ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ສັນ​ຕິ​ສຸກ​ຂອງ​ພຣະ​ຄຣິດ​ກຳ​ຈັດ​ຄວາມ​ເປັນ​ສັດ​ຕູ​ກັນ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ຕຸ​ລາ 2021


ສັນ​ຕິ​ສຸກ​ຂອງ​ພຣະ​ຄຣິດ​ກຳ​ຈັດ​ຄວາມ​ເປັນ​ສັດ​ຕູ​ກັນ

ເມື່ອ​ຄວາມ​ຮັກ​ຂອງ​ພຣະ​ຄຣິດ​ພັດ​ທະ​ນາ​ໃນ​ຊີ​ວິດ​ຂອງ​ເຮົາ, ເຮົາ​ຈະ​ສາ​ມາດ​ປະ​ເຊີນ​ກັບ​ການ​ຄັດ​ຄ້ານ​ດ້ວຍ​ຄວາມ​ອ່ອນ​ນ້ອມ, ຄວາມ​ອົດ​ທົນ, ແລະ ຄວາມ​ເມດ​ຕາ.

ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ລະ​ຫວ່າງ​ການ​ກວດ​ສອບ​ຄວາມ​ກົດ​ດັນ, ຫົວ​ໃຈ​ຈະ​ຕ້ອງ​ທຳ​ງານ​ໜັກ​ກວ່າ​ເກົ່າ. ຫົວ​ໃຈ​ທີ່​ສາ​ມາດ​ທົນ​ກັບ​ການ​ຍ່າງ ອາດ​ຕໍ່​ສູ້​ດີ້ນ​ລົນ​ກັບ​ການ​ແລ່ນ​ຂຶ້ນ​ຄ້ອຍ. ໃນ​ທາງ​ນີ້, ການ​ກວດ​ສອບ​ຄວາມ​ກົດ​ດັນ​ຈຶ່ງ​ສາ​ມາດ​ເປີດ​ເຜີຍ​ພະ​ຍາດ​ທີ່​ແອບ​ແຝງ​ຢູ່ ຊຶ່ງ​ບໍ່​ສາ​ມາດ​ພົບ​ເຫັນ​ໄດ້​ໃນ​ວິ​ທີ​ອື່ນ. ບັນ​ຫາ​ໃດໆ​ທີ່​ພົບ​ເຫັນ ຈະ​ຖືກ​ຮັກ​ສາ​ໃນ​ເວ​ລາ​ນັ້ນ ກ່ອນ​ມັນ​ຈະ​ສ້າງ​ບັນ​ຫາ​ໜັກ​ໃຫ້​ແກ່​ຊີ​ວິດ​ປະ​ຈຳ​ວັນ.

ການ​ລະ​ບາດ​ຂອງ​ພະ​ຍາດ​ໂຄ​ວິດ-19 ເປັນ​ການ​ກວດ​ສອບ​ຄວາມ​ກົດ​ດັນ​ທົ່ວ​ທັງ​ໂລກ​ແທ້ໆ! ການ​ກວດ​ສອບ​ໄດ້​ສະ​ແດງ​ຜົນ​ແບບ​ເຄິ່ງ​ດີ​ເຄິ່ງ​ຮ້າຍ. ວັກ​ຊີນ​ທີ່​ປອດ​ໄພ ແລະ ມີ​ປະ​ສິດ​ທິ​ພາບ​ໄດ້​ຖືກ​ພັດ​ທະ​ນາ.1 ຜູ້​ຊ່ຽວ​ຊານ​ດ້ານ​ການ​ແພດ, ນາຍ​ຄູ, ຜູ້​ດູ​ແລ, ແລະ ບຸກ​ຄົນ​ອື່ນໆ​ໄດ້​ເສຍ​ສະ​ລະ​ຢ່າງ​ກ້າ​ຫານ—ແລະ ກໍ​ສືບ​ຕໍ່​ຈົນ​ເຖິງ​ທຸກ​ວັນ​ນີ້. ຜູ້​ຄົນ​ຢ່າງ​ຫລວງ​ຫລາຍ​ໄດ້​ສະ​ແດງ​ນ້ຳ​ໃຈ​ທີ່​ເພື່ອ​ແຜ່ ແລະ ຄວາມ​ມີ​ເມດ​ຕາ—ແລະ ກໍ​ສືບ​ຕໍ່​ຈົນ​ເຖິງ​ທຸກ​ວັນ​ນີ້. ເຖິງ​ປານ​ນັ້ນ, ກໍ​ຍັງ​ມີ​ຈຸດ​ອ່ອນ​ທີ່​ແອບ​ແຝງ​ຢູ່ ປະ​ກົດ​ໃຫ້​ເຫັນ​ແຈ້ງ. ບຸກ​ຄົນ​ທີ່​ອ່ອນ​ໄຫວ​ໄດ້​ຮັບ​ທຸກ​ທໍ​ລະ​ມານ—ແລະ ກໍ​ສືບ​ຕໍ່​ຈົນ​ເຖິງ​ທຸກ​ວັນ​ນີ້. ບຸກ​ຄົນ​ທີ່​ທຳ​ງານ​ເພື່ອ​ຈັດ​ການ​ກັບ​ຄວາມ​ບໍ່​ເທົ່າ​ທຽມ​ກັນ​ທີ່​ແອບ​ແຝງ​ຢູ່​ເຫລົ່າ​ນີ້ ຄວນ​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ ແລະ ຄວາມ​ຂອບ​ໃຈ.

ການ​ລະ​ບາດ​ກໍ​ເປັນ​ການ​ກວດ​ສອບ​ຄວາມ​ກົດ​ດັນ​ທາງ​ວິນ​ຍານ​ນຳ​ອີກ ສຳ​ລັບ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ສະ​ມາ​ຊິກ​ໃນ​ນັ້ນ. ຜົນ​ກໍ​ເປັນ​ແບບ​ເຄິ່ງ​ດີ​ເຄິ່ງ​ຮ້າຍ. ຊີ​ວິດ​ຂອງ​ເຮົາ​ໄດ້​ຮັບ​ພອນ​ໂດຍ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ ໃນ “ວິ​ທີ​ທີ່​ສູງ​ກວ່າ ແລະ ສັກ​ສິດ​ກວ່າ,”2 ປຶ້ມ ຈົ່ງ​ຕາມ​ເຮົາ​ມາ ທີ່​ເປັນ​ຫລັກ​ສູດ, ແລະ ມີ​ບ້ານ​ເຮືອນ​ເປັນ​ສູນ​ກາງ, ຊຶ່ງ​ມີ​ສາດ​ສະ​ໜາ​ຈັກ​ສະ​ໜັບ​ສະ​ໜູນ​ການ​ຮຽນ​ຮູ້​ພຣະ​ກິດ​ຕິ​ຄຸນ. ຜູ້​ຄົນ​ຢ່າງ​ຫລວງ​ຫລາຍ​ໄດ້​ຊ່ວຍ​ເຫລືອ​ຄົນ​ອື່ນ​ດ້ວຍ​ຄວາມ​ເຫັນ​ອົກ​ເຫັນ​ໃຈ ແລະ ໃຫ້​ການ​ປອບ​ໂຍນ​ໃນ​ຊ່ວງ​ເວ​ລາ​ທີ່​ຫຍຸ້ງ​ຍາກ​ເຫລົ່າ​ນີ້ ແລະ ກໍ​ສືບ​ຕໍ່​ຈົນ​ເຖິງ​ທຸກ​ວັນ​ນີ້.3

ເຖິງ​ປານ​ນັ້ນ, ໃນ​ບາງ​ກໍ​ລະ​ນີ, ການ​ກວດ​ສອບ​ຄວາມ​ກົດ​ດັນ​ທາງ​ວິນ​ຍານ​ກໍ​ສະ​ແດງ​ໃຫ້​ເຫັນ​ເຖິງ​ການ​ໂນ້ມ​ອ່ຽງ​ໄປ​ຫາ​ຄວາມ​ຂັດ​ແຍ້ງ ແລະ ຄວາມ​ແຕກ​ແຍກ. ສິ່ງ​ນີ້​ແນະ​ນຳ​ວ່າ ເຮົາ​ມີ​ວຽກ​ງານ​ທີ່​ຈະ​ເຮັດ ເພື່ອ​ປັບ​ປ່ຽນ​ຫົວ​ໃຈ ແລະ ກັບ​ມາ​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ​ກັນ​ໃນ​ຖາ​ນະ​ສາ​ນຸ​ສິດ​ທີ່​ແທ້​ຈິງ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ. ສິ່ງ​ນີ້​ບໍ່​ແມ່ນ​ການ​ທ້າ​ທາຍ​ແບບ​ໃໝ່, ແຕ່​ມັນ​ແມ່ນ​ການ​ທ້າ​ທາຍ​ທີ່​ສຳ​ຄັນ​ທີ່​ສຸດ​ຢ່າງ​ໜຶ່ງ.4

ເມື່ອ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ມາ​ຢ້ຽມ​ຢາມ​ຊາວ​ນີ​ໄຟ, ພຣະ​ອົງ​ໄດ້​ສິດ​ສອນ​ວ່າ, “ມັນ​ຈະ​ບໍ່​ມີ​ການ​ໂຕ້​ຖຽງ​ກັນ​ໃນ​ບັນ​ດາ​ພວກ​ເຈົ້າ. … ຜູ້​ທີ່​ມີ​ວິນ​ຍານ​ແຫ່ງ​ການ​ຂັດ​ແຍ້ງ​ນັ້ນ​ບໍ່​ໄດ້​ມາ​ຈາກ​ເຮົາ, ແຕ່​ມາ​ຈາກ​ມານ, ຜູ້​ເປັນ​ບິ​ດາ​ຂອງ​ການ​ຂັດ​ແຍ້ງ ແລະ ມັນ​ໄດ້​ຍຸ​ຍົງ​ໃຈ​ຂອງ​ມະ​ນຸດ​ໃຫ້​ຂັດ​ແຍ້ງ​ກັນ​ດ້ວຍ​ຄວາມ​ຄຽດ​ແຄ້ນ.”5 ເມື່ອ​ເຮົາ​ຂັດ​ແຍ້ງ​ກັນ​ດ້ວຍ​ຄວາມ​ຄຽດ​ແຄ້ນ, ຊາ​ຕານ​ຈະ​ຫົວ ແລະ ພຣະ​ເຈົ້າ​ແຫ່ງ​ສະ​ຫວັນ​ຈະ​ກັນ​ແສງ.6

ຊາ​ຕານ​ຈະ​ຫົວ ແລະ ພຣະ​ເຈົ້າ​ແຫ່ງ​ສະ​ຫວັນ​ຈະ​ກັນ​ແສງ​ໃນ​ເຫດ​ຜົນ​ຢ່າງ​ໜ້ອຍ​ສອງ​ຢ່າງ. ຢ່າງ​ທຳ​ອິດ, ການ​ຂັດ​ແຍ້ງ​ຈະ​ລົດ​ພະ​ຍານ​ເປັນ​ກຸ່ມ​ກ້ອນ​ຂອງ​ພວກ​ເຮົາ​ຕໍ່​ໂລກ ເຖິງ​ພຣະ​ເຢ​ຊູ​ຄຣິດ ແລະ ການ​ໄຖ່​ທີ່​ມີ​ມາ ຜ່ານ​ທາງ “ພຣະ​ຄຸນ​ຄວາມ​ດີ, … ພຣະ​ເມດ​ຕາ, ແລະ ພຣະ​ຄຸນ” ຂອງ​ພຣະ​ອົງ.7 ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ກ່າວ​ວ່າ, “ເຮົາ​ມອບ​ກົດ​ບັນ​ຍັດ​ຂໍ້​ໃໝ່​ໃຫ້​ພວກ​ເຈົ້າ​ຄື, ຈົ່ງ​ຮັກ​ຊຶ່ງ​ກັນ​ແລະ​ກັນ. … ຖ້າ​ພວກ​ເຈົ້າ​ຮັກ​ຊຶ່ງ​ກັນ​ແລະ​ກັນ, ທຸກ​ຄົນ​ກໍ​ຈະ​ຮູ້​ວ່າ​ພວກ​ເຈົ້າ​ເປັນ​ສາ​ວົກ​ຂອງ​ເຮົາ.”8 ສິ່ງ​ທີ່​ກ່າວ​ມາ​ນັ້ນ​ກໍ​ເປັນ​ຄວາມ​ຈິງ—ທຸກ​ຄົນ​ຮູ້​ວ່າ ພວກ​ເຮົາ​ບໍ່​ໄດ້​ເປັນ​ສາ​ນຸ​ສິດ​ຂອງ​ພຣະ​ອົງ ຖ້າ​ຫາກ​ພວກ​ເຮົາ​ບໍ່​ສະ​ແດງ​ຄວາມ​ຮັກ​ຕໍ່​ກັນ​ແລະ​ກັນ. ວຽກ​ງານ​ໃນ​ຍຸກ​ສຸດ​ທ້າຍ​ຂອງ​ພຣະ​ອົງ​ຈະ​ບໍ່​ກ້າວ​ໜ້າ ເມື່ອ​ມີ​ການ​ຂັດ​ແຍ້ງ ຫລື ຄວາມ​ເປັນ​ສັດ​ຕູ​ກັນ9 ຢູ່​ໃນ​ບັນ​ດາ​ສາ​ນຸ​ສິດ​ຂອງ​ພຣະ​ອົງ.10 ຢ່າງ​ທີ​ສອງ, ການ​ຂັດ​ແຍ້ງ​ແມ່ນ​ບໍ່​ດີ​ຕໍ່​ສຸ​ຂະ​ພາບ​ທາງ​ວິນ​ຍານ​ສຳ​ລັບ​ເຮົາ​ແຕ່​ລະ​ຄົນ. ສັນ​ຕິ​ສຸກ, ຄວາມ​ຊື່ນ​ຊົມ, ແລະ ຄວາມ​ພັກ​ຜ່ອນ​ຂອງ​ເຮົາ​ຈະ​ຖືກ​ລັກ​ເອົາ​ໄປ, ແລະ ຄວາມ​ສາ​ມາດ​ຂອງ​ເຮົາ​ທີ່​ຈະ​ຮູ້​ສຶກ​ເຖິງ​ພຣະ​ວິນ​ຍານ​ຈະ​ອ່ອນ​ແອ​ລົງ.

ພຣະ​ເຢ​ຊູ​ຄຣິດ​ໄດ້​ອະ​ທິ​ບາຍ​ວ່າ ຄຳ​ສອນ​ຂອງ​ພຣະ​ອົງ ບໍ່​ແມ່ນ “ທີ່​ຈະ​ຍຸ​ຍົງ​ໃຈ​ຂອງ​ມະ​ນຸດ​ໃຫ້​ມີ​ຄວາມ​ຄຽດ​ແຄ້ນ​ຕໍ່​ກັນ; ແຕ່ [ນີ້​ເປັນ​ຄຳ​ສອນ​ຂອງ​ພຣະ​ອົງ] ຄື ຄວນ​ໃຫ້​ເລື່ອງ​ເຊັ່ນ​ນັ້ນ​ໝົດ​ໄປ.”11 ຖ້າ​ຫາກ​ຂ້າ​ພະ​ເຈົ້າ​ຄຽດ​ໄວ ຫລື ຕອບ​ຮັບ​ຄວາມ​ຄິດ​ຄວາມ​ເຫັນ​ທີ່​ແຕກ​ຕ່າງ​ໂດຍ​ການ​ຮູ້​ສຶກ​ໃຈ​ຮ້າຍ ຫລື ຕັດ​ສິນ, ແລ້ວ​ຂ້າ​ພະ​ເຈົ້າ​ກໍ​ຈະ “ລົ້ມ​ເຫລວ” ໃນ​ການ​ກວດ​ສອບ​ຄວາມ​ກົດ​ດັນ​ທາງ​ວິນ​ຍານ. ການ​ກວດ​ສອບ​ທີ່​ລົ້ມ​ເຫລວ​ນີ້​ບໍ່​ໄດ້​ໝາຍ​ຄວາມ​ວ່າ ຂ້າ​ພະ​ເຈົ້າ​ຈະ​ສິ້ນ​ຫວັງ. ກົງ​ກັນ​ຂ້າມ, ມັນ​ຊີ້​ບອກ​ວ່າ ຂ້າ​ພະ​ເຈົ້າ​ຕ້ອງ​ປ່ຽນ​ແປງ. ແລະ ນັ້ນ​ກໍ​ເປັນ​ການ​ດີ​ທີ່​ຈະ​ຮູ້.

ຫລັງ​ຈາກ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ມາ​ຢ້ຽມ​ຢາມ​ອາ​ເມ​ຣິ​ກາ, ຜູ້​ຄົນ​ໄດ້​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ​ກັນ; “ມັນ​ກໍ​ບໍ່​ໄດ້​ມີ​ຄວາມ​ຂັດ​ແຍ້ງ​ກັນ​ໃນ​ທົ່ວ​ແຜ່ນ​ດິນ​ເລີຍ.”12 ທ່ານ​ຄິດ​ວ່າ ຜູ້​ຄົນ​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ​ກັນ​ຍ້ອນ​ວ່າ​ພວກ​ເຂົາ​ທຸກ​ຄົນ​ຄື​ກັນ​ໝົດ​ບໍ, ຫລື ຍ້ອນ​ວ່າ​ພວກ​ເຂົາ​ບໍ່​ມີ​ຄວາມ​ຄິດ​ຄວາມ​ເຫັນ​ທີ່​ແຕກ​ຕ່າງ​ກັນ? ຂ້າ​ພະ​ເຈົ້າ​ບໍ່​ຄິດ​ວ່າ​ແນວ​ນັ້ນ. ກົງ​ກັນ​ຂ້າມ, ການ​ຂັດ​ແຍ້ງ ແລະ ຄວາມ​ເປັນ​ສັດ​ຕູ​ກັນ​ໄດ້​ຫາຍ​ໄປ​ຍ້ອນ​ວ່າ​ພວກ​ເຂົາ​ໄດ້​ໃຫ້​ການ​ເປັນ​ສາ​ນຸ​ສິດ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ພວກ​ເຂົາ​ມີ​ຄວາມ​ສຳ​ຄັນ​ກວ່າ​ທຸກ​ສິ່ງ​ອື່ນ​ໝົດ. ຄວາມ​ແຕກ​ຕ່າງ​ຂອງ​ພວກ​ເຂົາ​ບໍ່​ສຳ​ຄັນ​ເມື່ອ​ປຽບ​ທຽບ​ໃສ່​ກັບ​ຄວາມ​ຮັກ​ຂອງ​ພວກ​ເຂົາ​ຕໍ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ແລະ ພວກ​ເຂົາ​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ​ກັນ​ໃນ​ຖາ​ນະ “ທາ​ຍາດ​ຂອງ​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ.”13 ຜົນ​ກໍ​ຄື “ຄົງ​ບໍ່​ມີ​ຜູ້​ຄົນ​ກຸ່ມ​ໃດ​ທີ່​ມີ​ຄວາມ​ສຸກ​ຫລາຍ​ໄປ​ກວ່າ​ນີ້ … ທີ່​ພຣະ​ຫັດ​ຂອງ​ພຣະ​ເຈົ້າ​ໄດ້​ສ້າງ​ຂຶ້ນ​ມາ.”14

ຄວາມ​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ​ກັນ​ຮຽກ​ຮ້ອງ​ຄວາມ​ພະ​ຍາ​ຍາມ.15 ມັນ​ພັດ​ທະ​ນາ​ເມື່ອ​ເຮົາ​ປູກ​ຝັງ​ຄວາມ​ຮັກ​ຂອງ​ພຣະ​ເຈົ້າ​ໄວ້​ໃນ​ຫົວ​ໃຈ​ຂອງ​ເຮົາ16 ແລະ ເຮົາ​ຈະ​ເອົາ​ໃຈ​ໃສ່​ຕໍ່​ຈຸດ​ໝາຍ​ປາຍ​ທາງ​ນິ​ລັນ​ດອນ​ຂອງ​ເຮົາ.17 ເຮົາ​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ​ກັນ​ໂດຍ​ເອ​ກະ​ລັກ​ທຳ​ມະ​ຊາດ​ທີ່​ຄື​ກັນ ໃນ​ຖາ​ນະ​ລູກໆ​ຂອງ​ພຣະ​ເຈົ້າ18 ແລະ ຄຳ​ໝັ້ນ​ສັນ​ຍາ​ຂອງ​ເຮົາ​ຕໍ່​ຄວາມ​ຈິງ​ແຫ່ງ​ພຣະ​ກິດ​ຕິ​ຄຸນ​ທີ່​ຖືກ​ຟື້ນ​ຟູ. ຜົນ​ກໍ​ຄື, ຄວາມ​ຮັກ​ຂອງ​ເຮົາ​ຕໍ່​ພຣະ​ເຈົ້າ ແລະ ຕໍ່​ການ​ເປັນ​ສາ​ນຸ​ສິດ​ຂອງ​ພຣະ​ເຢ​ຊູ​ຄຣິດ​ຂອງ​ເຮົາ ຈະ​ເຮັດ​ໃຫ້​ເກີດ​ຄວາມ​ຫ່ວງ​ໃຍ​ຕໍ່​ຄົນ​ອື່ນ​ດ້ວຍ​ຄວາມ​ຈິງ​ໃຈ. ເຮົາ​ໃຫ້​ຄຸນ​ຄ່າ​ແກ່​ບຸກ​ຄະ​ລິກ​ລັກ​ສະ​ນະ, ມຸມ​ມອງ, ແລະ ພອນ​ສະ​ຫວັນ​ທີ່​ຫລາກ​ຫລາຍ​ຂອງ​ຄົນ​ອື່ນ.19 ຖ້າ​ຫາກ​ເຮົາ​ບໍ່​ສາ​ມາດ​ເຮັດ​ໃຫ້​ການ​ເປັນ​ສາ​ນຸ​ສິດ​ຂອງ​ພຣະ​ເຢ​ຊູ​ຄຣິດ​ຂອງ​ເຮົາ​ເໜືອ​ກວ່າ​ຄວາມ​ສົນ​ໃຈ ແລະ ທັດ​ສະ​ນະ​ຄະ​ຕິ​ສ່ວນ​ຕົວ, ແລ້ວ​ເຮົາ​ຄວນ​ສຳ​ຫລວດ​ລຳ​ດັບ​ຄວາມ​ສຳ​ຄັນ​ຂອງ​ເຮົາ ແລະ ໃຫ້​ປ່ຽນ​ແປງ.

ເຮົາ​ອາດ​ຈະ​ມັກ​ເວົ້າ​ວ່າ, “ແນ່​ນອນ​ພວກ​ເຮົາ​ສາ​ມາດ​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ​ກັນ—ຖ້າ​ຫາກ​ຄົນ​ອື່ນ​ເຫັນ​ດ້ວຍ​ກັບ​ຂ້ອຍ!” ຄຳ​ເວົ້າ​ທີ່​ດີ​ກວ່າ​ຄື​ຄຳ​ຖາມ​ທີ່​ວ່າ, “ໃຫ້​ຂ້ອຍ​ເຮັດ​ແນວ​ໃດ​ຈຶ່ງ​ຈະ​ມີ​ຄວາມ​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ​ກັນ? ຂ້ອຍ​ຈະ​ເຮັດ​ແນວ​ໃດ​ຈຶ່ງ​ຈະ​ສາ​ມາດ​ຊ່ວຍ​ຄົນ​ຜູ້​ນີ້​ໃຫ້​ເຂົ້າ​ໃກ້​ພຣະ​ຄຣິດ​ຫລາຍ​ຂຶ້ນ? ໃຫ້​ຂ້ອຍ​ເຮັດ​ແນວ​ໃດ​ເພື່ອ​ຈະ​ໄດ້​ຢຸດ​ການ​ຂັດ​ແຍ້ງ​ກັນ ແລະ ສ້າງ​ຊຸມ​ຊົນ​ສາດ​ສະ​ໜາ​ຈັກ​ທີ່​ມີ​ຄວາມ​ເຫັນ​ອົກ​ເຫັນ​ໃຈ ແລະ ຫ່ວງ​ໃຍ​ກັນ?”

ເມື່ອ​ຄວາມ​ຮັກ​ຂອງ​ພຣະ​ຄຣິດ​ພັດ​ທະ​ນາ​ໃນ​ຊີ​ວິດ​ຂອງ​ເຮົາ,20 ເຮົາ​ຈະ​ສາ​ມາດ​ປະ​ເຊີນ​ກັບ​ການ​ຄັດ​ຄ້ານ​ດ້ວຍ​ຄວາມ​ອ່ອນ​ນ້ອມ, ຄວາມ​ອົດ​ທົນ, ແລະ ຄວາມ​ເມດ​ຕາ.21 ເຮົາ​ເປັນ​ຫ່ວງ​ໜ້ອຍ​ລົງ​ກັບ​ຄວາມ​ຮູ້​ສຶກ​ຂອງ​ເຮົາ​ເອງ ແລະ ເປັນ​ຫ່ວງ​ຫລາຍ​ຂຶ້ນ​ກັບ​ຄວາມ​ຮູ້​ສຶກ​ຂອງ​ເພື່ອນ​ບ້ານ. ເຮົາ “ພະ​ຍາ​ຍາມ​ຢຸດ​ການ​ໂຕ້​ແຍ້ງ ແລະ ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ​ກັນ.”22 ເຮົາ​ບໍ່​ມີ​ສ່ວນ​ຮ່ວມ​ໃນ “ການ​ໂຕ້​ຖຽງ​ທີ່​ໜ້າ​ສົງ​ໄສ,” ຕັດ​ສິນ​ຜູ້​ທີ່​ເຮົາ​ບໍ່​ເຫັນ​ດ້ວຍ, ຫລື ພະ​ຍາ​ຍາມ​ເຮັດ​ໃຫ້​ເຂົາ​ສະ​ດຸດ.23 ກົງ​ກັນ​ຂ້າມ, ເຮົາ​ຄິດ​ວ່າ​ຄົນ​ທີ່​ເຮົາ​ບໍ່​ເຫັນ​ດ້ວຍ​ກຳ​ລັງ​ພະ​ຍາ​ຍາມ​ຈົນ​ສຸດ​ຄວາມ​ສາ​ມາດ​ດ້ວຍ​ປະ​ສົບ​ການ​ຊີ​ວິດ​ທີ່​ເຂົາ​ມີ.

ພັນ​ລະ​ຍາ​ຂອງ​ຂ້າ​ພະ​ເຈົ້າ​ມີ​ອາ​ຊີບ​ຝ່າຍ​ກົດ​ໝາຍ​ເປັນ​ເວ​ລາ​ຫລາຍ​ກວ່າ 20 ປີ. ໃນ​ຖາ​ນະ​ເປັນ​ທະ​ນາຍ​ຄວາມ, ລາວ​ມັກ​ຈະ​ໄດ້​ທຳ​ງານ​ກັບ​ຄົນ​ອື່ນໆ ທີ່​ສະ​ໜັບ​ສະ​ໜູນ​ຄວາມ​ຄິດ​ຄວາມ​ເຫັນ​ຂອງ​ຝ່າຍ​ກົງ​ກັນ​ຂ້າມ​ຢ່າງ​ຊັດ​ເຈນ. ແຕ່​ລາວ​ໄດ້​ຮຽນ​ຮູ້​ທີ່​ຈະ​ບໍ່​ເຫັນ​ດ້ວຍ ປາດ​ສະ​ຈາກ​ຄຳ​ຫຍາບ​ຄາຍ ຫລື ໂມ​ໂຫ​ຮ້າຍ. ລາວ​ອາດ​ເວົ້າ​ກັບ​ທະ​ນາຍ​ຄວາມ​ຝ່າຍ​ກົງ​ກັນ​ຂ້າມ​ວ່າ, “ຂ້ອຍ​ເຫັນ​ໄດ້​ວ່າ ພວກ​ເຮົາ​ບໍ່​ເຫັນ​ດີ​ນຳ​ກັນ​ກ່ຽວ​ກັບ​ບັນ​ຫາ​ນີ້. ຂ້ອຍ​ມັກ​ຄົນ​ແບບ​ເຈົ້າ. ຂ້ອຍ​ນັບ​ຖື​ຄວາມ​ຄິດ​ຄວາມ​ເຫັນ​ຂອງ​ເຈົ້າ. ຂ້ອຍ​ຫວັງ​ວ່າ​ເຈົ້າ​ຈະ​ໃຊ້​ມາ​ລະ​ຍາດ​ແບບ​ດຽວ​ກັບ​ຂ້ອຍ.” ສ່ວນ​ຫລາຍ​ແລ້ວ ສິ່ງ​ນີ້​ຈະ​ຊ່ວຍ​ໃຫ້​ເກີດ​ຄວາມ​ເຄົາ​ລົບ​ຊຶ່ງ​ກັນ​ແລະ​ກັນ ແລະ ແມ່ນ​ແຕ່​ມິດ​ຕະ​ພາບ ເຖິງ​ແມ່ນ​ຈະ​ມີ​ຄວາມ​ແຕກ​ຕ່າງ.

ແມ່ນ​ແຕ່​ສັດ​ຕູ​ເກົ່າ ກໍ​ສາ​ມາດ​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ​ກັນ​ໄດ້ ໃນ​ການ​ເປັນ​ສາ​ນຸ​ສິດ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ.24 ໃນ​ປີ 2006, ຂ້າ​ພະ​ເຈົ້າ​ໄດ້​ໄປ​ຮ່ວມ​ການ​ອຸ​ທິດ​ພຣະ​ວິ​ຫານ ແຮວ​ຊິນ​ກີ ແຟງ​ລັງ ເພື່ອ​ໃຫ້​ກຽດ​ແກ່​ພໍ່ ແລະ ພໍ່​ຕູ້​ປູ່ ແລະ ແມ່​ຕູ້​ຍ່າ​ຂອງ​ຂ້າ​ພະ​ເຈົ້າ, ຜູ້​ໄດ້​ປ່ຽນ​ໃຈ​ເຫລື້ອມ​ໃສ​ເຂົ້າ​ຮ່ວມ​ສາດ​ສະ​ໜາ​ຈັກ ໃນ​ປະ​ເທດ​ແຟງ​ລັງ. ຊາວ​ແຟງ​ລັງ, ລວມ​ທັງ​ພໍ່​ຂອງ​ຂ້າ​ພະ​ເຈົ້າ, ໄດ້​ໄຝ່​ຝັນ​ຢາກ​ມີ​ພຣະ​ວິ​ຫານ​ໃນ​ປະ​ເທດ​ແຟງ​ລັງ​ເປັນ​ເວ​ລາ​ຫລາຍ​ທົດ​ສະ​ວັດ​ແລ້ວ. ໃນ​ເວ​ລາ​ນັ້ນ, ທ້ອງ​ຖິ່ນ​ພຣະ​ວິ​ຫານ​ແມ່ນ​ລວມ​ດ້ວຍ​ປະ​ເທດ​ແຟງ​ລັງ, ແອັດ​ສະ​ໂຕ​ນີ, ເລັດ​ເວຍ, ລິດ​ຕົວ​ນີ, ເບ​ລາ​ຣຸດ​ຊີ, ແລະ ລັດ​ເຊຍ.

ໃນ​ພິ​ທີ​ອຸ​ທິດ, ຂ້າ​ພະ​ເຈົ້າ​ໄດ້​ຮຽນ​ຮູ້​ບາງ​ສິ່ງ​ທີ່​ໜ້າ​ແປກ​ໃຈ. ມື້​ທຳ​ອິດ​ທີ່​ຈະ​ເປີດ​ພຣະ​ວິ​ຫານ​ເປັນ​ທາງ​ການ ໄດ້​ຖືກ​ຈັດ​ໄວ້​ສຳ​ລັບ​ສະ​ມາ​ຊິກ​ຊາວ​ລັດ​ເຊຍ ເພື່ອ​ເຮັດ​ພິ​ທີ​ການ​ພຣະ​ວິ​ຫານ. ຍາກ​ທີ່​ຈະ​ອະ​ທິ​ບາຍ​ເຖິງ​ຄວາມ​ໜ້າ​ອັດ​ສະ​ຈັນ​ໃຈ​ຂອງ​ເລື່ອງ​ນີ້. ລັດ​ເຊຍ​ກັບ​ແຟງ​ລັງ​ໄດ້​ຕໍ່​ສູ້​ກັນ​ໃນ​ສົງ​ຄາມ​ເປັນ​ເວ​ລາ​ຫລາຍ​ສັດ​ຕະ​ວັດ. ພໍ່​ຂອງ​ຂ້າ​ພະ​ເຈົ້າ​ບໍ່​ໄວ້​ວາງ​ໃຈ ແລະ ບໍ່​ມັກ​ພຽງ​ແຕ່​ປະ​ເທດ​ລັດ​ເຊຍ​ເທົ່າ​ນັ້ນ ແຕ່​ຄົນ​ລັດ​ເຊຍ​ທັງ​ໝົດ​ນຳ​ອີກ. ເພິ່ນ​ໄດ້​ບອກ​ເຖິງ​ຄວາມ​ຮູ້​ສຶກ​ຈິງ​ຈັງ​ຂອງ​ເພິ່ນ, ແລະ ຄວາມ​ຮູ້​ສຶກ​ຂອງ​ເພິ່ນ​ກໍ​ເປັນ​ແບບ​ຄວາມ​ເປັນ​ສັດ​ຕູ​ກັນ​ກັບ​ປະ​ເທດ​ລັດ​ເຊຍ. ເພິ່ນ​ໄດ້​ທ່ອງ​ຈຳ​ຄຳ​ກອນ​ເລື່ອງ​ການ​ສູ້​ຮົບ​ທີ່​ເປັນ​ປະ​ຫວັດ​ສາດ​ຂອງ​ການ​ເຮັດ​ສົງ​ຄາມ​ໃນ​ສັດ​ຕະ​ວັດ​ທີ 19 ລະ​ຫວ່າງ​ຊາວ​ແຟງ​ລັງ ແລະ ຊາວ​ລັດ​ເຊຍ. ປະ​ສົບ​ການ​ຂອງ​ເພິ່ນ​ລະ​ຫວ່າງ​ສົງ​ຄາມ​ໂລກ​ຄັ້ງ​ທີ​ສອງ, ຕອນ​ແຟງ​ລັງ ແລະ ລັດ​ເຊຍ​ເປັນ​ຄູ່​ຕໍ່​ສູ້​ກັນ​ອີກ, ກໍ​ບໍ່​ໄດ້​ຊ່ວຍ​ຫຍັງ​ເລີຍ​ເພື່ອ​ປ່ຽນ​ຄວາມ​ຮູ້​ສຶກ​ຂອງ​ເພິ່ນ.

ໜຶ່ງ​ປີ​ກ່ອນ​ການ​ອຸ​ທິດ​ພຣະ​ວິ​ຫານ​ແຮວ​ຊິນ​ກີ ແຟງ​ລັງ, ຄະ​ນະ​ກຳ​ມະ​ການ​ພຣະ​ວິ​ຫານ, ປະ​ກອບ​ດ້ວຍ​ສະ​ມາ​ຊິກ​ຊາວ​ແຟງ​ລັງ​ເທົ່າ​ນັ້ນ, ໄດ້​ຮ່ວມ​ປະ​ຊຸມ​ເພື່ອ​ວາງ​ແຜນ​ການ​ອຸ​ທິດ. ລະ​ຫວ່າງ​ການ​ປະ​ຊຸມ, ບາງ​ຄົນ​ໄດ້​ສັງ​ເກດ​ເຫັນ​ວ່າ ໄພ່​ພົນ​ຊາວ​ລັດ​ເຊຍ​ຈະ​ເດີນ​ທາງ​ມາ​ຮ່ວມ​ການ​ອຸ​ທິດ ແລະ ຫວັງ​ວ່າ​ຈະ​ໄດ້​ຮັບ​ພອນ​ພຣະ​ວິ​ຫານ​ຂອງ​ເຂົາ​ເຈົ້າ ກ່ອນ​ເຂົາ​ເຈົ້າ​ຈະ​ກັບ​ຄືນ​ບ້ານ. ບຣາ​ເດີ ຊະ​ເວັນ ເອກ​ລັນ ປະ​ທານ​ຄະ​ນະ​ກຳ​ມະ​ການ ໄດ້​ແນະ​ນຳ​ວ່າ ຊາວ​ແຟງ​ລັງ​ສາ​ມາດ​ລໍ​ຖ້າ​ຈັກ​ໜ້ອຍ​ໜຶ່ງ, ເພື່ອ​ວ່າ​ຊາວ​ລັດ​ເຊຍ​ຈະ​ໄດ້​ເປັນ​ສະ​ມາ​ຊິກ​ກຸ່ມ​ທຳ​ອິດ​ເຂົ້າ​ເຮັດ​ພິ​ທີ​ການ​ພຣະ​ວິ​ຫານ​ຢູ່​ໃນ​ພຣະ​ວິ​ຫານ. ສະ​ມາ​ຊິກ​ໃນ​ຄະ​ນະ​ກຳ​ມະ​ການ​ທຸກ​ຄົນ​ກໍ​ເຫັນ​ດ້ວຍ. ໄພ່​ພົນ​ຍຸກ​ສຸດ​ທ້າຍ​ທີ່​ຊື່​ສັດ​ຊາວ​ແຟງ​ລັງ​ໄດ້​ຮັບ​ພອນ​ພຣະ​ວິ​ຫານ​ຂອງ​ເຂົາ​ເຈົ້າ ເພື່ອ​ຊ່ວຍ​ໄພ່​ພົນ​ຊາວ​ລັດ​ເຊຍ​ກ່ອນ.

ແອວ​ເດີ ເດັນ​ນິສ ບີ ນວນ​ສະ​ວານ​ເດີ ປະ​ທານ​ເຂດ​ທີ່​ໄດ້​ມີ​ໜ້າ​ຢູ່​ໃນ​ການ​ປະ​ຊຸມ​ຄະ​ນະ​ກຳ​ມະ​ການ​ພຣະ​ວິ​ຫານ, ຕໍ່​ມາ ໄດ້​ຂຽນ​ວ່າ: “ຂ້າ​ພະ​ເຈົ້າ​ບໍ່​ເຄີຍ​ປາບ​ປື້ມ​ກັບ​ຊາວ​ແຟງ​ລັງ​ຫລາຍ​ກວ່າ​ເວ​ລາ​ນີ້. ປະ​ຫວັດ​ສາດ​ອັນ​ຫຍຸ້ງ​ຍາກ​ຂອງ​ປະ​ເທດ​ແຟງ​ລັງ​ກັບ​ເພື່ອນ​ບ້ານ​ເບື້ອງ​ຕາ​ເວັນ​ອອກ … ແລະ ຄວາມ​ຕື່ນ​ເຕັ້ນ​ທີ່​ໃນ​ທີ່​ສຸດ​ກໍ​ມີ [ພຣະ​ວິ​ຫານ] ຢູ່​ໃນ​ປະ​ເທດ​ຂອງ​ຕົວ​ເອງ, ໄດ້​ຖືກ​ປ່ອຍ​ວາງ. ການ​ອະ​ນຸ​ຍາດ​ໃຫ້​ຊາວ​ລັດ​ເຊຍ​ເຂົ້າ​ໄປ​ໃນ​ພຣະ​ວິ​ຫານ​ກ່ອນ [ໄດ້] ເປັນ​ການ​ສະ​ແດງ​ເຖິງ​ຄວາມ​ຮັກ ແລະ ການ​ເສຍ​ສະ​ລະ.”25

ເມື່ອ​ຂ້າ​ພະ​ເຈົ້າ​ໄດ້​ລາຍ​ງານ​ເລື່ອງ​ຄວາມ​ເມດ​ຕາ​ນີ້​ຕໍ່​ພໍ່​ຂອງ​ຂ້າ​ພະ​ເຈົ້າ, ຫົວ​ໃຈ​ຂອງ​ເພິ່ນ​ໄດ້​ອ່ອນ​ລົງ ແລະ ເພິ່ນ​ຮ້ອງ​ໄຫ້, ຊຶ່ງ​ເປັນ​ພາບ​ທີ່​ເຫັນ​ໄດ້​ຍາກ​ສຳ​ລັບ​ຊາຍ​ແຟງ​ລັງ​ທີ່​ໃຈ​ແຂງ​ຄົນ​ນີ້. ຈາກ​ເວ​ລາ​ນັ້ນ​ມາ​ຈົນ​ເຖິງ​ມື້​ເພິ່ນ​ເສຍ ໃນ​ສາມ​ປີ​ຕໍ່​ມາ, ເພິ່ນ​ບໍ່​ເຄີຍ​ເວົ້າ​ຄວາມ​ບໍ່​ດີ​ກ່ຽວ​ກັບ​ປະ​ເທດ​ລັດ​ເຊຍ​ຈັກ​ເທື່ອ. ໂດຍ​ໄດ້​ຮັບ​ການ​ດົນ​ໃຈ​ຈາກ​ຕົວ​ຢ່າງ​ຂອງ​ຊາວ​ແຟງ​ລັງ​ຂອງ​ເພິ່ນ, ພໍ່​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ເລືອກ​ເອົາ​ການ​ເປັນ​ສາ​ນຸ​ສິດ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແທນ​ທຸກ​ສິ່ງ​ອື່ນ​ໝົດ. ຊາວ​ແຟງ​ລັງ​ກໍ​ເປັນ​ຊາວ​ແຟງ​ລັງ​ຢູ່; ຊາວ​ລັດ​ເຊຍ​ກໍ​ເປັນ​ຊາວ​ລັດ​ເຊຍ​ຢູ່; ທັງ​ສອງ​ກຸ່ມ​ບໍ່​ໄດ້​ປະ​ຖິ້ມ​ວັດ​ທະ​ນະ​ທຳ, ປະ​ຫວັດ​ສາດ, ຫລື ປະ​ສົບ​ການ​ຂອງ​ຕົນ ເພື່ອ​ກຳ​ຈັດ​ຄວາມ​ເປັນ​ສັດ​ຕູ​ກັນ. ເຂົາ​ເຈົ້າ​ບໍ່​ຈຳ​ເປັນ​ທີ່​ຈະ​ເຮັດ. ກົງ​ກັນ​ຂ້າມ, ເຂົາ​ເຈົ້າ​ໄດ້​ເລືອກ​ເຮັດ​ໃຫ້​ການ​ເປັນ​ສາ​ນຸ​ສິດ​ຂອງ​ພຣະ​ເຢ​ຊູ​ຄຣິດ​ມາ​ກ່ອນ​ທຸກ​ສິ່ງ​ອື່ນ​ໝົດ.26

ຖ້າ​ຫາກ​ເຂົາ​ເຈົ້າ​ເຮັດ​ໄດ້, ເຮົາ​ກໍ​ເຮັດ​ໄດ້​ຄື​ກັນ. ເຮົາ​ສາ​ມາດ​ນຳ​ມໍ​ລະ​ດົກ, ວັດ​ທະ​ນະ​ທຳ, ແລະ ປະ​ສົບ​ການ​ຂອງ​ເຮົາ​ມາ​ສູ່​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ. ຊາ​ມູ​ເອນ​ບໍ່​ໄດ້​ປະ​ຖິ້ມ​ມໍ​ລະ​ດົກ​ຂອງ​ເພິ່ນ​ໃນ​ຖາ​ນະ​ຊາວ​ເລ​ມັນ,27 ມໍ​ມອນ​ກໍ​ຄື​ກັນ ບໍ່​ໄດ້​ປະ​ຖິ້ມ​ຄວາມ​ເປັນ​ຊາວ​ນີ​ໄຟ.28 ແຕ່​ລະ​ຄົນ​ໄດ້​ໃຫ້​ການ​ເປັນ​ສາ​ນຸ​ສິດ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ມາ​ກ່ອນ.

ຖ້າ​ຫາກ​ເຮົາ​ບໍ່​ເປັນ​ໜຶ່ງ, ເຮົາ​ກໍ​ບໍ່​ໄດ້​ເປັນ​ຂອງ​ພຣະ​ອົງ.29 ຄຳ​ເຊື້ອ​ເຊີນ​ຂອງ​ຂ້າ​ພະ​ເຈົ້າ​ແມ່ນ​ໃຫ້​ກ້າ​ຫານ​ທີ່​ຈະ​ໃຫ້​ຄວາມ​ຮັກ​ຂອງ​ເຮົາ​ຕໍ່​ພຣະ​ເຈົ້າ ແລະ ໃຫ້​ການ​ເປັນ​ສາ​ນຸ​ສິດ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ​ມາ​ກ່ອນ​ທຸກ​ສິ່ງ​ອື່ນ​ໝົດ.30 ຂໍ​ໃຫ້​ເຮົາ​ຈົ່ງ​ຍຶດ​ຖື​ພັນ​ທະ​ສັນ​ຍາ​ທີ່​ເຮົາ​ໄດ້​ຮັບ​ໃນ​ການ​ເປັນ​ສາ​ນຸ​ສິດ​ຂອງ​ເຮົາ—ພັນ​ທະ​ສັນ​ຍາ​ທີ່​ຈະ​ເປັນ​ໜຶ່ງ.

ຂໍ​ໃຫ້​ເຮົາ​ຈົ່ງ​ເຮັດ​ຕາມ​ຕົວ​ຢ່າງ​ຂອງ​ໄພ່​ພົນ​ຈາກ​ຕະ​ຫລອດ​ທົ່ວ​ໂລກ ຜູ້​ໄດ້​ກາຍ​ເປັນ​ສາ​ນຸ​ສິດ​ທີ່​ມີ​ປະ​ສິດ​ທິ​ພາບ​ຂອງ​ພຣະ​ຄຣິດ. ເຮົາ​ສາ​ມາດ​ເພິ່ງ​ອາ​ໄສ​ພຣະ​ເຢ​ຊູ​ຄຣິດ, ຜູ້​ເປັນ “ອົງ​ສັນ​ຕິ​ລາດ​ຂອງ​ເຮົາ, … ໄດ້​ຊົງ​ຮື້​ກຳ​ແພງ​ທີ່​ຂັ້ນ ລະ​ຫວ່າງ​ການ​ເປັນ​ສັດ​ຕູ​ກັນ​ນັ້ນ​ຖິ້ມ​ເສຍ; [ໂດຍ​ໄດ້​ກຳ​ຈັດ​ຄວາມ​ເປັນ​ສັດ​ຕູ​ກັນ​ນັ້ນ​ໃນ​ການ​ເສຍ​ສະ​ລະ​ຊົດ​ໃຊ້​ຂອງ​ພຣະ​ອົງ].”31 ການ​ເປັນ​ພະ​ຍານ​ຂອງ​ເຮົາ​ເຖິງ​ພຣະ​ເຢ​ຊູ​ຄຣິດ​ຕໍ່​ໂລກ​ຈະ​ເຂັ້ມ​ແຂງ​ຂຶ້ນ, ແລະ ເຮົາ​ຈະ​ສືບ​ຕໍ່​ມີ​ສຸ​ຂະ​ພາບ​ດີ​ທາງ​ວິນ​ຍານ.32 ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ເມື່ອ​ເຮົາ “ຫລີກ​ເວັ້ນ​ຈາກ​ການ​ຂັດ​ແຍ້ງ” ແລະ “ມີ​ໃຈ​ເໝືອນ​ພຣະ​ຜູ້​ເປັນ​ເຈົ້າ​ໃນ​ຄວາມ​ຮັກ ແລະ ຮ່ວມ​ກັບ​ພຣະ​ອົງ​ໃນ​ສັດ​ທາ,” ແລ້ວ​ສັນ​ຕິ​ສຸກ​ຂອງ​ພຣະ​ອົງ​ຈະ​ເປັນ​ຂອງ​ເຮົາ.33 ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາ​ແມນ.

ແຫລ່ງ​ອ້າງ​ອີງ

  1. ເບິ່ງ “The First Presidency Urges Latter-day Saints to Wear Face Masks When Needed and Get Vaccinated Against COVID-19,” Newsroom, Aug. 12, 2021, newsroom.ChurchofJesusChrist.org; “Vaccines Explained,” World Health Organization, who.int/emergencies/diseases/novel-coronavirus-2019/covid-19-vaccines/explainers; “Safety of COVID-19 Vaccines,” Centers for Disease Control and Prevention, Sept. 27, 2021, cdc.gov/coronavirus/2019-ncov/vaccines/safety/safety-of-vaccines.html; “COVID-19 Vaccine Effectiveness and Safety,” Morbidity and Mortality Weekly Report, Centers for Disease Control and Prevention, cdc.gov/mmwr/covid19_vaccine_safety.html.

  2. Russell M. Nelson, “Sisters’ Participation in the Gathering of Israel,” Liahona, Nov. 2018, 69.

  3. ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 81:5.

  4. ອັກ​ຄະ​ສາ​ວົກ ແລະ ສາດ​ສະ​ດາ​ຫລາຍ​ທ່ານ​ໄດ້​ກ່າວ​ເຖິງ​ຄວາມ​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ​ກັນ ແລະ ການ​ຂັດ​ແຍ້ງ ມາ​ເປັນ​ເວ​ລາ​ຫລາຍ​ປີ. ເບິ່ງ, ສຳ​ລັບ​ຕົວ​ຢ່າງ, Marvin J. Ashton, “No Time for Contention,” Ensign, May 1978, 7–9; Marion G. Romney, “Unity,” Ensign, May 1983, 17–18; Russell M. Nelson, “The Canker of Contention,” Ensign, May 1989, 68–71; Russell M. Nelson, “Children of the Covenant,” Ensign, May 1995, 32–35; Henry B. Eyring, “That We May Be One,” Ensign, May 1998, 66–68; D. Todd Christofferson, “Come to Zion,” Liahona, Nov. 2008, 37–40; Jeffrey R. Holland, “The Ministry of Reconciliation,” Liahona, Nov. 2018, 77–79; Quentin L. Cook, “Hearts Knit in Righteousness and Unity,” Liahona, Nov. 2020, 18–22; Gary E. Stevenson, “Hearts Knit Together,” Liahona, May 2021, 19–23.

  5. 3 ນີ​ໄຟ 11:28–29.

  6. ເບິ່ງ ໂມ​ເຊ 7:26, 28, 33. ນີ້​ບໍ່​ໄດ້​ແນະ​ນຳ​ວ່າ ການ​ເສຍ​ສະ​ລະ​ຊົດ​ໃຊ້​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ກຳ​ລັງ​ດຳ​ເນີນ​ຢູ່ ຫລື ວ່າ​ພຣະ​ອົງ​ຍັງ​ທົນ​ທຸກ​ທໍ​ລະ​ມານ​ຕໍ່​ໄປ; ພຣະ​ເຢ​ຊູ​ຄຣິດ​ໄດ້​ສຳ​ເລັດ​ການ​ຊົດ​ໃຊ້​ແລ້ວ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ ແລະ ຄວາມ​ເຫັນ​ອົກ​ເຫັນ​ໃຈ​ທີ່​ບໍ່​ມີ​ຂອບ​ເຂດ ແລະ ສົມ​ບູນ​ແບບ​ຂອງ​ພຣະ​ອົງ ທີ່​ພຣະ​ອົງ​ອ້າງ​ວ່າ​ເປັນ​ຜົນ​ຂອງ​ການ​ສຳ​ເລັດ​ການ​ເສຍ​ສະ​ລະ​ຊົດ​ໃຊ້​ຂອງ​ພຣະ​ອົງ ເຮັດ​ໃຫ້​ພຣະ​ອົງ​ຮູ້​ສຶກ​ຜິດ​ຫວັງ ແລະ ໂສກ​ເສົ້າ.

  7. 2 ນີ​ໄຟ 2:8.

  8. ໂຢ​ຮັນ 13:34, 35.

  9. ຄວາມ​ເປັນ​ສັດ​ຕູ​ກັນ ຄື​ສະ​ພາບ ຫລື ຄວາມ​ຮູ້​ສຶກ​ຕໍ່​ຕ້ານ​ກັບ​ບາງ​ຄົນ ຫລື ບາງ​ສິ່ງ; ມັນ​ໝາຍ​ເຖິງ​ຄວາມ​ເປັນ​ປໍ​ລະ​ປັກ, ການ​ຕໍ່​ສູ້​ກັນ, ຄວາມ​ກຽດ​ຊັງ, ຄວາມ​ຂຸ່ນ​ເຄືອງ, ແລະ ຄວາມ​ບໍ່​ມັກ​ທີ່​ຝັງ​ເລິກ ຫລື ຄວາມ​ປະ​ສົງ​ຮ້າຍ. ໃນ​ພາ​ສາ​ກຣີກ ຄຳ​ທີ່​ແປ​ວ່າ “ຄວາມ​ເປັນ​ສັດ​ຕູ​ກັນ” ກໍ​ແປ​ວ່າ “ຄວາມ​ກຽດ​ຊັງ” ເຊັ່ນ​ກັນ. ມັນ​ກົງ​ກັນ​ຂ້າມ​ກັບ​ຄຳ​ວ່າ agape, ຊຶ່ງ​ແປ​ວ່າ “ຄວາມ​ຮັກ.” ເບິ່ງ James Strong, The New Strong’s Expanded Exhaustive Concordance of the Bible (2010), Greek dictionary section, number 2189.

  10. ເບິ່ງ ໂຢ​ຮັນ 17:21, 23.

  11. 3 ນີ​ໄຟ 11:30.

  12. 4 ນີ​ໄຟ 1:18.

  13. 4 ນີ​ໄຟ 1:17.

  14. 4 ນີ​ໄຟ 1:16.

  15. ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ ໄດ້​ກ່າວ​ວ່າ, “ພຣະ​ຜູ້​ເປັນ​ເຈົ້າ​ມັກ​ຄວາມ​ພະ​ຍາ​ຍາມ” (ໃນ Joy D. Jones, “An Especially Noble Calling,” Liahona, May 2020, 16).

  16. ເບິ່ງ 4 ນີ​ໄຟ 1:15. ມີ​ຜູ້​ຄົນ​ທີ່​ປະ​ສົບ​ຄວາມ​ສຳ​ເລັດ​ໃນ​ຄວາມ​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ​ກັນ​ແບບ​ນີ້. ໃນ​ວັນ​ເວ​ລາ​ຂອງ​ເອ​ນົກ, “ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເອີ້ນ​ຜູ້​ຄົນ​ຂອງ​ພຣະ​ອົງ​ວ່າ ຊີ​ໂອນ, ເພາະ​ວ່າ​ພວກ​ເຂົາ​ມີ​ໃຈ​ດຽວ ແລະ ມີ​ຄວາມ​ຄິດ​ດຽວ, ແລະ ໄດ້​ດຳ​ລົງ​ຢູ່​ໃນ​ຄວາມ​ຊອບ​ທຳ; ແລະ ບໍ່​ມີ​ຄົນ​ຍາກ​ຈົນ​ໃນ​ບັນ​ດາ​ພວກ​ເຂົາ” (ໂມ​ເຊ 7:18).

  17. ເບິ່ງ ໂມ​ໄຊ​ຢາ 18:21.

  18. ເບິ່ງ ກິດ​ຈະ​ການ 17:29; ເພງ​ສັນ​ລະ​ເສີນ 82:6.

  19. ເບິ່ງ 1 ໂກ​ຣິນ​ໂທ 12:12–27.

  20. ເບິ່ງ ໂມ​ໂຣ​ໄນ 7:47–48.

  21. ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 107:30–31.

  22. Dallin H. Oaks, “Defending Our Divinely Inspired Constitution,” Liahona, May 2021, 107.

  23. ເບິ່ງ ໂຣມ 14:1–3, 13, 21.

  24. ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ກ່າວ​ຕຳ​ນິ “ສາ​ນຸ​ສິດ [ຂອງ​ພຣະ​ອົງ], ໃນ​ສະ​ໄໝ​ບູ​ຮານ, [ຜູ້] ຫາ​ໂອ​ກາດ​ຕໍ່​ຕ້ານ​ກັນ ແລະ ບໍ່​ໄດ້​ໃຫ້​ອະ​ໄພ​ແກ່​ກັນ​ໃນ​ໃຈ​ຂອງ​ພວກ​ເຂົາ; ແລະ ເພາະ​ຄວາມ​ຊົ່ວ​ຮ້າຍ​ນີ້ ພວກ​ເຂົາ​ຈຶ່ງ​ທຸກ​ທໍ​ລະ​ມານ ແລະ ຖືກ​ຕີ​ສອນ​ຢ່າງ​ຮຸນ​ແຮງ. ດັ່ງ​ນັ້ນ,” ພຣະ​ເຢ​ຊູ​ຈຶ່ງ​ໄດ້​ກ່າວ​ຕັກ​ເຕືອນ​ສາ​ນຸ​ສິດ​ຍຸກ​ສຸດ​ທ້າຍ​ຂອງ​ພຣະ​ອົງ​ວ່າ, “ເຮົາ​ກ່າວ​ກັບ​ພວກ​ເຈົ້າ​ວ່າ, ພວກ​ເຈົ້າ​ຄວນ​ອະ​ໄພ​ໃຫ້​ກັນ​ແລະ​ກັນ” (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 64:8–9).

  25. ແອວ​ເດີ ເດັນ​ນິສ ບີ ນວນ​ສະ​ວານ​ເດີ, ການ​ຕິດ​ຕໍ່​ສ່ວນ​ຕົວ.

  26. ຕາມ​ລັກ​ສະ​ນະ​ຂອງ​ຄົນ​ແຟງ​ລັງ, ເມື່ອ​ບຣາ​ເດີ ເອກ​ລັນ ໄດ້​ສົນ​ທະ​ນາ​ກ່ຽວ​ກັບ​ການ​ຕັດ​ສິນ​ໃຈ​ນີ້, ເພິ່ນ​ເວົ້າ​ວ່າ ມັນ​ເປັນ​ເລື່ອງ​ງ່າຍ​ທີ່​ຈະ​ເຮັດ. ແທນ​ທີ່​ຈະ​ສັນ​ລະ​ເສີນ​ຄວາມ​ຍິ່ງ​ໃຫຍ່​ຂອງ​ຊາວ​ແຟງ​ລັງ, ເພິ່ນ​ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່​ຊາວ​ລັດ​ເຊຍ. ຊາວ​ແຟງ​ລັງ​ມີ​ຄວາມ​ກະ​ຕັນ​ຍູ​ຕໍ່​ການ​ມີ​ພາກ​ສ່ວນ​ທີ່​ສຳ​ຄັນ​ຂອງ​ຊາວ​ລັດ​ເຊຍ ໃນ​ວຽກ​ງານ​ທີ່​ໄດ້​ເຮັດ​ໃນ​ພຣະ​ວິ​ຫານ​ແຮວ​ຊິນ​ກີ ແຟງ​ລັງ. (ຊະ​ເວັນ ເອກ​ລັນ, ການ​ຕິດ​ຕໍ່​ສ່ວນ​ຕົວ.)

  27. ເບິ່ງ ຮີ​ລາ​ມັນ 13:2, 5.

  28. ເບິ່ງ 3 ນີ​ໄຟ 5:13, 20.

  29. ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 38:27.

  30. ເບິ່ງ ລູ​ກາ 14:25–33.

  31. ເອ​ເຟ​ໂຊ 2:14–15.

  32. ເບິ່ງ ເອ​ເຟ​ໂຊ 2:19.

  33. ເບິ່ງ Russell M. Nelson, “The Canker of Contention,” Ensign, May 1989, 71.