ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ສັດ​ທາ​ທີ່​ຈະ​ກະ​ທຳ ແລະ ກາຍ​ເປັນ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ຕຸ​ລາ 2021


ສັດ​ທາ​ທີ່​ຈະ​ກະ​ທຳ ແລະ ກາຍ​ເປັນ

ຜ່ານ​ທາງ​ການ​ອະ​ທິ​ຖານ, ການ​ສຶກ​ສາ​ພຣະ​ຄຳ​ພີ, ແລະ ການ​ກະ​ທຳ, ເຮົາ​ຈະ​ສາ​ມາດ​ເປີດ​ພອນ​ຕ່າງໆ​ແຫ່ງ​ສະ​ຫວັນ ແລະ ກາຍ​ເປັນ​ຜູ້​ຕິດ​ຕາມ​ທີ່​ດີ​ກວ່າ​ເກົ່າ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ພຣະ​ເຢ​ຊູ​ຄຣິດ.

ບໍ່​ດົນ​ຫລັງ​ຈາກ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ຖືກ​ເອີ້ນ​ໃຫ້​ຮັບ​ໃຊ້ ເປັນ​ເຈົ້າ​ໜ້າ​ທີ່​ຊັ້ນ​ຜູ້​ໃຫຍ່​ສາ​ວົກ​ເຈັດ​ສິບ, ຂ້າ​ພະ​ເຈົ້າ​ໄດ້​ມີ​ໂອ​ກາດ​ເວົ້າ​ລົມ​ກັບ​ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ ປະ​ມານ​ສອງ​ສາມ​ນາ​ທີ. ມັນ​ເປັນ​ການ​ພົບ​ປະ​ໂດຍ​ບໍ່​ໄດ້​ຕັ້ງ​ໃຈ​ໃນ​ໂຮງ​ອາ​ຫານ, ແລະ ເພິ່ນ​ໃຈ​ດີ​ຫລາຍ​ທີ່​ໄດ້​ເຊີນ​ໃຫ້​ແອວ​ເດີ ແອັສ ມາກ ພາມ​ເມີ ແລະ ຂ້າ​ພະ​ເຈົ້າ​ນັ່ງ ແລະ ກິນ​ເຂົ້າ​ສວຍ​ນຳ​ເພິ່ນ.

“ພວກ​ເຮົາ​ຈະ​ສົນ​ທະ​ນາ​ກ່ຽວ​ກັບ​ຫຍັງ​ໃນ​ຊ່ວງ​ເວ​ລາ​ກິນ​ເຂົ້າ​ສວຍ​ກັບ​ສາດ​ສະ​ດາ?” ເປັນ​ຄວາມ​ຄິດ​ຢ່າງ​ໜຶ່ງ​ທີ່​ໄດ້​ເຂົ້າ​ມາ​ໃນ​ຈິດ​ໃຈ​ຂອງ​ຂ້າ​ພະ​ເຈົ້າ. ດັ່ງ​ນັ້ນ​ຂ້າ​ພະ​ເຈົ້າ​ຈຶ່ງ​ໄດ້​ຕັດ​ສິນ​ໃຈ​ຖາມ​ປະ​ທານ​ແນວ​ສັນ​ວ່າ ເພິ່ນ​ມີ​ຄຳ​ແນະ​ນຳ ຫລື ການ​ຊີ້​ນຳ​ແນວ​ໃດ​ບໍ​ສຳ​ລັບ​ຂ້າ​ພະ​ເຈົ້າ​ທີ່​ຫາ​ກໍ​ໄດ້​ຮັບ​ການ​ເອີ້ນ. ຄຳ​ຕອບ​ຂອງ​ເພິ່ນ​ແມ່ນ​ລຽບ​ງ່າຍ ແລະ ກົງ​ໄປ​ກົງ​ມາ; ເພິ່ນ​ໄດ້​ແນມ​ເບິ່ງ​ຂ້າ​ພະ​ເຈົ້າ ແລະ ເວົ້າ​ວ່າ, “ແອວ​ເດີ ສະ​ມາຍ, ເຈົ້າ​ໄດ້​ຮັບ​ການ​ເອີ້ນ​ໃນ​ສິ່ງ​ທີ່​ເຈົ້າ​ສາ​ມາດ​ກາຍ​ເປັນ​ໄດ້.” ຂ້າ​ພະ​ເຈົ້າ​ຍ່າງ​ອອກ​ຈາກ​ປະ​ສົບ​ການ​ນັ້ນ​ໄຕ່​ຕອງ​ກ່ຽວ​ກັບ​ສິ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ປະ​ສົງ​ໃຫ້​ຂ້າ​ພະ​ເຈົ້າ​ກາຍ​ເປັນ. ຂະ​ນະ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ຄິດ​ກ່ຽວ​ກັບ​ເລື່ອງ​ນີ້, ຂ້າ​ພະ​ເຈົ້າ​ຮັບ​ຮູ້​ໄດ້​ວ່າ ພຣະ​ອົງ​ປະ​ສົງ​ໃຫ້​ຂ້າ​ພະ​ເຈົ້າ​ກາຍ​ເປັນ​ສາ​ມີ, ເປັນ​ພໍ່, ແລະ ເປັນ​ລູກ ແລະ ເປັນ​ຜູ້​ຮັບ​ໃຊ້​ທີ່​ດີ​ກວ່າ​ເກົ່າ. ຈາກ​ນັ້ນ​ຂ້າ​ພະ​ເຈົ້າ​ຮັບ​ຮູ້​ໄດ້​ວ່າ​ທຸກ​ສິ່ງ​ນີ້​ສາ​ມາດ​ບັນ​ລຸ​ໄດ້​ຂະ​ນະ​ທີ່​ຂ້າ​ພະ​ເຈົ້າ​ພະ​ຍາ​ຍາມ​ກາຍ​ເປັນ​ສາ​ນຸ​ສິດ​ທີ່​ດີ​ກວ່າ​ເກົ່າ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ພຣະ​ເຢ​ຊູ​ຄຣິດ.

ກອງ​ປະ​ຊຸມ​ໃຫຍ່​ເທື່ອ​ແລ້ວ​ນີ້, ປະ​ທານ​ແນວ​ສັນ​ໄດ້​ກ່າວ​ວ່າ: “ກ່ອນ​ຈະ​ເຮັດ​ຫຍັງ​ໄດ້​ດີ ຕ້ອງ​ໃຊ້​ຄວາມ​ພະ​ຍາ​ຍາມ. ການ​ກາຍ​ເປັນ​ສາ​ນຸ​ສິດ​ທີ່​ແທ້​ຈິງ​ຂອງ​ພຣະ​ເຢ​ຊູ​ຄຣິດ​ບໍ່​ໄດ້​ຖືກ​ຍົກ​ເວັ້ນ.”1 ປະ​ທານ​ແນວ​ສັນ​ໄດ້​ເຊື້ອ​ເຊີນ​ໃຫ້​ເຮົາ​ພະ​ຍາ​ຍາມ​ຢ່າງ​ໜັກ​ເພື່ອ​ກາຍ​ເປັນ​ສາ​ນຸ​ສິດ​ທີ່​ດີ​ກວ່າ​ເກົ່າ​ຂອງ​ພຣະ​ເຢ​ຊູ​ຄຣິດ. ເພິ່ນ​ໄດ້​ບອກ​ກັບ​ເຮົາ​ວ່າ ເພື່ອ​ທີ່​ຈະ​ກາຍ​ເປັນ​ເໝືອນ​ດັ່ງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຫລາຍ​ຂຶ້ນ, ເຮົາ​ຕ້ອງ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ສັດ​ທາ​ຂອງ​ເຮົາ ໂດຍ​ການ​ທູນຂໍ, ກະ​ທຳ, ແລະ ສຶກ​ສາ, ໃນ​ຈຳ​ນວນ​ຫລາຍໆ​ສິ່ງ.

1. ທູນຂໍ

ເພິ່ນ​ໄດ້​ກ່າວ​ວ່າ, “ຈົ່ງ​ທູນ​ຂໍ​ຄວາມ​ຊ່ວຍ​ເຫລືອ​ຈາກ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ທ່ານ, ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ.”2 ການ​ທູນ​ຂໍ​ຜ່ານ​ທາງ​ການ​ອະ​ທິ​ຖານ​ເປັນ​ສິ່ງ​ສຳ​ຄັນ​ຢ່າງ​ໜຶ່ງ​ເພື່ອ​ໃຫ້​ຮູ້​ເຖິງ​ການ​ເປັນ​ສາ​ນຸ​ສິດ​ທີ່​ດີ​ກວ່າ​ເກົ່າ​ຂອງ​ພຣະ​ເຢ​ຊູ​ຄຣິດ.

ເມື່ອ​ໃກ້​ຈະ​ເຖິງ​ບັ້ນ​ທ້າຍ​ຂອງ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ​ພຣະ​ອົງ​ໃນ​ບັນ​ດາ​ຊາວ​ນີ​ໄຟ​ໃນ​ທະ​ວີບ​ອາ​ເມ​ຣິ​ກາ, ພຣະ​ເຢ​ຊູ​ຄຣິດ​ໄດ້​ສະ​ເດັດ​ກັບ​ຄືນ​ສູ່​ສະ​ຫວັນ. ຕໍ່​ມາ, ສາ​ນຸ​ສິດ​ຂອງ​ພຣະ​ອົງ​ໄດ້​ເຕົ້າ​ໂຮມ​ກັນ, “ເພື່ອ​ອະ​ທິ​ຖານ ແລະ ຖື​ສິນ​ອົດ​ເຂົ້າ​ຢ່າງ​ເອົາ​ຈິງ​ເອົາ​ຈັງ. ແລະ ພຣະ​ອົງ​ໄດ້​ສະ​ເດັດ​ມາ​ປະ​ກົດ​ຕົວ​ຕໍ່​ພວກ​ເພິ່ນ​ອີກ​ຄັ້ງ, ເພາະ​ພວກ​ເພິ່ນ​ໄດ້​ອະ​ທິ​ຖານ​ຫາ​ພຣະ​ບິ​ດາ​ໃນ​ພຣະ​ນາມ​ຂອງ​ພຣະ​ອົງ.”3 ເປັນ​ຫຍັງ​ພຣະ​ເຢ​ຊູ​ຈຶ່ງ​ປະ​ກົດ​ຕົວ​ຕໍ່​ສາ​ນຸ​ສິດ​ຂອງ​ພຣະ​ອົງ​ອີກ​ຄັ້ງ? ຍ້ອນ​ວ່າ​ພວກ​ເພິ່ນ​ໄດ້​ອະ​ທິ​ຖານ; ພວກ​ເພິ່ນ​ໄດ້​ທູນ​ຂໍ.

ແລ້ວ ພຣະ​ອົງ​ໄດ້​ກ່າວ​ຕໍ່​ໄປ​ວ່າ:

“ບັດ​ນີ້​ເຮົາ​ໄປ​ເຝົ້າ​ພຣະ​ບິ​ດາ. ແລະ ຕາມ​ຈິງ​ແລ້ວ​ເຮົາ​ກ່າວ​ກັບ​ເຈົ້າ, ສິ່ງ​ໃດ​ກໍ​ຕາມ​ທີ່​ເຈົ້າ​ຈະ​ຂໍ​ຈາກ​ພຣະ​ບິ​ດາ​ໃນ​ນາມ​ຂອງ​ເຮົາ ເຈົ້າ​ຈະ​ໄດ້​ຮັບ.

“ສະ​ນັ້ນ, ຈົ່ງ​ໝັ່ນ​ຂໍ, ແລ້ວ​ເຈົ້າ​ຈະ​ໄດ້​ຮັບ; ຈົ່ງ​ໝັ່ນ​ເຄາະ, ແລ້ວ​ຈະ​ມີ​ຄົນ​ໄຂ​ປະຕູ​ໃຫ້; ເພາະ​ວ່າ​ທຸກ​ຄົນ​ທີ່​ໝັ່ນ​ຂໍ ກໍ​ໄດ້​ຮັບ; ແລະ ທຸກ​ຄົນ​ທີ່​ໝັ່ນ​ເຄາະ ກໍ​ມີ​ຄົນ​ໄຂ​ປະຕູ​ໃຫ້.”4

ເຮົາ​ຕ້ອງ​ທູນ​ຂໍ​ດ້ວຍ​ສັດ​ທາ​ເພື່ອ​ໃຫ້​ຮູ້​ເຖິງ​ພຣະ​ປະ​ສົງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ແລະ ຍອມ​ຮັບ​ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ຮູ້​ວ່າ​ສິ່ງ​ໃດ​ເປັນ​ສິ່ງ​ທີ່​ດີ​ກວ່າ​ສຳ​ລັບ​ເຮົາ.

2. ກະ​ທຳ

ການ​ກະ​ທຳ​ກໍ​ເປັນ​ສິ່ງ​ໜຶ່ງ​ທີ່​ສຳ​ຄັນ​ຕໍ່​ການ​ກາຍ​ເປັນ​ສາ​ນຸ​ສິດ​ທີ່​ດີ​ກວ່າ​ເກົ່າ​ຂອງ​ພຣະ​ເຢ​ຊູ​ຄຣິດ. ຂະ​ນະ​ທີ່​ເຮົາ​ກະ​ທຳ​ຢູ່​ນັ້ນ, ພຣະ​ອົງ​ຈະ​ນຳ​ພາ ແລະ ​ຊີ້​ນຳ​ເຮົາ​ຕະ​ຫລອດ​ເສັ້ນ​ທາງ. ຂ້າ​ພະ​ເຈົ້າ​ແນ່​ໃຈ​ວ່າ ນີ​ໄຟ​ໄດ້​ຂໍ​ຄຳ​ແນະ​ນຳ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ​ເພື່ອ​ໃຫ້​ຮູ້​ຈັກ​ວິ​ທີ​ທີ່​ຈະ​ໄປ​ເອົາ​ແຜ່ນ​ຈາ​ລຶກ​ທອງ​ເຫລືອງ​ຈາກ​ລາ​ບານ​ໄດ້​ແນວ​ໃດ, ເຖິງ​ຢ່າງ​ນັ້ນ​ກໍ​ຕາມ ເພິ່ນ ແລະ ພວກ​ອ້າຍ​ຂອງ​ເພິ່ນ​ໄດ້​ພະ​ຍາ​ຍາມ​ສອງ​ຄັ້ງ​ໂດຍ​ປາດ​ສະ​ຈາກ​ຄວາມ​ສຳ​ເລັດ. ແຕ່​ພວກ​ເພິ່ນ​ກໍ​ຍັງ​ກະ​ທຳ​ຕໍ່​ໄປ, ແລະ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຊີ້​ນຳ​ພວກ​ເພິ່ນ​ຕະ​ຫລອດ​ເສັ້ນ​ທາງ​ຂອງ​ພວກ​ເພິ່ນ. ສຸດ​ທ້າຍ, ນີ​ໄຟ​ໄດ້​ປະ​ສົບ​ຄວາມ​ສຳ​ເລັດ​ໃນ​ຄັ້ງ​ທີ​ສາມ. ເພິ່ນ​ຈື່​ໄດ້​ວ່າ, “ພຣະ​ວິນ​ຍານ​ໄດ້​ນຳ​ຂ້າ​ພະ​ເຈົ້າ​ໄປ, ໂດຍ​ບໍ່​ຮູ້​ລ່ວງ​ໜ້າ​ເຖິງ​ສິ່ງ​ທີ່​ຂ້າ​ພະ​ເຈົ້າ​ຄວນ​ຈະ​ເຮັດ.”5

ນີ້​ແມ່ນ​ວິ​ທີ​ພຣະ​ຜູ້​ເປັນ​ເຈົ້າ​ທຳ​ງານ​ຂະ​ນະ​ທີ່​ເຮົາ​ໃຊ້​ຄວາມ​ພະ​ຍາ​ຍາມ ແລະ ລົງ​ມື​ກະ​ທຳ, ແມ່ນ​ແຕ່​ໃນ​ເວ​ລາ​ທີ່​ເຮົາ​ບໍ່​ເຂົ້າ​ໃຈ​ຢ່າງ​ແຈ່ມ​ແຈ້ງ​ເຖິງ​ສິ່ງ​ທີ່​ເຮົາ​ຕ້ອງ​ເຮັດ​ກໍ​ຕາມ. ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ບອກ​ນີ​ໄຟ ເຖິງ​ສິ່ງ ທີ່​ຕ້ອງ​ເຮັດ: ໄປ ແລະ ນຳ​ເອົາ​ແຜ່ນ​ຈາ​ລຶກ​ມາ. ແຕ່​ວ່າ​ພຣະ​ອົງ​ບໍ່​ໄດ້​ບອກ​ນີ​ໄຟ​ເຖິງ ວິ​ທີ ທີ່​ຈະ​ເຮັດ. ພຣະ​ອົງ​ໄດ້​ປ່ອຍ​ນີ​ໄຟ​ໃຫ້​ຄິດ ແລະ ສະ​ແຫວງ​ຫາ​ຄວາມ​ຊ່ວຍ​ເຫລືອ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ—ແລະ ນີ້​ແມ່ນ​ວິ​ທີ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ທຳ​ງານ​ເປັນ​ປະ​ຈຳ​ໃນ​ຊີ​ວິດ​ຂອງ​ເຮົາ. ເມື່ອ​ເຮົາ​ກະ​ທຳ​ໃນ​ສັດ​ທາ, ພຣະ​ຜູ້​ເປັນ​ເຈົ້າ​ກໍ​ຈະ​ນຳ​ພາ ແລະ ຊີ້​ນຳ​ເຮົາ.

3. ສຶກ​ສາ

ໃນ 3 ນີ​ໄຟ, ບັນ​ດາ​ສາ​ນຸ​ສິດ​ໄດ້​ກ່າວ​ຕໍ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ວ່າ ມີ​ການ​ໂຕ້​ຖຽງ​ກັນ​ໃນ​ບັນ​ດາ​ຜູ້​ຄົນ​ກ່ຽວ​ກັບ​ຊື່​ຂອງ​ສາດ​ສະ​ໜາ​ຈັກ. ໃນ​ການ​ກ່າວ​ຕອບ, ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ສິດ​ສອນ​ຫລັກ​ທຳ​ໜຶ່ງ​ທີ່​ສຳ​ຄັນ ເມື່ອ​ພຣະ​ອົງ​ໄດ້​ຖາມ​ວ່າ, “ພວກ​ເຂົາ​ບໍ່​ໄດ້​ອ່ານ​ພຣະ​ຄຳ​ພີ​ບໍ?”6 ການ​ສຶກ​ສາ​ກໍ​ເປັນ​ສິ່ງ​ໜຶ່ງ​ທີ່​ສຳ​ຄັນ​ຕໍ່​ການ​ກາຍ​ເປັນ​ສາ​ນຸ​ສິດ​ທີ່​ດີ​ກວ່າ​ເກົ່າ​ຂອງ​ພຣະ​ເຢ​ຊູ​ຄຣິດ. ການ​ອະ​ທິ​ຖານ ແລະ ການ​ສຶກ​ສາ​ພຣະ​ຄຳ​ພີ ຈະ​ຄຽງ​ຄູ່​ກັນ​ໄປ. ທັງ​ສອງ​ທຳ​ງານ​ຮ່ວມ​ກັນ​ເພື່ອ​ຜົນ​ປະ​ໂຫຍດ​ຂອງ​ເຮົາ. ນີ້​ແມ່ນ​ຂັ້ນ​ຕອນ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຈັດ​ຕັ້ງ​ຂຶ້ນ​ມາ. “ຈົ່ງ​ຊື່ນ​ຊົມ​ດ້ວຍ​ພຣະ​ຄຳ​ຂອງ​ພຣະ​ຄຣິດ; ເພາະ​ຈົ່ງ​ເບິ່ງ, ພຣະ​ຄຳ​ຂອງ​ພຣະ​ຄຣິດ​ຈະ​ບອກ​ພວກ​ທ່ານ​ທຸກ​ຢ່າງ​ທີ່​ພວກ​ທ່ານ​ຄວນ​ເຮັດ.”7

ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ກໍ​ໄດ້​ສິດ​ສອນ​ເຊັ່ນ​ດຽວ​ກັນ​ວ່າ ເຮົາ​ບໍ່​ຄວນ​ພຽງ​ແຕ່​ສຶກ​ສາ​ພຣະ​ຄຳ​ພີ​ເທົ່າ​ນັ້ນ ແຕ່​ວ່າ​ກໍ​ຕ້ອງ​ສິດ​ສອນ​ມັນ​ເຊັ່ນ​ກັນ, ດັ່ງ​ທີ່​ພຣະ​ອົງ​ໄດ້​ສະ​ແດງ​ແກ່​ຊາວ​ນີ​ໄຟ: “ແລະ ບັດ​ນີ້​ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເມື່ອ​ພຣະ​ເຢ​ຊູ​ໄດ້​ຊີ້​ແຈງ​ພຣະ​ຄຳ​ພີ​ທັງ​ໝົດ​ແລ້ວ ຊຶ່ງ​ພວກ​ເພິ່ນ​ໄດ້​ຂຽນ​ໄວ້, ພຣະ​ອົງ​ໄດ້​ບັນ​ຊາ​ໃຫ້​ພວກ​ເພິ່ນ​ສິດ​ສອນ​ເລື່ອງ​ທີ່​ພຣະ​ອົງ​ໄດ້​ຊີ້​ແຈງ​ມາ​ນັ້ນ​ແກ່​ພວກ​ເຂົາ.”8

ນີ້​ຄື​ເຫດ​ຜົນ​ໜຶ່ງ ວ່າ​ເປັນ​ຫຍັງ​ມັນ​ຈຶ່ງ​ສຳ​ຄັນ​ຫລາຍ​ສຳ​ລັບ​ນີ​ໄຟ​ທີ່​ຕ້ອງ​ກັບ​ຄືນ​ໄປ ແລະ ນຳ​ເອົາ​ແຜ່ນ​ຈາ​ລຶກ​ທອງ​ເຫລືອງ​ມາ: ຄອບ​ຄົວ​ຂອງ​ເພິ່ນ​ຕ້ອງ​ການ​ພຣະ​ຄຳ​ພີ ທີ່​ບໍ່​ພຽງ​ແຕ່​ຊ່ວຍ​ພວກ​ເພິ່ນ​ໃນ​ການ​ເດີນ​ທາງ​ໄປ​ຫາ​ແຜ່ນ​ດິນ​ແຫ່ງ​ຄຳ​ສັນ​ຍາ​ເທົ່າ​ນັ້ນ ແຕ່​ເພື່ອ​ຊ່ວຍ​ໃຫ້​ພວກ​ເພິ່ນ​ສິດ​ສອນ​ລູກ​ຫລານ​ຂອງ​ພວກ​ເພິ່ນ​ນຳ​ອີກ. ເຮົາ​ກໍ​ຕ້ອງ​ສະ​ແຫວງ​ຫາ​ການ​ຊີ້​ນຳ​ຈາກ​ພຣະ​ຄຳ​ພີ​ເຊັ່ນ​ດຽວ​ກັນ ສຳ​ລັບ​ການ​ເດີນ​ທາງ​ຂອງ​ເຮົາ, ແລະ ເຮົາ​ຕ້ອງ​ສິດ​ສອນ​ມັນ​ໃນ​ບ້ານ ແລະ ການ​ເອີ້ນ​ໃນ​ສາດ​ສະ​ໜາ​ຈັກ​ຂອງ​ເຮົາ.

4. ກະ​ທຳ​ເພື່ອ​ກາຍ​ເປັນ

ຫລາຍໆ​ຄັ້ງ ຄຳ​ຕອບ​ຕໍ່​ການ​ອະ​ທິ​ຖານ​ຈະ​ບໍ່​ມາ​ເຖິງ​ໃນ​ທັນ​ທີ​ທັນ​ໃດ. ແຕ່​ວ່າ​ເຮົາ​ຈຳ​ຕ້ອງ​ມີ​ສັດ​ທາ​ເພື່ອ​ດຳ​ເນີນ​ຕໍ່​ໄປ, ກະ​ທຳ​ໃນ​ຄວາມ​ຊອບ​ທຳ, ແລະ ຢືນ​ຢັດ​ຄື​ກັນ​ກັບ​ນີ​ໄຟ​ຕອນ​ເພິ່ນ​ພະ​ຍາ​ຍາມ​ໄປ​ເອົາ​ແຜ່ນ​ຈາ​ລຶກ​ທອງ​ເຫລືອງ. ພຣະ​ຜູ້​ເປັນ​ເຈົ້າ​ຈະ​ສະ​ແດງ​ໃຫ້​ເຮົາ​ເຫັນ​ທີ​ລະ​ເລັກ​ທີ​ລະ​ໜ້ອຍ; ຂະ​ນະ​ທີ່​ເຮົາ​ສຶກ​ສາ​ພຣະ​ຄຳ​ພີ, ພຣະ​ຜູ້​ເປັນ​ເຈົ້າ​ຈະ​ໃຫ້​ຄຳ​ຕອບ​ແກ່​ເຮົາ ຫລື ເພີ່ມ​ຄວາມ​ເຂັ້ມ​ແຂງ​ທີ່​ຈຳ​ເປັນ​ເພື່ອ​ໃຫ້​ເຮົາ​ຂ້າມ​ຜ່ານ​ໄປ​ໃຫ້​ໄດ້​ອີກ​ວັນ​ໜຶ່ງ, ອາ​ທິດ​ໜຶ່ງ, ແລະ ລອງ​ໃໝ່​ອີກ​ຄັ້ງ​ໜຶ່ງ. ແອວ​ເດີ ຣິ​ເຈີດ ຈີ ສະ​ກາດ ໄດ້​ກ່າວ​ວ່າ: “ຈົ່ງ​ຂອບ​ຄຸນ​ພຣະ​ເຈົ້າ​ທີ່​ບາງ​ເທື່ອ​ພຣະ​ອົງ​ປ່ອຍ​ໃຫ້​ທ່ານ​ຕໍ່​ສູ້​ດີ້ນ​ລົນ​ຊົ່ວ​ໄລ​ຍະ​ໜຶ່ງ ກ່ອນ​ພຣະ​ອົງ​ຈະ​ຕອບ​ທ່ານ. ສິ່ງ​ນັ້ນ​ຈະ​ເຮັດ​ໃຫ້​ສັດ​ທາ​ຂອງ​ທ່ານ​ເພີ່ມ​ຂຶ້ນ ແລະ ນິ​ໄສ​ໃຈ​ຄໍ​ຂອງ​ທ່ານ​ຈະ​ເຕີບ​ໂຕ​ຂຶ້ນ.”9

ຜ່ານ​ທາງ​ການ​ອະ​ທິ​ຖານ ແລະ ສຶກ​ສາ​ພຣະ​ຄຳ​ພີ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ໃຫ້​ຄວາມ​ເຂັ້ມ​ແຂງ​ແກ່​ຂ້າ​ພະ​ເຈົ້າ​ສະ​ເໝີ ເພື່ອ​ກະ​ທຳ ແລະ ອົດ​ທົນ​ໄປ​ອີກ​ວັນ​ໜຶ່ງ, ອີກ​ອາ​ທິດ​ໜຶ່ງ, ແລະ ລອງ​ໃໝ່​ອີກ​ຄັ້ງ. ຫລາຍໆ​ຄັ້ງ ຄຳ​ຕອບ​ບໍ່​ໄດ້​ມາ​ເຖິງ​ໃນ​ທັນ​ທີ​ທັນ​ໃດ. ຂ້າ​ພະ​ເຈົ້າ​ຍັງ​ມີ​ຄຳ​ຖາມ​ທີ່​ຍັງ​ບໍ່​ທັນ​ໄດ້​ຮັບ​ຄຳ​ຕອບ​ເທື່ອ, ແຕ່​ວ່າ​ຂ້າ​ພະ​ເຈົ້າ​ຍັງ​ທູນ​ຂໍ ແລະ ສຶກ​ສາ​ຕໍ່​ໄປ, ແລະ ຂ້າ​ພະ​ເຈົ້າ​ມີ​ຄວາມ​ສຸກ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຍັງ​ສືບ​ຕໍ່​ໃຫ້​ຄວາມ​ເຂັ້ມ​ແຂງ​ແກ່​ຂ້າ​ພະ​ເຈົ້າ​ໃຫ້​ກະ​ທຳ​ໃນ​ຂະ​ນະ​ທີ່​ຂ້າ​ພະ​ເຈົ້າ​ລໍ​ຖ້າ​ຄຳ​ຕອບ​ນັ້ນ​ຢູ່.

ແອວ​ເດີ ສະ​ກາດ ໄດ້​ກ່າວ​ອີກ​ວ່າ, “ເມື່ອ​ທ່ານ​ເດີນ​ໄປ​ຈົນ​ສຸດ​ຂອບ​ເຂດ​ຂອງ​ຄວາມ​ເຂົ້າ​ໃຈ​ຂອງ​ທ່ານ ເຂົ້າ​ໃນ​ຄວາມ​ສະ​ຫລົວ​ແຫ່ງ​ຄວາມ​ບໍ່​ແນ່​ນອນ, ໂດຍ​ການ​ໃຊ້​ສັດ​ທາ, ທ່ານ​ຈະ​ຖືກ​ນຳ​ພາ​ໄປ​ພົບ​ທາງ​ອອກ​ທີ່​ທ່ານ​ຈະ​ບໍ່​ພົບ​ໂດຍ​ວິ​ທີ​ອື່ນ.”10

ການ​ກາຍ​ເປັນ​ຜູ້​ຕິດ​ຕາມ​ທີ່​ດີ​ກວ່າ​ເກົ່າ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ພຣະ​ເຢ​ຊູ​ຄຣິດ ຄື​ການ​ເດີນ​ທາງ​ຕະ​ຫລອດ​ຊີ​ວິດ, ແລະ ເຮົາ​ທຸກ​ຄົນ​ຢູ່​ໃນ​ສະ​ຖາ​ນະ​ທີ່​ແຕກ​ຕ່າງ​ກັນ, ເຄື່ອນ​ຍ້າຍ​ໃນ​ບາດ​ກ້າວ​ທີ່​ແຕກ​ຕ່າງ​ກັນ. ເຮົາ​ຕ້ອງ​ຈື່​ຈຳ​ໄວ້​ວ່າ ນີ້​ບໍ່​ແມ່ນ​ການ​ແຂ່ງ​ຂັນ, ແລະ ເຮົາ​ຢູ່​ທີ່​ນີ້​ເພື່ອ​ຮັກ ແລະ ຊ່ວຍ​ເຫລືອ​ຊຶ່ງ​ກັນ​ແລະ​ກັນ. ເຮົາ​ຕ້ອງ​ກະ​ທຳ​ຕໍ່​ໄປ​ເພື່ອ​ຍອມ​ໃຫ້​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ທຳ​ງານ​ກັບ​ເຮົາ​ໃນ​ຊີ​ວິດ​ຂອງ​ເຮົາ.

ດັ່ງ​ທີ່​ໄດ້​ກ່າວ​ກັບ​ຊິດ​ນີ ຣິກ​ດອນ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ດັ່ງ​ນີ້: “ເຮົາ​ໄດ້​ຫລຽວ​ເບິ່ງ​ເຈົ້າ ແລະ ວຽກ​ງານ​ຂອງ​ເຈົ້າ. ເຮົາ​ໄດ້​ຍິນ​ຄຳ​ອະ​ທິ​ຖານ​ຂອງ​ເຈົ້າ, ແລະ ໄດ້​ຕຽມ​ເຈົ້າ​ສຳ​ລັບ​ວຽກ​ງານ​ທີ່​ສຳ​ຄັນ​ກວ່າ.”11 ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຍິນ ແລະ ຕອບ​ຄຳ​ອະ​ທິ​ຖານ​ຂອງ​ເຮົາ; ພຣະ​ອົງ​ຮູ້​ຈັກ​ເຮົາ; ພຣະ​ອົງ​ມີ​ວຽກ​ງານ​ທີ່​ສຳ​ຄັນ​ສຳ​ລັບ​ເຮົາ​ແຕ່​ລະ​ຄົນ. ຜ່ານ​ທາງ​ການ​ອະ​ທິ​ຖານ, ການ​ສຶກ​ສາ​ພຣະ​ຄຳ​ພີ, ແລະ ການ​ກະ​ທຳ, ເຮົາ​ຈະ​ສາ​ມາດ​ເປີດ​ພອນ​ຕ່າງໆ​ແຫ່ງ​ສະ​ຫວັນ ແລະ ກາຍ​ເປັນ​ຜູ້​ຕິດ​ຕາມ​ທີ່​ດີ​ກວ່າ​ເກົ່າ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ພຣະ​ເຢ​ຊູ​ຄຣິດ.

ປະ​ທານ​ດາ​ລິນ ເອັຈ ໂອກສ໌ ໄດ້​ສິດ​ສອນ​ວ່າ: “ການ​ພິ​ພາກ​ສາ​ຄັ້ງ​ສຸດ​ທ້າຍ ບໍ່​ແມ່ນ​ພຽງ​ແຕ່​ເພື່ອ​ເປັນ​ການ​ປະ​ເມີນ​ຄວາມ​ດີ​ງາມ ແລະ ການ​ກະ​ທຳ​ທີ່​ຊົ່ວ​ຮ້າຍ—ສິ່ງ​ທີ່​ເຮົາ​ໄດ້ ເຮັດ ຜ່ານ​ມາ​ເທົ່າ​ນັ້ນ. ມັນ​ເປັນ​ການ​ຮັບ​ຮູ້​ເຖິງ​ຜົນ​ສະ​ທ້ອນ​ສຸດ​ທ້າຍ​ຂອງ​ການ​ກະ​ທຳ ແລະ ຄວາມ​ຄິດ—ສິ່ງ​ທີ່​ເຮົາ​ໄດ້ ກາຍ​ເປັນ.”12

ຂ້າ​ພະ​ເຈົ້າ​ກະ​ຕັນ​ຍູ​ສຳ​ລັບ​ສາດ​ສະ​ດາ, ຜູ້​ພະ​ຍາ​ກອນ, ແລະ ຜູ້​ເປີດ​ເຜີຍ​ທັງ​ຫລາຍ; ພວກ​ເພິ່ນ​ເປັນ​ຄົນ​ຍາມ​ຢູ່​ເທິງ​ປ້ອມ​ຍາມ. ພວກ​ເພິ່ນ​ເຫັນ​ສິ່ງ​ທີ່​ເຮົາ​ບໍ່​ເຫັນ. ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ​ຜ່ານ​ທາງ​ຄຳ​ເວົ້າ​ຂອງ​ພວກ​ເພິ່ນ, ເຮົາ​ສາ​ມາດ​ກາຍ​ເປັນ​ຜູ້​ຕິດ​ຕາມ​ທີ່​ດີ​ກວ່າ​ເກົ່າ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ພຣະ​ເຢ​ຊູ​ຄຣິດ ແລະ ບັນ​ລຸ​ສັກ​ກະ​ຍະ​ພາບ​ຂອງ​ເຮົາ. ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ພຣະ​ຄຣິດ​ຊົງ​ພຣະ​ຊົນ​ຢູ່ ແລະ ຮູ້​ຈັກ​ເຮົາ​ແຕ່​ລະ​ຄົນ. ນີ້​ແມ່ນ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ. ໃນ​ພຣະ​ນາມ​ອັນ​ສັກ​ສິດ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາ​ແມນ.