ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ຫາ​ເວ​ລາ​ໃຫ້​ພຣະ​ຜູ້​ເປັນ​ເຈົ້າ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ຕຸ​ລາ 2021


ຫາ​ເວ​ລາ​ໃຫ້​ພຣະ​ຜູ້​ເປັນ​ເຈົ້າ

ຂ້າ​ພະ​ເຈົ້າ​ຮຽກ​ຮ້ອງ​ທ່ານ​ໃນ​ມື້​ນີ້ ໃຫ້​ຕອບ​ໂຕ້​ສິ່ງ​ທີ່​ລໍ້​ໃຈ​ຂອງ​ໂລກ ໂດຍ​ການ​ຫາ​ເວ​ລາ​ໃຫ້​ພຣະ​ຜູ້​ເປັນ​ເຈົ້າ​ໃນ​ຊີ​ວິດ​ຂອງ​ທ່ານ—ທຸກໆ​ວັນ.

ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ເປັນ​ເວ​ລາ​ສອງ​ມື້​ທີ່​ເຮົາ​ໄດ້​ຮັບ​ການ​ສິດ​ສອນ​ໂດຍ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ຜູ້​ຊຶ່ງ​ໄດ້​ສະ​ແຫວງ​ຫາ​ຢ່າງ​ພາກ​ພຽນ​ເພື່ອ​ຈະ​ໄດ້​ຮູ້​ວ່າ ພຣະ​ອົງ​ປະ​ສົງ​ໃຫ້​ພວກ​ເພິ່ນ​ກ່າວ​ສິ່ງ​ໃດ.

ເຮົາ​ໄດ້​ຮັບ​ໜ້າ​ທີ່ ທີ່​ເຮົາ​ຕ້ອງ​ເຮັດ​ສຳ​ລັບ​ຫົກ​ເດືອນ​ຂ້າງ​ໜ້າ. ບັດ​ນີ້ ຄຳ​ຖາມ​ມີ​ຢູ່​ວ່າ, ເຮົາ​ຈະ​ແຕກ​ຕ່າງ​ແນວ​ໃດ ເພາະ​ສິ່ງ​ທີ່​ເຮົາ​ໄດ້​ຍິນ ແລະ ຮູ້​ສຶກ​ນັ້ນ?

ໂຣກ​ລະ​ບາດ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ຊີ​ວິດ​ສາ​ມາດ​ປ່ຽນ​ແປງ​ຢ່າງ​ໄວ, ບາງ​ເທື່ອ​ສະ​ຖາ​ນະ​ການ​ກໍ​ເກີນ​ກວ່າ​ທີ່​ເຮົາ​ຈະ​ສາ​ມາດ​ຄວບ​ຄຸມ​ໄດ້. ເຖິງ​ຢ່າງ​ໃດ​ກໍ​ຕາມ, ມີ​ຫລາຍ​ສິ່ງ​ທີ່​ເຮົາ ສາ​ມາດ ຄວບ​ຄຸມ. ເຮົາ​ຈັດ​ລຳ​ດັບ​ຄວາມ​ສຳ​ຄັນ​ຂອງ​ເຮົາ​ເອງ ແລະ ກຳ​ນົດ​ວິ​ທີ​ທີ່​ເຮົາ​ຈະ​ໃຊ້​ພະ​ລັງ, ເວ​ລາ, ແລະ ຊັບ​ສິນ​ຂອງ​ເຮົາ. ເຮົາ​ຕັດ​ສິນ​ໃຈ​ວ່າ ເຮົາ​ຈະ​ປະ​ຕິ​ບັດ​ຕໍ່​ກັນ​ແລະ​ກັນ​ແນວ​ໃດ. ເຮົາ​ເລືອກ​ຄົນ​ທີ່​ເຮົາ​ຈະ​ຫັນ​ໄປ​ຫາ​ເພື່ອ​ຄວາມ​ຈິງ ແລະ ການ​ຊີ້​ນຳ.

ສຽງ ແລະ ຄວາມ​ກົດ​ດັນ​ຂອງ​ໂລກ​ກໍ​ໂຈມ​ຕີ ແລະ ມີ​ຫລາຍ. ແຕ່​ສຽງ​ຫລອກ​ລວງ, ຢົ້ວ​ຢວນ​ມີ​ຫລາຍ​ເກີນ​ໄປ, ແລະ ສາ​ມາດ​ດຶງ​ເຮົາ​ອອກ​ໄປ​ຈາກ​ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ​ໄດ້. ເພື່ອ​ຫລີກ​ເວັ້ນ​ຈາກ​ຄວາມ​ເຈັບ​ປວດ​ໃຈ​ທີ່​ຈະ​ຕາມ​ມາ​ຢ່າງ​ຫລີກ​ລ້ຽງ​ບໍ່​ໄດ້​ນັ້ນ, ຂ້າ​ພະ​ເຈົ້າ​ຈຶ່ງ​ຮຽກ​ຮ້ອງ​ທ່ານ​ໃນ​ມື້​ນີ້ ໃຫ້​ຕອບ​ໂຕ້​ສິ່ງ​ທີ່​ລໍ້​ໃຈ​ຂອງ​ໂລກ ໂດຍ​ການ​ຫາ​ເວ​ລາ​ໃຫ້​ພຣະ​ຜູ້​ເປັນ​ເຈົ້າ​ໃນ​ຊີ​ວິດ​ຂອງ​ທ່ານ—ທຸກໆ​ວັນ.

ຖ້າ​ຫາກ​ຂໍ້​ມູນ​ສ່ວນ​ໃຫຍ່​ທີ່​ທ່ານ​ໄດ້​ຮັບ​ມາ​ຈາກ​ສັງ​ຄົມ ຫລື ສື່​ອື່ນໆ, ຄວາມ​ສາ​ມາດ​ຂອງ​ທ່ານ​ໃນ​ການ​ທີ່​ຈະ​ໄດ້​ຍິນ​ສຸ​ລະ​ສຽງ​ຂອງ​ພຣະ​ວິນ​ຍານ​ຈະ​ລົດ​ລົງ. ພ້ອມ​ນີ້ ຖ້າ​ຫາກ​ທ່ານ​ບໍ່​ສະ​ແຫວງ​ຫາ​ພຣະ​ຜູ້​ເປັນ​ເຈົ້າ​ຜ່ານ​ທາງ​ການ​ອະ​ທິ​ຖານ​ທຸກ​ວັນ ແລະ ສຶກ​ສາ​ພຣະ​ກິດ​ຕິ​ຄຸນ, ທ່ານ​ກໍ​ຈະ​ປ່ອຍ​ໃຫ້​ຕົວ​ເອງ​ອ່ອນ​ໄຫວ​ຕໍ່​ປັດ​ຊະ​ຍາ​ທີ່​ອາດ​ໜ້າ​ສົນ​ໃຈ ແຕ່​ບໍ່​ເປັນ​ຄວາມ​ຈິງ. ແມ່ນ​ແຕ່​ໄພ່​ພົນ​ທີ່​ຊື່​ສັດ​ກໍ​ຍັງ​ສາ​ມາດ​ຕົກ​ໄປ ດ້ວຍ​ສຽງ​ກອງ​ກະ​ໜ່ຳ​ບໍ່​ຂາດ​ສາຍ​ຂອງ​ວົງ​ບາ​ບີ​ໂລນ.

ອ້າຍ​ເອື້ອຍ​ນ້ອງ​ຂອງ​ຂ້າ​ພະ​ເຈົ້າ, ຂ້າ​ພະ​ເຈົ້າ​ອ້ອນ​ວອນ​ທ່ານ​ໃຫ້​ຫາ​ເວ​ລາ​ໃຫ້​ພຣະ​ຜູ້​ເປັນ​ເຈົ້າ! ຈົ່ງ​ໃຫ້​ຮາກ​ຖານ​ທາງ​ວິນ​ຍານ​ຂອງ​ທ່ານ​ໝັ້ນ​ຄົງ ແລະ ສາ​ມາດ​ທົນ​ກັບ​ການ​ທົດ​ສອບ​ຂອງ​ເວ​ລາ ໂດຍ​ການ​ເຮັດ​ສິ່ງ​ເຫລົ່າ​ນັ້ນ​ທີ່​ອະ​ນຸ​ຍາດ​ໃຫ້​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ສະ​ຖິດ​ຢູ່​ກັບ​ທ່ານ ສະ​ເໝີ.

ຢ່າ​ປະ​ໝາດ​ຄວາມ​ຈິງ​ອັນ​ເລິກ​ເຊິ່ງ ທີ່ “ພຣະ​ວິນ​ຍານ​ກ່າວ … ເລື່ອງ​ດັ່ງ​ທີ່ ເປັນ ຈິງ, ແລະ ເລື່ອງ​ດັ່ງ​ທີ່ ຈະ ເປັນ.”1 “ພຣະ​ວິນ​ຍານ​ຈະ​ສະ​ແດງ​ທຸກ​ຢ່າງ​ທີ່​ພວກ​ທ່ານ​ຄວນ​ເຮັດ​ໃຫ້​ແກ່​ພວກ​ທ່ານ.”2

ບໍ່​ມີ​ສິ່ງ​ໃດ​ທີ່​ເຊື້ອ​ເຊີນ​ພຣະ​ວິນ​ຍານ​ໄດ້​ຫລາຍ​ກວ່າ​ການ​ສຸມ​ໃຈ​ໃສ່​ພຣະ​ເຢ​ຊູ​ຄຣິດ. ຈົ່ງ​ເວົ້າ​ເຖິງ​ພຣະ​ຄຣິດ, ປິ​ຕິ​ຍິນ​ດີ​ໃນ​ພຣະ​ຄຣິດ, ຊື່ນ​ຊົມ​ກັບ​ພຣະ​ຄຳ​ຂອງ​ພຣະ​ຄຣິດ, ແລະ ມຸ້ງ​ໜ້າ​ດ້ວຍ​ຄວາມ​ແນ່ວ​ແນ່​ໃນ​ພຣະ​ຄຣິດ.3 ຈົ່ງ​ເຮັດ​ໃຫ້​ວັນ​ຊະ​ບາ​ໂຕ​ຂອງ​ທ່ານ​ເປັນ​ວັນ​ທີ່​ມີ​ຄວາມ​ສຸກ ຂະ​ນະ​ທີ່​ທ່ານ​ນະ​ມັດ​ສະ​ການ​ພຣະ​ອົງ, ຮັບ​ສ່ວນ​ສິນ​ລະ​ລຶກ, ແລະ ຮັກ​ສາ​ວັນ​ຂອງ​ພຣະ​ອົງ​ໃຫ້​ສັກ​ສິດ.4

ດັ່ງ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ກ່າວ​ເນັ້ນ​ມື້​ເຊົ້າ​ນີ້, ຈົ່ງ​ຫາ​ເວ​ລາ​ໃຫ້​ພຣະ​ຜູ້​ເປັນ​ເຈົ້າ ຢູ່​ໃນ​ບ້ານ​ຂອງ​ພຣະ​ອົງ. ບໍ່​ມີ​ສິ່ງ​ໃດ​ຈະ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ຮາກ​ຖານ​ທາງ​ວິນ​ຍານ​ຂອງ​ທ່ານ​ໄດ້ ຄື​ກັນ​ກັບ​ການ​ຮັບ​ໃຊ້ ແລະ ການ​ນະ​ມັດ​ສະ​ການ​ໃນ​ພຣະ​ວິ​ຫານ.

ພວກ​ເຮົາ​ຂໍ​ຂອບ​ໃຈ​ທຸກ​ຄົນ ຜູ້​ທີ່​ກຳ​ລັງ​ກໍ່​ສ້າງ​ພຣະ​ວິ​ຫານ​ໃໝ່​ຂອງ​ພວກ​ເຮົາ. ມັນ​ກຳ​ລັງ​ຖືກ​ສ້າງ​ຂຶ້ນ​ຢູ່​ທົ່ວ​ໂລກ. ມື້​ນີ້ ຂ້າ​ພະ​ເຈົ້າ​ຍິນ​ດີ​ທີ່​ຈະ​ປະ​ກາດ​ແຜນ​ການ​ສ້າງ​ພຣະ​ວິ​ຫານ​ຂອງ​ພວກ​ເຮົາ​ຕື່ມ​ອີກ ໃນ​ສະ​ຖານ​ທີ່ ຫລື ໃກ້​ສະ​ຖານ​ທີ່​ດັ່ງ​ຕໍ່​ໄປ​ນີ້: ຄາວ​ຊັງ, ໄຕ້​ຫວັນ; ຕາ​ຄະ​ໂລ​ບານ, ຟີ​ລິບ​ປິນ; ມອນ​ໂຣ​ເວຍ, ລີ​ເບ​ເຣຍ; ຄາ​ນັງ​ກາ, ສາ​ທາ​ລະ​ນະ​ລັດ​ປະ​ຊາ​ທິ​ປະ​ໄຕ​ຄອງ​ໂກ; ແອນ​ທາ​ນາ​ນາ​ຣິ​ໂວ, ມາ​ດາ​ກາ​ສະ​ກາ; ຄູ​ເລຍ​ຄ້ານ, ແມັກ​ຊິ​ໂກ; ວິ​ທໍ​ເຣຍ, ບຣາ​ຊິນ; ລາ​ປາສ໌, ໂບ​ລີ​ວີ; ຊານ​ຕີ​ເອ​ໂກ​ຕາ​ເວັນ​ຕົກ, ຈີ​ເລ; ຝອດ​ເວີດ, ເທັກ​ຊັດ; ໂຄ​ດີ, ວາຍ​ໂອ​ມິງ; ແຣັກ​ສະ​ເບີກ​ເໜືອ, ໄອ​ດາ​ໂຮ; ຮີ​ເບີ​ວາ​ລີ, ຢູ​ທາ; ແລະ ການ​ບູ​ລະ​ນະ​ພຣະ​ວິ​ຫານ​ໂພຣ​ໂວ ຢູ​ທາ ຫລັງ​ຈາກ​ພຣະ​ວິ​ຫານ​ອໍ​ເຣັມ ຢູ​ທາ ໄດ້​ຮັບ​ການ​ອຸ​ທິດ.

ຂ້າ​ພະ​ເຈົ້າ​ຮັກ​ທ່ານ, ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ​ທັງ​ຫລາຍ. ພຣະ​ຜູ້​ເປັນ​ເຈົ້າ​ຮູ້​ຈັກ​ທ່ານ ແລະ ຮັກ​ທ່ານ. ພຣະ​ອົງ​ເປັນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ທ່ານ ແລະ ພຣະ​ຜູ້​ໄຖ່​ຂອງ​ທ່ານ. ພຣະ​ອົງ​ນຳ​ພາ ແລະ ຊີ້​ນຳ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ. ພຣະ​ອົງ​ຈະ​ນຳ​ພາ ແລະ ຊີ້​ນຳ ທ່ານ ໃນ​ຊີ​ວິດ​ສ່ວນ​ຕົວ​ຂອງ​ທ່ານ ຖ້າ​ຫາກ​ທ່ານ​ຈະ ຫາ​ເວ​ລາ​ໃຫ້​ພຣະ​ອົງ ໃນ​ຊີ​ວິດ​ຂອງ​ທ່ານ—​ທຸກໆ​ວັນ.

ຂໍ​ໃຫ້​ພຣະ​ເຈົ້າ​ຈົ່ງ​ສະ​ຖິດ​ຢູ່​ກັບ​ທ່ານ​ຈົນ​ກວ່າ​ພວກ​ເຮົາ​ຈະ​ພົບ​ກັນ​ອີກ, ຂ້າ​ພະ​ເຈົ້າ​ອະ​ທິ​ຖານ​ໃນ​ພຣະ​ນາມ​ອັນ​ສັກ​ສິດ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາ​ແມນ.