ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ຂ້າ​ພະ​ເຈົ້າ​ອະ​ທິ​ຖານ​ວ່າ ພຣະ​ອົງ​ຈະ​ໃຊ້​ເຮົາ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ຕຸ​ລາ 2021


ຂ້າ​ພະ​ເຈົ້າ​ອະ​ທິ​ຖານ​ວ່າ ພຣະ​ອົງ​ຈະ​ໃຊ້​ເຮົາ

ຄວາມ​ພະ​ຍາ​ຍາມ​ເລັກໆ​ນ້ອຍໆ​ລວມ​ກັນ​ເຮັດ​ໃຫ້​ເກີດ​ຜົນ​ອັນ​ໃຫຍ່​ໂຕ​ໄດ້, ໂດຍ​ຂະ​ຫຍາຍ​ຫລາຍ​ສິ່ງ​ທີ່​ເຮົາ​ເຮັດ ໃນ​ຖາ​ນະ​ສາ​ນຸ​ສິດ​ຂອງ​ພຣະ​ເຢ​ຊູ​ຄຣິດ.

ເຂົ້າ​ໜົມ​ທີ່​ເຮັດ​ດ້ວຍ​ແຜ່ນ​ແປ້ງ​ບາງໆ​ນີ້ ມີ​ໃສ້​ແກ່ນ​ໝາກ​ພິ​ສະ​ຕາ​ຈິ​ໂອ ແມ່ນ​ສຳ​ລັບ​ການ​ສະ​ແດງ​ຄວາມ​ຂອບ​ໃຈ. ຄອບ​ຄົວ ຄາ​ດາ​ໂດ ເປັນ​ຜູ້​ເຮັດ​ເຂົ້າ​ໜົມ​ເຫລົ່າ​ນັ້ນ, ຊຶ່ງ​ເຂົາ​ເຈົ້າ​ມີ​ຮ້ານ​ເຂົ້າ​ໜົມ​ສາມ​ສາ​ຂາ ຢູ່​ເມືອງ​ດາ​ມັສ​ກັດ, ປະ​ເທດ​ຊີ​ເຣຍ. ເມື່ອ​ສົງ​ຄາມ​ເກີດ​ຂຶ້ນ, ຫົນ​ທາງ​ກໍ​ປິດ ຊຶ່ງ​ກະ​ທົບ​ກະ​ເທືອນ​ກັບ​ການ​ຂົນ​ສົ່ງ​ສະ​ບຽງ​ອາ​ຫານ ແລະ ອຸ​ປະ​ກອນ​ຕ່າງໆ ໄປ​ໃຫ້​ຕົວ​ເມືອງ. ຄອບ​ຄົວ ຄາ​ດາ​ໂດ ເລີ່ມ​ອົດ​ຢາກ. ໃນ​ສະ​ພາບ​ທີ່​ສິ້ນ​ຫວັງ​ທີ່​ສຸດ​ນີ້, ອົງ​ການ​ກຸ​ສົນ​ໄພ່​ພົນ​ຍຸກ​ສຸດ​ທ້າຍ ແລະ ພະ​ນັກ​ງານ​ທີ່​ກ້າ​ຫານ​ຢູ່​ທີ່​ສູນ​ຣາ​ມາ​ທົ່ວ​ໂລກ ໄດ້​ເລີ່ມ​ຕົ້ນ​ເສີບ​ອາ​ຫານ​ຮ້ອນ​ທຸກ​ວັນ, ພ້ອມ​ທັງ​ນ້ຳ​ນົມ​ສຳ​ລັບ​ເດັກ​ນ້ອຍ. ຫລັງ​ຈາກ​ຊ່ວງ​ໄລ​ຍະ​ຫຍຸ້ງ​ຍາກ​ຜ່ານ​ໄປ, ຄອບ​ຄົວ​ນີ້​ກໍ​ເລີ່ມ​ຕົ້ນ​ຊີ​ວິດ​ຂອງ​ເຂົາ​ເຈົ້າ—ຮ້ານ​ເຂົ້າ​ໜົມ​ກໍ​ເຊັ່ນ​ກັນ—ອີກ​ຄັ້ງ​ໃນ​ປະ​ເທດ​ໃໝ່.

ເມື່ອ​ບໍ່​ດົນ​ມາ​ນີ້, ເຂົ້າ​ໜົມ​ກ່ອງ​ໜຶ່ງ​ໄດ້​ຖືກ​ສົ່ງ​ມາ​ໃຫ້​ຫ້ອງ​ການ​ຂອງ​ສາດ​ສະ​ໜາ​ຈັກ ພ້ອມ​ດ້ວຍ​ຂໍ້​ຄວາມ​ດັ່ງ​ຕໍ່​ໄປ​ນີ້: “ເປັນ​ເວ​ລາ​ຫລາຍ​ກວ່າ​ສອງ​ເດືອນ, ພວກ​ເຮົາ​ໄດ້​ເພິ່ງ​ອາ​ໄສ​ກິນ​ອາ​ຫານ​ຈາກ​ເຮືອນ​ຄົວ [ການ​ກຸ​ສົນ] ຣາ​ມາ–ໄພ່​ພົນ​ຍຸກ​ສຸດ​ທ້າຍ. ຖ້າ​ປາດ​ສະ​ຈາກ​ຄວາມ​ຊ່ວຍ​ເຫລືອ​ນັ້ນ ພວກ​ເຮົາ​ຄົງ​ອົດ​ຫິວ​ຕາຍ​ເສຍ​ແລ້ວ. ຂໍ​ຈົ່ງ​ຮັບ … ເຂົ້າ​ໜົມ​ໃຫ້​ຊີມ​ຈາກ​ຮ້ານ​ຂອງ​ຂ້າ​ພະ​ເຈົ້າ ເພື່ອ​ເປັນ​ການ​ສະ​ແດງ​ຄວາມ​ຂອບ​ໃຈ. ຂ້າ​ພະ​ເຈົ້າ​ຂໍ​ໃຫ້​ພຣະ​ເຈົ້າ​ຜູ້​ຊົງ​ລິດ​ອຳ​ນາດ​ຍິ່ງ​ໃຫຍ່​ຈົ່ງ​ອວຍ​ພອນ​ພວກ​ທ່ານ … ໃນ​ທຸກ​ສິ່ງ​ທີ່​ພວກ​ທ່ານ​​ເຮັດ​ດ້ວຍ​ເທີ້ນ.”1

ເຂົ້າ​ໜົມ​ແຫ່ງ​ຄວາມ​ກະ​ຕັນ​ຍູ ແລະ ຄວາມ​ຊົງ​ຈຳ ມັນ​ແມ່ນ​ສຳ​ລັບ​ທ່ານ. ສຳ​ລັບ​ທຸກ​ຄົນ​ຜູ້​ທີ່​ໄດ້​ອະ​ທິ​ຖານ​ຫລັງ​ຈາກ​ໄດ້​ເບິ່ງ​ເລື່ອງ​ລາວ​ຢູ່​ໃນ​ຂ່າວ, ສຳ​ລັບ​ທຸກ​ຄົນ​ຜູ້​ໄດ້​ອາ​ສາ​ສະ​ໝັກ ໃນ​ເວ​ລາ​ທີ່​ບໍ່​ສະ​ດວກ ຫລື ຜູ້​ທີ່​ໄດ້​ບໍ​ລິ​ຈາກ​ເງິນ​ດ້ວຍ​ຄວາມ​ເມດ​ຕາ ໃຫ້​ແກ່​ກອງ​ທຶນ​ຊ່ວຍ​ເຫລືອ​ມະ​ນຸດ​ສະ​ທຳ; ໂດຍ​ໄວ້​ວາງ​ໃຈ​ວ່າ ມັນ​ຈະ​ຖືກ​ໃຊ້​ໃຫ້​ເປັນ​ປະ​ໂຫຍດ, ຂອບ​ໃຈ​ຫລາຍໆ​ເດີ.

ໜ້າ​ທີ່​ຮັບ​ຜິດ​ຊອບ​ແຫ່ງ​ສະ​ຫວັນ​ເພື່ອ​ດູ​ແລ​ຄົນ​ຍາກ​ຈົນ

ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ຢູ່​ພາຍ​ໃຕ້​ການ​ມອບ​ໝາຍ​ອັນ​ສູງ​ສົ່ງ​ໃຫ້​ດູ​ແລ​ຄົນ​ຍາກ​ຈົນ.2 ມັນ​ເປັນ​ພາກ​ສ່ວນ​ຈຳ​ເປັນ​ໃນ​ວຽກ​ງານ​ແຫ່ງ​ຄວາມ​ລອດ ແລະ ຄວາມ​ສູງ​ສົ່ງ.3 ສິ່ງ​ທີ່​ເປັນ​ຄວາມ​ຈິງ​ໃນ​ວັນ​ເວ​ລາ​ຂອງ​ແອວ​ມາ ກໍ​ເປັນ​ຄວາມ​ຈິງ​ໃນ​ວັນ​ເວ​ລາ​ຂອງ​ເຮົາ​ຄື​ກັນ ທີ່​ວ່າ: “ແລະ ໃນ​ສະ​ພາບ​ອັນ​ຈະ​ເລີນ​ຮຸ່ງ​ເຮືອງ​ຂອງ​ພວກ​ເຂົາ​ແບບ​ນີ້, ພວກ​ເຂົາ​ບໍ່​ໄດ້​ປະ​ໃຫ້​ຜູ້​ໃດ​ເປືອຍ​ເປົ່າ, ຫລື ຫິວ​ໂຫຍ, ຫລື ກະ​ຫາຍ​ນ້ຳ, ຫລື ເຈັບ​ປວດ, ຫລື ຂາດ​ການ​ບຳ​ລຸງ​ລ້ຽງ; ແລະ ພວກ​ເຂົາ​ບໍ່​ໄດ້​ໝົກ​ໝຸ້ນ​ຢູ່​ກັບ​ຂອງ​ມີ​ຄ່າ; ສະ​ນັ້ນ ພວກ​ເຂົາ​ຈຶ່ງ​ແຈກ​ຢາຍ​ໃຫ້​ແກ່​ທຸກ​ຄົນ​ທັງ​ຜູ້​ເຖົ້າ ແລະ ຜູ້​ໜຸ່ມ, ທັງ​ຂ້າ​ທາດ ແລະ ຜູ້​ເປັນ​ອິດ​ສະ​ລະ, ທັງ​ຊາຍ ແລະ ຍິງ, ບໍ່​ວ່າ​ຈະ​ຢູ່​ນອກ​ສາດ​ສະ​ໜາ​ຈັກ, ຫລື ຢູ່​ໃນ​ສາດ​ສະ​ໜາ​ຈັກ​ກໍ​ຕາມ ໂດຍ​ບໍ່​ໄດ້​ເຫັນ​ແກ່​ຜູ້​ໃດ​ຜູ້​ໜຶ່ງ​ເມື່ອ​ຄົນ​ເຫລົ່າ​ນັ້ນ​ຢູ່​ໃນ​ຄວາມ​ຕ້ອງ​ການ.”4

ສາດ​ສະ​ໜາ​ຈັກ​ຕອບ​ສະ​ໜອງ​ການ​ມອບ​ໝາຍ​ນີ້​ໃນ​ຫລາຍ​ວິ​ທີ​ທາງ​ທີ່​ແຕກ​ຕ່າງ​ກັນ, ລວມ​ທັງ:

  • ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ທີ່​ເຮົາ​ເຮັດ​ຜ່ານ​ທາງ​ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ, ກຸ່ມ​ຖາ​ນະ​ປະ​ໂລ​ຫິດ, ແລະ ຫ້ອງ​ຮຽນ​ຕ່າງໆ.

  • ການ​ຖື​ສິນ​ອົດ​ເຂົ້າ ແລະ ການ​ໃຊ້​ເງິນ​ບໍ​ລິ​ຈາກ​ຖື​ສິນ​ອົດ​ເຂົ້າ;

  • ໄຮ່​ນາ​ຮົ້ວ​ສວນ​ສະ​ຫວັດ​ດີ​ການ ແລະ ໂຮງ​ງານ​ອາ​ຫານ​ກະ​ປ໋ອງ;

  • ສູນ​ຕ້ອນ​ຮັບ​ຊາວ​ອົບ​ພະ​ຍົບ;

  • ໂຄງ​ການ​ເອື້ອມ​ອອກ​ໄປ​ຫາ​ຜູ້​ຢູ່​ໃນ​ຄຸກ;

  • ອົງ​ການ​ສາດ​ສະ​ໜາ​ຈັກ​ຊ່ວຍ​ເຫລືອ​ມະ​ນຸດ​ສະ​ທຳ;

  • ແລະ ແອັບ JustServe, ໃນ​ບ່ອນ​ທີ່​ມີ​ໃຫ້​ບໍ​ລິ​ການ, ຊຶ່ງ​ຈັດ​ຜູ້​ອາ​ສາ​ສະ​ໝັກ​ໃສ່​ກັບ​ໂອ​ກາດ​ຮັບ​ໃຊ້.

ທັງ​ໝົດ​ນີ້​ເປັນ​ແນວ​ທາງ, ຊຶ່ງ​ຈັດ​ລະ​ບຽບ​ຜ່ານ​ທາງ​ຖາ​ນະ​ປະ​ໂລ​ຫິດ, ບ່ອນ​ທີ່​ຄວາມ​ພະ​ຍາ​ຍາມ​ເລັກໆ​ນ້ອຍໆ​ລວມ​ກັນ​ເຮັດ​ໃຫ້​ເກີດ​ຜົນ​ອັນ​ໃຫຍ່​ໂຕ​ໄດ້, ໂດຍ​ຂະ​ຫຍາຍ​ຫລາຍ​ສິ່ງ​ທີ່​ເຮົາ​ເຮັດ ໃນ​ຖາ​ນະ​ສາ​ນຸ​ສິດ​ຂອງ​ພຣະ​ເຢ​ຊູ​ຄຣິດ.

ສາດ​ສະ​ດາ​ມີ​ຄວາມ​ພິ​ທັກ​ຮັກ​ສາ​ຕໍ່​ທັງ​ທົ່ວ​ໂລກ

ສາດ​ສະ​ດາ​ມີ​ໜ້າ​ທີ່​ດູ​ແລ​ທັງ​ທົ່ວ​ໂລກ, ບໍ່​ແມ່ນ​ພຽງ​ແຕ່​ດູ​ແລ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ເທົ່າ​ນັ້ນ. ຂ້າ​ພະ​ເຈົ້າ​ສາ​ມາດ​ລາຍ​ງານ​ໄດ້​ຈາກ​ປະ​ສົບ​ການ​ສ່ວນ​ຕົວ​ຂອງ​ຂ້າ​ພະ​ເຈົ້າ​ວ່າ ຝ່າຍ​ປະ​ທານ​ສູງ​ສຸດ​ຮັບ​ເອົາ​ການ​ມອບ​ໝາຍ​ນັ້ນ​ເປັນ​ສ່ວນ​ຕົວ ແລະ ດ້ວຍ​ການ​ອຸ​ທິດ​ຕົນ​ແນວ​ໃດ. ຂະ​ນະ​ທີ່​ມີ​ຄວາມ​ຕ້ອງ​ການ​ຫລາຍ​ຂຶ້ນ, ຝ່າຍ​ປະ​ທານ​ສູງ​ສຸດ​ໄດ້​ມອບ​ໝາຍ​ໃຫ້​ເຮົາ​ເພີ່ມ​ຄວາມ​ຊ່ວຍ​ເຫລືອ​ມະ​ນຸດ​ສະ​ທຳ​ໃຫ້​ຫລາຍ​ຕື່ມ​ອີກ ໃນ​ວິ​ທີ​ທາງ​ທີ່​ສຳ​ຄັນ. ພວກ​ເພິ່ນ​ສົນ​ໃຈ​ກັບ​ສິ່ງ​ທີ່​ຜູ້​ຄົນ​ນິ​ຍົມ​ຊົມ​ຊອບ​ກັນ​ຫລາຍ​ທີ່​ສຸດ ແລະ ລາຍ​ລະ​ອຽດ​ທີ່​ນ້ອຍ​ທີ່​ສຸດ.

ເມື່ອ​ບໍ່​ດົນ​ມາ​ນີ້, ພວກ​ເຮົາ​ໄດ້​ເອົາ​ຊຸດ​ນຸ່ງ​ປ້ອງ​ກັນ​ພະ​ຍາດ​ທີ່​ໂຮງ​ຫຍິບ​ເຄື່ອງ ບີ​ໄຮວ໌ ໄດ້​ຫຍິບ​ສຳ​ລັບ​ໂຮງ​ໝໍ​ເພື່ອ​ໃຊ້​ໃນ​ຊ່ວງ​ໄລ​ຍະ​ການ​ແຜ່​ລະ​ບາດ ໄປ​ໃຫ້​ພວກ​ເພິ່ນ​ເບິ່ງ. ໃນ​ຖາ​ນະ​ທີ່​ເປັນ​ໝໍ​ຄົນ​ໜຶ່ງ, ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ ກໍ​ມີ​ຄວາມ​ສົນ​ໃຈ​ຫລາຍ. ເພິ່ນ​ບໍ່​ພຽງ​ແຕ່​ຢາກ​ເບິ່ງ​ມັນ​ເທົ່າ​ນັ້ນ. ເພິ່ນ​ຢາກ​ໃສ່​ມັນ​ລອງ​ເບິ່ງ—ກວດ​ເບິ່ງ​ແຂນ​ເສື້ອ ແລະ ຄວາມ​ຍາວ ແລະ ມັດ​ຈັ່ງ​ໃດ​ຢູ່​ຂ້າງ​ຫລັງ. ຈາກ​ນັ້ນ​ເພິ່ນ​ໄດ້​ບອກ​ພວກ​ເຮົາ, ດ້ວຍ​ຄວາມ​ຮູ້​ສຶກ​ໃນ​ນ້ຳ​ສຽງ​ຂອງ​ເພິ່ນ​ວ່າ, “ເມື່ອ​ພວກ​ທ່ານ​ໄປ​ພົບ​ກັບ​ຜູ້​ຄົນ​ໃນ​ໜ້າ​ທີ່​ມອບ​ໝາຍ​ຂອງ​ພວກ​ທ່ານ, ໃຫ້​ຂອບ​ໃຈ​ເຂົາ​ເຈົ້າ​ແດ່​ເດີ​ສຳ​ລັບ​ການ​ຖື​ສິນ​ອົດ​ເຂົ້າ, ການ​ບໍ​ລິ​ຈາກ, ແລະ ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ​ເຂົາ​ເຈົ້າ​ໃນ​ພຣະ​ນາມ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.”

ການ​ລາຍ​ງານ​ເລື່ອງ​ການ​ຊ່ວຍ​ເຫລືອ​ມະ​ນຸດ​ສະ​ທຳ

ຕາມ​ການ​ຊີ້​ນຳ​ຂອງ​ປະ​ທານ​ແນວ​ສັນ, ຂ້າ​ພະ​ເຈົ້າ​ຈະ​ລາຍ​ງານ​ຕໍ່​ທ່ານ​ກ່ຽວ​ກັບ​ວິ​ທີ​ທີ່​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ​ໄດ້​ຕອບ​ຮັບ​ເຮີ​ຣິ​ເຄນ, ແຜ່ນ​ດິນ​ໄຫວ, ແລະ ສະ​ໜອງ​ຄວາມ​ຕ້ອງ​ການ​ຂອງ​ຊາວ​ອົບ​ພະ​ຍົບ​ແນວ​ໃດ—ແລະ ແມ່ນ​ແຕ່​ການ​ລະ​ບາດ​ຂອງ​ພະ​ຍາດ—ຂອບ​ໃຈ​ຫລາຍໆ​ສຳ​ລັບ​ຄວາມ​ເມດ​ຕາ​ຂອງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ ແລະ ໝູ່​ເພື່ອນ​ຫລາຍໆ​ຄົນ. ຂະ​ນະ​ທີ່​ຫລາຍ​ກວ່າ 1,500 ໂຄງ​ການ ທີ່​ກ່ຽວ​ພັນ​ກັບ​ພະ​ຍາດ​ໂຄວິດ-19 ເປັນ​ຈຸດ​ສຸມ​ທີ່​ໃຫຍ່​ສຸດ​ຂອງ​ໂຄງ​ການ​ຊ່ວຍ​ເຫລືອ​ຂອງ​ສາດ​ສະ​ໜາ​ຈັກ ເປັນ​ເວ​ລາ​ຫລາຍ​ກວ່າ 18 ເດືອນ​ຜ່ານ​ມາ​ນີ້, ສາດ​ສະ​ໜາ​ຈັກ​ກໍ​ຍັງ​ໄດ້​ຕອບ​ຮັບ​ໄພ​ທຳ​ມະ​ຊາດ 933 ເທື່ອ ແລະ ວິ​ກິດ​ເລື່ອງ​ຊາວ​ອົບ​ພະ​ຍົບ​ໃນ 108 ປະ​ເທດ​ນຳ​ອີກ. ແຕ່​ສະ​ຖິ​ຕິ​ບໍ່​ບອກ​ລາຍ​ລະ​ອຽດ​ທັງ​ໝົດ. ຂ້າ​ພະ​ເຈົ້າ​ຂໍ​ແບ່ງ​ປັນ​ສີ່​ຕົວ​ຢ່າງ​ສັ້ນໆ ເພື່ອ​ສະ​ແດງ​ໃຫ້​ຮູ້​ຈັກ​ໜ້ອຍ​ໜຶ່ງ​ເຖິງ​ສິ່ງ​ທີ່​ປະ​ຕິ​ບັດ​ກັນ​ຢູ່.

ໂຄງ​ການ​ບັນ​ເທົາ​ທຸກ​ໂຄ​ວິດ​ຊາວ​ອາ​ຟຣິ​ກາ​ໃຕ້

ນາງ​ດິ​ກາ ເອັມ​ພູ​ຕີ ອາ​ຍຸ​ສິບ​ຫົກ​ປີ ຈາກ​ເມືອງ​ແວວ​ກຳ, ປະ​ເທດ​ອາ​ຟຣິ​ກາ​ໃຕ້, ໄດ້​ສູນ​ເສຍ​ພໍ່​ແມ່​ຂອງ​ນາງ​ໄດ້​ຫລາຍ​ປີ​ແລ້ວ, ຊຶ່ງ​ນາງ​ຕ້ອງ​ດູ​ແລ​ນ້ອງ​ສາມ​ຄົນ ດ້ວຍ​ຕົວ​ນາງ​ເອງ. ການ​ຫາ​ອາ​ຫານ​ໃຫ້​ພຽງ​ພໍ​ກໍ​ເປັນ​ເລື່ອງ​ທີ່​ໜ້າ​ກັງ​ວົນ​ສຳ​ລັບ​ນາງ​ຢູ່​ແລ້ວ, ແຕ່​ການ​ຂາດ​ແຄນ​ອຸ​ປະ​ກອນ​ໃຊ້​ສອຍ​ສຳ​ລັບ​ໂຄ​ວິດ ແລະ ການ​ກັກ​ຕົວ ເຮັດ​ໃຫ້​ເກືອບ​ເປັນ​ໄປ​ບໍ່​ໄດ້. ເຂົາ​ເຈົ້າ​ຫິວ​ໂຫຍ​ຕະ​ຫລອດ, ປະ​ທັງ​ຊີ​ວິດ​ໄປ​ແຕ່​ລະ​ວັນ​ດ້ວຍ​ຄວາມ​ຊ່ວຍ​ເຫລືອ​ຈາກ​ເພື່ອນ​ບ້ານ.

ຮູບ​ພາບ
ດິ​ກາ ເອັມ​ພູ​ຕີ

ໃນ​ມື້​ທີ່​ແຈ່ມ​ໃສ​ຂອງ​ເດືອນ​ສິງ​ຫາ ປີ 2020, ນາງ​ດິ​ກາ​ປະ​ຫລາດ​ໃຈ​ທີ່​ມີ​ຄົນ​ມາ​ເຄາະ​ປະ​ຕູ​ບ້ານ. ນາງ​ໄດ້​ເປີດ​ປະ​ຕູ ແລະ ເຫັນ​ຄົນ​ແປກ​ໜ້າ​ສອງ​ຄົນ—ຄົນ​ໜຶ່ງ​ເປັນ​ຜູ້​ຕາງ​ໜ້າ​ໃຫ້​ສາດ​ສະ​ໜາ​ຈັກ​ຈາກ​ຫ້ອງ​ການ​ເຂດ​ໃນ​ເມືອງ​ໂຈ​ແຮນ​ເນ​ສະ​ເບີກ ແລະ ອີກ​ຄົນ​ໜຶ່ງ​ຈາກ​ຫ້ອງ​ການ​ພັດ​ທະ​ນາ​ສັງ​ຄົມ​ຂອງ​ອາ​ຟຣິ​ກາ​ໃຕ້.

ທັງ​ສອງ​ອົງ​ການ​ໄດ້​ຮ່ວມ​ມື​ກັນ​ນຳ​ເອົາ​ອາ​ຫານ​ມາ​ໃຫ້​ຄອບ​ຄົວ​ທີ່​ຢູ່​ໃນ​ຄວາມ​ສ່ຽງ. ນາງ​ດິ​ກາ​ດີ​ໃຈ​ຫລາຍ ຂະ​ນະ​ທີ່​ຫລຽວ​ເບິ່ງ​ແປ້ງ​ເຂົ້າ​ຈີ່ ແລະ ອາ​ຫານ​ຊະ​ນິດ​ອື່ນໆ​ທີ່​ຈຳ​ເປັນ, ຊຶ່ງ​ຊື້​ດ້ວຍ​ທຶນ​ຊ່ວຍ​ເຫລືອ​ມະ​ນຸດ​ສະ​ທຳ​ຂອງ​ສາດ​ສະ​ໜາ​ຈັກ. ສິ່ງ​ຂອງ​ເຫລົ່າ​ນັ້ນ​ຈະ​ຊ່ວຍ​ຄ້ຳ​ຈູນ​ຊີ​ວິດ​ຂອງ​ຄອບ​ຄົວ​ນາງ​ໄດ້​ຫລາຍ​ອາ​ທິດ ຈົນ​ກວ່າ​ຝ່າຍ​ລັດ​ຖະ​ບານ​ຈະ​ສົ່ງ​ສະ​ບຽງ​ອາ​ຫານ​ມາ​ໃຫ້.

ເລື່ອງ​ລາວ​ຂອງ​ນາງ​ດິ​ກາ ເປັນ​ເລື່ອງ​ໜຶ່ງ​ໃນ​ປະ​ສົບ​ການ​ນັບ​ພັນໆ ທີ່​ເກີດ​ຂຶ້ນ​ທົ່ວ​ໂລກ ໃນ​ຊ່ວງ​ໄລ​ຍະ​ການ​ລະ​ບາດ​ຂອງ​ພະ​ຍາດ​ໂຄ​ວິດ ຕ້ອງ​ຂໍ​ຂອບ​ໃຈ​ຫລາຍໆ​ສຳ​ລັບ​ການ​ອຸ​ທິດ​ບໍ​ລິ​ຈາກ​ຂອງ​ທ່ານ.

ໂຄງ​ການ​ບັນ​ເທົາ​ທຸກ​ຊາວ​ອັບ​ກາ​ນິດ​ສະ​ຖານ​ທີ່​ເມືອງ​ແຣມ​ສະ​ຕາຍ

ເຮົາ​ທຸກ​ຄົນ​ກໍ​ໄດ້​ເຫັນ​ພາບ​ລ່າ​ສຸດ​ໃນ​ຂ່າວ: ອົບ​ພະ​ຍົບ​ຫລາຍ​ພັນ​ຄົນ​ທີ່​ບິນ​ຈາກ​ປະ​ເທດ​ອັບ​ກາ​ນິດ​ສະ​ຖານ. ຫລາຍ​ຄົນ​ໄດ້​ໄປ​ຮອດ​ສະ​ໜາມ​ບິນ ຫລື ສະ​ຖານ​ທີ່​ພັກ​ຊົ່ວ​ຄາວ​ຢູ່​ປະ​ເທດ​ກາ​ຕາ, ສະ​ຫະ​ລັດ, ເຢຍ​ລະ​ມັນ, ແລະ ສະ​ເປນ ກ່ອນ​ຈະ​ເດີນ​ທາງ​ຕໍ່​ໄປ​ຫາ​ຈຸດ​ໝາຍ​ປາຍ​ທາງ​ສຸດ​ທ້າຍ. ເຂົາ​ເຈົ້າ​ຕ້ອງ​ການ​ສິ່ງ​ຂອງ​ຈຳ​ເປັນ, ແລະ ສາດ​ສະ​ໜາ​ຈັກ​ກໍ​ໄດ້​ຕອບ​ສະ​ໜອງ ພ້ອມ​ທັງ​ໜ່ວຍ​ອາ​ສາ​ສະ​ໝັກ. ຢູ່​ທີ່​ຄ້າຍ​ທະ​ຫານ​ອາ​ກາດ ແຣມ​ສະ​ຕາຍ ໃນ​ປະ​ເທດ​ເຢຍ​ລະ​ມັນ, ສາດ​ສະ​ໜາ​ຈັກ​ໄດ້​ບໍ​ລິ​ຈາກ​ໄດ​ເປີ້, ນົມ​ຝຸ່ນ, ອາ​ຫານ, ແລະ ເກີບ.

ຮູບ​ພາບ
ສິ່ງ​ຂອງ​ບໍ​ລິ​ຈາກ​ຊ່ວຍ​ເຫລືອ​ມະ​ນຸດ​ສະ​ທຳ​ສຳ​ລັບ​ຊາວ​ອົບ​ພະ​ຍົບ
ຮູບ​ພາບ
ພວກ​ຜູ້​ຍິງ​ກຳ​ລັງ​ຫຍິບ​ເຄື່ອງ​ໃຫ້​ຊາວ​ອົບ​ພະ​ຍົບ​ອັບ​ກາ​ນິດ​ສະ​ຖານ

ເອື້ອຍ​ນ້ອງ​ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ​ບາງ​ຄົນ​ໄດ້​ສັງ​ເກດ​ເຫັນ​ວ່າ ແມ່​ຍິງ​ຊາວ​ອັບ​ກາ​ນິດ​ສະ​ຖານ​ຫລາຍ​ຄົນ​ໄດ້​ໃຊ້​ເສື້ອ​ຂອງ​ຜົວ​ເຂົາ​ເຈົ້າ​ປົກ​ໜ້າ ເພາະ​ວ່າ​ຜ້າ​ປົກ​ໜ້າ​ຕາມ​ປະ​ເພ​ນີ​ຂອງ​ເຂົາ​ເຈົ້າ​ຖືກ​ດຶງ​ອອກ​ໃນ​ຄວາມ​ວຸ່ນ​ວາຍ​ຢູ່​ສະ​ໜາມ​ບິນ​ຄາ​ບູນ. ໃນ​ການ​ກະ​ທຳ​ຂອງ​ມິດ​ຕະ​ພາບ​ທີ່​ຂ້າມ​ເຂດ​ແດນ​ທາງ​ສາດ​ສະ​ໜາ ຫລື ວັດ​ທະ​ນະ​ທຳ, ເອື້ອຍ​ນ້ອງ​ໃນ​ຫວອດ ແຣມ​ສະ​ຕາຍ ແຫ່ງ​ທີ​ໜຶ່ງ ໄດ້​ເຕົ້າ​ໂຮມ​ກັນ​ເພື່ອ​ຫຍິບ​ເຄື່ອງ​ນຸ່ງ​ມຸດ​ສະ​ລິມ​ພື້ນ​ເມືອງ​ໃຫ້​ພວກ​ແມ່​ຍິງ​ຊາວ​ອັບ​ກາ​ນິດ​ສະ​ຖານ. ຊິດ​ສະ​ເຕີ ແບັດ​ຕະ​ນີ ຮອລ໌ ໄດ້​ເວົ້າ​ວ່າ, “ພວກ​ເຮົາ​ໄດ້​ຍິນ​ວ່າ ພວກ​ແມ່​ຍິງ​ຕ້ອງ​ການ​ເຄື່ອງ​ນຸ່ງ​ສຳ​ລັບ​ການ​ອະ​ທິ​ຖານ, ແລະ ພວກ​ເຮົາ​ກໍ​ກຳ​ລັງ​ຫຍິບ ເພື່ອ​ວ່າ​ເຂົາ​ເຈົ້າ​ຈະ​ສາ​ມາດ​ອະ​ທິ​ຖານ​ໄດ້ [ຢ່າງ​ສະ​ບາຍ].”5

ໂຄງ​ການ​ບັນ​ເທົາ​ທຸກ​ຊາວ​ໄຮ​ຕີ​ຈາກ​ແຜ່ນ​ດິນ​ໄຫວ

ຕົວ​ຢ່າງ​ຕໍ່​ໄປ​ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ ທ່ານ​ບໍ່​ຈຳ​ເປັນ​ຕ້ອງ​ຮັ່ງ​ມີ ຫລື ເປັນ​ຜູ້​ໃຫຍ່ ກ່ອນ​ຈະ​ເປັນ​ເຄື່ອງ​ມື​ສຳ​ລັບ​ຄວາມ​ດີ​ໄດ້. ນາງ​ແມ​ຣີ “ດີ​ຈາດ​ຈູ” ຈາ​ກະ ອາ​ຍຸ​ສິບ​ແປດ​ປີ ມາ​ຈາກ​ສາ​ຂາ ຄາ​ແວວ​ລັນ ໃນ​ປະ​ເທດ​ໄຮ​ຕີ. ເມື່ອ​ແຜ່ນ​ດິນ​ໄຫວ​ທີ່​ຮ້າຍ​ແຮງ​ໄດ້​ເກີດ​ຂຶ້ນ​ໃກ້​ກັບ​ເມືອງ​ຂອງ​ນາງ ໃນ​ເດືອນ​ສິງ​ຫາ, ເຮືອນ​ຂອງ​ຄອບ​ຄົວ​ນາງ​ເປັນ​ໜຶ່ງ​ໃນ​ອາ​ຄານ​ຈຳ​ນວນ​ສິບ​ພັນ​ຫລັງ​ທີ່​ພັງ​ທະ​ລາຍ. ມັນ​ເກືອບ​ເປັນ​ໄປ​ບໍ່​ໄດ້​ທີ່​ຈະ​ນຶກ​ພາບ​ຂອງ​ຄວາມ​ສິ້ນ​ຫວັງ​ໃນ​ການ​ສູນ​ເສຍ​ເຮືອນ​ຂອງ​ທ່ານ​ໄປ. ແຕ່​ແທນ​ທີ່​ຈະ​ຍອມ​ແພ້​ຕໍ່​ຄວາມ​ສິ້ນ​ຫວັງ​ນັ້ນ, ນາງ​ດີ​ຈາດ​ຈູ—ຢ່າງ​ໜ້າ​ແປກ​ໃຈ—ໄດ້​ຫັນ​ອອກ​ໄປ​ຊ່ວຍ​ຄົນ​ອື່ນ.

ຮູບ​ພາບ
ນາງ​ແມ​ຣີ ຈາ​ກະ
ຮູບ​ພາບ
ແຜ່ນ​ດິນ​ໄຫວ​ຢູ່​ປະ​ເທດ​ໄຮ​ຕີ

Associated Press

ນາງ​ເຫັນ​ແມ່​ຕູ້​ຄົນ​ຂ້າງ​ບ້ານ​ມີ​ຄວາມ​ລຳ​ບາກ ແລະ ນາງ​ໄດ້​ເລີ່ມ​ຕົ້ນ​ດູ​ແລ​ລາວ. ນາງ​ໄດ້​ຊ່ວຍ​ເຫລືອ​ຄົນ​ອື່ນໆ​ມ້ຽນ​ຂີ້​ເຫຍື້ອ. ເຖິງ​ແມ່ນ​ຈະ​ອິດ​ເມື່ອຍ, ແຕ່​ນາງ​ໄດ້​ຊ່ວຍ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ຄົນ​ອື່ນໆ​ຢາຍ​ອາ​ຫານ ແລະ ເຄື່ອງ​ອະ​ນາ​ໄມ​ໃຫ້​ຄົນ​ອື່ນໆ. ເລື່ອງ​ລາວ​ຂອງ​ນາງ​ດີ​ຈາດ​ຈູ ກໍ​ເປັນ​ຕົວ​ຢ່າງ​ໜຶ່ງ​ຂອງ​ການ​ຮັບ​ໃຊ້​ທີ່​ມີ​ພະ​ລັງ ຊຶ່ງ​ກະ​ທຳ​ໂດຍ​ກຸ່ມ​ຊາວ​ໜຸ່ມ ແລະ ຜູ້​ໃຫຍ່​ໜຸ່ມ ຂະ​ນະ​ທີ່​ເຂົາ​ເຈົ້າ​ເຮັດ​ຕາມ​ຕົວ​ຢ່າງ​ຂອງ​ພຣະ​ເຢ​ຊູ​ຄຣິດ.

ໂຄງ​ການ​ບັນ​ເທົາ​ທຸກ​ຊາວ​ເຢຍ​ລະ​ມັນ​ຈາກ​ໄພ​ນ້ຳ​ຖ້ວມ

ພຽງ​ແຕ່​ສອງ​ສາມ​ອາ​ທິດ​ກ່ອນ​ແຜ່ນ​ດິນ​ໄຫວ, ກຸ່ມ​ຜູ້​ໃຫຍ່​ໜຸ່ມ​ອີກ​ກຸ່ມ​ໜຶ່ງ​ໄດ້​ໃຫ້​ການ​ຮັບ​ໃຊ້​ທີ່​ຄ້າຍ​ຄື​ກັນ​ນີ້ ຢູ່​ຟາກ​ມະ​ຫາ​ສະ​ໝຸດ​ແອັດ​ແລນ​ຕິກ​ເບື້ອງ​ນັ້ນ. ໄພ​ນ້ຳ​ຖ້ວມ​ທີ່​ໄຫລ​ຜ່ານ​ເອີ​ຣົບ​ໃນ​ເດືອນ​ກໍ​ລະ​ກົດ ແມ່ນ​ຮ້າຍ​ແຮງ​ທີ່​ສຸດ​ໃນ​ຫລາຍ​ທົດ​ສະ​ວັດ​ທີ່​ຜ່ານ​ມາ.

ຮູບ​ພາບ
ນ້ຳ​ຖ້ວມ​ຢູ່​ປະ​ເທດ​ເຢຍ​ລະ​ມັນ

ເມື່ອ​ນ້ຳ​ຫລຸດ​ລົງ, ເຈົ້າ​ຂອງ​ຮ້ານ​ຄົນ​ໜຶ່ງ​ໃນ​ທ້ອງ​ຖິ່ນ​ແຄມ​ທະ​ເລ​ຂອງ​ເມືອງ​ອາ​ວາຍ​ເລີ, ປະ​ເທດ​ເຢຍ​ລະ​ມັນ, ໄດ້​ສຳ​ຫລວດ​ຄວາມ​ເສຍ​ຫາຍ ແລະ ຮູ້​ສຶກ​ກຸ້ມ​ໃຈ​ຢ່າງ​ໜັກ. ຊາຍ​ທີ່​ຖ່ອມ​ຕົວ​ຄົນ​ນີ້, ເປັນ​ຊາວ​ກາ​ໂຕ​ລິກ​ທີ່​ອຸ​ທິດ​ຕົນ, ໄດ້​ອະ​ທິ​ຖານ​ຄ່ອຍໆ ຫວັງ​ວ່າ​ພຣະ​ເຈົ້າ​ຈະ​ສົ່ງ​ບາງ​ຄົນ​ມາ​ຊ່ວຍ​ເຫລືອ​ລາວ. ເຊົ້າ​ຕໍ່​ມາ, ປະ​ທານ​ແດນ ແຮມ​ມັນ ຈາກ​ເຂດ​ເຜີຍ​ແຜ່​ແຟຣ້ງ​ເຝີດ ເຢຍ​ລະ​ມັນ ໄດ້​ມາ​ຫາ​ຖະ​ໜົນ​ສາຍ​ນັ້ນ​ພ້ອມ​ກັບ​ກຸ່ມ​ຜູ້​ສອນ​ສາດ​ສະ​ໜາ​ຈຳ​ນວນ​ໜຶ່ງ ທີ່​ນຸ່ງ​ເສື້ອ​ກັກ​ສີ​ເຫລືອງ Helping Hands. ນ້ຳ​ໄດ້​ຖ້ວມ​ສູງ​ເຖິງ 10 ຟີດ (3 ແມັດ) ຂອງ​ຝາ​ຮ້ານ, ເຫລືອ​ໄວ້​ແຕ່​ຂີ້​ຕົມ​ສູງ​ເຕັມ​ຮ້ານ. ຜູ້​ອາ​ສາ​ສະ​ໝັກ​ໄດ້​ຊ້ວນ​ເອົາ​ຂີ້​ຕົມ​ອອກ, ຖອດ​ພົມ ແລະ ມ້າງ​ຝາ​ຫ້ອງ​ອອກ, ແລະ ກອງ​ທຸກ​ສິ່ງ​ໄວ້​ຢູ່​ຂ້າງ​ຖະ​ໜົນ​ເພື່ອ​ເອົາ​ໄປ​ຖິ້ມ. ເຈົ້າ​ຂອງ​ຮ້ານ​ທີ່​ດີ​ໃຈ​ຫລາຍ ໄດ້​ເຮັດ​ວຽກ​ງານ​ຄຽງ​ຂ້າງ​ເຂົາ​ເຈົ້າ​ເປັນ​ເວ​ລາ​ຫລາຍ​ຊົ່ວ​ໂມງ, ດ້ວຍ​ຄວາມ​ອັດ​ສະ​ຈັນ​ໃຈ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສົ່ງ​ກຸ່ມ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ​ມາ ໃນ​ການ​ຕອບ​ຄຳ​ອະ​ທິ​ຖານ​ຂອງ​ລາວ—ພາຍ​ໃນ 24 ຊົ່ວ​ໂມງ!6

“ຂ້າ​ພະ​ເຈົ້າ​ອະ​ທິ​ຖານ​ວ່າ ພຣະ​ອົງ​ຈະ​ໃຊ້​ເຮົາ”

ໃນ​ການ​ກ່າວ​ເຖິງ​ອົງ​ການ​ຊ່ວຍ​ເຫລືອ​ມະ​ນຸດ​ສະ​ທຳ​ຂອງ​ສາດ​ສະ​ໜາ​ຈັກ, ແອວ​ເດີ ແຈັບ​ຟະ​ຣີ ອາ ຮໍ​ແລນ ຄັ້ງ​ໜຶ່ງ​ໄດ້​ກ່າວ​ວ່າ: “ຄຳ​ອະ​ທິ​ຖານ​ໄດ້​ຮັບ​ຄຳ​ຕອບ … ສ່ວນ​ຫລາຍ … ຈາກ​ພຣະ​ເຈົ້າ ໂດຍ​ການ​ໃຊ້​ຄົນ​ອື່ນ. ຂ້າ​ພະ​ເຈົ້າ​ອະ​ທິ​ຖານ​ວ່າ ພຣະ​ອົງ​ຈະ​ໃຊ້​ເຮົາ ຂ້າ​ພະ​ເຈົ້າ​ອະ​ທິ​ຖານ​ວ່າ ເຮົາ​ຈະ​ເປັນ​ຄຳ​ຕອບ​ຕໍ່​ຄຳ​ອະ​ທິ​ຖານ​ຂອງ​ຄົນ​ອື່ນ.”7

ອ້າຍ​ເອື້ອຍ​ນ້ອງ​ທັງ​ຫລາຍ, ຜ່ານ​ທາງ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ, ການ​ບໍ​ລິ​ຈາກ, ເວ​ລາ, ແລະ ຄວາມ​ຮັກ​ຂອງ​ທ່ານ, ທ່ານ​ໄດ້​ເປັນ​ຄຳ​ຕອບ​ຕໍ່​ຄຳ​ອະ​ທິ​ຖານ​ຢ່າງ​ຫລວງ​ຫລາຍ. ແຕ່​ກໍ​ຍັງ​ມີ​ຫລາຍ​ສິ່ງ​ຫລາຍ​ຢ່າງ​ທີ່​ຈະ​ຕ້ອງ​ເຮັດ. ໃນ​ຖາ​ນະ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ທີ່​ໄດ້​ຮັບ​ບັບ​ຕິ​ສະ​ມາ​ແລ້ວ, ເຮົາ​ຢູ່​ພາຍ​ໃຕ້​ພັນ​ທະ​ສັນ​ຍາ​ທີ່​ຈະ​ດູ​ແລ​ຜູ້​ທີ່​ຢູ່​ໃນ​ຄວາມ​ຕ້ອງ​ການ. ການ​ຊ່ວຍ​ເຫລືອ​ສ່ວນ​ຕົວ​ຂອງ​ເຮົາ ບໍ່​ຈຳ​ເປັນ​ຕ້ອງ​ໃຊ້​ເງິນ ຫລື ໄປ​ຫາ​ສະ​ຖານ​ທີ່​ຫ່າງ​ໄກ​ສະ​ເໝີ​ໄປ8 ແຕ່​ມັນ​ຮຽກ​ຮ້ອງ​ການ​ຊີ້​ນຳ​ຈາກ​ພຣະ​ວິນ​ຍານ​ບໍ​ລິ​ສຸດ ແລະ ຫົວ​ໃຈ​ທີ່​ພ້ອມ​ຈະ​ເວົ້າ​ກັບ​ພຣະ​ຜູ້​ເປັນ​ເຈົ້າ​ວ່າ: “ຂ້າ​ນ້ອຍ​ຈະ​ໄປ, ໂຜດ​ສົ່ງ​ຂ້າ​ນ້ອຍ​ໄປ​ເຖີດ.”9

ປີ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ເມດ​ຕາ

ລູ​ກາ 4 ບັນ​ທຶກ​ວ່າ ພຣະ​ເຢ​ຊູ​ໄດ້​ມາ​ສູ່​ເມືອງ​ນາ​ຊາ​ເຣັດ, ບ່ອນ​ທີ່​ພຣະ​ອົງ​ໄດ້​ເຕີບ​ໃຫຍ່​ຂຶ້ນ, ແລະ ໄດ້​ຢືນ​ຂຶ້ນ​ໃນ​ໂຮງ​ທຳ​ມະ​ສາ​ລາ​ເພື່ອ​ອ່ານ. ມັນ​ເປັນ​ເວ​ລາ​ໃກ້​ການ​ເລີ່ມ​ຕົ້ນ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຢູ່​ໃນ​ໂລກ​ຂອງ​ພຣະ​ອົງ, ແລະ ພຣະ​ອົງ​ໄດ້​ອ້າງ​ເຖິງ​ຂໍ້​ພຣະ​ຄຳ​ພີ​ຂໍ້​ນີ້ ຈາກ​ພຣະ​ທຳ​ເອ​ຊາ​ຢາ:

“ພຣະ​ວິນ​ຍານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ສະ​ຖິດ​ຢູ່​ເທິງ​ຂ້າ​ນ້ອຍ, ເພາະ​ພຣະ​ອົງ​ໄດ້​ຫົດ​ສົງ​ແຕ່ງ​ຕັ້ງ​ຂ້າ​ນ້ອຍ​ໄວ້​ໃຫ້​ປະ​ກາດ​ຂ່າວ​ປະ​ເສີດ​ແກ່​ຄົນ​ຍາກ​ຈົນ; ພຣະ​ອົງ​ໃຊ້​ຂ້າ​ນ້ອຍ​ໄປ [ປິ່ນ​ປົວ​ຫົວ​ໃຈ​ທີ່​ຊອກ​ຊ້ຳ], ປະ​ກາດ​ອິດ​ສະ​ລະ​ພາບ​ແກ່​ຄົນ​ທັງ​ຫລາຍ​ທີ່​ຖືກ​ຈຳ​ຈອງ, ແລະ ຄົນ​ຕາ​ບອດ​ຈະ​ເຫັນ​ຮຸ່ງ​ອີກ, ປົດ​ປ່ອຍ​ຜູ້​ຖືກ​ກົດ​ຂີ່​ໃຫ້​ເປັນ​ອິດ​ສະ​ລະ,

“ໃຫ້​ປະ​ກາດ​ປີ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ເມດ​ຕາ. …

“… ພຣະ​ທຳ​ຕອນ​ນີ້​ໄດ້​ສຳ​ເລັດ​ເປັນ​ຈິງ​ໃນ​ວັນ​ນີ້.”10

ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ພຣະ​ຄຳ​ພີ​ກຳ​ລັງ​ສຳ​ເລັດ​ເປັນ​ຈິງ​ໃນ​ວັນ​ເວ​ລາ​ຂອງ​ເຮົາ​ເຊັ່ນ​ກັນ. ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ພຣະ​ເຢ​ຊູ​ຄຣິດ​ໄດ້​ສະ​ເດັດ​ມາ​ເພື່ອ​ປິ່ນ​ປົວ​ຫົວ​ໃຈ​ທີ່​ຊອກ​ຊ້ຳ. ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ​ແມ່ນ​ເພື່ອ​ເຮັດ​ໃຫ້​ຄົນ​ຕາ​ບອດ​ເຫັນ​ຮຸ່ງ. ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ​ແມ່ນ​ເພື່ອ​ສັ່ງ​ສອນ​ການ​ປົດ​ປ່ອຍ​ຜູ້​ທີ່​ຖືກ​ຈຳ​ຈອງ, ແລະ ສາ​ນຸ​ສິດ​ຂອງ​ພຣະ​ອົງ​ຕະ​ຫລອດ​ທົ່ວ​ໂລກ​ກໍ​ກຳ​ລັງ​ພະ​ຍາ​ຍາມ​ປົດ​ປ່ອຍ​ຜູ້​ທີ່​ຖືກ​ກົດ​ຂີ່​ໃຫ້​ເປັນ​ອິດ​ສະ​ລະ.

ຂ້າ​ພະ​ເຈົ້າ​ຂໍ​ຈົບ​ດ້ວຍ​ການ​ກ່າວ​ຊ້ຳ​ຄຳ​ຖາມ​ທີ່​ພຣະ​ເຢ​ຊູ​ໄດ້​ຖາມ​ອັກ​ຄະ​ສາ​ວົກ​ຂອງ​ພຣະ​ອົງ ຊີ​ໂມນ​ເປ​ໂຕ​ວ່າ “ເຈົ້າ​ຮັກ​ເຮົາ​ບໍ?”11 ຄວາມ​ສຳ​ຄັນ​ຂອງ​ພຣະ​ກິດ​ຕິ​ຄຸນ​ແມ່ນ​ຢູ່​ໃນ​ວິ​ທີ​ທີ່​ເຮົາ​ຕອບ​ຄຳ​ຖາມ​ສຳ​ລັບ​ຕົວ​ເຮົາ​ເອງ ແລະ ຢູ່​ໃນ​ການ “ລ້ຽງ​ແກະ [ຂອງ​ພຣະ​ອົງ].”12 ດ້ວຍ​ຄວາມ​ຄາ​ລະ​ວະ ແລະ ຄວາມ​ຮັກ​ອັນ​ຍິ່ງ​ໃຫຍ່​ຕໍ່​ພຣະ​ເຢ​ຊູ​ຄຣິດ ພຣະ​ອາ​ຈານ​ຂອງ​ເຮົາ, ຂ້າ​ພະ​ເຈົ້າ​ຂໍ​ເຊື້ອ​ເຊີນ​ເຮົາ​ແຕ່​ລະ​ຄົນ ໃຫ້​ເປັນ​ພາກ​ສ່ວນ​ໃນ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ທີ່​ຍິ່ງ​ໃຫຍ່​ຂອງ​ພຣະ​ອົງ ແລະ ຂ້າ​ພະ​ເຈົ້າ​ອະ​ທິ​ຖານ​ວ່າ ພຣະ​ອົງ​ຈະ​ໃຊ້​ເຮົາ. ໃນ​ພຣະ​ນາມ​ອັນ​ສັກ​ສິດ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາ​ແມນ.