ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ປະ​ເຊີນ​ໜ້າ​ກັບ​ເຮີ​ຣິ​ເຄນ​ຝ່າຍ​ວິນ​ຍານ​ຂອງ​ເຮົາ​ໂດຍ​ເຊື່ອ​ໃນ​ພຣະ​ຄຣິດ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ຕຸ​ລາ 2021


ປະ​ເຊີນ​ໜ້າ​ກັບ​ເຮີ​ຣິ​ເຄນ​ຝ່າຍ​ວິນ​ຍານ​ຂອງ​ເຮົາ​ໂດຍ​ເຊື່ອ​ໃນ​ພຣະ​ຄຣິດ

ເຮົາ​ປະ​ເຊີນ​ໜ້າ​ກັບ​ເຮີ​ຣິ​ເຄນ​ຝ່າຍ​ວິນ​ຍານ​ໄດ້​ດີ​ທີ່​ສຸດ ໂດຍ​ການ​ເຊື່ອ​ໃນ​ພຣະ​ຄຣິດ ແລະ ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ.

ໃນ​ຊ່ວງ​ຫົກ​ປີ​ທີ່​ຜ່ານ​ມາ, ທີ່​ຮັກ​ຂອງ​ຂ້າ​ພະ​ເຈົ້າ, ແອນ, ແລະ ຂ້າ​ພະ​ເຈົ້າ ໄດ້​ອາ​ໄສ​ຢູ່​ໃນ​ລັດ​ເທັກ​ຊັສ ໃກ້​ທະ​ເລ, ບ່ອນ​ທີ່​ເຮີ​ຣິ​ເຄນ​ບາງ​ລູກ​ທີ່​ໃຫຍ່​ທີ່​ສຸດ​ໄດ້​ພັດ​ຖະ​ຫລົ່ມ​ສະ​ຫະ​ລັດ, ຊຶ່ງ​ໄດ້​ສ້າງ​ຄວາມ​ເສຍ​ຫາຍ​ຢ່າງ​ໜັກ ແລະ ແມ່ນ​ແຕ່​ການ​ສູນ​ເສຍ​ຊີ​ວິດ. ໜ້າ​ເສົ້າ​ໃຈ​ທີ່, ຫລາຍ​ເດືອນ​ມາ​ນີ້​ມີ​ແຕ່​ເຫດ​ການ​ທີ່​ຮ້າຍ​ແຮງ​ເຊັ່ນ​ນັ້ນ​ເກີດ​ຂຶ້ນ. ຄວາມ​ຮັກ ແລະ ການ​ອະ​ທິ​ຖານ​ຂອງ​ພວກ​ເຮົາ​ແຜ່​ໄປ​ເຖິງ​ທຸກ​ຄົນ​ທີ່​ໄດ້​ຮັບ​ຜົນ​ກະ​ທົບ​ໃນ​ທາງ​ໃດ​ທາງ​ໜຶ່ງ. ໃນ​ປີ 2017, ພວກ​ເຮົາ​ໄດ້​ປະ​ເຊີນ​ກັບ​ເຮີ​ຣິ​ເຄນ​ຮາ​ວີ​ດ້ວຍ​ຕົວ​ເອງ, ຊຶ່ງ​ເປັນ​ເທື່ອ​ທຳ​ອິດ​ທີ່​ປະ​ລິ​ມານ​ນ້ຳ​ຝົນ​ສູງ​ເຖິງ 60 ນິ້ວ (150 ຊັງ​ຕີ​ເມັດ).

ກົດ​ເກນ​ທຳ​ມະ​ຊາດ​ຄວບ​ຄຸມ​ການ​ກໍ່​ຕົວ​ຂອງ​ເຮີ​ຣິ​ເຄນ. ອຸນ​ຫະ​ພູມ​ມະ​ຫາ​ສະ​ໝຸດ​ຕ້ອງ​ຢູ່​ຢ່າງ​ຕ່ຳ 80 ອົງ​ສາ​ຟາ​ເຣັນ​ຮາຍ (ປະ​ມານ 27 ອົງ​ສາ​ເຊວ​ຊຽດ), ເລິກ​ລົງ​ໄປ 165 ຟຸດ (ປະ​ມານ 50 ແມັດ) ໃຕ້​ພື້ນ​ຜິວ​ມະ​ຫາ​ສະ​ໝຸດ. ເມື່ອ​ລົມ​ປະ​ທະ​ກັບ​ນ້ຳ​ມະ​ຫາ​ສະ​ໝຸດ​ທີ່​ອຸ່ນ, ມັນ​ກໍ່​ໃຫ້​ນ້ຳ​ລະ​ເຫີຍ​ອາຍ ແລະ ລອຍ​ຂຶ້ນ​ໄປ​ສູ່​ຊັ້ນ​ອາ​ກາດ, ບ່ອນ​ທີ່​ມັນ​ຈະ​ກາຍ​ເປັນ​ທາດ​ແຫລວ. ແລ້ວ​ກ້ອນ​ເມກ​ກໍ​ຈະ​ກໍ່​ຕົວ​ຂຶ້ນ, ແລະ ລົມ​ກໍ​ຈະ​ສ້າງ​ຮູບ​ແບບ​ເປັນ​ກຽວ​ຢູ່​ເທິງ​ພື້ນ​ຜິວ​ມະ​ຫາ​ສະ​ໝຸດ.

ຮູບ​ພາບ
ເຮີ​ຣິ​ເຄນ

ເຮີ​ຣິ​ເຄນ​ມີ​ຂະ​ໜາດ​ມະ​ຫຶ​ມາ ຊຶ່ງ​ສູງ​ກວ່າ 50,000 ຟຸດ (15,240 ແມັດ) ໃນ​ຊັ້ນ​ອາ​ກາດ ແລະ ເຄື່ອນ​ໄຫວ​ຂ້າມ​ຢ່າງ​ໜ້ອຍ 125 ໄມ (200 ກິ​ໂລ​ແມັດ). ໜ້າ​ສົນ​ໃຈ​ທີ່​ເມື່ອ​ເຮີ​ຣິ​ເຄນ​ປະ​ທະ​ກັບ​ພື້ນ​ດິນ, ມັນ​ຈະ​ເລີ່ມ​ອ່ອນ​ແຮງ​ລົງ ເພາະ​ມັນ​ບໍ່​ໄດ້​ຢູ່​ເທິງ​ນ້ຳ​ອຸ່ນ​ທີ່​ຈຳ​ເປັນ​ຕໍ່​ການ​ເຕີມ​ກຳ​ລັງ​ໃຫ້​ມັນ​ອີກ​ຕໍ່​ໄປ.1

ທ່ານ​ອາດ​ບໍ່​ເຄີຍ​ປະ​ເຊີນ​ກັບ​ເຮີ​ຣິ​ເຄນ​ຝ່າຍ​ຮ່າງ​ກາຍ​ທີ່​ທຳ​ລາຍ​ລ້າງ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ເຮົາ​ແຕ່​ລະ​ຄົນ​ໄດ້​ຝ່າ​ຟັນ ແລະ ຈະ​ຝ່າ​ຟັນ ເຮີ​ຣິ​ເຄນ​ຝ່າຍ​ວິນ​ຍານ​ທີ່​ຄຸກ​ຄາມ​ຄວາມ​ສະ​ຫງົບ​ສຸກ​ຂອງ​ເຮົາ ແລະ ທົດ​ສອບ​ສັດ​ທາ​ຂອງ​ເຮົາ. ໃນ​ໂລກ​ປະ​ຈຸ​ບັນ​ນີ້, ເບິ່ງ​ຄື​ວ່າ ມັນ​ມີ​ເພີ່ມ​ຫລາຍ​ຂຶ້ນ ແລະ ຮຸນ​ແຮງ​ຂຶ້ນ​ເລື້ອຍໆ. ໂຊກ​ດີ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຈັດ​ກຽມ​ວິ​ທີ​ທີ່​ຈະ​ໃຫ້​ເຮົາ​ເອົາ​ຊະ​ນະ​ມັນ​ຢ່າງ​ຊົມ​ຊື່ນ​ຍິນ​ດີ. ໂດຍ​ການ​ດຳ​ລົງ​ຊີ​ວິດ​ຕາມ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ, ເຮົາ​ໄດ້​ຖືກ​ຮັບ​ຮອງ​ແລ້ວ​ວ່າ “ເມື່ອ​ເມກ​ມືດ​ແຫ່ງ​ຄວາມ​ທຸກ​ຜ່ານ​ເຂົ້າ​ມາ​ຂົ່ມ​ເຫັງ​ສັນ​ຕິ​ໃຫ້​ລັບ​ຕາ ຍັງ​ມີ​ຫວັງ​ສົດ​ໃສ​ລໍ​ຢູ່​ເບື້ອງ​ໜ້າ​ເຮົາ.”2

ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ ໄດ້​ອະ​ທິ​ບາຍ​ວ່າ:

“ໄພ່​ພົນ​ສາ​ມາດ​ມີ​ຄວາມ​ສຸກ​ໄດ້​ພາຍ​ໃຕ້​ທຸກໆ​ສະ​ຖາ​ນະ​ການ. ເຮົາ​ສາ​ມາດ​ຮູ້​ສຶກ​ເຖິງ​ຄວາມ​ສຸກ​ໄດ້ ແມ່ນ​ແຕ່​ຕອນ​ທີ່​ມີ​ວັນ​ທີ່​ບໍ່​ດີ, ອາ​ທິດ​ທີ່​ຫຍຸ້ງ​ຍາກ, ຫລື ແມ່ນ​ແຕ່​ເປັນ​ປີ​ທີ່​ລຳ​ບາກ​ກໍ​ຕາມ!

“… ຄວາມ​ສຸກ​ທີ່​ເຮົາ​ຮູ້​ສຶກ ບໍ່​ຂຶ້ນ​ກັບ​ສະ​ຖາ​ນະ​ການ​ໃນ​ຊີ​ວິດ​ຂອງ​ເຮົາ ແຕ່​ມັນ​ຂຶ້ນ​ກັບ​ວ່າ ເຮົາ​ເອົາ​ໃຈ​ໃສ່​ຕໍ່​ສິ່ງ​ໃດ ໃນ​ຊີ​ວິດ​ຂອງ​ເຮົາ.

“ເມື່ອ​ເຮົາ​ເຮັດ​ໃຫ້​ຊີ​ວິດ​ຂອງ​ເຮົາ​ເອົາ​ໃຈ​ໃສ່​ຕໍ່ … ພຣະ​ເຢ​ຊູ​ຄຣິດ ແລະ ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ, ເຮົາ​ສາ​ມາດ​ຮູ້​ສຶກ​ເຖິງ​ຄວາມ​ສຸກ​ໄດ້ ບໍ່​ວ່າ​ແມ່ນ​ຫຍັງ​ຈະ​ເກີດ​ຂຶ້ນ—ຫລື ບໍ່​ເກີດ​ຂຶ້ນ​ກໍ​ຕາມ—ໃນ​ຊີ​ວິດ​ຂອງ​ເຮົາ.”3

ກົດ​ເກນ​ທຳ​ມະ​ຊາດ​ຄວບ​ຄຸມ​ເຮີ​ຣິ​ເຄນ​ຝ່າຍ​ຮ່າງ​ກາຍ​ສັນ​ໃດ, ກົດ​ເກນ​ແຫ່ງ​ສະ​ຫວັນ​ກໍ​ຄວບ​ຄຸມ​ການ​ທີ່​ເຮົາ​ຮູ້​ສຶກ​ມີ​ຄວາມ​ສຸກ​ໃນ​ລະ​ຫວ່າງ​ເຮີ​ຣິ​ເຄນ​ຝ່າຍ​ວິນ​ຍານ​ຂອງ​ເຮົາ​ສັນ​ນັ້ນ. ຄວາມ​ສຸກ ຫລື ຄວາມ​ທຸກ​ທີ່​ເຮົາ​ຮູ້​ສຶກ​ໃນ​ຂະ​ນະ​ທີ່​ເຮົາ​ຝ່າ​ຟັນ​ມໍ​ລະ​ສຸມ​ຊີ​ວິດ ແມ່ນ​ຖືກ​ຜູກ​ຕິດ​ຢູ່​ກັບ​ກົດ​ພຣະ​ເຈົ້າ​ໄດ້​ຕັ້ງ​ໄວ້. ປະ​ທານ​ແນວ​ສັນ​ໄດ້​ແບ່ງ​ປັນ​ວ່າ, “ມັນ​ເອີ້ນ​ວ່າ ພຣະ​ບັນ​ຍັດ, ແຕ່​ມັນ​ເປັນ​ຄວາມ​ຈິງ​ເຊັ່ນ​ດຽວ​ກັບ​ກົດ​ແຫ່ງ​ການ​ຍົກ, ກົດ​ແຫ່ງ​ແຮງ​ໂນ້ມ​ຖ່ວງ, [ແລະ] ກົດ​ທີ່​ຄວບ​ຄຸມ​ການ​ເຕັ້ນ​ຂອງ​ຫົວ​ໃຈ.”

ປະ​ທານ​ແນວ​ສັນ​ໄດ້​ກ່າວ​ຕໍ່​ວ່າ, “ມັນ​ກາຍ​ເປັນ​ສູດ​ທີ່​ລຽບ​ງ່າຍ: ຖ້າ​ທ່ານ​ຢາກ​ມີ​ຄວາມ​ສຸກ, ຈົ່ງ​ຮັກ​ສາ​ພຣະ​ບັນ​ຍັດ.”4

ຄວາມ​ສົງ​ໄສ​ເປັນ​ສັດ​ຕູ​ຂອງ​ສັດ​ທາ ແລະ ຄວາມ​ສຸກ. ເຊັ່ນ​ດຽວ​ກັບ​ນ້ຳ​ມະ​ຫາ​ສະ​ໝຸດ​ທີ່​ອຸ່ນ ເປັນ​ບໍ່​ເກີດ​ສຳ​ລັບ​ເຮີ​ຣິ​ເຄນ, ຄວາມ​ສົງ​ໄສ​ກໍ​ເປັນ​ບໍ່​ເກີດ​ສຳ​ລັບ​ເຮີ​ຣິ​ເຄນ​ຝ່າຍ​ວິນ​ຍານ. ເຊັ່ນ​ດຽວ​ກັບ​ທີ່​ຄວາມ​ເຊື່ອ​ເປັນ​ການ​ເລືອກ, ຄວາມ​ສົງ​ໄສ​ກໍ​ເຊັ່ນ​ດຽວ​ກັນ. ເມື່ອ​ເຮົາ​ເລືອກ​ທີ່​ຈະ​ສົງ​ໄສ, ເຮົາ​ກໍ​ເລືອກ​ທີ່​ຈະ​ຖືກ​ກະ​ທຳ, ໂດຍ​ຍອມ​ຕໍ່​ອຳ​ນາດ​ຂອງ​ສັດ​ຕູ, ຊຶ່ງ​ຈະ​ເຮັດ​ໃຫ້​ເຮົາ​ອ່ອນ​ແອ ແລະ ມີ​ຄວາມ​ສ່ຽງ.5

ຊາ​ຕານ​ສະ​ແຫວງ​ຫາ​ທີ່​ຈະ​ນຳ​ພາ​ເຮົາ​ໄປ​ສູ່​ບໍ່​ເກີດ​ແຫ່ງ​ຄວາມ​ສົງ​ໄສ. ມັນ​ສະ​ແຫວງ​ຫາ​ທີ່​ຈະ​ເຮັດ​ໃຫ້​ໃຈ​ຂອງ​ເຮົາ​ແຂງ​ກະ​ດ້າງ ເພື່ອ​ວ່າ​ເຮົາ​ຈະ​ບໍ່​ເຊື່ອ.6 ບໍ່​ເກີດ​ແຫ່ງ​ຄວາມ​ສົງ​ໄສ​ອາດ​ເບິ່ງ​ຄື​ວ່າ​ເປັນ​ຕາ​ໜ້າ​ເຊື້ອ​ເຊີນ ເພາະ​ວ່າ​ນ້ຳ​ອຸ່ນ​ທີ່​ເບິ່ງ​ຄື​ວ່າ​ສະ​ຫງົບ​ງຽບ ບໍ່​ຕ້ອງ​ການ​ໃຫ້​ເຮົາ​ດຳ​ລົງ “ຊີ​ວິດ​ຕາມ​ທຸກ​ຄຳ​ທີ່​ອອກ​ມາ​ຈາກ​ພຣະ​ໂອດ​ຂອງ​ພຣະ​ເຈົ້າ.”7 ໃນ​ຜືນ​ນ້ຳ​ເຊັ່ນ​ນັ້ນ ຊາ​ຕານ​ລໍ້​ລວງ​ເຮົາ​ໃຫ້​ຜ່ອນ​ຄາຍ​ຄວາມລະ​ວັງ​ທາງ​ວິນ​ຍານ​ຂອງ​ເຮົາ. ການ​ບໍ່​ເອົາ​ໃຈ​ໃສ່​ນັ້ນ ສາ​ມາດ​ເຮັດ​ໃຫ້​ເກີດ​ການ​ຂາດ​ຄວາມ​ເຊື່ອ​ໝັ້ນ​ທາງ​ວິນ​ຍານ, ຊຶ່ງ​ເຮົາ “ບໍ່​ເຢັນ​ບໍ່​ຮ້ອນ.”8 ຖ້າ​ເຮົາ​ບໍ່​ຍຶດ​ໝັ້ນ​ໃນ​ພຣະ​ຄຣິດ, ຄວາມ​ສົງ​ໄສ ແລະ ການ​ເຍົ້າ​ຍວນ​ຂອງ​ມັນ​ກໍ​ຈະ​ນຳ​ເຮົາ​ໄປ​ສູ່​ຄວາມ​ເສີຍ​ຊາ, ຊຶ່ງ​ເຮົາ​ຈະ​ບໍ່​ພົບ​ການ​ອັດ​ສະ​ຈັນ, ຄວາມ​ສຸກ​ທີ່​ຍືນ​ຍົງ, ທັງ​ຈະ​ບໍ່ “ພັກ​ຜ່ອນ​ໃຫ້​ກັບ​ວິນ​ຍານ [ຂອງ​ເຮົາ].”9

ເຊັ່ນ​ດຽວ​ກັບ​ທີ່​ເຮີ​ຣິ​ເຄນ​ອ່ອນ​ແອ​ລົງ​ຢູ່​ເທິງ​ພື້ນ​ດິນ, ຄວາມ​ສົງ​ໄສ​ໄດ້​ຖືກ​ແທນ​ທີ່​ດ້ວຍ​ສັດ​ທາ ເມື່ອ​ເຮົາ​ສ້າງ​ຮາກ​ຖານ​ຂອງ​ເຮົາ​ເທິງ​ພຣະ​ຄຣິດ. ແລ້ວ​ເຮົາ​ຈະ​ສາ​ມາດ​ເບິ່ງ​ເຮີ​ຣິ​ເຄນ​ຝ່າຍ​ວິນ​ຍານ​ໃນ​ມຸມ​ມອງ​ທີ່​ເໝາະ​ສົມ, ແລະ ຄວາມ​ສາ​ມາດ​ຂອງ​ເຮົາ​ໃນ​ການ​ເອົາ​ຊະ​ນະ​ມັນ​ກໍ​ຈະ​ຂະ​ຫຍາຍ​ໃຫຍ່​ຂຶ້ນ. ຈາກ​ນັ້ນ, “ເພື່ອ​ວ່າ​ເມື່ອ​ມານ​ສົ່ງ​ລົມ​ພະ​ຍຸ​ຮ້າຍ​ຂອງ​ມັນ​ມາ, ແທ້​ຈິງ​ແລ້ວ, ຟ້າ​ແມບ​ເຫລື້ອມ​ກັບ​ລົມ​ບ້າ​ໝູ​ຂອງ​ມັນ​ມາ, ມັນ​ຈະ​ບໍ່​ມີ​ອຳນາດ​ອັນ​ໃດ … ທີ່​ຈະ​ແກ່ [ເຮົາ] ລົງ​ໄປ​ຫາ​ເຫວ​ເລິກ​ແຫ່ງ​ຄວາມ​ທຸກ​ທໍ​ລະ​ມານ ແລະ ຄວາມ​ຈິບ​ຫາຍ​ອັນ​ບໍ່​ສິ້ນ​ສຸດ, ເພາະ​ດານ​ຫີນ​ບ່ອນ​ທີ່ [ເຮົາ] ຖືກ​ສ້າງ​ຂຶ້ນ​ເທິງ​ມັນ ຊຶ່ງ​ເປັນ​ຮາກ​ຖານ​ທີ່​ແໜ້ນ​ໜາ.”10

ປະ​ທານ​ແນວ​ສັນ​ໄດ້​ສິດ​ສອນ​ວ່າ:

“ສັດ​ທາ​ໃນ​ພຣະ​ເຢ​ຊູ​ຄຣິດ​ເປັນ​ຮາກ​ຖານ​ຂອງ​ຄວາມ​ເຊື່ອ​ທັງ​ໝົດ ແລະ ເປັນ​ວິ​ທີ​ເຂົ້າ​ຫາ​ອຳ​ນາດ​ແຫ່ງ​ສະ​ຫວັນ. …

“ພຣະ​ຜູ້​ເປັນ​ເຈົ້າ​ບໍ່​ໄດ້​ຮຽກ​ຮ້ອງ​ສັດ​ທາ ທີ່​ສົມ​ບູນ ກ່ອນ​ເຮົາ​ຈະ​ເຂົ້າ​ເຖິງ​ອຳ​ນາດ ທີ່​ສົມ​ບູນ ຂອງ​ພຣະ​ອົງ​ໄດ້. ແຕ່​ພຣະ​ອົງ​ໄດ້​ຂໍ​ໃຫ້​ເຮົາ​ມີ​ຄວາມ​ເຊື່ອ.”11

ຕັ້ງ​ແຕ່​ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ​ເດືອນ​ເມ​ສາ, ຄອບ​ຄົວ​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ສະ​ແຫວງ​ຫາ​ທີ່​ຈະ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ກັບ​ສັດ​ທາ​ຂອງ​ພວກ​ເຮົາ​ໃນ​ພຣະ​ຄຣິດ ແລະ ການ​ຊົດ​ໃຊ້​ຂອງ​ພຣະ​ອົງ ເພື່ອ​ຊ່ວຍ​ໃຫ້​ພວກ​ເຮົາ “ປ່ຽນ​ການ​ທ້າ​ທາຍ [ຂອງ​ພວກ​ເຮົາ] ເປັນ​ການ​ເຕີບ​ໂຕ ແລະ ໂອ​ກາດ​ທີ່​ຫາ​ອັນ​ປຽບ​ບໍ່​ໄດ້.”12

ຫລານ​ສາວ​ຂອງ​ພວກ​ເຮົາ ນາງ​ຣູ​ບີ ໄດ້​ຮັບ​ພອນ​ດ້ວຍ​ບຸກ​ຄະ​ລິກ​ທີ່​ແຂງ​ແກ່ນ ແລະ ຮັບ​ຜິດ​ຊອບ. ຕອນ​ທີ່​ນາງ​ເກີດ, ຫລອດ​ອາ​ຫານ​ຂອງ​ນາງ​ບໍ່​ໄດ້​ຕິດ​ກັບ​ກະ​ເພາະ​ຂອງ​ນາງ. ແຕ່​ຕອນ​ເປັນ​ແອ​ນ້ອຍ, ນາງ​ຣູ​ບີ, ໂດຍ​ໄດ້​ຮັບ​ການ​ຊ່ວຍ​ເຫລືອ​ຈາກ​ພໍ່​ແມ່​ຂອງ​ນາງ, ໄດ້​ປະ​ເຊີນ​ກັບ​ການ​ທົດ​ລອງ​ນີ້​ດ້ວຍ​ຄວາມ​ມຸ່ງ​ໝັ້ນ​ທີ່​ບໍ່​ທຳ​ມະ​ດາ. ຕອນ​ນີ້​ນາງ​ຣູ​ບີ​ອາ​ຍຸ​ຫ້າ​ປີ. ເຖິງ​ແມ່ນ​ວ່າ​ນາງ​ຍັງ​ນ້ອຍ​ຫລາຍ, ແຕ່​ນາງ​ກໍ​ເປັນ​ຕົວ​ຢ່າງ​ທີ່​ມີ​ພະ​ລັງ​ແຫ່ງ​ການ​ທີ່​ບໍ່​ຍອມ​ໃຫ້​ສະ​ພາບ​ການ​ຕ່າງໆ​ຂອງ​ນາງ​ກຳ​ນົດ​ຄວາມ​ສຸກ​ຂອງ​ນາງ. ນາງ​ມີ​ຄວາມ​ສຸກ​ຢູ່​ຕະ​ຫລອດ​ເວ​ລາ.

ເມື່ອ​ເດືອນ​ພຶດ​ສະ​ພາ​ທີ່​ຜ່ານ​ມາ, ນາງ​ຣູ​ບີ​ໄດ້​ປະ​ເຊີນ​ກັບ​ເຮີ​ຣິ​ເຄນ​ເພີ່ມ​ເຕີມ​ໃນ​ຊີ​ວິດ​ຂອງ​ນາງ​ດ້ວຍ​ສັດ​ທາ. ນາງ​ຍັງ​ໄດ້​ເກີດ​ມາ​ພ້ອມ​ກັບ​ມື​ທີ່​ຍັງ​ບໍ່​ພັດ​ທະ​ນາ​ເຕັມ​ທີ່ ຊຶ່ງ​ຈຳ​ເປັນ​ຕ້ອງ​ໄດ້​ຮັບ​ການ​ຜ່າ​ຕັດ​ຕົກ​ແຕ່ງ. ກ່ອນ​ການ​ຜ່າ​ຕັດ​ທີ່​ຊັບ​ຊ້ອນ​ນີ້, ພວກ​ເຮົາ​ໄດ້​ໄປ​ຢ້ຽມ​ຢາມ​ນາງ ແລະ ເອົາ​ຮູບ​ແຕ້ມ​ທີ່​ສະ​ແດງ​ມື​ຂອງ​ເດັກ​ນ້ອຍ​ຄົນ​ໜຶ່ງ​ກຳ​ລັງ​ຈັບ​ມື​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຢ່າງ​ອົບ​ອຸ່ນ. ເມື່ອ​ພວກ​ເຮົາ​ຖາມ​ນາງ​ວ່າ ນາງ​ກັງ​ວົນ​ໃຈ​ບໍ, ນາງ​ຕອບ​ວ່າ, “ບໍ່, ເຮົາ​ມີ​ຄວາມ​ສຸກ!”

ຮູບ​ພາບ
ນາງ​ຣູ​ບີ​ກັບ​ຮູບ​ພຣະ​ຫັດ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ

ແລ້ວ​ພວກ​ເຮົາ​ກໍ​ຖາມ​ນາງ​ວ່າ, “ຣູ​ບີ, ເປັນ​ຫຍັງ​ຈຶ່ງ​ມີ​ຄວາມ​ສຸກ?”

ນາງ​ຣູ​ບີ​ຢືນ​ຢັນ​ຢ່າງ​ໝັ້ນ​ໃຈ​ວ່າ, “ເພາະ​ວ່າ​ເຮົາ​ຮູ້​ວ່າ​ພຣະ​ເຢ​ຊູ​ຈະ​ຈັບ​ມື​ເຮົາ.”

ການ​ຟື້ນ​ໂຕ​ຂອງ​ຣູ​ບີ​ຊ່າງ​ໜ້າ​ອັດ​ສະ​ຈັນ​ຫລາຍ, ແລະ ນາງ​ກໍ​ຍັງ​ຄົງ​ມີ​ຄວາມ​ສຸກ. ຄວາມ​ບໍ​ລິ​ສຸດ​ຂອງ​ສັດ​ທາ​ຂອງ​ເດັກ​ນ້ອຍ ແຕກ​ຕ່າງ​ກັບ​ຄວາມ​ໂງ່​ເຂົາ​ຂອງ​ຄວາມ​ສົງ​ໄສ​ທີ່​ສາ​ມາດ​ຫລອກ​ລວງ​ເຮົາ​ຫລາຍ​ເທື່ອ ເມື່ອ​ເຮົາ​ອາ​ຍຸ​ຫລາຍ​ຂຶ້ນ!13 ແຕ່​ເຮົາ​ທຸກ​ຄົນ​ສາ​ມາດ​ກາຍ​ເປັນ​ດັ່ງ​ເດັກ​ນ້ອຍໆ ແລະ ເລືອກ​ທີ່​ຈະ​ປະ​ຖິ້ມ​ຄວາມ​ບໍ່​ເຊື່ອ​ຂອງ​ເຮົາ. ນີ້​ແມ່ນ​ການ​ເລືອກ​ທີ່​ງ່າຍໆ.

ພໍ່​ທີ່​ຫ່ວງ​ໃຍ​ໄດ້​ວິງ​ວອນ​ຕໍ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຢ່າງ​ພາກ​ພຽນ​ວ່າ, “ແຕ່​ຖ້າ​ທ່ານ​ສາ​ມາດ​ຊ່ວຍ​ໄດ້, … ຂໍ​ໂຜດ​ສົງ​ສານ [ພວກ] ຂ້າ​ນ້ອຍ​ແດ່​ທ້ອນ.”14

ແລ້ວ​ພຣະ​ເຢ​ຊູ​ກໍ​ໄດ້​ກ່າວ​ແກ່​ລາວ​ວ່າ:

“ຖ້າ​ສາ​ມາດ​ຊ່ວຍ​ໄດ້ ຢາກ​ເວົ້າ​ຢ່າງ​ນັ້ນ​ບໍ? ທຸກ​ສິ່ງ​ເປັນ​ໄປ​ໄດ້​ສຳ​ລັບ​ຜູ້​ທີ່​ເຊື່ອ.

“ໃນ​ທັນ​ໃດ​ນັ້ນ ພໍ່ … ໄດ້​ຮ້ອງ​ໄຫ້​ທັງ​ນ້ຳ​ຕາ​ໄຫລ, ກ່າວ​ວ່າ, ໂຜດ​ຊ່ວຍ​ຂ້າ​ນ້ອຍ​ໃຫ້​ມີ​ຄວາມ​ເຊື່ອ​ຫລາຍ​ກວ່າ​ນີ້​ແດ່​ທ້ອນ.”15

ພໍ່​ທີ່​ຖ່ອມ​ຕົວ​ຜູ້​ນີ້ ໄດ້​ເລືອກ​ຢ່າງ​ສະ​ຫລາດ​ທີ່​ຈະ​ໄວ້​ວາງ​ໃຈ​ຄວາມ​ເຊື່ອ​ຂອງ​ລາວ​ໃນ​ພຣະ​ຄຣິດ​ຫລາຍ​ກວ່າ​ຄວາມ​ສົງ​ໄສ​ຂອງ​ລາວ. ປະ​ທານ​ແນວ​ສັນ​ໄດ້​ກ່າວ​ວ່າ, “ພຽງ​ແຕ່​ຄວາມ​ບໍ່​ເຊື່ອ ຂອງ​ທ່ານ ເທົ່າ​ນັ້ນ​ທີ່​ຈະ​ກີດ​ກັນ​ທ່ານ​ຈາກ​ການບໍ່​ໃຫ້​ພຣະ​ເຈົ້າ​ອວຍ​ພອນ​ທ່ານ​ດ້ວຍ​ການ​ມະ​ຫັດ​ສະ​ຈັນ ເພື່ອ​ຍ້າຍ​ພູ​ເຂົາ​ໃນ​ຊີ​ວິດ ຂອງ​ທ່ານ.”16

ພຣະ​ເຈົ້າ​ຂອງ​ເຮົາ​ມີ​ເມດ​ຕາ​ຫລາຍ​ສ່ຳ​ໃດ ທີ່​ພຽງ​ແຕ່​ຄາດ​ຫວັງ​ໃຫ້​ເຮົາ​ຢູ່​ໃນ​ລະ​ດັບ​ແຫ່ງ​ຄວາມ​ເຊື່ອ ແລະ ບໍ່​ແມ່ນ​ລະ​ດັບ​ແຫ່ງ​ຄວາມ​ຮູ້!

ແອວ​ມາ​ສິດ​ສອນ​ວ່າ:

“ຄົນ​ທີ່​ເຊື່ອ​ໃນ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ​ຍ່ອມ​ເປັນ​ສຸກ.”17

“[ເພາະ] ພຣະ​ເຈົ້າ​ມີ​ຄວາມ​ເມດ​ຕາ​ຕໍ່​ຄົນ​ທັງ​ປວງ​ທີ່​ເຊື່ອ​ໃນ​ພຣະ​ນາມ​ຂອງ​ພຣະ​ອົງ; ສະ​ນັ້ນ ພຣະ​ອົງ​ຈຶ່ງ​ປາດ​ຖະ​ໜາ​ໃນ​ປະ​ການ​ທຳ​ອິດ​ໃຫ້​ທ່ານ​ເຊື່ອ​ໃນ​ພຣະ​ຄຳ​ຂອງ​ພຣະ​ອົງ.”18

ແມ່ນ​ແລ້ວ, ໃນ​ປະ​ການ​ທຳ​ອິດ, ພຣະ​ເຈົ້າ​ປາດ​ຖະ​ໜາ​ໃຫ້​ເຮົາ​ເຊື່ອ​ໃນ​ພຣະ​ອົງ.

ເຮົາ​ປະ​ເຊີນ​ໜ້າ​ກັບ​ເຮີ​ຣິ​ເຄນ​ຝ່າຍ​ວິນ​ຍານ​ໄດ້​ດີ​ທີ່​ສຸດ ໂດຍ​ການ​ເຊື່ອ​ໃນ​ພຣະ​ຄຣິດ ແລະ ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ. ຄວາມ​ເຊື່ອ ແລະ ການ​ເຊື່ອ​ຟັງ​ຂອງ​ເຮົາ ເຊື່ອມ​ໂຍງ​ເຮົາ​ເຂົ້າ​ກັບ​ອຳ​ນາດ​ທີ່​ເໜືອ​ຕົວ​ເຮົາ ເພື່ອ​ທີ່​ຈະ​ເອົາ​ຊະ​ນະ “[ແມ່ນ​ຫຍັງ​ກໍ​ຕາມ​ທີ່] ຈະ​ເກີດ​ຂຶ້ນ—ຫລື ບໍ່​ເກີດ​ຂຶ້ນ​ກໍ​ຕາມ—ໃນ​ຊີ​ວິດ​ຂອງ​ເຮົາ.”19 ແມ່ນ​ແລ້ວ, ພຣະ​ເຈົ້າ “ຈະ​ປະ​ທານ​ພອນ​ໃຫ້ [ເຮົາ] ໂດຍ​ທັນ​ທີ” ທີ່​ເຮົາ​ເຊື່ອ ແລະ ເຊື່ອ​ຟັງ.20 ແທ້​ຈິງ​ແລ້ວ, ເມື່ອ​ເວ​ລາ​ຜ່ານ​ໄປ ສະ​ຖາ​ນະ​ການ​ເປັນ​ຢູ່​ຂອງ​ເຮົາ​ຈະ​ປ່ຽນ​ແປງ​ເປັນ​ຄວາມ​ສຸກ, ແລະ “[ເຮົາ​ຈະ​ຖືກ] ເຮັດ​ໃຫ້​ມີ​ຊີ​ວິດ​ໃນ​ພຣະ​ຄຣິດ” ຂະ​ນະ​ທີ່​ເຮົາ​ໃຊ້​ສັດ​ທາ​ຂອງ​ເຮົາ​ໃນ​ພຣະ​ອົງ ແລະ ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ.21

ອ້າຍ​ເອື້ອຍ​ນ້ອງ​ທັງ​ຫລາຍ, ຂໍ​ໃຫ້​ເຮົາ​ເລືອກ​ມື້​ນີ້ ຕາມ​ຄຳ​ວ່າ “ຢ່າ​ສົງ​ໄສ​ເລີຍ, ແຕ່​ຈົ່ງ​ເຊື່ອ.”22 “ທາງ​ທີ່​ຖືກ​ຕ້ອງ​ຄື ເຊື່ອ​ໃນ​ພຣະ​ຄຣິດ.”23 ເຮົາ​ຈະ​ຖືກ “ຈາ​ລຶກ … ໄວ້​ໃນ [ພຣະ​ຫັດ​ຂອງ​ພຣະ​ອົງ].”24 ພຣະ​ອົງ​ເປັນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ພຣະ​ຜູ້​ໄຖ່​ຂອງ​ເຮົາ, ຜູ້​ທີ່​ຢືນ​ເຄາະ​ຢູ່​ທີ່​ປະ​ຕູ​ຂອງ​ເຮົາ.25 ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາ​ແມນ.