ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ຄວາມ​ເຫັນ​ອົກ​ເຫັນ​ໃຈ​ທີ່​ຍືນ​ຍົງ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ຕຸ​ລາ 2021


ຄວາມ​ເຫັນ​ອົກ​ເຫັນ​ໃຈ​ທີ່​ຍືນ​ຍົງ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ

ການ​ສະ​ແດງ​ຄວາມ​ເຫັນ​ອົກ​ເຫັນ​ໃຈ​ຕໍ່​ຄົນ​ອື່ນ​ແມ່ນ​ແກ່ນ​ສານ​ຂອງ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ.

ຫລັກ​ທຳ​ທີ່​ໂດດ​ເດັ່ນ​ທີ່​ສຸດ​ຂໍ້​ໜຶ່ງ​ທີ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ສິດ​ສອນ​ລະ​ຫວ່າງ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ​ພຣະ​ອົງ​ຢູ່​ເທິງ​ໂລກ​ຄື ການ​ປະ​ຕິ​ບັດ​ຕໍ່​ຄົນ​ອື່ນ​ດ້ວຍ​ຄວາມ​ເຫັນ​ອົກ​ເຫັນ​ໃຈ. ຂໍ​ໃຫ້​ເຮົາ​ສະ​ທ້ອນ​ຄິດ​ເຖິງ​ຫລັກ​ທຳ​​ຂໍ້​ນີ້ ແລະ ພາກ​ປະ​ຕິ​ບັດ​ຂອງ​ມັນ​ໂດຍ​ການ​ພິ​ຈາ​ລະ​ນາ​ເລື່ອງ​ລາວ​ຂອງ​ການ​ຢ້ຽມ​ຢາມ​ຂອງ​ພຣະ​ເຢ​ຊູ​ຢູ່​ທີ່​ບ້ານ​ຂອງ​ຊີ​ໂມນ ຄົນ​ຟາ​ຣີ​ຊາຍ.

ພຣະ​ທຳ​ລູ​ກາ​ບອກ​ເລົ່າ​ວ່າ ຜູ້​ຍິງ​ຄົນ​ໜຶ່ງ, ທີ່​ຖື​ວ່າ​ເປັນ​ຄົນ​ບາບ, ໄດ້​ເຂົ້າ​ໄປ​ໃນ​ບ້ານ​ຂອງ​ຊີ​ໂມນ​ຕອນ​ທີ່​ພຣະ​ເຢ​ຊູ​ກໍ​ໄດ້​ຢູ່​ທີ່​ນັ້ນ. ດ້ວຍ​ຄວາມ​ສຳ​ນຶກ​ຜິດ, ຜູ້​ຍິງ​ຄົນ​ນັ້ນ​ໄດ້​ເຂົ້າ​ໄປ​ໃກ້​ພຣະ​ເຢ​ຊູ, ໄດ້​ລ້າງ​ພຣະ​ບາດ​ຂອງ​ພຣະ​ອົງ​ດ້ວຍ​ນ້ຳ​ຕາ​ຂອງ​ນາງ, ເຊັດ​ພຣະ​ບາດ​ດ້ວຍ​ຜົມ​ຂອງ​ນາງ, ແລະ ແລ້ວ​ໄດ້​ຈູບ ແລະ ຫົດ​ສົງ​ພຣະ​ບາດ​ດ້ວຍ​ນ້ຳ​ມັນ​ຫອມ​ພິ​ເສດ.1 ເຈົ້າ​ພາບ​ຜູ້​ທະ​ນົງ​ຕົວ, ຜູ້​ທີ່​ຖື​ວ່າ​ຕົນ​ເອງ​ດີ​ກວ່າ​ນາງ​ທາງ​ດ້ານ​ສິນ​ທຳ, ໄດ້​ຄິດ​ຢູ່​ໃນ​ໃຈ​ດ້ວຍ​ຄຳ​ຕຳ​ນິ ແລະ ຄວາມ​ອວດ​ອົ່ງ​ວ່າ, “ຖ້າ​ຜູ້​ນີ້ ແມ່ນ [ສາດ​ສະ​ດາ] ແທ້ ເພິ່ນ​ຄົງ​ຮູ້​ວ່າ​ຍິງ​ທີ່​ກຳ​ລັງ​ແຕະ​ຕ້ອງ​ຕົນ​ນັ້ນ​ເປັນ​ຜູ້​ໃດ ເພິ່ນ​ຄົງ​ຮູ້​ວ່າ: ນາງ​ເປັນ​ຄົນ​ຊົ່ວ.”2

ທັດ​ສະ​ນະ​ຄະ​ຕິ​ທີ່​ຄິດ​ວ່າ​ຕົນ​ດີ​ກວ່າ​ຄົນ​ອື່ນ​ຂອງ​ຄົນ​ຟາ​ຣີ​ຊາຍ​ໄດ້​ນຳ​ພາ​ລາວ​ໄປ​ຕັດ​ສິນ​ທັງ​ພຣະ​ເຢ​ຊູ ແລະ ຜູ້​ຍິງ​ຄົນ​ນັ້ນ​ຢ່າງ​ບໍ່​ທ່ຽງ​ທຳ. ແຕ່​ໃນ​ຄວາມ​ຮອບ​ຮູ້​ທຸກ​ຢ່າງ​ຂອງ​ພຣະ​ອົງ, ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ຮູ້​ເຖິງ​ຄວາມ​ຄິດ​ຂອງ​ຊີ​ໂມນ ແລະ, ດ້ວຍ​ປັນ​ຍາ​ທີ່​ຍິ່ງ​ໃຫຍ່, ໄດ້​ທ້າ​ທາຍ​ທັດ​ສະ​ນະ​ທີ່​ວາງ​ຕົວ​ຂອງ​ຊີ​ໂມນ, ແລະ ທັງ​ໄດ້​ຕັກ​ເຕືອນ​ລາວ​ສຳ​ລັບ​ການ​ຂາດ​ຄວາມ​ສຸ​ພາບ​ຮຽບ​ຮ້ອຍ​ຂອງ​ລາວ​ໃນ​ການ​ຕ້ອນ​ຮັບ​ແຂກ​ພິ​ເສດ ດັ່ງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ເຂົ້າ​ໄປ​ໃນ​ບ້ານ​ຂອງ​ລາວ. ແທ້​ຈິງ​ແລ້ວ, ການ​ຕຳ​ນິ​ຄົນ​ຟາ​ຣີ​ຊາຍ​ໂດຍ​ກົງ​ຂອງ​ພຣະ​ເຢ​ຊູ​ໄດ້​ເປັນ​ພະ​ຍານ​ວ່າ ແທ້​ຈິງ​ແລ້ວ ພຣະ​ເຢ​ຊູ​ໄດ້​ເປັນ​ຜູ້​ຄອບ​ຄອງ​ຂອງ​ປະ​ທານ​ແຫ່ງ​ການ​ທຳ​ນາຍ ແລະ ວ່າ​ຜູ້​ຍິງ​ຄົນ​ນັ້ນ, ດ້ວຍ​ຫົວ​ໃຈ​ທີ່​ຖ່ອມ ແລະ ສຳ​ນຶກ​ຜິດ, ໄດ້​ກັບ​ໃຈ ແລະ ໄດ້​ຮັບ​ການ​ໃຫ້​ອະ​ໄພ​ສຳ​ລັບ​ບາບ​ຂອງ​ນາງ.3

ດັ່ງ​ຫລາຍໆ​ເຫດ​ການ​ລະ​ຫວ່າງ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ​ພຣະ​ເຢ​ຊູ​ຢູ່​ເທິງ​ໂລກ, ເລື່ອງ​ລາວ​ນີ້​ກໍ​ສະ​ແດງ​ໃຫ້​ເຫັນ​ອີກ​ວ່າ ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ປະ​ຕິ​ບັດ​ຢ່າງ​ເຫັນ​ອົກ​ເຫັນ​ໃຈ​ຕໍ່​ທຸກ​ຄົນ ຜູ້​ທີ່​ໄດ້​ມາ​ຫາ​ພຣະ​ອົງ—ປາດ​ສະ​ຈາກ​ຄວາມ​ແຕກ​ຕ່າງ—ແລະ ໂດຍ​ພິ​ເສດ​ສຸດ​ແມ່ນ​ຕໍ່​ຜູ້​ທີ່​ຕ້ອງ​ການ​ຄວາມ​ຊ່ວຍ​ເຫລືອ​ຂອງ​ພຣະ​ອົງ​ຫລາຍ​ທີ່​ສຸດ. ຄວາມ​ສຳ​ນຶກ​ຜິດ ແລະ ຄວາມ​ຮັກ​ທີ່​ຄາ​ລະ​ວະ​ທີ່​ຜູ້​ຍິງ​ຄົນ​ນັ້ນ​ໄດ້​ສະ​ແດງ​ຕໍ່​ພຣະ​ເຢ​ຊູ​ກໍ​ໄດ້​ເປັນ​ຫລັກ​ຖານ​ເຖິງ​ການ​ກັບ​ໃຈ ແລະ ຄວາມ​ປາດ​ຖະ​ໜາ​ທີ່​ຈິງ​ໃຈ​ຂອງ​ນາງ​ທີ່​ຈະ​ໄດ້​ຮັບ​ການ​ປົດ​ບາບ​ຂອງ​ນາງ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ຄວາມ​ຄິດ​ວ່າ​ຕົນ​ດີ​ກວ່າ​ຄົນ​ອື່ນ​ຂອງ​ຊີ​ໂມນ, ຄຽງ​ຄູ່​ດ້ວຍ​ຫົວ​ໃຈ​ທີ່​ແຂງ​ກະ​ດ້າງ​ຂອງ​ລາວ,4 ໄດ້​ກີດ​ກັນ​ລາວ​ຈາກ​ການ​ສະ​ແດງ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ກັບ​ຄົນ​ທີ່​ໄດ້​ກັບ​ໃຈ​ແລ້ວ​ຄົນ​ນັ້ນ, ແລະ ລາວ​ຍັງ​ໄດ້​ປະ​ຕິ​ບັດ​ຕໍ່​ແມ່ນ​ແຕ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ໂລກ​ດ້ວຍ​ຄວາມ​ບໍ່​ສົນ​ໃຈ ແລະ ການ​ດູ​ຖູກ. ທັດ​ສະ​ນະ​ຄະ​ຕິ​ຂອງ​ລາວ​ໄດ້​ເປີດ​ເຜີຍ​ວ່າ ວິ​ຖີ​ຊີ​ວິດ​ຂອງ​ລາວ​ບໍ່​ມີ​ຫຍັງ​ຫລາຍ​ໄປ​ກວ່າ​ການ​ຮັກ​ສາ​ກົດ​ລະ​ບຽບ​ທີ່​ເຄັ່ງ​ຄັດ ແລະ ຕາມ​ກົດ​ເກນ​ເທົ່າ​ນັ້ນ ແລະ ການ​ສະ​ແດງ​ອອກ​ພາຍ​ນອກ​ເຖິງ​ຄວາມ​ເຊື່ອ​ໝັ້ນ​ຂອງ​ລາວ ຜ່ານ​ທາງ​ການ​ໂອ້​ອວດ​ຕົນ​ເອງ ແລະ ຄວາມ​ບໍ​ລິ​ສຸດ​ທີ່​ຈອມ​ປອມ.5

ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ທີ່​ເຫັນ​ອົກ​ເຫັນ​ໃຈ ແລະ ເປັນ​ສ່ວນ​ຕົວ​ຂອງ​ພຣະ​ເຢ​ຊູ​ໃນ​ເລື່ອງ​ນີ້ ສະ​ແດງ​ໃຫ້​ເຫັນ​ແບບ​ຢ່າງ​ທີ່​ສົມ​ບູນ​ແບບ​ຂອງ​ວິ​ທີ​ທີ່​ເຮົາ​ຄວນ​ປະ​ຕິ​ບັດ​ຕໍ່​ເພື່ອນ​ບ້ານ​ຂອງ​ເຮົາ. ພຣະ​ຄຳ​ພີ​ກໍ​ມີ​ຕົວ​ຢ່າງ​ຈົນ​ນັບ​ບໍ່​ຖ້ວນ​ເຖິງ​ວິ​ທີ​ທີ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຖືກ​ດົນ​ໃຈ​ໂດຍ​ຄວາມ​ເຫັນ​ອົກ​ເຫັນ​ໃຈ​ທີ່​ເລິກ​ເຊິ່ງ​ຂອງ​ພຣະ​ອົງ ແລະ ຍືນ​ຍົງ, ໄດ້​ປະ​ຕິ​ບັດ​ຕໍ່​ຜູ້​ຄົນ​ໃນ​ວັນ​ເວ​ລາ​ຂອງ​ພຣະ​ອົງ ແລະ ໄດ້​ຊ່ວຍ​ເຫລືອ​ຜູ້​ທີ່​ທົນ​ທຸກ​ທໍ​ລະ​ມານ ແລະ ຜູ້​ທີ່ “ກັງ​ວົນ​ເປັນ​ທຸກ​ໃຈ ແລະ ຂາດ​ທີ່​ເພິ່ງ​ເໝືອນ​ຝູງ​ແກະ​ທີ່​ບໍ່​ມີ​ຜູ້​ລ້ຽງ.”6 ພຣະ​ອົງ​ໄດ້​ຍື່ນ​ພຣະ​ຫັດ​ແຫ່ງ​ຄວາມ​ເມດ​ຕາ​ຂອງ​ພຣະ​ອົງ​ອອກ​ໄປ​ຫາ​ຜູ້​ທີ່​ຕ້ອງ​ການ ການ​ບັນ​ເທົາ​ທຸກ​ຈາກ​ພາ​ລະ​ໜັກ​ຂອງ​ພວກ​ເຂົາ, ທັງ​ທາງ​ຮ່າງ​ກາຍ ແລະ ທາງ​ວິນ​ຍານ.7

ທັດ​ສະ​ນະ​ຄະ​ຕິ​ທີ່​ເຫັນ​ອົກ​ເຫັນ​ໃຈ​ຂອງ​ພຣະ​ເຢ​ຊູ​ແມ່ນ​ອີງ​ຕາມ​ຄວາມ​ໃຈ​ບຸນ,8 ນັ້ນ​ຄື, ຢູ່​ໃນ​ຄວາມ​ຮັກ​ທີ່​ບໍ​ລິ​ສຸດ ແລະ ສົມ​ບູນ​ແບບ​ຂອງ​ພຣະ​ອົງ, ຊຶ່ງ​ເປັນ​ຈຸດ​ໃຈ​ກາງ​ທີ່​ສຳ​ຄັນ​ຂອງ​ການ​ເສຍ​ສະ​ລະ​ຊົດ​ໃຊ້​ຂອງ​ພຣະ​ອົງ. ຄວາມ​ເຫັນ​ອົກ​ເຫັນ​ໃຈ​ເປັນ​ບຸກ​ຄະ​ລິກ​ລັກ​ສະ​ນະ​ພື້ນ​ຖານ​ຂອງ​ຜູ້​ຄົນ​ທີ່​ພະ​ຍາ​ຍາມ​ໄດ້​ຮັບ​ການ​ຊຳ​ລະ​ໃຫ້​ສະ​ອາດ ແລະ ຄຸນ​ນະ​ພາບ​ແຫ່ງ​ສະ​ຫວັນ​ນີ້​ຜູກ​ພັນ​ກັບ​ຄຸນ​ສົມ​ບັດ​ອື່ນໆ​ຂອງ​ຊາວ​ຄຣິດ ດັ່ງ​ເຊັ່ນ ການ​ເປັນ​ທຸກ​ກັບ​ຄົນ​ທີ່​ເປັນ​ທຸກ ແລະ ການ​ມີ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ, ຄວາມ​ເມດ​ຕາ, ແລະ ຄວາມ​ດີ.9 ການ​ສະ​ແດງ​ອອກ​ເຖິງ​ຄວາມ​ເຫັນ​ອົກ​ເຫັນ​ໃຈ​ຕໍ່​ຄົນ​ອື່ນ, ແທ້​ຈິງ​ແລ້ວ, ເປັນ​ຈຸດ​ໃຈ​ກາງ​ທີ່​ສຳ​ຄັນ​ຂອງ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ ແລະ ເປັນ​ຫລັກ​ຖານ​ຂອງ​ຄວາມ​ໃກ້​ຊິດ​ທາງ​ວິນ​ຍານ ແລະ ອາ​ລົມ​ຂອງ​ເຮົາ​ກັບ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ. ຍິ່ງ​ໄປ​ກວ່າ​ນັ້ນ, ມັນ​ສະ​ແດງ​ເຖິງ​ລະ​ດັບ​ຂອງ​ອິດ​ທິ​ພົນ​ທີ່​ພຣະ​ອົງ​ມີ​ໃນ​ວິ​ຖີ​ຊີ​ວິດ​ຂອງ​ເຮົາ ແລະ ສະ​ແດງ​ໃຫ້​ເຫັນ​ສັກ​ກະ​ຍະ​ພາບ​ຂອງ​ວິນ​ຍານ​ຂອງ​ເຮົາ.

ມັນ​ມີ​ຄວາມ​ໝາຍ​ທີ່​ຈະ​ສັງ​ເກດ​ເຫັນ​ວ່າ ການ​ກະ​ທຳ​ທີ່​ເຫັນ​ອົກ​ເຫັນ​ໃຈ​ຂອງ​ພຣະ​ເຢ​ຊູ​ນັ້ນ​ບໍ່​ໄດ້​ເປັນ​ການ​ສະ​ແດງ​ໃຫ້​ປະ​ຈັກ​ເປັນ​ບາງ​ຄັ້ງ​ບາງ​ຄາວ ຫລື ຖືກ​ຮຽກ​ຮ້ອງ​ໃຫ້​ເຮັດ, ອີງ​ຕາມ​ລາຍ​ການ​ຂອງ​ວຽກ​ງານ​ທີ່​ຕ້ອງ​ສຳ​ເລັດ, ແຕ່​ມັນ​ເປັນ​ການ​ສະ​ແດງ​ອອກ​ປະ​ຈຳ​ວັນ​ເຖິງ​ຄວາມ​ເປັນ​ຈິງ​ຂອງ​ຄວາມ​ຮັກ​ອັນ​ບໍ​ລິ​ສຸດ​ຂອງ​ພຣະ​ອົງ​ແດ່​ພຣະ​ເຈົ້າ ແລະ ລູກໆ​ຂອງ​ພຣະ​ອົງ ແລະ ຄວາມ​ປາດ​ຖະ​ໜາ​ທີ່​ຍືນ​ຍົງ​ຂອງ​ພຣະ​ອົງ​ທີ່​ຈະ​ຊ່ວຍ​ເຫລືອ​ພວກ​ເຂົາ.

ພຣະ​ເຢ​ຊູ​ສາ​ມາດ​ບົ່ງ​ບອກ​ເຖິງ​ຄວາມ​ຕ້ອງ​ການ​ຂອງ​ຜູ້​ຄົນ​ໄດ້ ແມ່ນ​ແຕ່​ໃນ​ໄລ​ຍະ​ຫ່າງ​ໄກ. ດັ່ງ​ນັ້ນ, ມັນ​ຈຶ່ງ​ບໍ່​ເປັນ​ເລື່ອງ​ແປກ, ຍົກ​ຕົວ​ຢ່າງ, ທັນ​ທີ​ທີ່​ໄດ້​ໂຜດ​ຮັກ​ສາ​ຄົນ​ຮັບ​ໃຊ້​ຂອງ​ນາຍ​ທະ​ຫານ​ຄົນ​ໜຶ່ງ​ແລ້ວ,10 ພຣະ​ເຢ​ຊູ​ໄດ້​ເດີນ​ທາງ​ຈາກ​ເມືອງ​ກາ​ເປ​ນາ​ອູມ​ໄປ​ຍັງ​ເມືອງ​ໜຶ່ງ​ຊື່​ວ່າ ນາ​ອິນ. ຢູ່​ທີ່​ນັ້ນ​ພຣະ​ເຢ​ຊູ​ໄດ້​ເຮັດ​ການ​ມະ​ຫັດ​ສະ​ຈັນ​ທີ່​ລະ​ອຽດ​ອ່ອນ​ທີ່​ສຸດ​ຢ່າງ​ໜຶ່ງ​ໃນ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ​ພຣະ​ອົງ​ຢູ່​ເທິງ​ໂລກ ເມື່ອ​ພຣະ​ອົງ​ໄດ້​ບັນ​ຊາ​ໃຫ້​ຊາຍ​ໜຸ່ມ​ຄົນ​ໜຶ່ງ​ທີ່​ເສຍ​ຊີ​ວິດ​ແລ້ວ, ລູກ​ຊາຍ​ຄົນ​ດຽວ​ຂອງ​ແມ່​ໝ້າຍ​ຄົນ​ໜຶ່ງ, ໃຫ້​ກັບ​ມາ​ມີ​ຊີ​ວິດ. ພຣະ​ເຢ​ຊູ​ບໍ່​ພຽງ​ແຕ່​ຮູ້​ເຖິງ​ຄວາມ​ທຸກ​ທໍ​ລະ​ມານ​ທີ່​ໜັກ​ໜ່ວງ​ຂອງ​ແມ່​ທີ່​ໜ້າ​ສົງ​ສານ​ຄົນ​ນັ້ນ ແຕ່​ຍັງ​ຮູ້​ສະ​ຖາ​ນະ​ການ​ທີ່​ຍາກ​ລຳ​ບາກ​ໃນ​ຊີ​ວິດ​ຂອງ​ນາງ​ນຳ​ອີກ, ແລະ ພຣະ​ອົງ​ຮູ້​ສຶກ​ມີ​ຄວາມ​ເຫັນ​ອົກ​ເຫັນ​ໃຈ​ທີ່​ຈິງ​ແທ້​ໃຫ້​ແກ່​ນາງ.11

ເໝືອນ​ດັ່ງ​ຍິງ​ບາບ​ຄົນ​ນັ້ນ ແລະ ແມ່​ໝ້າຍ​ທີ່​ເມືອງ​ນາ​ອິນ, ຫລາຍໆ​ຄົນ​ທີ່​ຢູ່​ໃນ​ຊີ​ວິດ​ຂອງ​ເຮົາ​ກໍ​ສະ​ແຫວງ​ຫາ​ການ​ປອບ​ໂຍນ, ຄວາມ​ສົນ​ໃຈ, ການ​ເປັນ​ພາກ​ສ່ວນ, ແລະ ຄວາມ​ຊ່ວຍ​ເຫລືອ​ໃດໆ​ກໍ​ຕາມ​ທີ່​ເຮົາ​ສາ​ມາດ​ມອບ​ໃຫ້​ເຂົາ​ເຈົ້າ​ໄດ້. ເຮົາ​ທຸກ​ຄົນ​ສາ​ມາດ​ເປັນ​ເຄື່ອງ​ມື​ໃນ​ພຣະ​ຫັດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ແລະ ກະ​ທຳ​ຢ່າງ​ເຫັນ​ອົກ​ເຫັນ​ໃຈ​ຕໍ່​ຜູ້​ທີ່​ມີ​ຄວາມ​ຕ້ອງ​ການ, ດັ່ງ​ທີ່​ພຣະ​ເຢ​ຊູ​ໄດ້​ກະ​ທຳ.

ຂ້າ​ພະ​ເຈົ້າ​ຮູ້​ຈັກ​ເດັກ​ຍິງ​ຄົນ​ໜຶ່ງ​ທີ່​ໄດ້​ເກີດ​ມາ​ພ້ອມ​ດ້ວຍ​ສົບ ແລະ ເພ​ດານ​ປາກ​ແຫວ່ງ​ທີ່​ຮ້າຍ​ແຮງ. ນາງ​ຕ້ອງ​ໄດ້​ຮັບ​ການ​ຜ່າ​ຕັດ​ເທື່ອ​ທຳ​ອິດ​ໃນ​ຈຳ​ນວນ​ການ​ຜ່າ​ຕັດ​ຫລາຍ​ເທື່ອ​ໃນ​ມື້​ທີ​ສອງ​ຂອງ​ຊີ​ວິດ​ນາງ. ໂດຍ​ທີ່​ມີ​ຄວາມ​ເຫັນ​ອົກ​ເຫັນ​ໃຈ​ທີ່​ແທ້​ຈິງ​ຕໍ່​ຜູ້​ທີ່​ປະ​ສົບ​ການ​ທ້າ​ທາຍ​ແບບ​ດຽວ​ກັນ​ນີ້, ເດັກ​ຍິງ​ຄົນ​ນີ້ ແລະ ພໍ່​ແມ່​ຂອງ​ນາງ​ໄດ້​ສະ​ແຫວງ​ຫາ​ທີ່​ຈະ​ໃຫ້​ການ​ສະ​ໜັບ​ສະ​ໜູນ, ຄວາມ​ເຂົ້າ​ໃຈ, ແລະ ການ​ຊ່ວຍ​ເຫລືອ​ທາງ​ດ້ານ​ອາ​ລົມ​ແກ່​ຄົນ​ອື່ນ​ທີ່​ຕ້ອງ​ຮັບ​ມື​ກັບ​ຄວາມ​ເປັນ​ຈິງ​ທີ່​ຫຍຸ້ງ​ຍາກ​ນີ້. ເຂົາ​ເຈົ້າ​ໄດ້​ຂຽນ​ຫາ​ຂ້າ​ພະ​ເຈົ້າ​ເມື່ອ​ບໍ່​ດົນ​ມາ​ນີ້ ແລະ ບອກ​ວ່າ: “ຜ່ານ​ການ​ທ້າ​ທາຍ​ຂອງ​ລູກ​ສາວ​ຂອງ​ພວກ​ເຮົາ, ພວກ​ເຮົາ​ໄດ້​ມີ​ໂອ​ກາດ​ພົບ​ປະ​ຜູ້​ຄົນ​ທີ່​ດີ​ເລີດ​ຫລາຍໆ​ຄົນ ທີ່​ຕ້ອງ​ການ ການ​ປອບ​ໂຍນ, ການ​ສະ​ໜັບ​ສະ​ໜູນ, ແລະ ກຳ​ລັງ​ໃຈ. ເມື່ອ​ບໍ່​ດົນ​ມາ​ນີ້, ລູກ​ສາວ​ຂອງ​ພວກ​ເຮົາ, ຜູ້​ທີ່​ດຽວ​ນີ້​ມີ​ອາ​ຍຸ 11 ປີ, ໄດ້​ເວົ້າ​ລົມ​ກັບ​ພໍ່​ແມ່​ຂອງ​ແອ​ນ້ອຍ​ຄົນ​ໜຶ່ງ​ທີ່​ມີ​ການ​ທ້າ​ທາຍ​ແບບ​ດຽວ​ກັນ​ນີ້. ໃນ​ລະ​ຫວ່າງ​ການ​ສົນ​ທະ​ນາ​ນັ້ນ, ລູກ​ສາວ​ຂອງ​ພວກ​ເຮົາ​ໄດ້​ຖອດ​ໜ້າ​ກາກ​ປິດ​ປາກ​ທີ່​ນາງ​ໃສ່​ຢູ່​ເພາະ​ການ​ລະ​ບາດ ອອກ​ບຶດ​ໜຶ່ງ​ເພື່ອ​ວ່າ​ພໍ່​ແມ່​ຄູ່​ນັ້ນ​ຈະ​ເຫັນ​ໄດ້​ວ່າ​ຍັງ​ມີ​ຄວາມ​ຫວັງ​ຢູ່, ເຖິງ​ແມ່ນ​ວ່າ​ແອ​ນ້ອຍ​ຄົນ​ນັ້ນ​ຍັງ​ຕ້ອງ​ໃຊ້​ເວ​ລາ​ອີກ​ນານ​ໃນ​ສອງ​ສາມ​ປີ​ຂ້າງ​ໜ້າ​ເພື່ອ​ແກ້​ໄຂ​ບັນ​ຫາ. ພວກ​ເຮົາ​ຮູ້​ສຶກ​ກະ​ຕັນ​ຍູ​ຫລາຍ​ສຳ​ລັບ​ໂອ​ກາດ​ທີ່​ຈະ​ສະ​ແດງ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ຕໍ່​ຜູ້​ຄົນ​ທີ່​ທົນ​ທຸກ, ດັ່ງ​ທີ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ກະ​ທຳ​ເພື່ອ​ເຮົາ. ພວກ​ເຮົາ​ຮູ້​ສຶກ​ວ່າ ພວກ​ເຮົາ​ໄດ້​ລົດ​ຜ່ອນ​ຄວາມ​ເຈັບ​ປວດ​ຂອງ​ພວກ​ເຮົາ​ທຸກໆ​ເທື່ອ​ທີ່​ພວກ​ເຮົາ​ໃຫ້​ການ​ບັນ​ເທົາ​ຄວາມ​ເຈັບ​ປວດ​ຂອງ​ຄົນ​ອື່ນ.”

ເພື່ອນ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ຂະ​ນະ​ທີ່​ເຮົາ​ພະ​ຍາ​ຍາມ​ທີ່​ຈະ​ລວມ​ເອົາ​ທັດ​ສະ​ນະ​ຄະ​ຕິ​ແຫ່ງ​ຄວາມ​ເຫັນ​ອົກ​ເຫັນ​ໃຈ​ເຂົ້າ​ມາ​ໃນ​ຊີ​ວິດ​ຂອງ​ເຮົາ, ດັ່ງ​ທີ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ເປັນ​ຕົວ​ຢ່າງ, ເຮົາ​ຈະ​ມີ​ຄວາມ​ຮູ້​ສຶກ​ໄວ​ຕໍ່​ຄວາມ​ຕ້ອງ​ການ​ຂອງ​ຜູ້​ຄົນ​ຫລາຍ​ຂຶ້ນ. ດ້ວຍ​ຄວາມ​ຮູ້​ສຶກ​ໄວ​ທີ່​ມີ​ຫລາຍ​ຂຶ້ນ​ນັ້ນ, ຄວາມ​ຮູ້​ສຶກ​ສົນ​ໃຈ ແລະ ຄວາມ​ຮັກ​ທີ່​ຈິງ​ແທ້​ຈະ​ມີ​ອິດ​ທິ​ພົນ​ຕໍ່​ທຸກ​ການ​ກະ​ທຳ​ຂອງ​ເຮົາ. ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຮັບ​ຮູ້​ຄວາມ​ພະ​ຍາ​ຍາມ​ຂອງ​ເຮົາ, ແລະ ເຮົາ​ຈະ​ໄດ້​ຮັບ​ພອນ​ຢ່າງ​ແນ່​ນອນ​ດ້ວຍ​ໂອ​ກາດ​ທີ່​ຈະ​ເປັນ​ເຄື່ອງ​ມື​ໃນ​ພຣະ​ຫັດ​ຂອງ​ພຣະ​ອົງ ໃນ​ການ​ເຮັດ​ໃຫ້​ຫົວ​ໃຈ​ອ່ອນ​ລົງ ແລະ ນຳ​ເອົາ​ການ​ບັນ​ເທົາ​ທຸກ​ມາ​ໃຫ້​ຜູ້​ມີ “ມື​ທີ່​ອ່ອນ​ເພຍ.”12

ຄຳ​ຕັກ​ເຕືອນ​ຂອງ​ພຣະ​ເຢ​ຊູ​ຕໍ່​ຊີ​ໂມນ​ຄົນ​ຟາ​ຣີ​ຊາຍ​ກໍ​ໄດ້​ເຮັດ​ໃຫ້​ມັນ​ຊັດ​ເຈນ​ວ່າ ເຮົາ​ບໍ່​ຄວນ​ຕັດ​ສິນ​ເພື່ອນ​ບ້ານ​ຂອງ​ເຮົາ​ຢ່າງ​ຮຸນ​ແຮງ ແລະ ໂຫດ​ຮ້າຍ ເພາະ​ວ່າ​ເຮົາ​ທຸກ​ຄົນ​ກໍ​ຕ້ອງ​ການ​ຄວາມ​ເຂົ້າ​ໃຈ ແລະ ຄວາມ​ເມດ​ຕາ​ສຳ​ລັບ​ຂໍ້​ບົກ​ພ່ອງ​ຂອງ​ເຮົາ​ຈາກ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ທີ່​ຊົງ​ຮັກ​ຂອງ​ເຮົາ. ນີ້​ບໍ່​ແມ່ນ​ສິ່ງ​ທີ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ສິດ​ສອນ​ໃນ​ອີກ​ໂອ​ກາດ​ໜຶ່ງ​ບໍ ເມື່ອ​ພຣະ​ອົງ​ໄດ້​ກ່າວ​ວ່າ, “ເປັນ​ຫຍັງ​ເຈົ້າ​ຈຶ່ງ​ຫລຽວ​ເຫັນ​ຂີ້​ເຫຍື້ອ​ຢູ່​ໃນ​ຕາ​ຂອງ​ພີ່​ນ້ອງ​ຂອງ​ເຈົ້າ ແຕ່​ໄມ້​ທັງ​ທ່ອນ​ຢູ່​ໃນ​ຕາ​ຂອງ​ເຈົ້າ​ເອງ​ແລ້ວ​ເຈົ້າ​ບໍ່​ເຫັນ?”13

ເຮົາ​ຕ້ອງ​ພິ​ຈາ​ລະ​ນາ​ວ່າ ມັນ​ບໍ່​ແມ່ນ​ເລື່ອງ​ງ່າຍ​ທີ່​ຈະ​ເຂົ້າ​ໃຈ​ສະ​ຖາ​ນະ​ການ​ທັງ​ໝົດ​ທີ່​ເປັນ​ສ່ວນ​ປະ​ກອບ​ຕໍ່​ທັດ​ສະ​ນະ​ຄະ​ຕິ ຫລື ປະ​ຕິ​ກິ​ລິ​ຍາ​ຂອງ​ຜູ້​ໃດ​ຜູ້​ໜຶ່ງ. ພາບ​ປະ​ກົດ​ພາຍ​ນອກ​ກໍ​ເປັນ​ສິ່ງ​ທີ່​ຫລອກ​ລວງ​ໄດ້ ແລະ ສ່ວນ​ຫລາຍ​ແລ້ວ​ກໍ​ບໍ່​ໄດ້​ເປັນ​ຕົວ​ແທນ​​ໃຫ້​ແກ່​ການ​ວັດ​ແທກ​ທີ່​ຖືກ​ຕ້ອງ​ຂອງ​ພຶດ​ຕິ​ກຳ​ຂອງ​ຜູ້​ໃດ​ຜູ້​ໜຶ່ງ. ແຕກ​ຕ່າງ​ຈາກ​ທ່ານ ແລະ ຂ້າ​ພະ​ເຈົ້າ, ພຣະ​ຄຣິດ​ສາ​ມາດ​ເຫັນ​ໄດ້​ຢ່າງ​ແຈ້ງ​ຊັດ​ໃນ​ທຸກໆ​ດ້ານ​ຂອງ​ສະ​ພາບ​ການ​ໃດ​ໜຶ່ງ​ໂດຍ​ສະ​ເພາະ.14 ແມ່ນ​ແຕ່​ເມື່ອ​ຮູ້​ຄວາມ​ອ່ອນ​ແອ​ທັງ​ໝົດ​ຂອງ​ເຮົາ​ດັ່ງ​ທີ່​ພຣະ​ອົງ​ຮູ້, ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຍັງ​ບໍ່​ກ່າວ​ໂທດ​ເຮົາ​ຢ່າງ​ຮ້າຍ​ແຮງ ແຕ່​ໄດ້​ຊ່ວຍ​ເຮົາ​ຕໍ່​ໄປ​ຢ່າງ​ເຫັນ​ອົກ​ເຫັນ​ໃຈ, ຊ່ວຍ​ເຮົາ​ເອົາ​ທ່ອນ​ໄມ້​ອອກ​ໄປ​ຈາກ​ຕາ​ຂອງ​ເຮົາ. ພຣະ​ເຢ​ຊູ​ເບິ່ງ​ພາຍ​ໃນ​ຈິດ​ໃຈ​ສະ​ເໝີ, ແລະ ບໍ່​ແມ່ນ​ຕາມ​ທີ່​ເຫັນ​ພາຍ​ນອກ.15 ພຣະ​ອົງ​ເອງ​ໄດ້​ປະ​ກາດ​ວ່າ, “ຢ່າ​ຕັດ​ສິນ​ຕາມ​ທີ່​ເຫັນ​ພາຍ​ນອກ.”16

ບັດ​ນີ້, ໃຫ້​ພິ​ຈາ​ລະ​ນາ​ຄຳ​ແນະ​ນຳ​ທີ່​ສະ​ຫລາດ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຕໍ່​ສາ​ນຸ​ສິດ​ສິບ​ສອງ​ຄົນ​ຊາວ​ນີ​ໄຟ ກ່ຽວ​ກັບ​ຄຳ​ຖາມ​ນີ້:

“ແລະ ຈົ່ງ​ຮູ້​ໄວ້​ວ່າ ເຈົ້າ​ຈະ​ເປັນ​ຜູ້​ພິ​ພາກ​ສາ​ຂອງ​ຜູ້​ຄົນ​ພວກ​ນີ້, ຕາມ​ການ​ພິ​ພາກ​ສາ​ຊຶ່ງ​ເຮົາ​ຈະ​ມອບ​ໃຫ້​ແກ່​ເຈົ້າ, ຊຶ່ງ​ຈະ​ຍຸດ​ຕິ​ທຳ. ສະ​ນັ້ນ, ເຈົ້າ​ຄວນ​ເປັນ​ຄົນ​ແນວ​ໃດ? ຕາມ​ຈິງ​ແລ້ວ ເຮົາ​ກ່າວ​ກັບ​ເຈົ້າ​ວ່າ ເຖິງ​ແມ່ນ​ດັ່ງ​ທີ່​ເຮົາ​ເປັນ.”17

“ສະ​ນັ້ນ ເຮົາ​ຈຶ່ງ​ຢາກ​ໃຫ້​ເຈົ້າ​ດີ​ພ້ອມ​ຄື​ກັນ​ກັບ​ເຮົາ, ຫລື ພຣະ​ບິ​ດາ​ຂອງ​ເຈົ້າ ຜູ້​ປະ​ທັບ​ຢູ່​ໃນ​ສະ​ຫວັນ​ຊົງ​ດີ​ພ້ອມ.”18

ໃນ​ສະ​ພາບ​ການ​ນີ້, ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຕັດ​ສິນ​ຜູ້​ຄົນ​ທີ່​ມັກ​ຕັດ​ສິນ​ຂໍ້​ບົກ​ພ່ອງ ທີ່​ຄາດ​ວ່າ​ເປັນ​ຂອງ​ຄົນ​ອື່ນ​ຢ່າງ​ບໍ່​ຊອບ​ທຳ. ເພື່ອ​ຈະ​ເຮັດ​ໃຫ້​ຕົວ​ເຮົາ​ເອງ​ເໝາະ​ສົມ​ທີ່​ຈະ​ຕັດ​ສິນ​ຢ່າງ​ຊອບ​ທຳ, ເຮົາ​ຕ້ອງ​ພະ​ຍາ​ຍາມ​ທີ່​ຈະ​ກາຍ​ເປັນ​ເໝືອນ​ດັ່ງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ມອງ​ເບິ່ງ​ຄວາມ​ບົກ​ພ່ອງ​ຂອງ​ບຸກ​ຄົນ​ຢ່າງ​ເຫັນ​ອົກ​ເຫັນ​ໃຈ, ແມ່ນ​ແຕ່​ໃນ​ທາງ​ດຽວ​ກັນ​ກັບ​ທີ່​ພຣະ​ອົງ​ມອງ​ເບິ່ງ. ໂດຍ​ພິ​ຈາ​ລະ​ນາ​ວ່າ​ເຮົາ​ຍັງ​ຢູ່​ໄກ​ກ່ອນ​ຈະ​ບັນ​ລຸ​ເຖິງ​ຄວາມ​ດີ​ພ້ອມ, ບາງ​ທີ​ມັນ​ກໍ​ຈະ​ດີ​ກວ່າ​ຖ້າ​ຫາກ​ເຮົາ​ຈະ​ນັ່ງ​ລົງ​ທີ່​ພຣະ​ບາດ​ຂອງ​ພຣະ​ເຢ​ຊູ ແລະ ອ້ອນ​ວອນ​ຂໍ​ຄວາມ​ເມດ​ຕາ​ສຳ​ລັບ​ຄວາມ​ບົກ​ພ່ອງ​ຂອງ​ເຮົາ​ເອງ, ດັ່ງ​ທີ່​ຜູ້​ຍິງ​ທີ່​ກັບ​ໃຈ​ຄົນ​ນັ້ນ​ໄດ້​ເຮັດ​ຢູ່​ໃນ​ບ້ານ​ຂອງ​ຄົນ​ຟາ​ຣີ​ຊາຍ, ແລະ ບໍ່​ໃຊ້​ເວ​ລາ ແລະ ກຳ​ລັງ​ຫລາຍ​ສຸມ​ໃສ່​ສິ່ງ​ທີ່​ຄິດ​ວ່າ​ເປັນ​ຄວາມ​ບົກ​ພ່ອງ​ຂອງ​ຄົນ​ອື່ນ.

ເພື່ອນ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ຂະ​ນະ​ທີ່​ເຮົາ​ພະ​ຍາ​ຍາມ​ລວມ​ເອົາ​ຕົວ​ຢ່າງ​ແຫ່ງ​ຄວາມ​ເຫັນ​ອົກ​ເຫັນ​ໃຈ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ເຂົ້າ​ມາ​ໃນ​ຊີ​ວິດ​ຂອງ​ເຮົາ, ຄວາມ​ສາ​ມາດ​ຂອງ​ເຮົາ​ທີ່​ຈະ​ຍົກ​ຍ້ອງ​ຄຸນ​ນະ​ທຳ​ຂອງ​ເພື່ອນ​ບ້ານ​ຂອງ​ເຮົາ​ຈະ​ເພີ່ມ​ທະ​ວີ​ຂຶ້ນ ແລະ ສັນ​ຊາດ​ຕະ​ຍານ​ທຳ​ມະ​ຊາດ​ຂອງ​ເຮົາ​ທີ່​ຈະ​ຕັດ​ສິນ​ຄວາມ​ບົກ​ພ່ອງ​ຂອງ​ເຂົາ​ເຈົ້າ​ກໍ​ຈະ​ລົດ​ນ້ອຍ​ລົງ. ຄວາມ​ສຳ​ພັນ​ທີ່​ໃກ້​ຊິດ​ຂອງ​ເຮົາ​ກັບ​ພຣະ​ເຈົ້າ​ຈະ​ແໜ້ນ​ແຟ້ນ​ຫລາຍ​ຂຶ້ນ, ແລະ ແນ່​ນອນ​ວ່າ​ຊີ​ວິດ​ຂອງ​ເຮົາ​ຈະ​ຫວານ​ຊື່ນ​ກວ່າ​ເກົ່າ, ຄວາມ​ຮູ້​ສຶກ​ຂອງ​ເຮົາ​ກໍ​ຈະ​ອ່ອນ​ໂຍນ​ຫລາຍ​ຂຶ້ນ, ແລະ ເຮົາ​ຈະ​ພົບ​ແຫລ່ງ​ຂອງ​ຄວາມ​ສຸກ​ທີ່​ບໍ່​ມີ​ວັນ​ສິ້ນ​ສຸດ. ເຮົາ​ຈະ​ເປັນ​ທີ່​ຮູ້​ຈັກ​ກັນ​ວ່າ ຄົນ​ທີ່​ສ້າງ​ຄວາມ​ສະ​ຫງົບ​ສຸກ,19 ຊຶ່ງ​ຖ້ອຍ​ຄຳ​ຂອງ​ເຮົາ​ນັ້ນ​ແມ່ນ​ນິ້ມ​ນວນ​ດັ່ງ​ນ້ຳ​ຄ້າງ​ໃນ​ຕອນ​ເຊົ້າ​ຂອງ​ລະ​ດູ​ໃບ​ໄມ້​ປົ່ງ.

ຂ້າ​ພະ​ເຈົ້າ​ອະ​ທິ​ຖານ​ວ່າ ເຮົາ​ຈະ​ກາຍ​ເປັນ​ຄົນ​ທີ່​ອົດ​ທົນ​ດົນ​ນານ ແລະ ເຂົ້າ​ໃຈ​ຄົນ​ອື່ນ​ຫລາຍ​ຂຶ້ນ ແລະ ວ່າ​ຄວາມ​ເມດ​ຕາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ໃນ​ຄວາມ​ອ່ອນ​ໂຍນ​ທີ່​ສົມ​ບູນ​ແບບ, ຈະ​ປອບ​ໂຍນ​ຄວາມ​ບໍ່​ອົດ​ທົນ​ຂອງ​ເຮົາ​ກັບ​ຄວາມ​ບົກ​ພ່ອງ​ຂອງ​ເຂົາ​ເຈົ້າ. ນີ້​ຄື​ການ​ເຊື້ອ​ເຊີນ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຕໍ່​ເຮົາ. ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ພຣະ​ອົງ​ຊົງ​ພຣະ​ຊົນ. ພຣະ​ອົງ​ເປັນ​ແບບ​ຢ່າງ​ທີ່​ສົມ​ບູນ​ແບບ​ຂອງ​ການ​ເປັນ​ສາ​ນຸ​ສິດ​ທີ່​ມີ​ຄວາມ​ເມດ​ຕາ ແລະ ອົດ​ທົນ. ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ເຖິງ​ຄວາມ​ຈິງ​ເຫລົ່າ​ນີ້ ໃນ​ພຣະ​ນາມ​ອັນ​ສັກ​ສິດ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາ​ແມນ.