ບົດທີ 9
ຢາໂຄບອະທິບາຍວ່າ ຊາວຢິວຈະໄດ້ເຕົ້າໂຮມທົ່ວແຜ່ນດິນແຫ່ງຄຳສັນຍາຂອງພວກເຂົາ—ການຊົດໃຊ້ໄຖ່ມະນຸດຈາກການຕົກ—ຮ່າງກາຍຂອງຄົນຕາຍຈະອອກມາຈາກຫລຸມສົບ, ແລະ ວິນຍານຂອງພວກເຂົາຈະອອກມາຈາກນະລົກ ແລະ ຈາກທີ່ສຸຂະເສີມ—ພວກເຂົາຈະຖືກພິພາກສາ—ການຊົດໃຊ້ຊ່ວຍໃຫ້ລອດຈາກຄວາມຕາຍ, ຈາກນະລົກ, ມານຮ້າຍ, ແລະ ຄວາມທໍລະມານທີ່ບໍ່ມີວັນສິ້ນສຸດ—ຄົນທີ່ຊອບທຳຈະລອດຢູ່ໃນອານາຈັກຂອງພຣະເຈົ້າ—ການທຳໂທດສຳລັບບາບໄດ້ຕັ້ງຂຶ້ນ—ພຣະຜູ້ບໍລິສຸດຂອງອິດສະຣາເອນເປັນຜູ້ຮັກສາປະຕູ. ປະມານ 559–545 ປີ ກ່ອນ ຄ.ສ.
1 ແລະ ບັດນີ້, ພີ່ນ້ອງທີ່ຮັກແພງຂອງຂ້າພະເຈົ້າ, ຂ້າພະເຈົ້າໄດ້ອ່ານເລື່ອງເຫລົ່ານີ້ ເພື່ອທ່ານຈະຮູ້ກ່ຽວກັບ ກພັນທະສັນຍາຂອງພຣະຜູ້ເປັນເຈົ້າ ທີ່ພຣະອົງໄດ້ເຮັດໄວ້ກັບເຊື້ອສາຍອິດສະຣາເອນທັງໝົດ—
2 ຊຶ່ງພຣະອົງຮັບສັ່ງໄວ້ກັບຊາວຢິວດ້ວຍປາກຂອງສາດສະດາຜູ້ບໍລິສຸດຂອງພຣະອົງ, ແມ່ນຕັ້ງແຕ່ຕົ້ນລົງມາຈາກລຸ້ນສູ່ລຸ້ນ, ຈົນເວລານັ້ນມາເຖິງ ເມື່ອພວກເຂົາຈະຖືກ ກນຳກັບຄືນສູ່ສາດສະໜາຈັກ ແລະ ຝູງອັນແທ້ຈິງຂອງພຣະເຈົ້າ; ເມື່ອພວກເຂົາຈະຖືກ ຂເຕົ້າໂຮມກັບບ້ານໄປຫາ ຄແຜ່ນດິນຊຶ່ງເປັນມູນມໍລະດົກຂອງພວກເຂົາ, ແລະ ຈະຖືກສະຖາປະນາຂຶ້ນໃນແຜ່ນດິນແຫ່ງຄຳສັນຍາທັງໝົດຂອງພວກເຂົາ.
3 ຈົ່ງເບິ່ງ, ພີ່ນ້ອງທີ່ຮັກແພງຂອງຂ້າພະເຈົ້າ, ຂ້າພະເຈົ້າເວົ້າເລື່ອງເຫລົ່ານີ້ກັບທ່ານ ເພື່ອທ່ານຈະໄດ້ປິຕິຍິນດີ, ແລະ ກເງີຍຫົວຂອງທ່ານຂຶ້ນຕະຫລອດການ, ເພາະພອນຊຶ່ງອົງພຣະຜູ້ເປັນເຈົ້າປະທານໃຫ້ລູກຫລານຂອງທ່ານ.
4 ເພາະຂ້າພະເຈົ້າຮູ້ວ່າ ທ່ານຫລາຍຄົນສະແຫວງຫາມາຫລາຍແລ້ວທີ່ຈະໄດ້ຮູ້ເຖິງສິ່ງທີ່ຈະມາເຖິງ; ດັ່ງນັ້ນ, ຂ້າພະເຈົ້າຈຶ່ງຮູ້ວ່າ ທ່ານຮູ້ກ່ຽວກັບເນື້ອໜັງຂອງພວກເຂົາຕ້ອງສູນເສຍໄປ ແລະ ຕາຍ; ເຖິງຢ່າງໃດກໍຕາມ, ໃນ ກຮ່າງກາຍຂອງພວກເຮົາ, ພວກເຮົາຈະເຫັນພຣະເຈົ້າ.
5 ແທ້ຈິງແລ້ວ, ຂ້າພະເຈົ້າຮູ້ວ່າທ່ານຮູ້ວ່າ ພຣະອົງຈະປະກົດຕົວກັບຄົນເຫລົ່ານັ້ນທີ່ເຢຣູຊາເລັມ ຊຶ່ງພວກເຮົາໄດ້ຈາກມາ; ເພາະສົມຄວນທີ່ເລື່ອງນີ້ຈະເປັນໄປໃນບັນດາພວກເຂົາ; ເພາະ ກພຣະຜູ້ສ້າງຜູ້ຍິ່ງໃຫຍ່ ເຫັນຄວາມຈຳເປັນທີ່ຈະຍອມໃຫ້ພຣະອົງມາຂຶ້ນຢູ່ກັບມະນຸດໃນເນື້ອໜັງ ແລະ ສິ້ນພຣະຊົນເພື່ອມະນຸດທຸກຄົນ ເພື່ອມະນຸດ ຂທັງປວງຈະໄດ້ມາຂຶ້ນຢູ່ກັບພຣະອົງ.
6 ເພາະເນື່ອງຈາກວ່າ ຄວາມຕາຍຜ່ານມາຫາມະນຸດທັງປວງ ເພື່ອໃຫ້ ກແຜນທີ່ເຕັມໄປດ້ວຍຄວາມເມດຕາຂອງພຣະຜູ້ສ້າງ ຜູ້ຍິ່ງໃຫຍ່ສຳເລັດ ຈຶ່ງຈຳຕ້ອງມີອຳນາດແຫ່ງ ຂການຟື້ນຄືນຊີວິດ; ແລະ ການຟື້ນຄືນຊີວິດຈະຕ້ອງມາຫາມະນຸດໂດຍເຫດຂອງ ຄການຕົກ; ແລະ ການຕົກມາເຖິງໂດຍເຫດຂອງການລ່ວງລະເມີດ ແລະ ເພາະມະນຸດກັບເປັນຄົນຕົກ ຈຶ່ງຖືກ ງຕັດອອກຈາກທີ່ປະທັບຂອງພຣະຜູ້ເປັນເຈົ້າ.
7 ດັ່ງນັ້ນ, ຈຶ່ງຈຳຕ້ອງມີ ກການຊົດໃຊ້ອັນ ຂບໍ່ມີຂອບເຂດ—ນອກຈາກຈະເປັນການຊົດໃຊ້ອັນບໍ່ມີຂອບເຂດແລ້ວ, ຄວາມເນົ່າເປື່ອຍນີ້ ຈະສວມໃສ່ຄວາມບໍ່ເນົ່າເປື່ອຍບໍ່ໄດ້. ດັ່ງນັ້ນ, ການພິພາກສາຄັ້ງ ຄທຳອິດ ຊຶ່ງມາຫາມະນຸດແລ້ວ ຈຶ່ງຈຳເປັນຕ້ອງ ງຢູ່ຕໍ່ໄປເປັນເວລາບໍ່ມີຂອບເຂດ. ແລະ ຖ້າຫາກເປັນດັ່ງນັ້ນ, ເນື້ອໜັງນີ້ຕ້ອງນອນລົງເພື່ອຄວາມເນົ່າເປື່ອຍ ແລະ ເພື່ອສະຫລາຍຕົວຢູ່ກັບດິນທີ່ໃຫ້ກຳເນີດມັນ ຈະບໍ່ລຸກຂຶ້ນອີກຕໍ່ໄປ.
8 ໂອ້ ກຄວາມສະຫລຽວສະຫລາດຂອງພຣະເຈົ້າ, ຂພຣະເມດຕາ ແລະ ຄພຣະຄຸນຂອງພຣະອົງ! ເພາະຈົ່ງເບິ່ງ, ຖ້າຫາກ ງເນື້ອໜັງຈະບໍ່ລຸກຂຶ້ນອີກຕໍ່ໄປ ວິນຍານຂອງພວກເຮົາຍ່ອມຕ້ອງມາຂຶ້ນຢູ່ກັບທູດຜູ້ນັ້ນ ຊຶ່ງ ຈຕົກຈາກທີ່ປະທັບຂອງພຣະເຈົ້າຜູ້ສະຖິດນິລັນດອນ, ແລະ ກັບເປັນ ສມານບໍ່ລຸກຂຶ້ນອີກຕໍ່ໄປ.
9 ແລະ ວິນຍານຂອງພວກເຮົາຕ້ອງກັບເປັນຄືກັນກັບມັນ, ແລະ ພວກເຮົາຕ້ອງກາຍເປັນມານ, ເປັນ ກບໍລິວານຂອງມານ, ທີ່ຈະຖືກ ຂກີດກັນໄວ້ຈາກທີ່ປະທັບຂອງພຣະເຈົ້າຂອງພວກເຮົາ ແລະ ຈະຄົງຢູ່ກັບບິດາແຫ່ງ ຄຄວາມຂີ້ຕົວະໃນຄວາມທໍລະມານຄືກັນກັບຕົວຂອງມັນ; ແທ້ຈິງແລ້ວ, ສຳລັບຄົນນັ້ນ ຜູ້ ງຫລອກລວງບິດາມານດາຜູ້ທຳອິດຂອງພວກເຂົາ, ຜູ້ ຈແປງຕົວເກືອບຄືກັນກັບ ສທູດແຫ່ງຄວາມສະຫວ່າງ ແລະ ຍຸຍົງໃຫ້ລູກຫລານມະນຸດເຮັດ ຊການມົ້ວສຸມລັບແຫ່ງການຄາດຕະກອນ ແລະ ວຽກງານລັບແຫ່ງຄວາມມືດທຸກຢ່າງ.
10 ໂອ້ ພຣະກະລຸນາທິຄຸນຂອງພຣະເຈົ້າຂອງພວກເຮົາຍິ່ງໃຫຍ່ພຽງໃດ ຜູ້ໄດ້ຕຽມທາງເພື່ອການໜີຂອງພວກເຮົາ ໃຫ້ພົ້ນຈາກເງື້ອມມືຂອງມານຮ້າຍທີ່ເປັນຕາຢ້ານຜູ້ນັ້ນ; ແທ້ຈິງແລ້ວ, ມານຮ້າຍຜູ້ນັ້ນແມ່ນ ກຄວາມຕາຍ ແລະ ຂນະລົກ ຊຶ່ງຂ້າພະເຈົ້າເອີ້ນວ່າ ຄວາມຕາຍທາງຮ່າງກາຍ ແລະ ຄວາມຕາຍທາງວິນຍານນຳອີກ.
11 ແລະ ເພາະທາງແຫ່ງ ກການປົດປ່ອຍຂອງພຣະເຈົ້າຂອງພວກເຮົາ, ພຣະຜູ້ບໍລິສຸດຂອງອິດສະຣາເອນ, ຂຄວາມຕາຍນີ້, ຊຶ່ງຂ້າພະເຈົ້າເວົ້າໄວ້ທີ່ເປັນຄວາມຕາຍທາງໂລກ ຈະປ່ອຍຄົນຕາຍຂອງມັນຂຶ້ນມາ ຊຶ່ງຄວາມຕາຍນັ້ນຄືຫລຸມສົບ.
12 ແລະ ກຄວາມຕາຍນີ້ ຊຶ່ງຂ້າພະເຈົ້າເວົ້າໄວ້ ຊຶ່ງເປັນຄວາມຕາຍທາງວິນຍານຈະປ່ອຍຄົນຕາຍຂອງມັນຂຶ້ນມາ; ຊຶ່ງຄວາມຕາຍທາງວິນຍານຄື ຂນະລົກ; ດັ່ງນັ້ນ, ຄວາມຕາຍ ແລະ ນະລົກຕ້ອງປ່ອຍຄົນຕາຍຂອງມັນຂຶ້ນມາ, ແລະ ນະລົກຕ້ອງປ່ອຍວິນຍານທີ່ຖືກຈ່ອງຈຳຂອງມັນຂຶ້ນມາ, ແລະ ຫລຸມສົບຕ້ອງປ່ອຍຮ່າງກາຍທີ່ຖືກຈ່ອງຈຳຂອງມັນຂຶ້ນມາ, ແລະ ຮ່າງກາຍກັບ ຄວິນຍານຂອງມະນຸດຈະຖືກ ງນຳກັບຄືນຫາກັນ ແລະ ຈະເປັນໄປໂດຍອຳນາດແຫ່ງການຟື້ນຄືນພຣະຊົນຂອງພຣະຜູ້ບໍລິສຸດຂອງອິດສະຣາເອນ.
13 ໂອ້ ກແຜນຂອງພຣະເຈົ້າຂອງພວກເຮົາຍິ່ງໃຫຍ່ພຽງໃດ! ເພາະອີກທາງໜຶ່ງ, ຂທີ່ສຸຂະເສີມຂອງພຣະເຈົ້າຕ້ອງປ່ອຍວິນຍານຂອງຄົນຊອບທຳຂຶ້ນມາ, ແລະ ຫລຸມສົບປ່ອຍຮ່າງກາຍຂອງຄົນຊອບທຳຂຶ້ນມາ, ແລະ ວິນຍານກັບຮ່າງກາຍຖືກ ຄນຳກັບຄືນມາຫາຕົວຂອງມັນເອງອີກ, ແລະ ມະນຸດທັງປວງກັບກາຍບໍ່ເນົ່າເປື່ອຍ ແລະ ເປັນ ງອະມະຕະ, ແລະ ພວກເຂົາເປັນຈິດວິນຍານທີ່ມີຊີວິດ ໂດຍມີ ຈຄວາມຮູ້ ສອັນສົມບູນຄືກັນກັບພວກເຮົາໃນເນື້ອໜັງ, ນອກຈາກຄວາມຮູ້ຂອງພວກເຮົາຈະສົມບູນ.
14 ດັ່ງນັ້ນ, ພວກເຮົາຈະມີ ກຄວາມຮູ້ອັນສົມບູນກ່ຽວກັບ ຂຄວາມຜິດທັງໝົດຂອງພວກເຮົາ ແລະ ຄວາມເປິເປື້ອນຂອງພວກເຮົາ, ແລະ ຄຄວາມເປືອຍເປົ່າຂອງພວກເຮົາ, ແລະ ຄົນຊອບທຳຈະມີຄວາມຮູ້ອັນສົມບູນກ່ຽວກັບຄວາມສຸກຂອງພວກເຂົາ ແລະ ງຄວາມຊອບທຳຂອງພວກເຂົາໂດຍທີ່ຖືກ ຈຫຸ້ມຫໍ່ໄວ້ດ້ວຍ ສຄວາມບໍລິສຸດ, ແທ້ຈິງແລ້ວ, ແມ່ນດ້ວຍ ຊເສື້ອຄຸມແຫ່ງຄວາມຊອບທຳ.
15 ແລະ ເຫດການຈະບັງເກີດຂຶ້ນຄື ເມື່ອຄົນທັງປວງຈະຜ່ານຈາກຄວາມຕາຍຄັ້ງທຳອິດມາສູ່ຊີວິດ, ເຖິງຂະໜາດທີ່ພວກເຂົາກັບເປັນອະມະຕະ, ພວກເຂົາຕ້ອງປະກົດຢູ່ຕໍ່ໜ້າ ກບັນລັງພິພາກສາຂອງພຣະຜູ້ບໍລິສຸດຂອງອິດສະຣາເອນ; ແລະ ເມື່ອນັ້ນ ຂການພິພາກສາຍ່ອມມາເຖິງ, ແລະ ເມື່ອນັ້ນພວກເຂົາຕ້ອງຖືກພິພາກສາຕາມການພິພາກສາອັນສັກສິດຂອງພຣະເຈົ້າ.
16 ແລະ ຢ່າງແນ່ນອນທີ່ສຸດ, ຕາບໃດທີ່ພຣະຜູ້ເປັນເຈົ້າຊົງພຣະຊົນຢູ່, ເພາະອົງພຣະຜູ້ເປັນເຈົ້າໄດ້ຮັບສັ່ງເລື່ອງນີ້ໄວ້, ແລະ ເປັນ ກພຣະຄຳອັນນິລັນດອນຂອງພຣະອົງ ຊຶ່ງຈະ ຂຜ່ານໄປບໍ່ໄດ້ ຄືຜູ້ທີ່ຊອບທຳຈະຍັງຊອບທຳຢູ່ ແລະ ຜູ້ທີ່ ຄສົກກະປົກຈະຍັງ ງສົກກະປົກຢູ່; ດັ່ງນັ້ນ, ຜູ້ທີ່ສົກກະປົກຄື ຈມານ ແລະ ບໍລິວານຂອງມັນ; ແລະ ມັນຈະອອກໄປຫາໄຟ ສອັນເປັນນິດ ຊຶ່ງຕຽມໄວ້ສຳລັບມັນ ແລະ ຄວາມທໍລະມານຂອງມັນເປັນຄື ຊທະເລໄຟ ແລະ ມາດ, ຊຶ່ງແປວໄຟນັ້ນລຸກຢູ່ຕະຫລອດໄປບໍ່ມີວັນສິ້ນສຸດ.
17 ໂອ້ ຄວາມຍິ່ງໃຫຍ່ ແລະ ກຄວາມຍຸດຕິທຳຂອງພຣະເຈົ້າຂອງພວກເຮົາ! ເພາະພຣະອົງໄດ້ປະຕິບັດຕາມພຣະຄຳຂອງພຣະອົງທັງໝົດ ແລະ ພຣະຄຳທີ່ອອກຈາກພຣະໂອດແລ້ວ, ແລະ ກົດຂອງພຣະອົງຕ້ອງສຳເລັດ.
18 ແຕ່, ຈົ່ງເບິ່ງ, ຄົນຊອບທຳ, ກໄພ່ພົນຂອງພຣະຜູ້ບໍລິສຸດຂອງອິດສະຣາເອນ, ຄົນທີ່ເຊື່ອແລ້ວໃນ ພຣະຜູ້ບໍລິສຸດຂອງອິດສະຣາເອນ, ຄົນທີ່ອົດທົນຕໍ່ ຂກາງແຂນຂອງໂລກມາແລ້ວ, ແລະ ກຽດຊັງຄວາມອັບອາຍຂອງມັນ, ພວກເຂົາຈະໄດ້ຮັບ ຄອານາຈັກຂອງພຣະເຈົ້າມາເປັນ ງມູນມໍລະດົກ ຊຶ່ງມີຕຽມໄວ້ສຳລັບພວກເຂົາ ຈຕັ້ງແຕ່ການວາງຮາກຖານຂອງໂລກ, ແລະ ຄວາມສຸກຂອງພວກເຂົາຈະບໍລິບູນ ສຕະຫລອດໄປ.
19 ໂອ້ ຄວາມຍິ່ງໃຫຍ່ແຫ່ງພຣະເມດຕາຂອງພຣະເຈົ້າຂອງພວກເຮົາ, ພຣະຜູ້ບໍລິສຸດຂອງອິດສະຣາເອນ! ເພາະພຣະອົງໄດ້ ກປົດປ່ອຍໄພ່ພົນຂອງພຣະອົງໃຫ້ພົ້ນຈາກມານຮ້າຍທີ່ ຂເປັນຕາຢ້ານຜູ້ນັ້ນ ແລະ ຄວາມຕາຍ ແລະ ຄນະລົກ, ແລະ ທະເລໄຟ ແລະ ມາດແຫ່ງນັ້ນ, ຊຶ່ງເປັນຄວາມທໍລະມານທີ່ບໍ່ມີວັນສິ້ນສຸດ.
20 ໂອ້ ກຄວາມສັກສິດຂອງພຣະເຈົ້າຂອງພວກເຮົາຍິ່ງໃຫຍ່ພຽງໃດ! ເພາະພຣະອົງ ຂຮູ້ທຸກໆເລື່ອງ, ແລະ ບໍ່ມີເລື່ອງໃດທີ່ພຣະອົງບໍ່ຮູ້.
21 ແລະ ພຣະອົງໄດ້ສະເດັດມາຍັງໂລກເພື່ອຈະໄດ້ ກຊ່ວຍມະນຸດທັງປວງໃຫ້ລອດພົ້ນ ຖ້າຫາກເຂົາຈະເຊື່ອຟັງສຸລະສຽງຂອງພຣະອົງ; ເພາະຈົ່ງເບິ່ງ, ພຣະອົງໄດ້ທົນຮັບຄວາມເຈັບປວດຂອງມະນຸດທັງປວງ, ແທ້ຈິງແລ້ວ, ຂຄວາມເຈັບປວດຂອງສິ່ງທີ່ມີຊີວິດທີ່ຖືກສ້າງຂຶ້ນທຸກຢ່າງທັງຊາຍຍິງ ແລະ ເດັກນ້ອຍທີ່ເປັນຄອບຄົວຂອງ ຄອາດາມ.
22 ແລະ ພຣະອົງໄດ້ທົນຮັບສິ່ງນີ້ ເພາະການຟື້ນຄືນຊີວິດຈະໄດ້ເກີດກັບມະນຸດທຸກຄົນ ເພື່ອຄົນທັງປວງຈະໄດ້ຢືນຢູ່ຕໍ່ພຣະພັກຂອງພຣະອົງໃນວັນຍິ່ງໃຫຍ່ ແລະ ວັນພິພາກສາ.
23 ແລະ ພຣະອົງໄດ້ບັນຊາຄົນທັງປວງວ່າ ພວກເຂົາຕ້ອງ ກກັບໃຈ ແລະ ຮັບ ຂບັບຕິສະມາໃນພຣະນາມຂອງພຣະອົງ, ໂດຍມີສັດທາທີ່ສົມບູນໃນພຣະຜູ້ບໍລິສຸດຂອງອິດສະຣາເອນ, ຖ້າບໍ່ດັ່ງນັ້ນ ພວກເຂົາຈະລອດບໍ່ໄດ້ໃນອານາຈັກຂອງພຣະເຈົ້າ.
24 ແລະ ຖ້າຫາກພວກເຂົາບໍ່ກັບໃຈ ແລະ ເຊື່ອໃນ ກພຣະນາມຂອງພຣະອົງ ແລະ ຮັບບັບຕິສະມາໃນພຣະນາມຂອງພຣະອົງ ແລະ ຂອົດທົນຈົນເຖິງທີ່ສຸດແລ້ວ ພວກເຂົາຕ້ອງ ຄອັບປະໂຫຍດເພາະອົງພຣະຜູ້ເປັນເຈົ້າພຣະຜູ້ບໍລິສຸດຂອງອິດສະຣາເອນໄດ້ຮັບສັ່ງໄວ້.
25 ດັ່ງນັ້ນ, ພຣະອົງຈຶ່ງປະທານ ກກົດໃຫ້ ແລະ ບ່ອນໃດ ຂບໍ່ມີກົດໄວ້ໃຫ້ຍ່ອມບໍ່ມີໂທດ ແລະ ບ່ອນໃດບໍ່ມີໂທດຍ່ອມບໍ່ມີການກ່າວໂທດ, ແລະ ບ່ອນໃດບໍ່ມີການກ່າວໂທດ ພຣະເມດຕາຂອງພຣະຜູ້ບໍລິສຸດຂອງອິດສະຣາເອນຍ່ອມມີສິດກັບພວກເຂົາ, ເພາະການຊົດໃຊ້, ເພາະພວກເຂົາຖືກປົດປ່ອຍດ້ວຍອຳນາດຂອງພຣະອົງ.
26 ເພາະ ກການຊົດໃຊ້ເປັນການພຽງພໍກັບຂໍ້ຮຽກຮ້ອງຂອງ ຂຄວາມຍຸດຕິທຳຂອງພຣະອົງທີ່ມີກັບຄົນທັງປວງຜູ້ບໍ່ ຄມີ ງກົດໃຫ້ໄວ້ ຈົນວ່າພວກເຂົາຖືກປົດປ່ອຍໃຫ້ພົ້ນຈາກມານຮ້າຍທີ່ເປັນຕາຢ້ານຜູ້ນັ້ນ, ຄວາມຕາຍ ແລະ ນະລົກ ແລະ ມານ, ແລະ ທະເລໄຟ ແລະ ມາດ, ຊຶ່ງເປັນຄວາມທໍລະມານທີ່ບໍ່ມີວັນສິ້ນສຸດ ແລະ ພວກເຂົາຈະຖືກນຳກັບຄືນມາຫາພຣະເຈົ້າພຣະອົງຜູ້ນັ້ນ ຜູ້ປະທານ ຈລົມຫາຍໃຈໃຫ້ພວກເຂົາ ຊຶ່ງເປັນພຣະຜູ້ບໍລິສຸດຂອງອິດສະຣາເອນ.
27 ແຕ່ວິບັດແກ່ຜູ້ທີ່ມີ ກກົດໃຫ້ໄວ້, ແທ້ຈິງແລ້ວ, ທີ່ມີພຣະບັນຍັດທັງໝົດຂອງພຣະເຈົ້າ ຄືກັນກັບພວກເຮົາ ແລະ ທີ່ໄດ້ລ່ວງລະເມີດນັ້ນ, ແລະ ທີ່ໄດ້ໃຊ້ວັນເວລາແຫ່ງການທົດລອງຂອງເຂົາໄປລ້າໆ, ເພາະສະພາບຂອງເຂົາອັນເປັນຕາຢ້ານ!
28 ໂອ້ ກແຜນທີ່ມີເລ່ຫລ່ຽມຂອງມານຮ້າຍນັ້ນ! ໂອ້ ຂຄວາມຖືຕົວ ແລະ ຄວາມອ່ອນແອ ແລະ ຄວາມໂງ່ຂອງມະນຸດ! ເມື່ອເຂົາ ຄມີການສຶກສາ ແລະ ຄິດວ່າຕົນ ງສະຫລຽວສະຫລາດ, ແລະ ເຂົາບໍ່ເຊື່ອຟັງ ຈຄຳແນະນຳຂອງພຣະເຈົ້າ ເພາະເຂົາບໍ່ຮັບໂດຍຄິດວ່າເຂົາຮູ້ດ້ວຍຕົນເອງ, ດັ່ງນັ້ນປັນຍາຂອງເຂົາຄືຄວາມໂງ່ ແລະ ບໍ່ມີປະໂຫຍດສຳລັບເຂົາ. ແລະ ເຂົາຈະຕ້ອງຕາຍ.
29 ແຕ່ມີການສຶກສາເປັນສິ່ງດີ ຖ້າຫາກເຂົາ ກຍອມເຊື່ອຟັງ ຂຄຳແນະນຳຂອງພຣະເຈົ້າ.
30 ແຕ່ວິບັດແກ່ ກຄົນຮັ່ງມີ, ທີ່ຮັ່ງມີດ້ວຍສິ່ງຂອງຂອງໂລກ. ເພາະວ່າເຂົາຮັ່ງມີ ເຂົາຈຶ່ງດູຖູກ ຂຄົນທຸກຍາກ, ແລະ ເຂົາຂົ່ມເຫັງຄົນອ່ອນໂຍນ, ແລະ ໃຈຂອງເຂົາຢູ່ກັບຊັບສົມບັດຂອງເຂົາ; ດັ່ງນັ້ນ, ຊັບສົມບັດຂອງເຂົາຈຶ່ງເປັນພຣະເຈົ້າຂອງເຂົາ. ແລະ ຈົ່ງເບິ່ງ, ຊັບສົມບັດຂອງເຂົາຈະຖືກທຳລາຍພ້ອມກັບເຂົາຄືກັນ.
31 ແລະ ວິບັດແກ່ຄົນຫູໜວກທີ່ຈະບໍ່ ກຟັງ; ເພາະເຂົາຈະຕ້ອງຕາຍ.
32 ວິບັດແກ່ຄົນຕາບອດທີ່ຈະບໍ່ເບິ່ງ; ເພາະເຂົາຈະຕ້ອງຕາຍຄືກັນ.
33 ວິບັດແກ່ໃຈທີ່ສົກກະປົກ, ເພາະຄວາມຮູ້ເລື່ອງຄວາມຊົ່ວຮ້າຍຂອງເຂົາຈະລົງໂທດເຂົາໃນວັນສຸດທ້າຍ.
34 ວິບັດແກ່ ກຄົນຂີ້ຕົວະ, ເພາະເຂົາຈະຖືກໂຍນລົງ ຂນະລົກ.
35 ວິບັດແກ່ຄາດຕະກອນທີ່ ກຂ້າຄົນໂດຍເຈດຕະນາ, ເພາະເຂົາຈະຕ້ອງ ຂຕາຍ.
36 ວິບັດແກ່ຄົນທີ່ທຳ ກການໂສເພນີ, ເພາະຈະຖືກໂຍນລົງນະລົກ.
37 ແທ້ຈິງແລ້ວ, ວິບັດແກ່ຄົນເຫລົ່ານັ້ນທີ່ ກນະມັດສະການຮູບບູຊາ, ເພາະມານຂອງມານທັງປວງເບີກບານໃນການກະທຳຂອງເຂົາ.
38 ແລະ, ໂດຍສະຫລຸບ, ວິບັດແກ່ຄົນທັງປວງທີ່ຕາຍໃນບາບຂອງຕົນ, ເພາະເຂົາຈະ ກກັບໄປຫາພຣະເຈົ້າ, ແລະ ເຫັນພຣະພັກຂອງພຣະອົງ, ແລະ ຈະຄົງຢູ່ໃນບາບຂອງເຂົາ.
39 ໂອ້, ພີ່ນ້ອງທີ່ຮັກແພງຂອງຂ້າພະເຈົ້າ, ຈົ່ງຈື່ຈຳ, ຄວາມເປັນຕາຢ້ານໃນການລ່ວງລະເມີດຕໍ່ພຣະເຈົ້າຜູ້ບໍລິສຸດອົງນັ້ນ, ແລະ ຄວາມເປັນຕາຢ້ານຂອງການຜ່າຍແພ້ຕໍ່ການຊັກຈູງຂອງຄົນ ກເລ່ຫລ່ຽມຜູ້ນັ້ນ, ຈົ່ງຈຳໄວ້ວ່າ ການມີ ຂຈິດໃຈທີ່ເຕັມໄປດ້ວຍຕັນຫາຄື ຄຄວາມຕາຍ, ແລະ ການມີຈິດໃຈທີ່ສະແຫວງຫາສິນທຳຄື ງຊີວິດ ຈນິລັນດອນ.
40 ໂອ້ ພີ່ນ້ອງທີ່ຮັກແພງຂອງຂ້າພະເຈົ້າ, ຈົ່ງງ່ຽງຫູຟັງຖ້ອຍຄຳຂອງຂ້າພະເຈົ້າເຖີດ. ຈົ່ງຈື່ຈຳຄວາມຍິ່ງໃຫຍ່ຂອງພຣະຜູ້ບໍລິສຸດຂອງອິດສະຣາເອນ. ຢ່າໄດ້ເວົ້າວ່າຂ້າພະເຈົ້າເວົ້າເລື່ອງຮຸນແຮງຕໍ່ຕ້ານທ່ານ ເພາະຖ້າຫາກທ່ານເວົ້າ, ທ່ານຈະໝິ່ນປະໝາດ ກຄວາມຈິງ; ເພາະຂ້າພະເຈົ້າເວົ້າພຣະຄຳຂອງພຣະຜູ້ສ້າງຂອງທ່ານ. ຂ້າພະເຈົ້າຮູ້ວ່າຖ້ອຍຄຳແຫ່ງຄວາມຈິງເປັນ ຂເລື່ອງຮຸນແຮງສຳລັບຄວາມເປິເປື້ອນທັງສິ້ນ; ແຕ່ວ່າຄົນຊອບທຳບໍ່ຢ້ານກົວຄຳເວົ້າເຫລົ່ານັ້ນ ເພາະພວກເຂົາຮັກຄວາມຈິງ ແລະ ບໍ່ຫວັ່ນໄຫວ.
41 ໂອ້ ສະນັ້ນ, ພີ່ນ້ອງທີ່ຮັກແພງຂອງຂ້າພະເຈົ້າ, ຈົ່ງ ກມາຫາພຣະຜູ້ເປັນເຈົ້າ, ພຣະຜູ້ບໍລິສຸດ. ຈົ່ງຈື່ຈຳວ່າ ທາງຂອງພຣະອົງນັ້ນຊອບທຳ. ຈົ່ງເບິ່ງ, ຂທາງຂອງມະນຸດ ຄແຄບແຕ່ວາງຢູ່ໃນເສັ້ນທາງຊື່ຕົງຕໍ່ໜ້າເຂົາ, ແລະ ຜູ້ຮັກສາ ງປະຕູຄືພຣະຜູ້ບໍລິສຸດຂອງອິດສະຣາເອນ, ແລະ ພຣະອົງບໍ່ຈ້າງຜູ້ຮັບໃຊ້ໃຫ້ຢູ່ບ່ອນນັ້ນ, ແລະ ບໍ່ມີຊ່ອງທາງໃດນອກຈາກປະຕູນັ້ນ, ເພາະຈະຫລອກລວງພຣະອົງບໍ່ໄດ້, ເພາະອົງພຣະຜູ້ເປັນເຈົ້າຄືພຣະນາມຂອງພຣະອົງ.
42 ແລະ ຜູ້ໃດໝັ່ນເຄາະ, ພຣະອົງຈະເປີດໃຫ້ເຂົາ, ແລະ ກຄົນມີປັນຍາ ແລະ ຄົນມີການສຶກສາຄືຄົນທີ່ຮັ່ງມີ ຊຶ່ງ ຂອວດອົ່ງເພາະການສຶກສາຂອງເຂົາ, ແລະ ປັນຍາຂອງເຂົາ, ແລະ ຄວາມຮັ່ງມີຂອງເຂົາ—ແທ້ຈິງແລ້ວ, ເຂົາຄືຜູ້ທີ່ພຣະອົງກຽດຊັງ, ພຣະອົງຈະບໍ່ເປີດປະຕູໃຫ້ເຂົາເວັ້ນເສຍແຕ່ເຂົາຈະປະຖິ້ມສິ່ງເຫລົ່ານີ້, ແລະ ພິຈາລະນາຕົນເອງເປັນ ຄຄົນໂງ່ຕໍ່ພຣະພັກຂອງພຣະເຈົ້າ ແລະ ລົງມາສູ່ສ່ວນເລິກແຫ່ງຄວາມ ງຖ່ອມຕົວທີ່ສຸດ.
43 ແຕ່ເລື່ອງຂອງຄົນທີ່ມີປັນຍາ ແລະ ຄົນຮອບຄອບຈະຖືກ ກປິດບັງຈາກເຂົາຕະຫລອດການ—ແທ້ຈິງແລ້ວ, ຄວາມສຸກນັ້ນ ຊຶ່ງຕຽມໄວ້ໃຫ້ໄພ່ພົນຂອງພຣະເຈົ້າ.
44 ໂອ້, ພີ່ນ້ອງທີ່ຮັກແພງຂອງຂ້າພະເຈົ້າ, ຈົ່ງຈື່ຈຳຄຳເວົ້າຂອງຂ້າພະເຈົ້າໄວ້. ຈົ່ງເບິ່ງ, ຂ້າພະເຈົ້າຖອດອາພອນຂອງຂ້າພະເຈົ້າອອກ ແລະ ສັ່ນມັນຕໍ່ໜ້າທ່ານ, ຂ້າພະເຈົ້າອະທິຖານຕໍ່ພຣະເຈົ້າແຫ່ງຄວາມລອດຂອງຂ້າພະເຈົ້າ ໃຫ້ພຣະອົງທອດພຣະເນດເບິ່ງຂ້າພະເຈົ້າດ້ວຍສາຍພຣະເນດ ກອັນຖີ່ຖ້ວນ; ດັ່ງນັ້ນ, ທ່ານຈຶ່ງຈະຮູ້ໃນວັນສຸດທ້າຍເມື່ອຄົນທັງປວງຈະຖືກພິພາກສາຕາມການກະທຳຂອງເຂົາ, ວ່າພຣະເຈົ້າຂອງອິດສະຣາເອນເຫັນວ່າ ຂ້າພະເຈົ້າ ຂສັ່ນຄວາມຊົ່ວຮ້າຍຂອງທ່ານຈາກຈິດວິນຍານຂອງຂ້າພະເຈົ້າແລ້ວ, ແລະ ວ່າຂ້າພະເຈົ້າຢືນຢູ່ດ້ວຍຄວາມສົດໃສຕໍ່ພຣະພັກຂອງພຣະອົງ ແລະ ຄປາດສະຈາກເລືອດຂອງທ່ານ.
45 ໂອ້, ພີ່ນ້ອງທີ່ຮັກແພງຂອງຂ້າພະເຈົ້າ, ຈົ່ງຫັນໜ້າໜີຈາກບາບຂອງທ່ານ, ຈົ່ງສັ່ນ ກສາຍໂສ້ຂອງມັນທີ່ຢາກມັດທ່ານໃຫ້ແໜ້ນ; ຈົ່ງມາເຝົ້າພຣະເຈົ້າ ພຣະອົງນັ້ນຜູ້ເປັນ ຂດານຫີນແຫ່ງຄວາມລອດຂອງທ່ານ.
46 ຈົ່ງຕຽມຈິດວິນຍານຂອງທ່ານໄວ້ສຳລັບວັນອັນຮຸ່ງເຮືອງເຫລືອງເຫລື້ອມນັ້ນ ເມື່ອຈະຈັດ ກຄວາມຍຸດຕິທຳໃຫ້ແກ່ຄົນຊອບທຳ, ແມ່ນວັນແຫ່ງ ຂການພິພາກສາເພື່ອທ່ານຈະບໍ່ໄດ້ຫົດຢູ່ໃນຄວາມຢ້ານກົວອັນເປັນຕາຢ້ານ ເພື່ອທ່ານຈະບໍ່ໄດ້ຈົດຈຳ ຄຄວາມຜິດອັນເປັນຕາຢ້ານຂອງທ່ານໃນຄວາມສົມບູນ ແລະ ຖືກບັງຄັບໃຫ້ຮ້ອງວ່າ: ສັກສິດ, ການພິພາກສາຂອງພຣະອົງສັກສິດ, ໂອ້ ອົງພຣະຜູ້ເປັນເຈົ້າ ງຜູ້ຊົງລິດອຳນາດຍິ່ງໃຫຍ່—ແຕ່ຂ້ານ້ອຍຮູ້ຄວາມຜິດຂອງຂ້ານ້ອຍ; ຂ້ານ້ອຍລ່ວງລະເມີດກົດຂອງພຣະອົງ, ແລະ ການລ່ວງລະເມີດຂອງຂ້ານ້ອຍເປັນຂອງຂ້ານ້ອຍ; ແລະ ມານໄດ້ຮັບຂ້ານ້ອຍແລ້ວ, ຈົນຂ້ານ້ອຍເປັນເຫຍື່ອຂອງຄວາມທຸກທໍລະມານອັນເປັນຕາຢ້ານຂອງມັນ.
47 ແຕ່ຈົ່ງເບິ່ງ, ພີ່ນ້ອງຂອງຂ້າພະເຈົ້າ, ສົມຄວນບໍທີ່ຂ້າພະເຈົ້າຈະປຸກໃຫ້ທ່ານຕື່ນຂຶ້ນຫາຄວາມເປັນຈິງອັນເປັນຕາຢ້ານຂອງເລື່ອງເຫລົ່ານີ້? ຂ້າພະເຈົ້າຈະທໍລະມານຈິດວິນຍານຂອງທ່ານ ຫລື ຖ້າຫາກຈິດໃຈຂອງທ່ານບໍລິສຸດ? ຂ້າພະເຈົ້າຈະໃຫ້ຄວາມແຈ່ມແຈ້ງກັບທ່ານຕາມຄວາມແຈ່ມແຈ້ງຂອງຄວາມຈິງບໍ ຖ້າຫາກທ່ານພົ້ນຈາກບາບ?
48 ຈົ່ງເບິ່ງ, ຖ້າຫາກທ່ານບໍລິສຸດ ຂ້າພະເຈົ້າຈະເວົ້າກັບທ່ານເຖິງຄວາມບໍລິສຸດ, ແຕ່ເນື່ອງຈາກທ່ານບໍ່ບໍລິສຸດ, ແລະ ທ່ານນັບຖືຂ້າພະເຈົ້າເປັນຜູ້ສອນ ຈຶ່ງສົມຄວນທີ່ຂ້າພະເຈົ້າຈຳເປັນຕ້ອງ ກສິດສອນທ່ານເລື່ອງຜົນຈາກ ຂບາບ.
49 ຈົ່ງເບິ່ງ, ຈິດວິນຍານຂອງຂ້າພະເຈົ້າກຽດຊັງບາບ, ແລະ ໃຈຂອງຂ້າພະເຈົ້າເບີກບານໃນຄວາມຊອບທຳ, ແລະ ຂ້າພະເຈົ້າຈະ ກສັນລະເສີນພຣະນາມອັນສັກສິດຂອງພຣະເຈົ້າຂອງຂ້າພະເຈົ້າ.
50 ມາເຖີດ, ພີ່ນ້ອງຂອງຂ້າພະເຈົ້າທຸກຄົນທີ່ຫິວນ້ຳ, ຈົ່ງມາຫາ ກນ້ຳ, ແລະ ຜູ້ທີ່ບໍ່ມີເງິນຈົ່ງມາຊື້ກິນເຖີດ; ແທ້ຈິງແລ້ວ, ຈົ່ງມາຊື້ເຫລົ້າອະງຸ່ນ ແລະ ນ້ຳນົມໂດຍບໍ່ຕ້ອງເສຍ ຂເງິນ ແລະ ບໍ່ຄິດລາຄາ.
51 ດັ່ງນັ້ນ, ຢ່າໄດ້ໃຊ້ເງິນເພື່ອສິ່ງທີ່ບໍ່ມີຄຸນຄ່າ ຫລື ໃຊ້ ກແຮງງານຂອງທ່ານ ເພື່ອສິ່ງທີ່ໃຫ້ຄວາມພໍໃຈບໍ່ໄດ້. ຈົ່ງເຊື່ອຟັງຂ້າພະເຈົ້າຢ່າງພາກພຽນ ແລະ ຈື່ຈຳຖ້ອຍຄຳທີ່ຂ້າພະເຈົ້າເວົ້າໄວ້ ແລະ ຈົ່ງມາເຝົ້າພຣະຜູ້ບໍລິສຸດຂອງອິດສະຣາເອນ ແລະ ຂຢູ່ກັບສິ່ງທີ່ບໍ່ຕາຍ ແລະ ເນົ່າເປື່ອຍບໍ່ໄດ້ ແລະ ຈົ່ງໃຫ້ຈິດວິນຍານຂອງທ່ານເບີກບານໃນຄວາມສົມບູນ.
52 ຈົ່ງເບິ່ງ, ພີ່ນ້ອງທີ່ຮັກແພງຂອງຂ້າພະເຈົ້າ, ຈົ່ງຈື່ຈຳພຣະຄຳຂອງພຣະເຈົ້າຂອງທ່ານ; ຈົ່ງອະທິຖານຫາພຣະອົງໃນຕອນກາງເວັນ, ແລະ ຖວາຍ ກຄວາມຂອບພຣະຄຸນແດ່ພຣະນາມອັນສັກສິດຂອງພຣະອົງໃນຕອນກາງຄືນຢູ່ສະເໝີ. ຈົ່ງໃຫ້ໃຈຂອງທ່ານປິຕິຍິນດີເຖີດ.
53 ແລະ ຈົ່ງເບິ່ງ, ກພັນທະສັນຍາຂອງພຣະຜູ້ເປັນເຈົ້າຍິ່ງໃຫຍ່ພຽງໃດ, ແລະ ການຖ່ອມຕົວຂອງພຣະອົງໃຫ້ລູກຫລານມະນຸດຍິ່ງໃຫຍ່ພຽງໃດ; ແລະ ເພາະຄວາມຍິ່ງໃຫຍ່ຂອງພຣະອົງ ແລະ ພຣະຄຸນ ແລະ ຂພຣະເມດຕາຂອງພຣະອົງ, ພຣະອົງຈຶ່ງສັນຍາກັບພວກເຮົາວ່າ ລູກຫລານຂອງພວກເຮົາຈະບໍ່ຖືກທຳລາຍຈົນໝົດສິ້ນຕາມທາງຂອງເນື້ອໜັງ, ແຕ່ວ່າພຣະອົງຈະຮັກສາພວກເຂົາ; ແລະ ໃນຄົນລຸ້ນຕໍ່ໆໄປ, ພວກເຂົາຈະກັບເປັນ ຄກິ່ງກ້ານອັນຊອບທຳຂອງເຊື້ອສາຍອິດສະຣາເອນ.
54 ແລະ ບັດນີ້, ພີ່ນ້ອງຂອງຂ້າພະເຈົ້າ, ຂ້າພະເຈົ້າຢາກເວົ້າກັບທ່ານອີກ, ແຕ່ໃນມື້ອື່ນຂ້າພະເຈົ້າຈະປະກາດກັບທ່ານເຖິງຂໍ້ຄວາມທີ່ຍັງເຫລືອຢູ່ຂອງຂ້າພະເຈົ້າ. ອາແມນ.