ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ເລື່ອງ​ຂອງ​ຈິດ​ວິນ​ຍານ​ຂອງ​ຂ້າ​ພະ​ເຈົ້າ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ຕຸ​ລາ 2021


ເລື່ອງ​ຂອງ​ຈິດ​ວິນ​ຍານ​ຂອງ​ຂ້າ​ພະ​ເຈົ້າ

ແມ່ນ​ຫຍັງ​ຄື​ເລື່ອງ​ທີ່​ທ່ານ​ໄຕ່​ຕອງ? ແມ່ນ​ຫຍັງ​ຄື​ເລື່ອງ​ທີ່​ສຳ​ຄັນ​ຕໍ່​ທ່ານ? ແມ່ນ​ຫຍັງ​ຄື​ເລື່ອງ​ຂອງ​ຈິດ​ວິນ​ຍານ​ຂອງ​ທ່ານ?

ອ້າຍ​ເອື້ອຍ​ນ້ອງ​ຂອງ​ຂ້າ​ພະ​ເຈົ້າ​ທັງ​ຫລາຍ, ໃນ​ຂະ​ນະ​ທີ່​ຂ້າ​ພະ​ເຈົ້າ​ຢືນ​ຢູ່​ໃນ​ສູນ​ກາງ​ປະ​ຊຸມ​ໃຫຍ່​ອີກ​ຄັ້ງ, ຂ້າ​ພະ​ເຈົ້າ​ນຶກ​ເຖິງ​ຖ້ອຍ​ຄຳ​ຂອງ​ອັກ​ຄະ​ສາ​ວົກ​ເປ​ໂຕ​ທີ່​ວ່າ: “ພຣະ​ອົງ​ເຈົ້າ​ເອີຍ ຊ່າງ​ເປັນ​ການ​ດີ​ແທ້ໆ ທີ່​ພວກ​ຂ້າ​ນ້ອຍ​ຢູ່​ບ່ອນ​ນີ້.”1

ຄວາມ​ຄິດ​ຂອງ​ຂ້າ​ພະ​ເຈົ້າ​ມື້​ນີ້​ແມ່ນ​ເຈາະ​ຈົງ​ຢູ່​ທີ່​ຖ້ອຍ​ຄຳ​ຂອງ​ສາດ​ສະ​ດາ​ນີ​ໄຟ, ຜູ້​ທີ່​ໄດ້​ຮັກ​ສາ​ບັນ​ທຶກ​ຂອງ​ຜູ້​ຄົນ​ຂອງ​ເພິ່ນ​ໄວ້ ຫລັງ​ຈາກ​ການ​ເສຍ​ຊີ​ວິດ​ຂອງ​ບິ​ດາ​ລີ​ໄຮ. ນີ​ໄຟ​ໄດ້​ຂຽນ​ວ່າ, “ຂ້າ​ພະ​ເຈົ້າ​ໄດ້​ບັນ​ທຶກ​ເລື່ອງ​ຂອງ​ຈິດ​ວິນ​ຍານ​ຂອງ​ຂ້າ​ພະ​ເຈົ້າ.”2

ຂ້າ​ພະ​ເຈົ້າ​ເຄີຍ​ອ່ານ​ຂ້າມ​ຂໍ້​ນີ້, ໂດຍ​ຄິດ​ວ່າ​ຄຳ​ທີ່​ວ່າ ເລື່ອງ ບໍ່​ໄດ້​ເປັນ​ຄຳ​ທີ່​ສະ​ຫງ່າ​ງາມ ຫລື ເປັນ​ທາງ​ວິນ​ຍານ, ບໍ່​ຍິ່ງ​ໃຫຍ່​ພໍ​ທີ່​ຈະ​ມາ​ທຽບ​ໃສ່​ກັບ​ຄຳ​ທີ່​ວ່າ “ຈິດ​ວິນ​ຍານ​ຂອງ​ຂ້າ​ພະ​ເຈົ້າ.” ແຕ່​ຂ້າ​ພະ​ເຈົ້າ​ໄດ້​ຮຽນ​ຮູ້​ຄຳ​ທີ່​ວ່າ ເລື່ອງ ຫລື ສິ່ງ ແມ່ນ​ຖືກ​ໃຊ້​ຢູ່​ໃນ​ພຣະ​ຄຳ​ພີ 2,354 ເທື່ອ.3 ຍົກ​ຕົວ​ຢ່າງ, ໃນ​ໂມ​ເຊ: “ເຮົາ​ເປັນ​ຕົ້ນ ແລະ ທີ່​ສຸດ, ພຣະ​ເຈົ້າ​ຜູ້​ຊົງ​ລິດ​ອຳ​ນາດ​ຍິ່ງ​ໃຫຍ່; ໂດຍ​ພຣະ​ອົງ​ດຽວ​ທີ່​ຖື​ກຳ​ເນີດ​ຂອງ​ເຮົາ, ເຮົາ​ໄດ້​ສ້າງ ສິ່ງເຫລົ່າ​ນີ້.”4 ແລະ ຖ້ອຍ​ຄຳ​ຂອງ​ນີ​ໄຟ​ວ່າ: “ຈົ່ງ​ເບິ່ງ, ຈິດ​ວິນ​ຍານ​ຂອງ​ຂ້າ​ພະ​ເຈົ້າ​ເບີກ​ບານ​ໃນ ເລື່ອງ ຂອງ​ພຣະ​ຜູ້​ເປັນ​ເຈົ້າ; ແລະ ໃຈ​ຂອງ​ຂ້າ​ພະ​ເຈົ້າ​ຄິດ​ຄຳ​ນຶງ​ຢູ່​ຕະ​ຫລອດ​ເວ​ລາ​ເຖິງ ເລື່ອງ ທີ່​ຂ້າ​ພະ​ເຈົ້າ​ໄດ້​ເຫັນ ແລະ ໄດ້​ຍິນ​ມາ.”5

ຖ້ອຍ​ຄຳ​ຂອງ​ນີ​ໄຟ​ໃຫ້​ຄຳ​ຖາມ​ນີ້​ວ່າ “ທ່ານ​ຄິດ​ຄຳ​ນຶງ​ເຖິງ​ເລື່ອງ​ຫຍັງ​ແດ່?” “ແມ່ນ​ຫຍັງ​ຄື​ເລື່ອງ​ທີ່​ສຳ​ຄັນ​ຕໍ່​ທ່ານ? “ແມ່ນ​ຫຍັງ​ຄື​ເລື່ອງ​ຂອງ​ຈິດ​ວິນ​ຍານ​ຂອງ​ທ່ານ?”

ເລື່ອງ​ຂອງ​ຈິດ​ວິນ​ຍານ​ຂອງ​ເຮົາ​ສ່ວນ​ຫລາຍ​ແລ້ວ​ຈະ​ໄດ້​ຮັບ​ຄວາມ​ແຈ່ມ​ແຈ້ງ ແລະ ເລິກ​ເຊິ່ງ ໂດຍ​ການ​ຖາມ​ຄຳ​ຖາມ.

ຮູບ​ພາບ
ແອວ​ເດີ ແຣັສ​ແບນ ຢູ່​ໃນ​ການ​ປະ​ຊຸມ​ທາງ​ອອນ​ລາຍ
ຮູບ​ພາບ
ການ​ປະ​ຊຸມ​ໃຫ້​ຄຳ​ດົນ​ໃຈ​ຂອງ​ກຸ່ມ​ຊາວ​ໜຸ່ມ
ຮູບ​ພາບ
ການ​ຖ່າຍ​ທອດ​ສຳ​ລັບ​ຜູ້​ໃຫຍ່​ໜຸ່ມ

ລະ​ຫວ່າງ​ການ​ແຜ່​ລະ​ບາດ​ນີ້ ຂ້າ​ພະ​ເຈົ້າ​ໄດ້​ພົບ​ກັບ​ຊາວ​ໜຸ່ມ​ຈາກ​ຕະ​ຫລອດ​ທົ່ວ​ໂລກ​ໃນ​ການ​ປະ​ຊຸມ​ໃຫ້​ຄຳ​ດົນ​ໃຈ, ກຸ່ມ​ໃຫຍ່ ແລະ ນ້ອຍ, ຜ່ານ​ທາງ​ການ​ຖ່າຍ​ທອດ ແລະ ສື່​ສານ​ສັງ​ຄົມ, ແລະ ພວກ​ເຮົາ​ໄດ້​ສົນ​ທະ​ນາ​ຄຳ​ຖາມ​ຂອງ​ເຂົາ​ເຈົ້າ.

ໂຈ​ເຊັບ ສະ​ມິດ ອາ​ຍຸ​ສິບ​ສີ່​ປີ ໄດ້​ມີ​ຄຳ​ຖາມ​ເລິກໆ​ຢູ່​ໃນ​ຈິດ​ວິນ​ຍານ​ຂອງ​ເພິ່ນ, ແລະ ເພິ່ນ​ໄດ້​ນຳ​ມັນ​ໄປ​ຫາ​ພຣະ​ຜູ້​ເປັນ​ເຈົ້າ. ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ ໄດ້​ເນັ້ນ​ວ່າ: “ໃຫ້​ນຳ​ຄຳ​ຖາມ​ຂອງ​ທ່ານ​ມາ​ຫາ​ພຣະ​ຜູ້​ເປັນ​ເຈົ້າ ແລະ ມາ​ຫາ​ແຫລ່ງ​ອື່ນໆ​ທີ່​ຊື່​ສັດ. ສຶກ​ສາ​ດ້ວຍ​ຄວາມ​ປາດ​ຖະ​ໜາ​ທີ່​ຈະ ເຊື່ອ ແທນ​ທີ່​ຈະ​ເປັນ​ຄວາມ​ຫວັງ​ວ່າ​ທ່ານ​ຈະ​ພົບ​ເຫັນ​ຄວາມ​ບົກ​ພ່ອງ​ໃນ​ປະ​ສົບ​ການ​ຊີ​ວິດ​ຂອງ​ສາດ​ສະ​ດາ ຫລື ຄວາມ​ແຕກ​ຕ່າງ​ຢູ່​ໃນ​ພຣະ​ຄຳ​ພີ. ເຊົາ​ສົງ​ໄສ​ຫລາຍ​ຂຶ້ນ ຊຶ່ງ​ເກີດ​ຈາກ​ການ​ສົນ​ທະ​ນາ​ກ່ຽວ​ກັບ​ເລື່ອງ​ດັ່ງ​ກ່າວ … ນຳ​ຄົນ​ທີ່​ສົງ​ໄສ​ຢູ່​ແລ້ວ. ໃຫ້​ພຣະ​ຜູ້​ເປັນ​ເຈົ້າ​ນຳ​ພາ​ທ່ານ ໃນ​ເສັ້ນ​ທາງ​ແຫ່ງ​ການ​ຄົ້ນ​ພົບ​ທາງ​ວິນ​ຍານ​ຂອງ​ທ່ານ.”6

ຊາວ​ໜຸ່ມ​ມັກ​ຈະ​ຖາມ​ຂ້າ​ພະ​ເຈົ້າ​ວ່າ​ຂ້າ​ພະ​ເຈົ້າ​ເຊື່ອ​ຫຍັງ ແລະ ວ່າ​ເປັນ​ຫຍັງ​ຂ້າ​ພະ​ເຈົ້າ​ຈຶ່ງ​ເຊື່ອ.

ຂ້າ​ພະ​ເຈົ້າ​ຈື່​ຈຳ​ການ​ຢ້ຽມ​ຢາມ​ຜ່ານ​ທາງ​ອິນ​ເຕີ​ເນັດ​ກັບ​ຍິງ​ໜຸ່ມ​ຄົນ​ໜຶ່ງ​ໃນ​ບ້ານ​ຂອງ​ນາງ. ຂ້າ​ພະ​ເຈົ້າ​ໄດ້​ຖາມ​ຖ້າ​ຫາກ​ວ່າ​ນັ້ນ​ເປັນ​ເທື່ອ​ທຳ​ອິດ​ທີ່​ອັກ​ຄະ​ສາ​ວົກ​ໄດ້​ຢູ່​ໃນ​ບ້ານ​ຂອງ​ນາງ. ນາງ​ຍິ້ມ ແລະ ໄດ້​ຕອບ​ໄວໆ​ວ່າ, “ໂດຍ.” ນາງ​ໄດ້​ຖາມ​ຂ້າ​ພະ​ເຈົ້າ​ຄຳ​ຖາມ​ທີ່​ດີ​ວ່າ: “ແມ່ນ​ຫຍັງ​ຄື ເລື່ອງ ທີ່​ສຳ​ຄັນ​ທີ່​ສຸດ​ທີ່​ຂ້າ​ນ້ອຍ​ຄວນ​ຮູ້?”

ຂ້າ​ພະ​ເຈົ້າ​ໄດ້​ຕອບ​ວ່າ, ເລື່ອງ​ຂອງ​ຈິດ​ວິນ​ຍານ​ຂອງ​ຂ້າ​ພະ​ເຈົ້າ, ເລື່ອງ​ທີ່​ໄດ້​ກຽມ​ຂ້າ​ພະ​ເຈົ້າ​ໃຫ້​ໄດ້​ຍິນ​ການ​ກະ​ຕຸ້ນ, ເລື່ອງ​ທີ່​ຍົກ​ທັດ​ສະ​ນະ​ຂອງ​ຂ້າ​ພະ​ເຈົ້າ ເກີນ​ກວ່າ​ວິ​ທີ​ທາງ​ຂອງ​ໂລກ, ທີ່​ໃຫ້​ຈຸດ​ປະ​ສົງ​ຕໍ່​ວຽກ​ງານ​ພຣະ​ກິດ​ຕິ​ຄຸນ​ຂອງ​ຂ້າ​ພະ​ເຈົ້າ ແລະ ຊີ​ວິດ​ຂອງ​ຂ້າ​ພະ​ເຈົ້າ​ນັ້ນ​ເອງ.

ຂ້າ​ພະ​ເຈົ້າ​ຂໍ​ແບ່ງ​ປັນ​ບາງ​ຢ່າງ​ກັບ​ທ່ານ “ເລື່ອງ​ຂອງ​ຈິດ​ວິນ​ຍານ​ຂອງ​ຂ້າ​ພະ​ເຈົ້າ” ໄດ້​ບໍ? ເລື່ອງ​ເຫລົ່າ​ນີ້​ນຳ​ໃຊ້​ໄດ້​ກັບ​ທຸກ​ຄົນ​ທີ່​ສະ​ແຫວງ​ຫາ​ທີ່​ຈະ​ເປັນ​ສາ​ນຸ​ສິດ​ທີ່​ແທ້​ຈິງ​ຂອງ​ພຣະ​ເຢ​ຊູ​ຄຣິດ. ສິບ​ເລື່ອງ​ກໍ​ເປັນ​ຈຳ​ນວນ​ທີ່​ເໝາະ​ສົມ​ດີ. ມື້​ນີ້​ຂ້າ​ພະ​ເຈົ້າ​ຈະ​ໃຫ້​ທ່ານ​ເຈັດ​ເລື່ອງ ໂດຍ​ທີ່​ຫວັງ​ວ່າ​ທ່ານ​ຈະ​ສຳ​ເລັດ​ຂໍ້​ທີ່​ແປດ, ເກົ້າ, ແລະ ສິບ​ຈາກ​ປະ​ສົບ​ການ​ຂອງ​ທ່ານ​ເອງ.

ໜຶ່ງ, ຈົ່ງ​ຮັກ​ພຣະ​ເຈົ້າ​ອົງ​ເປັນ​ພຣະ​ບິ​ດາ ແລະ ພຣະ​ເຢ​ຊູ​ຄຣິດ, ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ.

ພຣະ​ເຢ​ຊູ​ໄດ້​ອອກ​ພຣະ​ບັນ​ຍັດ​ຂໍ້​ໃຫຍ່ ແລະ ຂໍ້​ຕົ້ນ​ວ່າ: “ຈົ່ງ​ຮັກ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ດ້ວຍ​ສຸດ​ໃຈ, ດ້ວຍ​ສຸດ​ຈິດ, ແລະ ດ້ວຍ​ສຸດ​ຄວາມ​ຄິດ​ຂອງ​ເຈົ້າ.”7

ປະ​ທານ​ແນວ​ສັນ​ໄດ້​ປະ​ກາດ​ການ​ອຸ​ທິດ​ຕົນ​ຂອງ​ເພິ່ນ​ແດ່​ພຣະ​ເຈົ້າ, ພຣະ​ບິ​ດາ​ນິ​ລັນ​ດອນ​ຂອງ​ເຮົາ, ແລະ ພຣະ​ບຸດ​ຂອງ​ພຣະ​ອົງ, ພຣະ​ເຢ​ຊູ​ຄຣິດ, ເມື່ອ​ເພິ່ນ​ຖືກ​ເອີ້ນ​ໃຫ້​ນຳ​ພາ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ໂດຍ​ກ່າວ​ວ່າ, “ຂ້າ​ພະ​ເຈົ້າ​ຮູ້​ຈັກ​ພວກ​ພຣະ​ອົງ, ຮັກ​ພວກ​ພຣະ​ອົງ, ແລະ ສັນ​ຍາ​ວ່າ​ຈະ​ຮັບ​ໃຊ້​ພວກ​ພຣະ​ອົງ—ແລະ ທ່ານ—ດ້ວຍ​ລົມ​ຫາຍ​ໃຈ​ທີ່​ເຫລືອ​ຢູ່​ໃນ​ຊີ​ວິດ​ຂອງ​ຂ້າ​ພະ​ເຈົ້າ.”8

ສະ​ນັ້ນ ໜຶ່ງ, ຈົ່ງ​ຮັກ​ພຣະ​ບິ​ດາ ແລະ ພຣະ​ບຸດ.

ສອງ, “ຈົ່ງ​ຮັກ​ເພື່ອນ​ບ້ານ.”9

ນັ້ນ​ບໍ່​ໄດ້​ເປັນ​ພຽງ​ແຕ່​ຄວາມ​ຄິດ​ທີ່​ດີ​ເທົ່າ​ນັ້ນ; ມັນ​ເປັນ​ພຣະ​ບັນ​ຍັດ​ທີ່​ຍິ່ງ​ໃຫຍ່​ຂໍ້​ທີ​ສອງ. ເພື່ອນ​ບ້ານ​ຂອງ​ທ່ານ​ຄື ຄູ່​ຄອງ ແລະ ຄອບ​ຄົວ​ຂອງ​ທ່ານ, ສະ​ມາ​ຊິກ​ໃນ​ຫວອດ, ເພື່ອນ​ຮ່ວມ​ງານ, ເພື່ອນ​ຮ່ວມ​ຫ້ອງ, ຜູ້​ຄົນ​ທີ່​ບໍ່​ໄດ້​ເປັນ​ສະ​ມາ​ຊິກ​ໂບດ​ຂອງ​ເຮົາ, ຜູ້​ທີ່​ຕ້ອງ​ການ​ມື​ທີ່​ຊ່ວຍ​ເຫລືອ​ຂອງ​ເຮົາ, ແລະ ຈິງໆ​ແລ້ວ, ທຸກໆ​ຄົນ. ຈຸດ​ໃຈ​ກາງ​ຂອງ​ຄຳ​ທີ່​ວ່າ “ຈົ່ງ​ຮັກ​ເພື່ອນ​ບ້ານ” ກໍ​ຖືກ​ຂັບ​ຮ້ອງ​ຢູ່​ໃນ​ເພງ “Love One Another [ຈົ່ງ​ຮັກ​ຊຶ່ງ​ກັນ​ແລະ​ກັນ].”10

ປະ​ທານ​ແນວ​ສັນ​ເຕືອນ​ເຮົາ​ວ່າ, “ເມື່ອ​ເຮົາ​ຮັກ ພຣະ​ເຈົ້າ ດ້ວຍ​ສຸດ​ໃຈ​ຂອງ​ເຮົາ, ພຣະ​ອົງ​ຈະ​ຫັນ​ຫົວ​ໃຈ​ຂອງ​ເຮົາ​ໄປ​ຫາ​ຄວາມ​ຜາ​ສຸກ ຂອງ​ຄົນ​ອື່ນ.”11

ສາມ, ຮັກ​ຕົວ​ເອງ.

ໃນ​ເລື່ອງ​ນີ້​ຫລາຍ​ຄົນ​ດີ້ນ​ລົນ. ເປັນ​ທີ່​ໜ້າ​ສົນ​ໃຈ​ເນາະ ທີ່​ການ​ຮັກ​ຕົວ​ເຮົາ​ເອງ​ເບິ່ງ​ຄື​ວ່າ​ເຮັດ​ໄດ້​ຍາກ​ກວ່າ​ການ​ຮັກ​ຄົນ​ອື່ນ? ແຕ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ວ່າ, “ຈົ່ງ​ຮັກ​ເພື່ອນ​ບ້ານ ເໝືອນ​ຮັກ​ຕົນ​ເອງ.”12 ພຣະ​ອົງ​ເຫັນ​ຄຸນ​ຄ່າ​ພາຍ​ໃນ​ຕົວ​ເຮົາ, ແລະ ເຮົາ​ກໍ​ຕ້ອງ​ເຫັນ​ເໝືອນ​ກັນ. ເມື່ອ​ເຮົາ​ແບກ​ຫາບ​ພາ​ລະ​ໜັກ​ດ້ວຍ​ຄວາມ​ຜິດ​ພາດ, ຄວາມ​ເຈັບ​ປວດ​ໃຈ, ຄວາມ​ຮູ້​ສຶກ​ບໍ່​ດີ​ພໍ, ຄວາມ​ຜິດ​ຫວັງ, ຄວາມ​ໂມ​ໂຫ​ຮ້າຍ, ຫລື ບາບ, ອຳ​ນາດ​ແຫ່ງ​ການ​ຊົດ​ໃຊ້​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ຕາມ​ທີ່​ພຣະ​ເຈົ້າ​ໄດ້​ຈັດ​ຕັ້ງ​ໄວ້, ກໍ​ເປັນ​ສິ່ງ​ທີ່​ຍົກ​ລະ​ດັບ​ຈິດ​ວິນ​ຍານ.

ສີ່, ຮັກ​ສາ​ພຣະ​ບັນ​ຍັດ.

ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເຮັດ​ໃຫ້​ມັນ​ແຈ່ມ​ແຈ້ງ​ວ່າ, “ຖ້າ​ພວກ​ເຈົ້າ​ຮັກ​ເຮົາ ພວກ​ເຈົ້າ​ກໍ​ຈະ​ເຊື່ອ​ຟັງ​ກົດ​ບັນ​ຍັດ​ຂອງ​ເຮົາ.”13 ໃຫ້​ພະ​ຍາ​ຍາມ​ແຕ່​ລະ​ວັນ​ເພື່ອ​ຈະ​ເປັນ​ຄົນ​ດີ​ຂຶ້ນ ແລະ ເຮັດ​ໃຫ້​ດີ​ຂຶ້ນ​ອີກ​ໜ້ອຍ​ໜຶ່ງ ແລະ ດຳ​ເນີນ​ໄປ​ໜ້າ​ໃນ​ຄວາມ​ຊອບ​ທຳ.

ຫ້າ, ມີ​ຄ່າ​ຄວນ​ສະ​ເໝີ​ເພື່ອ​ໄປ​ພຣະ​ວິ​ຫານ.

ຂ້າ​ພະ​ເຈົ້າ​ເອີ້ນ​ນີ້​ວ່າ ຖືກ​ຮັບ​ຮອງ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ. ບໍ່​ວ່າ​ທ່ານ​ຈະ​ເຂົ້າ​ໄປ​ໃນ​ພຣະ​ວິ​ຫານ​ໄດ້​ຫລື​ບໍ່, ແຕ່​ການ​ມີ​ຄ່າ​ຄວນ​ທີ່​ຈະ​ມີ​ໃບ​ຮັບ​ຮອງ​ເຂົ້າ​ພຣະ​ວິ​ຫານ​ໃນ​ປະ​ຈຸ​ບັນ ຈະ​ຊ່ວຍ​ທ່ານ​ຍຶດ​ໝັ້ນ​ຢູ່​ໃນ​ເລື່ອງ​ທີ່​ສຳ​ຄັນ, ໃນ​ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ.

ຫົກ, ຈົ່ງ​ຊື່ນ​ຊົມ ແລະ ເບີກ​ບານ.

“ຈົ່ງ​ເບີກ​ບານ​ເຖີດ, ແລະ ຢ່າ​ສູ່​ຢ້ານ,”14 ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ. ເປັນ​ຫຍັງ? ເຮົາ​ຈະ​ເຮັດ​ແນວ​ນັ້ນ​ໄດ້​ແນວ​ໃດ, ເມື່ອ​ເຮົາ​ປະ​ເຊີນ​ໜ້າ​ກັບ​ການ​ທ້າ​ທາຍ​ຢູ່​ເລື້ອຍໆ? ເພາະ​ຍ້ອນ​ຄຳ​ສັນ​ຍາ​ທີ່​ພຣະ​ເຢ​ຊູ​ຄຣິດ​ໄດ້​ໃຫ້​ໄວ້​ວ່າ: “ເຮົາ​ພຣະ​ຜູ້​ເປັນ​ເຈົ້າ​ຢູ່​ກັບ​ພວກ​ເຈົ້າ, ແລະ ຈະ​ຢືນ​ຢູ່​ກັບ​ພວກ​ເຈົ້າ.”15

ປະ​ທານ​ແນວ​ສັນ​ບັນ​ຍາຍ​ພຣະ​ກິດ​ຕິ​ຄຸນ​ທີ່​ຖືກ​ຟື້ນ​ຟູ ວ່າ​ເປັນ “ຂ່າວ​ສານ​ແຫ່ງ ຄວາມ​ສຸກ!”16 ແລະ ເພິ່ນ​ອະ​ທິ​ບາຍ​ວ່າ, “ຄວາມ​ສຸກ​ທີ່​ເຮົາ​ຮູ້​ສຶກ ບໍ່​ຂຶ້ນ​ກັບ​ສະ​ຖາ​ນະ​ການ​ໃນ​ຊີ​ວິດ​ຂອງ​ເຮົາ ແຕ່​ມັນ​ຂຶ້ນ​ກັບ​ວ່າ ເຮົາ​ເອົາ​ໃຈ​ໃສ່​ຕໍ່​ສິ່ງ​ໃດ ໃນ​ຊີ​ວິດ​ຂອງ​ເຮົາ.”17

ເຈັດ, ເຮັດ​ຕາມ​ສາດ​ສະ​ດາ​ທີ່​ມີ​ຊີ​ວິດ​ຢູ່.

ນີ້​ອາດ​ເປັນ​ເລື່ອງ​ທີ່​ເຈັດ​ໃນ​ລາຍ​ຊື່​ຂອງ​ເລື່ອງ​ຂອງ​ຂ້າ​ພະ​ເຈົ້າ, ແຕ່​ມັນ​ມີ​ຄວາມ​ສຳ​ຄັນ​ທີ່​ສູງ​ສຸດ​ໃນ​ຄວາມ​ຄິດ​ຂອງ​ຂ້າ​ພະ​ເຈົ້າ ກ່ຽວ​ກັບ​ສິ່ງ​ທີ່​ຂ້າ​ພະ​ເຈົ້າ​ກ່າວ​ໃນ​ມື້​ນີ້.

ເຮົາ​ມີ​ສາດ​ສະ​ດາ​ຂອງ​ພຣະ​ເຈົ້າ​ຢູ່​ເທິງ​ໂລກ​ໃນ​ວັນ​ເວ​ລາ​ນີ້! ຢ່າ​ຄິດ​ຈັກ​ເທື່ອ​ວ່າ ສິ່ງ​ນີ້​ບໍ່​ມີ​ຄວາມ​ໝາຍ​ທີ່​ສຳ​ຄັນ​ສຳ​ລັບ​ທ່ານ. ໃຫ້​ຈື່​ຈຳ​ຍິງ​ໜຸ່ມ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ກ່າວ​ເຖິງ​ໃນ​ຕອນ​ຕົ້ນ. ນາງ​ກໍ​ຢາກ​ຮູ້​ວ່າ​ແມ່ນ​ຫຍັງ​ຄື​ເລື່ອງ​ທີ່​ສຳ​ຄັນ​ທີ່​ສຸດ. ຕອນ​ນັ້ນ​ຂ້າ​ພະ​ເຈົ້າ​ໄດ້​ເວົ້າ​ວ່າ, “ຈົ່ງ​ຕິດ​ຕາມ​ສາດ​ສະ​ດາ​ທີ່​ມີ​ຊີ​ວິດ​ຢູ່,” ແລະ ຂ້າ​ພະ​ເຈົ້າ​ກໍ​ເນັ້ນ​ຄຳ​ນັ້ນ​ອີກ​ໃນ​ມື້​ນີ້.

ເຮົາ​ແຕກ​ຕ່າງ​ໃນ​ຖາ​ນະ​ສາດ​ສະ​ໜາ​ຈັກ​ທີ່​ຖືກ​ນຳ​ພາ​ໂດຍ​ສາດ​ສະ​ດາ, ຜູ້​ພະ​ຍາ​ກອນ, ແລະ ຜູ້​ເປີດ​ເຜີຍ​ທີ່​ຖືກ​ເອີ້ນ​ຈາກ​ພຣະ​ເຈົ້າ​ສຳ​ລັບ​ວັນ​ເວ​ລາ​ນີ້. ຂ້າ​ພະ​ເຈົ້າ​ສັນ​ຍາ​ວ່າ ຂະ​ນະ​ທີ່​ທ່ານ​ຮັບ​ຟັງ ແລະ ຕິດ​ຕາມ​ຄຳ​ແນະ​ນຳ​ຂອງ​ພວກ​ເພິ່ນ, ທ່ານ​ຈະ​ບໍ່​ຖືກ​ນຳ​ໄປ​ຜິດ​ທາງ​ຈັກ​ເທື່ອ. ບໍ່​ເຄີຍ​ຈັກ​ເທື່ອ!

ເຮົາ​ມີ​ຊີ​ວິດ​ຢູ່​ໃນ​ວັນ​ເວ​ລາ​ທີ່​ເຮົາ​ຈະ “ຖືກ​ພັດ​ໄປ​ພັດ​ມາ,”18 ຊ່ວງ​ທີ່​ເລື່ອງ​ທາງ​ຝ່າຍ​ວິນ​ຍານ, ຄວາມ​ສຸ​ພາບ​ຮຽບ​ຮ້ອຍ, ຄວາມ​ຊື່​ສັດ, ແລະ ຄວາມ​ເຄົາ​ລົບ​ນັບ​ຖື​ຖືກ​ໂຈມ​ຕີ. ເຮົາ​ຕ້ອງ​ເລືອກ. ເຮົາ​ມີ​ສຸ​ລະ​ສຽງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຜ່ານ​ທາງ​ສາດ​ສະ​ດາ​ຂອງ​ພຣະ​ອົງ​ທີ່​ຈະ​ເຮັດ​ໃຫ້​ຄວາມ​ຢ້ານ​ກົວ​ຂອງ​ເຮົາ​ສະ​ຫງົບ​ລົງ ແລະ ຍົກ​ທັດ​ສະ​ນະ​ຂອງ​ເຮົາ, ເພາະ​ເມື່ອ​ປະ​ທານ​ແນວ​ສັນ​ກ່າວ, ເພິ່ນ​ກໍ​ກ່າວ​ແທນ​ພຣະ​ຜູ້​ເປັນ​ເຈົ້າ.

ເຮົາ​ໄດ້​ຮັບ​ພອນ​ທີ່​ມີ​ພຣະ​ຄຳ​ພີ ແລະ ຄຳ​ສອນ​ທີ່​ເຕືອນ​ເຮົາ​ວ່າ, “ຄວາມ​ຄິດ​ເຮົາ​ນັ້ນ​ບໍ່​ຄື​ຄວາມ​ຄິດ​ຂອງ​ພວກ​ເຈົ້າ ແລະ ວິ​ຖີ​ທາງ​ຂອງ​ເຮົາ​ນັ້ນ​ກໍ​ແຕກ​ຕ່າງ​ໃດ ບໍ່​ຄື​ວິ​ຖີ​ທາງ​ຂອງ​ພວກ​ເຈົ້າ.”19

ມັນ​ກໍ​ເປັນ​ດັ່ງ​ນັ້ນ​ກັບ​ນາ​ອາ​ມານ, ຜູ້​ບັນ​ຊາ​ການ​ທີ່​ຍິ່ງ​ໃຫຍ່, ແຕ່​ເປັນ​ຄົນ​ຂີ້​ທູດ​ຄົນ​ໜຶ່ງ​ຂອງ​ກອງ​ທັບ​ຊີ​ເຣຍ, ຜູ້​ທີ່​ຖືກ​ບອກ​ວ່າ​ສາດ​ສະ​ດາ​ເອ​ລີ​ຊາ​ສາ​ມາດ​ປິ່ນ​ປົວ​ລາວ​ໄດ້. ເອ​ລີ​ຊາ​ໄດ້​ສົ່ງ​ຄົນ​ຮັບ​ໃຊ້​ຂອງ​ເພິ່ນ​ໄປ​ບອກ​ໃຫ້​ນາ​ອາ​ມານ​ໄປ​ອາບ​ນ້ຳ​ທີ່​ແມ່​ນ້ຳ​ຈໍ​ແດນ​ເຈັດ​ຄັ້ງ ແລະ ລາວ​ກໍ​ຈະ​ສະ​ອາດ. ນາ​ອາ​ມານ​ບໍ່​ພໍ​ໃຈ. ແນ່​ນອນ​ວ່າ​ຕ້ອງ​ມີ​ແມ່​ນ້ຳ​ສາຍ​ໃຫຍ່​ກວ່າ​ແມ່​ນ້ຳ​ຈໍ​ແດນ, ແລະ ເປັນ​ຫຍັງ​ຈຶ່ງ​ສົ່ງ​ຄົນ​ຮັບ​ໃຊ້​ມາ​ໃນ​ເມື່ອ​ລາວ​ໄດ້​ຄາດ​ຫວັງ​ໃຫ້​ເອ​ລີ​ຊາ, ສາດ​ສະ​ດາ, ມາ​ປິ່ນ​ປົວ​ລາວ​ເປັນ​ສ່ວນ​ຕົວ? ນາ​ອາ​ມານ​ໄດ້​ຍ່າງ​ໜີ​ໄປ ແຕ່​ໃນ​ທີ່​ສຸດ​ກໍ​ຖືກ​ຊັກ​ຊວນ​ໂດຍ​ຄົນ​ຮັບ​ໃຊ້​ຂອງ​ລາວ​ວ່າ, “ທ່ານ​ເອີຍ ຖ້າ​ຜູ້​ທຳ​ນາຍ​ບອກ​ທ່ານ​ໃຫ້​ເຮັດ​ໃນ​ສິ່ງ​ທີ່​ຍາກ ທ່ານ​ກໍ​ຄວນ​ເຮັດ. ດຽວ​ນີ້​ເປັນ​ຫຍັງ​ທ່ານ​ຈຶ່ງ​ບໍ່​ໄປ​ອາບ​ນໍ້າ​ຊຳ​ລະ​ຕົວ​ຕາມ​ທີ່​ເພິ່ນ​ໄດ້​ບອກ​ນັ້ນ?”20 ໃນ​ທີ່​ສຸດ ນາ​ອາ​ມານ​ກໍ​ໄດ້​ໄປ​ຈຸ່ມ​ຕົວ​ລົງ​ໃນ​ແມ່​ນ້ຳ​ຈໍ​ແດນ​ເຈັດ​ຄັ້ງ ແລະ ລາວ​ກໍ​ຫາຍ​ດີ​ເປັນ​ປົກ​ກະ​ຕິ.

ເລື່ອງ​ລາວ​ຂອງ​ນາ​ອາ​ມານ​ເຕືອນ​ເຮົາ ເຖິງ​ຄວາມ​ສ່ຽງ​ຂອງ​ການ​ເລືອກ​ທີ່​ຈະ​ເຊື່ອ​ຟັງ​ພຽງ​ແຕ່​ພາກ​ສ່ວນ​ຂອງ​ຄຳ​ແນະ​ນຳ​ຂອງ​ສາດ​ສະ​ດາ ທີ່​ເຂົ້າ​ກັນ​ດີ​ກັບ​ຄວາມ​ຄິດ, ຄວາມ​ຄາດ​ຫວັງ​ຂອງ​ເຮົາ, ແລະ ມາດ​ຕະ​ຖານ​ຂອງ​ວັນ​ເວ​ລາ​ນີ້​ເທົ່າ​ນັ້ນ. ສາດ​ສະ​ດາ​ຂອງ​ເຮົາ​ສືບ​ຕໍ່​ແນະ​ນຳ​ເຮົາ​ໃຫ້​ໄປ​ທີ່​ແມ່​ນ້ຳ​ຈໍ​ແດນ​ຂອງ​ເຮົາ​ເອງ​ເພື່ອ​ຈະ​ຫາຍ​ດີ​ເປັນ​ປົກ​ກະ​ຕິ.

ຖ້ອຍ​ຄຳ​ທີ່​ສຳ​ຄັນ​ທີ່​ສຸດ​ທີ່​ເຮົາ​ສາ​ມາດ​ໄດ້​ຍິນ, ໄຕ່​ຕອງ, ແລະ ເຮັດ​ຕາມ ແມ່ນ​ຖ້ອຍ​ຄຳ​ທີ່​ຖືກ​ເປີດ​ເຜີຍ​ຜ່ານ​ທາງ​ສາດ​ສະ​ດາ​ທີ່​ມີ​ຊີ​ວິດ​ຢູ່. ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ຂ້າ​ພະ​ເຈົ້າ​ໄດ້​ນັ່ງ​ຢູ່​ທີ່​ການ​ປະ​ຊຸມ​ປຶກ​ສາ​ກັບ​ປະ​ທານ​ແນວ​ສັນ ເພື່ອ​ສົນ​ທະ​ນາ​ກ່ຽວ​ກັບ​ເລື່ອງ​ທີ່​ສຳ​ຄັນ​ທີ່​ສຸດ ຂອງ​ສາດ​ສະ​ໜາ​ຈັກ ແລະ ຂອງ​ໂລກ, ແລະ ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ການ​ເປີດ​ເຜີຍ​ຫລັ່ງ​ໄຫລ​ມາ​ຜ່ານ​ທາງ​ເພິ່ນ. ເພິ່ນ​ຮູ້​ຈັກ​ພຣະ​ຜູ້​ເປັນ​ເຈົ້າ, ເພິ່ນ​ຮູ້​ວິ​ທີ​ທາງ​ຂອງ​ພຣະ​ອົງ, ແລະ ເພິ່ນ​ປາດ​ຖະ​ໜາ​ໃຫ້​ລູກໆ​ຂອງ​ພຣະ​ເຈົ້າ​ທຸກ​ຄົນ​ໄດ້​ຍິນ​ພຣະ​ອົງ, ອົງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ.

ເປັນ​ເວ​ລາ​ຫລາຍ​ປີ​ທີ່​ເຮົາ​ໄດ້​ຍິນ​ຈາກ​ສາດ​ສະ​ດາ ປີ​ລະ​ສອງ​ເທື່ອ ທີ່​ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ. ແຕ່ ເພາະ​ຍ້ອນ​ບັນ​ຫາ​ທີ່​ຊັບ​ຊ້ອນ​ຂອງ​ວັນ​ເວ​ລາ​ຂອງ​ເຮົາ, ປະ​ທານ​ແນວ​ສັນ​ກໍ​ກ່າວ​ເລື້ອຍ​ກວ່າ​ເກົ່າ​ໃນ​ກອງ​ປະ​ຊຸມ,21 ສື່​ສານ​ສັງ​ຄົມ,22 ກອງ​ປະ​ຊຸມ​ໃຫ້​ຄຳ​ດົນ​ໃຈ,23 ແລະ ແມ່ນ​ແຕ່​ໃນ​ການ​ຖະ​ແຫລງ​ຂ່າວ.24 ຂ້າ​ພະ​ເຈົ້າ​ໄດ້​ສັງ​ເກດ​ເຫັນ​ເພິ່ນ​ກະ​ກຽມ ແລະ ນຳ​ສະ​ເໜີ​ຂ່າວ​ສານ​ແຫ່ງ​ການ​ເປີດ​ເຜີຍ​ທີ່​ຊຸກ​ຍູ້​ໃຫ້​ມີ​ຄວາມ​ກະ​ຕັນ​ຍູ​ຫລາຍ​ຂຶ້ນ, ສົ່ງ​ເສີມ​ການ​ຮ່ວມ​ຮັບ​ເອົາ​ອ້າຍ​ເອື້ອຍ​ນ້ອງ​ຂອງ​ເຮົາ​ທຸກ​ຄົນ​ຢູ່​ເທິງ​ໂລກ, ແລະ ເພີ່ມ​ຄວາມ​ສະ​ຫງົບ, ຄວາມ​ຫວັງ, ຄວາມ​ຊື່ນ​ຊົມ, ສຸ​ຂະ​ພາບ, ແລະ ການ​ປິ່ນ​ປົວ​ໃຫ້​ມີ​ຫລາຍ​ຂຶ້ນ​ໃນ​ຊີ​ວິດ​ຂອງ​ເຮົາ​ທຸກ​ຄົນ.

ປະ​ທານ​ແນວ​ສັນ​ເປັນ​ຜູ້​ສື່​ສານ​ທີ່​ມີ​ພອນ​ສະ​ຫວັນ, ແຕ່​ສຳ​ຄັນ​ຫລາຍ​ກວ່າ​ນັ້ນ​ຄື, ເພິ່ນ​ເປັນ​ສາດ​ສະ​ດາ​ຂອງ​ພຣະ​ເຈົ້າ. ເມື່ອ​ຄິດ​ຄັກໆ​ແລ້ວ, ນັ້ນ​ເປັນ​ເລື່ອງ​ທີ່​ໜ້າ​ອັດ​ສະ​ຈັນ, ແຕ່​ມັນ​ຍິ່ງ​ສຳ​ຄັນ​ທີ່​ຈະ​ຮັບ​ຮູ້​ວ່າ ການ​ຊີ້​ນຳ​ທີ່​ຊັດ​ເຈນ​ຂອງ​ເພິ່ນ​ຈະ​ປ້ອງ​ກັນ​ເຮົາ​ທຸກ​ຄົນ​ຈາກ​ການ​ຫລອກ​ລວງ, ມານ​ຍາ, ແລະ ວິ​ທີ​ທາງ​ຂອງ​ຝ່າຍ​ໂລກ​ທີ່​ກຳ​ລັງ​ກາຍ​ເປັນ​ເລື່ອງ​ທຳ​ມະ​ດາ​ໃນ​ວັນ​ເວ​ລາ​ນີ້.25

ບົດ​ບາດ​ຂອງ​ສາດ​ສະ​ດາ​ແມ່ນ​ກ່ຽວ​ກັບ​ການ​ເປີດ​ເຜີຍ. “ການ​ຟື້ນ​ຟູ​ຄວາມ​ສົມ​ບູນ​ແຫ່ງ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ: ການ​ປະ​ກາດ​ຕໍ່​ໂລກ​ເນື່ອງ​ໃນ​ວາ​ລະ​ຄົບ​ຮອບ​ສອງ​ຮ້ອຍ​ປີ,” ທີ່​ຖືກ​ສະ​ເໜີ​ໃນ​ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ​ຂອງ​ເດືອນ​ເມ​ສາ ປີ 2020, ເນັ້ນ​ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ກຳ​ລັງ​ຊີ້​ນຳ​ວຽກ​ງານ​ນີ້​ຢູ່. ຢູ່​ໃນ​ການ​ປະ​ກາດ​ນີ້, ຝ່າຍ​ປະ​ທານ​ສູງ​ສຸດ ແລະ ກຸ່ມ​ອັກ​ຄະ​ສາ​ວົກ​ສິບ​ສອງ ກ່າວ​ວ່າ: “ພວກ​ເຮົາ​ຍິນ​ດີ​ທີ່​ຈະ​ປະ​ກາດ​ວ່າ ການ​ຟື້ນ​ຟູ​ທີ່​ສັນ​ຍາ​ຍັງ​ດຳ​ເນີນ​ໄປ​ໜ້າ ຜ່ານ​ທາງ​ການ​ເປີດ​ເຜີຍ​ອັນ​ຕໍ່​ເນື່ອງ. ແຜ່ນ​ດິນ​ໂລກ​ຈະ​ບໍ່​ເໝືອນ​ເດີມ​ອີກ, ຂະ​ນະ​ທີ່​ພຣະ​ເຈົ້າ ‘ຮວບ​ຮວມ​ສິ່ງ​ສາ​ລະ​ພັດ​ໄວ້​ໃນ​ພຣະ​ຄຣິດ’ (ເອ​ເຟ​ໂຊ 1:10).”26

“ສິ່ງ​ສາ​ລະ​ພັດ​ໄວ້​ໃນ​ພຣະ​ຄຣິດ”27 ແລະ “ເລື່ອງ​ຂອງ​ຈິດ​ວິນ​ຍານ​ຂອງ​ຂ້າ​ພະ​ເຈົ້າ”28 ເປັນ​ຈຸດ​ສຸມ​ຂອງ​ສາດ​ສະ​ໜາ​ຈັກ​ນີ້, ພຣະ​ກິດ​ຕິ​ຄຸນ​ນີ້, ແລະ ຜູ້​ຄົນ​ເຫລົ່າ​ນີ້.

ຂ້າ​ພະ​ເຈົ້າ​ຈະ​ປິດ​ທ້າຍ​ດ້ວຍ​ການ​ເຊື້ອ​ເຊີນ​ໃຫ້​ທ່ານ​ແຕ່​ລະ​ຄົນ​ໄຕ່​ຕອງ “ເລື່ອງ​ຂອງ​ຈິດ​ວິນ​ຍານ​ຂອງ​ຂ້າ​ພະ​ເຈົ້າ” ເຈັດ​ຂໍ້ທີ່​ຂ້າ​ພະ​ເຈົ້າ​ໄດ້​ແບ່ງ​ປັນ​ໃນ​ມື້​ນີ້​ຄື: ຮັກ​ພຣະ​ເຈົ້າ​ອົງ​ເປັນພຣະ​ບິ​ດາ ແລະ ພຣະ​ເຢ​ຊູ​ຄຣິດ, ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ; ຮັກ​ເພື່ອນ​ບ້ານ​ຂອງ​ທ່ານ; ຮັກ​ຕົວ​ເອງ; ຮັກ​ສາ​ພຣະ​ບັນ​ຍັດ; ມີ​ຄ່າ​ຄວນ​ສະ​ເໝີ​ທີ່​ຈະ​ມີ​ໃບ​ຮັບ​ຮອງ​ເຂົ້າ​ພຣະ​ວິ​ຫານ; ຊື່ນ​ຊົມ ແລະ ເບີກ​ບານ; ແລະ ເຮັດ​ຕາມ​ສາດ​ສະ​ດາ​ທີ່​ມີ​ຊີ​ວິດ​ຢູ່. ຂ້າ​ພະ​ເຈົ້າ​ເຊື້ອ​ເຊີນ​ທ່ານ​ໃຫ້​ລະ​ບຸ​ຂໍ້​ທີ​ແປດ, ທີ​ເກົ້າ, ແລະ ທີ​ສິບ​ຂອງ​ທ່ານ​ເອງ. ໃຫ້​ໄຕ່​ຕອງ​ວິ​ທີ​ທີ່​ທ່ານ​ອາດ​ແບ່ງ​ປັນ “ເລື່ອງ” ລາວ​ຈາກ​ໃຈ​ຈິງ​ຂອງ​ທ່ານ​ກັບ​ຄົນ​ອື່ນ ແລະ ຊຸກ​ຍູ້​ເຂົາ​ເຈົ້າ​ໃຫ້​ອະ​ທິ​ຖານ, ໄຕ່​ຕອງ, ແລະ ສະ​ແຫວງ​ຫາ​ການ​ຊີ້​ນຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.

ເລື່ອງ​ຂອງ​ຈິດ​ວິນ​ຍານ​ຂອງ​ຂ້າ​ພະ​ເຈົ້າ ແມ່ນ​ລ້ຳ​ຄ່າ​ຫລາຍ​ຕໍ່​ຂ້າ​ພະ​ເຈົ້າ​ດັ່ງ​ທີ່​ຂອງ​ທ່ານ​ຈະ​ລ້ຳ​ຄ່າ​ຕໍ່​ທ່ານ. ເລື່ອງ​ເຫລົ່າ​ນີ້​ເສີມ​ສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ການ​ຮັບ​ໃຊ້​ຂອງ​ເຮົາ​ໃນ​ສາດ​ສະ​ໜາ​ຈັກ ແລະ ໃນ​ດ້ານ​ອື່ນໆ​ໃນ​ຊີ​ວິດ​ຂອງ​ເຮົາ. ມັນ​ຜູກ​ມັດ​ເຮົາ​ເຂົ້າ​ກັບ​ພຣະ​ເຢ​ຊູ​ຄຣິດ, ມັນ​ເຕືອນ​ເຮົາ​ເຖິງ​ພັນ​ທະ​ສັນ​ຍາ​ຂອງ​ເຮົາ, ແລະ ມັນ​ຊ່ວຍ​ເຮົາ​ໃຫ້​ຮູ້​ສຶກ​ວ່າ​ປອດ​ໄພ​ຢູ່​ໃນ​ອ້ອມ​ແຂນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ. ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ພຣະ​ອົງ​ຊົງ​ປາດ​ຖະ​ໜາ​ວ່າ ຈິດ​ວິນ​ຍານ​ຂອງ​ເຮົາ “ຈະ​ບໍ່​ຫິວ ຫລື ກະ​ຫາຍ, ແຕ່​ຈະ​ອີ່ມ”29 ດ້ວຍ​ຄວາມ​ຮັກ​ຂອງ​ພຣະ​ອົງ ຂະ​ນະ​ທີ່​ເຮົາ​ສະ​ແຫວງ​ຫາ​ທີ່​ຈະ​ກາຍ​ເປັນ​ສາ​ນຸ​ສິດ​ທີ່​ແທ້​ຈິງ​ຂອງ​ພຣະ​ອົງ, ທີ່​ຈະ​ເປັນ​ໜຶ່ງ​ກັບ​ພຣະ​ອົງ ດັ່ງ​ທີ່​ພຣະ​ອົງ​ເປັນ​ໜຶ່ງ​ກັບ​ພຣະ​ບິ​ດາ. ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາ​ແມນ.