ​ຢ່າງ​ຖືກ​ຕ້ອງ​ທີ່​ຈະ​ປ້ອງ​ກັນ​ຕົນ​ເອງ, ໝູ່​ເພື່ອນ​ຂອງ​ພວກ​ເຂົາ, ແລະ ຊັບ​ສົມ​ບັດ, ແລະ ລັດ​ຖະ​ບານ, ຈາກ​ການ​ໂຈມ​ຕີ ແລະ ການ​ລ່ວງ​ລ້ຳ​ທີ່​ຜິດ​ກົດ​ໝາຍ​ຂອງ​ທຸກ​ຄົນ​ໃນ​ຍາມ​ສຸກ​ເສີນ, ໃນ​ກໍ​ລະ​ນີ​ທີ່​ການ​ອຸ​ທອນ​ຕໍ່​ກົດ​ໝາຍ​ບໍ່​ສາ​ມາດ​ເຮັດ​ໄດ້​ໂດຍ​ທັນ​ທີ, ແລະ ການ​ຊ່ວຍ​ເຫລືອ​ບໍ່​ທ່ວງ​ທັນ.

12 ພວກ​ເຮົາ​ເຊື່ອ​ວ່າ ເປັນ​ສິ່ງ​ຖືກ​ຕ້ອງ​ທີ່​ຈະ ສັ່ງ​ສອນ​ພຣະ​ກິດ​ຕິ​ຄຸນ​ແກ່​ປະ​ຊາ​ຊາດ​ຂອງ​ແຜ່ນ​ດິນ​ໂລກ, ແລະ ເຕືອນ​ຄົນ​ຊອບ​ທຳ​ໃຫ້​ຊ່ວຍ​ຕົນ​ເອງ​ໃຫ້​ລອດ​ຈາກ​ຄວາມ​ເສື່ອມ​ໂຊມ​ຂອງ​ໂລກ; ແຕ່​ພວກ​ເຮົາ​ບໍ່​ເຊື່ອ​ວ່າ ເປັນ​ສິ່ງ​ຖືກ​ຕ້ອງ​ທີ່​ຈະ​ຫຍຸ້ງ​ກ່ຽວ​ກັບ​ຂ້າ​ທາດ, ທັງ​ບໍ່​ສັ່ງ​ສອນ​ພຣະ​ກິດ​ຕິ​ຄຸນ​ໃຫ້, ຫລື ບໍ່​ບັບ​ຕິ​ສະ​ມາ​ໃຫ້​ພວກ​ເຂົາ​ເມື່ອ​ມັນ​ຂັດ​ກັບ​ຄວາມ​ປາດ​ຖະ​ໜາ​ຂອງ​ນາຍ​ພວກ​ເຂົາ, ຫລື ເຂົ້າ​ໄປ​ຫຍຸ້ງ​ກ່ຽວ ຫລື ຊັກ​ຊວນ​ພວກ​ເຂົາ​ແມ່ນ​ແຕ່​ໜ້ອຍ​ດຽວ ເພື່ອ​ເຮັດ​ໃຫ້​ພວກ​ເຂົາ​ບໍ່​ພໍ​ໃຈ​ກັບ​ສະ​ພາບ​ຂອງ​ພວກ​ເຂົາ​ໃນ​ຊີ​ວິດ​ນີ້, ອັນ​ເປັນ​ເຫດ​ໃຫ້​ເກີດ​ອັນ​ຕະ​ລາຍ​ແກ່​ຊີ​ວິດ​ຂອງ​ພວກ​ເຂົາ; ການ​ແຊກ​ແຊງ​ເຊັ່ນ​ນັ້ນ​ພວກ​ເຂົາ​ເຊື່ອ​ວ່າ​ເປັນ​ສິ່ງ​ຜິດ​ກົດ​ໝາຍ ແລະ ບໍ່​ທ່ຽງ​ທຳ, ແລະ ເປັນ​ໄພ​ຕໍ່​ຄວາມ​ສະ​ຫງົບ​ສຸກ​ຂອງ​ທຸກ​ລັດ​ຖະ​ບານ​ທີ່​ອະ​ນຸ​ຍາດ​ໃຫ້​ມະ​ນຸດ​ຕົກ​ຢູ່​ໃນ​ຄວາມ​ເປັນ​ທາດ.