ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
“ເຈົ້າ​ຮັກ​ເຮົາ​ຫລາຍ​ກວ່າ​ສິ່ງ​ເຫລົ່າ​ນີ້​ບໍ?”
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ຕຸ​ລາ 2021


“ເຈົ້າ​ຮັກ​ເຮົາ​ຫລາຍ​ກວ່າ​ສິ່ງ​ເຫລົ່າ​ນີ້​ບໍ?”

ມີ​ສິ່ງ​ໃດ​ແດ່​ທີ່​ທ່ານ​ສາ​ມາດ​ເຮັດ​ໃນ​ຊີ​ວິດ​ຂອງ​ທ່ານ ເພື່ອ​ສະ​ແດງ​ວ່າ ທ່ານ​ຮັກ​ພຣະ​ຜູ້​ເປັນ​ເຈົ້າ​ກ່ອນ?

ໃນ​ເດືອນ​ພະ​ຈິກ ປີ 2019, ເພື່ອນ​ຂອງ​ຂ້າ​ພະ​ເຈົ້າ​ກັບ​ຂ້າ​ພະ​ເຈົ້າ​ໄດ້​ໄປ​ຢ້ຽມ​ຢາມ​ແຜ່ນ​ດິນ​ສັກ​ສິດ. ຂະ​ນະ​ຢູ່​ທີ່​ນັ້ນ, ພວກ​ເຮົາ​ໄດ້​ທົບ​ທວນ ແລະ ສຶກ​ສາ​ພຣະ​ຄຳ​ພີ​ກ່ຽວ​ກັບ​ພຣະ​ຊົນ​ຊີບ​ຂອງ​ພຣະ​ເຢ​ຊູ​ຄຣິດ. ເຊົ້າ​ມື້​ໜຶ່ງ ພວກ​ເຮົາ​ໄດ້​ຢືນ​ຢູ່​ແຄມ​ທະ​ເລ​ຄາ​ລີ​ເລ​ເບື້ອງ​ຕາ​ເວັນ​ອອກ​ສຽງ​ເໜືອ ໃນ​ສະ​ຖານ​ທີ່​ອາດ​ເປັນ​ບ່ອນ​ທີ່​ພຣະ​ເຢ​ຊູ​ໄດ້​ພົບ​ກັບ​ພວກ​ສາ​ວົກ​ຂອງ​ພຣະ​ອົງ ຫລັງ​ຈາກ​ການ​ຟື້ນ​ຄືນ​ພຣະ​ຊົນ​ຂອງ​ພຣະ​ອົງ.

ຫລັງ​ຈາກ​ການ​ຟື້ນ​ຄືນ​ພຣະ​ຊົນ​ຂອງ​ພຣະ​ເຢ​ຊູ, ດັ່ງ​ທີ່​ພວກ​ເຮົາ​ອ່ານ​ໃນ ໂຢ​ຮັນ ບົດ​ທີ 21, ເປ​ໂຕ ແລະ ພວກ​ສາ​ວົກ​ຄົນ​ອື່ນໆ​ໄດ້​ໄປ​ຫາ​ປາ​ໝົດ​ຄືນ ແຕ່​ກໍ​ບໍ່​ໄດ້​ຈັກ​ໂຕ.1 ເຊົ້າ​ຕໍ່​ມາ, ພວກ​ເພິ່ນ​ໄດ້​ເຫັນ​ຊາຍ​ຄົນ​ໜຶ່ງ​ຢືນ​ຢູ່​ແຄມ​ຝັ່ງ ບອກ​ພວກ​ເພິ່ນ​ໃຫ້​ຖິ້ມ​ມອງ​ລົງ​ເຮືອ​ອີກ​ຟາກ​ໜຶ່ງ. ຕໍ່​ຄວາມ​ປະ​ຫລາດ​ໃຈ​ຂອງ​ພວກ​ເພິ່ນ, ມອງ​ໄດ້​ເຕັມ​ໄປ​ດ້ວຍ​ປາ​ຢ່າງ​ປະ​ຕິ​ຫານ.2

ທັນ​ໃດ​ນັ້ນ ພວກ​ເພິ່ນ​ກໍ​ຮູ້​ວ່າ ຊາຍ​ຄົນ​ນັ້ນ​ແມ່ນ​ພຣະ​ຜູ້​ເປັນ​ເຈົ້າ, ແລະ ພວກ​ເພິ່ນ​ກໍ​ໄດ້​ຟ້າວ​ເຂົ້າ​ໄປ​ທັກ​ທາຍ​ພຣະ​ອົງ.

ຂະ​ນະ​ທີ່​ພວກ​ເພິ່ນ​ກຳ​ລັງ​ດຶງ​ມອງ​ເຂົ້າ​ຝັ່ງ, ເຕັມ​ດ້ວຍ​ປາ, ພຣະ​ເຢ​ຊູ​ໄດ້​ກ່າວ​ວ່າ, “ຈົ່ງ​ພາ​ກັນ​ມາ​ກິນ​ເຂົ້າ​ສາ.”3 ໂຢ​ຮັນ​ໄດ້​ລາຍ​ງານ​ວ່າ “ຫລັງ​ຈາກ​ກິນ​ເຂົ້າ​ແລ້ວ, ພຣະ​ເຢ​ຊູ​ໄດ້​ກ່າວ​ແກ່​ຊີ​ໂມນ​ເປ​ໂຕ, ຊີ​ໂມນ, ລູກ​ຂອງ​ໂຢ​ນາ​ເອີຍ, ເຈົ້າ​ຮັກ​ເຮົາ​ຫລາຍ​ກວ່າ​ສິ່ງ​ເຫລົ່າ​ນີ້​ບໍ?”4

ຂະ​ນະ​ທີ່​ຂ້າ​ພະ​ເຈົ້າ​ຢືນ​ຢູ່​ແຄມ​ຝັ່ງ​ບ່ອນ​ດຽວ​ກັນ​ນັ້ນ, ຂ້າ​ພະ​ເຈົ້າ​ຮູ້​ວ່າ ຄຳ​ຖາມ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ເປັນ​ໜຶ່ງ​ໃນ​ຄຳ​ຖາມ​ທີ່​ສຳ​ຄັນ​ທີ່​ສຸດ ທີ່​ພຣະ​ອົງ​ອາດ​ຖາມ​ຂ້າ​ພະ​ເຈົ້າ​ໃນ​ມື້​ໜຶ່ງ. ຂ້າ​ພະ​ເຈົ້າ​ເກືອບ​ໄດ້​ຍິນ​ສຸ​ລະ​ສຽງ​ຂອງ​ພຣະ​ອົງ​ຖາມ​ວ່າ, “ຣະ​ໂຊ, ເຈົ້າ​ຮັກ​ເຮົາ​ຫລາຍ​ກວ່າ​ສິ່ງ​ເຫລົ່າ​ນີ້​ບໍ?”

ທ່ານ​ເຄີຍ​ສົງ​ໄສ​ບໍ​ວ່າ ພຣະ​ເຢ​ຊູ​ໝາຍ​ເຖິງ​ສິ່ງ​ໃດ ເມື່ອ​ພຣະ​ອົງ​ຖາມ​ເປ​ໂຕ​ວ່າ, “ເຈົ້າ​ຮັກ​ເຮົາ​ຫລາຍ​ກວ່າ​ສິ່ງ​ເຫລົ່າ​ນີ້​ບໍ?”

ເມື່ອ​ກ່າວ​ເຖິງ​ຄຳ​ຖາມ​ນີ້​ກັບ​ຕົວ​ເອງ​ໃນ​ວັນ​ເວ​ລາ​ຂອງ​ເຮົາ, ພຣະ​ຜູ້​ເປັນ​ເຈົ້າ​ອາດ​ຖາມ​ເຮົາ​ກ່ຽວ​ກັບ​ວ່າ ເຮົາ​ຫຍຸ້ງ​ຫລາຍ​ປານ​ໃດ ແລະ ກັບ​ອິດ​ທິ​ພົນ​ໃນ​ທາງ​ບວກ ແລະ ທາງ​ລົບ ທີ່​ແຂ່ງ​ຂັນ​ເພື່ອ​ຄວາມ​ສົນ​ໃຈ ແລະ ເວ​ລາ​ຂອງ​ເຮົາ. ພຣະ​ອົງ​ອາດ​ຖາມ​ເຮົາ​ແຕ່​ລະ​ຄົນ ຖ້າ​ຫາກ​ວ່າ​ເຮົາ​ຮັກ​ພຣະ​ອົງ​ຫລາຍ​ກວ່າ​ສິ່ງ​ຂອງ​ໃນ​ໂລກ​ນີ້​ຫລື​ບໍ່. ນີ້​ອາດ​ເປັນ​ຄຳ​ຖາມ​ກ່ຽວ​ກັບ​ສິ່ງ​ທີ່​ມີ​ຄ່າ​ແທ້ໆ​ໃນ​ຊີ​ວິດ, ຜູ້​ທີ່​ເຮົາ​ຕິດ​ຕາມ, ແລະ ວິ​ທີ​ທີ່​ເຮົາ​ເບິ່ງ​ຄວາມ​ສຳ​ພັນ​ຂອງ​ເຮົາ​ກັບ​ສະ​ມາ​ຊິກ​ໃນ​ຄອບ​ຄົວ ແລະ ເພື່ອນ​ບ້ານ. ຫລື ບາງ​ທີ​ພຣະ​ອົງ​ຖາມ​ວ່າ ແມ່ນ​ຫຍັງ​ທີ່​ນຳ​ຄວາມ​ຊື່ນ​ຊົນ ແລະ ຄວາມ​ສຸກ​ມາ​ໃຫ້​ເຮົາ​ແທ້ໆ.

ສິ່ງ​ຂອງ​ຢູ່​ໃນ​ໂລກ​ນີ້​ນຳ​ຄວາມ​ຊື່ນ​ຊົມ, ຄວາມ​ສຸກ, ແລະ ຄວາມ​ສະ​ຫງົບ ຢ່າງ​ທີ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ໄດ້​ສະ​ເໜີ​ມອບ​ໃຫ້​ພວກ​ສາ​ວົກ​ຂອງ​ພຣະ​ອົງ ແລະ ໃຫ້​ເຮົາ​ບໍ? ພຽງ​ແຕ່​ພຣະ​ອົງ​ເທົ່າ​ນັ້ນ​ທີ່​ສາ​ມາດ​ນຳ​ຄວາມ​ຊື່ນ​ຊົມ, ຄວາມ​ສຸກ, ແລະ ຄວາມ​ສະ​ຫງົບ​ທີ່​ແທ້​ຈິງ​ມາ​ໃຫ້​ເຮົາ ຜ່ານ​ທາງ​ການ​ຕິດ​ຕາມ​ພຣະ​ອົງ ແລະ ເຮັດ​ຕາມ​ຄຳ​ສອນ​ຂອງ​ພຣະ​ອົງ.

ຂ້າ​ພະ​ເຈົ້າ​ຈະ​ຕອບ​ວ່າ​ແນວ​ໃດ ກັບ​ຄຳ​ຖາມ​ທີ່​ວ່າ “ເຈົ້າ​ຮັກ​ເຮົາ​ຫລາຍ​ກວ່າ​ສິ່ງ​ເຫລົ່າ​ນີ້​ບໍ?”

ເມື່ອ​ເຮົາ​ຄົ້ນ​ພົບ​ຄວາມ​ໝາຍ​ທີ່​ສົມ​ບູນ​ກວ່າ​ກັບ​ຄຳ​ຖາມ​ຂໍ້​ນີ້, ເຮົາ​ຈະ​ສາ​ມາດ​ກາຍ​ເປັນ​ສະ​ມາ​ຊິກ​ໃນ​ຄອບ​ຄົວ, ເປັນ​ເພື່ອນ​ບ້ານ, ເປັນ​ພົນ​ລະ​ເມືອງ, ເປັນ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ, ແລະ ເປັນ​ບຸດ ແລະ ທິ​ດາ​ຂອງ​ພຣະ​ເຈົ້າ​ດີ​ກວ່າ​ເກົ່າ.

ເມື່ອ​ເຖົ້າ​ແກ່​ສ່ຳ​ຂ້າ​ພະ​ເຈົ້າ, ຂ້າ​ພະ​ເຈົ້າ​ເຄີຍ​ໄປ​ຮ່ວມ​ງານ​ສົ່ງ​ສະ​ການ​ຫລາຍ​ເທື່ອ​ແລ້ວ. ຂ້າ​ພະ​ເຈົ້າ​ແນ່​ໃຈ​ວ່າ ພວກ​ທ່ານ​ຫລາຍ​ຄົນ​ເຄີຍ​ສັງ​ເກດ​ເຫັນ​ສິ່ງ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ສັງ​ເກດ​ເຫັນ. ເມື່ອ​ສະ​ເຫລີມ​ສະ​ຫລອງ​ຊີ​ວິດ​ຂອງ​ສະ​ມາ​ຊິກ​ໃນ​ຄອບ​ຄົວ ຫລື ໝູ່​ເພື່ອນ​ຜູ້​ທີ່​ລ່ວງ​ລັບ​ໄປ​ແລ້ວ, ໜ້ອຍ​ເທື່ອ​ທີ່​ຜູ້​ກ່າວ​ປາ​ໄສ​ຈະ​ກ່າວ​ເຖິງ​ເຮືອນ​ຂອງ​ຜູ້​ຕາຍ ວ່າ​ນ້ອຍ​ໃຫຍ່​ສ່ຳ​ໃດ, ວ່າ​ມີ​ລົດ​ຈັກ​ຄັນ, ຫລື ມີ​ເງິນ​ໃນ​ບັນ​ຊີ​ທະ​ນາ​ຄານ​ຫລາຍ​ປານ​ໃດ. ຕາມ​ປົກ​ກະ​ຕິ​ແລ້ວ ເຂົາ​ເຈົ້າ​ຈະ​ບໍ່​ກ່າວ​ເຖິງ​ການ​ລົງ​ຂ່າວ​ໃນ​ສື່​ສານ​ມວນ​ຊົນ. ໃນ​ງານ​ສົ່ງ​ສະ​ການ​ສ່ວນ​ໃຫຍ່​ທີ່​ຂ້າ​ພະ​ເຈົ້າ​ໄດ້​ໄປ​ຮ່ວມ, ເຂົາ​ເຈົ້າ​ເນັ້ນ​ເຖິງ​ຄວາມ​ສຳ​ພັນ​ຂອງ​ຜູ້​ຕາຍ, ການ​ຮັບ​ໃຊ້​ຄົນ​ອື່ນ, ບົດ​ຮຽນ ແລະ ປະ​ສົບ​ການ​ໃນ​ຊີ​ວິດ, ແລະ ຄວາມ​ຮັກ​ຂອງ​ເຂົາ​ເຈົ້າ​ທີ່​ມີ​ຕໍ່​ພຣະ​ເຢ​ຊູ​ຄຣິດ.

ຢ່າ​ເຂົ້າ​ໃຈ​ຜິດ​ຂ້າ​ພະ​ເຈົ້າ​ເດີ. ຂ້າ​ພະ​ເຈົ້າ​ບໍ່​ໄດ້​ກ່າວ​ວ່າ ການ​ມີ​ເຮືອນ​ງາມ ຫລື ມີ​ລົດ​ທີ່​ຫລູ​ຫລາ ຫລື ການ​ໃຊ້​ສື່​ສານ​ມວນ​ຊົນ​ເປັນ​ສິ່ງ​ທີ່​ບໍ່​ດີ. ຂ້າ​ພະ​ເຈົ້າ ພຽງ ເວົ້າ​ວ່າ ໃນ​ທີ່​ສຸດ, ສິ່ງ​ເຫລົ່າ​ນັ້ນ​ມີ​ຄວາມ​ສຳ​ຄັນ​ເລັກ​ນ້ອຍ ເມື່ອ​ປຽບ​ທຽບ​ມັນ​ໃສ່​ກັບ​ຄວາມ​ຮັກ​ທີ່​ມີ​ຕໍ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ.

ເມື່ອ​ເຮົາ​ຮັກ ແລະ ຕິດ​ຕາມ​ພຣະ​ອົງ, ເຮົາ​ມີ​ສັດ​ທາ​ໃນ​ພຣະ​ອົງ. ເຮົາ​ກັບ​ໃຈ. ເຮົາ​ເຮັດ​ຕາມ​ຕົວ​ຢ່າງ​ຂອງ​ພຣະ​ອົງ ແລະ ຮັບ​ບັບ​ຕິ​ສະ​ມາ ແລະ ຮັບ​ເອົາ​ພຣະ​ວິນ​ຍານ​ບໍ​ລິ​ສຸດ. ເຮົາ​ອົດ​ທົນ​ຈົນ​ເຖິງ​ທີ່​ສຸດ ແລະ ພະ​ຍາ​ຍາມ​ຢູ່​ໃນ​ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ. ເຮົາ​ໃຫ້​ອະ​ໄພ​ສະ​ມາ​ຊິກ​ໃນ​ຄອບ​ຄົວ ແລະ ເພື່ອນ​ບ້ານ ໂດຍ​ການ​ປະ​ຖິ້ມ​ຄວາມ​ຄຽດ​ແຄ້ນ ທີ່​ເຮົາ​ເຄີຍ​ເກັບ​ໄວ້. ເຮົາ​ພະ​ຍາ​ຍາມ​ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ​ດ້ວຍ​ຄວາມ​ພາກ​ພຽນ. ເຮົາ​ພະ​ຍາ​ຍາມ​ເຊື່ອ​ຟັງ. ເຮົາ​ເຮັດ ແລະ ຮັກ​ສາ​ພັນ​ທະ​ສັນ​ຍາ. ເຮົາ​ນັບ​ຖື​ພໍ່​ແມ່​ຂອງ​ເຮົາ. ເຮົາ​ປ່ອຍ​ວາງ​ອິດ​ທິ​ພົນ​ໃນ​ທາງ​ລົບ​ຂອງ​ໂລກ. ເຮົາ​ກຽມ​ຕົວ​ເອງ​ສຳ​ລັບ​ການ​ສະ​ເດັດ​ມາ​ຄັ້ງ​ທີ​ສອງ​ຂອງ​ພຣະ​ອົງ.

ໃນ​ເອ​ກະ​ສານ “ພຣະ​ຄຣິດ​ທີ່​ຊົງ​ພຣະ​ຊົນ: ປະ​ຈັກ​ພະ​ຍານ​ຂອງ​ອັກ​ຄະ​ສາ​ວົກ,” ເຮົາ​ອ່ານ​ວ່າ: “[ພຣະ​ເຢ​ຊູ] ຈະ​ສະ​ເດັດ​ກັບ​ມາ​ຍັງ​ແຜ່ນ​ດິນ​ໂລກ. … ພຣະ​ອົງ​ຈະ​ປົກ​ຄອງ​ເປັນ​ຈອມ​ກະ​ສັດ ແລະ ຈອມ​ເຈົ້າ​ນາຍ, ແລະ ທຸກ​ຫົວ​ເຂົ່າ​ຈະ​ຄຸ​ລົງ ແລະ ທຸກ​ລີ້ນ​ຈະ​ກ່າວ​ໃນ​ການ​ນະ​ມັດ​ສະ​ການ​ຢູ່​ຕໍ່​ພຣະ​ພັກ​ຂອງ​ພຣະ​ອົງ. ເຮົາ​ແຕ່​ລະ​ຄົນ​ຈະ​ຢືນ​ຮັບ​ການ​ພິ​ພາກ​ສາ​ຈາກ​ພຣະ​ອົງ​ຕາມ​ວຽກ​ງານ​ຂອງ​ເຮົາ ແລະ ຕາມ​ຄວາມ​ປາດ​ຖະ​ໜາ​ຂອງ​ໃຈ​ເຮົາ.”5

ໃນ​ຖາ​ນະ​ອັກ​ຄະ​ສາ​ວົກ​ຄົນ​ໜຶ່ງ​ທີ່​ໄດ້​ເຊັນ​ເອ​ກະ​ສານ “ພຣະ​ຄຣິດ​ທີ່​ຊົງ​ພຣະ​ຊົນ”, ຂ້າ​ພະ​ເຈົ້າ​ສາ​ມາດ​ກ່າວ​ວ່າ ການ​ທີ່​ຮູ້​ວ່າ ພຣະ​ເຢ​ຊູ “ເປັນ​ຄວາມ​ສະ​ຫວ່າງ, ເປັນ​ຊີ​ວິດ, ແລະ ເປັນ​ຄວາມ​ຫວັງ​ຂອງ​ໂລກ”6 ໄດ້​ເຮັດ​ໃຫ້​ຂ້າ​ພະ​ເຈົ້າ​ມີ​ຄວາມ​ປາດ​ຖະ​ໜາ​ຢ່າງ​ຍິ່ງ​ທີ່​ຈະ​ຮັກ​ພຣະ​ອົງ​ຫລາຍ​ຂຶ້ນ​ໃນ​ແຕ່​ລະ​ວັນ.

ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ພຣະ​ເຢ​ຊູ​ຄຣິດ​ຊົງ​ພຣະ​ຊົນ​ຢູ່. ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ພວກ​ພຣະ​ອົງ​ຮັກ​ເຮົາ. ພຣະ​ຄຳ​ພີ​ສິດ​ສອນ​ວ່າ “ເພາະ​ວ່າ ພຣະ​ເຈົ້າ​ຮັກ​ໂລກ​ຫລາຍ​ທີ່​ສຸດ ຈົນ​ໄດ້​ປະ​ທານ​ພຣະ​ບຸດ​ອົງ​ດຽວ​ຂອງ​ພຣະ​ອົງ ເພື່ອ​ທຸກ​ຄົນ​ທີ່​ວາງ​ໃຈ​ເຊື່ອ​ໃນ​ພຣະ​ບຸດ​ນັ້ນ​ຈະ​ບໍ່​ຈິບ​ຫາຍ ແຕ່​ມີ​ຊີ​ວິດ​ອັນ​ຕະ​ຫລອດ​ໄປ​ເປັນ​ນິດ.”7 ພຣະ​ຄຳ​ພີ​ກໍ​ສິດ​ສອນ​ອີກ​ວ່າ ພຣະ​ເຢ​ຊູ “ຮັກ​ໂລກ​ຫລາຍ ຈົນ​ວ່າ​ພຣະ​ອົງ​ໄດ້​ມອບ​ຊີ​ວິດ​ຂອງ​ພຣະ​ອົງ, ເພື່ອ​ວ່າ​ຫລາຍ​ຕໍ່​ຫລາຍ​ຄົນ​ທີ່​ເຊື່ອ​ຈະ​ກາຍ​ເປັນ​ບຸດ [ແລະ ທິ​ດາ] ຂອງ​ພຣະ​ເຈົ້າ.”8

ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຮັກ​ເຮົາ​ຫລາຍ​ຈົນ​ວ່າ​ພຣະ​ອົງ​ໄດ້​ຈັດ​ຕຽມ​ແຜນ​ແຫ່ງ​ຄວາມ​ລອດ​ຂອງ​ພຣະ​ອົງ ໂດຍ​ມີ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ເປັນ​ຈຸດ​ສູນ​ກາງ. ແລະ ພຣະ​ເຢ​ຊູ​ກໍ​ຮັກ​ເຮົາ​ຫລາຍ​ຈົນ​ວ່າ ຢູ່​ໃນ​ສະ​ພາ​ສະ​ຫວັນ, ເມື່ອ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຖາມ​ວ່າ “ເຮົາ​ຈະ​ສົ່ງ​ຜູ້​ໃດ​ໄປ?” ພຣະ​ເຢ​ຊູ, ຜູ້​ເປັນ​ພຣະ​ບຸດ​ຫົວ​ປີ​ຂອງ​ລູກໆ​ທາງ​ວິນ​ຍານ​ທັງ​ໝົດ​ຂອງ​ພຣະ​ບິ​ດາ, ໄດ້​ຕອບ​ວ່າ, “ຂ້າ​ພຣະ​ອົງ​ຢູ່​ນີ້​ເດ, ຂໍ​ຈົ່ງ​ສົ່ງ​ຂ້າ​ພຣະ​ອົງ​ໄປ​ເຖີດ.”9 ພຣະ​ອົງ​ໄດ້​ກ່າວ​ຕໍ່​ພຣະ​ບິ​ດາ​ວ່າ, “ພຣະ​ບິ​ດາ​ເອີຍ, ຂໍ​ໃຫ້​ເປັນ​ໄປ​ຕາມ​ພຣະ​ປະ​ສົງ​ຂອງ​ພຣະ​ອົງ​ເທີ້ນ, ແລະ ຂໍ​ໃຫ້​ລັດ​ສະ​ໝີ​ພາບ​ເປັນ​ຂອງ​ພຣະ​ອົງ​ຕະ​ຫລອດ​ການ.”10 ພຣະ​ເຢ​ຊູ​ໄດ້​ອາ​ສາ​ສະ​ໝັກ​ເປັນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ພຣະ​ຜູ້​ໄຖ່​ຂອງ​ເຮົາ ເພື່ອ​ວ່າ​ເຮົາ​ຈະ​ສາ​ມາດ​ກາຍ​ເປັນ​ເໝືອນ​ດັ່ງ​ພວກ​ພຣະ​ອົງ ແລະ ກັບ​ຄືນ​ໄປ​ສູ່​ທີ່​ປະ​ທັບ​ຂອງ​ພວກ​ພຣະ​ອົງ.

ພຣະ​ຄຳ​ພີ​ທັງ​ສອງ​ຂໍ້​ນີ້​ສິດ​ສອນ​ວ່າ ກ່ອນ​ຈະ​ກັບ​ຄືນ​ໄປ​ສູ່​ທີ່​ປະ​ທັບ​ຂອງ​ພວກ​ພຣະ​ອົງ​ໄດ້​ນັ້ນ ເຮົາ​ຕ້ອງ ເຊື່ອ. ເຮົາ​ຕ້ອງ​ເຊື່ອ​ໃນ​ພຣະ​ເຢ​ຊູ ແລະ ໃນ​ແຜນ​ແຫ່ງ​ຄວາມ​ສຸກ​ຂອງ​ພຣະ​ເຈົ້າ. ທີ່​ຈະ ເຊື່ອ ແມ່ນ​ທີ່​ຈະ​ຮັກ ແລະ ຕິດ​ຕາມ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ຮັກ​ສາ​ພຣະ​ບັນ​ຍັດ, ແມ່ນ​ແຕ່​ໃນ​ທ່າມ​ກາງ​ການ​ທົດ​ລອງ ແລະ ການ​ຜິດ​ຖຽງ​ກັນ.

ໂລກ​ທຸກ​ວັນ​ນີ້​ບໍ່​ສະ​ຫງົບ. ມັນ​ມີ​ທັງ​ຄວາມ​ຜິດ​ຫວັງ, ຄວາມ​ຂັດ​ແຍ້ງ, ຄວາມ​ທຸກ​ໃຈ, ແລະ ສິ່ງ​ລົບ​ກວນ​ຕ່າງໆ​ນາໆ.

ປະ​ທານ​ດາ​ລິນ ເອັຈ ໂອກສ໌, ໃນ​ການ​ກ່າວ​ປາ​ໄສ ໃນ​ປີ 2017, ໃຫ້​ຂໍ້​ສັງ​ເກດ​ວ່າ: “ນີ້​ເປັນ​ຊ່ວງ​ເວ​ລາ​ທີ່​ທ້າ​ທາຍ, ເຕັມ​ໄປ​ດ້ວຍ​ຄວາມ​ກັງ​ວົນ​ຫລາຍ: ສົງ​ຄາມ ແລະ ຂ່າວ​ລື​ເລື່ອງ​ສົງ​ຄາມ, ໂຣກ​ລະ​ບາດ​ທີ່​ອາດ​ເກີດ​ຂຶ້ນ​ໄດ້, ຄວາມ​ແຫ້ງ​ແລ້ງ, ນ້ຳ​ຖ້ວມ, ແລະ ພາ​ວະ​ໂລກ​ຮ້ອນ.”11

ເຮົາ​ບໍ່​ສາ​ມາດ​ສູນ​ເສຍ​ຄວາມ​ຮັກ​ຂອງ​ເຮົາ​ຕໍ່​ພຣະ​ເຢ​ຊູ ແລະ ສູນ​ເສຍ​ຄວາມ​ຫວັງ​ໃນ​ພຣະ​ອົງ, ເຖິງ​ແມ່ນ​ເຮົາ​ກຳ​ລັງ​ປະ​ເຊີນ​ກັບ​ການ​ທ້າ​ທາຍ​ທີ່​ເບິ່ງ​ຄື​ວ່າ​ມີ​ຢູ່​ຢ່າງ​ຫລວງ​ຫລາຍ​ກໍ​ຕາມ. ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ພຣະ​ເຢ​ຊູ​ຈະ​ບໍ່​ມີ​ວັນ​ລືມ​ໄລ​ເຮົາ. ພວກ​ພຣະ​ອົງ​ຮັກ​ເຮົາ.

ເດືອນ​ຕຸ​ລາ​ປີ​ແລ້ວ​ນີ້, ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ ໄດ້​ສິດ​ສອນ​ເຮົາ​ເຖິງ​ຄວາມ​ສຳ​ຄັນ​ຂອງ​ການ​ໃຫ້​ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ພຣະ​ເຢ​ຊູ​ຄຣິດ​ມາ​ກ່ອນ ໃນ​ຊີ​ວິດ​ຂອງ​ເຮົາ. ປະ​ທານ​ແນວ​ສັນ​ໄດ້​ສິດ​ສອນ​ວ່າ ຄວາມ​ໝາຍ​ໜຶ່ງ​ຂອງ​ຄຳ​ວ່າ ອິດ​ສະ​ຣາ​ເອນ ແມ່ນ “ຂໍ​ໃຫ້​ພຣະ​ເຈົ້າ​ໄຊ​ຊະ​ນະ.”12

ເພິ່ນ​ໄດ້​ຖາມ​ເຮົາ​ແຕ່​ລະ​ຄົນ ໃນ​ຄຳ​ຖາມ​ດັ່ງ​ຕໍ່​ໄປ​ນີ້: “ທ່ານ ເຕັມ​ໃຈ​ທີ່​ຈະ​ໃຫ້​ພຣະ​ເຈົ້າ​ໄຊ​ຊະ​ນະ​ໃນ​ຊີ​ວິດ​ຂອງ​ທ່ານ​ບໍ່? ທ່ານ ເຕັມ​ໃຈ​ທີ່​ຈະ​ໃຫ້​ພຣະ​ເຈົ້າ​ເປັນ​ອິດ​ທິ​ພົນ​ທີ່​ສຳ​ຄັນ​ທີ່​ສຸດ​ໃນ​ຊີ​ວິດ​ຂອງ​ທ່ານ​ບໍ່? ທ່ານ​ຈະ​ອະ​ນຸ​ຍາດ​ໃຫ້​ພຣະ​ຄຳ​ຂອງ​ພຣະ​ອົງ, ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ, ແລະ ພັນ​ທະ​ສັນ​ຍາ​ຂອງ​ພຣະ​ອົງ​ມີ​ອິດ​ທິ​ພົນ​ໃນ​ສິ່ງ​ທີ່​ທ່ານ​ເຮັດ​ແຕ່​ລະ​ວັນ​ບໍ່? ທ່ານ​ຈະ​ອະ​ນຸ​ຍາດ​ໃຫ້​ສຸ​ລະ​ສຽງ​ຂອງ​ພຣະ​ອົງ​ມີ​ຄວາມ​ສຳ​ຄັນ​ກວ່າ​ສິ່ງ​ອື່ນໆ​ບໍ່? ທ່ານ ເຕັມ​ໃຈ ທີ່​ຈະ​ເຮັດ​ສິ່ງ​ໃດ​ກໍ​ຕາມ​ທີ່​ພຣະ​ອົງ​ປະ​ສົງ​ໃຫ້​ທ່ານ​ເຮັດ ມີ​ຄວາມ​ສຳ​ຄັນ​ກວ່າ​ຄວາມ​ທະ​ເຍີ​ທະ​ຍານ​ທຸກ​ຢ່າງ​ຂອງ​ທ່ານ​ບໍ່? ທ່ານ ເຕັມ​ໃຈ ທີ່​ຈະ​ໃຫ້​ຄວາມ​ປະ​ສົງ​ຂອງ​ທ່ານ​ຖືກ​ກືນ​ລົງ​ໄປ​ໃນ​ພຣະ​ປະ​ສົງ​ຂອງ​ພຣະ​ອົງ​ບໍ່?”13

ເຮົາ​ຕ້ອງ​ຈື່​ຈຳ​ສະ​ເໝີ​ວ່າ ຄວາມ​ສຸກ​ທີ່​ແທ້​ຈິງ​ຂອງ​ເຮົາ​ແມ່ນ​ຂຶ້ນ​ຢູ່​ກັບ​ຄວາມ​ສຳ​ພັນ​ຂອງ​ເຮົາ​ກັບ​ພຣະ​ເຈົ້າ, ກັບ​ພຣະ​ເຢ​ຊູ​ຄຣິດ, ແລະ ກັບ​ກັນ​ແລະ​ກັນ.

ວິ​ທີ​ໜຶ່ງ​ທີ່​ຈະ​ສະ​ແດງ​ຄວາມ​ຮັກ​ຂອງ​ເຮົາ ແມ່ນ​ໂດຍ​ການ​ຮ່ວມ​ກັບ​ຄອບ​ຄົວ, ໝູ່​ເພື່ອນ, ແລະ ເພື່ອນ​ບ້ານ​ຂອງ​ເຮົາ ໃນ​ການ​ເຮັດ​ບາງ​ສິ່ງ​ທີ່​ເລັກໆ​ນ້ອຍໆ​ນຳ​ກັນ ເພື່ອ​ຮັບ​ໃຊ້​ກັນ​ແລະ​ກັນ​ໃຫ້​ດີ​ຫລາຍ​ຂຶ້ນ. ເຮັດ​ໃນ​ສິ່ງ​ທີ່​ເຮັດ​ໃຫ້​ໂລກ​ນີ້​ດີ​ຂຶ້ນ​ກວ່າ​ເກົ່າ.

ມີ​ສິ່ງ​ໃດ​ແດ່​ທີ່​ທ່ານ​ສາ​ມາດ​ເຮັດ​ໃນ​ຊີ​ວິດ​ຂອງ​ທ່ານ ເພື່ອ​ສະ​ແດງ​ວ່າ ທ່ານ​ຮັກ​ພຣະ​ຜູ້​ເປັນ​ເຈົ້າ​ກ່ອນ?

ເມື່ອ​ເຮົາ​ເອົາ​ໃຈ​ໃສ່​ຕໍ່​ການ​ມີ​ຄວາມ​ຮັກ​ຕໍ່​ເພື່ອນ​ບ້ານ​ຂອງ​ເຮົາ ດັ່ງ​ທີ່​ພຣະ​ອົງ​ຮັກ​ເຂົາ​ເຈົ້າ, ແລ້ວ​ເຮົາ​ຈະ​ເລີ່ມ​ຮັກ​ຜູ້​ທີ່​ຢູ່​ອ້ອມ​ຂ້າງ​ເຮົາ​ຢ່າງ​ແທ້​ຈິງ.14

ຂ້າ​ພະ​ເຈົ້າ​ຂໍ​ຖາມ​ອີກ​ຄັ້ງ, ທ່ານ​ຈະ​ຕອບ​ແນວ​ໃດ​ກັບ​ຄຳ​ຖາມ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ທີ່​ວ່າ “ເຈົ້າ​ຮັກ​ເຮົາ​ຫລາຍ​ກວ່າ​ສິ່ງ​ເຫລົ່າ​ນີ້​ບໍ?”

ຂະ​ນະ​ທີ່​ທ່ານ​ໄຕ່​ຕອງ​ຄຳ​ຖາມ​ນີ້​ດັ່ງ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ເຮັດ, ຂ້າ​ພະ​ເຈົ້າ​ອະ​ທິ​ຖານ​ວ່າ ທ່ານ​ຈະ​ຕອບ​ຄື​ກັນ​ກັບ​ເປ​ໂຕ​ໄດ້​ຕອບ ເມື່ອ​ດົນ​ນານ​ມາ​ແລ້ວ​ວ່າ, “ໂດຍ, ພຣະ​ອົງ​ເຈົ້າ​ເອີຍ; ພຣະ​ອົງ​ຮູ້​ຈັກ​ວ່າ​ຂ້າ​ນ້ອຍ​ຮັກ​ພຣະ​ອົງ”15 ແລະ ແລ້ວ​ໃຫ້​ສະ​ແດງ​ອອກ​ໂດຍ​ການ​ຮັກ ແລະ ການ​ຮັບ​ໃຊ້​ທຸກ​ຄົນ​ທີ່​ຢູ່​ອ້ອມ​ຂ້າງ​ທ່ານ.

ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ເຮົາ​ໄດ້​ຮັບ​ພອນ​ທີ່​ມີ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ​ນຳ​ພາ​ເຮົາ ໃນ​ວິ​ທີ​ທີ່​ເຮົາ​ດຳ​ລົງ​ຊີ​ວິດ ແລະ ປະ​ຕິ​ບັດ​ຕໍ່​ຄົນ​ອື່ນ. ໃນ​ພຣະ​ອົງ, ເຮົາ​ຄົ້ນ​ພົບ​ວ່າ ທິ​ດາ ແລະ ບຸດ​ທຸກ​ຄົນ​ຂອງ​ພຣະ​ເຈົ້າ​ມີ​ຄ່າ​ຕໍ່​ພຣະ​ອົງ​ຫລາຍ.

ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ພຣະ​ເຢ​ຊູ​ເປັນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ທີ່​ຊົງ​ຮັກ​ຂອງ​ເຮົາ. ພຣະ​ອົງ​ເປັນ​ພຣະ​ບຸດ​ອົງ​ດຽວ​ທີ່​ຖື​ກຳ​ເນີດ​ຂອງ​ພຣະ​ເຈົ້າ. ແລະ ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ເຖິງ​ສິ່ງ​ນີ້​ດ້ວຍ​ຄວາມ​ຖ່ອມ​ຕົວ ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາ​ແມນ.