ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ການ​ກະ​ກຽມ​ສຳ​ລັບ​ການ​ສະ​ເດັດ​ມາ​ຄັ້ງ​ທີ​ສອງ​ຂອງ​ພຣະ​ຄຣິດ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ຕຸ​ລາ 2021


ການ​ກະ​ກຽມ​ສຳ​ລັບ​ການ​ສະ​ເດັດ​ມາ​ຄັ້ງ​ທີ​ສອງ​ຂອງ​ພຣະ​ຄຣິດ

ຫລາຍ​ກວ່າ​ທີ່​ເຄີຍ​ເປັນ​ມາ, ເຮົາ​ຖືກ​ຮຽກ​ຮ້ອງ​ໃຫ້​ປະ​ເຊີນ​ໜ້າ​ກັບ​ຄວາມ​ເປັນ​ຈິງ​ວ່າ ເຮົາ​ກຳ​ລັງ​ຫຍັບ​ເຂົ້າ​ໃກ້​ເລື້ອຍໆ​ເຖິງ​ການ​ສະ​ເດັດ​ມາ​ຄັ້ງ​ທີ​ສອງ​ຂອງ​ພຣະ​ເຢ​ຊູ​ຄຣິດ.

ດັ່ງ​ທີ່​ໄດ້​ບັນ​ທຶກ​ໄວ້​ໃນ​ພຣະ​ຄຳ​ພີ​ມໍ​ມອນ, ຫົກ​ປີ​ກ່ອນ​ການ​ກຳ​ເນີດ​ຂອງ​ພຣະ​ເຢ​ຊູ​ຄຣິດ, ຊາ​ມູ​ເອນ, ຊາວ​ເລ​ມັນ​ທີ່​ຊອບ​ທຳ, ໄດ້​ທຳ​ນາຍ​ຕໍ່​ຊາວ​ນີ​ໄຟ​ຊຶ່ງ​ຕອນ​ນັ້ນ​ໄດ້​ກາຍ​ເປັນ​ຜູ້​ທີ່​ປະ​ຖິ້ມ​ຄວາມ​ເຊື່ອ​ເປັນ​ສ່ວນ​ໃຫຍ່,1 ເຖິງ​ເຄື່ອງ​ໝາຍ​ທີ່​ຈະ​ມາ​ພ້ອມ​ກັບ​ການ​ກຳ​ເນີດ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ. ໜ້າ​ໂສກ​ເສົ້າ​ໃຈ​ແທ້ໆ​ທີ່, ຊາວ​ນີ​ໄຟ​ສ່ວນ​ຫລາຍ​ໄດ້​ປະ​ຕິ​ເສດ​ເຄື່ອງ​ໝາຍ​ເຫລົ່າ​ນັ້ນ​ຍ້ອນ​ວ່າ ຄື​ມັນ “ບໍ່​ມີ​ເຫດ​ຜົນ​ທີ່​ຄົນ​ຢ່າງ​ພຣະ​ຄຣິດ [ຈະ] ສະ​ເດັດ​ມາ.”2

ໜ້າ​ເສຍ​ໃຈ​ທີ່, ອີງ​ຕາມ​ການ​ບັນ​ທຶກ​ໃນ​ພຣະ​ຄຳ​ພີ, ຊາວ​ຢິວ​ຫລາຍ​ຄົນ, ໃນ​ແບບ​ດຽວ​ກັນ, ກໍ​ບໍ່​ຍອມ​ຮັບ​ວ່າ​ຊາຍ​ຄົນ​ໜຶ່ງ​ທີ່​ມີ​ຊື່​ວ່າ ເຢ​ຊູ, ທີ່​ມາ​ຈາກ​ແຂວງ​ຄາ​ລີ​ເລ​ນ້ອຍໆ​ທີ່​ບໍ່​ມີ​ຊື່​ສຽງ, ຄື​ພຣະ​ເມ​ຊີ​ອາ​ແທ້ໆ ທີ່​ພວກ​ເຂົາ​ໄດ້​ລໍ​ຄອຍ​ເປັນ​ເວ​ລາ​ດົນ​ນານ.3 ພຣະ​ເຢ​ຊູ, ຜູ້​ທີ່​ໄດ້​ສະ​ເດັດ​ມາ​ເພື່ອ​ບັນ​ລຸ​ຄຳ​ທຳ​ນາຍ​ຫລາຍ​ປະ​ການ​ຂອງ​ສາດ​ສະ​ດາ​ເຮັບ​ເຮີ​ຫລາຍໆ​ທ່ານ, ຖືກ​ປະ​ຕິ​ເສດ ແລະ ແມ່ນ​ແຕ່​ຖືກ​ຄຶງ ຍ້ອນ​ວ່າ, ຕາມ​ທີ່​ສາດ​ສະ​ດາ​ຢາ​ໂຄບ​ໃນ​ພຣະ​ຄຳ​ພີ​ມໍ​ມອນ​ໄດ້​ສິດ​ສອນ​ວ່າ, ຊາວ​ຢິວ​ໄດ້ “ເບິ່ງ​ຂ້າມ​ເຄື່ອງ​ໝາຍ.” ດ້ວຍ​ເຫດ​ນີ້, ຢາ​ໂຄບ​ຈຶ່ງ​ໄດ້​ເປັນ​ພະ​ຍານ​ວ່າ “ພຣະ​ເຈົ້າ​ໄດ້​ເອົາ​ຄວາມ​ແຈ່ມ​ແຈ້ງ​ຂອງ​ພຣະ​ອົງ​ໄປ​ຈາກ​ພວກ​ເຂົາ, ແລະ ມອບ​ຫລາຍ​ສິ່ງ​ຫລາຍ​ຢ່າງ​ໃຫ້​ແກ່​ພວກ​ເຂົາ​ຊຶ່ງ​ພວກ​ເຂົາ​ເຂົ້າ​ໃຈ​ບໍ່​ໄດ້, ເພາະ​ພວກ​ເຂົາ​ປາດ​ຖະ​ໜາ​ແນວ​ນັ້ນ. ແລະ ຍ້ອນ​ວ່າ​ພວກ​ເຂົາ​ປາດ​ຖະ​ໜາ​ແນວ​ນັ້ນ, ພຣະ​ເຈົ້າ​ຈຶ່ງ​ເຮັດ​ແນວ​ນັ້ນ​ເພື່ອ​ພວກ​ເຂົາ​ຈະ​ໄດ້​ສະ​ດຸດ.”4

ແປກ​ທີ່​ມັນ​ອາດ​ຈະ​ເບິ່ງ​ຄື​ວ່າ, ບໍ່​ມີ​ການ​ສິດ​ສອນ​ໃດ, ບໍ່​ມີ​ສິ່ງ​ມະ​ຫັດ​ສະ​ຈັນ​ໃດ, ແລະ ແມ່ນ​ແຕ່​ບໍ່​ມີ​ການ​​ປະ​ກົດ​ຂອງ​ທູດ​ສະ​ຫວັນ, ດັ່ງ​ທີ່​ເລ​ມັນ ແລະ ເລ​ມູ​ເອນ​ໄດ້​ເຫັນ,5 ທີ່​ປະ​ກົດ​ວ່າ​ມີ​ພະ​ລັງ​ໃນ​ການ​ໂນ້ມ​ນ້າວ​ຈິດ​ໃຈ​ເພື່ອ​ຊັກ​ຈູງ​ຄົນ​ໃດ​ຄົນ​ໜຶ່ງ​ໃຫ້​ປ່ຽນ​ແປງ​ແນວ​ທາງ, ມຸມ​ມອງ, ຫລື ຄວາມ​ເຊື່ອ​ທີ່​ວ່າ​ບາງ​ຢ່າງ​ເປັນ​ຄວາມ​ຈິງ. ໂດຍ​ສະ​ເພາະ​ແມ່ນ​ໃນ​ກໍ​ລະ​ນີ​ເມື່ອ​ຄຳ​ສອນ ຫລື ສິ່ງ​ມະ​ຫັດ​ສະ​ຈັນ​ນີ້ ບໍ່​ກົງ​ກັບ​ຄວາມ​ມຸ້ງ​ຫວັງ, ຄວາມ​ປາດ​ຖະ​ໜາ, ຫລື ຄວາມ​ຄິດ​ສ່ວນ​ບຸກ​ຄົນ.

ຈົ່ງ​ປຽບ​ທຽບ​ພຣະ​ຄຳ​ພີ​ສອງ​ຂໍ້​ຕໍ່​ໄປ​ນີ້​ຈັກ​ໜ່ອຍ, ຂໍ້​ທຳ​ອິດ​ແມ່ນ​ຈາກ​ອັກ​ຄະ​ສາ​ວົກ​ໂປ​ໂລ​ທີ່​ກ່າວ​ກ່ຽວ​ກັບ​ຍຸກ​ສຸດ​ທ້າຍ, ບັນ​ຍາຍ​ກ່ຽວ​ກັບ​ທາງ​ຂອງ​ມະ​ນຸດ, ແລະ ຂໍ້​ທີ​ສອງ​ແມ່ນ​ຈາກ​ແອວ​ມາ​ຜູ້​ເປັນ​ສາດ​ສະ​ດາ​ທີ່​ກ່າວ​ກ່ຽວ​ກັບ​ວິ​ທີ​ທີ່​ພຣະ​ເຈົ້າ​ເຮັດ​ວຽກ​ງານ​ຂອງ​ພຣະ​ອົງ​ໃນ​ທ່າມ​ກາງ​ມວນ​ມະ​ນຸດ. ຂໍ້​ທຳ​ອິດ​ຈາກ​ໂປ​ໂລ:

“ຈົ່ງ​ຮູ້​ຈັກ​ຂໍ້​ຄວາມ​ນີ້​ວ່າ, ໃນ​ຄາວ​ທີ່​ສຸດ​ນັ້ນ​ຈະ​ເກີດ​ຄວາມ​ລຳ​ບາກ​ຢ່າງ​ຮ້າຍ​ແຮງ.

“ເພາະ​ວ່າ​ຄົນ​ທັງ​ຫລາຍ​ຈະ​ເຫັນ​ແກ່​ຕົວ, ເຫັນ​ແກ່​ເງິນ​ຄຳ, ອວດ​ຕົວ, ຈອງ​ຫອງ, ມັກ​ດ່າ​ວ່າ, ບໍ່​ເຊື່ອ​ຟັງ​ຄວາມ​ພໍ່​ແມ່, ເນ​ລະ​ຄຸນ, ເປັນ​ຄົນ​ບໍ່​ມີ​ສິນ​ທຳ,

“ເປັນ​ຄົນ​ຂາດ​ມະ​ນຸດ​ສະ​ທຳ, ບໍ່​ຍອມ​ຜ່ອນ​ຜັນ​ຜູ້​ໃດ, ໃສ່​ຮ້າຍ​ປ້າຍ​ສີ​ກັນ, ບໍ່​ຮູ້​ຈັກ​ບັງ​ຄັບ​ຕົນ, ມີ​ໃຈ​ໂຫດ​ຮ້າຍ, ເປັນ​ຄົນ​ບໍ່​ຮັກ​ການ​ດີ,

“ເປັນ​ຄົນ​ທໍ​ລະ​ຍົດ, ດື້​ດ້ານ, ອວດ​ສະ​ຫາວ, ເປັນ​ຄົນ​ຮັກ​ຄວາມ​ສະ​ໜຸກ​ຫລາຍ​ກວ່າ​ຮັກ​ພຣະ​ເຈົ້າ; …

“ຍອມ​ຮ່ຳ​ຮຽນ​ຢູ່​ສະ​ເໝີ, ແຕ່​ບໍ່​ອາດ​ຈະ​ເຖິງ​ການ​ສັງ​ເກດ​ຮູ້​ຄວາມ​ຈິງ​ໄດ້​ຈັກ​ເທື່ອ.”6

ແລະ ບັດ​ນີ້ ຈາກ​ແອວ​ມາ, ເລີ່ມ​ຕົ້ນ​ດ້ວຍ​ຫລັກ​ທີ່​ເປັນ​ຮາກ​ຖານ​ຂອງ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ: “ບັດ​ນີ້​ລູກ​ອາດ​ຈະ​ຄິດ​ວ່າ ມັນ​ເປັນ​ຄວາມ​ໂງ່​ຈ້າ​ຂອງ​ພໍ່; ແຕ່​ຈົ່ງ​ເບິ່ງ ພໍ່​ເວົ້າ​ກັບ​ລູກ​ວ່າ ເລື່ອງ​ເລັກ​ນ້ອຍ ແລະ ງ່າຍໆ​ຈະ​ນຳ​ເລື່ອງ​ໃຫຍ່​ມາ; ແລະ ໃນ​ຫລາຍ​ຢ່າງ​ວິ​ທີ​ເລັກໆ​ນ້ອຍໆ​ຈະ​ເຮັດ​ໃຫ້​ຄົນ​ສະ​ຫລາດ​ຍອມ​ຈຳ​ນົນ.”7

ເຮົາ​ມີ​ຊີ​ວິດ​ຢູ່​ໃນ​ໂລກ​ທັນ​ສະ​ໃໝ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ຮູ້​ອັນ​ຍິ່ງ​ໃຫຍ່ ແລະ ຄົນ​ທີ່​ສະ​ຫລາດ​ຫລັກ​ແຫລມ​ຢ່າງ​ຫລວງ​ຫລາຍ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ສິ່ງ​ເຫລົ່າ​ນີ້​ມັກ​ຈະ​ປົກ​ປິດ​ຮາກ​ຖານ​ອັນ​ບໍ່​ໝັ້ນ​ຄົງ​ທີ່​ມັນ​ຖືກ​ສ້າງ​ຂຶ້ນ​ມາ. ດ້ວຍ​ເຫດ​ນີ້, ມັນ​ຈຶ່ງ​ບໍ່​ນຳ​ພາ​ໄປ​ຫາ​ຄວາມ​ຈິງ​ທີ່​ແທ້​ຈິງ ແລະ ບໍ່​ໄດ້​ມຸ້ງ​ໜ້າ​ໄປ​ຫາ​ພຣະ​ເຈົ້າ ແລະ ອຳ​ນາດ​ເພື່ອ​ຮັບ​ເອົາ​ການ​ເປີດ​ເຜີຍ, ຮັບ​ເອົາ​ຄວາມ​ຮູ້​ທາງ​ວິນ​ຍານ, ແລະ ພັດ​ທະ​ນາ​ສັດ​ທາ​ໃນ​ພຣະ​ເຢ​ຊູ​ຄຣິດ​ທີ່​ນຳ​ໄປ​ສູ່​ຄວາມ​ລອດ.8

ເຮົາ​ໄດ້​ຮັບ​ການ​ເຕືອນ​ໃຈ​ຢ່າງ​ເລິກ​ເຊິ່ງ​ເຖິງ​ພຣະ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ເຮົາ​ທີ່​ກ່າວ​ຕໍ່​ໂທ​ມາ ແລະ ອັກ​ຄະ​ສາ​ວົກ​ຄົນ​ອື່ນໆ​ກ່ອນ​ການ​ເສຍ​ສະ​ລະ​ຊົດ​ໃຊ້​ຂອງ​ພຣະ​ອົງ: “ພຣະ​ເຢ​ຊູ​ໄດ້​ຕອບ​ເພິ່ນ​ວ່າ, ເຮົາ​ນີ້​ແຫລະ​ເປັນ​ທາງ​ນັ້ນ, ເປັນ​ຄວາມ​ຈິງ, ແລະ ເປັນ​ຊີ​ວິດ: ບໍ່​ມີ​ຜູ້​ໃດ​ມາ​ເຖິງ​ພຣະ​ບິ​ດາ​ໄດ້, ນອກ​ຈາກ​ມາ​ທາງ​ເຮົາ.”9

ສຳ​ລັບ​ຜູ້​ທີ່​ມີ​ຕາ​ເພື່ອ​ແນມ​ເຫັນ, ມີ​ຫູ​ເພື່ອ​ໄດ້​ຍິນ, ແລະ ມີ​ຫົວ​ໃຈ​ທີ່​ມີ​ຄວາມ​ຮູ້​ສຶກ, ຫລາຍ​ກວ່າ​ທີ່​ເຄີຍ​ເປັນ​ມາ ເຮົາ​ຖືກ​ຮຽກ​ຮ້ອງ​ໃຫ້​ປະ​ເຊີນ​ໜ້າ​ກັບ​ຄວາມ​ເປັນ​ຈິງ​ວ່າ ເຮົາ​ກຳ​ລັງ​ຫຍັບ​ເຂົ້າ​ໃກ້​ເລື້ອຍໆ​ເຖິງ​ການ​ສະ​ເດັດ​ມາ​ຄັ້ງ​ທີ​ສອງ​ຂອງ​ພຣະ​ເຢ​ຊູ​ຄຣິດ. ແທ້​ຈິງ​ແລ້ວ, ຄວາມ​ຍາກ​ລຳ​ບາກ​ອັນ​ໃຫຍ່​ຫລວງ​ຍັງ​ຄອຍ​ຖ້າ​ຜູ້​ທີ່​ຢູ່​ເທິງ​ແຜ່ນ​ດິນ​ໂລກ​ເມື່ອ​ພຣະ​ອົງ​ສະ​ເດັດ​ກັບ​ມາ, ແຕ່​ໃນ​ເລື່ອງ​ນີ້, ຜູ້​ທີ່​ຊື່​ສັດ​ບໍ່​ຈຳ​ເປັນ​ຕ້ອງ​ຢ້ານ.

ບັດ​ນີ້​ຂ້າ​ພະ​ເຈົ້າ​ຂໍ​ອ້າງ​ເຖິງ​ຈັກ​ໜ່ອຍ​ຈາກ Church’s Gospel Topics [ຫົວ​ຂໍ້​ພຣະ​ກິດ​ຕິ​ຄຸນ​ຂອງ​ສາດ​ສະ​ໜາ​ຈັກ] ໃນ​ຫົວ​ຂໍ້ “ການ​ສະ​ເດັດ​ມາ​ຄັ້ງ​ທີ​ສອງ​ຂອງ​ພຣະ​ເຢ​ຊູ​ຄຣິດ”:

“ເມື່ອ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ສະ​ເດັດ​ມາ​ອີກ​ຄັ້ງ, ພຣະ​ອົງ​ຈະ​ສະ​ເດັດ​ມາ​ໃນ​ອຳ​ນາດ ແລະ ລັດ​ສະ​ໝີ​ພາບ​ເພື່ອ​ທວງ​ເອົາ​ແຜ່ນ​ດິນ​ໂລກ​ໃຫ້​ເປັນ​ອາ​ນາ​ຈັກ​ຂອງ​ພຣະ​ອົງ. ການ​ສະ​ເດັດ​ມາ​ຄັ້ງ​ທີ​ສອງ​ຂອງ​ພຣະ​ອົງ​ຈະ​ເປັນ​ການ​ເລີ່ມ​ຕົ້ນ​ຂອງ​ຍຸກ​ພັນ​ປີ.

“ການ​ສະ​ເດັດ​ມາ​ຄັ້ງ​ທີ​ສອງ​ນີ້​ຈະ​ເປັນ​ເວ​ລາ​ທີ່​ໜ້າ​ຢ້ານ​ກົວ, ເຕັມ​ໄປ​ດ້ວຍ​ຄວາມ​ໂສກ​ເສົ້າ​ສຳ​ລັບ​ຄົນ​ຊົ່ວ​ຮ້າຍ, ແຕ່​ວ່າ​ຈະ​ເປັນ​ວັນ​ແຫ່ງ​ສັນ​ຕິ​ສຸກ​ສຳ​ລັບ​ຄົນ​ຊອບ​ທຳ. ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ປະ​ກາດ​ວ່າ:

“‘ເພາະ​ພວກ​ເຂົາ​ເປັນ​ຄົນ​ສະ​ຫລາດ ແລະ ໄດ້​ຮັບ​ເອົາ​ຄວາມ​ຈິງ, ແລະ ໄດ້​ຮັບ​ເອົາ​ພຣະ​ວິນ​ຍານ​ສັກ​ສິດ​ເພື່ອ​ການ​ນຳ​ພາ, ແລະ ບໍ່​ໄດ້​ຖືກ​ຫລອກ​ລວງ—ຕາມ​ຄວາມ​ຈິງ​ແລ້ວ ເຮົາ​ກ່າວ​ກັບ​ພວກ​ເຈົ້າ​ວ່າ, ພວກ​ເຂົາ​ຈະ​ບໍ່​ຖືກ​ໂຄ່ນ​ລົງ ແລະ ໂຍນ​ເຂົ້າ​ກອງ​ໄຟ, ແຕ່​ຈະ​ດຳ​ລົງ​ຢູ່​ໃນ​ວັນ​ນັ້ນ.

“‘ແລະ ແຜ່ນ​ດິນ​ໂລກ​ຈະ​ຖືກ​ມອບ​ໃຫ້​ແກ່​ພວກ​ເຂົາ​ເພື່ອ​ເປັນ​ມູນ​ມໍ​ລະ​ດົກ; ແລະ ພວກ​ເຂົາ​ຈະ​ເພີ່ມ​ທະ​ວີ ແລະ ເຂັ້ມ​ແຂງ​ຂຶ້ນ, ແລະ ລູກ​ຫລານ​ຂອງ​ພວກ​ເຂົາ​ຈະ​ເຕີບ​ໂຕ​ປາດ​ສະ​ຈາກ​ບາບ​ໄປ​ສູ່​ຄວາມ​ລອດ.

“‘ເພາະ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ສະ​ຖິດ​ຢູ່​ໃນ​ທ່າມ​ກາງ​ພວກ​ເຂົາ, ແລະ ລັດ​ສະ​ໝີ​ພາບ​ຂອງ​ພຣະ​ອົງ​ຈະ​ຢູ່​ເທິງ​ພວກ​ເຂົາ, ແລະ ພຣະ​ອົງ​ຈະ​ເປັນ​ກະ​ສັດ​ຂອງ​ພວກ​ເຂົາ ແລະ ເປັນ​ຜູ້​ໃຫ້​ກົດ​ຂອງ​ພວກ​ເຂົາ’ (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 45:57–59).”10

ໃນ​ການ​ກຽມ​ຕົວ​ຂອງ​ເຮົາ​ສຳ​ລັບ​ການ​ສະ​ເດັດ​ມາ​ຄັ້ງ​ທີ​ສອງ​ຂອງ​ພຣະ​ເຢ​ຊູ​ຄຣິດ, ຂ້າ​ພະ​ເຈົ້າ​ຂໍ​ມອບ​ຂໍ້​ຄວາມ​ທີ່​ສຳ​ຄັນ ແລະ ໃຫ້​ການ​ປອບ​ໂຍນ​ແກ່​ຜູ້​ທີ່​ຊື່​ສັດ ຈາກ​ພຣະ​ຄຳ​ພີ​ເດີມ​ໂດຍ​ສາດ​ສະ​ດາ​ອາ​ໂມດ ທີ່​ວ່າ: “ແນ່​ນອນ​ວ່າ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ບໍ່​ໄດ້​ເຮັດ​ສິ່ງ​ໃດ​ໂດຍ​ບໍ່​ບອກ​ແຈ້ງ​ໃຫ້​ຮູ້​ລ່ວງ​ໜ້າ​ເຖິງ​ແຜນ​ການ​ຂອງ​ພຣະ​ອົງ​ແກ່​ສາດ​ສະ​ດາ​ຄື​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ.”11

ໃນ​ຄວາມ​ຮູ້​ສຶກ​ນີ້, ສາດ​ສະ​ດາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຄົນ​ປະ​ຈຸ​ບັນ​ຂອງ​ໂລກ, ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ, ຈຶ່ງ​ໄດ້​ໃຫ້​ຄຳ​ແນະ​ນຳ​ທີ່​ດົນ​ໃຈ ເມື່ອ​ບໍ່​ດົນ​ມາ​ນີ້​ວ່າ: “ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ ແມ່ນ ພຣະ​ກິດ​ຕິ​ຄຸນ​ແຫ່ງ​ການ​ກັບ​ໃຈ. ຍ້ອນ​ການ​ຊົດ​ໃຊ້​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ​ຈຶ່ງ​ໄດ້​ເຊື້ອ​ເຊີນ​ໃຫ້​ສືບ​ຕໍ່​ປ່ຽນ​ແປງ, ເຕີບ​ໂຕ, ແລະ ກາຍ​ເປັນ​ຄົນ​ບໍ​ລິ​ສຸດ​ຫລາຍ​ຂຶ້ນ. ມັນ​ແມ່ນ​ພຣະ​ກິດ​ຕິ​ຄຸນ​ແຫ່ງ​ຄວາມ​ຫວັງ, ແຫ່ງ​ການ​ປິ່ນ​ປົວ, ແລະ ແຫ່ງ​ການ​ກ້າວ​ໜ້າ. ດັ່ງ​ນັ້ນ, ພຣະ​ກິດ​ຕິ​ຄຸນ ຄື​ຂ່າວ​ສານ​ແຫ່ງ ຄວາມ​ສຸກ! ຈິດ​ວິນ​ຍານ​ຂອງ​ເຮົາ​ປິ​ຕິ​ຍິນ​ດີ​ກັບ​ທຸກໆ​ບາດ​ກ້າວ​ນ້ອຍໆ​ທີ່​ເຮົາ​ກ້າວ​ໄປ​ຂ້າງ​ໜ້າ.”12

ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ຢ່າງ​ບໍ່​ມີ​ຂໍ້​ສົງ​ໄສ ແລະ ຢືນ​ຢັນ​ເຖິງ​ຄວາມ​ເປັນ​ຈິງ​ຂອງ​ພຣະ​ເຈົ້າ ແລະ ສິ່ງ​ມະ​ຫັດ​ສະ​ຈັນ​ໃນ​ຊີ​ວິດ​ປະ​ຈຳ​ວັນ​ຂອງ​ຜູ້​ຄົນ​ຈົນ​ນັບ​ບໍ່​ຖ້ວນ ຈາກ​ສະ​ຖາ​ນະ​ການ​ຂຶ້ນໆ​ລົງໆ​ຂອງ​ຊີ​ວິດ. ຄວາມ​ຈິງ​ແລ້ວ, ມີ​ຫລາຍໆ​ປະ​ສົບ​ການ​ທີ່​ສັກ​ສິດ​ທີ່​ບໍ່​ຄ່ອຍ​ໄດ້​ກ່າວ​ເຖິງ, ສ່ວນ​ໜຶ່ງ​ເປັນ​ຍ້ອນ​ຕົ້ນ​ກຳ​ເນີດ​ຂອງ​ຄວາມ​ສັກ​ສິດ​ຂອງ​ມັນ ແລະ ເຫດ​ຜົນ​ທີ່​ອາດ​ເປັນ​ໄປ​ໄດ້​ວ່າ​ຈະ​ຖືກ​ເຍາະ​ເຍີ້ຍ​ຈາກ​ບາງ​ຄົນ​ທີ່​ບໍ່​ຮູ້​ຈັກ​ດີ​ໄປ​ກວ່າ​ນັ້ນ.

ໃນ​ເລື່ອງ​ນີ້, ໂມ​ໂຣ​ໄນ ສາດ​ສະ​ດາ​ຄົນ​ສຸດ​ທ້າຍ​ຂອງ​ພຣະ​ຄຳ​ພີ​ມໍ​ມອນ, ຈຶ່ງ​ເຕືອນ​ເຮົາ​ວ່າ:

“ແລະ ອີກ​ເທື່ອ​ໜຶ່ງ ຂ້າ​ພະ​ເຈົ້າ​ຂໍ​ເວົ້າ​ກັບ​ທ່ານ​ຜູ້​ປະ​ຕິ​ເສດ​ການ​ເປີດ​ເຜີຍ​ຂອງ​ພຣະ​ເຈົ້າ, ແລະ ເວົ້າ​ວ່າ​ມັນ​ໝົດ​ໄປ​ແລ້ວ, ວ່າ​ບໍ່​ມີ​ການ​ເປີດ​ເຜີຍ, ຫລື ການ​ທຳ​ນາຍ, ຫລື ຂອງ​ປະ​ທານ, ຫລື ການ​ປິ່ນ​ປົວ, ຫລື ການ​ເວົ້າ​ດ້ວຍ​ພາ​ສາ​ອື່ນ, ແລະ ການ​ແປ​ຄວາມ​ໝາຍ​ຂອງ​ພາ​ສາ​ອື່ນ;

“ຈົ່ງ​ເບິ່ງ ຂ້າ​ພະ​ເຈົ້າ​ກ່າວ​ກັບ​ທ່ານ​ວ່າ, ຄົນ​ທີ່​ປະ​ຕິ​ເສດ​ສິ່ງ​ເຫລົ່າ​ນີ້​ບໍ່​ຮູ້​ຈັກ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ຄຣິດ; ແທ້​ຈິງ​ແລ້ວ, ເຂົາ​ບໍ່​ໄດ້​ອ່ານ​ພຣະ​ຄຳ​ພີ; ຖ້າ​ຫາກ​ອ່ານ, ເຂົາ​ກໍ​ບໍ່​ເຂົ້າ​ໃຈ​ມັນ.

“ເຮົາ​ບໍ່​ໄດ້​ອ່ານ​ບໍ​ວ່າ ພຣະ​ເຈົ້າ​ເປັນ​ເໝືອນ​ກັນ​ເຊັ່ນ​ມື້​ວານ​ນີ້, ມື້​ນີ້, ແລະ ຕະ​ຫລອດ​ການ, ແລະ ໃນ​ພຣະ​ອົງ​ບໍ່​ມີ​ຄວາມ​ຜັນ​ແປ ທັງ​ບໍ່​ມີ​ເງົາ​ຂອງ​ຄວາມ​ປ່ຽນ​ແປງ​ເລີຍ?”13

ຂ້າ​ພະ​ເຈົ້າ​ຂໍ​ສະ​ຫລຸບ​ບົດ​ປາ​ໄສ​ຂອງ​ຂ້າ​ພະ​ເຈົ້າ​ດ້ວຍ​ຄຳ​ປະ​ກາດ​ທີ່​ດົນ​ໃຈ​ຢ່າງ​ແທ້​ຈິງ​ຂອງ​ສາດ​ສະ​ດາ​ໂຈ​ເຊັບ ສະ​ມິດ, ທີ່​ໄດ້​ກ່າວ​ໃນ​ຕອນ​ໃກ້​ສິ້ນ​ສຸດ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ​ເພິ່ນ ຂະ​ນະ​ທີ່​ເພິ່ນ​ຕັ້ງ​ຕາ​ລໍ​ຄອຍ​ການ​ສະ​ເດັດ​ມາ​ຄັ້ງ​ທີ​ສອງ​ຂອງ​ພຣະ​ເຢ​ຊູ​ຄຣິດ​ວ່າ: “ພວກ​ເຮົາ​ຈະ​ບໍ່​ກ້າວ​ຕໍ່​ໄປ​ໃນ​ອຸ​ດົມ​ການ​ອັນ​ຍິ່ງ​ໃຫຍ່​ເຊັ່ນ​ນີ້​ບໍ? ກ້າວ​ໄປ​ໜ້າ ແລະ ບໍ່​ຖອຍ​ກັບ. ຈົ່ງ​ກ້າ​ຫານ, ອ້າຍ​ນ້ອງ​ທັງ​ຫລາຍ [ແລະ, ຂ້າ​ພະ​ເຈົ້າ​ຂໍ​ເພີ່ມ, ເອື້ອຍ​ນ້ອງ​ນຳ​ອີກ]; ແລະ ກ້າວ​ຕໍ່​ໄປ, ຕໍ່​ໄປ​ເຖິງ​ໄຊ​ຊະ​ນະ! ຂໍ​ໃຫ້​ໃຈ​ຂອງ​ພວກ​ທ່ານ​ປິ​ຕິ​ຍິນ​ດີ​ເຖີດ, ແລະ ດີ​ໃຈ​ຢ່າງ​ຍິ່ງ.”14 ຂ້າ​ພະ​ເຈົ້າ​ຂໍ​ຕື່ມ​ປະ​ຈັກ​ພະ​ຍານ​ຂອງ​ຂ້າ​ພະ​ເຈົ້າ​ໃສ່​ນຳ, ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາ​ແມນ.