ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ໄວ້​ວາງ​ໃຈ​ອີກ​ຄັ້ງ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ຕຸ​ລາ 2021


ໄວ້​ວາງ​ໃຈ​ອີກ​ຄັ້ງ

ຄວາມ​ໄວ້​ວາງ​ໃຈ​ໃນ​ພຣະ​ເຈົ້າ ແລະ ກັນ​ແລະ​ກັນ ຈະ​ນຳ​ພອນ​ຈາກ​ສະ​ຫວັນ​ມາ​ໃຫ້.

ມີ​ເທື່ອ​ໜຶ່ງ, ຕອນ​ຂ້າ​ພະ​ເຈົ້າ​ຍັງ​ນ້ອຍ, ຂ້າ​ພະ​ເຈົ້າ​ເຄີຍ​ຄິດ​ບຶດ​ໜຶ່ງ​ວ່າ ຢາກ​ໜີ​ຈາກ​ບ້ານ. ແບບ​ເດັກໆ, ຂ້າ​ພະ​ເຈົ້າ​ຮູ້​ສຶກ​ວ່າ ບໍ່​ມີ​ໃຜ​ຮັກ​ຂ້າ​ພະ​ເຈົ້າ.

ແມ່​ຜູ້​ຮູ້​ຈັກ​ສັງ​ເກດ ໄດ້​ຟັງ ແລະ ຮັບ​ຮອງ​ຂ້າ​ພະ​ເຈົ້າ. ຂ້າ​ພະ​ເຈົ້າ​ກໍ​ຢູ່​ບ້ານ​ຕໍ່​ໄປ​ຢ່າງ​ປອດ​ໄພ.

ທ່ານ​ເຄີຍ​ຮູ້​ສຶກ​ບໍ​ວ່າ ທ່ານ​ກຳ​ລັງ​ໜີ​ຈາກ​ບ້ານ? ສ່ວນ​ຫລາຍ, ການ​ໜີ​ຈາກ​ບ້ານ​ໝາຍ​ຄວາມ​ວ່າ ຄວາມ​ໄວ້​ວາງ​ໃຈ​ໝົດ​ສິ້ນ ຫລື ພັງ​ທະ​ລາຍ—ໝົດ​ຄວາມ​ໄວ້​ວາງ​ໃຈ​ກັບ​ຕົວ​ເອງ, ກັບ​ຄົນ​ອື່ນ, ກັບ​ພຣະ​ເຈົ້າ. ເມື່ອ​ຄວາມ​ໄວ້​ວາງ​ໃຈ​ຖືກ​ທ້າ​ທາຍ, ເຮົາ​ສົງ​ໄສ​ວ່າ​ຈະ​ໄວ້​ວາງ​ໃຈ​ອີກ​ຄັ້ງ​ໄດ້​ແນວ​ໃດ.

ຂ່າວ​ສານ​ຂອງ​ຂ້າ​ພະ​ເຈົ້າ​ໃນ​ມື້​ນີ້​ແມ່ນ, ບໍ່​ວ່າ​ເຮົາ​ຈະ​ກັບ​ມາ​ບ້ານ ຫລື ກັບ​ໄປ​ບ້ານ, ພຣະ​ເຈົ້າ​ຈະ​ມາ​ພົບ​ເຮົາ.1 ໃນ​ພຣະ​ອົງ ເຮົາ​ສາ​ມາດ​ພົບ​ສັດ​ທາ ແລະ ຄວາມ​ກ້າ​ຫານ, ສະ​ຕິ​ປັນ​ຍາ ແລະ ການ​ຫລິງ​ເຫັນ ເພື່ອ​ຈະ​ໄວ້​ວາງ​ໃຈ​ອີກ​ຄັ້ງ. ເຊັ່ນ​ດຽວ​ກັນ, ພຣະ​ອົງ​ໄດ້​ຂໍ​ໃຫ້​ເຮົາ​ເປີດ​ໄຟ​ຖ້າ​ຄົນ​ອື່ນ, ຮູ້​ຈັກ​ໃຫ້​ອະ​ໄພ​ຫລາຍ​ຂຶ້ນ ແລະ ຕັດ​ສິນ​ໜ້ອຍ​ລົງ ກັບ​ຕົວ​ເອງ ແລະ ຄົນ​ອື່ນໆ, ເພື່ອ​ວ່າ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ​ຈະ​ສາ​ມາດ​ເປັນ​ສະ​ຖານ​ທີ່ ບ່ອນ​ທີ່​ເຮົາ​ຮູ້​ສຶກ​ອົບ​ອຸ່ນ, ບໍ່​ວ່າ​ເຮົາ​ຈະ​ມາ​ເປັນ​ເທື່ອ​ທຳ​ອິດ ຫລື ກັບ​ຄືນ​ມາ.

ຄວາມ​ໄວ້​ວາງ​ໃຈ​ແມ່ນ​ການ​ກະ​ທຳ​ດ້ວຍ​ສັດ​ທາ. ພຣະ​ເຈົ້າ​ມີ​ສັດ​ທາ​ໃນ​ຕົວ​ເຮົາ. ແຕ່, ຄວາມ​ໄວ້​ວາງ​ໃຈ​ຂອງ​ມະ​ນຸດ​ສາ​ມາດ​ຖືກ​ເຮັດ​ໃຫ້​ລົດ​ນ້ອຍ​ຖອຍ​ລົງ ຫລື ຖືກ​ທຳ​ລາຍ​ໄດ້​ເມື່ອ:

  • ໝູ່​ເພື່ອນ, ເພື່ອນ​ທຸ​ລະ​ກິດ, ຫລື ບາງ​ຄົນ​ທີ່​ເຮົາ​ໄວ້​ວາງ​ໃຈ​ບໍ່​ຈິງ​ໃຈ, ທຳ​ຮ້າຍ​ເຮົາ, ຫລື ເອົາ​ປຽບ​ເຮົາ.2

  • ຄູ່​ແຕ່ງ​ງານ​ບໍ່​ຊື່​ສັດ.

  • ບາງ​ທີ ໂດຍ​ທີ່​ບໍ່​ຄາດ​ຄິດ, ບາງ​ຄົນ​ທີ່​ເຮົາ​ຮັກ ປະ​ເຊີນ​ກັບ​ຄວາມ​ຕາຍ, ໄດ້​ຮັບ​ບາດ​ເຈັບ, ຫລື ປ່ວຍ​ໂຊ.

  • ເຮົາ​ປະ​ເຊີນ​ກັບ​ຄຳ​ຖາມ​ເລື່ອງ​ພຣະ​ກິດ​ຕິ​ຄຸນ​ທີ່​ບໍ່​ຄາດ​ຄິດ, ບາງ​ທີ ເປັນ​ບາງ​ສິ່ງ​ທີ່​ກ່ຽວ​ກັບ​ປະ​ຫວັດ​ສາດ​ຂອງ​ສາດ​ສະ​ໜາ​ຈັກ ຫລື ນະ​ໂຍ​ບາຍ​ຂອງ​ສາດ​ສະ​ໜາ​ຈັກ, ແລະ ບາງ​ຄົນ​ເວົ້າ​ວ່າ ສາດ​ສະ​ໜາ​ຈັກ​ຂອງ​ເຮົາ ໄດ້​ເຊື່ອງ​ຊ້ອນ​ບາງ​ຢ່າງ ຫລື ບໍ່​ບອກ​ຄວາມ​ຈິງ.

ສະ​ຖາ​ນະ​ການ​ອື່ນໆ ອາດ​ບໍ່​ຖືກ​ກ່າວ​ເນັ້ນ ແຕ່​ກໍ​ໜ້າ​ເປັນ​ຫ່ວງ​ເທົ່າໆ​ກັນ.

ບາງ​ທີ​ເຮົາ​ບໍ່​ເຫັນ​ຕົວ​ເອງ​ໃນ​ສາດ​ສະ​ໜາ​ຈັກ, ບໍ່​ຮູ້​ສຶກ​ວ່າ​ເປັນ​ພາກ​ສ່ວນ, ຮູ້​ສຶກ​ຖືກ​ຕັດ​ສິນ​ໂດຍ​ຄົນ​ອື່ນ.

ຫລື, ເຖິງ​ແມ່ນ​ເຮົາ​ໄດ້​ເຮັດ​ທຸກ​ສິ່ງ​ທີ່​ຄາດ​ຫວັງ​ແລ້ວ, ແຕ່​ກໍ​ຍັງ​ບໍ່​ດີ​ຂຶ້ນ. ເຖິງ​ແມ່ນ​ເຄີຍ​ມີ​ປະ​ສົບ​ການ​ນຳ​ພຣະ​ວິນ​ຍານ​ບໍ​ລິ​ສຸດ, ແຕ່​ເຮົາ​ອາດ​ບໍ່​ຮູ້​ສຶກ​ວ່າ ເຮົາ​ຮູ້​ວ່າ​ພຣະ​ເຈົ້າ​ຊົງ​ພຣະ​ຊົນ​ຢູ່ ຫລື ພຣະ​ກິດ​ຕິ​ຄຸນ​ເປັນ​ຄວາມ​ຈິງ.

ຫລາຍ​ຄົນ​ໃນ​ທຸກ​ວັນ​ນີ້ ຮູ້​ສຶກ​ຈຳ​ເປັນ​ຕ້ອງ​ມີ​ຄວາມ​ໄວ້​ວາງ​ໃຈ​ຄືນ​ໃໝ່​ໃນ​ຄວາມ​ສຳ​ພັນ​ຂອງ​ມະ​ນຸດ ແລະ ໃນ​ສັງ​ຄົມ​ປະ​ຈຸ​ບັນ.3

ຂະ​ນະ​ທີ່​ເຮົາ​ສະ​ທ້ອນ​ຄິດ​ເຖິງ​ຄວາມ​ໄວ້​ວາງ​ໃຈ, ເຮົາ​ຮູ້​ວ່າ​ພຣະ​ເຈົ້າ​ແມ່ນ​ພຣະ​ເຈົ້າ​ແຫ່ງ​ຄວາມ​ຈິງ ແລະ “ບໍ່​ສາ​ມາດ​ເວົ້າ​ຕົວະ.”4 ເຮົາ​ຮູ້​ວ່າ ຄວາມ​ໄວ້​ວາງ​ໃຈ​ແມ່ນ​ການ​ຮັບ​ຮູ້​ເຖິງ​ສິ່ງ​ທີ່​ມັນ​ເປັນ​ຢູ່, ມັນ​ເຄີຍ​ເປັນ, ແລະ ຈະ​ເປັນ.5 ເຮົາ​ຮູ້​ວ່າ​ການ​ເປີດ​ເຜີຍ ແລະ ການ​ດົນ​ໃຈ​ອັນ​ຕໍ່​ເນື່ອງ ເຮັດ​ໃຫ້​ຄວາມ​ຈິງ​ທີ່​ບໍ່​ປ່ຽນ​ແປງ​ເໝາະ​ສົມ​ກັບ​ສະ​ພາບ​ການ​ທີ່​ປ່ຽນ​ແປງ​ຢູ່​ສະ​ເໝີ.

ເຮົາ​ຮູ້​ວ່າ ພັນ​ທະ​ສັນ​ຍາ​ທີ່​ຖືກ​ຝ່າ​ຝືນ ເຮັດ​ໃຫ້​ໃຈ​ແຕກ​ລ້າວ. “ຂ້ອຍ​ໄດ້​ເຮັດ​ສິ່ງ​ທີ່​ໂງ່​ຈ້າ,” ລາວ​ເວົ້າ. “ເຈົ້າ​ຊິ​ອະ​ໄພ​ໃຫ້​ຂ້ອຍ​ໄດ້​ບໍ?” ສາ​ມີ ແລະ ພັນ​ລະ​ຍາ​ອາດ​ຈັບ​ມື​ກັນ, ຫວັງ​ວ່າ​ຈະ​ໄວ້​ວາງ​ໃຈ​ກັນ​ອີກ. ໃນ​ສະ​ຖານ​ທີ່​ໜຶ່ງ​ອີກ, ນັກ​ໂທດ​ຄົນ​ໜຶ່ງ​ສະ​ທ້ອນ​ຄິດ​ວ່າ, “ຖ້າ​ເຮົາ​ໄດ້​ຮັກ​ສາ​ພຣະ​ວາ​ຈາ​ແຫ່ງ​ປັນ​ຍາ, ເຮົາ​ຄົງ​ບໍ່​ໄດ້​ມາ​ຢູ່​ນີ້ ໃນ​ມື້​ນີ້.”

ເຮົາ​ຮູ້​ວ່າ ການ​ມີ​ຄວາມ​ຊື່ນ​ຊົມ​ໃນ​ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ແລະ ຖືກ​ເອີ້ນ​ໃຫ້​ຮັບ​ໃຊ້​ໃນ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ ແມ່ນ​ຄຳ​ເຊື້ອ​ເຊີນ​ໃຫ້​ຮູ້​ສຶກ​ເຖິງ​ຄວາມ​ໄວ້​ວາງ​ພຣະ​ໄທ​ຂອງ​ພຣະ​ເຈົ້າ​ທີ່​ມີ​ຕໍ່​ເຮົາ ແລະ ຕໍ່​ກັນ​ແລະ​ກັນ. ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ, ລວມ​ທັງ​ຜູ້​ໃຫຍ່​ໂສດ, ກໍ​ຮັບ​ໃຊ້​ຕະ​ຫລອດ​ທົ່ວ​ສາດ​ສະ​ໜາ​ຈັກ ແລະ ໃນ​ຊຸມ​ຊົນ​ຂອງ​ເຮົາ​ເປັນ​ປະ​ຈຳ.

ໂດຍ​ທາງ​ການ​ດົນ​ໃຈ, ອະ​ທິ​ການ​ຈະ​ເອີ້ນ​ຄູ່​ສາ​ມີ​ພັນ​ລະ​ຍາ​ໜຸ່ມ​ໃຫ້​ຮັບ​ໃຊ້​ຢູ່​ໃນ​ຫ້ອງ​ອະ​ນຸ​ບານ​ໃນ​ຫວອດ. ທຳ​ອິດ, ຜູ້​ເປັນ​ສາ​ມີ​ຈະ​ນັ່ງ​ຢູ່​ແຈ​ຫ້ອງ, ປີດ​ຕົວ ແລະ ຢູ່​ຫ່າງ​ໄກ. ທີ​ລະ​ເລັກ​ທີ​ລະ​ນ້ອຍ, ລາວ​ເລີ່ມ​ຕົ້ນ​ຍິ້ມ​ໃສ່​ພວກ​ເດັກ​ນ້ອຍ. ພາຍ​ຫລັງ, ຄູ່​ສາ​ມີ​ພັນ​ລະ​ຍາ​ໄດ້​ສະ​ແດງ​ຄວາມ​ກະ​ຕັນ​ຍູ. ແຕ່​ກ່ອນ, ເຂົາ​ເຈົ້າ​ເວົ້າ​ວ່າ, ພັນ​ລະ​ຍາ​ຢາກ​ມີ​ລູກ; ແຕ່​ສາ​ມີ​ບໍ່​ຢາກ​ມີ. ບັດ​ນີ້, ການ​ຮັບ​ໃຊ້​ນັ້ນ​ໄດ້​ປ່ຽນ​ໃຈ ແລະ ເຮັດ​ໃຫ້​ເຂົາ​ເຈົ້າ​ເປັນ​ໜຶ່ງ. ມັນ​ກໍ​ຍັງ​ນຳ​ຄວາມ​ຊື່ນ​ຊົມ​ຂອງ​ການ​ມີ​ລູກ​ມາ​ສູ່​ການ​ແຕ່ງ​ງານ ແລະ ບ້ານ​ເຮືອນ​ຂອງ​ເຂົາ​ເຈົ້າ​ນຳ​ອີກ.

ໃນ​ອີກ​ເມືອງ​ໜຶ່ງ, ແມ່​ໜຸ່ມ​ຄົນ​ໜຶ່ງ​ທີ່​ມີ​ລູກ​ນ້ອຍ​ຫລາຍ​ຄົນ ແລະ ສາ​ມີ​ຂອງ​ນາງ​ໄດ້​ແປກ​ໃຈ ແລະ ຕື້ນ​ຕັນ​ໃຈ ແຕ່​ກໍ​ໄດ້​ຮັບ​ເອົາ​ການ​ເອີ້ນ​ຂອງ​ນາງ​ໃຫ້​ຮັບ​ໃຊ້​ເປັນ​ປະ​ທານ​ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ​ໃນ​ຫວອດ. ບໍ່​ດົນ​ຈາກ​ນັ້ນ, ພະ​ຍຸ​ນ້ຳ​ແຂງ​ໄດ້​ເຮັດ​ໃຫ້​ໄຟ​ຟ້າ​ດັບ, ຊັ້ນ​ວາງ​ຂອງ​ຢູ່​ຮ້ານ​ກໍ​ວ່າງ​ເປົ່າ ແລະ ບ້ານ​ເຮືອນ​ກໍ​ເຢັນ​ປານ​ຕູ້​ນ້ຳ​ແຂງ. ເພາະ​ເຂົາ​ເຈົ້າ​ຍັງ​ມີ​ໄຟ​ຟ້າ ແລະ ແອ​ຮ້ອນ​ຢູ່, ຄອບ​ຄົວ​ໜຸ່ມ​ທີ່​ມີ​ໃຈ​ເພື່ອ​ແຜ່​ນີ້ ໄດ້​ເປີດ​ເຮືອນ​ຕ້ອນ​ຮັບ​ຫລາຍ​ຄອບ​ຄົວ ແລະ ຫລາຍ​ຄົນ​ໃນ​ລະ​ຫວ່າງ​ອາ​ກາດ​ທີ່​ໜາວ​ເຢັນ​ນັ້ນ.

ຄວາມ​ໄວ້​ວາງ​ໃຈ​ກາຍ​ເປັນ​ຈິງ ເມື່ອ​ເຮົາ​ເຮັດ​ບາງ​ສິ່ງ​ດ້ວຍ​ສັດ​ທາ. ການ​ຮັບ​ໃຊ້ ແລະ ການ​ເສຍ​ສະ​ລະ​ຈະ​ຂະ​ຫຍາຍ​ຄວາມ​ສາ​ມາດ ແລະ ຫລໍ່​ຫລອມ​ໃຈ. ຄວາມ​ໄວ້​ວາງ​ໃຈ​ໃນ​ພຣະ​ເຈົ້າ ແລະ ກັນ​ແລະ​ກັນ ຈະ​ນຳ​ພອນ​ຈາກ​ສະ​ຫວັນ​ມາ​ໃຫ້.

ຫລັງ​ຈາກ​ທີ່​ລອດ​ຈາກ​ໂຣກ​ມະ​ເລັງ, ອ້າຍ​ນ້ອງ​ທີ່​ຊື່​ສັດ​ຄົນ​ໜຶ່ງ​ໄດ້​ຖືກ​ລົດ​ຕຳ. ແທນ​ທີ່​ຈະ​ຮູ້​ສຶກ​ເສຍ​ໃຈ​ກັບ​ຕົວ​ເອງ, ລາວ​ໄດ້​ທູນ​ຖາມ​ດ້ວຍ​ການ​ອະ​ທິ​ຖານ​ວ່າ, “ຂ້າ​ນ້ອຍ​ສາ​ມາດ​ຮຽນ​ຮູ້​ຫຍັງ​ແດ່​ຈາກ​ປະ​ສົບ​ການ​ນີ້?” ຢູ່​ໃນ​ຫ້ອງ​ສຸກ​ເສີນ​ຂອງ​ລາວ, ລາວ​ຮູ້​ສຶກ​ໄດ້​ຮັບ​ການ​ດົນ​ໃຈ​ໃຫ້​ສັງ​ເກດ​ເບິ່ງ​ນາງ​ພະ​ຍາ​ບານ​ຄົນ​ໜຶ່ງ ຜູ້​ເປັນ​ຫ່ວງ​ສາ​ມີ ແລະ ລູກໆ​ຂອງ​ນາງ. ຄົນ​ໄຂ້​ທີ່​ເຈັບ​ປວດ​ໄດ້​ພົບ​ເຫັນ​ຄຳ​ຕອບ ຂະ​ນະ​ທີ່​ລາວ​ໄວ້​ວາງ​ໃຈ​ໃນ​ພຣະ​ເຈົ້າ ແລະ ເອື້ອມ​ອອກ​ໄປ​ຫາ​ຄົນ​ອື່ນ.

ຂະ​ນະ​ທີ່​ອ້າຍ​ນ້ອງ​ຄົນ​ໜຶ່ງ​ຜູ້​ມີ​ບັນ​ຫາ​ເລື່ອງ​ຮູບ​ພາບ​ລາ​ມົກ​ລໍ​ຖ້າ​ຢູ່​ນອກ​ຫ້ອງ​ການ​ຂອງ​ປະ​ທານ​ສະ​ເຕກ, ປະ​ທານ​ສະ​ເຕກ​ໄດ້​ອະ​ທິ​ຖານ​ເພື່ອ​ຈະ​ໄດ້​ຮູ້​ຈັກ​ວິ​ທີ​ຊ່ວຍ​ເຫລືອ. ຄວາມ​ປະ​ທັບ​ໃຈ​ທີ່​ແຈ່ມ​ແຈ້ງ​ໄດ້​ບອກ​ວ່າ: “ເປີດ​ປະ​ຕູ ແລະ ໃຫ້​ອ້າຍ​ນ້ອງ​ຄົນ​ນັ້ນ​ເຂົ້າ​ມາ​ໄດ້.” ດ້ວຍ​ສັດ​ທາ ແລະ ຄວາມ​ໄວ້​ວາງ​ໃຈ​ວ່າ ພຣະ​ເຈົ້າ​ຈະ​ຊ່ວຍ​ເຫລືອ, ຜູ້​ນຳ​ຖາ​ນະ​ປະ​ໂລ​ຫິດ​ໄດ້​ເປີດ​ປະ​ຕູ ແລະ ໂອບ​ກອດ​ອ້າຍ​ນ້ອງ​ຄົນ​ນັ້ນ. ແຕ່​ລະ​ຄົນ​ຮູ້​ສຶກ​ເຖິງ​ຄວາມ​ຮັກ ແລະ ຄວາມ​ໄວ້​ວາງ​ໃຈ​ແຫ່ງ​ການ​ປ່ຽນ​ແປງ ຕໍ່​ພຣະ​ເຈົ້າ ແລະ ຕໍ່​ກັນ​ແລະ​ກັນ. ດ້ວຍ​ການ​ເສີມ​ກຳ​ລັງ, ອ້າຍ​ນ້ອງ​ຄົນ​ນັ້ນ​ກໍ​ສາ​ມາດ​ເລີ່ມ​ຕົ້ນ​ກັບ​ໃຈ ແລະ ປ່ຽນ​ແປງ.

ຂະ​ນະ​ທີ່​ສະ​ຖາ​ນະ​ການ​ສ່ວນ​ຕົວ​ຂອງ​ເຮົາ​ອາດ​ເປັນ​ເລື່ອງ​ສ່ວນ​ຕົວ, ຫລັກ​ທຳ​ພຣະ​ກິດ​ຕິ​ຄຸນ ແລະ ພຣະ​ວິນ​ຍານ​ບໍ​ລິ​ສຸດ​ສາ​ມາດ​ຊ່ວຍ​ເຮົາ​ໃຫ້​ຮູ້​ຈັກ ວິ​ທີ​ໃດ ແລະ ເມື່ອ​ໃດ ທີ່​ຈະ​ໄວ້​ວາງ​ໃຈ​ຄົນ​ອື່ນ​ອີກ​ຄັ້ງ. ເມື່ອ​ຄວາມ​ໄວ້​ວາງ​ໃຈ​ຖືກ​ທຳ​ລາຍ ຫລື ຖືກ​ຫັກ​ຫລັງ, ຄວາມ​ຜິດ​ຫວັງ ແລະ ຄວາມ​ທໍ້​ແທ້​ໃຈ​ມີ​ຈິງ; ເຊັ່ນ​ດຽວ​ກັນ ກໍ​ມີ​ຄວາມ​ຕ້ອງ​ການ​ທີ່​ຈະ​ສາ​ມາດ​ຫລິງ​ເຫັນ ເພື່ອ​ຈະ​ໄດ້​ຮູ້​ວ່າ​ເມື່ອ​ໃດ​ສັດ​ທາ ແລະ ຄວາມ​ກ້າ​ຫານ​ສົມ​ຄວນ​ໄດ້​ຮັບ​ຄວາມ​ໄວ້​ວາງ​ໃຈ​ອີກ​ຄັ້ງ​ໃນ​ຄວາມ​ສຳ​ພັນ​ຂອງ​ມະ​ນຸດ.

ແຕ່, ດ້ວຍ​ຄວາມ​ນັບ​ຖື​ຕໍ່​ພຣະ​ເຈົ້າ ແລະ ການ​ເປີດ​ເຜີຍ​ສ່ວນ​ຕົວ, ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ ຮັບ​ຮອງ​ວ່າ, “ທ່ານ​ບໍ່​ຈຳ​ເປັນ​ຕ້ອງ​ສົງ​ໄສ​ວ່າ ທ່ານ​ຄວນ​ໄວ້​ວາງ​ໃຈ​ຜູ້​ໃດ.”6 ເຮົາ​ສາ​ມາດ​ໄວ້​ວາງ​ໃຈ​ພຣະ​ເຈົ້າ​ສະ​ເໝີ. ພຣະ​ຜູ້​ເປັນ​ເຈົ້າ​ຮູ້​ຈັກ​ເຮົາ​ດີ​ກວ່າ ແລະ ຮັກ​ເຮົາ​ຫລາຍ​ກວ່າ​ທີ່​ເຮົາ​ຮູ້​ຈັກ ຫລື ຮັກ​ຕົວ​ເອງ. ຄວາມ​ຮັກ​ອັນ​ບໍ່​ມີ​ຂອບ​ເຂດ ແລະ ຄວາມ​ຮູ້​ທີ່​ສົມ​ບູນ​ຂອງ​ພຣະ​ອົງ​ກ່ຽວ​ກັບ​ອະ​ດີດ, ປະ​ຈຸ​ບັນ, ແລະ ອະ​ນາ​ຄົດ ເຮັດ​ໃຫ້​ພັນ​ທະ​ສັນ​ຍາ ແລະ ຄຳ​ສັນ​ຍາ​ຂອງ​ພຣະ​ອົງ​ຄົງ​ທີ່ ແລະ ແນ່​ນອນ.

ໃຫ້​ໄວ້​ວາງ​ໃຈ​ສິ່ງ​ທີ່​ພຣະ​ຄຳ​ພີ​ເອີ້ນ​ວ່າ “ຕາມ​ຄວາມ​ສົມ​ຄວນ​ຂອງ​ເວ​ລາ.”7 ດ້ວຍ​ພອນ​ຂອງ​ພຣະ​ເຈົ້າ, ຕາມ​ຄວາມ​ສົມ​ຄວນ​ຂອງ​ເວ​ລາ, ແລະ ສືບ​ຕໍ່​ດ້ວຍ​ສັດ​ທາ ແລະ ການ​ເຊື່ອ​ຟັງ, ເຮົາ​ຈະ​ສາ​ມາດ​ຫາ​ທາງ​ແກ້​ໄຂ ແລະ ພົບ​ຄວາມ​ສະ​ຫງົບ​ສຸກ​ໄດ້.

ພຣະ​ຜູ້​ເປັນ​ເຈົ້າ​ປອບ​ໂຍນ:

“ນ້ຳ​ຕາ​ອາດ​ໄຫລ​ຫລັ່ງ​ໃນ​ເວ​ລາ​ກາງ​ຄືນ, ແຕ່​ຄວາມ​ຊົມ​ຊື່ນ​ຍິນ​ດີ​ກໍ​ມີ​ມາ​ໃນ​ຕອນ​ເຊົ້າ.”8

“ຈົ່ງ​ມອບ​ຄວາມ​ເດືອດ​ຮ້ອນ​ຂອງ​ເຈົ້າ​ໄວ້​ກັບ​ພຣະ​ຜູ້​ເປັນ​ເຈົ້າ​ສາ ພຣະ​ອົງ​ຈະ​ປົກ​ປ້ອງ​ຄຸ້ມ​ຄອງ​ເຈົ້າ​ໄວ້.”9

“ບໍ່​ມີ​ຄວາມ​ໂສກ​ເສົ້າ​ໃດ ທີ່​ສະ​ຫວັນ​ບໍ່​ສາ​ມາດ​ປິ່ນ​ປົວ​ໄດ້.”10

ຈົ່ງ​ໄວ້​ວາງ​ໃຈ​ໃນ​ພຣະ​ເຈົ້າ11 ແລະ ການ​ອັດ​ສະ​ຈັນ​ຂອງ​ພຣະ​ອົງ. ເຮົາ ແລະ ຄວາມ​ສຳ​ພັນ​ຂອງ​ເຮົາ​ສາ​ມາດ​ປ່ຽນ​ແປງ. ຜ່ານ​ທາງ​ການ​ຊົດ​ໃຊ້​ຂອງ​ພຣະ​ຄຣິດ ພຣະ​ຜູ້​ເປັນ​ເຈົ້າ, ເຮົາ​ສາ​ມາດ​ປະ​ຖິ້ມ​ທຳ​ມະ​ຊາດ​ທີ່​ເຫັນ​ແກ່​ຕົວ​ຂອງ​ເຮົາ ແລະ ກາຍ​ເປັນ​ລູກ​ຂອງ​ພຣະ​ເຈົ້າ, ອ່ອນ​ໂຍນ, ຖ່ອມ​ຕົວ,12 ເຕັມ​ໄປ​ດ້ວຍ​ສັດ​ທາ ແລະ ​ຄວາມ​ໄວ້​ວາງ​ໃຈ​ທີ່​ສົມ​ຄວນ. ເມື່ອ​ເຮົາ​ກັບ​ໃຈ, ເມື່ອ​ເຮົາ​ສາ​ລະ​ພາບ ແລະ ປະ​ຖິ້ມ​ບາບ​ຂອງ​ເຮົາ, ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ວ່າ ພຣະ​ອົງ​ຈະ​ບໍ່​ຈື່​ຈຳ​ມັນ​ອີກ​ເລີຍ.13 ບໍ່​ແມ່ນ​ວ່າ​ພຣະ​ອົງ​ລືມ; ແຕ່, ຢ່າງ​ໜ້າ​ອັດ​ສະ​ຈັນ, ເບິ່ງ​ຄື​ວ່າ ພຣະ​ອົງ​ເລືອກ​ທີ່​ຈະ​ບໍ່​ຈື່​ຈຳ​ມັນ, ເຮົາ​ກໍ​ຄວນ​ເຮັດ​ເຊັ່ນ​ກັນ.

ຄວາມ​ໄວ້​ວາງ​ໃຈ​ໃນ​ການ​ດົນ​ໃຈ​ຂອງ​ພຣະ​ເຈົ້າ ເພື່ອ​ຫລິງ​ເຫັນ​ຢ່າງ​ສະ​ຫລາດ. ເຮົາ​ສາ​ມາດ​ໃຫ້​ອະ​ໄພ​ຄົນ​ອື່ນ​ໃນ​ເວ​ລາ ແລະ ໃນ​ວິ​ທີ​ທາງ​ທີ່​ຖືກ​ຕ້ອງ ດັ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ວ່າ ເຮົາ​ຄວນ,14 ຂະ​ນະ​ທີ່​ຕ້ອງ “ສະ​ຫລາດ​ເໝືອນ​ງູ, ແລະ ອ່ອນ​ສຸ​ພາບ​ເໝືອນ​ນົກ​ເຂົາ.”15

ບາງ​ເທື່ອ​ເມື່ອ​ໃຈ​ຂອງ​ເຮົາ​ຊອກ​ຊ້ຳ ແລະ ສຳ​ນຶກ​ຜິດ, ເຮົາ​ມັກ​ຈະ​ເປີດ​ໃຈ​ຕໍ່​ການ​ປອບ​ໂຍນ ແລະ ການ​ນຳ​ພາ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ.16 ການ​ກ່າວ​ໂທດ ແລະ ການ​ໃຫ້​ອະ​ໄພ ທັງ​ສອງ​ເລີ່ມ​ຕົ້ນ​ດ້ວຍ​ການ​ຮັບ​ຮູ້​ຄວາມ​ຜິດ. ສ່ວນ​ຫລາຍ​ການ​ກ່າວ​ໂທດ​ຈະ​ສຸມ​ໃສ່​ອະ​ດີດ. ການ​ໃຫ້​ອະ​ໄພ​ມອງ​ໄປ​ສູ່​ອະ​ນາ​ຄົດ​ຢ່າງ​ເປັນ​ອິດ​ສະ​ລະ. “ດ້ວຍ​ວ່າ ພຣະ​ເຈົ້າ​ໄດ້​ໃຊ້​ພຣະ​ບຸດ​ເຂົ້າ​ມາ​ໃນ​ໂລກ ບໍ່​ແມ່ນ​ເພື່ອ​ຕັດ​ສິນ​ລົງ​ໂທດ​ມະ​ນຸດ​ສະ​ໂລກ; ແຕ່​ເພື່ອ​ມະ​ນຸດ​ສະ​ໂລກ ຈະ​ລອດ​ໂດຍ​ຜ່ານ​ທາງ​ພຣະ​ອົງ.”17

ອັກ​ຄະ​ສາ​ວົກ​ໂປ​ໂລ​ຖາມ​ວ່າ, “ຜູ້​ໃດ​ຈະ​ແຍກ​ຄວາມ​ຮັກ​ຂອງ​ເຮົາ​ຈາກ​ພຣະ​ຄຣິດ​ໄດ້?” ພຣະ​ອົງ​ຕອບ​ວ່າ, “ຄວາມ​ຕາຍ, ຫລື ຊີ​ວິດ​ກໍ​ດີ, … ຄວາມ​ສູງ ຫລື ຄວາມ​ເລິກ​ກໍ​ດີ … ຈະ​ບໍ່​ສາ​ມາດ​ແຍກ​ພວກ​ເຮົາ​ອອກ​ຈາກ​ຄວາມ​ຮັກ​ຂອງ​ພຣະ​ເຈົ້າ, ຊຶ່ງ​ມີ​ຢູ່​ໃນ​ພຣະ​ເຢ​ຊູ ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ພວກ​ເຮົາ.”18 ແຕ່, ມີ​ບາງ​ຄົນ​ທີ່​ສາ​ມາດ​ແຍກ​ເຮົາ​ຈາກ​ພຣະ​ເຈົ້າ ແລະ ພຣະ​ເຢ​ຊູ​ຄຣິດ​ໄດ້—ແລະ ຄົນ​ນັ້ນ​ແມ່ນ​ເຮົາ, ຕົວ​ເຮົາ​ເອງ. ດັ່ງ​ເອ​ຊາ​ຢາ​ກ່າວ​ວ່າ, “ຍ້ອນ​ການ​ບາບ​ຂອງ​ພວກ​ເຈົ້າ​ເອງ ພຣະ​ອົງ​ຈຶ່ງ​ບໍ່​ໄດ້​ຍິນ​ພວກ​ເຈົ້າ.”19

ໂດຍ​ຄວາມ​ຮັກ​ຂອງ​ສະ​ຫວັນ ແລະ ກົດ​ຂອງ​ສະ​ຫວັນ, ເຮົາ​ຕ້ອງ​ຮັບ​ຜິດ​ຊອບ​ຕໍ່​ການ​ເລືອກ ແລະ ຜົນ​ສະ​ທ້ອນ​ຂອງ​ເຮົາ​ເອງ. ແຕ່​ຄວາມ​ຮັກ​ໃນ​ການ​ຊົດ​ໃຊ້​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ​ແມ່ນ “ບໍ່​ມີ​ຂອບ​ເຂດ ແລະ ນິ​ລັນ​ດອນ.”20 ເມື່ອ​ເຮົາ​ພ້ອມ​ແລ້ວ​ທີ່​ຈະ​ກັບ​ບ້ານ, ແມ່ນ​ແຕ່​ໃນ “ຂະ​ນະ​ທີ່​ຍັງ​ຢູ່​ຫ່າງ​ໄກ,”21 ພຣະ​ເຈົ້າ​ກໍ​ພ້ອມ​ແລ້ວ​ທີ່​ຈະ​ຕ້ອນ​ຮັບ​ເຮົາ​ດ້ວຍ​ຄວາມ​ເຫັນ​ອົກ​ເຫັນ​ໃຈ​ຢ່າງ​ຫລວງ​ຫລາຍ, ສະ​ເໜີ​ມອບ​ສິ່ງ​ທີ່​ດີ​ທີ່​ສຸດ​ທີ່​ພຣະ​ອົງ​ມີ​ໃຫ້​ເຮົາ​ດ້ວຍ​ຄວາມ​ຊົມ​ຊື່ນ​ຍິນ​ດີ.22

ປະ​ທານ​ເຈ ຣູ​ເບັນ ຄະ​ລາກ ໄດ້​ກ່າວ​ວ່າ, “ຂ້າ​ພະ​ເຈົ້າ​ເຊື່ອ​ວ່າ ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຢາກ​ຊ່ວຍ​ລູກໆ​ທຸກ​ຄົນ​ຂອງ​ພຣະ​ອົງ​ໃຫ້​ລອດ, … ວ່າ​ໃນ​ຄວາມ​ຍຸດ​ຕິ​ທຳ ແລະ ຄວາມ​ເມດ​ຕາ​ຂອງ​ພຣະ​ອົງ ພຣະ​ອົງ​ຈະ​ປະ​ທານ​ລາງ​ວັນ​ສູງ​ສຸດ​ໃຫ້​ສຳ​ລັບ​ການ​ກະ​ທຳ​ຂອງ​ເຮົາ, ປະ​ທານ​ທຸກ​ສິ່ງ​ທີ່​ພຣະ​ອົງ​ສາ​ມາດ​ເຮັດ​ໄດ້, ແລະ ໃນ​ທາງ​ກົງ​ກັນ​ຂ້າມ, ຂ້າ​ພະ​ເຈົ້າ​ເຊື່ອ​ວ່າ ພຣະ​ອົງ​ຈະ​ກຳ​ນົດ​ໂທດ​ທີ່​ຕ່ຳ​ທີ່​ສຸດ​ໃຫ້​ເຮົາ ທີ່​ພຣະ​ອົງ​ສາ​ມາດ​ກຳ​ນົດ.”23

ຢູ່​ເທິງ​ໄມ້​ກາງ​ແຂນ, ແມ່ນ​ແຕ່​ຄຳ​ອ້ອນ​ວອນ​ດ້ວຍ​ຄວາມ​ເມດ​ຕາ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຕໍ່​ພຣະ​ບິ​ດາ​ຂອງ​ພຣະ​ອົງ ກໍ​ບໍ່​ແມ່ນ “ພຣະ​ບິ​ດາ​ເຈົ້າ​ເອີຍ, ໂຜດ​ຍົກ​ໂທດ​ໃຫ້​ພວກ​ເຂົາ​ດ້ວຍ​ເຖີດ” ແຕ່​ໂດຍ​ປາດ​ສະ​ຈາກ​ເງື່ອນ​ໄຂ ໄດ້​ກ່າວ​ວ່າ “ພຣະ​ບິ​ດາ​ເຈົ້າ​ເອີຍ, ໂຜດ​ຍົກ​ໂທດ​ໃຫ້​ພວກ​ເຂົາ​ດ້ວຍ​ເຖີດ, ເພາະ​ພວກ​ເຂົາ​ບໍ່​ຮູ້​ຈັກ​ວ່າ ພວກ​ເຂົາ​ກຳ​ລັງ​ເຮັດ​ຫຍັງ.”24 ອຳ​ເພີ​ໃຈ ແລະ ອິດ​ສະ​ລະ​ພາບ​ຂອງ​ເຮົາ​ມີ​ຄວາມ​ໝາຍ ຍ້ອນ​ວ່າ​ເຮົາ​ຕ້ອງ​ຮັບ​ຜິດ​ຊອບ​ຢູ່​ຕໍ່​ພຣະ​ພັກ​ຂອງ​ພຣະ​ເຈົ້າ ແລະ ຕົວ​ເຮົາ​ເອງ ສຳ​ລັບ​ບຸກ​ຄົນ​ທີ່​ເຮົາ​ເປັນ, ສຳ​ລັບ​ສິ່ງ​ທີ່​ເຮົາ​ຮູ້ ແລະ ເຮັດ. ຂອບ​ພຣະ​ຄຸນ​ທີ່, ເຮົາ​ສາ​ມາດ​ໄວ້​ວາງ​ໃຈ​ໃນ​ຄວາມ​ຍຸດ​ຕິ​ທຳ ແລະ ຄວາມ​ເມດ​ຕາ​ທີ່​ສົມ​ບູນ​ຂອງ​ພຣະ​ເຈົ້າ ​ເພື່ອ​ພິ​ພາກ​ສາ​ເຈດ​ຕະ​ນາ ແລະ ການ​ກະ​ທຳ​ຂອງ​ເຮົາ​ຢ່າງ​ສົມ​ບູນ​ແບບ.

ເຮົາ​ສະ​ຫລຸບ ດັ່ງ​ທີ່​ເຮົາ​ເລີ່ມ​ຕົ້ນ—ດ້ວຍ​ຄວາມ​ເຫັນ​ອົກ​ເຫັນ​ໃຈ​ຂອງ​ພຣະ​ເຈົ້າ ຂະ​ນະ​ທີ່​ເຮົາ​ແຕ່​ລະ​ຄົນ​ກັບ​ບ້ານ​ຄືນ​ຫາ​ພຣະ​ອົງ ແລະ ຄືນ​ຫາ​ກັນ​ແລະ​ກັນ.

ທ່ານ​ຈື່​ຄຳ​ອຸ​ປະ​ມາ​ຂອງ​ພຣະ​ເຢ​ຊູ​ຄຣິດ​ກ່ຽວ​ກັບ​ຊາຍ​ຄົນ​ໜຶ່ງ​ທີ່​ມີ​ລູກ​ຊາຍ​ສອງ​ຄົນ​ໄດ້​ບໍ?25 ລູກ​ຊາຍ​ຄົນ​ໜຶ່ງ​ໄດ້​ຈາກ​ເຮືອນ​ໄປ ແລະ ໃຊ້​ຈ່າຍ​ມໍ​ລະ​ດົກ​ຈົນ​ໝົດ​ກ້ຽງ. ເມື່ອ​ລາວ​ສຳ​ນຶກ​ຕົວ​ໄດ້, ລູກ​ຊາຍ​ຄົນ​ນີ້​ຈຶ່ງ​ຄິດ​ຢາກ​ກັບ​ບ້ານ. ລູກ​ຊາຍ​ອີກ​ຄົນ​ໜຶ່ງ, ຮູ້​ສຶກ​ວ່າ ລາວ​ໄດ້​ຮັກ​ສາ​ພຣະ​ບັນ​ຍັດ “ຕະ​ຫລອດ​ມາ​ຫລາຍ​ປີ,”26 ບໍ່​ຢາກ​ຕ້ອນ​ຮັບ​ນ້ອງ​ຊາຍ​ຂອງ​ລາວ​ກັບ​ບ້ານ.

ອ້າຍ​ເອື້ອຍ​ນ້ອງ​ທັງ​ຫລາຍ, ຂໍ​ໃຫ້​ເຮົາ​ພິ​ຈາ​ລະ​ນາ​ວ່າ ພຣະ​ເຢ​ຊູ​ໄດ້​ຂໍ​ໃຫ້​ເຮົາ​ເປີດ​ໃຈ, ມີ​ຄວາມ​ເຂົ້າ​ໃຈ, ມີ​ຄວາມ​ເຫັນ​ອົກ​ເຫັນ​ໃຈ, ແລະ ຖ່ອມ​ຕົວ, ແລະ ເຫັນ​ຕົວ​ເອງ​ໃນ​ສອງ​ບົດ​ບາດ?

ເໝືອນ​ດັ່ງ​ລູກ​ຊາຍ ຫລື ລູກ​ສາວ​ຜູ້​ທຳ​ອິດ, ເຮົາ​ອາດ​ຫລົງ​ທິດ​ຫລົງ​ທາງ​ໄປ ແລະ ຕໍ່​ມາ​ຢາກ​ກັບ​ບ້ານ. ພຣະ​ເຈົ້າ​ລໍ​ຖ້າ​ຕ້ອນ​ຮັບ​ເຮົາ​ສະ​ເໝີ.

ແລະ ເໝືອນ​ດັ່ງ​ລູກ​ຊາຍ ຫລື ລູກ​ສາວ​ຜູ້​ທີ​ສອງ, ພຣະ​ເຈົ້າ​ໄດ້​ອ້ອນ​ວອນ​ເຮົາ​ຢ່າງ​ອ່ອນ​ໂຍນ​ໃຫ້​ປິ​ຕິ​ຍິນ​ດີ​ກັບ​ພຣະ​ອົງ ຂະ​ນະ​ທີ່​ເຮົາ​ແຕ່​ລະ​ຄົນ​ກັບ​ຄືນ​ບ້ານ​ຫາ​ພຣະ​ອົງ. ພຣະ​ອົງ​ເຊື້ອ​ເຊີນ​ເຮົາ​ໃຫ້​ເຮັດ​ໃຫ້​ກອງ​ປະ​ຊຸມ, ກຸ່ມ, ຫ້ອງ​ຮຽນ, ແລະ ກິດ​ຈະ​ກຳ​ຂອງ​ເຮົາ​ເປີດ​ຮັບ, ແທ້​ຈິງ, ປອດ​ໄພ—ເປັນ​ບ້ານ​ສຳ​ລັບ​ກັນ​ແລະ​ກັນ. ດ້ວຍ​ຄວາມ​ເມດ​ຕາ, ຄວາມ​ເຂົ້າ​ໃຈ, ແລະ ຄວາມ​ນັບ​ຖື​ຕໍ່​ທຸກ​ຄົນ, ເຮົາ​ແຕ່​ລະ​ຄົນ​ສະ​ແຫວງ​ຫາ​ພຣະ​ຜູ້​ເປັນ​ເຈົ້າ​ດ້ວຍ​ຄວາມ​ຖ່ອມ ແລະ ອະ​ທິ​ຖານ ແລະ ຕ້ອນ​ຮັບ​ພອນ​ຂອງ​ພຣະ​ກິດ​ຕິ​ຄຸນ​ທີ່​ຟື້ນ​ຟູ​ຂອງ​ພຣະ​ອົງ​ສຳ​ລັບ​ທຸກ​ຄົນ.

ການ​ເດີນ​ທາງ​ໃນ​ຊີ​ວິດ​ຂອງ​ເຮົາ​ເປັນ​ສ່ວນ​ບຸກ​ຄົນ, ແຕ່​ເຮົາ​ສາ​ມາດ​ກັບ​ມາ​ຫາ​ພຣະ​ເຈົ້າ ພຣະ​ບິ​ດາ​ຂອງ​ເຮົາ ແລະ ພຣະ​ບຸດ​ທີ່​ຮັກ​ຂອງ​ພຣະ​ອົງ​ອີກ​ຄັ້ງ ດ້ວຍ​ຄວາມ​ໄວ້​ວາງ​ໃຈ​ໃນ​ພຣະ​ເຈົ້າ, ໃນ​ກັນ​ແລະ​ກັນ, ແລະ ໃນ​ຕົວ​ເຮົາ​ເອງ.27 ພຣະ​ເຢ​ຊູ​ກ່າວ​ວ່າ, “ຢ່າ​ວິ​ຕົກ​ເລີຍ, ຈົ່ງ​ເຊື່ອ​ເທົ່າ​ນັ້ນ.”28 ດັ່ງ​ທີ່​ສາດ​ສະ​ດາ​ໂຈ​ເຊັບ​ໄດ້​ເຮັດ, ຂໍ​ໃຫ້​ເຮົາ​ບໍ່​ທໍ້​ຖອຍ ຄົງ​ວາງ​ໃຈ​ໃນ​ການ​ດູ​ແລ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ.29 ອ້າຍ​ເອື້ອຍ​ນ້ອງ ແລະ ໝູ່​ເພື່ອນ​ທີ່​ຮັກ​ແພງ, ຈົ່ງ​ຊອກ​ຫາ​ສັດ​ທາ ແລະ ຄວາມ​ໄວ້​ວາງ​ໃຈ​ອີກ​ຄັ້ງ—ການ​ອັດ​ສະ​ຈັນ​ທີ່​ພຣະ​ອົງ​ສັນ​ຍາ​ກັບ​ທ່ານ​ໃນ​ມື້​ນີ້. ໃນ​ພຣະ​ນາມ​ອັນ​ສັກ​ສິດ ແລະ ບໍ​ລິ​ສຸດ​ຂອງ​ພຣະ​ເຢຊູ​ຄຣິດ, ອາແມນ.