ພຣະ​ຄຳ​ພີ
ສຳ​ເນົາ ເລກ​ທີ 1


ສຳ​ເນົາ​ຈາກ​ໜັງ​ສື​ອັບ​ຣາ​ຮາມ

ເລກ​ທີ 1

ຮູບ​ພາບ
ສຳ​ເນົາ ເລກ​ທີ 1

ຄຳ​ອະ​ທິ​ບາຍ

ຮູບ​ທີ 1. ທູດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.

ຮູບ​ທີ 2. ອັບ​ຣາ​ຮາມ​ຖືກ​ມັດ​ຢູ່​ເທິງ​ແທ່ນ​ບູຊາ.

ຮູບ​ທີ 3. ປະ​ໂລ​ຫິດ​ຂອງ​ເອ​ເຄ​ນາ​ຜູ້​ນະມັດ​ສະການ​ຮູບ​ບູຊາ​ພະ​ຍາ​ຍາມ​ຖວາຍ​ອັບ​ຣາ​ຮາມ​ເປັນ​ເຄື່ອງ​ບູຊາ.

ຮູບ​ທີ 4. ແທ່ນ​ບູຊາ​ຊຶ່ງ​ປະ​ໂລ​ຫິດ​ຜູ້​ນະມັດ​ສະການ​ຮູບ​ບູຊາ​ໃຊ້​ເຮັດ​ພິ​ທີ​ຖວາຍ​ເຄື່ອງ​ບູຊາ, ໂດຍ​ຕັ້ງ​ຢູ່​ທາງ​ໜ້າ​ພຣະ​ເຈົ້າ​ຂອງ​ເອ​ເຄ​ນາ, ລິບ​ນາ, ມາ​ມັກ​ຄຣາ, ໂຄ​ແຣສ໌, ແລະ ຟາ​ຣາ​ໂອ.

ຮູບ​ທີ 5. ພຣະ​ເຈົ້າ​ຂອງ​ເອ​ເຄ​ນາ​ທີ່​ເປັນ​ຮູບ​ບູຊາ.

ຮູບ​ທີ 6. ພຣະ​ເຈົ້າ​ຂອງ​ລິບ​ນາ​ທີ່​ເປັນ​ຮູບ​ບູຊາ.

ຮູບ​ທີ 7. ພຣະ​ເຈົ້າ​ຂອງ​ມາ​ມັກ​ຄຣາ​ທີ່​ເປັນ​ຮູບ​ບູຊາ.

ຮູບ​ທີ 8. ພຣະ​ເຈົ້າ​ຂອງ​ໂຄ​ແຣສ໌​ທີ່​ເປັນ​ຮູບ​ບູຊາ.

ຮູບ​ທີ 9. ພຣະ​ເຈົ້າ​ຂອງ​ຟາ​ຣາ​ໂອ​ທີ່​ເປັນ​ຮູບ​ບູຊາ.

ຮູບ​ທີ 10. ອັບ​ຣາ​ຮາມ​ໃນ​ເອຢິບ.

ຮູບ​ທີ 11. ມຸ້ງ​ໝາຍ​ເພື່ອ​ສະແດງ​ໃຫ້​ເຫັນ​ເສົາ​ຫລັກ​ຂອງ​ຟ້າ​ສະຫວັນ, ຕາມ​ຄວາມ​ເຂົ້າ​ໃຈ​ຂອງ​ຊາວ​ເອຢິບ.

ຮູບ​ທີ 12. ຣໍ​ຄີ​ຢາງ, ໝາຍ​ເຖິງ​ຄວາມ​ກວ້າງ​ໃຫຍ່​ໄພ​ສານ, ຫລື ທ້ອງ​ນະ​ພາ​ຢູ່​ເທິງ​ຫົວ​ຂອງ​ເຮົາ; ແຕ່​ໃນ​ກໍ​ລະ​ນີ​ນີ້, ໃນ​ຄວາມ​ສຳ​ພັນ​ກ່ຽວ​ກັບ​ຮູບ​ພາບ​ນີ້, ຊາວ​ເອຢິບ​ໝາຍ​ເຖິງ​ຊໍ​ມໍ, ຢູ່​ສະຖານ​ທີ່​ສູງ, ຫລື ຟ້າ​ສະຫວັນ, ກົງ​ກັນ​ກັບ​ຄຳ​ເຮັບເຣີ​ທີ່​ວ່າ ຊໍ​ມາ​ຢືມ.