ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ເຮັດ​ໃຫ້​ການ​ປ່ຽນ​ໃຈ​ເຫລື້ອມ​ໃສ​ຂອງ​ເຮົາ​ຕໍ່​ພຣະ​ເຢ​ຊູ​ຄຣິດ​ເລິກ​ເຊິ່ງ​ຍິ່ງ​ຂຶ້ນ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ຕຸ​ລາ 2021


ເຮັດ​ໃຫ້​ການ​ປ່ຽນ​ໃຈ​ເຫລື້ອມ​ໃສ​ຂອງ​ເຮົາ​ຕໍ່​ພຣະ​ເຢ​ຊູ​ຄຣິດ​ເລິກ​ເຊິ່ງ​ຍິ່ງ​ຂຶ້ນ

ພຣະ​ຄຳ​ພີ ແລະ ຄວາມ​ຮູ້​ຂອງ​ເຮົາ​ກ່ຽວ​ກັບ​ພຣະ​ເຈົ້າ​ເປັນ​ຂອງ​ຂວັນ—ເປັນ​ຂອງ​ຂວັນ​ທີ່​ເຮົາ​ມັກ​ລືມ​ຄຸນ​ຄ່າ. ຂໍ​ໃຫ້​ເຮົາ​ທະ​ນຸ​ຖະ​ໜອມ​ພອນ​ເຫລົ່າ​ນີ້.

ຂອບ​ໃຈ​ຫລາຍໆ, ບຣາ​ເດີ ນຽວ​ສັນ, ສຳ​ລັບ​ຂ່າວ​ສານ​ທີ່​ປະ​ທັບ​ໃຈ​ຂອງ​ທ່ານ. ພວກ​ເຮົາ​ຕ້ອງ​ກັນ​ສິ່ງ​ນັ້ນ.

ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ​ທັງ​ຫລາຍ, ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ ໄດ້​ສິດ​ສອນ​ເຮົາ​ເມື່ອ​ບໍ່​ດົນ​ມາ​ນີ້​ວ່າ, “ກ່ອນ​ຈະ​ເຮັດ​ຫຍັງ​ໄດ້​ດີ ຕ້ອງ​ໃຊ້​ຄວາມ​ພະ​ຍາ​ຍາມ. ການ​ກາຍ​ເປັນ​ສາ​ນຸ​ສິດ​ທີ່​ແທ້​ຈິງ​ຂອງ​ພຣະ​ເຢ​ຊູ​ຄຣິດ​ບໍ່​ໄດ້​ຖືກ​ຍົກ​ເວັ້ນ. ການ​ເພີ່ມ​ພູນ​ສັດ​ທາ​ຂອງ​ທ່ານ ແລະ ການ​ໄວ້​ວາງ​ໃຈ​ໃນ​ພຣະ​ອົງ​ຕ້ອງ​ໃຊ້​ຄວາມ​ພະ​ຍາ​ຍາມ.” ທ່າມ​ກາງ​ຄຳ​ແນະ​ນຳ​ທີ່​ເພິ່ນ​ໄດ້​ໃຫ້​ແກ່​ເຮົາ​ເພື່ອ​ເພີ່ມ​ພູນ​ສັດ​ທາ​ຂອງ​ເຮົາ​ໃນ​ພຣະ​ເຢ​ຊູ​ຄຣິດ​ນັ້ນ​ກໍ​ຄື ໃຫ້​ເຮົາ​ເອົາ​ຕົວ​ເຂົ້າ​ຫາ​ພຣະ​ຄຳ​ພີ ເພື່ອ​ໃຫ້​ເຂົ້າ​ໃຈ​ພາ​ລະ​ກິດ ແລະ ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ​ພຣະ​ຄຣິດ​ຫລາຍ​ກວ່າ​ເກົ່າ. (ເບິ່ງ “Christ Is Risen; Faith in Him Will Move Mountains,” Liahona, May 2021, 103.)

ເຮົາ​ຮຽນ​ຮູ້​ຢູ່​ໃນ​ພຣະ​ຄຳ​ພີ​ມໍ​ມອນ​ວ່າ ພຣະ​ຄຳ​ພີ​ເປັນ​ພາກ​ສ່ວນ​ສຳ​ຄັນ​ໃນ​ຄອບ​ຄົວ​ຂອງ​ລີ​ໄຮ—ສຳ​ຄັນ​ຫລາຍ​ຈົນ​ວ່າ​ນີ​ໄຟ ແລະ ພວກ​ອ້າຍ​ຂອງ​ເພິ່ນ ໄດ້​ກັບ​ໄປ​ເຢ​ຣູ​ຊາ​ເລັມ ເພື່ອ​ໄປ​ເອົາ​ແຜ່ນ​ຈາ​ລຶກ​ທອງ​ເຫລືອງ (ເບິ່ງ 1 ນີ​ໄຟ 3–4).

ພຣະ​ຄຳ​ພີ​ເປີດ​ເຜີຍ​ພຣະ​ປະ​ສົງ​ຂອງ​ພຣະ​ເຈົ້າ​ເພື່ອ​ພວກ​ເຮົາ, ເຊັ່ນ​ດຽວ​ກັບ​ທີ່​ເລຍ​ໂຮ​ນາ​ໄດ້​ເປີດ​ເຜີຍ​ຕໍ່​ນີ​ໄຟ ແລະ ບິ​ດາ​ຂອງ​ເພິ່ນ. ຫລັງ​ຈາກ​ທີ່​ເພິ່ນ​ໄດ້​ເຮັດ​ຄັນ​ທະ​ນູ​ຂອງ​ເພິ່ນ​ຫັກ, ນີ​ໄຟ​ຕ້ອງ​ການ​ທີ່​ຈະ​ຮູ້​ວ່າ​ເພິ່ນ​ຄວນ​ໄປ​ຫາ​ອາ​ຫານ​ໄດ້​ຢູ່​ໃສ. ລີ​ໄຮ ບິ​ດາ​ຂອງ​ເພິ່ນ, ໄດ້​ຫລຽວ​ເບິ່ງ​ເລຍ​ໂຮ​ນາ ແລະ ໄດ້​ເຫັນ​ສິ່ງ​ຕ່າງໆ​ທີ່​ມີ​ຂຽນ​ໄວ້. ນີ​ໄຟ​ໄດ້​ເຫັນ​ວ່າ ເຂັມ​ທິດ​ທຳ​ງານ​ຕາມ​ສັດ​ທາ, ຄວາມ​ພາກ​ພຽນ, ແລະ ຄວາມ​ເອົາ​ໃຈ​ໃສ່​ຕໍ່​ເຂັມ​ທິດ​ເຫລົ່າ​ນັ້ນ. ເພິ່ນ​ຍັງ​ໄດ້​ເຫັນ​ຂໍ້​ຄວາມ​ຂຽນ​ໄວ້ ຊຶ່ງ​ອ່ານ​ງ່າຍ ແລະ ໄດ້​ໃຫ້​ຄວາມ​ເຂົ້າ​ໃຈ​ແກ່​ພວກ​ເພິ່ນ​ກ່ຽວ​ກັບ​ທາງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ. ເພິ່ນ​ໄດ້​ຮູ້​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ນຳ​ເລື່ອງ​ອັນ​ໃຫຍ່​ຍິ່ງ​ມາ​ໃຫ້​ດ້ວຍ​ວິ​ທີ​ນ້ອຍໆ. ເພິ່ນ​ໄດ້​ເຊື່ອ​ຟັງ​ກ່ຽວ​ກັບ​ທິດ​ທາງ​ທີ່​ເລຍ​ໂຮ​ນາ​ຊີ້​ບອກ. ເພິ່ນ​ໄດ້​ຂຶ້ນ​ໄປ​ເທິງ​ພູ ແລະ ຫາ​ອາ​ຫານ​ມາ​ໃຫ້​ຄອບ​ຄົວ​ຂອງ​ເພິ່ນ, ຜູ້​ທີ່​ທົນ​ທຸກ​ຫລາຍ​ຍ້ອນ​ການ​ຂາດ​ແຄນ. (ເບິ່ງ 1 ນີ​ໄຟ 16:23-31.)

ສຳ​ລັບ​ຂ້າ​ພະ​ເຈົ້າ​ແລ້ວ​ເບິ່ງ​ຄື​ວ່າ ນີ​ໄຟ​ເປັນ​ນັກ​ຮຽນ​ທີ່​ອຸ​ທິດ​ຕົນ​ຕໍ່​ພຣະ​ຄຳ​ພີ. ເຮົາ​ອ່ານ​ວ່າ ນີ​ໄຟ​ໄດ້​ເບີກ​ບານ​ໃນ​ພຣະ​ຄຳ​ພີ, ໃຈ​ຂອງ​ເພິ່ນ​ຄຳ​ນຶງ​ເຖິງ​ຂໍ້​ຄວາມ​ເຫລົ່າ​ນັ້ນ, ແລະ ໄດ້​ບັນ​ທຶກ​ມັນ​ໄວ້​ເພື່ອ​ການ​ຮຽນ​ຮູ້ ແລະ ເພື່ອ​ຜົນ​ປະ​ໂຫຍດ​ຂອງ​ລູກ​ຫລານ​ຂອງ​ເພິ່ນ (ເບິ່ງ 2 ນີ​ໄຟ 4:15–16).

ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ ໄດ້​ກ່າວ​ວ່າ:

“ຖ້າ​ຫາກ​ເຮົາ ‘ຈະ​ມຸ້ງ​ໜ້າ, ຊື່ນ​ຊົມ​ດ້ວຍ​ພຣະ​ຄຳ​ຂອງ​ພຣະ​ຄຣິດ, ແລະ ອົດ​ທົນ​ຈົນ​ເຖິງ​ທີ່​ສຸດ … [ເຮົາ] ຈະ​ມີ​ຊີ​ວິດ​ນິ​ລັນ​ດອນ’ [2 ນີ​ໄຟ 31:20].

“ຄຳ​ວ່າ​ຊື່ນ​ຊົມ​ໝາຍ​ເຖິງ​ຫລາຍ​ກວ່າ​ການ​ຊີມ. ຊື່ນ​ຊົມ​ໝາຍ​ເຖິງ​ການ​ກິນ​ຢ່າງ​ແຊບ​ຊ້ອຍ. ເຮົາ​ຮັບ​ສ່ວນ​ພຣະ​ຄຳ​ພີ​ຢ່າງ​ແຊບ​ຊ້ອຍ​ໂດຍ​ການ​ສຶກ​ສາ​ມັນ ໃນ​ຄວາມ​ຮູ້​ສຶກ​ຂອງ​ການ​ຄົ້ນ​ຄວ້າ​ດ້ວຍ​ຄວາມ​ເບີກ​ບານ​ໃຈ ແລະ ດ້ວຍ​ການ​ເຊື່ອ​ຟັງ​ທີ່​ຊື່​ສັດ. ເມື່ອ​ເຮົາ​ຊື່ນ​ຊົມ​ດ້ວຍ​ພຣະ​ຄຳ​ຂອງ​ພຣະ​ຄຣິດ, ມັນ​ຈະ​ຝັງ​ແໜ້ນ ‘ຢູ່​ໃນ​ຫົວ​ໃຈ’ [2 ໂກ​ຣິນ​ໂທ 3:3]. ມັນ​ໄດ້​ກາຍ​ເປັນ​ພາກ​ສ່ວນ​ທີ່​ສຳ​ຄັນ​ຂອງ​ທຳ​ມະ​ຊາດ​ຂອງ​ເຮົາ” (“Living by Scriptural Guidance,” Liahona, Jan. 2001, 21).

ມີ​ສິ່ງ​ໃດ​ແດ່​ທີ່​ເຮົາ​ຈະ​ເຮັດ ຖ້າ​ຈິດ​ວິນ​ຍານ​ຂອງ​ເຮົາ​ເບີກ​ບານ​ໃນ​ພຣະ​ຄຳ​ພີ?

ຄວາມ​ປາດ​ຖະ​ໜາ​ຂອງ​ເຮົາ​ທີ່​ຈະ​ເປັນ​ພາກ​ສ່ວນ​ໃນ​ການ​ເຕົ້າ​ໂຮມ​ອິດ​ສະ​ຣະ​ເອນ​ຢູ່​ທັງ​ສອງ​ຟາກ​ມ່ານ​ຈະ​ເພີ່ມ​ຂຶ້ນ. ເປັນ​ເລື່ອງ​ປົກ​ກະ​ຕິ ແລະ ທຳ​ມະ​ຊາດ​ສຳ​ລັບ​ເຮົາ​ທີ່​ຈະ​ເຊື້ອ​ເຊີນ​ຄອບ​ຄົວ ແລະ ໝູ່​ເພື່ອນ​ຂອງ​ເຮົາ​ໃຫ້​ຟັງ​ຜູ້​ສອນ​ສາດ​ສະ​ໜາ. ເຮົາ​ຈະ​ມີ​ຄ່າ​ຄວນ, ແລະ ເຮົາ​ຈະ​ມີ​ໃບ​ຮັບ​ຮອງ​ເຂົ້າ​ພຣະ​ວິ​ຫານ​ປະ​ຈຸ​ບັນ ເພື່ອ​ທີ່​ຈະ​ເຂົ້າ​ໄປ​ພຣະ​ວິ​ຫານ​ໃຫ້​ເລື້ອຍ​ທີ່​ສຸດ​ເທົ່າ​ທີ່​ຈະ​ເປັນ​ໄປ​ໄດ້. ເຮົາ​ຈະ​ເຮັດ​ວຽກ​ເພື່ອ​ຊອກ​ຫາ, ກະ​ກຽມ, ແລະ ສົ່ງ​ລາຍ​ຊື່​ຂອງ​ບັນ​ພະ​ບຸ​ລຸດ​ຂອງ​ເຮົາ​ໄປ​ໃຫ້​ພຣະ​ວິ​ຫານ. ເຮົາ​ຈະ​ຊື່​ສັດ​ໃນ​ການ​ຮັກ​ສາ​ວັນ​ຊະ​ບາ​ໂຕ, ໄປ​ໂບດ​ທຸກໆ​ວັນ​ອາ​ທິດ ເພື່ອ​ຕໍ່​ພັນ​ທະ​ສັນ​ຍາ​ຂອງ​ເຮົາ​ກັບ​ພຣະ​ຜູ້​ເປັນ​ເຈົ້າ ໃນ​ຂະ​ນະ​ທີ່​ເຮົາ​ມີ​ສ່ວນ​ຢ່າງ​ມີ​ຄ່າ​ຄວນ​ໃນ​ການ​ຮັບ​ສິນ​ລະ​ລຶກ. ເຮົາ​ຈະ​ແກ້​ໄຂ​ເພື່ອ​ຈະ​ໄດ້​ຢູ່​ໃນ​ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ, ໂດຍ​ດຳ​ລົງ​ຊີ​ວິດ​ຕາມ​ທຸກ​ພຣະ​ຄຳ​ທີ່​ອອກ​ມາ​ຈາກ​ພຣະ​ໂອດ​ຂອງ​ພຣະ​ເຈົ້າ (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 84:44).

ການ​ທີ່​ທ່ານ​ເບີກ​ບານ​ໃນ​ສິ່ງ​ຕ່າງໆ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໝາຍ​ຄວາມ​ວ່າ​ແນວ​ໃດ​ສຳ​ລັບ​ທ່ານ?

ຄວາມ​ເບີກ​ບານ​ໃນ​ພຣະ​ຄຳ​ພີ​​ມີ​ຄວາມ​ໝາຍ​ຫລາຍ​ກວ່າ​ຄວາມ​ຫິວ​ໂຫຍ ແລະ ຄວາມ​ກະ​ຫາຍ​ຄວາມ​ຮູ້. ນີ​ໄຟ​ໄດ້​ປະ​ສົບ​ກັບ​ຄວາມ​ຊື່ນ​ຊົມ​ຢ່າງ​ຍິ່ງ​ໃນ​ຊີ​ວິດ​ຂອງ​ເພິ່ນ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ເພິ່ນ​ກໍ​ເຄີຍ​ປະ​ເຊີນ​ກັບ​ຄວາມ​ຍາກ​ລຳ​ບາກ ແລະ ຄວາມ​ໂສກ​ເສົ້າ (ເບິ່ງ 2 ນີ​ໄຟ 4:12–13). “ເຖິງ​ຢ່າງ​ໃດ​ກໍ​ຕາມ,” ເພິ່ນ​ກ່າວ, “ຂ້າ​ພະ​ເຈົ້າ​ຍັງ​ຮູ້​ວ່າ, ຂ້າ​ພະ​ເຈົ້າ​ໄວ້​ວາງ​ໃຈ​ຜູ້​ໃດ​ມາ” (2 ນີ​ໄຟ 4:19). ເມື່ອ​ເຮົາ​ສຶກ​ສາ​ພຣະ​ຄຳ​ພີ, ເຮົາ​ຈະ​ເຂົ້າ​ໃຈ​ເຖິງ​ແຜນ​ການ​ແຫ່ງ​ຄວາມ​ລອດ ແລະ ຄວາມ​ສູງ​ສົ່ງ​ຂອງ​ພຣະ​ເຈົ້າ ​ໄດ້​ດີ​ຍິ່ງ​ຂຶ້ນ, ແລະ ເຮົາ​ຈະ​ໄວ້​ວາງ​ໃຈ​ໃນ​ຄຳ​ສັນ​ຍາ​ທີ່​ພຣະ​ອົງ​ໄດ້​ເຮັດ​ໄວ້​ກັບ​ເຮົາ​ໃນ​ພຣະ​ຄຳ​ພີ, ເຊັ່ນ​ດຽວ​ກັບ​ຄຳ​ສັນ​ຍາ ແລະ ພອນ​ຕ່າງໆ​ຂອງ​ສາດ​ສະ​ດາ​ສະ​ໄໝ​ໃໝ່.

ຮູບ​ພາບ
ດາ​ວິດ ແລະ ໂກ​ລີ​ອາດ

ຕອນ​ບ່າຍ​ມື້​ໜຶ່ງ, ຂ້າ​ພະ​ເຈົ້າ​ກັບ​ພັນ​ລະ​ຍາ​ໄດ້​ຮັບ​ເຊີນ​ໃຫ້​ໄປ​ບ້ານ​ຂອງ​ໝູ່​ຄົນ​ໜຶ່ງ. ລູກ​ຊາຍ​ອາ​ຍຸ​ເຈັດ​ປີ​ຂອງ​ເຂົາ​ເຈົ້າ, ທ້າວ​ເດ​ວິດ, ບໍ່​ເຄີຍ​ໄດ້​ຍິນ​ເລື່ອງ​ເລົ່າ​ພຣະ​ຄຣິສ​ຕະ​ທຳ​ຄຳ​ພີ​ກ່ຽວ​ກັບ​ດາ​ວິດ ແລະ ໂກ​ລີ​ອາດ​ຈັກ​ເທື່ອ, ແລະ ລາວ​ຢາກ​ຟັງ. ຂະ​ນະ​ທີ່​ຂ້າ​ພະ​ເຈົ້າ​ເລີ່ມ​ເລົ່າ​ເລື່ອງ​ນັ້ນ, ລາວ​ກໍ​ຮູ້​ສຶກ​ປະ​ທັບ​ໃຈ​ກັບ​ການ​ທີ່​ດາ​ວິດ, ດ້ວຍ​ສັດ​ທາ​ຂອງ​ລາວ ແລະ ໃນ​ພຣະ​ນາມ​ຂອງ​ພຣະ​ເຈົ້າ​ແຫ່ງ​ອິດ​ສະ​ຣະ​ເອນ, ໄດ້​ທຳ​ຮ້າຍ ແລະ ຂ້າ​ຄົນ​ຟີ​ລິດ​ສະ​ຕິນ​ດ້ວຍ​ກະ​ຖຸນ ແລະ ກ້ອນ​ຫີນ​ກ້ອນ​ດຽວ, ໂດຍ​ທີ່​ບໍ່​ໄດ້​ຖື​ດາບ​ໃນ​ມື​ຂອງ​ລາວ​ເລີຍ (ເບິ່ງ 1 ຊາ​ມູ​ເອນ 17).

ຂະ​ນະ​ທີ່​ລາວ​ກຳ​ລັງ​ແນມ​ເບິ່ງ​ຂ້າ​ພະ​ເຈົ້າ​ດ້ວຍ​ຕາ​ສີ​ເຂັ້ມ​ໂລ້ໆ, ລາວ​ໄດ້​ຖາມ​ຂ້າ​ພະ​ເຈົ້າ​ຢ່າງ​ໜັກ​ແໜ້ນ​ວ່າ, “ພຣະ​ເຈົ້າ​ແມ່ນ​ໃຜ?” ຂ້າ​ພະ​ເຈົ້າ​ໄດ້​ອະ​ທິ​ບາຍ​ແກ່​ລາວ​ວ່າ ພຣະ​ເຈົ້າ​ແມ່ນ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ພວກ​ເຮົາ ແລະ ພວກ​ເຮົາ​ຮຽນ​ຮູ້​ກ່ຽວ​ກັບ​ພຣະ​ອົງ​ໃນ​ພຣະ​ຄຳ​ພີ.

ແລ້ວ​ລາວ​ກໍ​ຖາມ​ຂ້າ​ພະ​ເຈົ້າ​ວ່າ, “ພຣະ​ຄຳ​ພີ​ແມ່ນ​ຫຍັງ?” ຂ້າ​ພະ​ເຈົ້າ​ບອກ​ລາວ​ວ່າ ພຣະ​ຄຳ​ພີ​ແມ່ນ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ ແລະ ໃນ​ນັ້ນ ລາວ​ຈະ​ສາ​ມາດ​ພົບ​ເຫັນ​ເລື່ອງ​ລາວ​ທີ່​ສວຍ​ງາມ​ຕ່າງໆ​ທີ່​ຈະ​ຊ່ວຍ​ລາວ​ໃຫ້​ຮູ້​ຈັກ​ພຣະ​ເຈົ້າ​ຫລາຍ​ຍິ່ງ​ຂຶ້ນ. ຂ້າ​ພະ​ເຈົ້າ​ໄດ້​ຂໍ​ໃຫ້​ແມ່​ຂອງ​ລາວ​ໃຊ້​ພຣະ​ຄຣິສ​ຕະ​ທຳ​ຄຳ​ພີ​ທີ່​ນາງ​ມີ​ຢູ່​ເຮືອນ ແລະ ບໍ່​ໃຫ້​ເດ​ວິດ​ເຂົ້າ​ນອນ​ໂດຍ​ທີ່​ບໍ່​ອ່ານ​ເລື່ອງ​ນັ້ນ​ທັງ​ໝົດ​ໃຫ້​ລາວ​ຟັງ. ລາວ​ເບີກ​ບານ​ໃຈ​ໃນ​ຂະ​ນະ​ທີ່​ລາວ​ຟັງ. ພຣະ​ຄຳ​ພີ ແລະ ຄວາມ​ຮູ້​ຂອງ​ເຮົາ​ກ່ຽວ​ກັບ​ພຣະ​ເຈົ້າ​ເປັນ​ຂອງ​ຂວັນ—ເປັນ​ຂອງ​ຂວັນ​ທີ່​ເຮົາ​ມັກ​ລືມ​ຄຸນ​ຄ່າ. ຂໍ​ໃຫ້​ເຮົາ​ທະ​ນຸ​ຖະ​ໜອມ​ພອນ​ເຫລົ່າ​ນີ້.

ໃນ​ລະ​ຫວ່າງ​ທີ່​ຮັບ​ໃຊ້​ເຜີຍ​ແຜ່​ຕອນ​ທີ່​ເປັນ​ຊາຍ​ໜຸ່ມ​ນັ້ນ, ຂ້າ​ພະ​ເຈົ້າ​ໄດ້​ສັງ​ເກດ​ວ່າ ໂດຍ​ການ​ສິດ​ສອນ​ພຣະ​ຄຳ​ພີ​ຂອງ​ເຮົາ, ຊີ​ວິດ​ຂອງ​ຫລາຍໆ​ຄົນ​ໄດ້​ປ່ຽນ​ໄປ. ຂ້າ​ພະ​ເຈົ້າ​ໄດ້​ຮູ້​ເຖິງ​ພະ​ລັງ​ຂອງ​ພຣະ​ຄຳ​ພີ ແລະ ການ​ທີ່​ມັນ​ສາ​ມາດ​ປ່ຽນ​ຊີ​ວິດ​ຂອງ​ເຮົາ​ຢ່າງ​ໃດ. ແຕ່​ລະ​ຄົນ​ທີ່​ພວກ​ເຮົາ​ສິດ​ສອນ​ກ່ຽວ​ກັບ​ພຣະ​ກິດ​ຕິ​ຄຸນ​ທີ່​ຖືກ​ຟື້ນ​ຟູ ເປັນ​ບຸກ​ຄົນ​ທີ່​ເປັນ​ເອ​ກະ​ລັກ ທີ່​ມີ​ຄວາມ​ຕ້ອງ​ການ​ທີ່​ແຕກ​ຕ່າງ​ກັນ. ພຣະ​ຄຳ​ພີ​ສັກ​ສິດ—ແມ່ນ​ແລ້ວ, ຄຳ​ທຳ​ນາຍ​ທີ່​ໄດ້​ຖືກ​ຂຽນ​ໄວ້​ໂດຍ​ບັນ​ດາ​ສາດ​ສະ​ດາ​ທີ່​ບໍ​ລິ​ສຸດ—ໄດ້​ນຳ​ພວກ​ເຂົາ​ມາ​ສູ່​ສັດ​ທາ​ໃນ​ພຣະ​ຜູ້​ເປັນ​ເຈົ້າ ແລະ ມາ​ສູ່​ການ​ກັບ​ໃຈ ແລະ ໄດ້​ປ່ຽນ​ແປງ​ຈິດ​ໃຈ​ຂອງ​ພວກ​ເຂົາ.

ພຣະ​ຄຳ​ພີ​ເຕີມ​ເຕັມ​ພວກ​ເຂົາ​ດ້ວຍ​ຄວາມ​ຊື່ນ​ຊົມ ເມື່ອ​ພວກ​ເຂົາ​ໄດ້​ຮັບ​ການ​ດົນ​ໃຈ, ການ​ຊີ້​ນຳ, ການ​ປອບ​ໂຍນ, ຄວາມ​ເຂັ້ມ​ແຂງ, ແລະ ຄຳ​ຕອບ​ຕໍ່​ຄວາມ​ຕ້ອງ​ການ​ຂອງ​ພວກ​ເຂົາ. ຫລາຍ​ຄົນ​ໃນ​ພວກ​ເຂົາ​ໄດ້​ຕັດ​ສິນ​ໃຈ​ທີ່​ຈະ​ປ່ຽນ​ແປງ​ຊີ​ວິດ​ຂອງ​ພວກ​ເຂົາ ແລະ ເລີ່ມ​ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ.

ນີ​ໄຟ​ຊຸກ​ຍູ້​ໃຫ້​ເຮົາ​ເບີກ​ບານ​ໃນ​ພຣະ​ຄຳ​ຂອງ​ພຣະ​ຄຣິດ, ເພາະ​ພຣະ​ຄຳ​ຂອງ​ພຣະ​ຄຣິດ​ຈະ​ບອກ​ເຮົາ​ທຸກ​ຢ່າງ​ທີ່​ເຮົາ​ຄວນ​ເຮັດ. (ເບິ່ງ 2 ນີ​ໄຟ 32:3).

ຮູບ​ພາບ
ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ຄອບ​ຄົວ

ຂ້າ​ພະ​ເຈົ້າ​ຂໍ​ເຊື້ອ​ເຊີນ​ທ່ານ​ໃຫ້​ມີ​ແຜນ​ການ​ຖາ​ວອນ​ໃນ​ການ​ສຶກ​ສາ​ພຣະ​ຄຳ​ພີ. ປຶ້ມ ຈົ່ງ​ຕາມ​ເຮົາ​ມາ ເປັນ​ແຫລ່ງ​ທີ່​ດີ​ທີ່​ເຮົາ​ມີ ສຳ​ລັບ​ການ​ສິດ​ສອນ ແລະ ການ​ຮຽນ​ຮູ້​ພຣະ​ກິດ​ຕິ​ຄຸນ, ຊຶ່ງ​ເຮັດ​ໃຫ້​ການ​ປ່ຽນ​ໃຈ​ເຫລື້ອມ​ໃສ​ຕໍ່​ພຣະ​ເຢ​ຊູ​ຄຣິດ​ເລິກ​ເຊິ່ງ​ຍິ່ງ​ຂຶ້ນ, ແລະ ຊ່ວຍ​ໃຫ້​ເຮົາ​ກາຍ​ເປັນ​ເໝືອນ​ດັ່ງ​ພຣະ​ອົງ. ເມື່ອ​ເຮົາ​ສຶກ​ສາ​ພຣະ​ກິດ​ຕິ​ຄຸນ, ເຮົາ​ບໍ່​ໄດ້​ພຽງ​ແຕ່​ສະ​ແຫວງ​ຫາ​ຂໍ້​ມູນ​ໃໝ່​ເທົ່າ​ນັ້ນ; ກົງ​ກັນ​ຂ້າມ, ເຮົາ​ສະ​ແຫວງ​ຫາ​ທີ່​ຈະ​ກາຍ​ເປັນ “ຄົນ​ທີ່​ຖືກ​ສ້າງ​ໃໝ່” (2 ໂກ​ຣິນ​ໂທ 5:17).

ພຣະ​ວິນ​ຍານ​ບໍ​ລິ​ສຸດ​ນຳ​ພາ​ເຮົາ​ໄປ​ສູ່​ຄວາມ​ຈິງ ແລະ ເປັນ​ພະ​ຍານ​ຕໍ່​ເຮົາ​ເຖິງ​ຄວາມ​ຈິງ​ນັ້ນ (ເບິ່ງ ໂຢ​ຮັນ 16:13). ພຣະ​ອົງ​ເຮັດ​ໃຫ້​ຄວາມ​ຄິດ​ຂອງ​ເຮົາ​ແຈ້ງ​ສະ​ຫວ່າງ​ຂຶ້ນ ແລະ ສ້າງ​ຄວາມ​ເຂົ້າ​ໃຈ​ຂອງ​ເຮົາ​ໃໝ່ ແລະ ສຳ​ພັດ​ໃຈ​ຂອງ​ເຮົາ ຜ່ານ​ການ​ເປີດ​ເຜີຍ​ຈາກ​ພຣະ​ເຈົ້າ, ຊຶ່ງ​ເປັນ​ແຫລ່ງ​ຂອງ​ຄວາມ​ຈິງ​ທັງ​ໝົດ. ພຣະ​ວິນ​ຍານ​ບໍ​ລິ​ສຸດ​ຊຳ​ລະ​ໃຈ​ຂອງ​ເຮົາ. ພຣະ​ອົງ​ດົນ​ໃຈ​ເຮົາ​ໃຫ້​ມີ​ຄວາມ​ປາດ​ຖະ​ໜາ​ທີ່​ຈະ​ດຳ​ລົງ​ຊີ​ວິດ​ຕາມ​ຄວາມ​ຈິງ ແລະ ສື່ມ​ບອກ​ເຮົາ​ເຖິງ​ວິ​ທີ​ທີ່​ຈະ​ເຮັດ​ສິ່ງ​ນີ້​ໄດ້. “ພຣະ​ວິນ​ຍານ​ບໍ​ລິ​ສຸດ … ຈະ​ສັ່ງ​ສອນ​ພວກ​ເຈົ້າ​ທຸກ​ສິ່ງ” (ໂຢ​ຮັນ 14:26).

ເມື່ອ​ເວົ້າ​ເຖິງ​ຖ້ອຍ​ຄຳ​ທີ່​ພຣະ​ອົງ​ໄດ້​ເປີດ​ເຜີຍ​ຕໍ່​ສາດ​ສະ​ດາ​ໂຈ​ເຊັບ ສະ​ມິດ ແລ້ວ, ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ​ໄດ້​ກ່າວ​ວ່າ:

“ຖ້ອຍ​ຄຳ​ເຫລົ່າ​ນີ້​ບໍ່​ໄດ້​ເປັນ​ຂອງ​ມະ​ນຸດ ຫລື ຂອງ​ຄົນ​ໃດ, ແຕ່​ເປັນ​ຂອງ​ເຮົາ; …

“ເພາະ​ແມ່ນສຽງ​ຂອງ​ເຮົາ ຊຶ່ງ​ກ່າວ​ກັບ​ພວກ​ເຈົ້າ; ເພາະ​ມັນ​ຖືກ​ມອບ​ໃຫ້​ແກ່​ພວກ​ເຈົ້າ​ໂດຍ​ວິນ​ຍານ​ຂອງ​ເຮົາ … ;

“ດັ່ງ​ນັ້ນ, ພວກ​ເຈົ້າ​ສາ​ມາດ​ເປັນ​ພະ​ຍານ​ໄດ້​ວ່າ ພວກ​ເຈົ້າ​ໄດ້​ຍິນ​ສຽງ​ຂອງ​ເຮົາ, ແລະ ຮູ້​ຖ້ອຍ​ຄຳ​ຂອງ​ເຮົາ” (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 18:34–36).

ເຮົາ​ຄວນ​ສະ​ແຫວງ​ຫາ​ຄວາມ​ເປັນ​ເພື່ອນ​ຈາກ​ພຣະ​ວິນ​ຍານ​ບໍ​ລິ​ສຸດ. ເປົ້າ​ໝາຍ​ນີ້​ຄວນ​ຄວບ​ຄຸມ​ການ​ຕັດ​ສິນ​ໃຈ​ຂອງ​ເຮົາ ແລະ ນຳ​ພາ​ຄວາມ​ຄິດ ແລະ ການ​ກະ​ທຳ​ຂອງ​ເຮົາ. ເຮົາ​ຕ້ອງ​ສະ​ແຫວງ​ຫາ​ທຸກ​ຢ່າງ​ທີ່​ເຊື້ອ​ເຊີນ​ອິດ​ທິ​ພົນ​ຂອງ​ພຣະ​ວິນ​ຍານ ແລະ ປະ​ຕິ​ເສດ​ສິ່ງ​ໃດ​ກໍ​ຕາມ​ທີ່​ບິດ​ເບືອນ​ໄປ​ຈາກ​ອິດ​ທິ​ພົນ​ນີ້.

ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ພຣະ​ເຢ​ຊູ​ຄຣິດ ເປັນ​ພຣະ​ບຸດ​ທີ່​ຮັກ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ເຮົາ. ຂ້າ​ພະ​ເຈົ້າ​ຮັກ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ຂ້າ​ພະ​ເຈົ້າ. ຂ້າ​ພະ​ເຈົ້າ​ກະ​ຕັນ​ຍູ​ສຳ​ລັບ​ພຣະ​ຄຳ​ພີ​ຂອງ​ພຣະ​ອົງ ແລະ ສຳ​ລັບ​ບັນ​ດາ​ສາດ​ສະ​ດາ​ທີ່​ມີ​ຊີ​ວິດ​ຢູ່​ຂອງ​ພຣະ​ອົງ. ປະ​ທານ​ແນວ​ສັນ​ເປັນ​ສາດ​ສະ​ດາ​ຂອງ​ພຣະ​ອົງ. ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາ​ແມນ.