ພຣະ​ຄຳ​ພີ
ອັບ​ຣາ​ຮາມ 5


ບົດ​ທີ 5

ພຣະ​ເຈົ້າ​ສຳ​ເລັດ​ການ​ວາງ​ແຜນ​ຂອງ​ພວກ​ພຣະ​ອົງ​ໃນ​ການ​ສ້າງ​ທຸກ​ສິ່ງ​ທັງ​ປວງ—ພວກ​ພຣະ​ອົງ​ຈັດ​ການ​ສ້າງ​ອີງ​ຕາມ​ແຜນ​ຂອງ​ພວກ​ພຣະ​ອົງ—ອາດາມ​ຕັ້ງ​ຊື່​ໃຫ້​ສັດ​ທຸກ​ຊະ​ນິດ​ທີ່​ມີ​ຊີ​ວິດ.

1 ແລະ ດັ່ງ​ນັ້ນ ພວກ​ເຮົາ​ຈະ​ສຳ​ເລັດ​ຟ້າ​ສະຫວັນ ແລະ ແຜ່ນ​ດິນ​ໂລກ, ແລະ ທຸກ​ສິ່ງ​ທັງ​ປວງ​ຂອງ​ມັນ.

2 ແລະ ບັນ​ດາ​ພຣະ​ເຈົ້າ​ໄດ້​ກ່າວ​ໃນ​ບັນ​ດາ​ພວກ​ພຣະ​ອົງ​ເອງ​ວ່າ: ໃນ​ຊ່ວງ​ເວລາ ທີ​ເຈັດ ພວກ​ເຮົາ​ຈະ​ສິ້ນ​ສຸດ​ວຽກ​ງານ​ຂອງ​ພວກ​ເຮົາ, ຊຶ່ງ​ພວກ​ເຮົາ​ໄດ້​ປຶກ​ສາ​ກັນ; ແລະ ພວກ​ເຮົາ​ຈະ​ພັກ​ຜ່ອນ​ໃນ​ຊ່ວງ​ເວລາ​ທີ​ເຈັດ​ຈາກ​ວຽກ​ງານ​ທັງ​ໝົດ​ຂອງ​ພວກ​ເຮົາ ຊຶ່ງ​ພວກ​ເຮົາ​ໄດ້​ປຶກ​ສາ​ກັນ.

3 ແລະ ບັນ​ດາ​ພຣະ​ເຈົ້າ​ໄດ້​ຢຸດ​ຕິ​ໃນ​ຊ່ວງ​ເວລາ​ທີ​ເຈັດ, ເພາະ​ວ່າ​ໃນ​ຊ່ວງ​ເວລາ​ທີ​ເຈັດ ພວກ​ພຣະ​ອົງ​ຈະ ພັກ​ຜ່ອນ​ຈາກ​ວຽກ​ງານ​ທັງ​ໝົດ​ຂອງ​ພວກ​ພຣະ​ອົງ ຊຶ່ງ​ພວກ​ພຣະ​ອົງ (ບັນ​ດາ​ພຣະ​ເຈົ້າ) ໄດ້​ປຶກ​ສາ​ກັນ​ໃນ​ບັນ​ດາ​ພວກ​ພຣະ​ອົງ​ເອງ​ທີ່​ຈະ​ປະກອບ; ແລະ ຊຳລະ​ມັນ​ໃຫ້​ສັກ​ສິດ. ແລະ ການ​ຕັດ​ສິນ​ພຣະ​ໄທ​ຂອງ​ພວກ​ພຣະ​ອົງ​ເປັນ​ດັ່ງ​ນັ້ນ​ໃນ​ເວລາ​ທີ່​ພວກ​ພຣະ​ອົງ​ໄດ້​ປຶກ​ສາ​ກັນ​ໃນ​ບັນ​ດາ​ພວກ​ພຣະ​ອົງ​ເອງ​ທີ່​ຈະ​ປະກອບ​ຟ້າ​ສະຫວັນ ແລະ ແຜ່ນ​ດິນ​ໂລກ.

4 ແລະ ບັນ​ດາ​ພຣະ​ເຈົ້າ​ໄດ້​ລົງ​ໄປ ແລະ ໄດ້​ປະກອບ​ລຳ​ດັບ​ການ​ສ້າງ​ຟ້າ​ສະຫວັນ ແລະ ແຜ່ນ​ດິນ​ໂລກ, ເມື່ອ​ມັນ​ຖືກ​ປະກອບ​ໃນ​ວັນ​ທີ່​ບັນ​ດາ​ພຣະ​ເຈົ້າ​ໄດ້​ປະກອບ​ແຜ່ນ​ດິນ​ໂລກ ແລະ ຟ້າ​ສະຫວັນ,

5 ຕາມ​ທຸກ​ສິ່ງ​ຊຶ່ງ​ພວກ​ພຣະ​ອົງ​ໄດ້​ກ່າວ​ກ່ຽວ​ກັບ​ພືດ​ທຸກ​ຊະ​ນິດ​ໃນ​ທົ່ງ ກ່ອນ​ມັນ​ຢູ່​ໃນ​ແຜ່ນ​ດິນ​ໂລກ, ແລະ ພືດ​ພັນ​ທຸກ​ຊະ​ນິດ​ໃນ​ທົ່ງ​ກ່ອນ​ມັນ​ເຕີບ​ໂຕ; ເພາະ​ວ່າ​ບັນ​ດາ​ພຣະ​ເຈົ້າ​ບໍ່​ໄດ້​ເຮັດ​ໃຫ້​ຝົນ​ຕົກ​ລົງ​ມາ​ເທິງ​ແຜ່ນ​ດິນ​ໂລກ ເມື່ອ​ພວກ​ພຣະ​ອົງ​ໄດ້​ປຶກ​ສາ​ກັນ​ທີ່​ຈະ​ເຮັດ​ສິ່ງ​ເຫລົ່າ​ນັ້ນ, ແລະ ຍັງ​ບໍ່​ໄດ້​ປະກອບ​ມະນຸດ​ໃຫ້​ທຳ​ມາ​ຫາ​ກິນ​ເທື່ອ.

6 ແຕ່​ມີ​ໝອກ​ລອຍ​ຂຶ້ນ​ຈາກ​ແຜ່ນ​ດິນ​ໂລກ, ແລະ ພົມ​ນ້ຳ​ໃຫ້​ພື້ນ​ດິນ​ທັງ​ໝົດ​ຊຸ່ມ​ຊື່ນ.

7 ແລະ ບັນ​ດາ​ພຣະ​ເຈົ້າ​ໄດ້​ປະກອບ​ມະນຸດ​ຈາກ ຂີ້​ດິນ​ແຕ່​ພື້ນ​ດິນ, ແລະ ໄດ້​ເອົາ ວິນ​ຍານ​ຂອງ​ລາວ​ມາ (ນັ້ນ​ຄື, ວິນ​ຍານ​ຂອງ​ມະນຸດ), ແລະ ໃສ່​ໄວ້​ໃນ​ລາວ; ແລະ ໄດ້​ເປົ່າ​ລົມ​ໃສ່​ຮູ​ດັງ​ຂອງ​ລາວ​ໃຫ້​ມີ​ຊີ​ວິດ, ແລະ ຮູບ​ປັ້ນ​ນັ້ນ​ກໍ​ໄດ້​ກາຍ​ເປັນ ຈິດ​ວິນ​ຍານ​ທີ່​ມີ​ຊີ​ວິດ.

8 ແລະ ບັນ​ດາ​ພຣະ​ເຈົ້າ​ໄດ້​ສ້າງ​ສວນ​ແຫ່ງ​ໜຶ່ງ, ໃນ ເອເດນ​ຢູ່​ທາງ​ທິດ​ຕາ​ເວັນ​ອອກ, ແລະ ຢູ່​ທີ່​ນັ້ນ​ພວກ​ພຣະ​ອົງ​ໄດ້​ເອົາ​ຊາຍ, ຜູ້​ທີ່​ພວກ​ພຣະ​ອົງ​ໄດ້​ເອົາ​ວິນ​ຍານ​ໃສ່​ໄວ້​ໃນ​ຮ່າງ​ກາຍ​ທີ່​ພວກ​ພຣະ​ອົງ​ໄດ້​ປະກອບ.

9 ແລະ ຈາກ​ພື້ນ​ດິນ​ບັນ​ດາ​ພຣະ​ເຈົ້າ​ໄດ້​ບັນ​ດານ​ໃຫ້​ຕົ້ນ​ໄມ້​ທຸກ​ຊະ​ນິດ​ເຕີບ​ໂຕ ທີ່​ເພິ່ງ​ພໍ​ໃຈ ແລະ ສຳ​ລັບ​ເປັນ​ອາຫານ; ຕົ້ນ​ໄມ້​ແຫ່ງ​ຊີ​ວິດ, ຢູ່​ໃນ​ກາງ​ສວນ, ແລະ ຕົ້ນ​ໄມ້​ແຫ່ງ​ຄວາມ​ຮູ້​ດີ ແລະ ຮູ້​ຊົ່ວ​ນຳ​ອີກ.

10 ມີ​ແມ່​ນ້ຳ​ສາຍ​ໜຶ່ງ​ໄຫລ​ອອກ​ມາ​ຈາກ​ສວນ​ເອເດນ, ເພື່ອ​ຫົດ​ນ້ຳ​ສວນ, ແລະ ຈາກ​ບ່ອນ​ນັ້ນ​ມັນ​ໄດ້​ແບ່ງ​ອອກ​ເປັນ​ສີ່​ສາຍ.

11 ແລະ ບັນ​ດາ​ພຣະ​ເຈົ້າ​ໄດ້​ເອົາ​ມະນຸດ​ໄປ ແລະ ວາງ​ລາວ​ໄວ້​ໃນ​ສວນ​ເອເດນ, ເພື່ອ​ຕົກ​ແຕ່ງ ແລະ ຮັກ​ສາ​ມັນ.

12 ແລະ ບັນ​ດາ​ພຣະ​ເຈົ້າ​ໄດ້​ບັນ​ຊາ​ມະນຸດ, ໂດຍ​ກ່າວ​ວ່າ: ໝາກ​ໄມ້​ທຸກ​ຕົ້ນ​ໃນ​ສວນ​ນີ້​ເຈົ້າ​ກິນ​ໄດ້,

13 ເວັ້ນ​ໄວ້​ແຕ່​ຕົ້ນ​ໄມ້​ແຫ່ງ​ຄວາມ​ຮູ້​ດີ ແລະ ຮູ້​ຊົ່ວ, ເຈົ້າ​ຢ່າ​ໄດ້​ກິນ​ໝາກ​ໄມ້​ໃນ​ຕົ້ນ​ນັ້ນ; ເພາະ​ວ່າ​ຖ້າ​ຫາກ​ເຈົ້າ​ຂືນ​ກິນ​ເມື່ອ​ໃດ ເຈົ້າ​ຈະ​ຕາຍ​ເມື່ອ​ນັ້ນ. ບັດ​ນີ້ ຂ້າ​ພະ​ເຈົ້າ, ອັບ​ຣາ​ຮາມ, ເຫັນ​ວ່າ​ມັນ​ສອດ​ຄ່ອ​ງ​ກັບ ເວລາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ຊຶ່ງ​ສອດ​ຄ່ອງ​ກັບ​ເວລາ​ຂອງ ໂຄ​ລອບ; ເພາະ​ວ່າ​ຈົນ​ເຖິງ​ບັດ​ນີ້ ບັນ​ດາ​ພຣະ​ເຈົ້າ​ບໍ່​ໄດ້​ກຳ​ນົດ​ການ​ຄິດ​ໄລ່​ໄວ້​ແກ່​ອາດາມ.

14 ແລະ ບັນ​ດາ​ພຣະ​ເຈົ້າ​ໄດ້​ກ່າວ​ວ່າ: ໃຫ້​ພວກ​ເຮົາ​ສ້າງ​ຜູ້​ຊ່ວຍ​ຊູ​ທີ່​ເໝາະ​ສົມ​ສຳ​ລັບ​ຜູ້​ຊາຍ, ເພາະ​ວ່າ​ບໍ່​ສົມ​ຄວນ​ທີ່​ຜູ້​ຊາຍ​ຕ້ອງ​ຢູ່​ໂດດ​ດ່ຽວ​ຢ່າງ​ນີ້, ສະນັ້ນ ພວກ​ເຮົາ​ຈະ​ສ້າງ​ຜູ້​ຊ່ວຍ​ຊູ​ທີ່​ເໝາະ​ສົມ​ໃຫ້​ລາວ.

15 ແລະ ບັນ​ດາ​ພຣະ​ເຈົ້າ​ໄດ້​ເຮັດ​ໃຫ້ ອາດາມ​ນອນ​ຫລັບ; ແລະ ລາວ​ໄດ້​ນອນ​ຫລັບ​ສະ​ໜິດ, ແລະ ພວກ​ພຣະ​ອົງ​ໄດ້​ເອົາ​ກະ​ດູກ​ຂ້າງ​ຊີກ​ໜຶ່ງ​ຂອງ​ລາວ​ອອກ​ມາ, ແລະ ໄດ້​ເຮັດ​ໃຫ້​ເນື້ອ​ໜັງ​ຈອດ​ຕິດ​ກັນ​ດັ່ງ​ເດີມ;

16 ແລະ ກະ​ດູກ​ຂ້າງ​ຊຶ່ງ​ບັນ​ດາ​ພຣະ​ເຈົ້າ​ໄດ້​ເອົາ​ມາ​ຈາກ​ຜູ້​ຊາຍ, ໄດ້​ປະກອບ​ເປັນ ຜູ້​ຍິງ, ແລະ ໄດ້​ນຳ​ນາງ​ມາ​ມອບ​ໃຫ້​ຜູ້​ຊາຍ.

17 ແລະ ອາດາມ​ໄດ້​ກ່າວ​ວ່າ: ນາງ​ມາ​ຈາກ​ກະ​ດູກ​ຂອງ​ເຮົາ, ແລະ ເນື້ອ​ໜັງ​ຂອງ​ນາງ​ມາ​ຈາກ​ເນື້ອ​ໜັງ​ຂອງ​ເຮົາ; ນາງ​ຈະ​ຖືກ​ເອີ້ນ​ວ່າ ຜູ້​ຍິງ, ເພາະ​ວ່າ​ນາງ​ມາ​ຈາກ​ຜູ້​ຊາຍ;

18 ສະນັ້ນ ຜູ້​ຊາຍ​ຈຶ່ງ​ຈາກ​ພໍ່​ແມ່ ແລະ ໄປ ຕິດ​ພັນ​ຢູ່​ກັບ​ເມຍ​ຂອງ​ຕົນ; ແລະ ພວກ​ເຂົາ​ທັງ​ສອງ​ກໍ​ກາຍ​ເປັນ ໜຶ່ງ.

19 ແລະ ພວກ​ເຂົາ​ໄດ້​ເປືອຍ​ກາຍ​ຢູ່, ຜູ້​ຊາຍ ແລະ ເມຍ​ຂອງ​ລາວ, ແຕ່​ພວກ​ເຂົາ​ບໍ່​ຮູ້​ສຶກ​ລະ​ອາຍ​ກັນ​ເລີຍ.

20 ແລະ ຈາກ​ພື້ນ​ດິນ​ບັນ​ດາ​ພຣະ​ເຈົ້າ​ໄດ້​ປັ້ນ​ສັດ​ທຸກ​ຕົວ​ໃນ​ທົ່ງ, ແລະ ນົກ​ທຸກ​ຕົວ​ໃນ​ອາ​ກາດ; ແລະ ໄດ້​ບັນ​ຊາ​ມັນ​ໃຫ້​ມາ​ຫາ​ອາດາມ ເພື່ອ​ເບິ່ງ​ວ່າ​ລາວ​ຈະ​ເອີ້ນ​ມັນ​ຢ່າງ​ໃດ; ແລະ ອັນ​ໃດ​ກໍ​ຕາມ​ທີ່​ອາດາມ​ເອີ້ນ​ສັດ​ທຸກ​ຊະ​ນິດ​ທີ່​ມີ​ຊີ​ວິດ​ເຫລົ່າ​ນັ້ນ, ນັ້ນ​ຈະ​ເປັນ​ຊື່​ຂອງ​ມັນ.

21 ແລະ ອາດາມ​ໄດ້​ຕັ້ງ​ຊື່​ໃຫ້​ສັດ​ລ້ຽງ, ແລະ ນົກ​ໃນ​ອາ​ກາດ, ແລະ ໃຫ້​ສັດ​ປ່າ​ທັງ​ໝົດ​ຢູ່​ໃນ​ທົ່ງ; ແລະ ສຳ​ລັບ​ອາດາມ, ຈຶ່ງ​ມີ​ຜູ້​ຊ່ວຍ​ຊູ​ທີ່​ເໝາະ​ສົມ​ແກ່​ລາວ.