ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ຊື່​ຂອງ​ສາດ​ສະ​ໜາ​ຈັກ​ບໍ່​ສາ​ມາດ​ຕໍ່​ລອງ​ໄດ້
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ຕຸ​ລາ 2021


ຊື່​ຂອງ​ສາດ​ສະ​ໜາ​ຈັກ​ບໍ່​ສາ​ມາດ​ຕໍ່​ລອງ​ໄດ້

ເມື່ອ​ເຮົາ​ເຕັມ​ໃຈ​ທີ່​ຈະ​ເຮັດ​ຕາມ​ຄຳ​ແນະ​ນຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ດັ່ງ​ທີ່​ຖືກ​ເປີດ​ເຜີຍ​ຜ່ານ​ທາງ​ສາດ​ສະ​ດາ​ທີ່​ມີ​ຊີ​ວິດ​ຢູ່​ຂອງ​ພຣະ​ອົງ, ໂດຍ​ສະ​ເພາະ ຖ້າ​ມັນ​ຂັດ​ກັບ​ຄວາມ​ຄິດ​ເບື້ອງ​ຕົ້ນ​ຂອງ​ເຮົາ, ທີ່​ຮຽກ​ຮ້ອງ​ຄວາມ​ຖ່ອມ​ຕົວ ແລະ ການ​ເສຍ​ສະ​ລະ, ແລ້ວ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ອວຍ​ພອນ​ເຮົາ​ດ້ວຍ​ພະ​ລັງ​ທາງ​ວິນ​ຍານ​ເພີ່ມ​ເຕີມ.

ຢູ່​ທີ່​ງານ​ຖະ​ແຫລງ​ຂ່າວ ໃນ​ວັນ​ທີ 16 ເດືອນ​ສິງ​ຫາ, 2018, ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ ໄດ້​ກ່າວ​ວ່າ: “ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເຮັດ​ໃຫ້​ຂ້າ​ພະ​ເຈົ້າ​ຮູ້​ເຖິງ​ຄວາມ​ສຳ​ຄັນ​ຂອງ​ຊື່​ທີ່​ພຣະ​ອົງ​ໄດ້​ຕັ້ງ​ໄວ້​ສຳ​ລັບ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ, ນັ້ນ​ຄື ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ.1 ເຮົາ​ມີ​ວຽກ​ງານ​ຢູ່​ຕໍ່​ໜ້າ​ເຮົາ ທີ່​ຈະ​ເຮັດ​ໃຫ້​ຕົວ​ເຮົາ​ເອງ​ສອດ​ຄ່ອງ​ກັບ​ພຣະ​ປະ​ສົງ​ຂອງ​ພຣະ​ອົງ.”2

ສອງ​ວັນ​ຕໍ່​ມາ, ໃນ​ວັນ​ທີ 18 ເດືອນ​ສິງ​ຫາ, ຂ້າ​ພະ​ເຈົ້າ​ຢູ່​ກັບ​ປະ​ທານ​ແນວ​ສັນ​ຢູ່​ທີ່​ເມືອງ​ມອນ​ທະ​ຣີ​ອໍ, ປະ​ເທດ​ກາ​ນາ​ດາ. ຫລັງ​ຈາກ​ກອງ​ປະ​ຊຸມ​ຂອງ​ສະ​ມາ​ຊິກ​ຂອງ​ພວກ​ເຮົາ ຢູ່​ທີ່​ສູນ​ກາງ​ປະ​ຊຸມ Palais de Congrés, ທີ່​ໜ້າ​ປະ​ທັບ​ໃຈ, ປະ​ທານ​ແນວ​ສັນ​ໄດ້​ຕອບ​ຄຳ​ຖາມ​ຈາກ​ນັກ​ຂ່າວ. ເພິ່ນ​ໄດ້​ຮັບ​ຮູ້​ວ່າ​ມັນ “ກໍ​ຈະ​ເປັນ​ການ​ທ້າ​ທາຍ​ທີ່​ຈະ​ກັບ​ມາ [ສະ​ຖາ​ປະ​ນາ​ຊື່​ຂອງ​ສາດ​ສະ​ໜາ​ຈັກ​ຄືນ​ອີກ ແລະ] ແກ້​ໄຂ​ປະ​ເພ​ນີ​ທີ່​ມີ​ກັນ​ມາ​ຫລາຍ​ກວ່າ​ຮ້ອຍ​ປີ.” ແຕ່​ເພິ່ນ​ໄດ້​ກ່າວ​ຕື່ມ​ວ່າ, “ຊື່​ຂອງ​ສາດ​ສະ​ໜາ​ຈັກ​ບໍ່​ສາ​ມາດ​ຕໍ່​ລອງ​ໄດ້.”3

ເຈັດ​ອາ​ທິດ​ຕໍ່​ມາ, ປະ​ທານ​ແນວ​ສັນ​ໄດ້​ກ່າວ​ຢູ່​ທີ່​ກອງ​ປະ​ຊຸມ​ໃຫຍ່​ວ່າ: “ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເຮັດ​ໃຫ້​ຂ້າ​ພະ​ເຈົ້າ ຮູ້​ເຖິງ​ຄວາມ​ສຳ​ຄັນ​ຂອງ​ຊື່​ທີ່​ພຣະ​ອົງ​ໄດ້​ຕັ້ງ​ໄວ້​ສຳ​ລັບ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ, ນັ້ນ​ຄື ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ. … ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ເອງ ໄດ້​ກ່າວ​ວ່າ, ‘ສາດ​ສະ​ໜາ​ຈັກ​ຂອງ​ເຮົາ​ຈະ​ຕ້ອງ​ຖືກ​ເອີ້ນ​ຕາມ​ນັ້ນ.’” ແລ້ວ​ປະ​ທານ​ແນວ​ສັນ​ໄດ້​ກ່າວ​ຊ້ຳ​ວ່າ, “ຊື່​ຂອງ​ສາດ​ສະ​ໜາ​ຈັກບໍ່​ສາ​ມາດ​ຕໍ່​ລອງ​ໄດ້.”4

ຄຳ​ຖາມ​ທີ່​ດີ

ແລ້ວ​ກໍ​ມີ​ຄຳ​ຖາມ​ທີ່​ດີ​ວ່າ: ເປັນ​ຫຍັງ​ຈຶ່ງ​ເປັນ​ເວ​ລາ​ນີ້, ເມື່ອ​ເປັນ​ເວ​ລາ​ຫລາຍ​ທົດ​ສະ​ວັດ ເຮົາ​ໄດ້​ຍອມ​ຮັບ​ຊື່​ຫລິ້ນ “ມໍ​ມອນ”? “ກຸ່ມ​ນັກ​ຮ້ອງ Mormon Tabernacle,” ວິ​ດີ​ໂອ​ໂຄ​ສະ​ນາ “I’m a Mormon [ເຮົາ​ເປັນ​ຄົນ​ມໍ​ມອນ],” ເພງ​ປະ​ຖົມ​ໄວ​ຊື່ “I Am a Mormon Boy [ເຮົາ​ເປັນ​ເດັກ​ມໍ​ມອນ]”?

ຄຳ​ສອນ​ຂອງ​ພຣະ​ຄຣິດ​ບໍ່​ປ່ຽນ​ແປງ ແລະ ເປັນ​ນິດ. ແຕ່​ຂັ້ນ​ຕອນ​ສະ​ເພາະ ແລະ ສຳ​ຄັນ​ຂອງ​ວຽກ​ງານ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ກໍ​ຖືກ​ເປີດ​ເຜີຍ​ໃນ​ເວ​ລາ​ທີ່​ເໝາະ​ສົມ​ຂອງ​ມັນ. ມື້​ເຊົ້າ​ນີ້​ປະ​ທານ​ແນວ​ສັນ​ໄດ້​ກ່າວ​ວ່າ, “ການ​ຟື້ນ​ຟູ​ແມ່ນ​ຂະ​ບວນ​ການ, ບໍ່​ແມ່ນ​ເຫດ​ການ​ໃດ​ໜຶ່ງ.”5 ແລະ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ວ່າ, “ທຸກ​ສິ່ງ​ຕ້ອງ​ເກີດ​ຂຶ້ນ​ໃນ​ເວ​ລາ​ຂອງ​ມັນ.”6 ບັດ​ນີ້​ມັນ​ເປັນ​ເວ​ລາ​ຂອງ​ເຮົາ, ແລະ ເຮົາ​ຕ້ອງ​ສະ​ຖາ​ປະ​ນາ​ຊື່​ທີ່​ຖືກ​ເປີດ​ເຜີຍ​ຂອງ​ສາດ​ສະ​ໜາ​ຈັກ​ຄືນ​ໃໝ່.

ເອ​ກະ​ລັກ ແລະ ຈຸດ​ໝາຍ​ປາຍ​ທາງ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ​ຮຽກ​ຮ້ອງ​ໃຫ້​ເຮົາ​ຖືກ​ເອີ້ນ​ຕາມ​ພຣະ​ນາມ​ຂອງ​ພຣະ​ອົງ. ເມື່ອ​ບໍ່​ດົນ​ມາ​ນີ້ ຂ້າ​ພະ​ເຈົ້າ​ໄດ້​ຢູ່​ທີ່​ເມືອງ​ເຄີດ​ແລນ, ລັດ​ໂອ​ໄຮ​ໂອ, ບ່ອນ​ທີ່​ສາດ​ສະ​ດາ​ໂຈ​ເຊັບ ສະ​ມິດ ໄດ້​ທຳ​ນາຍ​ແກ່​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ບໍ່​ເທົ່າ​ໃດ​ຄົນ​ວ່າ, “ສາດ​ສະ​ໜາ​ຈັກ​ນີ້​ຈະ​ອອກ​ໄປ​ຈົນ​ເຕັມ​ທະ​ວີບ​ອາ​ເມ​ຣິ​ກາ​ເໜືອ ແລະ ໃຕ້—ມັນ​ຈະ​ອອກ​ໄປ​ຈົນ​ເຕັມ​ແຜ່ນ​ດິນ​ໂລກ.”7 ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ບັນ​ຍາຍ​ວຽກ​ງານ​ຂອງ​ຍຸກ​ສະ​ໄໝ​ນີ້ ວ່າ​ເປັນ “ວຽກ​ງານ​ທີ່​ແປກ​ປະ​ຫລາດ ແລະ ອັດ​ສະ​ຈັນ.”8 ພຣະ​ອົງ​ໄດ້​ກ່າວ​ເຖິງ “ພັນ​ທະ​ສັນ​ຍາ [ທີ່​ຈະ] ເກີດ​ເປັນ​ຈິງ​ໃນ​ວັນ​ເວ​ລາ​ສຸດ​ທ້າຍ,” ອະ​ນຸ​ຍາດ​ໃຫ້ “ທຸກ​ຕະ​ກຸນ​ຂອງ … ແຜ່ນ​ດິນ​ໂລກ​ໄດ້​ຮັບ​ພອນ.”9

ຖ້ອຍ​ຄຳ​ຂອງ​ກອງ​ປະ​ຊຸມ​ນີ້​ກໍ​ຖືກ​ແປ​ເປັນ 55 ພາ​ສາ. ໃນ​ທີ່​ສຸດ, ຖ້ອຍ​ຄຳ​ເຫລົ່າ​ນີ້​ກໍ​ຈະ​ຖືກ​ຮັບ​ຟັງ ແລະ ອ່ານ​ໃນ 98 ພາ​ສາ​ຢູ່​ໃນ 220 ກວ່າ​ປະ​ເທດ ແລະ ເຂດ​ແດນ.

ຮູບ​ພາບ
ການ​ສະ​ເດັດ​ມາ​ຄັ້ງ​ທີ​ສອງ

ເມື່ອ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ສະ​ເດັດ​ຄືນ​ມາ​ໃນ​ເດ​ຊາ​ນຸ​ພາບ ແລະ ລັດ​ສະ​ໝີ​ພາບ, ສະ​ມາ​ຊິກ​ທີ່​ຊື່​ສັດ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ ຈະ​ຢູ່​ທ່າມ​ກາງ​ທຸກ​ປະ​ຊາ​ຊາດ, ທຸກ​ຜູ້​ຄົນ, ທຸກ​ເຊື້ອ​ຊາດ, ແລະ ທຸກ​ວັດ​ທະ​ນະ​ທຳ​ຂອງ​ໂລກ.

ອິດ​ທິ​ພົນ​ທີ່​ເພີ່ມ​ຂຶ້ນ​ຂອງ​ສາດ​ສະ​ໜາ​ຈັກ

ອິດ​ທິ​ພົນ​ຂອງ​ສາດ​ສະ​ໜາ​ຈັກ​ທີ່​ຟື້ນ​ຟູ​ຂອງ​ພຣະ​ເຢ​ຊູ​ຄຣິດ ຈະ​ບໍ່​ມີ​ຢູ່​ພຽງ​ແຕ່​ໃນ​ຜູ້​ຄົນ​ທີ່​ເປັນ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ເທົ່າ​ນັ້ນ. ເປັນ​ເພາະ​ການ​ສະ​ແດງ​ໃຫ້​ປະ​ຈັກ​ຈາກ​ສະ​ຫວັນ​ໃນ​ວັນ​ເວ​ລາ​ຂອງ​ເຮົາ, ເປັນ​ເພາະ​ພຣະ​ຄຳ​ພີ​ທີ່​ສັກ​ສິດ​ໄດ້​ຖືກ​ຟື້ນ​ຟູ​ສູ່​ແຜ່ນ​ດິນ​ໂລກ, ແລະ ຂອງ​ປະ​ທານ​ທີ່​ມີ​ພະ​ລັງ​ແຫ່ງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ, ເຮົາ​ຈະ​ເປັນ​ແສງ​ສະ​ຫວ່າງ​ຢູ່​ເທິງ​ເນີນ​ພູ ຂະ​ນະ​ທີ່​ຄວາມ​ບໍ່​ເຊື່ອ​ໃນ​ພຣະ​ເຢ​ຊູ​ຄຣິດ​ຈະ​ເຮັດ​ໃຫ້​ໂລກ​ມືດ​ມົວ. ເຖິງ​ແມ່ນ​ວ່າ​ຫລາຍ​ຄົນ​ຈະ​ປ່ອຍ​ໃຫ້​ໂລກ​ເຮັດ​ໃຫ້​ເຂົາ​ເຈົ້າ​ສົງ​ໄສ​ສັດ​ທາ​ຂອງ​ເຂົາ​ເຈົ້າ​ທີ່​ມີ​ໃນ​ພຣະ​ຜູ້​ໄຖ່, ເຮົາ​ຈະ “ບໍ່​ຖືກ​ຍ້າຍ​ອອກ​ໄປ​ຈາກ​ບ່ອນ [ຂອງ​ເຮົາ].”10 ຊາວ​ຄຣິດ​ທີ່​ບໍ່​ໄດ້​ເປັນ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ເຮົາ​ຈະ​ຕ້ອນ​ຮັບ​ບົດ​ບາດ​ຂອງ​ເຮົາ ແລະ ພະ​ຍານ​ທີ່​ແນ່​ນອນ​ຂອງ​ເຮົາ​ເຖິງ​ພຣະ​ຄຣິດ. ແມ່ນ​ແຕ່​ຊາວ​ຄຣິດ​ເຫລົ່າ​ນັ້ນ ຜູ້​ທີ່​ເບິ່ງ​ເຮົາ​ດ້ວຍ​ຄວາມ​ສົງ​ໄສ ກໍ​ຈະ​ຍອມ​ຮັບ​ເຮົາ​ເປັນ​ເພື່ອນ. ໃນ​ວັນ​ເວ​ລາ​ທີ່​ຈະ​ມາ​ເຖິງ​ນັ້ນ, ເຮົາ​ຈະ​ຖືກ​ເອີ້ນ​ຕາມ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ.

ຂໍ​ຂອບ​ໃຈ​ສຳ​ລັບ​ຄວາມ​ພະ​ຍາ​ຍາມ​ທີ່​ສູງ​ສົ່ງ​ຂອງ​ທ່ານ ທີ່​ຈະ​ສົ່ງ​ເສີມ​ຊື່​ແທ້​ຂອງ​ສາດ​ສະ​ໜາ​ຈັກ. ຢູ່​ທີ່​ກອງ​ປະ​ຊຸມ​ໃຫຍ່​ເມື່ອ​ສາມ​ປີ​ກ່ອນ, ປະ​ທານ​ແນວ​ສັນ​ໄດ້​ສັນ​ຍາ​ກັບ​ເຮົາ​ວ່າ “ຄວາມ​ຕັ້ງ​ໃຈ​ທີ່​ລະ​ມັດ​ລະ​ວັງ​ຂອງ​ເຮົາ ທີ່​ຈະ​ເອີ້ນ​ຊື່​ທີ່​ຖືກ​ຕ້ອງ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ … [ຈະ​ເຮັດ​ໃຫ້​ເຮົາ] ມີ​ສັດ​ທາ​ຫລາຍ​ຂຶ້ນ ແລະ ໄດ້​ຮັບ​ພະ​ລັງ​ທາງ​ວິນ​ຍານ​ທີ່​ຍິ່ງ​ໃຫຍ່​ກວ່າ.”11

ຄຳ​ສັນ​ຍາ​ນີ້​ກໍ​ບັນ​ລຸ​ຜົນ​ສຳ​ເລັດ​ແລ້ວ​ໂດຍ​ສາ​ນຸ​ສິດ​ທີ່​ອຸ​ທິດ​ຕົນ​ຕະ​ຫລອດ​ທົ່ວ​ໂລກ.12

ບຣາ​ເດີ ລາວ​ຣີ ອາ​ໂຮ​ລາ ຈາກ​ສະ​ຫະ​ລັດ​ພາກ​ຕາ​ເວັນ​ອອກ ຍອມ​ຮັບ​ວ່າ ບາງ​ເທື່ອ​ລາວ​ພົບ​ເຫັນ​ວ່າ​ມັນ​ອຶດ​ອັດ​ໃຈ​ທີ່​ຈະ​ບອກ​ຊື່​ເຕັມ​ຂອງ​ສາດ​ສະ​ໜາ​ຈັກ. ແຕ່​ເພາະ​ມັນ​ເປັນ​ຄຳ​ແນະ​ນຳ​ຂອງ​ສາດ​ສະ​ດາ, ລາວ​ຈຶ່ງ​ພະ​ຍາ​ຍາມ​ຕໍ່​ໄປ. ມີ​ໂອ​ກາດ​ໜຶ່ງ, ລາວ​ໄດ້​ໄປ​ຢາມ​ເພື່ອນ​ຢູ່​ໂບດ​ຂອງ​ສາດ​ສະ​ໜາ​ອື່ນ. ຕໍ່​ໄປ​ນີ້​ແມ່ນ​ຖ້ອຍ​ຄຳ​ຂອງ​ລາວ:

“ຄົນ​ທີ່​ຮູ້​ຈັກ​ກັນ​ໄດ້​ຖາມ​ວ່າ, “ເຈົ້າ​ເປັນ​ຄົນ​ມໍ​ມອນ​ບໍ?”

“ຂ້າ​ພະ​ເຈົ້າ​ໄດ້​ຕອບ​ວ່າ, ‘ແມ່ນ​ແລ້ວ, ຂ້ອຍ​ເປັນ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ.’ ລາວ​ໄດ້​ເລີ່ມ​ຖາມ​ຄຳ​ຖາມ​ອີກ​ຫລາຍ​ຂໍ້, ແຕ່​ລະ​ຂໍ້​ເລີ່ມ​ດ້ວຍ​ຖ້ອຍ​ຄຳ​ທີ່​ວ່າ: ‘ສາດ​ສະ​ໜາ​ຈັກ​ມໍ​ມອນ​ເຊື່ອ … ?’ ແລະ ແຕ່​ລະ​ເທື່ອ, ຂ້າ​ພະ​ເຈົ້າ​ກໍ​ໄດ້​ຕອບ​ໄປ​ດ້ວຍ​ວະ​ລີ​ທີ່​ວ່າ: ‘ໃນ​ສາດ​ສະ​ໜາ​ຈັກ​ທີ່​ຟື້ນ​ຟູ​ຂອງ [ພຣະ​ເຢ​ຊູ] ຄຣິດ, ເຮົາ​ເຊື່ອ …’

“… ເມື່ອ​ລາວ​ເຫັນ​ໄດ້​ວ່າ ຂ້າ​ພະ​ເຈົ້າ​ບໍ່​ໄດ້​ຍອມ​ຮັບ​ຊື່ ‘ມໍ​ມອນ,’ ລາວ​ກໍ​ໄດ້​ຖາມ​ຕົງໆ​ວ່າ, ‘ເຈົ້າ​ບໍ່​ໄດ້​ເປັນ​ມໍ​ມອນ​ບໍ?’

“ສະ​ນັ້ນ​ຂ້າ​ພະ​ເຈົ້າ​ກໍ​ໄດ້​ຖາມ​ລາວ​ຖ້າ​ຫາກ​ລາວ​ຮູ້​ບໍ​ວ່າ​ມໍ​ມອນ​ເປັນ​ໃຜ—ລາວ​ບໍ່​ຮູ້. ຂ້າ​ພະ​ເຈົ້າ​ໄດ້​ບອກ​ລາວ​ວ່າ ມໍ​ມອນ​ເປັນ​ສາດ​ສະ​ດາ … [ແລະ ຂ້າ​ພະ​ເຈົ້າ​ກໍ] ຮູ້​ວ່າ​ເປັນ​ກຽດ​ທີ່​ມີ​ສ່ວນ​ກ່ຽວ​ຂ້ອງ​ກັບ [ເພິ່ນ].

“‘ແຕ່,’ ຂ້າ​ພະ​ເຈົ້າ​ໄດ້​ກ່າວ​ຕໍ່​ໄປ​ວ່າ, ‘ມໍ​ມອນ​ບໍ່​ໄດ້​ຕາຍ​ເພື່ອ​ບາບ​ຂອງ​ຂ້ອຍ. ມໍ​ມອນ​ບໍ່​ໄດ້ … ທົນ​ທຸກ​ທໍ​ລະ​ມານ​ຢູ່​ທີ່​ສວນ​ເຄັດ​ເຊ​ມາ​ເນ ຫລື ຕາຍ​ຢູ່​ເທິງ​ໄມ້​ກາງ​ແຂນ [ແທນ​ຂ້ອຍ]. … ພຣະ​ເຢ​ຊູ​ຄຣິດ​ເປັນ​ພຣະ​ເຈົ້າ ແລະ ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ຂ້ອຍ. … ແລະ ໃນ​ພຣະ​ນາມ​ຂອງ​ພຣະ​ອົງ​ທີ່​ຂ້ອຍ​ຢາກ​ເປັນ​ທີ່​ຮູ້​ຈັກ​ກັນ. …’

ຫລັງ​ຈາກ​ສອງ​ສາມ​ວິ​ນາ​ທີ​ໃນ​ຄວາມ​ງຽບ, [ເພື່ອນ​ຄົນ​ນັ້ນ​ໄດ້​ເປັ່ງ​ສຽງ​ວ່າ], ‘ຖ້າ​ແນວ​ນັ້ນ, ເຈົ້າ​ກໍ​ເປັນ​ຄົນ​ຄຣິດ​ສະ​ຕຽນ ຊັ້ນ​ນ່າ!’”13

ຮູບ​ພາບ
ປະ​ທານ​ແນວ​ສັນ​ໃນ​ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ

ຈື່​ຈຳ​ຖ້ອຍ​ຄຳ​ຂອງ​ປະ​ທານ​ແນວ​ສັນ​ໄດ້​ບໍ? “ຂ້າ​ພະ​ເຈົ້າ​ສັນ​ຍາ​ວ່າ ຖ້າ​ຫາກ​ເຮົາ​ເຮັດ​ໃຫ້​ດີ​ທີ່​ສຸດ ໃນ​ການ​ເອີ້ນ​ຊື່​ທີ່​ຖືກ​ຕ້ອງ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ແລ້ວ​ພຣະ​ອົງ ຜູ້​ເປັນ​ເຈົ້າ​ຂອງ​ສາດ​ສະ​ໜາ​ຈັກ ຈະ​ຖອກ​ເທ​ອຳ​ນາດ ແລະ ພອນ​ຂອງ​ພຣະ​ອົງ​ລົງ​ມາ​ເທິງ​ຫົວ​ຂອງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ​ໃນ​ວິ​ທີ​ທີ່​ເຮົາ​ບໍ່​ເຄີຍ​ເຫັນ​ມາ​ກ່ອນ.”14

ພຣະ​ຜູ້​ເປັນ​ເຈົ້າ​ຈະ​ເປີດ​ທາງ​ສະ​ເໝີ

ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຮັກ​ສາ​ຄຳ​ສັນ​ຍາ​ຂອງ​ພຣະ​ອົງ​ສະ​ເໝີ. ພຣະ​ອົງ​ຈະ​ເປີດ​ທາງ​ໃຫ້​ເຮົາ​ສະ​ເໝີ ຂະ​ນະ​ທີ່​ເຮົາ​ເຮັດ​ວຽກ​ງານ​ຂອງ​ພຣະ​ອົງ.

ເປັນ​ເວ​ລາ​ຫລາຍ​ປີ​ທີ່​ພວກ​ເຮົາ​ຫວັງ​ທີ່​ຈະ​ຊື້ ຊື່​ໂດ​ເມນ​ເວັບ​ໄຊ ChurchofJesusChrist.org ແລະ ChurchofJesusChrist.com. ໃນ​ອິນ​ເຕີ​ເນັດ. ທັງ​ສອງ​ຢ່າງ​ບໍ່​ມີ​ຂາຍ. ໃກ້​ຕອນ​ທີ່​ປະ​ທານ​ແນວ​ສັນ​ຈະ​ປະ​ກາດ, ທັນ​ໃດ​ນັ້ນ ທັງ​ສອງ​ຢ່າງ​ກໍ​ມີ​ຂາຍ. ມັນ​ເປັນ​ສິ່ງ​ມະ​ຫັດ​ສະ​ຈັນ.15

ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຂະ​ຫຍາຍ​ຄວາມ​ພະ​ຍາ​ຍາມ​ຂອງ​ເຮົາ ໃນ​ການ​ແກ້​ໄຂ​ຊື່​ທີ່​ຕິດ​ມາ​ກັບ​ສາດ​ສະ​ໜາ​ຈັກ​ເປັນ​ເວ​ລາ​ດົນ​ນານ.

ໃນ​ການ​ດຳ​ເນີນ​ໄປ​ໜ້າ​ດ້ວຍ​ສັດ​ທາ, ຊື່​ຂອງ​ກຸ່ມ​ນັກ​ຮ້ອງ ມໍ​ມອນ​ແທັບ​ເບິ​ແນັກ​ໂກ ກໍ​ປ່ຽນ​ມາ​ເປັນ ກຸ່ມ​ນັກ​ຮ້ອງ​ແທັບ​ເບິ​ແນັກ​ໂກ​ທີ່​ບໍ​ລິ​ເວນ​ພຣະ​ວິ​ຫານ. ເວັບ​ໄຊ LDS.org, ຊຶ່ງ​ມີ​ຜູ້​ເຂົ້າ​ຊົມ​ຫລາຍ​ກວ່າ 21 ລ້ານ​ຄົນ​ແຕ່​ລະ​ເດືອນ, ກໍ​ໄດ້​ປ່ຽນ​ມາ​ເປັນ ChurchofJesusChrist.org.16 ຊື່​ຂອງ LDS Business College ກໍ​ປ່ຽນ​ມາ​ເປັນ Ensign College. ເວັບ​ໄຊ Mormon.org ໄດ້​ຖືກ​ສົ່ງ​ຕໍ່​ໄປ​ທີ່ ChurchofJesusChrist.org. ຜະ​ລິດ​ຕະ​ພັນ​ຫລາຍ​ກວ່າ​ພັນ​ຢ່າງ​ທີ່​ມີ​ຊື່ “ມໍ​ມອນ” ຫລື “LDS” ກໍ​ປ່ຽນ​ແລ້ວ. ໄພ່​ພົນ​ຍຸກ​ສຸດ​ທ້າຍ​ທີ່​ຊື່​ສັດ​ກໍ​ໄດ້​ປັບ​ປ່ຽນ​ເວັບ​ໄຊ, ພອດ​ແຄສ໌, ແລະ ບັນ​ຊີ ທວີດ​ເຕີ ຂອງ​ເຂົາ​ເຈົ້າ.

ຮູບ​ພາບ
ສັນ​ຍາ​ລັກ​ໃໝ່​ຂອງ​ສາດ​ສະ​ໜາ​ຈັກ

ພວກ​ເຮົາ​ໄດ້​ນຳ​ໃຊ້​ສັນ​ຍາ​ລັກ​ໃໝ່​ທີ່​ເຈາະ​ຈົງ​ຢູ່​ທີ່​ພຣະ​ເຢ​ຊູ​ຄຣິດ.

ຢູ່​ທາງ​ກາງ​ຂອງ​ສັນ​ຍາ​ລັກ ມີ​ຮູບ​ທີ່​ທ່ານ​ທໍ​ວາ​ເຊັນ ໄດ້​ແກະ​ສະ​ຫລັກ​ຈາກ​ຫີນ​ອ່ອນ​ເພື່ອ​ເຮັດ​ເປັນ​ຮູບ​ປັ້ນ ພຣະ​ຄຣິດ. ມັນ​ເປັນ​ພາບ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຜູ້​ຟື້ນ​ຊີບ, ທີ່​ຊົງ​ພຣະ​ຊົນ ກຳ​ລັງ​ເອື້ອມ​ອອກ​ໄປ​ໂອບ​ກອດ​ທຸກ​ຄົນ​ທີ່​ຈະ​ມາ​ຫາ​ພຣະ​ອົງ.

“ຕາມ​ສັນ​ຍາ​ລັກ, ພຣະ​ເຢ​ຊູ​ຄຣິດ​ຢືນ​ຢູ່​ກ້ອງ​ປະ​ຕູ​ໂຂງ [ເຕືອນ] ເຮົາ​ເຖິງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ທີ່​ຟື້ນ​ຄືນ​ພຣະ​ຊົນ​ແລ້ວ​ກຳ​ລັງ​ອອກ​ມາ​ຈາກ​ອຸບ​ມຸງ.”17

ຮູບ​ພາບ
ຊື່​ຂອງ​ສາດ​ສະ​ໜາ​ຈັກ​ໃນ​ຫລາຍ​ພາ​ສາ
ຮູບ​ພາບ
ຊື່​ຂອງ​ສາດ​ສະ​ໜາ​ຈັກ​ໃນ​ຫລາຍ​ພາ​ສາ​ອື່ນ​ອີກ

ສັນ​ຍາ​ລັກ​ໃໝ່​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ ກໍ​ໄດ້​ຖືກ​ດັດ​ແປງ​ຫລາຍ​ກວ່າ 50 ພາ​ສາ. ຊື່​ໂດ​ເມນ​ໃໝ່ ກໍ​ມີ​ຕະ​ຫລອດ​ທົ່ວ​ໂລກ.

ຄວາມ​ກະ​ຕັນ​ຍູ​ສຳ​ລັບ​ຄວາມ​ຊ່ວຍ​ເຫລືອ​ຂອງ​ຄົນ​ອື່ນ

ພວກ​ເຮົາ​ຂໍ​ຂອບ​ໃຈ​ຜູ້​ຄົນ​ທີ່​ດີ ແລະ ມີ​ພະ​ຄຸນ​ທັງ​ຫລາຍ ຜູ້​ທີ່​ນັບ​ຖື​ຄວາມ​ປາດ​ຖະ​ໜາ​ຂອງ​ພວກ​ເຮົາ ທີ່​ຈະ​ຖືກ​ເອີ້ນ​ຕາມ​ຊື່​ທີ່​ຖືກ​ຕ້ອງ​ຂອງ​ພວກ​ເຮົາ. ເມື່ອ​ບໍ່​ດົນ​ມາ​ນີ້ ຂ້າ​ພະ​ເຈົ້າ​ໄດ້​ອ່ານ​ບົດ​ຄວາມ​ໜຶ່ງ​ທີ່​ອ້າງ​ເຖິງ​ຄຸນ​ພໍ່​ກາ​ໂຕ​ລິກ ຜູ້​ໄດ້​ກ່າວ​ເຖິງ “ໄພ່​ພົນ​ຍຸກ​ສຸດ​ທ້າຍ.”18 ຕອນ​ຂ້າ​ພະ​ເຈົ້າ​ໄດ້​ໄປ​ຢ້ຽມ​ຢາມ​ຜູ້​ນຳ​ຂອງ​ສາດ​ສະ​ໜາ​ຈັກ​ຊາວ​ຄຣິດ​ແຫ່ງ​ໜຶ່ງ​ເດືອນ​ແລ້ວ​ນີ້ ໃນ​ສະ​ຫະ​ລັດ​ພາກ​ຕາ​ເວັນ​ອອກ, ເພິ່ນ​ໄດ້​ກ່າວ​ເຖິງ​ສາດ​ສະ​ໜາ​ຈັກ​ເປັນ​ເທື່ອ​ທຳ​ອິດ​ດ້ວຍ​ຊື່​ເຕັມ, ແລະ ຕໍ່​ຈາກ​ນັ້ນ ກໍ​ໄດ້​ເອີ້ນ​ຫລາຍ​ເທື່ອ​ວ່າ “ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ.”

ພວກ​ເຮົາ​ຮັບ​ຮູ້​ວ່າ​ການ​ຕື່ມ​ອີກ​ຫົກ​ຄຳ​ໃສ່​ຊື່​ຂອງ​ພວກ​ເຮົາ​ຈະ​ບໍ່​ເປັນ​ເລື່ອງ​ງ່າຍ​ສຳ​ລັບ​ໜ່ວຍ​ສື່​ສານ, ແຕ່ ດັ່ງ​ທີ່​ປະ​ທານ​ແນວ​ສັນ​ໄດ້​ບອກ​ລ່ວງ​ໜ້າ​ວ່າ “ໜ່ວຍ​ສື່​ສານ​ທີ່​ຮູ້​ຈັກ​ຮັບ​ຜິດ​ຊອບ ຈະ​ເຂົ້າ​ໃຈ​ຕໍ່​ຄຳ​ຮຽກ​ຮ້ອງ​ນີ້.”19 ຂໍ​ຂອບ​ໃຈ​ທີ່​ໃຫ້​ການ​ພິ​ຈາ​ລະ​ນາ​ອັນ​ດຽວ​ກັນ​ທີ່​ໃຫ້​ແກ່​ອົງ​ການ​ວັດ​ທະ​ນະ​ທຳ, ກິ​ລາ, ການ​ເມືອງ, ຫລື ຊຸມ​ຊົນ ໂດຍ​ການ​ໃຊ້​ຊື່​ທີ່​ພວກ​ເຮົາ​ເລືອກ​ໃຊ້.

ຈະ​ມີ​ຜູ້​ຄົນ​ທີ່​ຫວັງ​ຈະ​ລົບ​ກວນ ຫລື ລົດ​ຄວາມ​ຈິງ​ຈັງ​ຂອງ​ພາ​ລະ​ກິດ​ຂອງ​ເຮົາ, ທີ່​ຈະ​ເອີ້ນ​ເຮົາ​ຕາມ​ຊື່ “ຊາວ​ມໍ​ມອນ” ຫລື “ໂບດ​ມໍ​ມອນ” ຕໍ່​ໄປ. ດ້ວຍ​ຄວາມ​ສຸ​ພາບ, ພວກ​ເຮົາ​ຂໍ​ຮ້ອງ​ໃຫ້​ໜ່ວຍ​ສື່​ສານ ຈົ່ງ​ໃຫ້​ກຽດ​ແກ່​ຄວາມ​ປາດ​ຖະ​ໜາ​ຂອງ​ພວກ​ເຮົາ​ທີ່​ຈະ​ຖືກ​ເອີ້ນ​ຕາມ​ຊື່​ທີ່​ເປັນ​ຊື່​ຂອງ​ພວກ​ເຮົາ​ມາ​ເກືອບ 200 ປີ​ແລ້ວ.

ຄວາມ​ກ້າ​ຫານ​ຂອງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ

ມີ​ໄພ່​ພົນ​ເປັນ​ຈຳ​ນວນ​ຫລາຍ​ພັນ​ຄົນ ຜູ້​ທີ່​ໄດ້​ປະ​ກາດ​ຊື່​ຂອງ​ສາດ​ສະ​ໜາ​ຈັກ​ຢ່າງ​ກ້າ​ຫານ. ຂະ​ນະ​ທີ່​ເຮົາ​ເຮັດ​ພາກ​ສ່ວນ​ຂອງ​ເຮົາ, ຄົນ​ອື່ນ​ກໍ​ຈະ​ເຮັດ​ຕາມ. ຂ້າ​ພະ​ເຈົ້າ​ມັກ​ເລື່ອງ​ລາວ​ນີ້ ຈາກ​ປະ​ເທດ​ຕາ​ຮີ​ຕີ.

ນາງ​ອິ​ຣີ​ອູ​ຣາ ຊອງ ອາ​ຍຸ 10 ປີ ຕັ້ງ​ໃຈ​ທີ່​ຈະ​ເຮັດ​ຕາມ​ຄຳ​ແນະ​ນຳ​ຂອງ​ປະ​ທານ​ແນວ​ສັນ.

“ຢູ່​ໃນ​ຫ້ອງ​ຮຽນ​ຂອງ​ນາງ ເຂົາ​ເຈົ້າ​ໄດ້​ສົນ​ທະ​ນາ​ວັນ​ທ້າຍ​ອາ​ທິດ​ຂອງ​ພວກ​ເຂົາ … ແລະ ນາງ​ອິ​ຣີ​ອູ​ຣາ​ໄດ້​ເວົ້າ​ກ່ຽວ​ກັບ … ສາດ​ສະ​ໜາ​ຈັກ.

“ວາ​ອິ​ເຕ ພີ​ຟາວ ຄູ​ຂອງ​ນາງ, ໄດ້​ເວົ້າ​ວ່າ, ‘ໂອ້, ເຈົ້າ​ເປັນ​ຄົນ​ມໍ​ມອນ​ເນາະ?’

“ນາງ​ອິ​ຣີ​ອູ​ຣາ​ໄດ້​ປະ​ກາດ​ຢ່າງ​ອາດ​ຫານ​ວ່າ, ‘ບໍ່, … ຂ້າ​ນ້ອຍ​ເປັນ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ!’

“ຄູ​ຂອງ​ນາງ​ໄດ້​ຕອບ​ວ່າ, ‘ແມ່ນ​ແລ້ວ, … ເຈົ້າ​ເປັນ​ຄົນ​ມໍ​ມອນ.’

“ນາງ​ອິ​ຣີ​ອູ​ຣາ​ໄດ້​ຢືນ​ຢັນ​ວ່າ, ‘ບໍ່​ນາຍ​ຄູ, ຂ້າ​ນ້ອຍ​ເປັນ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ!’

“ຄູ​ພີ​ຟາວ​ກໍ​ປະ​ທັບ​ໃຈ​ກັບ​ຄວາມ​ເຊື່ອ​ໝັ້ນ​ຂອງ​ນາງ​ອິ​ຣີ​ອູ​ຣາ ແລະ ໄດ້​ຄິດ​ວ່າ​ເປັນ​ຫຍັງ​ນາງ​ຈຶ່ງ​ບໍ່​ຫວັ່ນ​ໄຫວ​ໃນ​ການ​ນຳ​ໃຊ້​ຊື່​ຍາວໆ​ນັ້ນ ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ນາງ. [ລາວ​ຈຶ່ງ​ໄດ້​ຕັດ​ສິນ​ໃຈ​ຮຽນ​ຮູ້​ຕື່ມ​ອີກ​ກ່ຽວ​ກັບ​ສາດ​ສະ​ໜາ​ຈັກ.]

“[ຕໍ່​ມາ, ຖືກ​ເອີ້ນ​ວ່າ ຊິດ​ສະ​ເຕີ] ວາ​ອິ​ເຕ ພີ​ຟາວ ທີ່​ໄດ້​ຮັບ​ບັບ​ຕິ​ສະ​ມາ​ແລ້ວ [ລາວ​ໄດ້​ສະ​ແດງ​ຄວາມ​ກະ​ຕັນ​ຍູ] ທີ່​ນາງ​ອິ​ຣີ​ອູ​ຣາ​ໄດ້​ເຮັດ​ຕາມ​ຄຳ​ແນະ​ນຳ​ຂອງ​ປະ​ທານ​ແນວ​ສັນ.”20

ຮູບ​ພາບ
ເອື້ອຍ​ນ້ອງ​ຜູ້​ໄດ້​ຮຽນ​ຮູ້​ກ່ຽວ​ກັບ​ສາດ​ສະ​ໜາ​ຈັກ ຍ້ອນ​ນັກ​ຮຽນ​ຂອງ​ລາວ

“ຊື່​ຂອງ​ສາດ​ສະ​ໜາ​ຈັກ​ບໍ່​ສາ​ມາດ​ຕໍ່​ລອງ​ໄດ້.” ຂໍ​ໃຫ້​ເຮົາ​ຈົ່ງ​ດຳ​ເນີນ​ໄປ​ໜ້າ​ດ້ວຍ​ສັດ​ທາ. ເມື່ອ​ເຮົາ​ເຕັມ​ໃຈ​ທີ່​ຈະ​ເຮັດ​ຕາມ​ຄຳ​ແນະ​ນຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ດັ່ງ​ທີ່​ຖືກ​ເປີດ​ເຜີຍ​ຜ່ານ​ທາງ​ສາດ​ສະ​ດາ​ທີ່​ມີ​ຊີ​ວິດ​ຢູ່​ຂອງ​ພຣະ​ອົງ, ໂດຍ​ສະ​ເພາະ ຖ້າ​ມັນ​ຂັດ​ກັບ​ຄວາມ​ຄິດ​ເບື້ອງ​ຕົ້ນ​ຂອງ​ເຮົາ, ທີ່​ຮຽກ​ຮ້ອງ​ຄວາມ​ຖ່ອມ​ຕົວ ແລະ ການ​ເສຍ​ສະ​ລະ, ແລ້ວ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ອວຍ​ພອນ​ເຮົາ​ດ້ວຍ​ພະ​ລັງ​ທາງ​ວິນ​ຍານ​ເພີ່ມ​ເຕີມ ແລະ ສົ່ງ​ເຫລົ່າ​ທູດ​ຂອງ​ພຣະ​ອົງ​ມາ​ຊ່ວຍ​ເຮົາ ແລະ ຢູ່​ຄຽງ​ຂ້າງ​ເຮົາ.21 ເຮົາ​ໄດ້​ຮັບ​ການ​ຢືນ​ຢັນ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ ແລະ ຄວາມ​ເຫັນ​ຊອບ​ຈາກ​ພຣະ​ອົງ.

ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ເຖິງ​ອຳ​ນາດ​ຈາກ​ສະ​ຫວັນ ທີ່​ຢູ່​ກັບ​ສາດ​ສະ​ດາ​ທີ່​ຮັກ​ແພງ​ຂອງ​ເຮົາ, ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ. ຄວາມ​ປາດ​ຖະ​ໜາ​ສູງ​ສຸດ​ຂອງ​ເພິ່ນ​ແມ່ນ​ທີ່​ຈະ​ໃຫ້​ພຣະ​ຜູ້​ເປັນ​ເຈົ້າ​ພໍ​ພຣະ​ໄທ ແລະ ອວຍ​ພອນ​ລູກໆ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ທຸກໆ​ຄົນ. ຈາກ​ປະ​ສົບ​ການ​ສ່ວນ​ຕົວ ແລະ ສັກ​ສິດ, ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ເຖິງ​ຄວາມ​ຮັກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ທີ່​ມີ​ຕໍ່​ເພິ່ນ. ເພິ່ນ​ເປັນ​ສາດ​ສະ​ດາ​ຂອງ​ພຣະ​ເຈົ້າ.

ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ພຣະ​ເຢ​ຊູ​ຄື​ພຣະ​ຄຣິດ, ພຣະ​ບຸດ​ຂອງ​ພຣະ​ເຈົ້າ. ໃນ​ພຣະ​ນາມ​ຂອງ​ພຣະ​ເຢຊູ​ຄຣິດ, ອາແມນ.

ແຫລ່ງ​ອ້າງ​ອີງ

  1. ເບິ່ງ 3 ນີ​ໄຟ 27:7–9; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 115:4.

  2. Russell M. Nelson, ໃນ “The Name of the Church,” Newsroom, Aug. 16, 2018, newsroom.ChurchofJesusChrist.org.

  3. President Nelson Discusses the Name of the Church,” Newsroom, Aug. 21, 2018, newsroom.ChurchofJesusChrist.org.

  4. Russell M. Nelson, “The Correct Name of the Church,” Liahona, Nov. 2018, 87.

  5. Russell M. Nelson, “The Temple and Your Spiritual Foundation,” Liahona, Nov. 2021, 94.

  6. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 64:32.

  7. Teachings of Presidents of the Church: Joseph Smith (2007), 137.

  8. 2 ນີ​ໄຟ 27:26.

  9. 1 ນີ​ໄຟ 15:18.

  10. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 101:17.

  11. Russell M. Nelson, “Becoming Exemplary Latter-day Saints,” Liahona, Nov. 2018, 114.

  12. ເບິ່ງ Henry B. Eyring, “Thus Shall My Church Be Called,” Liahona, Oct. 2021, 6–9.

  13. Lauri Ahola, “Using the Full Name of the Church Was Awkward but Worth It” (digital-only article), Liahona, Apr. 2020, ChurchofJesusChrist.org.

  14. Russell M. Nelson, “The Correct Name of the Church,” 89.

  15. ຫ້ອງ​ການ Intellectual Property ຂອງ​ສາດ​ສະ​ໜາ​ຈັກ ໄດ້​ຕິດ​ຕາມ​ກວດ​ກາ​ເບິ່ງ​ຊື່​ໂດ​ເມນ​ຂອງ ChurchofJesusChrist.org ວ່າ​ມີ​ຂາຍ​ບໍ່ ນັບ​ຕັ້ງ​ແຕ່​ປີ 2006, ແຕ່​ມັນ​ຍັງ​ບໍ່​ມີ​ຂາຍ​ເທື່ອ. ໜ້າ​ອັດ​ສະ​ຈັນ​ທີ່​ມັນ​ຖືກ​ຈ່າວ​ຂາຍ ໃນ​ເວ​ລາ​ທີ່​ປະ​ທານ​ແນວ​ສັນ​ກຽມ​ຈະ​ປະ​ກາດ, ແລະ ສາດ​ສະ​ໜາ​ຈັກ​ກໍ​ໄດ້​ຊື້​ເອົາ​ຊື່​ໂດ​ເມນ​ນີ້​ໃນ​ລາ​ຄາ​ທີ່​ຍ່ອມ​ເຍົາ.

    ເຊັ່ນ​ດຽວ​ກັນ, ສາດ​ສະ​ໜາ​ຈັກ​ໄດ້​ເລີ່ມ​ຕົ້ນ​ຕິດ​ຕາມ​ກວດ​ກາ​ເບິ່ງ​ຊື່​ໂດ​ເມນ ChurchofJesusChrist.com ວ່າ​ມີ​ຂາຍ​ບໍ່ ນັບ​ຕັ້ງ​ແຕ່​ປີ 2011. ດ້ວຍ​ຄວາມ​ປະ​ຫລາດ​ໃຈ, ມັນ​ມີ​ຂາຍ​ໃນ​ເດືອນ​ສິງ​ຫາ 2018 ແລະ ກໍ​ໄດ້​ຊື້​ມັນ​ຄື​ກັນ.

  16. ໃນ​ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ຕຸ​ລາ ປີ 2018, ປະ​ທານ​ແນວ​ສັນ​ໄດ້​ກ່າວ​ວ່າ:

    ອ້າຍ​ເອື້ອຍ​ນ້ອງ​ທັງ​ຫລາຍ, ມັນ​ມີ​ການ​ໂຕ້​ຖຽງ​ກັນ​ຢູ່​ໃນ​ໂລກ​ນີ້ ກ່ຽວ​ກັບ​ການ​ກ່າວ​ຊື່​ທີ່​ຖືກ​ຕ້ອງ​ຂອງ​ສາດ​ສະ​ໜາ​ຈັກ. ເພາະ​ໃນ​ໂລກ​ດິ​ຈິ​ຕັນ​ທີ່​ເຮົາ​ອາ​ໄສ​ຢູ່​ນີ້, ແລະ ດ້ວຍ​ການ​ຊອກ​ຫາ​ຂໍ້​ມູນ​ໄດ້​ຢ່າງ​ວ່ອງ​ໄວ—ລວມ​ທັງ​ຂໍ້​ມູນ​ກ່ຽວ​ກັບ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ—ຜູ້​ວິ​ຈານ​ຈຶ່ງ​ກ່າວ​ວ່າ ການ​ແກ້​ໄຂ​ມັນ​ໃນ​ຈຸດ​ນີ້ ແມ່ນ​ບໍ່​ສະ​ຫລາດ. …

    “ຂ້າ​ພະ​ເຈົ້າ​ສັນ​ຍາ​ວ່າ ຖ້າ​ຫາກ​ເຮົາ​ເຮັດ​ໃຫ້​ດີ​ທີ່​ສຸດ ໃນ​ການ​ເອີ້ນ​ຊື່​ທີ່​ຖືກ​ຕ້ອງ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ແລ້ວ​ພຣະ​ອົງ ຜູ້​ເປັນ​ເຈົ້າ​ຂອງ​ສາດ​ສະ​ໜາ​ຈັກ ຈະ​ຖອກ​ເທ​ອຳ​ນາດ ແລະ ພອນ​ຂອງ​ພຣະ​ອົງ​ລົງ​ມາ​ເທິງ​ຫົວ​ຂອງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ​ໃນ​ວິ​ທີ​ທີ່​ເຮົາ​ບໍ່​ເຄີຍ​ເຫັນ​ມາ​ກ່ອນ” (”The Correct Name of the Church,” 88, 89).

    ນັບ​ແຕ່​ໄດ້​ປ່ຽນ​ແປງ​ຊື່ LDS.org ເປັນ ChurchofJesusChrist.org, ສິດ​ອຳ​ນາດ​ຂອງ​ໂດ​ເມນ (ຄວາມ​ສາ​ມາດ ແລະ ພະ​ລັງ​ຂອງ​ເວັບ​ໄຊ​ທີ່​ຈັດ​ລຳ​ດັບ​ໃນ​ເຄື່ອງ​ມື​ຄົ້ນ​ຫາ) ກໍ​ໄວ​ກວ່າ​ທີ່​ຜ່ານ​ມາ. ຍົກ​ຕົວ​ຢ່າງ, ໜ້າ​ຕົ້ນ​ຂອງ ChurchofJesusChrist.org ໃນ​ເວ​ລາ​ນີ້, ແລະ ກໍ​ໄດ້​ໃຊ້​ມາ​ຫລາຍ​ກວ່າ​ໜຶ່ງ​ປີ​ແລ້ວ, ຢູ່​ໃນ​ອັນ​ດັບ​ສູງ​ສຸດ​ໃນ​ສະ​ຫະ​ລັດ ໃນ​ກູ​ເກິ້ນ ເມື່ອ​ບາງ​ຄົນ​ຊອກ​ຫາ​ຄຳ​ວ່າ “church,” ຊຶ່ງ​ແຕກ​ຕ່າງ​ກັບ​ເມື່ອ​ກ່ອນ​ຫລາຍ.

  17. Russell M. Nelson, “Opening the Heavens for Help,” Liahona, May 2020, 73.

  18. ເບິ່ງ Tad Walch, “‘If We Can’t Get Along, It’s Downright Sinful’: The Partnership between Catholics and Latter-day Saints,” Deseret News, July 1, 2021, deseret.com.

  19. Russell M. Nelson, “The Correct Name of the Church,” 89.

  20. The Correct Name of the Church: A Tahitian Story,” Pacific Newsroom, Sept. 15, 2019, news-nz.ChurchofJesusChrist.org.

  21. ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 84:88.