ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ການ​ມີ​ຄ່າ​ຄວນ​ບໍ່​ແມ່ນ​ຄວາມ​ໄຮ້​ທີ່​ຕິ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ຕຸ​ລາ 2021


ການ​ມີ​ຄ່າ​ຄວນ​ບໍ່​ແມ່ນ​ຄວາມ​ໄຮ້​ທີ່​ຕິ

ເມື່ອ​ທ່ານ​ຮູ້​ສຶກ​ວ່າ​ທ່ານ​ລົ້ມ​ເຫລວ​ຫລາຍ​ເທື່ອ​ເກີນ​ກວ່າ​ຈະ​ພະ​ຍາ​ຍາມ​ຕໍ່​ໄປ, ໃຫ້​ຈື່​ຈຳ​ການ​ຊົດ​ໃຊ້​ຂອງ​ພຣະ​ຄຣິດ ແລະ ພຣະ​ຄຸນ​ທີ່​ເຮັດ​ໃຫ້​ເປັນ​ໄປ​ໄດ້​ນັ້ນ​ແທ້​ຈິງ.

ມີ​ເທື່ອ​ໜຶ່ງ ຂ້າ​ພະ​ເຈົ້າ​ໄດ້​ສົ່ງ​ຂໍ້​ຄວາມ​ໄປ​ຫາ​ລູກ​ສາວ ແລະ ລູກ​ເຂີຍ​ຂອງ​ຂ້າ​ພະ​ເຈົ້າ ໂດຍ​ການ​ເວົ້າ​ໃສ່​ມື​ຖື. ຂ້າ​ພະ​ເຈົ້າ​ເວົ້າ, “ພວກ​ເຈົ້າ​ເປັນ​ຈັ່ງ​ໃດ. ພໍ່​ຮັກ​ພວກ​ເຈົ້າ​ເດີ.” ເຂົາ​ເຈົ້າ​ໄດ້​ຮັບ, “ຊັງ​ພວກ​ເຈົ້າ​ເດີ. ຄວນ​ຮັກ​ພວກ​ເຈົ້າ.” ໜ້າ​ປະ​ຫລາດ​ໃຈ​ຫລາຍ​ທີ່​ຂ່າວ​ສານ​ໃນ​ທາງ​ບວກ​ສາ​ມາດ​ເຮັດ​ໃຫ້​ເຂົ້າ​ໃຈ​ຜິດ​ໄດ້​ຢ່າງ​ງ່າຍ​ດາຍ? ນີ້​ຄື​ສິ່ງ​ທີ່​ບາງ​ເທື່ອ​ໄດ້​ເກີດ​ຂຶ້ນ​ກັບ​ຂ່າວ​ສານ​ຂອງ​ພຣະ​ເຈົ້າ ເລື່ອງ​ການ​ກັບ​ໃຈ ແລະ ການ​ມີ​ຄ່າ​ຄວນ.

ບາງ​ຄົນ​ຮັບ​ເອົາ​ຂ່າວ​ສານ​ແບບ​ເຂົ້າ​ໃຈ​ຜິດ​ວ່າ ການ​ກັບ​ໃຈ ແລະ ການ​ປ່ຽນ​ແປງ​ແມ່ນ​ບໍ່​ຈຳ​ເປັນ. ຂ່າວ​ສານ​ຂອງ​ພຣະ​ເຈົ້າ​ຄື ຈຳ​ເປັນ.1 ແຕ່​ພຣະ​ເຈົ້າ​ຍັງ​ຮັກ​ເຮົາ ເຖິງ​ແມ່ນ​ວ່າ​ເຮົາ​ຂາດ​ຕົກ​ບົກ​ພ່ອງ ແມ່ນ​ບໍ? ແນ່​ນອນ. ພຣະ​ອົງ​ຮັກ​ເຮົາ​ຢ່າງ​ຄົບ​ບໍ​ລິ​ບູນ. ຂ້າ​ພະ​ເຈົ້າ​ຮັກ​ຫລານ​ທຸກ​ຄົນ​ຂອງ​ຂ້າ​ພະ​ເຈົ້າ, ທັງ​ຄວາມ​ບໍ່​ດີ​ພ້ອມ ແລະ ອື່ນໆ, ແຕ່​ບໍ່​ໄດ້​ໝາຍ​ຄວາມ​ວ່າ ຂ້າ​ພະ​ເຈົ້າບໍ່​ຢາກ​ໃຫ້​ພວກ​ເຂົາ​ປັບ​ປຸງ​ຕົວ​ເອງ ແລະ ກາຍ​ເປັນ​ບຸກ​ຄົນ​ທີ່​ພວກ​ເຂົາ​ສາ​ມາດ​ກາຍ​ເປັນ​ໄດ້. ພຣະ​ເຈົ້າ​ຮັກ​ເຮົາ​ດັ່ງ​ທີ່​ເຮົາ​ເປັນ​ຢູ່, ແຕ່​ພຣະ​ອົງ​ກໍ​ຮັກ​ເຮົາ​ຫລາຍ​ເກີນ​ໄປ ທີ່​ຈະ​ປະ​ເຮົາ​ໃຫ້​ເປັນ​ຢູ່​ແບບ​ນີ້.2 ການ​ເຕີບ​ໂຕ​ໄປ​ສູ່​ພຣະ​ຜູ້​ເປັນ​ເຈົ້າ​ຄື ຈຸດ​ປະ​ສົງ​ຂອງ​ຄວາມ​ເປັນ​ມະ​ຕະ.3 ການ​ປ່ຽນ​ແປງ​ຄື ຈຸດ​ປະ​ສົງ​ຂອງ​ການ​ຊົດ​ໃຊ້​ຂອງ​ພຣະ​ຄຣິດ. ບໍ່​ພຽງ​ແຕ່​ພຣະ​ຄຣິດ​ສາ​ມາດ​ໂຜດ​ຊີ​ວິດ, ຊຳ​ລະ​ລ້າງ, ປອບ​ໂຍນ, ແລະ ປິ່ນ​ປົວ​ເຮົາ, ແຕ່​ໃນ​ລະ​ຫວ່າງ​ນັ້ນ, ພຣະ​ອົງ​ກໍ​ສາ​ມາດ​ປ່ຽນ​ເຮົາ​ໃຫ້​ກາຍ​ເປັນ​ເໝືອນ​ດັ່ງ​ພຣະ​ອົງ​ໄດ້.4

ບາງ​ຄົນ​ຮັບ​ເອົາ​ຂ່າວ​ສານ​ແບບ​ເຂົ້າ​ໃຈ​ຜິດ​ວ່າ ການ​ກັບ​ໃຈ​ເປັນ​ເຫດ​ການ​ທີ່​ເກີດ​ຂຶ້ນ​ພຽງ​ເທື່ອ​ດຽວ. ຂ່າວ​ສານ​ຂອງ​ພຣະ​ເຈົ້າ​ຄື, ດັ່ງ​ທີ່​ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ ໄດ້​ສິດ​ສອນ, “ການ​ກັບ​ໃຈ … ເປັນ​ຂັ້ນ​ຕອນ.”5 ການ​ກັບ​ໃຈ​ອາດ​ໃຊ້​ເວ​ລາ ແລະ ຄວາມ​ພະ​ຍາ​ຍາມ​ຊ້ຳ​ແລ້ວ​ຊ້ຳ​ອີກ,6 ການ​ປະ​ຖິ້ມ​ບາບ​ກໍ​ຄື​ກັນ7 ແລະ ການ “ບໍ່​ມີ​ໃຈ​ທີ່​ຈະ​ກະ​ທຳ​ຄວາມ​ຊົ່ວ​ອີກ​ຕໍ່​ໄປ, ແຕ່​ປາດ​ຖະ​ໜາ​ຈະ​ເຮັດ​ແຕ່​ຄວາມ​ດີ​ໂດຍ​ຕະ​ຫລອດ”8 ຄື​ການ​ສະ​ແຫວງ​ຫາ​ຕະ​ຫລອດ​ຊີ​ວິດ.9

ຊີ​ວິດ​ກໍ​ຄື​ກັນ​ກັບ​ການ​ເດີນ​ທາງ​ຂ້າມ​ປະ​ເທດ. ເຮົາ​ບໍ່​ສາ​ມາດ​ໄປ​ເຖິງ​ຈຸດ​ໝາຍ​ປາຍ​ທາງ​ດ້ວຍ​ນ້ຳ​ມັນ​ພຽງ​ຖັງ​ດຽວ​ເທົ່າ​ນັ້ນ. ເຮົາ​ຕ້ອງ​ຕື່ມ​ນ້ຳ​ມັນ​ໃສ່​ຖັງ​ເທື່ອ​ແລ້ວ​ເທື່ອ​ອີກ. ການ​ຮັບ​ສ່ວນ​ສິນ​ລະ​ລຶກ​ກໍ​ຄື​ກັນ​ກັບ​ການ​ໄປ​ແວ່​ປ້ຳ​ນ້ຳ​ມັນ. ເມື່ອ​ເຮົາ​ກັບ​ໃຈ ແລະ ຕໍ່​ພັນ​ທະ​ສັນ​ຍາ​ຂອງ​ເຮົາ, ເຮົາ​ໄດ້​ປະ​ຕິ​ຍານ​ຕົວ​ວ່າ ເຮົາ​ເຕັມ​ໃຈ​ທີ່​ຈະ​ຮັກ​ສາ​ພຣະ​ບັນ​ຍັດ, ແລ້ວ​ພຣະ​ເຈົ້າ ແລະ ພຣະ​ຄຣິດ​ຈະ​ອວຍ​ພອນ​ເຮົາ​ດ້ວຍ​ພຣະ​ວິນ​ຍານ​ບໍ​ລິ​ສຸດ.10 ສະ​ຫລຸບ​ແລ້ວ, ເຮົາ​ສັນ​ຍາ​ວ່າ​ຈະ​ເດີນ​ຕໍ່​ໄປ​ໃນ​ເສັ້ນ​ທາງ​ຂອງ​ເຮົາ, ແລ້ວ​ພຣະ​ເຈົ້າ ແລະ ພຣະ​ຄຣິດ​ສັນ​ຍາ​ວ່າ ຈະ​ຕື່ມ​ນ້ຳ​ມັນ​ໃສ່​ຖັງ​ຂອງ​ເຮົາ.

ບາງ​ຄົນ​ຮັບ​ເອົາ​ຂ່າວ​ສານ​ແບບ​ເຂົ້າ​ໃຈ​ຜິດ​ວ່າ ເຂົາ​ເຈົ້າ​ບໍ່​ມີ​ຄ່າ​ຄວນ​ພໍ​ທີ່​ຈະ​ມີ​ພາກ​ສ່ວນ​ຢ່າງ​ເຕັມ​ທີ່​ໃນ​ພຣະ​ກິດ​ຕິ​ຄຸນ ຍ້ອນ​ວ່າ​ເຂົາ​ເຈົ້າ​ຍັງ​ບໍ່​ສາ​ມາດ​ປະ​ຖິ້ມ​ນິ​ໄສ​ທີ່​ບໍ່​ດີ. ຂ່າວ​ສານ​ຂອງ​ພຣະ​ເຈົ້າ​ຄື ການ​ມີ​ຄ່າ​ຄວນ​ບໍ່​ແມ່ນ​ຄວາມ​ໄຮ້​ທີ່​ຕິ.11 ການ​ມີ​ຄ່າ​ຄວນ​ຄື​ການ​ເປັນ​ຄົນ​ຊື່​ສັດ ແລະ ພະ​ຍາ​ຍາມ. ເຮົາ​ຕ້ອງ​ຊື່​ສັດ​ກັບ​ພຣະ​ເຈົ້າ, ກັບ​ຜູ້​ນຳ​ຖາ​ນະ​ປະ​ໂລ​ຫິດ, ແລະ ກັບ​ຄົນ​ອື່ນໆ​ທີ່​ຮັກ​ເຮົາ,12 ແລະ ເຮົາ​ຕ້ອງ​ພະ​ຍາ​ຍາມ​ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ ແລະ ບໍ່​ຍອມ​ແພ້ ເປັນ​ເພາະ​ເຮົາ​ໄດ້​ເຮັດ​ຄວາມ​ຜິດ.13 ແອວ​ເດີ ບລູສ໌ ຊີ ເຮ​ເຟັນ ໄດ້​ກ່າວ​ວ່າ ການ​ພັດ​ທະ​ນາ​ຄຸນ​ລັກ​ສະ​ນະ​ແບບ​ພຣະ​ຄຣິດ “ຮຽກ​ຮ້ອງ​ຄວາມ​ອົດ​ທົນ ແລະ ຄວາມ​ພາກ​ພຽນ​ຫລາຍ​ກວ່າ​ຄວາມ​ໄຮ້​ທີ່​ຕິ.”14 ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ວ່າ ຂອງ​ປະ​ທານ​ແຫ່ງ​ພຣະ​ວິນ​ຍານ​ໄດ້ “ຖືກ​ມອບ​ໃຫ້​ເພື່ອ​ຜົນ​ປະ​ໂຫຍດ​ຂອງ​ຜູ້​ທີ່​ຮັກ​ເຮົາ ແລະ ຮັກ​ສາ​ບັນ​ຍັດ​ທັງ​ໝົດ​ຂອງ​ເຮົາ, ແລະ ຄົນ​ທີ່​ສະ​ແຫວງ​ຫາ​ທີ່​ຈະ​ເຮັດ​ແນວ​ນັ້ນ.”15

ມີ​ຊາຍ​ໜຸ່ມ​ຄົນ​ໜຶ່ງ ຂ້າ​ພະ​ເຈົ້າ​ຈະ​ເອີ້ນ​ລາວ​ວ່າ ເດ​ມັນ ໄດ້​ຂຽນ​ບອກ​ວ່າ: “ຕອນ​ກຳ​ລັງ​ເຕີບ​ໃຫຍ່, ຂ້າ​ນ້ອຍ​ໄດ້​ຕໍ່​ສູ້​ດີ້ນ​ລົນ​ກັບ​ບັນ​ຫາ​ເລື່ອງ​ຮູບ​ພາບ​ລາ​ມົກ. ຂ້າ​ນ້ອຍ​ຮູ້​ສຶກ​ອັບ​ອາຍ ທີ່​ຂ້າ​ນ້ອຍ​ບໍ່​ສາ​ມາດ​ເຮັດ​ສິ່ງ​ທີ່​ຖືກ​ຕ້ອງ.” ທຸກ​ຄັ້ງ​ທີ່​ທ້າວ​ເດ​ມັນ​ເຮັດ​ຄວາມ​ຜິດ, ຄວາມ​ເຈັບ​ປວດ​ເພາະ​ການ​ກິນ​ແໜງ​ໄດ້​ໜັກ​ຂຶ້ນ​ເລື້ອຍໆ, ຈົນ​ວ່າ​ລາວ​ຄິດ​ວ່າ​ຕົວ​ເອງ​ບໍ່​ມີ​ຄ່າ​ສຳ​ລັບ​ພຣະ​ຄຸນ, ການ​ໃຫ້​ອະ​ໄພ, ຫລື ໂອ​ກາດ​ໃດໆ​ຕື່ມ​ອີກ​ຈາກ​ພຣະ​ເຈົ້າ. ລາວ​ເວົ້າ​ວ່າ: “ຂ້າ​ນ້ອຍ​ໄດ້​ຕັດ​ສິນ​ໃຈ​ວ່າ ຂ້າ​ນ້ອຍ​ສົມ​ຄວນ​ທີ່​ຈະ​ຮູ້​ສຶກ​ໂສກ​ເສົ້າ​ຕະ​ຫລອດ​ເວ​ລາ. ຂ້າ​ນ້ອຍ​ຄິດ​ວ່າ ພຣະ​ເຈົ້າ​ຄົງ​ກຽດ​ຊັງ​ຂ້າ​ນ້ອຍ ເພາະ​ຂ້າ​ນ້ອຍ​ບໍ່​ໄດ້​ເຕັມ​ໃຈ​ທີ່​ຈະ​ພະ​ຍາ​ຍາມ​ຫລາຍ​ກວ່າ​ເກົ່າ ແລະ ກຳ​ຈັດ​ບັນ​ຫາ​ນັ້ນ​ໃຫ້​ໝົດ​ສິ້ນ​ໄປ​ເສຍ. ຂ້າ​ນ້ອຍ​ໄດ້​ຢຸດ​ເຮັດ​ເປັນ​ອາ​ທິດ ແລະ ບາງ​ເທື່ອ​ກໍ​ເປັນ​ເດືອນ, ແຕ່​ແລ້ວ​ຂ້າ​ນ້ອຍ​ໄດ້​ກັບ​ຄືນ​ໄປ​ເຮັດ​ຄື​ເກົ່າ ແລະ ຄິດ​ວ່າ, ‘ເຮົາ​ຄົງ​ບໍ່​ດີ​ພໍ​ຈັກ​ເທື່ອ, ສະ​ນັ້ນ ຊິ​ພະ​ຍາ​ຍາມ​ຕໍ່​ໄປ​ເຮັດ​ຫຍັງ?’”

ໃນ​ເວ​ລາ​ທີ່​ທໍ້​ຖອຍ​ໃຈ​ທີ່​ສຸດ​ນັ້ນ​ເອງ ທ້າວ​ເດ​ມັນ​ໄດ້​ເວົ້າ​ກັບ​ຜູ້​ນຳ​ຖາ​ນະ​ປະ​ໂລ​ຫິດ​ຂອງ​ລາວ​ວ່າ: “ບາງ​ທີ​ຂ້ອຍ​ຄວນ​ເຊົາ​ໄປ​ໂບດ. ຂ້ອຍ​ເມື່ອຍ​ກັບ​ການ​ເປັນ​ຄົນ​ໜ້າ​ຊື່​ໃຈ​ຄົດ.”

ຜູ້​ນຳ​ຂອງ​ລາວ​ໄດ້​ຕອບ​ວ່າ: “ເຈົ້າ​ບໍ່​ໄດ້​ເປັນ​ຄົນ​ໜ້າ​ຊື່​ໃຈ​ຄົດ ຍ້ອນ​ວ່າ​ເຈົ້າ​ມີ​ນິ​ໄສ​ບໍ່​ດີ ທີ່​ເຈົ້າ​ພະ​ຍາ​ຍາມ​ເຊົາ​ເຮັດ. ເຈົ້າ​ຈະ​ເປັນ​ຄົນ​ໜ້າ​ຊື່​ໃຈ​ຄົດ ຖ້າ​ຫາກ​ເຈົ້າ​ປົກ​ປິດ​ມັນ​ໄວ້, ຕົວະ​ກ່ຽວ​ກັບ​ມັນ, ຫລື ພະ​ຍາ​ຍາມ​ຊັກ​ຊວນ​ໃຫ້​ຕົວ​ເອງ​ເຊື່ອ​ວ່າ ສາດ​ສະ​ໜາ​ຈັກ​ມີ​ບັນ​ຫາ ເພາະ​ການ​ຮັກ​ສາ​ມາດ​ຕະ​ຖານ​ສູງ​ເຊັ່ນ​ນັ້ນ. ຄວາມ​ຊື່​ສັດ​ກ່ຽວ​ກັບ​ການ​ກະ​ທຳ​ຂອງ​ເຈົ້າ ແລະ ການ​ຕັດ​ສິນ​ໃຈ​ທີ່​ຈະ​ປ່ຽນ​ແປງ ບໍ່​ແມ່ນ​ການ​ເປັນ​ຄົນ​ໜ້າ​ຊື່​ໃຈ​ຄົດ. ມັນ​ແມ່ນ​ການ​ເປັນ​ສາ​ນຸ​ສິດ.”16 ຜູ້​ນຳ​ຄົນ​ນີ້​ໄດ້​ອ້າງ​ເຖິງ​ຖ້ອຍ​ຄຳ​ຂອງ​ແອວ​ເດີ ຣີ​ເຈີດ ຈີ ສະ​ກາດ, ຜູ້​ໄດ້​ສິດ​ສອນ​ວ່າ: “ພຣະ​ຜູ້​ເປັນ​ເຈົ້າ​ເຫັນ​ຄວາມ​ອ່ອນ​ແອ​ວ່າ​ແຕກ​ຕ່າງ​ຈາກ​ການ​ກະ​ບົດ. … ເມື່ອ​ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ເຖິງ​ຄວາມ​ອ່ອນ​ແອ, ມັນ​ຈະ​ມາ​ກັບ​ຄວາມ​ເມດ​ຕາ​ສະ​ເໝີ.”17

ທັດ​ສະ​ນະ​ຄະ​ຕິ​ນັ້ນ​ໄດ້​ໃຫ້​ຄວາມ​ຫວັງ​ແກ່​ທ້າວ​ເດ​ມັນ. ລາວ​ຮັບ​ຮູ້​ວ່າ​ພຣະ​ເຈົ້າ​ທີ່​ສະ​ຖິດ​ຢູ່​ໃນ​ສະ​ຫວັນ ບໍ່​ໄດ້​ກ່າວ​ວ່າ, “ເດ​ມັນ​ເຮັດ​ຜິດ​ອີກ​ແລ້ວ.” ກົງ​ກັນ​ຂ້າມ, ພຣະ​ອົງ​ອາດ​ກ່າວ​ວ່າ, “ເບິ່ງ​ແມ ເດ​ມັນ​ດີ​ຂຶ້ນ​ຫລາຍ​ແລ້ວ.” ໃນ​ທີ່​ສຸດ ຊາຍ​ໜຸ່ມ​ຄົນ​ນີ້​ກໍ​ໄດ້​ຢຸດ​ກົ້ມ​ໜ້າ​ດ້ວຍ​ຄວາມ​ອັບ​ອາຍ ຫລື ຫລຽວ​ຊ້າຍ​ຫລຽວ​ຂວາ​ຊອກ​ຫາ​ຂໍ້​ແກ້​ຕົວ ແລະ ປອບ​ໃຈ​ຕົວ​ເອງ. ລາວ​ໄດ້​ເງີຍ​ໜ້າ​ຂຶ້ນ​ຂໍ​ຄວາມ​ຊ່ວຍ​ເຫລືອ​ຈາກ​ສະ​ຫວັນ ແລະ ລາວ​ກໍ​ໄດ້​ຮັບ.18

ເດ​ມັນ​ເວົ້າ​ວ່າ: “ເທື່ອ​ດຽວ​ທີ່​ຂ້າ​ນ້ອຍ​ໄດ້​ຫັນ​ມາ​ຫາ​ພຣະ​ເຈົ້າ​ໃນ​ເວ​ລາ​ທີ່​ຜ່ານ​ມາ ແມ່ນ​ຕອນ​ຂ້າ​ນ້ອຍ​ທູນ​ຂໍ​ການ​ໃຫ້​ອະ​ໄພ, ແຕ່​ບັດ​ນີ້ ຂ້າ​ນ້ອຍ​ໄດ້​ທູນ​ຂໍ​ພຣະ​ຄຸນ—‘ອຳ​ນາດ​ທີ່​ເຮັດ​ໃຫ້​ສາ​ມາດ’ ຂອງ​ພຣະ​ອົງ [Bible Dictionary, “Grace”]. ຂ້າ​ນ້ອຍ​ບໍ່​ເຄີຍ​ທູນ​ຂໍ​ແນວ​ນັ້ນ​ມາ​ກ່ອນ​ຈັກ​ເທື່ອ. ທຸກ​ວັນ​ນີ້​ຂ້າ​ນ້ອຍ​ບໍ່​ໄດ້​ໃຊ້​ເວ​ລາ​ຫລາຍ​ກັບ​ການ​ກຽດ​ຊັງ​ຕົວ​ເອງ ສຳ​ລັບ​ສິ່ງ​ທີ່​ຂ້າ​ນ້ອຍ​ໄດ້​ເຮັດ ແລະ ໄດ້​ໃຊ້​ເວ​ລາ​ຫລາຍ​ກັບ​ການ​ຮັກ​ພຣະ​ເຢ​ຊູ ສຳ​ລັບ​ສິ່ງ​ທີ່​ພຣະ​ອົງ​ໄດ້​ກະ​ທຳ.”

ເມື່ອ​ພິ​ຈາ​ລະ​ນາ​ເຖິງ​ໄລ​ຍະ​ເວ​ລາ​ທີ່​ເດ​ມັນ​ໄດ້​ຕໍ່​ສູ້​ດີ້ນ​ລົນ, ມັນ​ບໍ່​ເປັນ​ປະ​ໂຫຍດ ແລະ ເປັນ​ໄປ​ບໍ່​ໄດ້ ທີ່​ພໍ່​ແມ່ ຫລື ຜູ້​ນຳ​ທີ່​ຊ່ວຍ​ເຫລືອ​ລາວ ຈະ​ເວົ້າ​ວ່າ “ຢ່າ​ເຮັດ​ອີກ” ໄວ​ເກີນ​ໄປ ຫລື ກຳ​ນົດ​ມາດ​ຕະ​ຖານ​ໃຫ້​ເລີກ​ຢ່າງ​ເດັດ​ຂາດ ເພື່ອ​ຈະ​ຖືກ​ນັບ​ວ່າ “ມີ​ຄ່າ​ຄວນ.” ກົງ​ກັນ​ຂ້າມ, ເຂົາ​ເຈົ້າ​ໄດ້​ເລີ່ມ​ດ້ວຍ​ເປົ້າ​ໝາຍ​ເລັກ​ນ້ອຍ, ທີ່​ສາ​ມາດ​ເອື້ອມ​ເຖິງ​ໄດ້. ເຂົາ​ເຈົ້າ​ໄດ້​ກຳ​ຈັດ​ຄວາມ​ຄາດ​ຫວັງ​ທີ່​ລົ້ມ​ເຫລວ ຫລື ດີ​ທັງ​ໝົດ ແລະ ໄດ້​ເອົາ​ໃຈ​ໃສ່​ກັບ​ການ​ເຕີບ​ໂຕ​ເທື່ອ​ລະ​ເລັກ​ເທື່ອ​ລະ​ນ້ອຍ, ຊຶ່ງ​ຊ່ວຍ​ໃຫ້​ເດ​ມັນ​ສ້າງ​ຕົວ​ເອງ​ເທິງ​ຄວາມ​ສຳ​ເລັດ​ອັນ​ຕໍ່​ເນື່ອງ ແທນ​ທີ່​ຈະ​ລົ້ມ​ເຫລວ.19 ເໝືອນ​ດັ່ງ​ຜູ້​ຄົນ​ຂອງ​ລິມ​ໄຮ​ທີ່​ເປັນ​ຂ້າ​ທາດ, ລາວ​ໄດ້​ຮຽນ​ຮູ້​ວ່າ ລາວ​ກໍ​ສາ​ມາດ “ຮຸ່ງ​ເຮືອງ​ຂຶ້ນ​ເປັນ​ລະ​ດັບ.”20

ແອວ​ເດີ ດີ ທອດ ຄຣິສ​ໂຕ​ເຟີ​ສັນ ໄດ້​ແນະ​ນຳ​ວ່າ: “ໃນ​ການ​ຈັດ​ການ​ກັບ​ບາງ​ສິ່ງ​ທີ່​ໃຫຍ່​ໂຕ, ເຮົາ​ອາດ​ຈະ​ຕ້ອງ​ຈັດ​ການ​ກັບ​ມັນ​ເທື່ອ​ລະ​ເລັກ​ເທື່ອ​ລະ​ນ້ອຍ. … ການ​ລວມ​ນິ​ໄສ​ໃໝ່ ແລະ ເປັນ​ປະ​ໂຫຍດ​ເຂົ້າ​ກັບ​ຄຸນ​ລັກ​ສະ​ນະ​ຂອງ​ເຮົາ ຫລື ການ​ເອົາ​ຊະ​ນະ​ນິ​ໄສ​ທີ່ບໍ່​ດີ ຫລື ການ​ຕິດ​ແສດ ສ່ວນ​ຫລາຍ​ແລ້ວ​ຈະ​ໝາຍ​ເຖິງ​ຄວາມ​ພະ​ຍາ​ຍາມ​ໃນ​ມື້ນີ້ ຕິດ​ຕາມ​ດ້ວຍມື້​ອື່ນ ແລະ ຕໍ່ໆ​ໄປ, ບາງ​ທີ​ເປັນ​ເວ​ລາ​ຫລາຍ​ວັນ, ແມ່ນ​ແຕ່​ຫລາຍ​ເດືອນ ແລະ ຫລາຍ​ປີ. … ແຕ່​ເຮົາ​ສາ​ມາດ​ເຮັດ​ໄດ້ ຍ້ອນ​ວ່າ​ເຮົາ​ສາ​ມາດ​ວິງ​ວອນ​ຕໍ່​ພຣະ​ເຈົ້າ​ໄດ້ … ເພື່ອ​ຂໍ​ຄວາມ​ຊ່ວຍ​ເຫລືອ ທີ່​ເຮົາ​ຕ້ອງ​ການ​ໃນ​ແຕ່​ລະ​ວັນ.”21

ບັດ​ນີ້, ອ້າຍ​ເອື້ອຍ​ນ້ອງ​ທັງ​ຫລາຍ, ການ​ລະ​ບາດ​ຂອງ​ພະ​ຍາດ​ໂຄ​ວິດ-19 ບໍ່​ໄດ້​ເປັນ​ສິ່ງ​ງ່າຍ​ສຳ​ລັບ​ຜູ້​ໃດ, ແຕ່​ການ​ແຍກ​ຕົວ ພ້ອມ​ກັບ​ຂໍ້​ຈຳ​ກັດ​ໃຫ້​ກັກ​ຕົວ ໄດ້​ສ້າງ​ຄວາມ​ຫຍຸ້ງ​ຍາກ​ໃຫ້​ກັບ​ຜູ້​ທີ່​ຕໍ່​ສູ້​ດີ້ນ​ລົນ​ກັບ​ນິ​ໄສ​ທີ່​ບໍ່​ດີ ໂດຍ​ສະ​ເພາະ. ຈົ່ງ​ຈື່​ຈຳ​ໄວ້​ວ່າ ການ​ປ່ຽນ​ແປງ​ເປັນ​ໄປ​ໄດ້, ການ​ກັບ​ໃຈ​ແມ່ນ​ຂະ​ບວນ​ການ, ແລະ ການ​ມີ​ຄ່າ​ຄວນ​ບໍ່​ແມ່ນ​ຄວາມ​ໄຮ້​ທີ່​ຕິ. ສິ່ງ​ສຳ​ຄັນ​ທີ່​ສຸດ, ຈົ່ງ​ຈື່​ຈຳ​ໄວ້​ວ່າ ພຣະ​ເຈົ້າ ແລະ ພຣະ​ຄຣິດ​ຈະ​ຊ່ວຍ​ເຮົາ​ຢູ່​ທີ່​ນີ້ ແລະ ໃນ​ເວ​ລາ​ນີ້.22

ບາງ​ຄົນ​ຮັບ​ເອົາ​ຂ່າວ​ສານ​ແບບ​ເຂົ້າ​ໃຈ​ຜິດ​ວ່າ ພຣະ​ເຈົ້າ​ຄອຍ​ຖ້າ​ຊ່ວຍ​ເຫລືອ​ເຮົາ ຫລັງ​ຈາກ ທີ່​ເຮົາ​ກັບ​ໃຈ​ແລ້ວ. ຂ່າວ​ສານ​ຂອງ​ພຣະ​ເຈົ້າ​ຄື ພຣະ​ອົງ​ຈະ​ຊ່ວຍ​ເຫລືອ​ເຮົາ ຂະ​ນະ ທີ່​ເຮົາ​ກັບ​ໃຈ. ພຣະ​ຄຸນ​ຂອງ​ພຣະ​ອົງ​ມີ​ໃຫ້​ສຳ​ລັບ​ເຮົາ “ບໍ່​ວ່າ​ເຮົາ​ຈະ​ຢູ່​ໃນ​ຈຸດ​ໃດ​ກໍ​ຕາມ ໃນ​ເສັ້ນ​ທາງ​ແຫ່ງ​ຄວາມ​ເຊື່ອ​ຟັງ.”23 ແອວ​ເດີ ດີ​ເດີ ແອັຟ ອຸກ​ດອບ ໄດ້​ກ່າວ​ວ່າ: “ພຣະ​ເຈົ້າ​ບໍ່​ຕ້ອງ​ການ​ຜູ້​ຄົນ​ທີ່​ບໍ່​ມີ​ທີ່​ຕິ. ພຣະ​ອົງ​ສະ​ແຫວງ​ຫາ​ຜູ້​ທີ່​ຈະ​ມອບ ‘ຫົວ​ໃຈ ແລະ ມອບ​ຈິດ​ໃຈ​ທີ່​ເຕັມ​ໃຈ’ [ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 64:34], ແລະ ພຣະ​ອົງ​ຈະ​ເຮັດ​ໃຫ້​ເຂົາ​ເຈົ້າ ‘ດີ​ພ້ອມ​ໃນ​ພຣະ​ຄຣິດ’ [ໂມ​ໂຣ​ໄນ 10:32–33].”24

ຜູ້​ຄົນ​ຢ່າງ​ຫລວງ​ຫລາຍ​ໄດ້​ຮັບ​ຄວາມ​ເຈັບ​ປວດ ເປັນ​ເພາະ​ຄວາມ​ແຕກ​ລ້າວ ແລະ ຄວາມ​ຕຶງ​ຄຽດ ໃນ​ຄວາມ​ສຳ​ພັນ ຊຶ່ງ​ເຮັດ​ໃຫ້​ເຂົາ​ເຈົ້າ​ຍາກ​ທີ່​ຈະ​ເຊື່ອ​ໃນ​ຄວາມ​ເຫັນ​ອົກ​ເຫັນ​ໃຈ ແລະ ຄວາມ​ອົດ​ກັ້ນ​ຂອງ​ພຣະ​ເຈົ້າ. ເຂົາ​ເຈົ້າ​ໄດ້​ຕໍ່​ສູ້​ດີ້ນ​ລົນ​ທີ່​ຈະ​ເຫັນ​ພຣະ​ເຈົ້າ​ດັ່ງ​ທີ່​ພຣະ​ອົງ​ເປັນ​ຢູ່—ເປັນ​ພຣະ​ບິ​ດາ​ທີ່​ຊົງ​ຮັກ ຜູ້​ຊ່ວຍ​ເຫລືອ​ເຮົາ​ໃນ​ເວ​ລາ​ທີ່​ເຮົາ​ຕ້ອງ​ການ25 ແລະ ຮູ້​ຈັກ​ວິ​ທີ​ທີ່​ຈະ “ປະ​ທານ​ຂອງ​ດີ​ໃຫ້​ແກ່​ຄົນ​ທີ່​ທູນ​ຂໍ​ຈາກ​ພຣະ​ອົງ.”26 ພຣະ​ຄຸນ​ຂອງ​ພຣະ​ອົງ​ບໍ່​ແມ່ນ​ພຽງ​ເປັນ​ລາງ​ວັນ​ສຳ​ລັບ​ການ​ມີ​ຄ່າ​ຄວນ. ມັນ​ແມ່ນ “ຄວາມ​ຊ່ວຍ​ເຫລືອ​ຈາກ​ສະ​ຫວັນ” ທີ່​ພຣະ​ອົງ​ປະ​ທານ​ໃຫ້ ເພື່ອ​ຊ່ວຍ​ເຮົາ​ໃຫ້​ມີ​ຄ່າ​ຄວນ. ບໍ່​ແມ່ນ​ພຽງ​ເປັນ​ລາງວັນ​ສຳ​ລັບ​ຄວາມ​ຊອບ​ທຳ. ມັນ​ແມ່ນ “ຂອງ​ປະ​ທານ​ແຫ່ງ​ພະ​ລັງ” ທີ່​ພຣະ​ອົງ​ປະ​ທານ​ໃຫ້ ເພື່ອ​ຊ່ວຍ​ເຮົາ​ໃຫ້​ຊອບ​ທຳ.27 ເຮົາ​ບໍ່​ພຽງ​ແຕ່​ກຳ​ລັງ​ຍ່າງ ໄປ​ຫາ ພຣະ​ເຈົ້າ ແລະ ພຣະ​ຄຣິດ​ເທົ່າ​ນັ້ນ. ເຮົາ​ກຳ​ລັງ​ຍ່າງ ໄປ​ກັບ ພວກ​ພຣະ​ອົງ.28

ຕະ​ຫລອດ​ທົ່ວ​ສາດ​ສະ​ໜາ​ຈັກ, ຊາວ​ໜຸ່ມ​ໄດ້​ທ່ອງ​ຈຳ​ຄຳ​ຂວັນ​ຂອງ​ກຸ່ມ​ຍິງ​ໜຸ່ມ ແລະ ກຸ່ມ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ອາ​ໂຣນ. ຈາກ​ປະ​ເທດ​ນູ​ແວນ​ເຊ​ລັງ ເຖິງ​ປະ​ເທດ​ສະ​ເປນ ເຖິງ​ປະ​ເທດ​ເອ​ທິ​ໂອ​ປີ ເຖິງ​ປະ​ເທດ​ຍີ່​ປຸ່ນ, ກຸ່ມ​ຍິງ​ໜຸ່ມ​ກ່າວ​ວ່າ, “ຂ້າ​ນ້ອຍ​ທະ​ນຸ​ຖະ​ໜອມ​ພອນ​ແຫ່ງ​ການ​ກັບ​ໃຈ.” ຈາກ​ປະ​ເທດ​ຈີ​ເລ ເຖິງ ປະ​ເທດ​ກົວ​ເຕ​ມາ​ລາ ເຖິງ ເມືອງ​ໂມ​ໂຣ​ໄນ, ລັດ​ຢູ​ທາ, ກຸ່ມ​ຊາຍ​ໜຸ່ມ​ກ່າວ​ວ່າ, “ຂະ​ນະ​ທີ່​ຂ້າ​ນ້ອຍ​ພະ​ຍາ​ຍາມ​ຮັບ​ໃຊ້, ໃຊ້​ສັດ​ທາ, ກັບ​ໃຈ, ແລະ ປັບ​ປຸງ​ຕົວ​ເອງ​ໃນ​ແຕ່​ລະ​ວັນ, ຂ້າ​ນ້ອຍ​ຈະ​ເໝາະ​ສົມ​ກັບ​ພອນ​ຂອງ​ພຣະ​ວິ​ຫານ ແລະ ມີ​ຄວາມ​ສຸກ​ອັນ​ຍາວ​ນານ ທີ່​ພຽງ​ແຕ່​ໄດ້​ຮັບ​ຜ່ານ​ທາງ​ພຣະ​ກິດ​ຕິ​ຄຸນ.”

ຂ້າ​ພະ​ເຈົ້າ​ສັນ​ຍາ​ວ່າ ພອນ​ເຫລົ່າ​ນັ້ນ ແລະ ຄວາມ​ສຸກ​ນັ້ນ​ມີ​ຈິງ ແລະ ເອື້ອມ​ເຖິງ​ໄດ້​ສຳ​ລັບ​ຜູ້​ທີ່​ຮັກ​ສາ​ພຣະ​ບັນ​ຍັດ​ທັງ​ໝົດ ແລະ “ສະ​ແຫວງ​ຫາ​ທີ່​ຈະ​ເຮັດ​ແນວ​ນັ້ນ.”29 ເມື່ອ​ທ່ານ​ຮູ້​ສຶກ​ວ່າ​ທ່ານ​ລົ້ມ​ເຫລວ​ຫລາຍ​ເທື່ອ​ເກີນ​ກວ່າ​ຈະ​ພະ​ຍາ​ຍາມ​ຕໍ່​ໄປ, ໃຫ້​ຈື່​ຈຳ​ການ​ຊົດ​ໃຊ້​ຂອງ​ພຣະ​ຄຣິດ ແລະ ພຣະ​ຄຸນ​ທີ່​ເຮັດ​ໃຫ້​ເປັນ​ໄປ​ໄດ້​ນັ້ນ​ມີ​ຈິງ.30 “ພຣະ​ພາ​ຫາ​ແຫ່ງ​ຄວາມ​ເມດ​ຕາ [ຂອງ​ພຣະ​ອົງ] ໄດ້​ເດ່​ອອກ​ມາ​ຫາ​ທ່ານ.”31 ທ່ານ​ເປັນ​ທີ່​ຮັກ—ໃນ​ທຸກ​ວັນ​ນີ້, ໃນ 20 ປີ​ຂ້າງ​ໜ້າ, ແລະ ຕະ​ຫລອດ​ໄປ. ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາ​ແມນ.