ພຣະ​ຄຳ​ພີ
ສຳ​ເນົາ ເລກ​ທີ 3


ສຳ​ເນົາ​ຈາກ​ໜັງ​ສື​ອັບ​ຣາ​ຮາມ

ເລກ​ທີ 3

ຮູບ​ພາບ
ສຳ​ເນົາ ເລກ​ທີ 3

ຄຳ​ອະ​ທິ​ບາຍ

ຮູບ​ທີ 1. ອັບ​ຣາ​ຮາມ​ນັ່ງ​ຢູ່​ເທິງ​ບັນ​ລັງ​ຂອງ​ຟາ​ຣາ​ໂອ, ໂດຍ​ອັດ​ທະ​ຍາ​ໄສ​ຂອງ​ກະສັດ, ພ້ອມ​ດ້ວຍ​ມົງ​ກຸດ​ຢູ່​ເທິງ​ຫົວ​ຂອງ​ເພິ່ນ, ສະແດງ​ເຖິງ​ຖານະ​ປະ​ໂລ​ຫິດ, ເປັນ​ເຄື່ອງ​ໝາຍ​ສະແດງ​ເຖິງ​ຝ່າຍ​ປະທານ​ທີ່​ຍິ່ງ​ໃຫຍ່​ໃນ​ສະຫວັນ; ພ້ອມ​ດ້ວຍ​ໄມ້​ຄ້ອນ​ເທົ້າ​ແຫ່ງ​ອຳນາດ​ແຫ່ງ​ຄວາມ​ຍຸດ​ຕິ​ທຳ ແລະ ການ​ພິ​ພາກ​ສາ​ໃນ​ມື​ຂອງ​ເພິ່ນ.

ຮູບ​ທີ 2. ກະສັດ​ຟາ​ຣາ​ໂອ, ຊຶ່ງ​ຊື່​ຂອງ​ເພິ່ນ​ບອກ​ໄວ້​ດ້ວຍ​ອັກ​ສອນ​ຢູ່​ເທິງ​ຫົວ​ຂອງ​ເພິ່ນ.

ຮູບ​ທີ 3. ໝາຍ​ເຖິງ​ອັບ​ຣາ​ຮາມ​ໃນ​ເອຢິບ​ດັ່ງ​ທີ່​ມອບ​ໃຫ້​ຢູ່​ໃນ​ຮູບ​ທີ 10 ນຳ​ອີກ ໃນ​ສຳ​ເນົາ ເລກ​ທີ 1.

ຮູບ​ທີ 4. ເຈົ້າ​ຊາຍ​ຂອງ​ຟາ​ຣາ​ໂອ, ກະສັດ​ແຫ່ງ​ເອຢິບ, ດັ່ງ​ທີ່​ຂຽນ​ໄວ້​ຢູ່​ເທິງ​ມື.

ຮູບ​ທີ 5. ຊູ​ເລມ, ຫົວ​ໜ້າ​ຄົນ​ຮັບ​ໃຊ້​ຂອງ​ກະສັດ, ດັ່ງ​ທີ່​ສະແດງ​ໂດຍ​ຕົວ​ອັກ​ສອນ​ຢູ່​ເທິງ​ມື​ຂອງ​ເພິ່ນ.

ຮູບ​ທີ 6. ໂອ​ລິມ​ລາ, ຂ້າ​ໃຊ້​ຄົນ​ໜຶ່ງ​ຂອງ​ເຈົ້າ​ຊາຍ.

ອັບ​ຣາ​ຮາມ​ອະ​ທິ​ບາຍ​ຫລັກ​ຂອງ​ໂຫ​ລາ​ສາດ, ໃນ​ວັງ​ຂອງ​ກະສັດ.