ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ການ​ກ່າວ​ເຖິງ​ສຸ​ຂະ​ພາບ​ຈິດ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ຕຸ​ລາ 2021


ການ​ກ່າວ​ເຖິງ​ສຸ​ຂະ​ພາບ​ຈິດ

ຂ້າ​ພະ​ເຈົ້າ​ຂໍ​ແບ່ງ​ປັນ​ຂໍ້​ສັງ​ເກດ​ຫລາຍ​ຢ່າງ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ສັງ​ເກດ​ເບິ່ງ ໃນ​ຕອນ​ທີ່​ຄອບ​ຄົວ​ຂອງ​ພວກ​ເຮົາ​ເຄີຍ​ຜ່ານ​ການ​ທົດ​ລອງ.

ເຖິງ​ແມ່ນ​ວ່າ ຄອບ​ຄົວ​ຂອງ​ເຮົາ​ໄດ້​ຮັບ​ພອນ​ຢ່າງ​ຫລວງ​ຫລາຍ​ໃນ​ຂະ​ນະ​ທີ່​ກຳ​ລັງ​ຍ່າງ​ໄປ​ຕາມ​ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ​ຢ່າງ​ເບີກ​ບານ, ແຕ່​ເຮົາ​ກໍ​ຍັງ​ເຄີຍ​ປະ​ເຊີນ​ກັບ​ພູ​ເຂົາ​ທີ່​ສູງ​ຈົນ​ເກີນ​ໄປ. ຂ້າ​ພະ​ເຈົ້າ​ຢາກ​ແບ່ງ​ປັນ​ປະ​ສົບ​ການ​ທີ່​ເປັນ​ສ່ວນ​ຕົວ​ແທ້ໆ​ກ່ຽວ​ກັບ​ການ​ປ່ວຍ​ທາງ​ຈິດ​ໃຈ. ຊຶ່ງ​ລວມ​ທັງ​ໂຣກ​ຊຶມ​ເສົ້າ​ທີ່​ຮ້າຍ​ແຮງ, ໂຣກ​ວິ​ຕົກ​ກັງ​ວົນ​ທີ່​ຮ້າຍ​ແຮງ, ໂຣກ​ຈິດ​ສອງ​ອາ​ລົມ, ໂຣກ​ສະ​ມາ​ທິ​ສັ້ນ​ທີ່​ຢູ່​ລ້າ​ບໍ່​ໄດ້ (ADHD)—ແລະ ບາງ​ຄັ້ງ​ກໍ​ລວມ​ກັນ​ທັງ​ໝົດ. ຂ້າ​ພະ​ເຈົ້າ​ແບ່ງ​ປັນ​ປະ​ສົບ​ການ​ອັນ​ລະ​ອຽດ​ອ່ອນ​ນີ້ ໂດຍ​ໄດ້​ຮັບ​ອະ​ນຸ​ຍາດ​ຈາກ​ຜູ້​ທີ່​ກ່ຽວ​ຂ້ອງ​ແລ້ວ.

ໃນ​ລະ​ຫວ່າງ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ​ຂ້າ​ພະ​ເຈົ້າ, ຂ້າ​ພະ​ເຈົ້າ​ໄດ້​ພົບ​ກັບ​ຫລາຍ​ຮ້ອຍ​ກວ່າ​ບຸກ​ຄົນ ແລະ ຄອບ​ຄົວ​ທີ່​ມີ​ປະ​ສົບ​ການ​ຄ້າຍໆ​ກັນ. ບາງ​ເທື່ອ​ຂ້າ​ພະ​ເຈົ້າ​ກໍ​ສົງ​ໄສ​ວ່າ “ການ​ເຈັບ​ປ່ວຍ​ທີ່​ດຽວ​ດາຍ” ຊຶ່ງ​ປົກ​ຄຸມ​ທົ່ວ​ແຜ່ນ​ດິນ ດັ່ງ​ທີ່​ໄດ້​ມີ​ກ່າວ​ໄວ້​ໃນ​ພຣະ​ຄຳ​ພີ ອາດ​ລວມ​ທັງ​ການ​ປ່ວຍ​ທາງ​ຈິດ​ໃຈ​ເຊັ່ນ​ກັນ.1 ມັນ​ມີ​ຢູ່​ທົ່ວ​ໂລກ, ກວມ​ທຸກ​ທະ​ວີບ ແລະ ທຸກ​ວັດ​ທະ​ນະ​ທຳ, ແລະ ກຳ​ລັງ​ສົ່ງ​ຜົນ​ກະ​ທົບ​ຕໍ່​ທຸກ​ຄົນ—ບໍ່​ວ່າ​ຈະ​ໜຸ່ມ, ເຖົ້າ, ຮັ່ງ​ມີ, ແລະ ຍາກ​ຈົນ. ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ກໍ​ບໍ່​ໄດ້​ຖືກ​ຍົກ​ເວັ້ນ.

ໃນ​ເວ​ລາ​ດຽວ​ກັນ, ຄຳ​ສອນ​ຂອງ​ພວກ​ເຮົາ​ໄດ້​ສິດ​ສອນ​ພວກ​ເຮົາ​ໃຫ້​ພະ​ຍາ​ຍາມ​ກາຍ​ເປັນ​ເໝືອນ​ດັ່ງ​ພຣະ​ເຢ​ຊູ​ຄຣິດ ແລະ ຖືກ​ເຮັດ​ໃຫ້​ເປັນ​ຄົນ​ດີ​ພ້ອມ​ໃນ​ພຣະ​ອົງ. ເດັກ​ນ້ອຍ​ຂອງ​ພວກ​ເຮົາ​ຮ້ອງ​ເພງ, “I’m trying to be like Jesus [ເຮົາ​ພະ​ຍາ​ຍາມ​ເປັນ​ເໝືອນ​ພຣະ​ເຢ​ຊູ].”2 ເຮົາ​ປາດ​ຖະ​ໜາ​ທີ່​ຈະ​ດີ​ພ້ອມ​ຄື​ກັນ​ກັບ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ພຣະ​ເຢ​ຊູ​ຄຣິດ​ຊົງ​ດີ​ພ້ອມ.3 ເນື່ອງ​ຈາກ​ການ​ປ່ວຍ​ທາງ​ຈິດ​ໃຈ​ສາ​ມາດ​ຂັດ​ຂວາງ​ການ​ຮັບ​ຮູ້​ຂອງ​ເຮົາ​ເຖິງ​ຄວາມ​ດີ​ພ້ອມ, ມັນ​ຈຶ່ງ​ມັກ​ຈະ​ຖືກ​ບໍ່​ກ່າວ​ເຖິງ. ຜົນ​ທີ່​ໄດ້​ຮັບ​ກໍ​ຄື, ມີ​ຄວາມ​ບໍ່​ຮູ້​ຈັກ​ຫລາຍ​ເກີນ​ໄປ, ມີ​ການ​ທົນ​ທຸກ​ຢ່າງ​ງຽບໆ​ຫລາຍ​ເກີນ​ໄປ, ແລະ ​ມີ​ຄວາມ​ສິ້ນ​ຫວັງ​ຫລາຍ​ເກີນ​ໄປ. ຫລາຍ​ຄົນ​ກໍ​ຮູ້​ສຶກ​ຖືກ​ກົດ​ດັນ​ຍ້ອນ​ພວກ​ເຂົາ​ບໍ່​ສາ​ມາດ​ເຮັດ​ຕາມ​ມາດ​ຕະ​ຖານ​ທີ່​ຖືກ​ຕັ້ງ​ໄວ້, ໂດຍ​ເຊື່ອ​ຢ່າງ​ຜິດໆ​ວ່າ ພວກ​ເຂົາ​ບໍ່​ຮູ້​ສຶກ​ເປັນ​ພາກ​ສ່ວນ​ໃນ​ສາດ​ສະ​ໜາ​ຈັກ.

ເພື່ອ​ທີ່​ຈະ​ຕໍ່​ສູ້​ກັບ​ຄວາມ​ຮູ້​ສຶກ​ເຊັ່ນ​ນັ້ນ, ເປັນ​ສິ່ງ​ສຳ​ຄັນ​ທີ່​ຕ້ອງ​ຈື່​ວ່າ “ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຮັກ​ລູກໆ​ຂອງ​ພຣະ​ບິ​ດາ​ຂອງ​ພຣະ​ອົງ​ແຕ່​ລະ​ຄົນ. ພຣະ​ອົງ​ເຂົ້າ​ໃຈ​ຢ່າງ​ເຕັມ​ທີ່​ເຖິງ​ຄວາມ​ເຈັບ​ປວດ ແລະ ການ​ຕໍ່​ສູ້​ດີ້ນ​ລົນ​ທີ່​ຫລາຍ​ຄົນ​ປະ​ເຊີນ​ໃນ​ຂະ​ນະ​ທີ່​ພວກ​ເຂົາ​ກຳ​ລັງ​ດຳ​ເນີນ​ຊີ​ວິດ​ຢູ່​ກັບ​ການ​ທ້າ​ທາຍ​ທາງ​ດ້ານ​ສຸ​ຂະ​ພາບ​ຈິດ​ໃນ​ວົງ​ກວ້າງ. ພຣະ​ອົງ​ໄດ້​ທົນ ‘ຕໍ່​ຄວາມ​ເຈັບ​ປວດ ແລະ ຄວາມ​ທຸກ ແລະ ການ​ລໍ້​ລວງ ທຸກ​ຢ່າງ; … [ໂດຍ] ຮັບ​ເອົາ​ຄວາມ​ເຈັບ​ປວດ ແລະ ຄວາມ​ປ່ວຍ​ໄຂ້​ຂອງ​ຜູ້​ຄົນ​ຂອງ​ພຣະ​ອົງ’ (ແອວ​ມາ 7:11; ເນັ້ນ​ຄຳ​ເນີ້ງ; ເບິ່ງ ເຮັບ​ເຣີ 4:15–16; 2 ນີ​ໄຟ 9:21 ນຳ​ອີກ). ຍ້ອນ​ວ່າ​ພຣະ​ອົງ​ເຂົ້າ​ໃຈ​ຄວາມ​ທຸກ​ທັງ​ໝົດ, ພຣະ​ອົງ​ຈຶ່ງ​ຮູ້​ວິ​ທີ ‘ປິ່ນ​ປົວ​ຫົວ​ໃຈ​ທີ່​ຊອກ​ຊ້ຳ’ (ລູ​ກາ 4:18; ເບິ່ງ ເອ​ຊາ​ຢາ 49:13–16 ນຳ​ອີກ).”4 ການ​ທ້າ​ທາຍ​ຕ່າງໆ​ມັກ​ຈະ​ບົ່ງ​ບອກ​ເຖິງ​ຄວາມ​ຕ້ອງ​ການ​ເຄື່ອງ​ມື ແລະ ການ​ຊ່ວຍ​ເຫລືອ​ເພີ່ມ​ເຕີມ ແລະ ມັນ​ບໍ່​ແມ່ນ​ຂໍ້​ບົກ​ພ່ອງ​ຂອງ​ບຸກ​ຄະ​ລິກ.

ຂ້າ​ພະ​ເຈົ້າ​ຂໍ​ແບ່ງ​ປັນ​ຂໍ້​ສັງ​ເກດ​ຫລາຍ​ຢ່າງ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ສັງ​ເກດ​ເບິ່ງ ໃນ​ຕອນ​ທີ່​ຄອບ​ຄົວ​ຂອງ​ພວກ​ເຮົາ​ເຄີຍ​ຜ່ານ​ການ​ທົດ​ລອງ.

ກ່ອນ​ອື່ນ, ຫລາຍ​ຄົນ​ຈະ​ຄໍ່າ​ຄວນ​ກັບ​ພວກ​ເຮົາ; ພວກ​ເຂົາ​ຈະ​ບໍ່​ຕັດ​ສິນ​ພວກ​ເຮົາ. ເນື່ອງ​ຈາກ​ອາ​ການ​ຕົກ​ໃຈ​ເສຍ​ຂວັນ, ມີ​ຄວາມ​ກັງ​ວົນ, ແລະ ມີ​ຄວາມ​ຊຶມ​ເສົ້າ​ຢ່າງ​ໜັກ, ລູກ​ຊາຍ​ຂອງ​ພວກ​ເຮົາ​ຈຶ່ງ​ໄດ້​ກັບ​ບ້ານ​ຈາກ​ການ​ເຜີຍ​ແຜ່​ຂອງ​ລາວ​ຫລັງ​ຈາກ​ຜ່ານ​ໄປ​ພຽງ​ແຕ່​ສີ່​ອາ​ທິດ. ໃນ​ຖາ​ນະ​ພໍ່​ແມ່, ພວກ​ເຮົາ​ເຫັນ​ວ່າ​ມັນ​ຍາກ​ທີ່​ຈະ​ຮັບ​ມື​ກັບ​ຄວາມ​ຜິດ​ຫວັງ ແລະ ຄວາມ​ໂສກ​ເສົ້າ ເພາະ​ວ່າ​ພວກ​ເຮົາ​ໄດ້​ອະ​ທິ​ຖານ​ຫລາຍ ເພື່ອ​ຄວາມ​ສຳ​ເລັດ​ຂອງ​ລາວ. ຄື​ກັນ​ກັບ​ພໍ່​ແມ່​ທຸກ​ຄົນ, ພວກ​ເຮົາ​ຢາກ​ໃຫ້​ລູກໆ​ຂອງ​ພວກ​ເຮົາ​ຈະ​ເລີນ​ຮຸ່ງ​ເຮືອງ ແລະ ມີ​ຄວາມ​ສຸກ. ການ​ເຜີຍ​ແຜ່​ເປັນ​ຈຸດ​ໝາຍ​ທີ່​ສຳ​ຄັນ​ສຳ​ລັບ​ລູກ​ຊາຍ​ຂອງ​ພວກ​ເຮົາ. ພວກ​ເຮົາ​ຍັງ​ສົງ​ໄສ​ວ່າ ຄົນ​ອື່ນ​ຈະ​ຄິດ​ແນວ​ໃດ.

ໂດຍ​ທີ່​ພວກ​ເຮົາ​ບໍ່​ຮູ້, ການ​ກັບ​ຄືນ​ມາ​ຂອງ​ລູກ​ຊາຍ​ຂອງ​ພວກ​ເຮົາ​ນັ້ນ ທຳ​ຮ້າຍ​ລາວ​ຫລາຍ​ຍິ່ງ​ກວ່າ​ອີກ. ກະ​ລຸ​ນາ​ຮູ້​ວ່າ ລາວ​ຮັກ​ພຣະ​ຜູ້​ເປັນ​ເຈົ້າ ແລະ ຢາກ​ຮັບ​ໃຊ້, ແຕ່​ລາວ​ບໍ່​ສາ​ມາດ​ເຮັດ​ໄດ້ ຍ້ອນ​ວ່າ​ມັນ​ຍາກ​ສຳ​ລັບ​ລາວ​ທີ່​ຈະ​ເຂົ້າ​ໃຈ. ຕໍ່​ມາ​ບໍ່​ດົນ ລາວ​ກໍ​ພົບ​ຕົວ​ເອງ​ຢູ່​ໃນ​ຈຸດ​ແຫ່ງ​ຄວາມ​ສິ້ນ​ຫວັງ, ຕໍ່​ສູ້​ກັບ​ຄວາມ​ຮູ້​ສຶກ​ຜິດ​ຢ່າງ​ໜັກ. ລາວ​ບໍ່​ຮູ້​ສຶກ​ຖືກ​ຍອມ​ຮັບ​ອີກ​ຕໍ່​ໄປ ນອກ​ຈາກ​ຮູ້​ສຶກ​ມຶນ​ທາງ​ວິນ​ຍານ. ລາວ​ໄດ້​ໝົກ​ໝຸ້ນ​ຢູ່​ກັບ​ຄວາມ​ຄິດ​ທີ່​ຊໍ້າໆ ກ່ຽວ​ກັບ​ຄວາມ​ຕາຍ.

ໃນ​ຂະ​ນະ​ທີ່​ຢູ່​ໃນ​ສະ​ພາ​ວະ​ທີ່​ບໍ່​ມີ​ເຫດ​ຜົນ​ນີ້, ລູກ​ຊາຍ​ຂອງ​ພວກ​ເຮົາ​ໄດ້​ເຊື່ອ​ວ່າ ສິ່ງ​ດຽວ​ທີ່​ເຫລືອ​ຢູ່​ກໍ​ຄື ການ​ຂ້າ​ຕົວ​ຕາຍ. ມັນ​ໄດ້​ໃຊ້​ພຣະ​ວິນ​ຍານ​ບໍ​ລິ​ສຸດ ແລະ ທູດ​ສະ​ຫວັນ​ເປັນ​ກອງ​ພັນ​ຢູ່​ທັງ​ສອງ​ຟາກ​ມ່ານ​ເພື່ອ​ຊ່ວຍ​ຊີ​ວິດ​ລາວ.

ໃນ​ຂະ​ນະ​ທີ່​ລາວ​ກຳ​ລັງ​ຕໍ່​ສູ້​ເພື່ອ​ຊີ​ວິດ​ຂອງ​ຕົນ ແລະ ໃນ​ລະ​ຫວ່າງ​ຊ່ວງ​ເວ​ລາ​ທີ່​ຍາກ​ລຳ​ບາກ​ຢ່າງ​ເຫລືອ​ລົ້ນ​ນີ້, ຄອບ​ຄົວ​ຂອງ​ພວກ​ເຮົາ, ຜູ້​ນຳ​ພາ​ຫວອດ, ສະ​ມາ​ຊິກ, ແລະ ໝູ່​ເພື່ອນ ໄດ້​ພະ​ຍາ​ຍາມ​ຊ່ວຍ​ເຫລືອ ແລະ ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຕໍ່​ພວກ​ເຮົາ.

ຂ້າ​ພະ​ເຈົ້າ​ບໍ່​ເຄີຍ​ຮູ້​ສຶກ​ເຖິງ​ຄວາມ​ຮັກ​ຢ່າງ​ຫລວງ​ຫລາຍ​ເຊັ່ນ​ນີ້​ມາ​ກ່ອນ. ຂ້າ​ພະ​ເຈົ້າ​ບໍ່​ເຄີຍ​ຮູ້​ສຶກ​ເຖິງ​ຄວາມ​ມີ​ພະ​ລັງ ແລະ ໃນ​ທາງ​ສ່ວນ​ຕົວ​ເຊັ່ນ​ນີ້​ມາ​ກ່ອນ ວ່າ​ການ​ປອບ​ໂຍນ​ຜູ້​ທີ່​ຕ້ອງ​ການ ການ​ປອບ​ໂຍນ​ໝາຍ​ຄວາມ​ວ່າ​ແນວ​ໃດ. ຄອບ​ຄົວ​ຂອງ​ພວກ​ເຮົາ​ຈະ​ກະ​ຕັນ​ຍູ​ຕໍ່​ຄວາມ​ຮັກ​ນັ້ນ​ສະ​ເໝີ.

ຂ້າ​ພະ​ເຈົ້າ​ບໍ່​ສາ​ມາດ​ອະ​ທິ​ບາຍ​ເຖິງ​ສິ່ງ​ອັດ​ສະ​ຈັນ​ຕ່າງໆ​ຈົນ​ນັບ​ບໍ່​ຖ້ວນ ທີ່​ກ່ຽວ​ຂ້ອງ​ກັບ​ເຫດ​ການ​ເຫລົ່າ​ນີ້. ຂອບ​ພຣະ​ຄຸນ​ທີ່​ລູກ​ຊາຍ​ຂອງ​ພວກ​ເຮົາ​ລອດ​ຊີ​ວິດ​ມາ​ໄດ້, ແຕ່​ມັນ​ໃຊ້​ເວ​ລາ​ດົນ ແລະ ໃຊ້​ການ​ດູ​ແລ​ທາງ​ການ​ແພດ, ທາງ​ການ​ບຳ​ບັດ, ແລະ ການ​ດູ​ແລ​ທາງ​ຈິດ​ວິນ​ຍານ​ຢ່າງ​ຫລວງ​ຫລາຍ ກ່ອນ​ລາວ​ຈະ​ຫາຍ​ດີ ແລະ ຈະ​ຍອມ​ຮັບ​ວ່າ​ລາວ​ເປັນ​ທີ່​ຮັກ, ມີ​ຄຸນ​ຄ່າ, ແລະ ເປັນ​ທີ່​ຕ້ອງ​ການ.

ຂ້າ​ພະ​ເຈົ້າ​ຮູ້​ດີ​ວ່າ ເຫດ​ການ​ເຊັ່ນ​ນີ້​ບໍ່​ໄດ້​ຈົບ​ລົງ​ຄື​ກັນ​ກັບ​ຂອງ​ພວກ​ເຮົາ​ທັງ​ໝົດ. ຂ້າ​ພະ​ເຈົ້າ​ເສຍ​ໃຈ​ກັບ​ຜູ້​ທີ່​ສູນ​ເສຍ​ຄົນ​ທີ່​ຮັກ​ໄວ​ເກີນ​ໄປ ແລະ ຕອນ​ນີ້​ເຫລືອ​ແຕ່​ຄວາມ​ຮູ້​ສຶກ​ໂສກ​ເສົ້າ ເຊັ່ນ​ດຽວ​ກັນ​ກັບ​ຄຳ​ຖາມ​ທີ່​ຍັງ​ບໍ່​ໄດ້​ຮັບ​ຄຳ​ຕອບ.

ຂໍ້​ສັງ​ເກດ​ຂໍ້​ຕໍ່​ໄປ​ກໍ​ຄື ມັນ​ອາດ​ຍາກ​ສຳ​ລັບ​ພໍ່​ແມ່​ທີ່​ຈະ​ສັງ​ເກດ​ເຫັນ​ການ​ຕໍ່​ສູ້​ດີ້ນ​ລົນ​ຂອງ​ລູກໆ​ຂອງ​ຕົນ, ແຕ່​ເຮົາ​ຕ້ອງ​ໃຫ້​ຄວາມ​ຮູ້​ກັບ​ໂຕ​ເອງ. ເຮົາ​ຈະ​ສາ​ມາດ​ຮູ້​ຄວາມ​ແຕກ​ຕ່າງ​ລະ​ຫວ່າງ​ຄວາມ​ຍາກ​ລຳ​ບາກ​ທີ່​ກ່ຽວ​ຂ້ອງ​ກັບ​ການ​ພັດ​ທະ​ນາ​ປົກ​ກະ​ຕິ ແລະ ສັນ​ຍານ​ຂອງ​ຄວາມ​ປ່ວຍ​ໄດ້​ແນວ​ໃດ? ໃນ​ຖາ​ນະ​ພໍ່​ແມ່, ເຮົາ​ມີ​ໜ້າ​ທີ່​ອັນ​ສັກ​ສິດ​ໃນ​ການ​ຊ່ວຍ​ເຫລືອ​ລູກໆ​ຂອງ​ເຮົາ​ໃຫ້​ຜ່ານ​ຜ່າ​​ການ​ທ້າ​ທາຍ​ຕ່າງໆ​ຂອງ​ຊີ​ວິດ; ເຖິງ​ຢ່າງ​ໃດ​ກໍ​ຕາມ, ມີ​ໜ້ອຍ​ຄົນ​ໃນ​ພວກ​ເຮົາ​ທີ່​ເປັນ​ຜູ້​ຊ່ຽວ​ຊານ​ດ້ານ​ສຸ​ຂະ​ພາບ​ຈິດ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ເຮົາ​ຕ້ອງ​ດູ​ແລ​ລູກໆ​ຂອງ​ເຮົາ ໂດຍ​ຊ່ວຍ​ພວກ​ເຂົາ​ໃຫ້​ຮຽນ​ຮູ້​ທີ່​ຈະ​ພໍ​ໃຈ​ກັບ​ຄວາມ​ພະ​ຍາ​ຍາມ​ທີ່​ຈິງ​ໃຈ​ຂອງ​ພວກ​ເຂົາ ໃນ​ຂະ​ນະ​ທີ່​ພວກ​ເຂົາ​ພະ​ຍາ​ຍາມ​ບັນ​ລຸ​ຄວາມ​ຄາດ​ຫວັງ​ທີ່​ເໝາະ​ສົມ. ເຮົາ​ແຕ່​ລະ​ຄົນ​ຮູ້​ຈາກ​ຂໍ້​ບົກ​ພ່ອງ​ສ່ວນ​ຕົວ​ຂອງ​ເຮົາ​ເອງ​ວ່າ ການ​ເຕີບ​ໃຫຍ່​ທາງ​ວິນ​ຍານ​ແມ່ນ​ຂະ​ບວນ​ການ​ອັນ​ຕໍ່​ເນື່ອງ.

ບັດ​ນີ້ ພວກ​ເຮົາ​ເຂົ້າ​ໃຈ​ແລ້ວ​ວ່າ “ບໍ່​ມີ​ວິ​ທີ​ຮັກ​ສາ​ທຸກ​ຢ່າງ​ແບບ​ງ່າຍໆ ທັງ​ສຳ​ລັບ​ສຸ​ຂະ​ພາບ​ທາງ​ອາ​ລົມ ແລະ ຈິດ​ໃຈ. ເຮົາ​ຈະ​ປະ​ເຊີນ​ກັບ​ຄວາມ​ກົດ​ດັນ ແລະ ຄວາມ​ວຸ້ນ​ວາຍ ເພາະ​ເຮົາ​ຢູ່​ໃນ​ໂລກ​ທີ່​ຕົກ ພ້ອມ​ກັບ​ຮ່າງ​ກາຍ​ທີ່​ຕົກ. ນອກ​ຈາກ​ນີ້, ຫລາຍໆ​ປັດ​ໄຈ​ທີ່​ມີ​ສ່ວນ​ຮ່ວມ ອາດ​ນຳ​ໄປ​ສູ່​ການ​ບົ່ງ​ມະ​ຕິ​ການ​ປ່ວຍ​ທາງ​ຈິດ​ໃຈ​ໄດ້. ໂດຍ​ບໍ່​ຄຳ​ນຶງ​ເຖິງ​ຄວາມ​ເປັນ​ຢູ່​ທີ່​ດີ​ທາງ​ຈິດ​ໃຈ ແລະ ທາງ​ອາ​ລົມ, ການ​ເອົາ​ໃຈ​ໃສ່​ຕໍ່​ການ​ເຕີບ​ໂຕ ຈະ​ດີ​ກວ່າ​ການ​ໝົກ​ໝຸ້ນ​ຢູ່​ກັບ​ຂໍ້​ບົກ​ພ່ອງ​ຂອງ​ເຮົາ.”5

ສຳ​ລັບ​ພັນ​ລະ​ຍາ​ຂອງ​ຂ້າ​ພະ​ເຈົ້າ ແລະ ຂ້າ​ພະ​ເຈົ້າ​ແລ້ວ, ສິ່ງ​ໜຶ່ງ​ທີ່​ຊ່ວຍ​ພວກ​ເຮົາ​ມາ​ໂດຍ​ຕະ​ຫລອດ ກໍ​ຄື​ການ​ຢູ່​ໃກ້​ພຣະ​ຜູ້​ເປັນ​ເຈົ້າ​ໃຫ້​ຫລາຍ​ທີ່​ສຸດ​ເທົ່າ​ທີ່​ຈະ​ເຮັດ​ໄດ້. ເມື່ອ​ເບິ່ງ​ຄືນ​ຫລັງ, ຕອນ​ນີ້​ພວກ​ເຮົາ​ເຫັນ​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສິດ​ສອນ​ພວກ​ເຮົາ​ດ້ວຍ​ຄວາມ​ອົດ​ທົນ ຜ່ານ​ຊ່ວງ​ເວ​ລາ​ແຫ່ງ​ຄວາມ​ບໍ່​ແນ່​ນອນ​ຄັ້ງ​ໃຫຍ່​ນີ້. ແສງ​ສະ​ຫວ່າງ​ຂອງ​ພຣະ​ອົງ​ໄດ້​ນຳ​ພາ​ພວກ​ເຮົາ​ເທື່ອ​ລະ​ບາດ​ກ້າວ ຜ່ານ​ຊົ່ວ​ໂມງ​ທີ່​ມືດ​ທີ່​ສຸດ. ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຊ່ວຍ​ພວກ​ເຮົາ​ໃຫ້​ເຫັນ​ວ່າ ຄຸນ​ຄ່າ​ຂອງ​ຈິດ​ວິນ​ຍານ​ດວງ​ໜຶ່ງ ສຳ​ຄັນ​ໃນ​ແບບ​ແຜນ​ນິ​ລັນ​ດອນ​ຫລາຍ​ຍິ່ງ​ກວ່າ​ວຽກ​ງານ ຫລື ຄວາມ​ສຳ​ເລັດ​ທາງ​ໂລກ​ໃດໆ.

ອີກ​ເທື່ອ​ໜຶ່ງ, ການ​ໃຫ້​ຄວາມ​ຮູ້​ກັບ​ໂຕ​ເອງ​ກ່ຽວ​ກັບ​ການ​ປ່ວຍ​ທາງ​ຈິດ​ໃຈ ກຽມ​ເຮົາ​ໃຫ້​ພ້ອມ​ທີ່​ຈະ​ຊ່ວຍ​ຕົນ​ເອງ ແລະ ຄົນ​ອື່ນ​ທີ່​ອາດ​ກຳ​ລັງ​ຕໍ່​ສູ້​ດີ້ນ​ລົນ​ຢູ່. ການ​ສົນ​ທະ​ນາ​ຢ່າງ​ເປີດ​ເຜີຍ ແລະ ຈິງ​ໃຈ​ຕໍ່​ກັນ​ແລະ​ກັນ ຈະ​ຊ່ວຍ​ໃຫ້​ຫົວ​ຂໍ້​ທີ່​ສຳ​ຄັນ​ນີ້​ໄດ້​ຮັບ​ຄວາມ​ສົນ​ໃຈ​ຕາມ​ທີ່​ມັນ​ສົມ​ຄວນ​ໄດ້​ຮັບ. ເຖິງ​ແນວ​ໃດ, ຂໍ້​ມູນ​ກໍ​ຈະ​ມາ​ກ່ອນ​ການ​ດົນ​ໃຈ ແລະ ການ​ເປີດ​ເຜີຍ. ການ​ທ້າ​ທາຍ​ທີ່​ມັກ​ຈະ​ເບິ່ງ​ບໍ່​ເຫັນ​ເຫລົ່າ​ນີ້​ສາ​ມາດ​ສົ່ງ​ຜົນ​ກະ​ທົບ​ຕໍ່​ໃຜ​ກໍ​ໄດ້, ແລະ ເມື່ອ​ເຮົາ​ກຳ​ລັງ​ປະ​ເຊີນ​ໜ້າ​ກັບ​ມັນ, ມັນ​ຈະ​ເບິ່ງ​ຄື​ວ່າ​ເຮົາ​ບໍ່​ສາ​ມາດ​ຜ່ານ​ມັນ​ໄປ​ໄດ້.

ສິ່ງ​ທໍາ​ອິດ​ທີ່​ເຮົາ​ຕ້ອງ​ຮຽນ​ຮູ້​ກໍ​ຄື ເຮົາ​ບໍ່​ໄດ້​ຢູ່​ຄົນ​ດຽວ​ຢ່າງ​ແນ່​ນອນ. ຂ້າ​ພະ​ເຈົ້າ​ຂໍ​ເຊື້ອ​ເຊີນ​ທ່ານ​ໃຫ້​ສຶກ​ສາ​ຫົວ​ຂໍ້​ກ່ຽວ​ກັບ​ສຸ​ຂະ​ພາບ​ຈິດ​ໃນ​ພາກ Life Help [ຊ່ວຍ​ຊີ​ວິດ] ຂອງ​ແອັບ​ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ. ການ​ຮຽນ​ຮູ້​ຈະ​ນຳ​ໄປ​ສູ່​ຄວາມ​ເຂົ້າ​ໃຈ​ຫລາຍ​ຂຶ້ນ, ການ​ຍອມ​ຮັບ​ຫລາຍ​ຂຶ້ນ, ຄວາມ​ເຫັນ​ອົກ​ເຫັນ​ໃຈ​ຫລາຍ​ຂຶ້ນ, ຄວາມ​ຮັກ​ຫລາຍ​ຂຶ້ນ. ມັນ​ສາ​ມາດ​ຫລຸດ​ເລື່ອງ​ເສົ້າ​ສະ​ຫລົດ​ໃຈ​ລົງ ໃນ​ຂະ​ນະ​ດຽວ​ກັນ​ກໍ​ຊ່ວຍ​ໃຫ້​ເຮົາ​ພັດ​ທະ​ນາ ແລະ ຈັດ​ການ​ກັບ​ຄວາມ​ຄາດ​ຫວັງ​ທີ່​ດີ​ຕໍ່​ສຸ​ຂະ​ພາບ ແລະ ການ​ປະ​ຕິ​ສຳ​ພັນ​ທີ່​ດີ​ຕໍ່​ສຸ​ຂະ​ພາບ.

ຂໍ້​ສັງ​ເກດ​ຂໍ້​ສຸດ​ທ້າຍ​ຂອງ​ຂ້າ​ພະ​ເຈົ້າ​ກໍ​ຄື: ເຮົາ​ຕ້ອງ​ເບິ່ງ​ແຍງ​ຊຶ່ງ​ກັນ​ແລະ​ກັນ​ຢູ່​ສະ​ເໝີ. ເຮົາ​ຕ້ອງ​ຮັກ​ກັນ​ແລະ​ກັນ, ແລະ ຕັດ​ສິນ​ໃຫ້​ໜ້ອຍ​ລົງ—ໂດຍ​ສະ​ເພາະ​ເມື່ອ​ຄວາມ​ຄາດ​ຫວັງ​ຂອງ​ເຮົາ​ບໍ່​ໄດ້​ຖືກ​ບັນ​ລຸ​ໃນ​ທັນ​ທີ. ເຮົາ​ຕ້ອງ​ຊ່ວຍ​ເດັກ​ນ້ອຍ ແລະ ຊາວ​ໜຸ່ມ​ຂອງ​ເຮົາ​ໃຫ້​ຮູ້​ສຶກ​ເຖິງ​ຄວາມ​ຮັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ໃນ​ຊີ​ວິດ​ຂອງ​ພວກ​ເຂົາ, ແມ່ນ​ແຕ່​ເມື່ອ​ພວກ​ເຂົາ​ກຳ​ລັງ​ຕໍ່​ສູ້​ດີ້ນ​ລົນ​ທີ່​ຈະ​ຮູ້​ສຶກ​ຮັກ​ຕົວ​ເອງ​ກໍ​ຕາມ. ແອວ​ເດີ ອໍ​ສັນ ແອັຟ ວິດ​ນີ, ຜູ້​ເຄີຍ​ຮັບ​ໃຊ້​ເປັນ​ສະ​ມາ​ຊິກ​ແຫ່ງ​ກຸ່ມ​ອັກ​ຄະ​ສາ​ວົກ​ສິບ​ສອງ, ໄດ້​ແນະ​ນຳ​ບັນ​ດາ​ພໍ່​ແມ່​ກ່ຽວ​ກັບ​ວິ​ທີ​ຊ່ວຍ​ລູກໆ​ທີ່​ກຳ​ລັງ​ຕໍ່​ສູ້​ດີ້ນ​ລົນ​ດັ່ງ​ນີ້: “ຈົ່ງ​ອະ​ທິ​ຖານ​ເພື່ອ … ລູກໆ​ຂອງ​ທ່ານ; ຍຶດ​ໝັ້ນ​ໃນ​ພວກ​ເຂົາ​ດ້ວຍ​ສັດ​ທາ​ຂອງ​ທ່ານ.”6

ຂ້າ​ພະ​ເຈົ້າ​ມັກ​ຈະ​ຄິດ​ໄຕ່​ຕອງ​ຢູ່​ຕະ​ຫລອດ​ວ່າ ການ​ຍຶດ​ໝັ້ນ​ໃນ​ພວກ​ເຂົາ​ດ້ວຍ​ສັດ​ທາ​ນັ້ນ ໝາຍ​ຄວາມ​ວ່າ​ແນວ​ໃດ. ຂ້າ​ພະ​ເຈົ້າ​ເຊື່ອ​ວ່າ ມັນ​ລວມ​ທັງ​ການ​ກະ​ທຳ​ທີ່​ລຽບ​ງ່າຍ​ດ້ວຍ​ຄວາມ​ຮັກ, ດ້ວຍ​ຄວາມ​ອ່ອນ​ໂຍນ, ດ້ວຍ​ຄວາມ​ດີ, ແລະ ດ້ວຍ​ຄວາມ​ເຄົາ​ລົບ. ນັ້ນ​ໝາຍ​ຄວາມ​ວ່າ ໃຫ້​ພວກ​ເຂົາ​ພັດ​ທະ​ນາ​ຕາມ​ເວ​ລາ​ຂອງ​ພວກ​ເຂົາ​ເອງ ແລະ ສະ​ແດງ​ປະ​ຈັກ​ພະ​ຍານ​ເພື່ອ​ຊ່ວຍ​ໃຫ້​ພວກ​ເຂົາ​ຮູ້​ສຶກ​ເຖິງ​ຄວາມ​ຮັກ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ. ມັນ​ຮຽກ​ຮ້ອງ​ໃຫ້​ເຮົາ​ຄິດ​ເຖິງ​ພວກ​ເຂົາ​ຫລາຍ​ຂຶ້ນ ແລະ ຄິດ​ເຖິງ​ຕົວ​ເຮົາ​ເອງ ແລະ ຜູ້​ອື່ນ​ໜ້ອຍ​ລົງ. ນັ້ນ​ມັກ​ຈະ​ໝາຍ​ເຖິງ ການ​ເວົ້າ​ໃຫ້​ໜ້ອຍ​ລົງ ແລະ ຟັງ​ໃຫ້​ຫລາຍ​ຂຶ້ນ. ເຮົາ​ຕ້ອງ​ຮັກ​ພວກ​ເຂົາ, ເສີມ​ພະ​ລັງ​ພວກ​ເຂົາ, ແລະ ຍ້ອງ​ຍໍ​ພວກ​ເຂົາ​ເລື້ອຍໆ ໃນ​ຄວາມ​ພະ​ຍາ​ຍາມ​ຂອງ​ພວກ​ເຂົາ​ທີ່​ຈະ​ປະ​ສົບ​ຜົນ​ສຳ​ເລັດ ແລະ ຊື່​ສັດ​ຕໍ່​ພຣະ​ເຈົ້າ. ແລະ ສຸດ​ທ້າຍ​ນີ້, ເຮົາ​ຄວນ​ເຮັດ​ທຸກ​ຢ່າງ​ທີ່​ເຮົາ​​ສາ​ມາດ​ເຮັດ​ໄດ້ ເພື່ອ​ໃຫ້​ຢູ່​ໃກ້​ພວກ​ເຂົາ—ເຊັ່ນ​ດຽວ​ກັນ​ກັບ​ທີ່​ເຮົາ​ຢູ່​ໃກ້​ພຣະ​ເຈົ້າ.

ສຳ​ລັບ​ທຸກ​ຄົນ​ທີ່​ກຳ​ລັງ​ຮັບ​ຜົນ​ກະ​ທົບ​ຈາກ​ການ​ປ່ວຍ​ທາງ​ຈິດ​ໃຈ, ໃຫ້​ທ່ານ​ຍຶດ​ໝັ້ນ​ຕໍ່​ພັນ​ທະ​ສັນ​ຍາ​ຂອງ​ທ່ານ, ເຖິງ​ແມ່ນ​ວ່າ​ທ່ານ​ອາດ​ຈະ​ບໍ່​ຮູ້​ສຶກ​ເຖິງ​ຄວາມ​ຮັກ​ຂອງ​ພຣະ​ເຈົ້າ​ໃນ​ເວ​ລາ​ນີ້​ກໍ​ຕາມ. ເຮັດ​ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ພວກ​ເຮົາ​ສາ​ມາດ​ເຮັດ​ໄດ້ ແລະ ຈາກ​ນັ້ນ “ຂໍ​ໃຫ້​ພວກ​ເຮົາ​ຈົ່ງ​ຢືນ​ຢູ່​ຊື່ໆ … ເພື່ອ​ເຫັນ​ຄວາມ​ລອດ​ຂອງ​ພຣະ​ເຈົ້າ, ແລະ ເພື່ອ​ພຣະ​ອົງ​ຈະ​ເປີດ​ເຜີຍ​ແຂນ​ຂອງ​ພຣະ​ອົງ.”7

ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ພຣະ​ເຢ​ຊູ​ຄຣິດ​ເປັນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ. ພຣະ​ອົງ​ຮູ້​ຈັກ​ເຮົາ. ພຣະ​ອົງ​ຮັກ​ເຮົາ ແລະ ພຣະ​ອົງ​ຈະ​ລໍ​ຖ້າ​ເຮົາ. ໃນ​ລະ​ຫວ່າງ​ການ​ທົດ​ລອງ​ຂອງ​ຄອບ​ຄົວ​ຂອງ​ພວກ​ເຮົາ, ຂ້າ​ພະ​ເຈົ້າ​ໄດ້​ຮູ້​ວ່າ ພຣະ​ອົງ​ຢູ່​ໃກ້​ພວກ​ເຮົາ​ຫລາຍ​ສໍ່າ​ໃດ. ຄຳ​ສັນ​ຍາ​ຂອງ​ພຣະ​ອົງ​ເປັນ​ຄວາມ​ຈິງ​ທີ່​ວ່າ:

ຢ່າ​ຢ້ານ​ອັນ​ໃດ​ເລີຍ ເພາະ​ເຮົາ​ຈະ​ຢູ່​ກັບ​ເຈົ້າ,

ເພາະ​ເຮົາ​ເປັນ​ພຣະ​ເຈົ້າ​ຂອງ​ເຈົ້າ ເຮົາ​ຈະ​ຄ້ຳ​ຊູ.

ຈະ​ຊ່ວຍ​ໜູນ​ກຳ​ລັງ ຈະ​ຊ່ວຍ​ຕັ້ງ​ເຈົ້າ​ໃຫ້​ໝັ້ນ, …

ຈະ​ຊູ​ເຈົ້າ​ດ້ວຍ​ຫລັກ​ການ​ທີ່​ຖືກ​ຕ້ອງ ແລະ ຊອບ​ທຳ.

ການ​ທີ່​ຮູ້​ວ່າ​ຮາກ​ຖານ​ຂອງ​ເຮົາ​ໝັ້ນ​ຄົງ​ຫລາຍ​ສໍ່າ​ໃດ, ຂໍ​ໃຫ້​ເຮົາ​ຮ້ອງ​ປະ​ກາດ​ດ້ວຍ​ຄວາມ​ຍິນ​ດີ​ວ່າ:

ຈິດ​ວິນ​ຍານ​ທີ່​ພັກ​ພິງ​ອົງ​ພຣະ​ເຢ​ຊູ​ມາ

ເຮົາ​ບໍ່​ສາ​ມາດ​ຈະ​ປະ​ຖິ້ມ​ເຂົາ​ໃຫ້​ເຫລົ່າ​ສັດ​ຕູ;

ແມ້​ໝູ່​ມວນ​ນະ​ລົກ​ຈະ​ສັ່ນ​ໄກວ​ໂຍກ​ຫວັ່ນ​ໄຫວ, …

ເຮົາ​ຈະ​ບໍ່​ມີ​ວັນ​ປ່ອຍ​ປະ​ລະ​ຖິ້ມ​ຈິດ​ວິນ​ຍານ!8

ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາ​ແມນ.