ພຣະ​ຄຳ​ພີ
ອັບ​ຣາ​ຮາມ 3


ບົດ​ທີ 3

ອັບ​ຣາ​ຮາມ​ຮຽນ​ຮູ້​ກ່ຽວ​ກັບ​ດວງ​ຕາ​ເວັນ, ດວງ​ເດືອນ, ແລະ ດວງ​ດາວ ໂດຍ​ທາງ​ອຸລີມ ແລະ ທຸມມີມ—ພຣະ​ຜູ້​ເປັນ​ເຈົ້າ​ເປີດ​ເຜີຍ​ທຳ​ມະ​ຊາດ​ນິ​ລັນ​ດອນ​ຂອງ​ວິນ​ຍານ​ແກ່​ເພິ່ນ—ເພິ່ນ​ຮຽນ​ຮູ້​ເຖິງ​ຊີ​ວິດ​ກ່ອນ​ເກີດ, ການ​ແຕ່ງ​ຕັ້ງ​ລ່ວງ​ໜ້າ, ການ​ສ້າງ, ການ​ເລືອກ​ພຣະ​ຜູ້​ໄຖ່, ແລະ ສະພາວະ​ທີ​ສອງ​ຂອງ​ມະນຸດ.

1 ແລະ ຂ້າ​ພະ​ເຈົ້າ, ອັບ​ຣາ​ຮາມ, ມີ ອຸລີມ ແລະ ທຸມມີມ, ຊຶ່ງ​ພຣະ​ຜູ້​ເປັນ​ເຈົ້າ​ອົງ​ເປັນ​ພຣະ​ເຈົ້າ​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ປະທານ​ໃຫ້​ແກ່​ຂ້າ​ພະ​ເຈົ້າ, ໃນ​ອູ​ເຣ​ແຫ່ງ​ເຄນ​ເດຍ;

2 ແລະ ຂ້າ​ພະ​ເຈົ້າ​ໄດ້​ເຫັນ ໝູ່​ດາວ, ວ່າ​ມັນ​ເຈີດ​ຈ້າ, ແລະ ວ່າ​ດວງ​ໜຶ່ງ​ໃນ​ໝູ່​ດາວ​ຢູ່​ໃກ້​ພຣະ​ບັນ​ລັງ​ຂອງ​ພຣະ​ເຈົ້າ; ແລະ ມີ​ດາວ​ທີ່​ເຈີດ​ຈ້າ​ຫລາຍ​ດວງ​ທີ່​ຢູ່​ໃກ້​ກັບ​ດາວ​ດວງ​ນີ້;

3 ແລະ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ກັບ​ຂ້າ​ພະ​ເຈົ້າ​ວ່າ: ໝູ່​ດາວ​ເຫລົ່າ​ນີ້​ເປັນ​ດາວ​ປົກ​ຄອງ; ແລະ ຊື່​ຂອງ​ດາວ​ທີ່​ເຈີດ​ຈ້າ​ຄື ໂຄ​ລອບ, ເພາະ​ວ່າ​ມັນ​ຢູ່​ໃກ້​ເຮົາ, ເພາະ​ວ່າ​ເຮົາ​ຄື​ພຣະ​ຜູ້​ເປັນ​ເຈົ້າ​ອົງ​ເປັນ​ພຣະ​ເຈົ້າ​ຂອງ​ເຈົ້າ: ເຮົາ​ໄດ້​ກຳ​ນົດ​ດວງ​ນີ້​ໃຫ້​ປົກ​ຄອງ​ດວງ​ດາວ​ທັງ​ປວງ ຊຶ່ງ​ຢູ່​ໃນ​ລະບຽບ​ດຽວ​ກັນ​ກັບ​ບ່ອນ​ທີ່​ເຈົ້າ​ຢືນ​ຢູ່.

4 ແລະ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ກັບ​ຂ້າ​ພະ​ເຈົ້າ, ໂດຍ​ທາງ​ອຸລີມ ແລະ ທຸມມີມ​ວ່າ ໂຄ​ລອບ​ສອດ​ຄ່ອງ​ກັບ​ວິ​ທີ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ຕາມ​ເວລາ ແລະ ລະ​ດູ​ການ​ຂອງ​ມັນ​ໃນ​ການ​ໝຸນ​ວຽນ​ຂອງ​ມັນ; ວ່າ​ການ​ໝຸນ​ວຽນ​ຮອບ​ໜຶ່ງ​ເປັນ​ໜຶ່ງ ວັນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ຕາມ​ວິ​ທີ​ຄິດ​ໄລ່​ຂອງ​ພຣະ​ອົງ, ເປັນ​ໜຶ່ງ​ພັນ ປີ​ຕາມ​ເວລາ​ທີ່​ໄດ້​ກຳ​ນົດ​ໄວ້​ເທິງ​ບ່ອນ​ທີ່​ເຈົ້າ​ຢືນ​ຢູ່. ນີ້​ຄື​ການ​ຄິດ​ໄລ່​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ຕາມ​ການ​ຄິດ​ໄລ່​ຂອງ​ໂຄ​ລອບ.

5 ແລະ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ກັບ​ຂ້າ​ພະ​ເຈົ້າ​ວ່າ: ດາວ​ພະ​ເຄາະ​ທີ່​ມີ​ແສງ​ເຈີດ​ຈ້າ​ໜ້ອຍ​ກວ່າ, ໜ້ອຍ​ກວ່າ​ດວງ​ທີ່​ຈະ​ປົກ​ຄອງ​ກາງ​ເວັນ, ແມ່ນ​ແຕ່​ກາງ​ຄືນ, ຍັງ​ເໜືອ​ກວ່າ ຫລື ເຈີດ​ຈ້າ​ກວ່າ​ບ່ອນ​ທີ່​ເຈົ້າ​ຢືນ​ຢູ່​ໃນ​ເລື່ອງ​ການ​ຄິດ​ໄລ່​ເວລາ, ເພາະ​ວ່າ​ມັນ​ເຄື່ອນ​ຍ້າຍ​ໄປ​ໃນ​ລະບຽບ​ທີ່​ຊ້າ​ກວ່າ; ຢູ່​ໃນ​ລະບຽບ​ນີ້​ເພາະ​ວ່າ​ມັນ​ຢູ່​ເໜືອ​ແຜ່ນ​ດິນ​ໂລກ​ທີ່​ເຈົ້າ​ຢືນ​ຢູ່, ສະນັ້ນ ການ​ຄິດ​ໄລ່​ເວລາ​ກ່ຽວ​ກັບ​ຈຳນວນ​ຂອງ​ວັນ, ເດືອນ, ແລະ ປີ​ຂອງ​ມັນ​ຈຶ່ງ​ມີ​ໜ້ອຍ​ກວ່າ.

6 ແລະ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ກັບ​ຂ້າ​ພະ​ເຈົ້າ​ວ່າ: ບັດ​ນີ້, ອັບ​ຣາ​ຮາມ, ມີ​ຂໍ້​ເທັດ​ຈິງ​ຢູ່ ສອງ​ຂໍ້, ຈົ່ງ​ເບິ່ງ ດວງ​ຕາ​ຂອງ​ເຈົ້າ​ຫລຽວ​ເຫັນ​ມັນ; ມັນ​ໄດ້​ຖືກ​ມອບ​ໃຫ້​ແກ່​ເຈົ້າ​ເພື່ອ​ຈະ​ໄດ້​ຮູ້​ຈັກ​ເວລາ​ຂອງ​ການ​ຄິດ​ໄລ່, ແລະ ເວລາ​ທີ່​ໄດ້​ກຳ​ນົດ​ໄວ້, ແທ້​ຈິງ​ແລ້ວ, ເວລາ​ທີ່​ໄດ້​ກຳ​ນົດ​ໄວ້​ສຳ​ລັບ​ແຜ່ນ​ດິນ​ໂລກ​ທີ່​ເຈົ້າ​ຢືນ​ຢູ່, ແລະ ເວລາ​ທີ່​ໄດ້​ກຳ​ນົດ​ໄວ້​ສຳ​ລັບ​ຄວາມ​ສະ​ຫວ່າງ​ທີ່​ເຈີດ​ຈ້າກ​ວ່າ ຊຶ່ງ​ໄດ້​ກຳ​ນົດ​ໄວ້​ເພື່ອ​ໃຫ້​ປົກ​ຄອງ​ກາງ​ເວັນ, ແລະ ເວລາ​ທີ່​ໄດ້​ກຳ​ນົດ​ໄວ້​ສຳ​ລັບ​ຄວາມ​ສະ​ຫວ່າງ​ທີ່​ເຈີດ​ຈ້າ​ໜ້ອຍ​ກວ່າ ຊຶ່ງ​ໄດ້​ກຳ​ນົດ​ໄວ້​ເພື່ອ​ໃຫ້​ປົກ​ຄອງ​ກາງ​ຄືນ.

7 ບັດ​ນີ້ ເວລາ​ທີ່​ໄດ້​ກຳ​ນົດ​ໄວ້​ສຳ​ລັບ​ຄວາມ​ສະ​ຫວ່າງ​ທີ່​ເຈີດ​ຈ້າ​ໜ້ອຍ​ກວ່າ​ຕາມ​ການ​ຄິດ​ໄລ່​ຂອງ​ມັນ​ແມ່ນ​ດົນ​ກວ່າ​ການ​ຄິດ​ໄລ່​ເວລາ​ຂອງ​ແຜ່ນ​ດິນ​ໂລກ​ບ່ອນ​ທີ່​ເຈົ້າ​ຢືນ​ຢູ່.

8 ແລະ ໃນ​ຂໍ້​ເທັດ​ຈິງ​ສອງ​ຂໍ້​ນີ້, ຈະ​ມີ​ຂໍ້​ເທັດ​ຈິງ​ອີກ​ຂໍ້​ໜຶ່ງ​ຢູ່​ເໜືອ​ມັນ, ນັ້ນ​ຄື, ຈະ​ມີ​ດາວ​ພະ​ເຄາະ​ອີກ​ດວງ​ໜຶ່ງ ຊຶ່ງ​ການ​ຄິດ​ໄລ່​ເວລາ​ຂອງ​ມັນ​ຈະ​ດົນ​ນານ​ກວ່າ​ນີ້​ອີກ;

9 ແລະ ຈະ​ມີ​ການ​ຄິດ​ໄລ່​ເວລາ​ຂອງ​ດາວ​ພະ​ເຄາະ​ດວງ​ໜຶ່ງ​ເໜືອ​ອີກ​ດວງ​ໜຶ່ງ​ດັ່ງ​ນັ້ນ, ຈົນ​ກວ່າ​ເຈົ້າ​ມາ​ໃກ້​ໂຄ​ລອບ, ຊຶ່ງ​ໂຄ​ລອບ​ນັ້ນ​ສອດ​ຄ່ອງ​ກັບ​ການ​ຄິດ​ໄລ່​ເວລາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ; ຊຶ່ງ​ໂຄ​ລອບ​ນັ້ນ​ຕັ້ງ​ຢູ່​ໃກ້​ພຣະ​ບັນ​ລັງ​ຂອງ​ພຣະ​ເຈົ້າ, ເພື່ອ​ປົກ​ຄອງ​ດາວ​ພະ​ເຄາະ​ທັງ​ໝົດ​ເຫລົ່າ​ນັ້ນ​ຊຶ່ງ​ຢູ່​ໃນ ລະບຽບ​ດຽວ​ກັນ​ກັບ​ບ່ອນ​ທີ່​ເຈົ້າ​ຢືນ​ຢູ່.

10 ແລະ ມັນ​ຖືກ​ມອບ​ໃຫ້​ແກ່​ເຈົ້າ​ເພື່ອ​ຈະ​ໄດ້​ຮູ້​ຈັກ​ເວລາ​ທີ່​ໄດ້​ກຳ​ນົດ​ໄວ້​ສຳ​ລັບ​ດວງ​ດາວ​ທັງ​ໝົດ​ທີ່​ຖືກ​ກຳ​ນົດ​ໃຫ້​ສ່ອງ​ແສງ, ຈົນ​ກວ່າ​ເຈົ້າ​ມາ​ໃກ້​ພຣະ​ບັນ​ລັງ​ຂອງ​ພຣະ​ເຈົ້າ.

11 ດັ່ງ​ນັ້ນ​ຂ້າ​ພະ​ເຈົ້າ, ອັບ​ຣາ​ຮາມ, ຈຶ່ງ​ໄດ້ ກ່າວ​ກັບ​ພຣະ​ຜູ້​ເປັນ​ເຈົ້າ, ໜ້າ​ຕໍ່​ໜ້າ, ຄື​ກັນ​ກັບ​ຄົນ​ຜູ້​ໜຶ່ງ​ເວົ້າ​ກັບ​ຄົນ​ອີກ​ຜູ້​ໜຶ່ງ; ແລະ ພຣະ​ອົງ​ໄດ້​ບອກ​ຂ້າ​ພະ​ເຈົ້າ​ເຖິງ​ວຽກ​ງານ​ຊຶ່ງ​ພຣະ​ຫັດ​ຂອງ​ພຣະ​ອົງ​ໄດ້​ສ້າງ;

12 ແລະ ພຣະ​ອົງ​ໄດ້​ກ່າວ​ກັບ​ຂ້າ​ພະ​ເຈົ້າ​ວ່າ: ບຸດ​ຂອງ​ເຮົາ, ບຸດ​ຂອງ​ເຮົາ (ແລະ ພຣະ​ອົງ​ໄດ້​ເດ່​ພຣະ​ຫັດ​ຂອງ​ພຣະ​ອົງ​ອອກ​ມາ), ຈົ່ງ​ເບິ່ງ ເຮົາ​ຈະ​ສະແດງ​ໃຫ້​ເຈົ້າ​ເຫັນ​ທຸກ​ສິ່ງ​ທັງ​ປວງ​ເຫລົ່າ​ນີ້. ແລະ ພຣະ​ອົງ​ໄດ້​ວາງ​ພຣະ​ຫັດ​ຂອງ​ພຣະ​ອົງ​ໄວ້​ເທິງ​ຕາ​ຂອງ​ຂ້າ​ພະ​ເຈົ້າ, ແລະ ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ສິ່ງ​ເຫລົ່າ​ນັ້ນ​ຊຶ່ງ​ພຣະ​ຫັດ​ຂອງ​ພຣະ​ອົງ​ໄດ້​ສ້າງ, ຊຶ່ງ​ມີ​ຢ່າງ​ຫລວງ​ຫລາຍ; ແລະ ມັນ​ໄດ້​ທະ​ວີ​ຂຶ້ນ​ຢູ່​ຕໍ່​ໜ້າ​ຂອງ​ຂ້າ​ພະ​ເຈົ້າ, ແລະ ຂ້າ​ພະ​ເຈົ້າ​ບໍ່​ສາ​ມາດ​ຫລຽວ​ເຫັນ​ບ່ອນ​ສຸດ​ຂອງ​ມັນ.

13 ແລະ ພຣະ​ອົງ​ໄດ້​ກ່າວ​ກັບ​ຂ້າ​ພະ​ເຈົ້າ​ວ່າ: ນີ້​ຄື ໄຊ​ນີ​ຫາ, ຊຶ່ງ​ຄື​ດວງ​ຕາ​ເວັນ. ແລະ ພຣະ​ອົງ​ໄດ້​ກ່າວ​ກັບ​ຂ້າ​ພະ​ເຈົ້າ​ວ່າ: ໂຄ​ຄອບ, ຊຶ່ງ​ຄື​ດວງ​ດາວ. ແລະ ພຣະ​ອົງ​ໄດ້​ກ່າວ​ກັບ​ຂ້າ​ພະ​ເຈົ້າ​ວ່າ: ໂອ​ລີ​ອາ, ຊຶ່ງ​ຄື​ດວງ​ເດືອນ. ແລະ ພຣະ​ອົງ​ໄດ້​ກ່າວ​ກັບ​ຂ້າ​ພະ​ເຈົ້າ​ວ່າ: ໂຄ​ຄໍ​ບີມ, ຊຶ່ງ​ໝາຍ​ເຖິງ​ໝູ່​ດວງ​ດາວ, ຫລື ຄວາມ​ສະ​ຫວ່າງ​ທີ່​ເຈີດ​ຈ້າ​ທັງ​ປວງ, ຊຶ່ງ​ຢູ່​ໃນ​ທ້ອງ​ນະ​ພາ​ແຫ່ງ​ຟ້າ​ສະຫວັນ.

14 ແລະ ເປັນ​ຕອນ​ກາງ​ຄືນ​ເມື່ອ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ຖ້ອຍ​ຄຳ​ເຫລົ່າ​ນີ້​ກັບ​ຂ້າ​ພະ​ເຈົ້າ​ວ່າ: ເຮົາ​ຈະ ຂະ​ຫຍາຍ​ເຊື້ອ​ສາຍ​ຂອງ​ເຈົ້າ, ແລະ ລູກ​ຫລານ​ຂອງ​ເຈົ້າ​ຫລັງ​ຈາກ​ເຈົ້າ, ເໝືອນ​ກັບ​ສິ່ງ​ເຫລົ່າ​ນີ້; ແລະ ຖ້າ​ຫາກ​ເຈົ້າ​ບໍ່​ສາ​ມາດ​ນັບ ຈຳນວນ​ຂອງ​ເມັດ​ດິນ​ຊາຍ​ສັນ​ໃດ, ຈຳນວນ​ຂອງ​ລູກ​ຫລານ​ຂອງ​ເຈົ້າ​ກໍ​ຈະ​ເປັນ​ເຊັ່ນ​ນັ້ນ​ສັນ​ນັ້ນ.

15 ແລະ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ກັບ​ຂ້າ​ພະ​ເຈົ້າ​ວ່າ: ອັບ​ຣາ​ຮາມ, ເຮົາ​ສະແດງ​ສິ່ງ​ເຫລົ່າ​ນີ້​ແກ່​ເຈົ້າ​ກ່ອນ​ເຈົ້າ​ຈະ​ເຂົ້າ​ໄປ​ໃນ​ເອຢິບ, ເພື່ອ​ວ່າ​ເຈົ້າ​ຈະ​ໄດ້​ປະ​ກາດ​ຖ້ອຍ​ຄຳ​ທັງ​ປວງ​ເຫລົ່າ​ນີ້.

16 ຖ້າ​ຫາກ​ສອງ​ຢ່າງ​ນີ້​ມີ​ຢູ່, ແລະ ມີ​ຢ່າງ​ໜຶ່ງ​ເໜືອ​ອີກ​ຢ່າງ​ໜຶ່ງ, ຈະ​ມີ​ສິ່ງ​ທີ່​ຍິ່ງ​ໃຫຍ່​ກວ່າ​ຢູ່​ເໜືອ​ມັນ; ສະນັ້ນ ໂຄ​ລອບ​ຈຶ່ງ​ເຈີດ​ຈ້າ​ຫລາຍ​ທີ່​ສຸດ​ໃນ​ໂຄ​ຄໍ​ບີມ​ທັງ​ໝົດ​ທີ່​ເຈົ້າ​ໄດ້​ເຫັນ, ເພາະ​ວ່າ​ມັນ​ຢູ່​ໃກ້​ເຮົາ​ທີ່​ສຸດ.

17 ບັດ​ນີ້, ຖ້າ​ຫາກ​ມີ​ສອງ​ຢ່າງ, ຢ່າງ​ໜຶ່ງ​ຢູ່​ເໜືອ​ອີກ​ຢ່າງ​ໜຶ່ງ, ແລະ ດວງ​ເດືອນ​ຢູ່​ເໜືອ​ແຜ່ນ​ດິນ​ໂລກ, ແລ້ວ​ຈະ​ເປັນ​ວ່າ​ມີ​ດາວ​ພະ​ເຄາະ ຫລື ດາວ​ດວງ​ໜຶ່ງ​ຢູ່​ເໜືອ​ມັນ; ແລະ ບໍ່​ມີ​ສິ່ງ​ໃດ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ອົງ​ເປັນ​ພຣະ​ເຈົ້າ​ຂອງ​ເຈົ້າ​ໄດ້​ວາງ​ແຜນ​ຢູ່​ໃນ​ໃຈ​ຂອງ​ພຣະ​ອົງ​ວ່າ​ຈະ ເຮັດ ນອກ​ຈາກ​ສິ່ງ​ທີ່​ພຣະ​ອົງ​ຈະ​ເຮັດ.

18 ເຖິງ​ຢ່າງ​ໃດ​ກໍ​ຕາມ ພຣະ​ອົງ​ໄດ້​ສ້າງ​ດາວ​ທີ່​ເຈີດ​ຈ້າ​ຫລາຍ​ກວ່າ; ດັ່ງ​ເຊັ່ນ, ຖ້າ​ຫາກ​ມີ​ວິນ​ຍານ​ສອງ​ດວງ, ເຊັ່ນ​ກັນ, ແລະ ດວງ​ໜຶ່ງ​ຈະ​ຮູ້​ແຈ້ງ​ກວ່າ​ອີກ​ດວງ​ໜຶ່ງ, ແຕ່​ວິນ​ຍານ​ທັງ​ສອງ​ນີ້, ທັງໆ​ທີ່​ວິນ​ຍານ​ດວງ​ໜຶ່ງ​ຮູ້​ແຈ້ງ​ກວ່າ​ວິນ​ຍານ​ອີກ​ດວງ​ໜຶ່ງ, ກໍ​ບໍ່​ມີ​ການ​ເລີ່ມ​ຕົ້ນ; ມັນ​ເປັນ​ຢູ່​ມາ​ກ່ອນ, ມັນ​ບໍ່​ມີ​ທີ່​ສຸດ, ມັນ​ຈະ​ເປັນ​ຢູ່​ໃນ​ພາຍ​ຫລັງ, ເພາະ​ວ່າ​ມັນ​ຄື ໂນ​ລາມ, ຫລື ນິ​ລັນ​ດອນ.

19 ແລະ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ກັບ​ຂ້າ​ພະ​ເຈົ້າ​ວ່າ: ຂໍ້​ເທັດ​ຈິງ​ສອງ​ຢ່າງ​ນີ້​ມີ​ຢູ່​ແທ້ໆ, ຄື​ມີ​ວິນ​ຍານ​ຢູ່​ສອງ​ດວງ, ດວງ​ໜຶ່ງ​ມີ​ຄວາມ​ຮູ້​ແຈ້ງ​ຫລາຍ​ກວ່າ​ອີກ​ດວງ​ໜຶ່ງ; ຈະ​ມີ​ອີກ​ດວງ​ໜຶ່ງ​ທີ່​ຮູ້​ແຈ້ງ​ຫລາຍ​ກວ່າ​ສອງ​ດວງ​ນີ້; ເຮົາ​ຄື​ພຣະ​ຜູ້​ເປັນ​ເຈົ້າ​ອົງ​ເປັນ​ພຣະ​ເຈົ້າ​ຂອງ​ເຈົ້າ, ເຮົາ ຮູ້​ແຈ້ງ​ຫລາຍ​ກວ່າ​ພວກ​ເຂົາ​ທັງ​ປວງ.

20 ພຣະ​ຜູ້​ເປັນ​ເຈົ້າ​ອົງ​ເປັນ​ພຣະ​ເຈົ້າ​ຂອງ​ເຈົ້າ​ໄດ້ ສົ່ງ​ທູດ​ຂອງ​ພຣະ​ອົງ​ມາ​ປົດ​ປ່ອຍ​ເຈົ້າ​ຈາກ​ເງື້ອມ​ມື​ຂອງ​ປະ​ໂລ​ຫິດ​ຂອງ​ເອ​ເຄ​ນາ.

21 ເຮົາ​ປະ​ທັບ​ຢູ່​ທ່າມ​ກາງ​ພວກ​ເຂົາ​ທັງ​ປວງ; ສະນັ້ນ ບັດ​ນີ້ ເຮົາ, ຈຶ່ງ​ໄດ້​ລົງ​ມາ​ຫາ​ເຈົ້າ​ເພື່ອ​ປະ​ກາດ​ແກ່​ເຈົ້າ​ເຖິງ ວຽກ​ງານ​ຊຶ່ງ​ມື​ຂອງ​ເຮົາ​ໄດ້​ສ້າງ, ຊຶ່ງ​ໃນ​ນັ້ນ ປັນ​ຍາ​ຂອງ​ເຮົາ​ເກີນ​ກວ່າ​ພວກ​ເຂົາ​ທັງ​ໝົດ, ເພາະ​ວ່າ​ເຮົາ​ປົກ​ຄອງ​ສະຫວັນ​ເບື້ອງ​ເທິງ, ແລະ ໃນ​ແຜ່ນ​ດິນ​ໂລກ​ເບື້ອງ​ລຸ່ມ, ໃນ​ປັນ​ຍາ ແລະ ຄວາມ​ຮອບ​ຄອບ​ທັງ​ໝົດ, ເໜືອ​ກວ່າ​ຜູ້​ຄົນ​ທີ່​ມີ​ຄວາມ​ຮູ້​ແຈ້ງ​ທັງ​ໝົດ​ທີ່​ເຈົ້າ​ເຫັນ​ຕັ້ງ​ແຕ່​ຕົ້ນ; ເຮົາ​ໄດ້​ລົງ​ມາ​ໃນ​ຕອນ​ຕົ້ນ​ຢູ່​ໃນ​ທ່າມ​ກາງ​ຜູ້​ຄົນ​ທີ່​ມີ​ຄວາມ​ຮູ້​ແຈ້ງ​ທັງ​ໝົດ​ທີ່​ເຈົ້າ​ໄດ້​ເຫັນ.

22 ບັດ​ນີ້ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສະແດງ​ໃຫ້​ຂ້າ​ພະ​ເຈົ້າ, ອັບ​ຣາ​ຮາມ, ເຫັນ​ຜູ້​ຄົນ​ທີ່​ມີ ຄວາມ​ຮູ້​ແຈ້ງ​ຊຶ່ງ​ຖືກ​ຈັດ​ໄວ້ ກ່ອນ​ໂລກ​ເປັນ​ມາ; ແລະ ໃນ​ທ່າມ​ກາງ​ຜູ້​ຄົນ​ເຫລົ່າ​ນັ້ນ ມີ​ຜູ້ ທີ່​ສູງ​ສັກ ແລະ ຍິ່ງ​ໃຫຍ່​ຢ່າງ​ຫລວງ​ຫລາຍ;

23 ແລະ ພຣະ​ເຈົ້າ​ເຫັນ​ວ່າ ຈິດ​ວິນ​ຍານ​ເຫລົ່າ​ນີ້​ດີ​ຫລາຍ, ແລະ ພຣະ​ອົງ​ໄດ້​ປະ​ທັບ​ຢືນ​ຢູ່​ທ່າມ​ກາງ​ພວກ​ເພິ່ນ ແລະ ພຣະ​ອົງ​ໄດ້​ກ່າວ​ວ່າ: ເຮົາ​ຈະ​ເຮັດ​ໃຫ້​ພວກ​ເຂົາ​ເປັນ​ຜູ້​ປົກ​ຄອງ​ຂອງ​ເຮົາ; ເພາະ​ວ່າ​ພຣະ​ອົງ​ໄດ້​ປະ​ທັບ​ຢືນ​ຢູ່​ໃນ​ທ່າມ​ກາງ​ຄົນ​ເຫລົ່າ​ນັ້ນ​ທີ່​ເປັນ​ວິນ​ຍານ, ແລະ ພຣະ​ອົງ​ເຫັນ​ວ່າ​ພວກ​ເພິ່ນ​ດີ; ແລະ ພຣະ​ອົງ​ໄດ້​ກ່າວ​ກັບ​ຂ້າ​ພະ​ເຈົ້າ​ວ່າ: ອັບ​ຣາ​ຮາມ, ເຈົ້າ​ເປັນ​ຄົນ​ໜຶ່ງ​ໃນ​ນັ້ນ; ເຈົ້າ ຖືກ​ເລືອກ​ກ່ອນ​ເຈົ້າ​ໄດ້​ມາ​ເກີດ.

24 ແລະ ມີ ອົງ​ໜຶ່ງ​ຢືນ​ຢູ່​ທ່າມ​ກາງ​ພວກ​ເພິ່ນ​ທີ່​ຄ້າຍ​ຄື​ກັບ​ພຣະ​ເຈົ້າ, ແລະ ເພິ່ນ​ໄດ້​ກ່າວ​ກັບ​ຜູ້​ຄົນ​ທີ່​ຢູ່​ກັບ​ເພິ່ນ​ວ່າ: ພວກ​ເຮົາ​ຈະ​ລົງ​ໄປ, ເພາະ​ວ່າ​ມີ​ບ່ອນ​ວ່າງ​ຢູ່​ທີ່​ນັ້ນ, ແລະ ພວກ​ເຮົາ​ຈະ​ນຳ​ພາກ​ສ່ວນ​ຂອງ​ສານ​ເຫລົ່າ​ນີ້​ໄປ, ແລະ ພວກ​ເຮົາ​ຈະ​ສ້າງ ແຜ່ນ​ດິນ​ໂລກ​ໜ່ວຍ​ໜຶ່ງ​ບ່ອນ​ທີ່​ວິນ​ຍານ​ເຫລົ່າ​ນີ້​ຈະ​ໄດ້​ອາ​ໄສ​ຢູ່;

25 ແລະ ພວກ​ເຮົາ​ຈະ ພິ​ສູດ​ພວກ​ເຂົາ​ໂດຍ​ວິ​ທີ​ນີ້, ເພື່ອ​ເບິ່ງ​ວ່າ​ພວກ​ເຂົາ​ຈະ ເຮັດ​ທຸກ​ສິ່ງ​ທັງ​ປວງ​ສິ່ງ​ໃດ​ກໍ​ຕາມ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ອົງ​ເປັນ​ພຣະ​ເຈົ້າ​ຂອງ​ພວກ​ເຂົາ​ຈະ​ບັນ​ຊາ​ພວກ​ເຂົາ​ຫລື​ບໍ່;

26 ແລະ ຜູ້​ທີ່​ຮັກ​ສາ ສະພາວະ​ທຳ​ອິດ​ຂອງ​ພວກ​ເຂົາ​ຈະ​ໄດ້​ຮັບ​ເພີ່ມ​ເຕີມ; ແລະ ຜູ້​ທີ່​ບໍ່​ຮັກ​ສາ​ສະພາວະ​ທຳ​ອິດ​ຂອງ​ພວກ​ເຂົາ​ຈະ​ບໍ່​ມີ​ລັດ​ສະ​ໝີ​ພາບ​ໃນ​ອາ​ນາ​ຈັກ​ດຽວ​ກັບ​ຜູ້​ທີ່​ຮັກ​ສາ​ສະພາວະ​ທຳ​ອິດ​ຂອງ​ພວກ​ເຂົາ; ແລະ ຜູ້​ທີ່​ຮັກ​ສາ ສະພາວະ​ທີ​ສອງ​ຂອງ​ພວກ​ເຂົາ​ຈະ​ມີ ລັດ​ສະ​ໝີ​ພາບ​ເພີ່ມ​ເຕີມ​ໃສ່​ເທິງ​ຫົວ​ຂອງ​ພວກ​ເຂົາ​ຕະຫລອດ​ການ ແລະ ຕະຫລອດ​ໄປ.

27 ແລະ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ວ່າ: ເຮົາ​ຈະ​ສົ່ງ​ຜູ້​ໃດ​ໄປ? ແລະ ຜູ້​ໜຶ່ງ​ຊຶ່ງ​ເໝືອນ​ດັ່ງ ບຸດ​ມະນຸດ​ໄດ້​ຕອບ​ວ່າ: ຂ້າ​ພຣະ​ອົງ​ຢູ່​ນີ້​ເດ, ຂໍ​ຈົ່ງ​ສົ່ງ​ຂ້າ​ພຣະ​ອົງ​ໄປ​ເຖີດ. ແລະ ຜູ້​ໜຶ່ງ​ອີກ​ໄດ້​ຕອບ ແລະ ກ່າວ​ວ່າ: ຂ້າ​ພຣະ​ອົງ​ຢູ່​ນີ້​ເດ, ຂໍ​ຈົ່ງ​ສົ່ງ​ຂ້າ​ພຣະ​ອົງ​ໄປ​ເຖີດ. ແລະ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ວ່າ: ເຮົາ​ຈະ​ສົ່ງ​ຜູ້​ທຳ​ອິດ​ໄປ.

28 ແລະ ຜູ້​ທີ​ສອງ​ໄດ້​ໃຈ​ຮ້າຍ, ແລະ ບໍ່​ໄດ້​ຮັກ​ສາ​ສະພາວະ​ທຳ​ອິດ​ຂອງ​ລາວ; ແລະ, ໃນ​ວັນ​ນັ້ນ, ວິນ​ຍານ​ຢ່າງ​ຫລວງ​ຫລາຍ​ໄດ້​ຕິດ​ຕາມ​ລາວ​ໄປ.