ບົດທີ 13
ພວກຜູ້ຊາຍຖືກເອີ້ນໃຫ້ເປັນມະຫາປະໂລຫິດຍ້ອນສັດທາອັນຍິ່ງໃຫຍ່ ແລະ ວຽກງານດີຂອງເຂົາເຈົ້າ—ເຂົາເຈົ້າຕ້ອງສິດສອນພຣະບັນຍັດ—ຜ່ານຄວາມຊອບທຳ ເຂົາເຈົ້າໄດ້ຮັບການຊຳລະໃຫ້ບໍລິສຸດ ແລະ ເຂົ້າໄປໃນທີ່ພັກຂອງພຣະຜູ້ເປັນເຈົ້າ—ເມນຄີເສເດັກເປັນຜູ້ໜຶ່ງໃນພວກນີ້—ເຫລົ່າທູດປະກາດຂ່າວອັນໜ້າຊື່ນຊົມທົ່ວແຜ່ນດິນ—ພວກເພິ່ນຈະປະກາດການສະເດັດມາອັນແທ້ຈິງຂອງພຣະຄຣິດ. ປະມານ 82 ປີ ກ່ອນ ຄ.ສ.
1 ແລະ ອີກເທື່ອໜຶ່ງ, ພີ່ນ້ອງຂອງຂ້າພະເຈົ້າ, ຂ້າພະເຈົ້າຢາກໃຫ້ພວກທ່ານລະນຶກເຖິງເວລາທີ່ອົງພຣະຜູ້ເປັນເຈົ້າໄດ້ປະທານພຣະບັນຍັດເຫລົ່ານີ້ໃຫ້ແກ່ລູກຫລານຂອງພຣະອົງ; ແລະ ຂ້າພະເຈົ້າຢາກໃຫ້ພວກທ່ານຈື່ຈຳໄວ້ວ່າອົງພຣະຜູ້ເປັນເຈົ້າ ໄດ້ແຕ່ງຕັ້ງປະໂລຫິດຕາມລະບຽບອັນສັກສິດຂອງພຣະອົງ ຊຶ່ງເປັນໄປຕາມລະບຽບຂອງພຣະບຸດຂອງພຣະອົງ ເພື່ອສິດສອນສິ່ງເຫລົ່ານີ້ໃຫ້ແກ່ຜູ້ຄົນ.
2 ແລະ ປະໂລຫິດເຫລົ່ານັ້ນໄດ້ຮັບການແຕ່ງຕັ້ງຕາມ ລະບຽບຂອງພຣະບຸດຂອງພຣະອົງ, ຕາມ ວິທີນັ້ນຜູ້ຄົນຈະໄດ້ຮູ້ຈັກວ່າ ໂດຍວິທີໃດທີ່ຈະລະນຶກຫາພຣະບຸດຂອງພຣະອົງເພື່ອການໄຖ່.
3 ແລະ ນີ້ຄືວິທີຕາມທີ່ພວກເຂົາໄດ້ຮັບການແຕ່ງຕັ້ງ—ໂດຍທີ່ຖືກ ເອີ້ນ ແລະ ຖືກ ຕຽມໄວ້ນັບຕັ້ງແຕ່ ການວາງຮາກຖານຂອງໂລກຕາມ ຄວາມຮູ້ລ່ວງໜ້າຂອງພຣະເຈົ້າ, ອັນເນື່ອງມາຈາກສັດທາອັນແຮງກ້າ ແລະ ວຽກງານດີຂອງພວກເຂົາ; ໂດຍທີ່ໃນຕອນທຳອິດຖືກປະປ່ອຍໄວ້ໃຫ້ ເລືອກເອົາຄວາມດີ ຫລື ຄວາມຊົ່ວ; ສະນັ້ນ ໂດຍທີ່ພວກເຂົາເລືອກເອົາຄວາມດີ, ແລະ ໃຊ້ ສັດທາຢ່າງລົ້ນເຫລືອ, ຈຶ່ງໄດ້ຖືກ ເອີ້ນໃຫ້ຮັບຕຳແໜ່ງອັນສັກສິດ, ແທ້ຈິງແລ້ວ, ດ້ວຍຕຳແໜ່ງອັນສັກສິດນັ້ນທີ່ໄດ້ຕຽມໄວ້ພ້ອມກັນ, ແລະ ຕາມການໄຖ່ທີ່ໄດ້ຕຽມໄວ້ສຳລັບຄົນເຊັ່ນນັ້ນຄືກັນ.
4 ແລະ ພວກເຂົາຖືກ ເອີ້ນໃຫ້ຮັບຕຳແໜ່ງອັນສັກສິດນີ້ ເປັນຍ້ອນສັດທາອັນຍິ່ງໃຫຍ່ຂອງພວກເຂົາ, ໃນຂະນະທີ່ຄົນອື່ນບໍ່ຍອມຮັບເອົາພຣະວິນຍານຂອງພຣະເຈົ້າ ເນື່ອງຈາກວ່າຄວາມແຂງກະດ້າງຂອງໃຈຂອງພວກເຂົາ ແລະ ຄວາມມືດດັບຂອງຈິດໃຈຂອງພວກເຂົາ, ຖ້າຫາກພວກເຂົາບໍ່ເປັນໄປແນວນີ້ແລ້ວ ພວກເຂົາກໍຈະ ມີສິດຫລາຍຄືກັນກັບພີ່ນ້ອງຂອງພວກເຂົາ.
5 ຫລື ໂດຍສະຫລຸບ, ໃນຕອນທຳອິດພວກເຂົາກໍຢູ່ໃນຖານະ ດຽວກັນກັບພີ່ນ້ອງຂອງພວກເຂົາ; ການເອີ້ນທີ່ສັກສິດນີ້ຈຶ່ງຖືກຕຽມໄວ້ດັ່ງນັ້ນນັບຕັ້ງແຕ່ການວາງຮາກຖານຂອງໂລກສຳລັບຄົນເຊັ່ນນັ້ນທີ່ບໍ່ເຮັດໃຈແຂງກະດ້າງ, ໂດຍໃນ ແລະ ຜ່ານການຊົດໃຊ້ແທນຂອງພຣະບຸດອົງດຽວທີ່ຖືກຳເນີດ, ຜູ້ຊຶ່ງໄດ້ຖືກຕຽມໄວ້—
6 ແລະ ໂດຍທີ່ໄດ້ຮັບການເອີ້ນໂດຍການເອີ້ນອັນສັກສິດນີ້, ແລະ ຖືກແຕ່ງຕັ້ງສູ່ຖານະປະໂລຫິດສູງແຫ່ງລະບຽບອັນສັກສິດຂອງພຣະເຈົ້າ ເພື່ອສິດສອນພຣະບັນຍັດຂອງພຣະອົງໃຫ້ລູກຫລານມະນຸດ, ເພື່ອພວກເຂົາຈະໄດ້ເຂົ້າໄປໃນ ທີ່ພັກຂອງພຣະອົງຄືກັນ—
7 ຖານະປະໂລຫິດສູງນີ້ເປັນໄປຕາມລະບຽບຂອງພຣະບຸດຂອງພຣະອົງ, ຊຶ່ງລະບຽບນີ້ເປັນມານັບຕັ້ງແຕ່ການວາງຮາກຖານຂອງໂລກ; ຫລື ອີກຄຳໜຶ່ງ, ບໍ່ມີການເລີ່ມຕົ້ນຂອງມື້ ຫລື ບ່ອນຈົບຂອງປີເລີຍ, ໂດຍຖືກຕຽມໄວ້ຈາກຊົ່ວນິລັນດອນເຖິງຕະຫລອດຊົ່ວນິລັນດອນຕາມ ຄວາມຮູ້ລ່ວງໜ້າໃນທຸກສິ່ງທຸກຢ່າງຂອງພຣະອົງ—
8 ບັດນີ້ພວກເຂົາຖືກ ແຕ່ງຕັ້ງຕາມວິທີນີ້—ໂດຍຖືກເອີ້ນໃຫ້ຮັບຕຳແໜ່ງອັນສັກສິດ, ແລະ ຖືກແຕ່ງຕັ້ງດ້ວຍພິທີການອັນສັກສິດ, ແລະ ຮັບເອົາຖານະປະໂລຫິດສູງແຫ່ງລະບຽບອັນສັກສິດ, ຊຶ່ງຕຳແໜ່ງ, ແລະ ພິທີການ, ແລະ ຖານະປະໂລຫິດສູງນີ້, ບໍ່ມີການເລີ່ມຕົ້ນ ຫລື ບ່ອນຈົບ—
9 ພວກນີ້ຈຶ່ງກັບກາຍມາເປັນ ມະຫາປະໂລຫິດຕະຫລອດໄປຕາມລະບຽບຂອງພຣະບຸດອົງດຽວທີ່ຖືກຳເນີດຈາກພຣະບິດາ, ຜູ້ທີ່ບໍ່ມີການເລີ່ມຕົ້ນຂອງມື້ ຫລື ບ່ອນຈົບຂອງປີຜູ້ເຕັມປ່ຽມໄປດ້ວຍ ພຣະຄຸນ, ຄວາມສະເໝີພາບ, ແລະ ຄວາມຈິງ. ແລະ ເປັນໄປດັ່ງນັ້ນ. ອາແມນ.
10 ບັດນີ້, ດັ່ງທີ່ຂ້າພະເຈົ້າໄດ້ເວົ້າມາແລ້ວກ່ຽວກັບຖານະອັນສັກສິດ ຫລື ຖານະປະໂລຫິດສູງນີ້, ໄດ້ມີຫລາຍຄົນທີ່ໄດ້ຖືກແຕ່ງຕັ້ງ ແລະ ກາຍມາເປັນມະຫາປະໂລຫິດຂອງພຣະເຈົ້າ; ແລະ ເປັນຍ້ອນສັດທາອັນຍິ່ງໃຫຍ່ ແລະ ການກັບໃຈ, ແລະ ຄວາມຊອບທຳຂອງເຂົາເຈົ້າທີ່ມີຕໍ່ພຣະພັກຂອງພຣະເຈົ້າ, ເຂົາເຈົ້າຈຶ່ງເລືອກທີ່ຈະກັບໃຈ ແລະ ກະທຳໃນສິ່ງທີ່ຊອບທຳ ແທນທີ່ຈະເລືອກເອົາຄວາມຕາຍ;
11 ສະນັ້ນ ເຂົາເຈົ້າຈຶ່ງໄດ້ຖືກເອີ້ນຕາມຖານະອັນສັກສິດນີ້ ແລະ ໄດ້ຮັບ ການຊຳລະໃຫ້ບໍລິສຸດ, ແລະ ອາພອນຂອງເຂົາເຈົ້າຖືກລ້າງໃຫ້ຂາວສະອາດແລ້ວໂດຍໂລຫິດຂອງພຣະເມສານ້ອຍ.
12 ບັດນີ້ຫລັງຈາກ ພຣະວິນຍານບໍລິສຸດໄດ້ ຊຳລະເຂົາເຈົ້າໃຫ້ບໍລິສຸດແລ້ວ, ເຮັດໃຫ້ອາພອນຂອງເຂົາເຈົ້າຂາວສະອາດ ບໍລິສຸດ ແລະ ປາດສະຈາກມົນທິນຕໍ່ພຣະພັກຂອງພຣະເຈົ້າ, ເຂົາເຈົ້າຈຶ່ງເບິ່ງ ບາບບໍ່ໄດ້ ນອກຈາກຈະມີແຕ່ ຄວາມກຽດຊັງມັນເທົ່ານັ້ນ; ແລະ ມີຄົນຢ່າງຫລວງຫລາຍ ທີ່ຖືກເຮັດໃຫ້ບໍລິສຸດ ແລະ ເຂົ້າໄປໃນທີ່ພັກຂອງພຣະຜູ້ເປັນເຈົ້າອົງເປັນພຣະເຈົ້າຂອງພວກເຂົາ.
13 ແລະ ບັດນີ້, ພີ່ນ້ອງຂອງຂ້າພະເຈົ້າ, ຂ້າພະເຈົ້າຢາກໃຫ້ພວກທ່ານຖ່ອມຕົວຕໍ່ພຣະພັກຂອງພຣະເຈົ້າ, ແລະ ນຳ ຜົນທີ່ສົມກັບການກັບໃຈອອກມາ, ເພື່ອພວກທ່ານຈະໄດ້ເຂົ້າໄປໃນທີ່ພັກແຫ່ງນັ້ນ.
14 ແທ້ຈິງແລ້ວ, ຈົ່ງຖ່ອມຕົວຄືກັນກັບຜູ້ຄົນໃນເວລາຂອງ ເມນຄີເສເດັກ, ຜູ້ເປັນມະຫາປະໂລຫິດຜູ້ໜຶ່ງຕາມຖານະດຽວກັນນີ້ ຊຶ່ງຂ້າພະເຈົ້າໄດ້ເວົ້າເຖິງ, ຜູ້ທີ່ໄດ້ຮັບຖານະປະໂລຫິດສູງໄວ້ກັບຕົວຕະຫລອດໄປ.
15 ແລະ ແມ່ນເມນຄີເສເດັກຜູ້ດຽວກັນນີ້ທີ່ ອັບຣາຮາມຈ່າຍ ສ່ວນສິບໃຫ້; ແທ້ຈິງແລ້ວ, ອັບຣາຮາມບັນພະບຸລຸດຂອງພວກເຮົາກໍໄດ້ຈ່າຍສ່ວນສິບໃຫ້ ຊຶ່ງເປັນໜຶ່ງສ່ວນສິບຂອງທຸກສິ່ງທຸກຢ່າງທີ່ເພິ່ນເປັນເຈົ້າຂອງ.
16 ແລະ ພິທີການເຫລົ່ານີ້ມີກຳນົດໄວ້ຕາມນີ້, ເພື່ອໂດຍວິທີນີ້ຜູ້ຄົນຈະໄດ້ລະນຶກຫາພຣະບຸດຂອງພຣະເຈົ້າ, ຊຶ່ງເປັນ ແບບໜຶ່ງຂອງຖານະຂອງພຣະອົງ, ຫລື ເປັນຖານະຂອງພຣະອົງ, ແລະ ນີ້ກໍເພື່ອພວກເຂົາຈະໄດ້ລະນຶກຫາພຣະອົງເພື່ອການປົດບາບຂອງພວກເຂົາ, ເພື່ອພວກເຂົາຈະໄດ້ເຂົ້າໄປໃນທີ່ພັກຂອງພຣະຜູ້ເປັນເຈົ້າ.
17 ບັດນີ້ເມນຄີເສເດັກຜູ້ນີ້ ເປັນກະສັດປົກຄອງແຜ່ນດິນຊາເລັມ; ແລະ ຜູ້ຄົນຂອງເພິ່ນເກັ່ງກ້າຫລາຍຂຶ້ນໃນຄວາມຊົ່ວຮ້າຍ ແລະ ຄວາມໜ້າກຽດຊັງ; ແທ້ຈິງແລ້ວ, ພວກເຂົາຫລົງທາງໄປໝົດ; ພວກເຂົາເຕັມໄປດ້ວຍຄວາມຊົ່ວຮ້າຍທຸກຢ່າງ;
18 ແຕ່ວ່າເມນຄີເສເດັກໄດ້ສະແດງສັດທາອັນແຮງກ້າ ແລະ ໄດ້ຮັບໜ້າທີ່ຂອງຖານະປະໂລຫິດສູງ ຕາມ ລະບຽບອັນສັກສິດຂອງພຣະເຈົ້າ, ໄດ້ສັ່ງສອນເຖິງການກັບໃຈໃຫ້ແກ່ຜູ້ຄົນຂອງເພິ່ນ. ແລະ ຈົ່ງເບິ່ງ, ພວກເຂົາໄດ້ກັບໃຈ; ແລະ ເມນຄີເສເດັກໄດ້ສະຖາປະນາສັນຕິສຸກຂຶ້ນໃນແຜ່ນດິນໃນເວລາຂອງເພິ່ນ; ສະນັ້ນ ເພິ່ນຈຶ່ງຖືກເອີ້ນວ່າ ເຈົ້າສັນຕິລາດ, ເພາະວ່າເພິ່ນເປັນກະສັດຂອງຊາເລັມ; ແລະ ເພິ່ນໄດ້ປົກຄອງພາຍໃຕ້ບິດາຂອງເພິ່ນ.
19 ແລະ ບັດນີ້ມີ ຫລາຍຄົນກ່ອນເພິ່ນ, ແລະ ມີຫລາຍຄົນຫລັງຈາກເພິ່ນນຳອີກ, ແຕ່ ບໍ່ມີຜູ້ໃດຍິ່ງໃຫຍ່ກວ່າເພິ່ນ; ສະນັ້ນ, ຜູ້ຄົນຈຶ່ງກ່າວເຖິງເພິ່ນເລື້ອຍໆໂດຍສະເພາະ.
20 ບັດນີ້ຂ້າພະເຈົ້າບໍ່ຢາກທົບທວນເລື່ອງນີ້ອີກ; ເພາະສິ່ງທີ່ຂ້າພະເຈົ້າເວົ້າໄວ້ນັ້ນພຽງພໍແລ້ວ. ຈົ່ງເບິ່ງ, ພຣະຄຳພີຢູ່ຕໍ່ໜ້າພວກທ່ານ; ຖ້າຫາກພວກທ່ານຈະ ບິດເບືອນມັນ; ມັນກໍຈະເປັນໄປເພື່ອຄວາມພິນາດຂອງພວກທ່ານເອງ.
21 ແລະ ບັດນີ້ເຫດການໄດ້ບັງເກີດຂຶ້ນຄື ເມື່ອແອວມາກ່າວຄຳເວົ້າເຫລົ່ານີ້ກັບພວກເຂົາແລ້ວ, ເພິ່ນໄດ້ເດ່ມືອອກໄປຫາພວກເຂົາ ແລະ ຮ້ອງຂຶ້ນດ້ວຍສຽງອັນດັງ, ມີຄຳວ່າ: ບັດນີ້ເຖິງເວລາແລ້ວທີ່ຈະ ກັບໃຈ, ເພາະວ່າວັນແຫ່ງຄວາມລອດມາໃກ້ແລ້ວ;
22 ແທ້ຈິງແລ້ວ, ສຸລະສຽງຂອງພຣະຜູ້ເປັນເຈົ້າຊຶ່ງອອກຈາກ ປາກຂອງເຫລົ່າທູດໄດ້ປະກາດເລື່ອງນີ້ແກ່ທຸກປະຊາຊາດ; ແທ້ຈິງແລ້ວ, ໄດ້ປະກາດເລື່ອງນີ້ເພື່ອພວກເຂົາຈະມີຂ່າວອັນໜ້າຊື່ນຊົມແຫ່ງຄວາມສຸກ; ແທ້ຈິງແລ້ວ ພຣະອົງໄດ້ແຜ່ຂ່າວອັນໜ້າຊື່ນຊົມໄປໃນບັນດາຜູ້ຄົນທັງໝົດຂອງພຣະອົງ, ແທ້ຈິງແລ້ວ, ໄປເຖິງຄົນທີ່ໄດ້ແຕກພັດພາກຈາກກັນໄປທົ່ວຜືນແຜ່ນດິນໂລກ; ດັ່ງນັ້ນ ຂ່າວອັນໜ້າຊື່ນຊົມນີ້ມາຮອດພວກເຮົາແລ້ວ.
23 ແລະ ເລື່ອງເຫລົ່ານີ້ເປັນທີ່ຮູ້ຈັກແກ່ພວກເຮົາດ້ວຍຄວາມເວົ້າອັນ ງ່າຍໆ ເພື່ອພວກເຮົາຈະບໍ່ໄດ້ເຂົ້າໃຈຜິດ; ເພື່ອພວກເຮົາຈະບໍ່ເຮັດຜິດ ແລະ ນີ້ກໍເພາະວ່າການເປັນ ຄົນຊັດເຊພະເນຈອນຂອງພວກເຮົາໄປໃນແຜ່ນດິນແປກໆ; ສະນັ້ນ, ພວກເຮົາຈຶ່ງເປັນທີ່ໂປດປານຂອງພຣະອົງ, ເພາະວ່າພວກເຮົາມີຂ່າວອັນໜ້າຊື່ນຊົມເຫລົ່ານີ້ທີ່ຈະປະກາດຕໍ່ທຸກຄົນພວກເຮົາທົ່ວທຸກແຫ່ງໃນທຸກສ່ວນຂອງສວນອະງຸ່ນຂອງພວກເຮົາ.
24 ເພາະຈົ່ງເບິ່ງ, ເຫລົ່າທູດກຳລັງປະກາດເລື່ອງນີ້ຕໍ່ຫລາຍຄົນໃນແຜ່ນດິນຂອງພວກເຮົາ; ແລະ ນີ້ກໍເພື່ອຈຸດປະສົງໃນການຕຽມໃຈຂອງລູກຫລານມະນຸດທີ່ຈະຮັບພຣະຄຳຂອງພຣະອົງໃນເວລາທີ່ພຣະອົງສະເດັດມາໃນລັດສະໝີພາບຂອງພຣະອົງ.
25 ແລະ ບັດນີ້ພວກເຮົາພຽງແຕ່ຄອຍຟັງຂ່າວອັນໜ້າປິຕິຍິນດີເລື່ອງການສະເດັດມາຂອງພຣະອົງທີ່ປະກາດແກ່ພວກເຮົາໂດຍປາກຂອງທູດເພາະວ່າເວລາຈະມາເຖິງແລ້ວ; ແລະ ພວກເຮົາ ບໍ່ຮູ້ຈັກວ່າໄວປານໃດ. ຂໍໃຫ້ພຣະເຈົ້າເຮັດໃຫ້ມັນເປັນໄປໃນວັນເວລາຂອງຂ້າພະເຈົ້າເຖີດ; ແຕ່ວ່າມັນຈະຊ້າ ຫລື ໄວພຽງໃດນັ້ນ ຂ້າພະເຈົ້າຈະປິຕິຍິນດີໃນເລື່ອງນີ້.
26 ແລະ ມັນຈະເປັນທີ່ຮູ້ຈັກແກ່ ຄົນຊອບທຳ ແລະ ຜູ້ບໍລິສຸດໂດຍປາກຂອງທູດໃນເວລາແຫ່ງການສະເດັດມາຂອງພຣະອົງ, ເພື່ອໃຫ້ຄຳເວົ້າຂອງບັນພະບຸລຸດຂອງພວກເຮົາສຳເລັດ, ຕາມເລື່ອງທີ່ເຂົາເຈົ້າເວົ້າໄວ້ກ່ຽວກັບພຣະອົງ, ຊຶ່ງເປັນໄປຕາມວິນຍານແຫ່ງການທຳນາຍຊຶ່ງຢູ່ກັບພວກເພິ່ນໃນເວລານັ້ນ.
27 ແລະ ບັດນີ້, ພີ່ນ້ອງຂອງຂ້າພະເຈົ້າ, ຂ້າພະເຈົ້າ ປາດຖະໜາຈາກສ່ວນເລິກທີ່ສຸດຂອງໃຈຂອງຂ້າພະເຈົ້າ, ແທ້ຈິງແລ້ວ, ດ້ວຍຄວາມເປັນຫ່ວງຢ່າງໃຫຍ່ຫລວງຈົນເຖິງຄວາມເຈັບປວດ ໃຫ້ພວກທ່ານເຊື່ອຟັງຄຳຂອງຂ້າພະເຈົ້າ, ແລະ ປະຖິ້ມບາບຂອງພວກທ່ານເຖີດ, ແລະ ຢ່າເລື່ອນວັນແຫ່ງການກັບໃຈຂອງພວກທ່ານເລີຍ;
28 ແຕ່ໃຫ້ພວກທ່ານຖ່ອມຕົວຕໍ່ພຣະພັກຂອງພຣະຜູ້ເປັນເຈົ້າ, ແລະ ເອີ້ນຫາພຣະນາມອັນສັກສິດຂອງພຣະອົງ, ແລະ ເຝົ້າເບິ່ງ ແລະ ອະທິຖານສະເໝີ, ເພື່ອພວກທ່ານຈະບໍ່ຖືກ ລໍ້ລວງຈົນເກີນກວ່າທີ່ພວກທ່ານຈະອົດທົນໄດ້, ແລະ ຖືກພຣະວິນຍານສັກສິດນຳພາໄປເພື່ອກາຍເປັນຄົນຖ່ອມຕົວ, ອ່ອນໂຍນ, ສອນງ່າຍ, ອົດທົນ, ເຕັມໄປດ້ວຍຄວາມຮັກ ແລະ ຄວາມອົດກັ້ນ;
29 ໂດຍມີສັດທາໃນພຣະຜູ້ເປັນເຈົ້າ; ມີຄວາມຫວັງວ່າ ພວກທ່ານຈະໄດ້ຮັບຊີວິດນິລັນດອນ; ມີ ຄວາມຮັກຂອງພຣະເຈົ້າຢູ່ໃນໃຈຂອງພວກທ່ານສະເໝີ, ເພື່ອພວກທ່ານຈະໄດ້ຖືກຍົກຂຶ້ນໃນວັນສຸດທ້າຍ ແລະ ເຂົ້າໄປໃນ ທີ່ພັກຂອງພຣະອົງ.
30 ແລະ ຂໍໃຫ້ພຣະຜູ້ເປັນເຈົ້າຈົ່ງປະທານການກັບໃຈໃຫ້ແກ່ພວກທ່ານດ້ວຍເຖີດ, ເພື່ອພວກທ່ານຈະບໍ່ເອົາພຣະພິໂລດຂອງພຣະອົງລົງມາເທິງພວກທ່ານ, ເພື່ອພວກທ່ານຈະບໍ່ຖືກມັດດ້ວຍສາຍໂສ້ແຫ່ງ ນະລົກ, ເພື່ອພວກທ່ານຈະບໍ່ໄດ້ຮັບຄວາມເຈັບປວດຈາກ ຄວາມຕາຍເທື່ອທີສອງ.
31 ແລະ ແອວມາໄດ້ເວົ້າຂໍ້ຄວາມອື່ນໆອີກຢ່າງຍືດຍາວກັບຜູ້ຄົນຊຶ່ງບໍ່ໄດ້ບັນທຶກໄວ້ໃນໜັງສືເຫລັ້ມນີ້.