ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ດີ​ກວ່າ​ໜຶ່ງ​ເປີ​ເຊັນ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ຕຸ​ລາ 2021


ດີ​ກວ່າ​ໜຶ່ງ​ເປີ​ເຊັນ

ຄວາມ​ພະ​ຍາ​ຍາມ​ແຕ່​ລະ​ຄັ້ງ​ທີ່​ຈະ​ກັບ​ໃຈ—ບໍ່​ວ່າ​ມັນ​ຈະ​ເບິ່ງ​ຄື​ນ້ອຍ​ປານ​ໃດ—ອາດ​ສ້າງ​ຄວາມ​ແຕກ​ຕ່າງ​ອັນ​ໃຫຍ່​ຫລວງ​ທີ່​ສຸດ​ໄດ້ ໃນ​ຊີ​ວິດ​ຂອງ​ເຮົາ.

ເປັນ​ເວ​ລາ​ຫລາຍ​ກວ່າ​ໜຶ່ງ​ສັດ​ຕະ​ວັດ ທີ່​ທີມ​ແຂ່ງ​ຂັນ​ລົດ​ຖີບ​ລະ​ດັບ​ຊາດ​ຂອງ​ອາ​ນາ​ຄົມ​ອັງ​ກິດ​ໃຫຍ່ ຖືກ​ຫົວ​ເຍາະ​ເຍີ້ຍ​ທົ່ວ​ໂລກ. ໂດຍ​ທີ່​ຕິດ​ຄ້າງ​ຢູ່​ໃນ​ລະ​ດັບ​ທຳ​ມະ​ດາ, ນັກ​ຂີ່​ລົດ​ຖີບ​ອັງ​ກິດ​ສາ​ມາດ​ຄວ້າ​ຫລຽນ​ຄຳ​ມາ​ໄດ້​ພຽງ​ເລັກ​ນ້ອຍ​ເທົ່າ​ນັ້ນ ໃນ​ການ​ແຂ່ງ​ຂັນ​ໂອ​ລິມ​ປິກ ໃນ​ຊ່ວງ​ໄລ​ຍະ 100 ປີ ແລະ ໄດ້​ປະ​ສົບ​ຄວາມ​ລຳ​ບາກ​ໜັກ​ຂຶ້ນ​ໃນ​ການ​ແຂ່ງ​ຂັນ​ຂີ່​ລົດ​ຖີບ​ຄັ້ງ​ສຳ​ຄັນ, ທີ່​ຍາວ​ນານ​ສາມ​ອາ​ທິດ ຢູ່​ປະ​ເທດ​ຝຣັ່ງ—ຊຶ່ງ​ບໍ່​ມີ​ຊາວ​ອັງ​ກິດ​ຄົນ​ໃດ​ຄວ້າ​ໄຊ​ຊະ​ນະ​ມາ​ໄດ້​ເລີຍ ໃນ​ຮອບ 110 ປີ. ໜ້າ​ສົງ​ສານ​ນັກ​ຂີ່​ລົດ​ຖີບ​ຊາວ​ອັງ​ກິດ​ທີ່​ບໍ​ລິ​ສັດ​ຜະ​ລິດ​ລົດ​ຖີບ​ບາງ​ບ່ອນ​ບໍ່​ຍອມ​ຂາຍ​ລົດ​ຖີບ​ໃຫ້​ເຂົາ​ເຈົ້າ, ເພາະ​ຢ້ານ​ວ່າ​ມັນ​ຈະ​ທຳ​ລາຍ​ຊື່​ສຽງ​ຂອງ​ບໍ​ລິ​ສັດ​ຕະ​ຫລອດ​ໄປ ທີ່​ໄດ້​ມາ​ຢ່າງ​ຍາກ​ລຳ​ບາກ. ແລະ ເຖິງ​ແມ່ນ​ຈະ​ທຸ້ມ​ເທ​ຊັບ​ພະ​ຍາ​ກອນ​ຢ່າງ​ຫລວງ​ຫລາຍ​ໃຫ້​ກັບ​ເທັກ​ໂນ​ໂລ​ຈີ​ທີ່​ທັນ​ສະ​ໄໝ ແລະ ໃຫ້​ກັບ​ການ​ຝຶກ​ໃນ​ທຸກ​ແບບ, ແຕ່​ກໍ​ບໍ່​ໄດ້​ຜົນ.

ຮູບ​ພາບ
ນັກ​ຂີ່​ລົດ​ຖີບ​ຊາວ​ອັງ​ກິດ

ບໍ່​ມີ​ຫຍັງ​ໄດ້​ຜົນ​ເລີຍ, ຈົນ​ກະ​ທັ້ງ​ເຖິງ​ປີ 2003, ເມື່ອ​ມີ​ການ​ປ່ຽນ​ແປງ​ເລັກ​ນ້ອຍ, ທີ່​ຜູ້​ຄົນ​ສ່ວນ​ໃຫຍ່​ບໍ່​ສັງ​ເກດ​ເຫັນ ຊຶ່ງ​ໄດ້​ປ່ຽນ​ວິ​ທີ​ການ​ຂີ່​ລົດ​ຖີບ​ຂອງ​ອັງ​ກິດ​ຕະ​ຫລອດ​ໄປ. ແນວ​ທາງ​ໃໝ່​ດັ່ງ​ກ່າວ ຈະ​ເປີດ​ເຜີຍ​ຫລັກ​ທຳ​ນິ​ລັນ​ດອນ—ພ້ອມ​ທັງ​ຄຳ​ສັນ​ຍາ—ນຳ​ອີກ ກ່ຽວ​ກັບ​ການ​ສະ​ແຫວງ​ຫາ​ຂອງ​ມະ​ນຸດ ທີ່​ມັກ​ຈະ​ສັບ​ສົນ​ຢູ່​ເລື້ອຍ ເພື່ອ​ພັດ​ທະ​ນາ​ຕົວ​ເອງ. ສະ​ນັ້ນ ມີ​ຫຍັງ​ເກີດ​ຂຶ້ນ​ກັບ​ການ​ຂີ່​ລົດ​ຖີບ​ຂອງ​ອັງ​ກິດ ທີ່​ອາດ​ກ່ຽວ​ຂ້ອງ​ຫລາຍ​ກັບ​ຄວາມ​ພະ​ຍາ​ຍາມ​ສ່ວນ​ຕົວ​ຂອງ​ເຮົາ ທີ່​ຈະ​ເປັນ​ທິ​ດາ ແລະ ບຸດ​ຂອງ​ພຣະ​ເຈົ້າ​ໃຫ້​ດີ​ກວ່າ​ເກົ່າ.

ໃນ​ປີ 2003, ທ່ານ​ເດບ ແບຣວ​ເຝີດ ໄດ້​ຖືກ​ຈ້າງ. ຕ່າງ​ຈາກ​ຫົວ​ໜ້າ​ຄົນ​ເກົ່າ​ຜູ້​ພະ​ຍາ​ຍາມ​ປ່ຽນ​ສະ​ຖາ​ນະ​ການ​ໃຫ້​ດີ​ຂຶ້ນ​ໃນ​ຊົ່ວ​ຂ້າມ​ຄືນ, ທ່ານ​ແບຣວ​ເຝີດ ໄດ້​ມຸ່ງ​ໝັ້ນ​ກັບ​ຍຸດ​ທະ​ສາດ​ທີ່​ເພິ່ນ​ເອີ້ນ​ວ່າ “ການ​ຮວບ​ຮວມ​ຜົນ​ປະ​ໂຫຍດ​ເລັກ​ນ້ອຍ.” ນີ້​ໝາຍ​ຄວາມ​ວ່າ ການ​ປັບ​ປຸງ​ເລັກ​ນ້ອຍ​ໃນ​ທຸກ​ສິ່ງ. ນັ້ນ​ໝາຍ​ຄວາມ​ວ່າ ການ​ກວດ​ສອບ​ສະ​ຖິ​ຕິ​ທີ່​ສຳ​ຄັນ​ຕະ​ຫລອດ​ເວ​ລາ ແລະ ເນັ້ນ​ໃສ່​ຈຸດ​ອ່ອນ​ໂດຍ​ສະ​ເພາະ.

ມັນ​ຄື​ກັນ​ກັບ​ສິ່ງ​ທີ່​ສາດ​ສະ​ດາ​ຊາ​ມູ​ເອນ​ຊາວ​ເລ​ມັນ​ໄດ້​ສັງ​ເກດ ວ່າ​ມັນ​ເປັນ “[ການ] ເດີນ​ໄປ​ຢ່າງ​ຮອບ​ຄອບ.”1 ດ້ວຍ​ມຸມ​ມອງ​ທີ່​ກວ້າງ​ຂວາງ​ກວ່າ ແລະ ດ້ວຍ​ພາບ​ລວມ​ຫລາຍ​ກວ່າ ຈະ​ຫລີກ​ລ້ຽງ​ຈາກ​ການ​ໝົກ​ໝຸ້ນ​ຢູ່​ກັບ​ບັນ​ຫາ ຫລື ບາບ​ທີ່​ເຫັນ​ເດັ່ນ​ຊັດ​ຢ່າງ​ດຽວ​ເທົ່າ​ນັ້ນ. ທ່ານ​ແບຣວ​ເຝີດ​ໄດ້​ເວົ້າ​ວ່າ, “ຫລັກ​ການ​ທັງ​ໝົດ​ມາ​ຈາກ​ແນວ​ຄິດ​ທີ່​ວ່າ ຖ້າ​ຫາກ​ທ່ານ​ແຍກ​ທຸກ​ສິ່ງ​ທີ່​ທ່ານ​ສາ​ມາດ​ຄິດ​ຄົ້ນ​ຂຶ້ນ​ມາ​ໄດ້​ເລື່ອງ​ການ​ຂີ່​ລົດ​ຖີບ, ແລະ ແລ້ວ​ໃຫ້​ປັບ​ປຸງ​ແຕ່​ລະ​ຢ່າງ​ໃຫ້​ດີ​ຂຶ້ນ 1 ເປີ​ເຊັນ, ແລ້ວ​ທ່ານ​ຈະ​ໄດ້​ຮັບ​ຜົນ​ຢ່າງ​ຫລວງ​ຫລາຍ​ເມື່ອ​ທ່ານ​ລວມ​ທຸກ​ສິ່ງ​ເຂົ້າ​ກັນ.”2

ວິ​ທີ​ຂອງ​ເພິ່ນ​ສອດ​ຄ່ອງ​ກັບ​ວິ​ທີ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ຜູ້​ຊຶ່ງ​ໄດ້​ສິດ​ສອນ​ເຮົາ​ເຖິງ​ຄວາມ​ສຳ​ຄັນ​ທີ່​ສຸດ​ຂອງ 1 ເປີ​ເຊັນ—ເຖິງ​ແມ່ນ​ຈະ​ຕ້ອງ​ສ່ຽງ 99 ເປີ​ເຊັນ​ກໍ​ຕາມ. ແນ່​ນອນ, ພຣະ​ອົງ​ໄດ້​ສິດ​ສອນ​ພຣະ​ກິດ​ຕິ​ຄຸນ​ເຖິງ​ຄວາມ​ຈຳ​ເປັນ​ທີ່​ຕ້ອງ​ອອກ​ໄປ​ຊອກ​ຫາ​ຄົນ​ທີ່​ຕ້ອງ​ການ​ຄວາມ​ຊ່ວຍ​ເຫລືອ. ແຕ່​ຖ້າ​ເຮົາ​ນຳ​ໃຊ້​ຫລັກ​ທຳ​ດຽວ​ກັນ​ນັ້ນ​ກັບ​ຫລັກ​ທຳ​ຂໍ້​ທີ​ສອງ​ອັນ​ແສນ​ຫວານ ແລະ ມີ​ລົດ​ຊາດ​ສຸດ​ຍອດ​ຂອງ​ພຣະ​ກິດ​ຕິ​ຄຸນ, ນັ້ນ​ຄື ການ​ກັບ​ໃຈ ແລ້ວ​ຈະ​ເປັນ​ແນວ​ໃດ? ແທນ​ທີ່​ຈະ​ຖືກ​ກີດ​ກັນ​ໂດຍ​ຄວາມ​ປັ່ນ​ປ່ວນ ແລະ ຖືກ​ຊັດ​ໄປ​ມາ​ລະ​ຫວ່າງ​ຄວາມ​ຜິດ​ບາບ ແລະ ການ​ກັບ​ໃຈ, ຈະ​ເປັນ​ແນວ​ໃດ​ຖ້າ​ແນວ​ທາງ​ຂອງ​ເຮົາ​ຄື​ການ​ຈຳ​ກັດ​ຈຸດ​ສົນ​ໃຈ​ຂອງ​ເຮົາ—ແມ່ນ​ແຕ່​ໃນ​ຂະ​ນະ​ທີ່​ເຮົາ​ຂະ​ຫຍາຍ​ຂອບ​ເຂດ​ຂອງ​ມັນ? ແທນ​ທີ່​ຈະ​ພະ​ຍາ​ຍາມ​ເຮັດ​ທຸກ​ຢ່າງ​ໃຫ້​ສົມ​ບູນ​ແບບ, ຈະ​ເປັນ​ແນວ​ໃດ​ຖ້າ​ເຮົາ​ພຽງ​ແຕ່​ເອົາ​ໃຈ​ໃສ່​ກັບ​ສິ່ງ​ດຽວ?

ຍົກ​ຕົວ​ຢ່າງ, ຈະ​ເກີດ​ຫຍັງ​ຂຶ້ນ​ຖ້າ​ຫາກ​ໃນ​ມຸມ​ມອງ​ອັນ​ກວ້າງ​ຂວາງ​ໃໝ່​ຂອງ​ທ່ານ ທ່ານ​ພົບ​ເຫັນ​ວ່າ ທ່ານ​ໄດ້​ລະ​ເລີຍ​ຈາກ​ການ​ອ່ານ​ພຣະ​ຄຳ​ພີ​ມໍ​ມອນ​ທຸກ​ວັນ? ແທນ​ທີ່​ຈະ​ພະ​ຍາ​ຍາມ​ອ່ານ 531 ໜ້າ​ໃຫ້​ແລ້ວ​ໃນ​ຄືນ​ດຽວ, ຈະ​ເປັນ​ແນວ​ໃດ​ຖ້າ​ຫາກ​ທ່ານ​ຕັ້ງ​ໃຈ​ທີ່​ຈະ​ອ່ານ​ພຽງ 1 ເປີ​ເຊັນ​ເທົ່າ​ນັ້ນ—ພຽງ​ແຕ່​ຫ້າ​ໜ້າ​ຕໍ່​ມື້—ຫລື ໃນ​ຈຳ​ນວນ​ທີ່​ທ່ານ​ສາ​ມາດ​ເຮັດ​ໄດ້ ຕາມ​ສະ​ພາບ​ການ​ຂອງ​ທ່ານ? ການ​ຮວບ​ຮວມ ຜົນ​ປະ​ໂຫຍດ​ເລັກ​ນ້ອຍ ແຕ່​ໝັ້ນ​ຄົງ ໃນ​ຊີ​ວິດ​ຂອງ​ເຮົາ ໃນ​ທີ່​ສຸດ​ຈະ​ສາ​ມາດ​ເປັນ​ຫົນ​ທາງ​ທີ່​ນຳ​ໄປ​ສູ່​ໄຊ​ຊະ​ນະ​ເໜືອ​ຄວາມ​ບົກ​ພ່ອງ​ສ່ວນ​ຕົວ​ຂອງ​ເຮົາ​ທີ່​ໜ້າ​ລຳ​ຄານ​ທີ່​ສຸດ​ໄດ້​ບໍ? ການ​ຈັດ​ການ​ກັບ​ຄວາມ​ຜິດ​ບາບ​ຂອງ​ເຮົາ​ເທື່ອ​ລະ​ນ້ອຍ​ຊິ​ໄດ້​ຜົນ​ຢູ່​ບໍ?

ນັກ​ຂຽນ​ທີ່​ໂດ່ງ​ດັງ​ຄົນ​ໜຶ່ງ​ຊື່ ເຈມສ໌ ຄະ​ເລຍ ກ່າວ​ວ່າ ວິ​ທີ​ນີ້​ຈະ​ນຳ​ໄປ​ສູ່​ຄວາມ​ສຳ​ເລັດ. ເພິ່ນ​ຢືນ​ຢັນ​ວ່າ “ນິ​ໄສ​ຄື ‘ດອກ​ເບ້ຍ​ທົບ​ຕົ້ນ’ ຂອງ​ການ​ພັດ​ທະ​ນາ​ຕົນ.’ ຖ້າ​ຫາກ​ທ່ານ​ສາ​ມາດ​ເຮັດ​ສິ່ງ​ໃດ​ສິ່ງ​ໜຶ່ງ​ໃຫ້​ດີ​ຂຶ້ນ​ໜຶ່ງ​ເປີ​ເຊັນ ໃນ​ແຕ່​ລະ​ວັນ, ແລ້ວ​ໃນ​ທ້າຍ​ປີ ທ່ານ​ຈະ​ດີ​ຂຶ້ນ 37 ເທົ່າ.”3

ການ​ປັບ​ປຸງ​ເລັກໆ​ນ້ອຍໆ​ຂອງ​ທ່ານ​ແບຣວ​ເຝີດ ໄດ້​ເລີ່ມ​ຕົ້ນ​ດ້ວຍ​ສິ່ງ​ທີ່​ເຫັນ​ໄດ້​ຢ່າງ​ແຈ້ງ​ຊັດ, ດັ່ງ​ເຊັ່ນ ອຸ​ປະ​ກອນ, ຜ້າ​ຊຸດ, ແລະ ຮູບ​ແບບ​ການ​ຝຶກ​ຝົນ. ແຕ່​ທີມ​ຂອງ​ເພິ່ນ​ບໍ່​ໄດ້​ຢຸດ​ພຽງ​ເທົ່າ​ນັ້ນ. ເຂົາ​ເຈົ້າ​ຍັງ​ເຫັນ 1 ເປີ​ເຊັນ​ທີ່​ຕ້ອງ​ປັບ​ປຸງ ໃນ​ບ່ອນ​ທີ່​ຖືກ​ມອງ​ຂ້າມ ແລະ ບໍ່​ຄາດ​ຄິດ ດັ່ງ​ເຊັ່ນ ການ​ກິນ​ອາ​ຫານ ແລະ ການ​ສ້ອມ​ແຊມ​ຕ່າງໆ. ເມື່ອ​ເວ​ລາ​ຜ່ານ​ໄປ, ການ​ປັບ​ປຸງ​ເລັກໆ​ນ້ອຍໆ​ເຫລົ່າ​ນີ້ ຈະ​ຮວບ​ຮວມ​ເຂົ້າ​ກັນ​ເປັນ​ຜົນ​ທີ່​ໜ້າ​ປະ​ທັບ​ໃຈ ຊຶ່ງ​ເກີດ​ຂຶ້ນ​ໄວ​ເກີນ​ຄາດ. ແທ້​ຈິງ​ແລ້ວ, ເຂົາ​ເຈົ້າ​ໄດ້​ນຳ​ໃຊ້​ຫລັກ​ທຳ​ນິ​ລັນ​ດອນ “ເປັນ​ບັນ​ທັດ, ເປັນ​ຂໍ້​ເລັກໆ​ໜ້ອຍໆ, ນີ້​ໜ້ອຍ​ໜຶ່ງ ແລະ ນັ້ນ​ໜ້ອຍ​ໜຶ່ງ.”4

ການ​ປ່ຽນ​ແປງ​ເລັກໆ​ນ້ອຍໆ​ຈະ​ເກີດ “ການ​ປ່ຽນ​ແປງ​ອັນ​ໃຫຍ່​ຫລວງ”5 ທີ່​ທ່ານ​ປາດ​ຖະ​ໜາ​ບໍ? ເມື່ອ​ນຳ​ໃຊ້​ຢ່າງ​ຖືກ​ຕ້ອງ ຂ້າ​ພະ​ເຈົ້າ​ໝັ້ນ​ໃຈ 99 ເປີ​ເຊັນ​ວ່າ ຈະ​ເກີດ​ຜົນ! ແຕ່​ຂໍ້​ແມ້​ຢ່າງ​ໜຶ່ງ​ສຳ​ລັບ​ແນວ​ທາງ​ນີ້ ເພື່ອ​ຈະ​ໃຫ້​ໄດ້​ຜົນ​ກຳ​ໄລ​ເລັກ​ນ້ອຍ, ຈະ​ຕ້ອງ​ມີ​ຄວາມ​ພະ​ຍາ​ຍາມ​ຢ່າງ​ສະ​ໝ່ຳ​ສະ​ເໝີ, ໃນ​ແຕ່​ລະ​ວັນ. ແລະ ເຖິງ​ແມ່ນ​ວ່າ​ເຮົາ​ຈະ​ບໍ່​ສົມ​ບູນ​ແບບ, ແຕ່​ເຮົາ​ຕ້ອງ​ຕັ້ງ​ໃຈ​ທີ່​ຈະ​ສະ​ທ້ອນ​ຄວາມ​ພາກ​ພຽນ​ຂອງ​ເຮົາ​ດ້ວຍ​ຄວາມ​ອົດ​ທົນ. ຖ້າ​ເຮັດ​ແນວ​ນັ້ນ, ລາງ​ວັນ​ທີ່​ງົດ​ງາມ​ຂອງ​ຄວາມ​ຊອບ​ທຳ​ທີ່​ເພີ່ມ​ຂຶ້ນ ຈະ​ນຳ​ຄວາມ​ຊື່ນ​ຊົມ ແລະ ຄວາມ​ສະ​ຫງົບ​ທີ່​ທ່ານ​ສະ​ແຫວງ​ຫາ​ມາ​ໃຫ້​ທ່ານ. ດັ່ງ​ທີ່​ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ ໄດ້​ສິດ​ສອນ​ວ່າ: “ບໍ່​ມີ​ສິ່ງ​ໃດ​ທີ່​ເປັນ​ອິດ​ສະ​ລະ, ຍົກ​ລະ​ດັບ​ຈິດ​ໃຈ, ຫລື ສຳ​ຄັນ​ສຳ​ລັບ​ຄວາມ​ກ້າວ​ໜ້າ​ຂອງ​ເຮົາ​ຫລາຍ​ໄປ​ກວ່າ​ການ​ເອົາ​ໃຈ​ໃສ່​ທຸກ​ວັນ ຕໍ່​ການ​ກັບ​ໃຈ​ເປັນ​ປະ​ຈຳ​ຂອງ​ເຮົາ. ການ​ກັບ​ໃຈ ບໍ່​ແມ່ນ​ເຫດ​ການ​ໃດ​ໜຶ່ງ; ມັນ​ເປັນ​ຂັ້ນ​ຕອນ. ມັນ​ເປັນ​ສິ່ງ​ທີ່​ນຳ​ເຮົາ​ໄປ​ສູ່​ຄວາມ​ສຸກ ແລະ ຄວາມ​ສະ​ຫງົບ​ໃນ​ຈິດ​ໃຈ. ເມື່ອ​ລວມ​ໃສ່​ກັບ​ສັດ​ທາ, ການ​ກັບ​ໃຈ​ຈະ​ເປີດ​ໃຫ້​ເຮົາ​ເຂົ້າ​ເຖິງ​ອຳ​ນາດ​ແຫ່ງ​ການ​ຊົດ​ໃຊ້​ຂອງ​ພຣະ​ເຢ​ຊູ​ຄຣິດ.6

ຮູບ​ພາບ
ເມັດ​ມັດ​ສະ​ຕາດ
ຮູບ​ພາບ
ຕົ້ນ​ມັດ​ສະ​ຕາດ

ສຳ​ລັບ​ເງື່ອນ​ໄຂ​ເບື້ອງ​ຕົ້ນ​ຂອງ​ສັດ​ທາ​ຂອງ​ການ​ກັບ​ໃຈ, ພຣະ​ຄຳ​ພີ​ບົ່ງ​ບອກ​ຢ່າງ​ແຈ່ມ​ແຈ້ງ. ຂໍ້​ຮຽກ​ຮ້ອງ​ທັງ​ໝົດ​ໃນ​ຕອນ​ຕົ້ນ​ແມ່ນ​ພຽງ​ແຕ່​ໃຫ້ “ໃຊ້​ສັດ​ທາ​ຈັກ​ໜ້ອຍ​ໜຶ່ງ.”7 ແລະ ຖ້າ​ຫາກ​ເຮົາ​ສາ​ມາດ​ເກັບ​ເອົາ “ເມັດ​ຜັກ​ກາດ”8 ແຕ່​ລະ​ເມັດ ໃນ​ທາງ​ປຽບ​ທຽບ, ເຮົາ​ກໍ​ຄື​ກັນ​ຈະ​ສາ​ມາດ​ຄາດ​ຫວັງ​ກັບ​ການ​ປັບ​ປຸງ​ຢ່າງ​ບໍ່​ຄາດ​ຄິດ ໃນ​ຊີ​ວິດ​ຂອງ​ເຮົາ. ແຕ່​ຈົ່ງ​ຈື່​ຈຳ​ໄວ້​ວ່າ, ເໝືອນ​ດັ່ງ​ທີ່​ເຮົາ​ຈະ​ບໍ່​ພະ​ຍາ​ຍາມ​ປ່ຽນ​ຈາກ​ອັດ​ຕິ​ລາ​ຊາວ​ຮັນ ໄປ​ເປັນ​ຄຸນ​ແມ່​ເທ​ເຣ​ຊາ ໃນ​ຊົ່ວ​ຂ້າມ​ຄືນ, ສະ​ນັ້ນ ເຮົາ​ກໍ​ຄວນ​ປັບ​ຮູບ​ແບບ​ການ​ປັບ​ປຸງ​ຂອງ​ເຮົາ​ເທື່ອ​ລະ​ເລັກ​ເທື່ອ​ລະ​ນ້ອຍ​ຄື​ກັນ. ເຖິງ​ແມ່ນ​ວ່າ​ການ​ປ່ຽນ​ແປງ​ທີ່​ຈຳ​ເປັນ​ໃນ​ຊີ​ວິດ​ຂອງ​ທ່ານ​ເປັນ​ເລື່ອງ​ໃຫຍ່​ໂຕ, ໃຫ້​ເລີ່ມ​ຕົ້ນ​ດ້ວຍ​ອັນ​ນ້ອຍໆ​ກ່ອນ. ມັນ​ເປັນ​ຄວາມ​ຈິງ​ໂດຍ​ສະ​ເພາະ​ຖ້າ​ຫາກ​ທ່ານ​ຮູ້​ສຶກ​ໜັກ​ໃຈ ຫລື ທໍ້​ແທ້​ໃຈ.

ຂະ​ບວນ​ການ​ນີ້​ຈະ​ບໍ່​ສຳ​ເລັດ​ໃນ​ວິ​ທີ​ການ​ລຳ​ດັບ​ທີ່​ຊັດ​ເຈນ​ສະ​ເໝີ​ໄປ. ເຖິງ​ແມ່ນ​ໃນ​ບັນ​ດາ​ຜູ້​ທີ່​ມຸ່ງ​ໝັ້ນ​ທີ່​ສຸດ ກໍ​ອາດ​ລົ້ມ​ເຫລວ​ໄດ້. ໂດຍ​ທີ່​ເຄີຍ​ປະ​ສົບ​ກັບ​ຄວາມ​ໜັກ​ໃຈ​ກັບ​ສິ່ງ​ນີ້​ໃນ​ຊີ​ວິດ​ຂອງ​ຂ້າ​ພະ​ເຈົ້າ​ເອງ, ຂ້າ​ພະ​ເຈົ້າ​ຈຶ່ງ​ຮູ້​ວ່າ ບາງ​ເທື່ອ​ກໍ​ຮູ້​ສຶກ​ເດີນ​ໜ້າ 1 ເປີ​ເຊັນ ແລະ ຖອຍ​ຫລັງ 2 ເປີ​ເຊັນ. ແຕ່​ຖ້າ​ຫາກ​ເຮົາ​ບໍ່​ສະ​ທົກ​ສະ​ທ້ານ​ໃນ​ຄວາມ​ມຸ່ງ​ໝັ້ນ​ທີ່​ຈະ​ໄດ້​ຮັບ​ຜົນ​ປະ​ໂຫຍດ 1 ເປີ​ເຊັນ​ເຫລົ່າ​ນັ້ນ, ແລ້ວ​ພຣະ​ອົງ​ຜູ້​ໄດ້ “ທົນ​ຕໍ່​ຄວາມ​ທຸກ​ທີ່​ເປັນ​ຂອງ​ພວກ​ເຮົາ”9 ຈະ​ຊ່ວຍ​ຊູ​ເຮົາ​ຢ່າງ​ແນ່​ນອນ.

ແນ່​ນອນ, ຖ້າ​ຫາກ​ເຮົາ​ກ່ຽວ​ຂ້ອງ​ກັບ​ບາບ​ທີ່​ຮ້າຍ​ແຮງ, ພຣະ​ຜູ້​ເປັນ​ເຈົ້າ​ຊັດ​ເຈນ ແລະ ແຈ່ມ​ແຈ້ງ​ໃນ​ເລື່ອງ​ນີ້; ເຮົາ​ຕ້ອງ​ຢຸດ, ຕ້ອງ​ຂໍ​ຄວາມ​ຊ່ວຍ​ເຫລືອ​ຈາກ​ອະ​ທິ​ການ​ຂອງ​ເຮົາ, ແລະ ຫັນ​ໜີ​ຈາກ​ການ​ກະ​ທຳ​ດັ່ງ​ກ່າວ​ທັນ​ທີ. ແຕ່​ດັ່ງ​ທີ່​ແອວ​ເດີ ເດ​ວິດ ເອ ແບ໊ດ​ນາ ໄດ້​ກຳ​ຊັບ​ວ່າ: “ການ​ພັດ​ທະ​ນາ​ທາງ​ວິນ​ຍານ​ໄປ​ເທື່ອ​ລະ​ເລັກ​ເທື່ອ​ລະ​ນ້ອຍ ເປັນ​ບາດ​ກ້າວ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຢາກ​ໃຫ້​ເຮົາ​ເຮັດ. ການ​ກຽມ​ທີ່​ຈະ​ເດີນ​ໄປ​ໂດຍ​ປາດ​ສະ​ຈາກ​ຄວາມ​ຜິດ​ຕໍ່​ພຣະ​ພັກ​ຂອງ​ພຣະ​ເຈົ້າ ເປັນ​ຈຸດ​ປະ​ສົງ​ຕົ້ນ​ຕໍ​ຂອງ​ຊີ​ວິດ​ມະ​ຕະ ແລະ ເປັນ​ການ​ສະ​ແຫວງ​ຫາ​ໄປ​ຕະ​ຫລອດ​ຊີ​ວິດ; ມັນ​ບໍ່​ໄດ້​ເປັນ​ຜົນ​ມາ​ຈາກ​ການ​ເຮັດ​ບາງ​ສິ່ງ​ທາງວິນ​ຍານ​ຢ່າງ​ຈິງ​ຈັງ​ໃນ​ບາງ​ຄັ້ງ​ເທົ່າ​ນັ້ນ.”10

ຮູບ​ພາບ
ນັກ​ຂີ່​ລົດ​ຖີບ​ຊາວ​ອັງ​ກິດ

ສະ​ນັ້ນ, ວິ​ທີ​ເລັກ​ນ້ອຍ​ໃນ​ການ​ກັບ​ໃຈ ແລະ ການ​ປ່ຽນ​ແປງ​ທີ່​ແທ້​ຈິງ ໄດ້​ຜົນ​ແທ້ໆ​ບໍ? ຖ້າ​ຈະ​ເວົ້າ​ແລ້ວ, ມີ​ຫລັກ​ຖານ​ໃນ​ການ​ຖີບ​ລົດ​ບໍ? ໃຫ້​ພິ​ຈາ​ລະ​ນາ​ສິ່ງ​ທີ່​ໄດ້​ເກີດ​ຂຶ້ນ​ກັບ​ນັກ​ຂີ່​ລົດ​ຖີບ​ຊາວ​ອັງ​ກິດ​ໃນ​ຊ່ວງ​ສອງ​ທົດ​ສະ​ວັດ​ທີ່​ຜ່ານ​ມາ ນັບ​ຕັ້ງ​ແຕ່​ໄດ້​ປັບ​ປຸງ​ຕົວ​ເອງ​ຕາມ​ທິດ​ສະ​ດີ​ນີ້. ບັດ​ນີ້​ນັກ​ຂີ່​ລົດ​ຖີບ​ຊາວ​ອັງ​ກິດ​ໄດ້​ໄຊ​ຊະ​ນະ​ໃນ​ການ​ແຂ່ງ​ຂັນ​ຢູ່​ປະ​ເທດ​ຝຣັ່ງ​ຫົກ​ເທື່ອ​ແລ້ວ. ໃນ​ຊ່ວງ​ການ​ແຂ່ງ​ຂັນ​ໂອ​ລິມ​ປິກ​ສີ່​ຄັ້ງ​ທີ່​ຜ່ານ​ມາ, ອາ​ນາ​ຄົມ​ອັງ​ກິດ​ໃຫຍ່​ໄດ້​ເປັນ​ປະ​ເທດ​ທີ່​ປະ​ສົບ​ຄວາມ​ສຳ​ເລັດ​ຫລາຍ​ທີ່​ສຸດ ໃນ​ເລື່ອງ​ການ​ຂີ່​ລົດ​ຖີບ​ໃນ​ທຸກ​ສາ​ຂາ. ແລະ ໃນ​ການ​ແຂ່ງ​ຂັນ​ໂອ​ລິມ​ປິກ​ທີ່​ໂຕ​ກຽວ​ຜ່ານ​ມາ​ນີ້, ສະ​ຫະ​ອາ​ນາ​ຈັກ​ອັງ​ກິດ​ໄດ້​ຫລຽນ​ຄຳ​ໃນ​ການ​ຂີ່​ລົດ​ຖີບ​ຫລາຍ​ກວ່າ​ປະ​ເທດ​ອື່ນໆ.

ຮູບ​ພາບ
ຜູ້​ຊະ​ນະ​ເລີດ​ໃນ​ເກມ​ໂອ​ລິມ​ປິກ

ຮູບ​ຖ່າຍ​ຂອງ​ນັກ​ຂີ່​ລົດ​ຖີບ​ຊາວ​ອັງ​ກິດ ຈາກ (ຂ້າງ​ເທິງ ຊ້າຍ​ຫາ​ຂວາ) ຟຣີດ​ມັນ ໂວ​ໂກ, ຈອນ ຈາຍ, ແລະ ເກຣກ ເບກ​ເກີ/Getty Images

ແຕ່​ທີ່​ສ່ອງ​ປະ​ກາຍ​ຫລາຍ​ກວ່າ​ເງິນ ຫລື ຄຳ​ຂອງ​ໂລກ, ຄຳ​ສັນ​ຍາ​ອັນ​ລ້ຳ​ຄ່າ​ຂອງ​ເຮົາ​ໃນ​ເສັ້ນ​ທາງ​ໄປ​ສູ່​ນິ​ລັນ​ດອນ​ຄື ເຮົາ​ຈະ “ໄຊ​ຊະ​ນະ​ໂດຍ​ພຣະ​ຄຣິດ.”11 ແລະ ໃນ​ຂະ​ນະ​ທີ່​ເຮົາ​ມຸ່ງ​ໝັ້ນ​ທີ່​ຈະ​ເຮັດ​ການ​ປັບ​ປຸງ​ເລັກ​ນ້ອຍ​ແຕ່​ໝັ້ນ​ຄົງ​ນັ້ນ, ເຮົາ​ໄດ້​ຮັບ​ຄຳ​ສັນ​ຍາ​ວ່າ ຈະ​ໄດ້​ຮັບ “ມົງ​ກຸດ​ອັນ​ຊົງ​ສະ​ຫງ່າ​ລາ​ສີ​ທີ່​ບໍ່​ມີ​ວັນ​ເສົ້າ​ໝອງ.”12 ໃນ​ການ​ຊື່ນ​ຊົມ​ກັບ​ລັດ​ສະ​ໝີ​ພາບ​ທີ່​ບໍ່​ມີ​ວັນ​ເສື່ອມ​ແສງ​ນັ້ນ ຊຶ່ງ​ເອີ້ນ​ເຮົາ​ຢູ່, ຂ້າ​ພະ​ເຈົ້າ​ຂໍ​ເຊື້ອ​ເຊີນ​ທ່ານ​ໃຫ້​ສຳ​ຫລວດ​ເບິ່ງ​ຊີ​ວິດ​ຂອງ​ທ່ານ ແລະ ເບິ່ງ​ວ່າ​ແມ່ນ​ຫຍັງ​ທີ່​ກີດ​ກັນ​ທ່ານ ຫລື ແມ່ນ​ແຕ່​ຢຸດ​ຢັ້ງ​ທ່ານ​ຢູ່​ໃນ​ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ. ແລ້ວ​ໃຫ້​ເບິ່ງ​ກວ້າງ​ກວ່າ​ເກົ່າ. ຈົ່ງ​ຫາ​ທາງ​ແກ້​ໄຂ​ເລັກໆ​ນ້ອຍໆ ແຕ່​ໃຫ້​ແກ້​ໄຂ​ໄດ້ ໃນ​ຊີ​ວິດ​ຂອງ​ທ່ານ ທີ່​ອາດ​ສົ່ງ​ຜົນ​ໃຫ້​ມີ​ຄວາມ​ສຸກ​ອັນ​ຫວານ​ຊື່ນ ຂອງ​ການ​ເປັນ​ຄົນ​ດີ​ຂຶ້ນ​ກວ່າ​ເກົ່າ​ຈັກ​ໜ້ອຍ​ໜຶ່ງ.

ຈົ່ງ​ຈື່​ຈຳ​ໄວ້​ວ່າ ດາ​ວິດ​ໄດ້​ໃຊ້​ຫີນ​ກ້ອນ​ນ້ອຍໆ ກ້ອນ​ດຽວ​ເທົ່າ​ນັ້ນ ເພື່ອ​ຂ້າ​ຍັກ​ໃຫຍ່​ທີ່​ເບິ່ງ​ຄື​ວ່າ​ຈະ​ເອົາ​ຊະ​ນະ​ບໍ່​ໄດ້. ແຕ່​ລາວ​ກໍ​ມີ​ຫີນ​ອີກ​ສີ່​ກ້ອນ​ພ້ອມ​ທີ່​ຈະ​ໃຊ້. ຄ້າຍ​ຄື​ກັນ​ນີ້, ນິ​ໄສ​ທີ່​ຊົ່ວ​ຮ້າຍ ແລະ ຈຸດ​ໝາຍ​ປາຍ​ທາງ​ນິ​ລັນ​ດອນ​ຂອງ​ແອວ​ມາ​ຜູ້​ລູກ ໄດ້​ປ່ຽນ​ໄປ​ດ້ວຍ​ຄວາມ​ຄິດ​ດຽວ​ທີ່​ລຽບ​ງ່າຍ ແລະ ເດັ່ນ​ຊັດ—ການ​ລະ​ນຶກ​ເຖິງ​ຄຳ​ສອນ​ຂອງ​ບິ​ດາ​ຂອງ​ເພິ່ນ​ກ່ຽວ​ກັບ​ພຣະ​ຄຸນ​ທີ່​ຊ່ວຍ​ໃຫ້​ລອດ​ຂອງ​ພຣະ​ເຢ​ຊູ​ຄຣິດ. ແລະ ກັບ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ, ຜູ້​ຊຶ່ງ​ບໍ່​ມີ​ບາບ ກໍ “ບໍ່​ໄດ້​ຮັບ​ຄວາມ​ສົມ​ບູນ​ໃນ​ຕອນ​ທຳ​ອິດ, ແຕ່​ໄດ້​ຮັບ​ຈາກ ພຣະ​ຄຸນ​ໜຶ່ງ​ຫາ​ອີກ​ພຣະ​ຄຸນ​ໜຶ່ງ, ຈົນ​ກວ່າ​ພຣະ​ອົງ​ໄດ້​ຮັບ​ຄວາມ​ສົມ​ບູນ.”13

ຮູບ​ພາບ
ພຣະ​ເຢ​ຊູ​ຄຣິດ

ພຣະ​ອົງ​ຜູ້​ຮູ້​ຈັກ​ວ່າ ນົກ​ກະ​ຈອກ​ຕົກ​ລົງ​ເມື່ອ​ໃດ ກໍ​ຮູ້​ຈັກ​ນາ​ທີ ແລະ ຊ່ວງ​ເວ​ລາ​ສຳ​ຄັນ​ໃນ​ຊີ​ວິດ​ຂອງ​ເຮົາ​ຄື​ກັນ ແລະ ພຣະ​ອົງ​ພ້ອມ​ແລ້ວ​ທີ່​ຈະ​ຊ່ວຍ​ເຫລືອ​ທ່ານ​ໃນ​ເວ​ລາ​ນີ້ ບໍ່​ວ່າ​ການ​ປັບ​ປຸງ 1 ເປີ​ເຊັນ​ຂອງ​ທ່ານ​ຈະ​ເປັນ​ສິ່ງ​ໃດ​ກໍ​ຕາມ​ຈາກ​ກອງ​ປະ​ຊຸມ​ນີ້. ເພາະ​ຄວາມ​ພະ​ຍາ​ຍາມ​ແຕ່​ລະ​ຄັ້ງ​ທີ່​ຈະ​ກັບ​ໃຈ, ບໍ່​ວ່າ​ເລັກ​ນ້ອຍ​ເທົ່າ​ໃດ​ກໍ​ຕາມ, ອາດ​ສ້າງ​ຄວາມ​ແຕກ​ຕ່າງ​ອັນ​ໃຫຍ່​ຫລວງ​ທີ່​ສຸດ​ໄດ້ ໃນ​ຊີ​ວິດ​ຂອງ​ເຮົາ.

ສຳ​ລັບ​ຈຸດ​ປະ​ສົງ​ນີ້, ແອວ​ເດີ ນຽວ ເອ ແມ໊ກ​ສະ​ແວວ ໄດ້​ສິດ​ສອນ​ວ່າ, “ການ​ຢືນ​ຢັນ​ຄວາມ​ປາດ​ຖະ​ໜາ​ອັນ​ຊອບ​ທຳ​ແຕ່​ລະ​ຄັ້ງ, ການ​ຮັບ​ໃຊ້​ແຕ່​ລະ​ຄັ້ງ, ແລະ ການ​ນະ​ມັດ​ສະ​ການ​ແຕ່​ລະ​ຄັ້ງ, ບໍ່​ວ່າ​ຈະ​ເລັກ​ນ້ອຍ ແລະ ເພີ່ມ​ຂຶ້ນ​ພຽງ​ໃດ, ຈະ​ຊ່ວຍ​ຜັກ​ດັນ​ທາງ​ວິນ​ຍານ​ຂອງ​ເຮົາ.”14 ແນ່​ນອນ, ເລື່ອງ​ເລັກ​ນ້ອຍ, ງ່າຍໆ, ແລະ ແມ່ນ​ແລ້ວ, ແມ່ນ​ແຕ່​ພຽງ 1 ເປີ​ເຊັນ ຈະ​ນຳ​ເລື່ອງ​ໃຫຍ່​ມາ.15 ໃນ​ທີ່​ສຸດ ໄຊ​ຊະ​ນະ​ຈະ​ເປັນ 100 ເປີ​ເຊັນ​ຢ່າງ​ແນ່​ນອນ, “ຫລັງ​ຈາກ​ພວກ​ເຮົາ​ເຮັດ​ທຸກ​ຢ່າງ​ໄດ້​ແລ້ວ,”16 ຜ່ານ​ທາງ​ພະ​ລັງ, ຄຸນ​ຄວາມ​ດີ, ແລະ ຄວາມ​ເມດ​ຕາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ, ພຣະ​ເຢ​ຊູ​ຄຣິດ. ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາແມນ.